ພະບັນຍັດ 30:1-20

  • ກັບ​ມາ​ຫາ​ພະ​ເຢໂຫວາ (1-10)

  • ກົດ​ໝາຍ​ຂອງ​ພະ​ເຢໂຫວາ​ບໍ່​ຍາກ​ເກີນ​ໄປ (11-14)

  • ເລືອກ​ລະຫວ່າງ​ຊີວິດ​ກັບ​ຄວາມ​ຕາຍ (15-20)

30  “ຄຳ​ອວຍພອນ​ຫຼື​ຄຳ​ສາບແຊ່ງ​ທີ່​ຂ້ອຍ​ໃຫ້​ພວກ​ເຈົ້າ​ເລືອກ​ຈະ​ເກີດ​ຂຶ້ນ​ແທ້.+ ຈາກ​ນັ້ນ ຕອນ​ທີ່​ຢູ່​ໃນ​ປະເທດ​ຕ່າງ​ໆ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ເຮັດ​ໃຫ້​ພວກ​ເຈົ້າ​ກະຈັດກະຈາຍ​ໄປ​ຢູ່+ ພວກ​ເຈົ້າ​ຈະ​ສຳນຶກ​ໄດ້​ວ່າ​ໂຕເອງ​ເຮັດ​ຜິດ.+  ແລ້ວ​ພວກ​ເຈົ້າ​ກັບ​ລູກ​ຫຼານ​ຈະ​ກັບ​ມາ​ຫາ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ+ ແລະ​ຈະ​ເຊື່ອ​ຟັງ​ແລະ​ເຮັດ​ຕາມ​ຄຳ​ສັ່ງ​ທີ່​ຂ້ອຍ​ບອກ​ພວກ​ເຈົ້າ​ໃນ​ມື້​ນີ້​ຢ່າງ​ສຸດ​ຫົວໃຈ​ແລະ​ສຸດ​ຊີວິດ.+  ເມື່ອ​ເປັນ​ແນວ​ນັ້ນ​ແລ້ວ ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຈະ​ປົດ​ປ່ອຍ​ພວກ​ເຈົ້າ​ຈາກ​ການ​ເປັນ​ຊະເລີຍ.+ ແລ້ວ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຈະ​ສະແດງ​ຄວາມ​ເມດຕາ+ ແລະ​ລວບລວມ​ພວກ​ເຈົ້າ​ທີ່​ກະຈັດກະຈາຍ​ກັນ​ຢູ່​ນຳ​ຊາດ​ຕ່າງ​ໆ​.+  ເຖິງ​ວ່າ​ພວກ​ເຈົ້າ​ຈະ​ກະຈັດກະຈາຍ​ກັນ​ໄປ​ໄກ​ສ່ຳ​ໃດ ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ກໍ​ຈະ​ລວບລວມ​ພວກ​ເຈົ້າ​ກັບ​ມາ.+  ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຈະ​ພາ​ພວກ​ເຈົ້າ​ເຂົ້າ​ໄປ​ຍຶດ​ເອົາ​ແຜ່ນດິນ​ທີ່​ເຄີຍ​ເປັນ​ຂອງ​ປູ່ຍ່າຕານາຍ​ຂອງ​ພວກ​ເຈົ້າ ແລະ​ພວກ​ເຈົ້າ​ຈະ​ໄດ້​ຢູ່​ຫັ້ນ. ເພິ່ນ​ຈະ​ອວຍພອນ​ໃຫ້​ພວກ​ເຈົ້າ​ຈະເລີນ​ຮຸ່ງ​ເຮືອງ​ແລະ​ມີ​ຈຳນວນ​ຫຼາຍ​ກວ່າ​ປູ່ຍ່າຕານາຍ​ຂອງ​ພວກ​ເຈົ້າ.+  ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຈະ​ເຮັດ​ໃຫ້​ໃຈ​ຂອງ​ພວກ​ເຈົ້າ​ແລະ​ໃຈ​ຂອງ​ລູກ​ຫຼານ​ຂອງ​ພວກ​ເຈົ້າ​ສະອາດ*+ ເພື່ອ​ພວກ​ເຈົ້າ​ຈະ​ຮັກ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຢ່າງ​ສຸດ​ຫົວໃຈ​ແລະ​ສຸດ​ຊີວິດ ແລ້ວ​ພວກ​ເຈົ້າ​ຈະ​ມີ​ຊີວິດຢູ່.+  ຈາກ​ນັ້ນ ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຈະ​ເອົາ​ຄຳ​ສາບແຊ່ງ​ທັງ​ໝົດ​ທີ່​ພວກ​ເຈົ້າ​ເຈິ​ໄປ​ໃສ່​ພວກ​ສັດຕູ​ທີ່​ກຽດ​ຊັງ​ແລະ​ຂົ່ມເຫງ​ພວກ​ເຈົ້າ.+  ເມື່ອ​ພວກ​ເຈົ້າ​ກັບ​ມາ​ຫາ​ພະ​ເຢໂຫວາ ເຊື່ອ​ຟັງ​ເພິ່ນ ແລະ​ເຮັດ​ຕາມ​ຂໍ້​ກຳນົດ​ກົດ​ໝາຍ​ທັງ​ໝົດ​ທີ່​ຂ້ອຍ​ບອກ​ພວກ​ເຈົ້າ​ໃນ​ມື້​ນີ້  ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ຈະເລີນ​ຮຸ່ງ​ເຮືອງ+ ແລະ​ມີ​ລູກ​ມີ​ຫຼານ​ຫຼາຍ​ໆ​. ຝູງ​ສັດ​ຂອງ​ພວກ​ເຈົ້າ​ກໍ​ຈະ​ອອກ​ແມ່​ແພ່​ລູກ ແລະ​ຜົນລະປູກ​ຂອງ​ພວກ​ເຈົ້າ​ກໍ​ຈະ​ອຸດົມ​ສົມບູນ. ພະ​ເຢໂຫວາ​ຍິນດີ​ທີ່​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ຈະເລີນ​ຮຸ່ງ​ເຮືອງ​ອີກ ຄື​ກັບ​ທີ່​ເພິ່ນ​ຍິນດີ​ຕອນ​ທີ່​ໄດ້​ຊ່ວຍ​ປູ່ຍ່າຕານາຍ​ຂອງ​ພວກ​ເຈົ້າ.+ 10  ພວກ​ເຈົ້າ​ຈະ​ເຊື່ອ​ຟັງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ ແລະ​ເຮັດ​ຕາມ​ຂໍ້​ກຳນົດ​ກົດ​ໝາຍ​ຂອງ​ເພິ່ນ​ທີ່​ຂຽນ​ໄວ້​ໃນ​ປຶ້ມ​ນີ້ ແລ້ວ​ພວກ​ເຈົ້າ​ຈະ​ກັບ​ມາ​ຫາ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຢ່າງ​ສຸດ​ຫົວໃຈ​ແລະ​ສຸດ​ຊີວິດ.+ 11  ກົດ​ໝາຍ​ທີ່​ຂ້ອຍ​ບອກ​ພວກ​ເຈົ້າ​ໃນ​ມື້​ນີ້ ບໍ່​ຍາກ​ເກີນ​ໄປ​ທີ່​ພວກ​ເຈົ້າ​ຈະ​ເຂົ້າໃຈ ແລະ​ທັງ​ບໍ່ຍາກ​ເກີນ​ໄປທີ່​ພວກ​ເຈົ້າ​ຈະ​ເຮັດ​ຕາມ.*+ 12  ກົດ​ໝາຍ​ນີ້​ບໍ່​ໄດ້​ຢູ່​ເທິງ​ຟ້າ ພວກ​ເຈົ້າ​ຈຶ່ງ​ຈະ​ເວົ້າ​ວ່າ ‘ໃຜ​ຊິ​ຂຶ້ນ​ໄປ​ຫັ້ນ​ແລະ​ເອົາ​ມາ​ໃຫ້​ພວກ​ເຮົາ​ເພື່ອ​ພວກ​ເຮົາ​ຊິ​ໄດ້​ຍິນ​ແລະ​ເຮັດ​ຕາມ​ໄດ້?’+ 13  ແລະ​ກົດ​ໝາຍ​ນີ້​ບໍ່​ໄດ້​ຢູ່​ອີກ​ຟາກ​ໜຶ່ງ​ຂອງ​ທະເລ​ເພື່ອ​ພວກ​ເຈົ້າ​ຈະ​ເວົ້າ​ວ່າ ‘ໃຜ​ຊິ​ຂ້າມ​ໄປ​ຟາກ​ນັ້ນ​ແລະ​ເອົາ​ມາ​ໃຫ້​ພວກ​ເຮົາ​ເພື່ອ​ພວກ​ເຮົາ​ຊິ​ໄດ້​ຍິນ​ແລະ​ເຮັດ​ຕາມ​ໄດ້?’ 14  ຄຳ​ເຫຼົ່າ​ນີ້​ຢູ່​ໃກ້​ໆ​ພວກ​ເຈົ້າ ຢູ່​ໃນ​ປາກ ແລະ​ຢູ່​ໃນ​ໃຈ​ພວກ​ເຈົ້າ+​ເພື່ອ​ພວກ​ເຈົ້າ​ຈະ​ເຮັດ​ຕາມ​ໄດ້.+ 15  ມື້​ນີ້​ຂ້ອຍ​ໃຫ້​ເຈົ້າ​ເລືອກ​ລະຫວ່າງ​ຊີວິດ​ກັບ​ຄວາມ​ຕາຍ ແລະ​ຄວາມ​ຈະເລີນ​ຮຸ່ງ​ເຮືອງ​ກັບ​ຄວາມ​ຈິບຫາຍ.+ 16  ຖ້າ​ເຈົ້າ​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ທີ່​ຂ້ອຍ​ບອກ​ເຈົ້າ​ໃນ​ມື້​ນີ້ ໂດຍ​ຮັກ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ+ ໃຊ້​ຊີວິດ​ຕາມ​ແນວ​ທາງ​ຂອງ​ເພິ່ນ ແລະ​ເຮັດ​ຕາມ​ຄຳ​ສັ່ງ ຂໍ້​ກຳນົດ​ແລະ​ກົດ​ໝາຍ​ຂອງ​ເພິ່ນ ເຈົ້າ​ຈະ​ມີ​ຊີວິດ​ຢູ່+ ມີ​ຈຳນວນ​ຫຼາຍ​ຂຶ້ນ​ແລະ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ຈະ​ອວຍພອນ​ເຈົ້າ​ໃນ​ແຜ່ນດິນ​ທີ່​ເຈົ້າ​ຈະ​ເຂົ້າ​ໄປ​ຢູ່.+ 17  ແຕ່​ຖ້າ​ເຈົ້າ​ປ່ຽນ​ໃຈ+ແລະ​ບໍ່​ເຊື່ອ​ຟັງພະເຈົ້າ ແລ້ວ​ເມື່ອ​ຖືກ​ລໍ້​ໃຈ ເຈົ້າ​ກໍ​ໄປ​ຂາບ​ໄຫວ້​ແລະ​ນະມັດສະການ​ພະເຈົ້າ​ອື່ນ​ໆ​+ 18  ຂ້ອຍ​ບອກ​ເຈົ້າ​ມື້​ນີ້​ເລີຍ​ວ່າ​ເຈົ້າ​ຈະ​ຖືກ​ທຳລາຍ​ແນ່ນອນ.+ ເຈົ້າ​ຈະ​ບໍ່​ໄດ້​ມີ​ຊີວິດ​ຍືນ​ຍາວ​ໃນ​ແຜ່ນດິນ​ທີ່​ເຈົ້າ​ຈະ​ຂ້າມ​ແມ່​ນ້ຳ​ຈໍແດນ​ໄປ​ຢູ່​ນັ້ນ. 19  ຂ້ອຍ​ໃຫ້​ຟ້າ​ກັບ​ດິນ​ເປັນ​ພະຍານ​ໃນ​ມື້​ນີ້​ວ່າ ຂ້ອຍ​ໃຫ້​ເຈົ້າ​ເລືອກ​ລະຫວ່າງ​ຊີວິດ​ກັບ​ຄວາມ​ຕາຍ ຄຳ​ອວຍພອນ​ກັບ​ຄຳ​ສາບແຊ່ງ.+ ຂໍ​ໃຫ້​ເຈົ້າ​ເລືອກ​ຊີວິດ+ເພື່ອ​ເຈົ້າ​ກັບ​ລູກ​ຫຼານ​ຂອງ​ເຈົ້າ​ຈະ​ມີ​ຊີວິດ​ຢູ່+ 20  ໂດຍ​ການ​ຮັກ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ+ ເຊື່ອ​ຟັງ​ເພິ່ນ ແລະ​ສັດຊື່​ຕໍ່​ເພິ່ນ​ສະເໝີ+ ຍ້ອນ​ພະ​ເຢໂຫວາ​ເປັນ​ຜູ້​ໃຫ້​ຊີວິດ​ເຈົ້າ ແລ້ວເຈົ້າ​ຈະ​ມີ​ຊີວິດຍືນ​ຍາວ​ໃນ​ແຜ່ນດິນ​ທີ່​ເພິ່ນ​ສັນຍາ​ວ່າ​ຈະ​ເອົາ​ໃຫ້​ອັບຣາຮາມ ອີຊາກ ແລະ​ຢາໂຄບ​ທີ່​ເປັນ​ປູ່ຍ່າຕານາຍ​ຂອງ​ເຈົ້າ.”+

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ເຮັດ​ສິນຕັດ​ຢູ່​ຫົວໃຈ”
ແປ​ຕາມ​ໂຕ​ວ່າ “ແລະ​ບໍ່​ໄດ້​ຢູ່​ໄກ​ເກີນ​ໄປ”