ພະບັນຍັດ 33:1-29

  • ໂມເຊ​ອວຍພອນ​ໃຫ້​ຕະກູນ​ຕ່າງ​ໆ​ (1-29)

    • “ແຂນ​ທີ່​ໝັ້ນຄົງ​ຕະຫຼອດໄປ” ຂອງ​ພະ​ເຢໂຫວາ (27)

33  ນີ້​ແມ່ນ​ຄຳ​ອວຍພອນ​ຂອງ​ໂມເຊ ຄົນ​ຂອງ​ພະເຈົ້າ​ທ່ຽງແທ້​ທີ່​ໄດ້​ເວົ້າ​ນຳ​ພວກ​ອິດສະຣາເອນ​ກ່ອນ​ທີ່​ລາວ​ຈະ​ຕາຍ.+  ລາວ​ເວົ້າ​ວ່າ: “ພະ​ເຢໂຫວາ​ມາ​ຈາກ​ພູ​ຊີນາຍ.+ເພິ່ນ​ສ່ອງ​ແສງ​ໃສ່ຄົນ​ຂອງ​ເພິ່ນຈາກ​ເຂດ​ພູ​ເສອີ. ແສງ​ລັດ​ສະໝີ​ຂອງ​ເພິ່ນ​ອອກ​ມາ​ຈາກ​ເຂດ​ພູ​ປາຣານ.+ມີທູດສະຫວັນຫຼາຍ​ໝື່ນ​ຫຼາຍ​ແສນ​ອົງ​ຢູ່​ກັບ​ເພິ່ນ+ແລະ​ກອງ​ທັບ​ຂອງ​ເພິ່ນ​ຢູ່​ເບື້ອງ​ຂວາ​ເພິ່ນ.+   ເພິ່ນ​ຮັກ​ຄົນຂອງ​ເພິ່ນ.+ຜູ້​ບໍລິສຸດ​ທຸກ​ຄົນ​ຢູ່​ໃນ​ມື​ຂອງ​ເພິ່ນ.+ ເຂົາ​ເຈົ້າ​ນັ່ງ​ຢູ່​ໃກ້​ໆ​ຕີນ​ຂອງ​ເພິ່ນ+ເພື່ອ​ຈະ​ໄດ້​ຟັງ​ສິ່ງ​ທີ່​ເພິ່ນ​ຈະ​ເວົ້າ.+   (ໂມເຊເອົາ​ກົດ​ໝາຍ​ໃຫ້ພວກ​ເຮົາ+ເຊິ່ງ​ເປັນ​ຄື​ກັບ​ຊັບ​ສົມບັດ​ໃຫ້ລູກ​ຫຼານ​ຂອງ​ຢາໂຄບ.)+   ເພິ່ນ​ໄດ້​ເປັນ​ກະສັດ​ຂອງ​ເຢຊຶຣຶນ*+ຕອນ​ທີ່​ພວກ​ຫົວ​ໜ້າ​ປະຊາຊົນ​ຂອງ​ເພິ່ນ+ແລະ​ທຸກ​ຕະກູນ​ຈາກ​ພວກ​ອິດສະຣາເອນ​ມາ​ລວມ​ໂຕ​ກັນ.”+   ສຳລັບ​ຣູເບັນ ໂມເຊ​ເວົ້າ​ວ່າ: “ຂໍ​ຢ່າ​ໃຫ້​ຣູເບັນ​ສາບ​ສູນ​ໄປ+ແລະ​ຢ່າ​ໃຫ້ຄົນ​ໃນ​ຕະກູນຂອງ​ລາວ​ເຫຼືອ​ແຕ່​ໜ້ອຍ​ດຽວ.”+   ແລະ​ລາວ​ກໍ​ຂໍ​ພອນ​ສຳລັບ​ຢູດາ+ ໂດຍ​ເວົ້າ​ວ່າ: “ພະ​ເຢໂຫວາ​ເອີ້ຍ ຂໍ​ໃຫ້​ພະອົງ​ຟັງ​ສຽງ​ຂອງ​ຢູດາ.+ຂໍ​ພະອົງ​ພາ​ລາວ​ກັບ​ມາ​ຫາ​ຄົນ​ຂອງ​ລາວ. ລາວ​ໃຊ້​ແຂນ​ປົກ​ປ້ອງ​ສິ່ງ​ທີ່​ເປັນ​ຂອງ​ລາວ.ຂໍ​ພະອົງ​ຊ່ວຍ​ໃຫ້​ລາວ​ຊະນະ​ສັດຕູ​ໄດ້.”+   ສຳລັບ​ເລວີ+ ລາວ​ເວົ້າ​ວ່າ: “ຜູ້​ທີ່​ສັດຊື່​ຕໍ່​ພະອົງ+ຈະ​ໄດ້​ທູມມີມ​ແລະ​ອູຣີມ*+ຂອງ​ພະອົງ.ພະອົງ​ໄດ້​ທົດສອບ​ເຂົາ​ເຈົ້າ​ຢູ່​ມາ​ສາ.+ ພະອົງ​ຕໍ່ສູ້​ເຂົາ​ເຈົ້າ​ຢູ່​ເມຣິບາ+ ບ່ອນ​ທີ່​ນ້ຳ​ໄຫຼ​ອອກ.   ເຂົາ​ເຈົ້າ​ເວົ້າ​ກັບ​ພໍ່​ແມ່​ວ່າ ‘ຂ້ອຍ​ບໍ່​ໄດ້​ສົນ​ໃຈພວກ​ເຈົ້າ.’ ເຂົາ​ເຈົ້າ​ປະຕິເສດ​ອ້າຍນ້ອງ​ຂອງ​ເຂົາ​ເຈົ້າ+ແລະ​ບໍ່​ເຂົ້າ​ຂ້າງລູກ​ຊາຍ​ຂອງ​ໂຕເອງ. ຍ້ອນ​ເຂົາ​ເຈົ້າ​ເຊື່ອ​ຟັງ​ພະອົງແລະ​ໄດ້​ເຮັດ​ຕາມ​ທີ່​ສັນຍາ​ໄວ້​ກັບ​ພະອົງ.+ 10  ໃຫ້​ເຂົາ​ເຈົ້າ​ສອນ​ຂໍ້​ກຳນົດ​ຂອງ​ພະອົງ​ໃຫ້​ຢາໂຄບ+ແລະ​ສອນ​ກົດ​ໝາຍ​ຂອງ​ພະອົງ​ໃຫ້​ພວກ​ອິດສະຣາເອນ.+ ໃຫ້​ເຂົາ​ເຈົ້າ​ເຜົາ​ເຄື່ອງຫອມ​ທີ່​ມີ​ກິ່ນ​ຫອມ​ທີ່​ເຮັດ​ໃຫ້​ພະອົງ​ພໍ​ໃຈ*+ແລະ​ເຜົາ​ເຄື່ອງ​ບູຊາ​ຢູ່​ເທິງ​ແທ່ນ​ບູຊາ​ຂອງ​ພະອົງ.+ 11  ພະ​ເຢໂຫວາ​ເອີ້ຍ ຂໍ​ພະອົງ​ອວຍພອນ​ເຂົາ​ເຈົ້າ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ເຂັ້ມແຂງແລະ​ຂໍ​ພະອົງ​ພໍ​ໃຈ​ກັບ​ວຽກ​ທີ່​ເຂົາ​ເຈົ້າ​ເຮັດ. ຂໍ​ພະອົງ​ຫັກ​ຂາ*ຂອງ​ຄົນ​ທີ່​ມາຕໍ່ຕ້ານເຂົາ​ເຈົ້າເພື່ອ​ບໍ່​ໃຫ້​ສັດຕູ​ກັບ​ມາ​ຕໍ່ສູ້​ເຂົາ​ເຈົ້າ​ໄດ້​ອີກ.” 12  ສຳລັບ​ເບັນຢາມິນ+ ລາວ​ເວົ້າ​ວ່າ: “ຂໍ​ໃຫ້​ຄົນ​ທີ່​ພະ​ເຢໂຫວາ​ຮັກ​ປອດໄພ​ຢູ່ໃກ້​ໆ​ພະອົງ.ຂໍ​ໃຫ້​ພະອົງ​ເບິ່ງ​ແຍງ​ລາວ​ໝົດ​ມື້ແລະ​ແບກ​ລາວ​ໄວ້​ເທິງ​ບ່າ.” 13  ສຳລັບ​ໂຢເຊັບ+ ລາວ​ເວົ້າ​ວ່າ: “ຂໍ​ໃຫ້​ພະ​ເຢໂຫວາ​ອວຍພອນ​ແຜ່ນດິນ​ຂອງ​ລາວ+ດ້ວຍ​ສິ່ງ​ທີ່​ດີ​ທີ່​ສຸດ​ຈາກ​ຟ້າດ້ວຍ​ນ້ຳ​ຄ້າງ​ແລະ​ນ້ຳ​ອອກ​ບໍ່+ 14  ດ້ວຍ​ສິ່ງ​ດີ​ໆ​ທີ່ແສງ​ຕາເວັນເຮັດ​ໃຫ້​ເຕີບ​ໃຫຍ່ແລະ​ດ້ວຍ​ຜົນລະປູກ​ດີ​ໆ​ທີ່​ອອກ​ແຕ່​ລະ​ເດືອນ+ 15  ດ້ວຍ​ສິ່ງ​ທີ່​ດີ​ທີ່​ສຸດ​ຈາກ​ພູ​ທີ່​ມີ​ຕັ້ງ​ແຕ່​ດົນແລ້ວ*+ແລະ​ດ້ວຍ​ສິ່ງ​ດີ​ໆ​ຈາກ​ໂນນ​ພູ​ທີ່​ໝັ້ນຄົງ 16  ດ້ວຍ​ສິ່ງ​ດີ​ໆ​ທີ່​ຢູ່​ເຕັມ​ໂລກ+ແລະ​ດ້ວຍ​ພອນ​ຈາກ​ຜູ້​ທີ່​ມາ​ປາກົດ​ຢູ່​ຟຸ່ມ​ໄມ້.+ ຂໍ​ໃຫ້​ພອນ​ທັງ​ໝົດ​ນີ້​ມາ​ຢູ່​ເທິງ​ຫົວ​ຂອງ​ໂຢເຊັບຄືກັບ​ມົງກຸດທີ່​ຢູ່ຫົວຂອງ​ຜູ້​ທີ່​ຖືກ​ເລືອກ​ຈາກ​ອ້າຍນ້ອງ​ຂອງ​ລາວ.+ 17  ລາວ​ຈະ​ແຂງແຮງ​ຄື​ກັບ​ງົວ​ໂຕ​ຜູ້​ທີ່​ເປັນ​ລູກ​ໂຕ​ທຳອິດແລະ​ເຂົາ​ຂອງ​ລາວ​ກໍ​ເປັນ​ຄື​ກັບ​ເຂົາ​ຂອງ​ງົວ​ປ່າ. ລາວ​ຈະ​ໃຊ້​ເຂົາ​ຂອງ​ລາວຊົນ​ໃສ່​ຊາດ​ຕ່າງ​ໆ​ໃຫ້​ໄປ​ຢູ່​ສຸດ​ຂອບ​ໂລກ. ເຂົາ​ເຫຼົ່າ​ນີ້​ແມ່ນ​ພວກ​ເອຟຣາຢິມ​ຫຼາຍ​ໝື່ນ​ຄົນ+ແລະ​ພວກ​ມານາເຊ​ຫຼາຍ​ພັນ​ຄົນ.” 18  ສຳລັບ​ເຊບູລູນ+ ລາວ​ເວົ້າ​ວ່າ: “ຂໍ​ໃຫ້​ເຊບູລູນ​ມີ​ຄວາມ​ສຸກ​ໃນ​ການເດີນ​ທາງ​ອອກ​ໄປ​ຄ້າ​ຂາຍແລະ​ຂໍ​ໃຫ້​ອິດຊາຄາ+ມີ​ຄວາມ​ສຸກ​ຢູ່​ໃນ​ເຕັ້ນ​ຂອງ​ໂຕເອງ. 19  ເຂົາ​ເຈົ້າ​ຈະ​ເອີ້ນ​ຊາດ​ຕ່າງ​ໆ​ໃຫ້​ໄປ​ທີ່​ພູ. ຢູ່​ບ່ອນ​ນັ້ນ ເຂົາ​ເຈົ້າ​ຈະ​ເຜົາເຄື່ອງ​ບູຊາ​ທີ່​ພະເຈົ້າ​ພໍ​ໃຈ. ເຂົາ​ເຈົ້າ​ຈະ​ມີ​ຢູ່​ມີ​ກິນຍ້ອນ​ທະເລທີ່​ອຸດົມ​ສົມບູນແລະ​ຍ້ອນ​ສົມບັດ​ທີ່​ເຊື່ອງ​ໄວ້​ໃນ​ດິນ​ຊາຍ.” 20  ສຳລັບ​ຄາດ+ ລາວ​ເວົ້າ​ວ່າ: “ຂໍ​ອວຍພອນ​ໃຫ້​ຄົນ​ທີ່​ຈະ​ເຮັດ​ໃຫ້​ເຂດ​ແດນ​ຂອງ​ຄາດ​ກວ້າງ​ອອກ.+ ລາວ​ນອນ​ຖ້າ​ຢູ່​ຫັ້ນ​ຄື​ກັບ​ໂຕ​ສິງພ້ອມ​ທີ່​ຈະ​ກັດ​ແລະ​ຈີກແຂນ​ກັບ​ຫົວ​ຂອງ​ເຫຍື່ອ. 21  ລາວ​ຈະ​ເປັນ​ຜູ້​ທຳອິດ​ທີ່​ເລືອກ​ສ່ວນ​ແບ່ງ​ຂອງ​ລາວ.+ຜູ້​ທີ່​ໃຫ້​ກົດ​ໝາຍ​ໄດ້​ຈອງ​ສ່ວນ​ແບ່ງ​ນັ້ນ​ໃຫ້​ລາວ.+ ພວກ​ຫົວ​ໜ້າ​ຂອງ​ປະຊາຊົນ​ຈະ​ມາ​ລວມ​ໂຕ​ກັນ. ລາວ​ຈະ​ເຮັດ​ໃຫ້​ມີ​ຄວາມຍຸຕິທຳ​ຕາມ​ທີ່​ພະ​ເຢໂຫວາ​ຕ້ອງການແລະ​ເຮັດ​ໃຫ້ພວກ​ອິດສະຣາເອນເຮັດ​ຕາມ​ກົດ​ໝາຍ​ຂອງ​ເພິ່ນ.” 22  ສຳລັບ​ດານ+ ລາວ​ເວົ້າ​ວ່າ: “ດານ​ເປັນ​ສິງ​ນ້ອຍ.+ ລາວ​ຈະ​ໂດດ​ອອກ​ມາ​ຈາກ​ບາຊານ.”+ 23  ສຳລັບ​ນັບທາລີ+ ລາວ​ເວົ້າ​ວ່າ: “ນັບທາລີ​ຈະ​ມີ​ຄວາມ​ສຸກ​ຍ້ອນ​ພະ​ເຢໂຫວາ​ພໍ​ໃຈ​ລາວແລະ​ເພິ່ນ​ຈະ​ອວຍພອນ​ໃຫ້​ລາວ​ຫຼາຍ​ໆ​. ຂໍ​ໃຫ້​ລາວ​ໄດ້​ດິນ​ຢູ່​ທາງ​ທິດຕາເວັນຕົກ​ແລະ​ທາງ​ທິດໃຕ້.” 24  ສຳລັບ​ອາເຊ+ ລາວ​ເວົ້າ​ວ່າ: “ພະເຈົ້າ​ໄດ້​ອວຍພອນ​ໃຫ້​ອາເຊ​ມີລູກ​ຊາຍ​ຫຼາຍ​ຄົນ. ຂໍ​ໃຫ້​ລາວ​ເປັນ​ທີ່​ຮັກ​ຂອງ​ພວກ​ອ້າຍນ້ອງ​ຂອງ​ລາວ.ຂໍ​ໃຫ້​ລາວ​ໄດ້​ແຊ່​ຕີນ​ໃນ​ນ້ຳມັນ. 25  ລ໋ອກ​ຂອງ​ປະຕູ​ເມືອງ​ຂອງ​ເຈົ້າ​ຈະ​ເປັນ​ເຫຼັກ​ເປັນ​ທອງແດງ+ແລະ​ຊີວິດ​ຂອງ​ເຈົ້າ​ກໍ​ຈະ​ມີ​ແຕ່​ຄວາມ​ປອດໄພ.” 26  ລາວ​ເວົ້າ​ຕື່ມ​ວ່າ: “ບໍ່​ມີໃຜຄື​ກັບ​ພະເຈົ້າ​ທ່ຽງແທ້+ຂອງ​ເຢຊຶຣຶນ.+ເພິ່ນ​ມາ​ຈາກ​ສະຫວັນ​ເພື່ອ​ຈະ​ຊ່ວຍ​ເຈົ້າ.ເພິ່ນ​ຂີ່​ຂີ້ເຝື້ອ​ມາ​ພ້ອມ​ກັບ​ຄວາມ​ຍິ່ງ​ໃຫຍ່​ຂອງ​ເພິ່ນ.+ 27  ພະເຈົ້າ​ເປັນ​ບ່ອນ​ຫຼົບ​ໄພ​ມາ​ຕັ້ງ​ແຕ່​ສະໄໝ​ແຕ່​ກີ້​ແລ້ວ.+ແຂນ​ທີ່​ໝັ້ນຄົງ​ຕະຫຼອດ​ໄປ​ຂອງ​ເພິ່ນ​ໄດ້​ອູ້ມ​ເຈົ້າ​ຢູ່.+ ເພິ່ນ​ຈະ​ຂັບ​ໄລ່​ພວກ​ສັດຕູ​ໄປ​ຕໍ່​ໜ້າ​ເຈົ້າ+ແລະ​ເພິ່ນ​ຈະ​ເວົ້າ​ວ່າ ‘ທຳລາຍ​ພວກ​ມັນ​ໃຫ້​ໝົດ!’+ 28  ພວກ​ອິດສະຣາເອນ​ຈະ​ຢູ່​ຢ່າງ​ປອດໄພແລະ​ຈະ​ບໍ່ມີ​ຫຍັງ​ມາ​ລົບກວນລູກ​ຫຼານ​ຂອງ​ຢາໂຄບ.*ເຂົາ​ເຈົ້າ​ຈະ​ໄດ້​ເຂົ້າ​ແລະ​ເຫຼົ້າແວງ​ໃໝ່​ຈຳນວນ​ຫຼາຍ​ຈາກ​ແຜ່ນດິນ​ຂອງ​ເຂົາ​ເຈົ້າ+ແລະ​ໃນ​ແຜ່ນດິນ​ນັ້ນ​ຈະ​ມີ​ນ້ຳ​ຄ້າງ​ລົງ​ມາ​ຈາກ​ຟ້າ.+ 29  ພວກ​ອິດສະຣາເອນ​ເອີ້ຍ ພວກ​ເຈົ້າ​ມີ​ຄວາມ​ສຸກ​ຫຼາຍ​ແທ້​ໆ​.+ ບໍ່​ມີ​ຜູ້​ໃດ​ເປັນ​ຄື​ກັບ​ພວກ​ເຈົ້າ.+ພວກ​ເຈົ້າ​ມີ​ຄວາມ​ສຸກ ຍ້ອນ​ພະ​ເຢໂຫວາ​ໄດ້​ຊ່ວຍ​ໃຫ້​ພວກ​ເຈົ້າ​ລອດ.+ເພິ່ນ​ເປັນ​ໂລ້​ທີ່​ປົກ​ປ້ອງ​ພວກ​ເຈົ້າ.+ເພິ່ນ​ເປັນ​ດາບ​ທີ່​ຍິ່ງ​ໃຫຍ່​ຂອງ​ພວກ​ເຈົ້າ. ສັດຕູ​ຈະ​ຢ້ານ​ພວກ​ເຈົ້າ​ຈົນ​ຫົວ​ຫົດ+ແລະ​ພວກ​ເຈົ້າ​ຈະ​ຢຽບ​ຫຼັງ​ຂອງ​ພວກ​ເຂົາ.”*

ຂໍຄວາມໄຂເງື່ອນ

ແປ​ວ່າ “ຄົນ​ທີ່​ຊື່​ກົງ.” ເປັນ​ຄຳ​ທີ່​ໃຊ້​ເອີ້ນ​ຄົນ​ອິດສະຣາເອນ​ແບບ​ໃຫ້​ກຽດ.
ແປ​ຕາມ​ໂຕ​ວ່າ “ຜ່ອນຄາຍ”
ຫຼື “ສະໂພກ”
ຫຼື​ອາດ​ແປ​ວ່າ “ພູ​ທີ່​ຢູ່​ທາງ​ທິດ​ຕາເວັນ​ອອກ”
ແປ​ຕາມ​ໂຕ​ວ່າ “ນ້ຳ​ອອກ​ບໍ່​ຂອງ​ຢາໂຄບ”
ຫຼື​ອາດ​ແປ​ວ່າ “ບ່ອນ​ສູງ.” ໝາຍເຖິງ​ໂນນ​ຫຼື​ພູ.