ພະບັນຍັດ 31:1-30

  • ໂມເຊ​ກຳລັງ​ຈະ​ຕາຍ (1-8)

  • ອ່ານ​ກົດ​ໝາຍ​ໃຫ້​ປະຊາຊົນ​ຟັງ (9-13)

  • ໂຢຊວຍ​ຖືກ​ແຕ່ງຕັ້ງ (14, 15)

  • ບອກ​ລ່ວງ​ໜ້າ​ວ່າ​ພວກ​ອິດສະຣາເອນ​ຈະ​ບໍ່​ສັດຊື່ (16-30)

    • ເພງ​ທີ່​ຈະ​ສອນ​ໃຫ້​ພວກ​ອິດສະຣາເອນ​ຮ້ອງ (19, 22, 30)

31  ຈາກ​ນັ້ນ ໂມເຊ​ກໍ​ເວົ້າ​ກັບ​ພວກ​ອິດສະຣາເອນ​ວ່າ:  “ຕອນ​ນີ້ ຂ້ອຍ​ອາຍຸ 120 ປີ​ແລ້ວ.+ ຕໍ່​ໄປ ຂ້ອຍ​ຊິ​ບໍ່​ໄດ້​ນຳ​ໜ້າ​ພວກ​ເຈົ້າ​ອີກ​ແລ້ວ ເພາະ​ພະ​ເຢໂຫວາ​ບອກ​ຂ້ອຍ​ວ່າ ‘ເຈົ້າ​ຊິ​ບໍ່​ໄດ້​ຂ້າມ​ແມ່​ນ້ຳ​ຈໍແດນ​ໄປ.’+  ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຈະ​ເປັນ​ຜູ້​ນຳ​ໜ້າ​ພວກ​ເຈົ້າ. ເພິ່ນ​ຈະ​ທຳລາຍ​ຊາດ​ຕ່າງ​ໆ​ ແລະ​ຊ່ວຍ​ພວກ​ເຈົ້າ​ໃຫ້​ຂັບ​ໄລ່​ພວກ​ເຂົາ​ອອກ​ໄປ​ຈາກ​ແຜ່ນດິນ​ທີ່​ພວກ​ເຈົ້າ​ຈະ​ເຂົ້າ​ໄປ​ຍຶດ​ເອົາ.+ ຄື​ກັບ​ທີ່​ພະ​ເຢໂຫວາ​ບອກ​ໄວ້ ໂຢຊວຍ​ຈະ​ເປັນ​ຜູ້​ນຳ​ພາ​ພວກ​ເຈົ້າ​ຂ້າມ​ແມ່​ນ້ຳ​ໄປ.+  ພະ​ເຢໂຫວາ​ຈະ​ທຳລາຍ​ຊາດ​ຕ່າງ​ໆ​ນັ້ນ​ຄື​ກັບ​ທີ່​ເພິ່ນ​ທຳລາຍ​ສີໂຮນ+​ແລະ​ໂອກ+​ກະສັດ​ຂອງ​ຄົນ​ອາໂມ ພ້ອມ​ກັບ​ແຜ່ນດິນ​ຂອງ​ພວກ​ເຂົາ.+  ພະ​ເຢໂຫວາ​ຈະ​ຊ່ວຍ​ພວກ​ເຈົ້າ​ໃຫ້​ເອົາ​ຊະນະ​ພວກ​ເຂົາ ແລະ​ພວກ​ເຈົ້າ​ຕ້ອງ​ກຳຈັດ​ພວກ​ເຂົາ​ຕາມ​ທີ່​ຂ້ອຍ​ສັ່ງ​ພວກ​ເຈົ້າ.+  ໃຫ້​ກ້າຫານ​ແລະ​ເຂັ້ມແຂງ.+ ຢ່າຊູ່​ຢ້ານ​ພວກ​ເຂົາ+ ເພາະ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ເປັນ​ຜູ້​ນຳ​ໜ້າ​ພວກ​ເຈົ້າ​ໄປ. ເພິ່ນ​ຈະບໍ່​ປະ​ບໍ່​ຖິ້ມພວກ​ເຈົ້າ.”+  ຈາກ​ນັ້ນ ໂມເຊ​ກໍ​ເອີ້ນ​ໂຢຊວຍ​ມາ ແລະ​ເວົ້າ​ກັບ​ລາວ​ຕໍ່​ໜ້າ​ພວກ​ອິດສະຣາເອນ​ວ່າ: “ໃຫ້​ກ້າຫານ​ແລະ​ເຂັ້ມແຂງ+ ເພາະ​ເຈົ້າ​ຈະ​ເປັນ​ຜູ້​ທີ່​ພາ​ປະຊາຊົນ​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ພະ​ເຢໂຫວາ​ສັນຍາ​ວ່າ​ຈະ​ເອົາ​ໃຫ້​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າ ແລະ​ເຈົ້າ​ຈະ​ເອົາ​ແຜ່ນດິນ​ນັ້ນ​ໃຫ້​ເປັນ​ມໍລະດົກ​ຂອງ​ເຂົາ​ເຈົ້າ.+  ພະ​ເຢໂຫວາ​ຈະ​ນຳ​ໜ້າ​ເຈົ້າ​ໄປ ແລະ​ເພິ່ນ​ຈະ​ຢູ່​ນຳ​ເຈົ້າ​ສະເໝີ.+ ເພິ່ນ​ຈະ​ບໍ່​ປະ​ບໍ່​ຖິ້ມ​ເຈົ້າ. ຢ່າຊູ່​ຢ້ານ.”+  ຈາກ​ນັ້ນ ໂມເຊ​ໄດ້​ຂຽນ​ກົດ​ໝາຍ​ນີ້+ ແລະ​ໄດ້​ເອົາ​ໃຫ້​ປະໂລຫິດ​ຄົນ​ເລວີ​ທີ່​ຫາມ​ຫີບ​ສັນຍາ​ຂອງ​ພະ​ເຢໂຫວາ​ກັບ​ພວກ​ຜູ້​ນຳ​ຂອງ​ອິດສະຣາເອນ​ທຸກ​ຄົນ. 10  ໂມເຊ​ສັ່ງ​ເຂົາ​ເຈົ້າ​ວ່າ: “ທຸກ​ໆ​ 7 ປີ​ທີ່​ກົງ​ກັບ​ປີ​ທີ່​ຕ້ອງ​ຍົກ​ໜີ້+ຕອນ​ທີ່​ມີ​ເທດສະການ​ປຸກ​ຕູບ*+ 11  ເມື່ອ​ພວກ​ອິດສະຣາເອນ​ທຸກ​ຄົນ​ໄດ້​ມາ​ຢູ່​ຕໍ່​ໜ້າ​ພະ​ເຢໂຫວາ+​ພະເຈົ້າ​ຂອງ​ພວກ​ເຈົ້າ​ໃນ​ບ່ອນ​ທີ່​ເພິ່ນ​ໄດ້​ເລືອກ​ໄວ້ ພວກ​ເຈົ້າ​ຕ້ອງ​ອ່ານ​ກົດ​ໝາຍ​ນີ້​ໃຫ້​ເຂົາ​ເຈົ້າ​ຟັງ.+ 12  ໃຫ້​ປະຊາຊົນ​ມາ​ລວມ​ໂຕ​ກັນ+ ທັງ​ຜູ້​ຊາຍ ຜູ້​ຍິງ ເດັກ​ນ້ອຍ ແລະ​ຄົນ​ຕ່າງ​ຊາດ​ທີ່​ອາໄສ​ຢູ່​ໃນ​ເມືອງ​ຂອງ​ເຈົ້າ ເພື່ອ​ເຂົາ​ເຈົ້າ​ຈະ​ໄດ້​ຟັງ​ແລະ​ຮຽນ​ຮູ້​ທີ່​ຈະ​ຢ້ານຢຳ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ ແລະ​ເຮັດ​ຕາມ​ກົດ​ໝາຍ​ທັງ​ໝົດ​ນີ້​ຢ່າງ​ເຄັ່ງ​ຄັດ. 13  ລູກ​ຫຼານ​ຂອງ​ເຂົາ​ເຈົ້າ​ທີ່​ຍັງ​ບໍ່​ຮູ້ຈັກ​ກົດ​ໝາຍ​ນີ້​ກໍ​ຈະ​ໄດ້​ຟັງ+ ແລະ​ຮຽນ​ຮູ້​ທີ່​ຈະ​ຢ້ານຢຳ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຕະຫຼອດ​ເວລາ​ທີ່​ຢູ່​ໃນ​ແຜ່ນດິນ​ທີ່​ພວກ​ເຈົ້າ​ຈະ​ຂ້າມ​ແມ່​ນ້ຳ​ຈໍແດນ​ໄປ​ຍຶດ​ເອົາ​ນັ້ນ.”+ 14  ພະ​ເຢໂຫວາ​ບອກ​ໂມເຊ​ວ່າ: “ອີກ​ບໍ່​ດົນ​ເຈົ້າ​ກໍ​ຈະ​ຕາຍ.+ ໃຫ້​ເຈົ້າ​ເອີ້ນ​ໂຢຊວຍ​ມາ ແລະ​ພາ​ລາວ​ໄປ​ທີ່​ເຕັ້ນ​ຂໍ​ການ​ຊີ້ນຳ​ເພື່ອ​ເຮົາ​ຈະ​ໄດ້​ແຕ່ງຕັ້ງ​ລາວ.”+ ແລ້ວ​ໂມເຊ​ກັບ​ໂຢຊວຍ​ກໍໄປ​ທີ່​ເຕັ້ນ​ຂໍ​ການ​ຊີ້ນຳ. 15  ຈາກ​ນັ້ນ ພະ​ເຢໂຫວາ​ກໍ​ມາ​ຢູ່​ໃນ​ເສົາ​ຂີ້ເຝື້ອ​ທີ່​ຢູ່​ຕໍ່​ໜ້າທາງເຂົ້າ​ເຕັ້ນຂໍ​ການ​ຊີ້ນຳ.+ 16  ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ວ່າ: “ອີກ​ບໍ່​ດົນ​ເຈົ້າ​ກໍ​ຈະ​ຕາຍ ແລະ​ພວກ​ນີ້​ກໍ​ຈະ​ບໍ່​ສັດຊື່​ຕໍ່​ເຮົາ. ເຂົາ​ເຈົ້າຈະ​ນະມັດສະການ​ພະເຈົ້າ​ຂອງ​ຊາດ​ຕ່າງ​ໆ​ໃນ​ແຜ່ນດິນ​ທີ່​ເຂົາ​ເຈົ້າ​ຈະ​ເຂົ້າ​ໄປ​ຢູ່.+ ເຂົາ​ເຈົ້າ​ຈະ​ຖິ້ມ​ເຮົາ+ ແລະ​ບໍ່​ເຮັດ​ຕາມ​ຄຳ​ສັນຍາ​ທີ່​ເຮົາ​ໄດ້​ເຮັດ​ກັບ​ເຂົາ​ເຈົ້າ.+ 17  ຕອນ​ນັ້ນ ເຮົາ​ຈະ​ໃຈ​ຮ້າຍ​ໃຫ້​ເຂົາ​ເຈົ້າ​ຫຼາຍ+ ແລະ​ເຮົາ​ຈະ​ຖິ້ມ​ເຂົາ​ເຈົ້າ.+ ເຮົາ​ຈະ​ປິ່ນ​ໜ້າ​ໜີ​ຈາກ​ເຂົາ​ເຈົ້າ+ຈົນ​ກວ່າ​ເຂົາ​ເຈົ້າ​ຈະ​ຖືກ​ທຳລາຍ​ຈົນ​ໝົດ. ຫຼັງ​ຈາກ​ທີ່​ເຈິ​ກັບ​ຄວາມ​ຈິບຫາຍ​ແລະ​ຄວາມທຸກ​ລຳບາກ​ຫຼາຍ​ຢ່າງ+ ເຂົາ​ເຈົ້າ​ກໍ​ຈະ​ເວົ້າ​ວ່າ ‘ຍ້ອນ​ພະເຈົ້າ​ຂອງ​ພວກ​ເຮົາ​ບໍ່​ໄດ້​ຢູ່​ນຳ​ພວກ​ເຮົາ​ແລ້ວ​ບໍ ພວກ​ເຮົາ​ຈຶ່ງ​ເຈິ​ກັບ​ຄວາມ​ຈິບຫາຍ​ແບບ​ນີ້?’+ 18  ແຕ່​ຕອນ​ນັ້ນ ເຮົາ​ກໍ​ຈະປິ່ນ​ໜ້າ​ໜີຈາກ​ເຂົາ​ເຈົ້າ ຍ້ອນ​ເຂົາ​ເຈົ້າ​ເຮັດ​ສິ່ງ​ທີ່​ຊົ່ວ​ໂດຍ​ໄປ​ນະມັດສະການ​ພະເຈົ້າ​ອື່ນ​ໆ​.+ 19  ຕອນ​ນີ້ ໃຫ້​ເຈົ້າ​ຂຽນ​ເພງ+ ແລະ​ສອນ​ພວກ​ອິດສະຣາເອນ​ໃຫ້​ຮ້ອງ​ໄດ້​ຈົນ​ຈື່​ຂຶ້ນ​ໃຈ.+ ເພງ​ນີ້​ຈະ​ເຕືອນ​ເຂົາ​ເຈົ້າ​ວ່າຖ້າ​ບໍ່​ເຊື່ອ​ຟັງ​ພະເຈົ້າ ເຂົາ​ເຈົ້າ​ຈະ​ເປັນ​ແນວ​ໃດ.+ 20  ເມື່ອ​ເຮົາ​ພາ​ເຂົາ​ເຈົ້າ​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ເຮົາ​ໄດ້​ສັນຍາ​ກັບ​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າ+ ເຊິ່ງ​ເປັນ​ແຜ່ນດິນ​ທີ່​ມີ​ນ້ຳ​ນົມ​ກັບ​ນ້ຳ​ເຜີ້ງ​ຫຼາຍ+ ແລະ​ເມື່ອ​ເຂົາ​ເຈົ້າ​ໄດ້​ກິນ​ຈົນ​ອີ່ມ​ແລະ​ຈະເລີນ​ຮຸ່ງ​ເຮືອງ​ແລ້ວ+ ເຂົາ​ເຈົ້າ​ກໍ​ຈະ​ໄປ​ຂາບ​ໄຫວ້​ແລະ​ນະມັດສະການ​ພະເຈົ້າ​ອື່ນ​ໆ​ ແລ້ວ​ເຂົາ​ເຈົ້າ​ກໍ​ຈະ​ບໍ່​ໄດ້​ນັບ​ຖື​ເຮົາ ແລະ​ບໍ່​ໄດ້​ເຮັດ​ຕາມ​ຄຳ​ສັນຍາ​ທີ່​ເຮັດ​ກັບ​ເຮົາ.+ 21  ເມື່ອ​ເຂົາ​ເຈົ້າ​ເຈິ​ຄວາມ​ຈິບຫາຍ​ແລະ​ຄວາມທຸກ​ລຳບາກ​ຫຼາຍ​ຢ່າງ+ ເພງ​ນີ້​ກໍ​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ຄິດເຖິງ​ຄຳ​ເຕືອນ​ຂອງ​ເຮົາ (ລູກ​ຫຼານ​ຂອງ​ເຂົາ​ເຈົ້າ​ບໍ່​ຄວນ​ລືມ​ເພງ​ນີ້.) ເພາະ​ເຮົາ​ຮູ້​ຢູ່​ແລ້ວ​ວ່າເຂົາ​ເຈົ້າ​ຄິດ​ແນວ​ໃດ+ ກ່ອນ​ທີ່​ເຮົາ​ຈະ​ພາ​ເຂົາ​ເຈົ້າ​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ເຮົາ​ໄດ້​ສັນຍາ​ຊ້ຳ.” 22  ໂມເຊ​ຈຶ່ງ​ຂຽນ​ເພງ​ນີ້​ໃນ​ມື້​ນັ້ນ ແລະ​ໄດ້​ສອນ​ພວກ​ອິດສະຣາເອນ​ໃຫ້​ຮ້ອງ​ເພງ​ນີ້. 23  ຈາກ​ນັ້ນ ພະເຈົ້າ​ໄດ້​ແຕ່ງຕັ້ງໂຢຊວຍ+​ລູກ​ຊາຍ​ຂອງ​ນູນ ແລ້ວ​ເວົ້າ​ວ່າ: “ໃຫ້​ກ້າຫານ​ແລະ​ເຂັ້ມແຂງ+ ເພາະ​ເຈົ້າ​ຈະ​ເປັນ​ຜູ້​ທີ່​ຈະ​ພາ​ພວກ​ອິດສະຣາເອນ​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ເຮົາ​ໄດ້​ສັນຍາ​ວ່າ​ຈະ​ເອົາ​ໃຫ້​ເຂົາ​ເຈົ້າ+ ແລະ​ເຮົາ​ຈະ​ຢູ່​ກັບ​ເຈົ້າ​ສະເໝີ.” 24  ເມື່ອ​ໂມເຊ​ຂຽນ​ກົດ​ໝາຍ​ທັງ​ໝົດ​ໃສ່​ໃນ​ປຶ້ມ​ແລ້ວ​ໆ​+ 25  ລາວ​ກໍ​ບອກ​ພວກເລວີ​ທີ່​ຫາມ​ຫີບ​ສັນຍາ​ຂອງ​ພະ​ເຢໂຫວາ​ວ່າ: 26  “ໃຫ້​ເອົາ​ປຶ້ມ​ກົດ​ໝາຍ​ນີ້+ໄປ​ວາງ​ໄວ້​ຢູ່​ທາງ​ຂ້າງ​ຫີບ​ສັນຍາ+ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ. ປຶ້ມ​ນີ້​ຈະເປັນ​ຫຼັກ​ຖານທີ່​ພະເຈົ້າ​ຈະ​ໃຊ້​ເພື່ອ​ຕັດສິນ​ພວກ​ເຈົ້າ. 27  ຂ້ອຍ​ຮູ້​ດີ​ວ່າ​ພວກ​ເຈົ້າ​ເປັນ​ຄົນ​ມັກ​ກະບົດ+​ແລະ​ຫົວ​ແຂງ.+ ຂະໜາດ​ວ່າ​ຂ້ອຍ​ມີ​ຊີວິດ​ຢູ່ ພວກ​ເຈົ້າ​ຍັງ​ກະບົດ​ຕໍ່​ພະ​ເຢໂຫວາ​ຫຼາຍ​ປານ​ນີ້ ຄັນ​ຂ້ອຍ​ຕາຍ​ໄປ​ແລ້ວ ພວກ​ເຈົ້າ​ຄື​ຊິ​ເຮັດ​ຫຼາຍ​ກວ່າ​ນີ້​ອີກ! 28  ໃຫ້​ພວກ​ຫົວ​ໜ້າ​ຕະກູນ ແລະ​ຫົວ​ໜ້າ​ອື່ນ​ໆ​ທຸກ​ຄົນ​ມາ​ຫາ​ຂ້ອຍ ແລ້ວ​ຂ້ອຍ​ຈະ​ບອກ​ເຂົາ​ເຈົ້າ ແລະ​ຂ້ອຍ​ຈະ​ໃຫ້​ຟ້າ​ກັບ​ດິນ​ເປັນ​ພະຍານ​ນຳ.+ 29  ເພາະ​ຂ້ອຍ​ຮູ້​ດີ​ວ່າ​ຫຼັງ​ຈາກ​ທີ່​ຂ້ອຍ​ຕາຍ​ໄປ​ແລ້ວ ພວກ​ເຈົ້າ​ຈະ​ເຮັດ​ສິ່ງ​ທີ່​ຊົ່ວ​ແທ້​ໆ​+ ແລະ​ພວກ​ເຈົ້າ​ຈະ​ບໍ່​ເຮັດ​ຕາມ​ທີ່​ຂ້ອຍ​ສັ່ງ​ໄວ້. ໃນ​ທີ່​ສຸດ ພວກ​ເຈົ້າ​ຈະ​ເຈິ​ຄວາມທຸກ​ລຳບາກ​ຫຼາຍ​ຢ່າງ+ ຍ້ອນ​ພວກ​ເຈົ້າ​ໄດ້​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເຫັນ​ວ່າ​ຊົ່ວ ແລະ​ເຮັດ​ສິ່ງ​ທີ່​ເຮັດ​ໃຫ້​ເພິ່ນ​ໃຈ​ຮ້າຍ.” 30  ແລ້ວ​ໂມເຊ​ກໍ​ເວົ້າ​ເນື້ອ​ເພງ​ນີ້​ໃຫ້​ພວກ​ອິດສະຣາເອນ​ຟັງ​ຕັ້ງ​ແຕ່​ຕົ້ນ​ຈົນ​ຈົບ.+

ຂໍຄວາມໄຂເງື່ອນ

ເອີ້ນ​ອີກ​ຊື່​ໜຶ່ງ​ວ່າ​ເທດສະການ​ເກັບ​ກ່ຽວ​ຜົນລະປູກ