ພະບັນຍັດ 34:1-12

  • ພະ​ເຢໂຫວາ​ໃຫ້​ໂມເຊ​ເຫັນ​ແຜ່ນດິນ​ທີ່​ເພິ່ນ​ສັນຍາ (1-4)

  • ໂມເຊ​ຕາຍ (5-12)

34  ຈາກ​ບ່ອນ​ກັນດານ​ໂມອາບ ໂມເຊ​ໄດ້​ຂຶ້ນ​ໄປ​ເທິງ​ຈອມ​ພູ​ເນໂບ+​ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ​ພູ​ປິຊະກາ+ ເຊິ່ງ​ຢູ່​ກົງ​ກັນ​ຂ້າມ​ກັບ​ເມືອງ​ເຢຣິໂກ.+ ພະ​ເຢໂຫວາ​ໃຫ້​ລາວ​ເຫັນ​ແຜ່ນດິນ​ທັງ​ໝົດ​ຕັ້ງ​ແຕ່​ກິລຽດ​ໄປ​ຈົນ​ຮອດ​ດານ.+  ເພິ່ນ​ໃຫ້​ລາວ​ເຫັນ​ແຜ່ນດິນ​ທັງ​ໝົດ​ຂອງ​ນັບທາລີ ເອຟຣາຢິມ ມານາເຊ ແລະ​ຂອງ​ຢູດາ​ໄປ​ຈົນ​ຮອດ​ທະເລ​ທາງ​ທິດຕາເວັນຕົກ.*+  ເພິ່ນ​ຍັງ​ໃຫ້​ລາວ​ເຫັນ​ເຂດ​ເນເກັບ*+ ເຂດ​ຈໍແດນ+ ແລະ​ທົ່ງພຽງ​ຂອງ​ເມືອງ​ເຢຣິໂກ​ເຊິ່ງ​ເປັນ​ເມືອງ​ແຫ່ງ​ຕົ້ນປາມ​ໄປ​ຈົນ​ຮອດ​ເມືອງ​ໂຊອາ.+  ຈາກ​ນັ້ນ ພະ​ເຢໂຫວາ​ກໍ​ເວົ້າ​ກັບ​ໂມເຊ​ວ່າ: “ນີ້​ແມ່ນ​ແຜ່ນດິນ​ທີ່​ເຮົາ​ສັນຍາ​ກັບ​ອັບຣາຮາມ ອີຊາກ ແລະ​ຢາໂຄບ​ວ່າ ‘ເຮົາ​ຈະ​ເອົາ​ໃຫ້ລູກ​ຫຼານ​ຂອງ​ເຈົ້າ.’+ ເຮົາ​ຈະ​ໃຫ້​ເຈົ້າ​ເບິ່ງ​ຊື່​ໆ​ ແຕ່​ເຈົ້າ​ຈະ​ບໍ່​ໄດ້​ໄປ​ພຸ້ນ.”+  ຫຼັງ​ຈາກ​ນັ້ນ ໂມເຊ​ຜູ້​ຮັບ​ໃຊ້​ຂອງ​ພະ​ເຢໂຫວາ​ກໍ​ໄດ້​ຕາຍ​ຢູ່​ຫັ້ນ​ໃນ​ແຜ່ນດິນ​ໂມອາບ ຕາມ​ທີ່​ພະ​ເຢໂຫວາ​ບອກ​ໄວ້.+  ເພິ່ນ​ໄດ້​ຝັງ​ລາວ​ຢູ່​ຮ່ອມພູ​ໃນ​ແຜ່ນດິນ​ໂມອາບ​ກົງ​ກັນ​ຂ້າມ​ກັບ​ເບັດເປໂອ ແລະ​ຈົນ​ຮອດ​ດຽວ​ນີ້​ກໍ​ບໍ່​ມີ​ໃຜ​ຮູ້​ວ່າ​ບ່ອນ​ຝັງ​ສົບ​ຂອງ​ລາວ​ຢູ່​ໃສ.+  ໂມເຊ​ຕາຍ​ຕອນ​ອາຍຸ 120 ປີ.+ ຕອນ​ນັ້ນ​ຕາ​ຂອງ​ລາວ​ກໍ​ຍັງ​ດີ ແລະ​ລາວ​ກໍ​ຍັງ​ມີ​ເຫື່ອ​ມີ​ແຮງ​ຢູ່.  ພວກ​ອິດສະຣາເອນ​ຮ້ອງໄຫ້​ໂສກເສົ້າ​ຍ້ອນ​ໂມເຊ​ເປັນ​ເວລາ 30 ມື້+ ຢູ່​ບ່ອນ​ກັນດານ​ໂມອາບ. ແລ້ວ​ເວລາ​ຂອງ​ການ​ຮ້ອງໄຫ້​ໄວ້ທຸກ​ກໍ​ຈົບ​ລົງ.  ໂຢຊວຍ​ລູກ​ຊາຍ​ຂອງ​ນູນ​ໄດ້​ຮັບສະຕິປັນຍາ​ຫຼາຍ​ຈາກ​ພະເຈົ້າ* ຍ້ອນ​ໂມເຊ​ໄດ້ວາງ​ມື​ເທິງ​ລາວ​ແລະ​ແຕ່ງຕັ້ງ​ລາວ.+ ພວກ​ອິດສະຣາເອນ​ກໍ​ເຊື່ອ​ຟັງ​ລາວ ແລະ​ໄດ້​ເຮັດ​ຕາມ​ທີ່​ພະ​ເຢໂຫວາ​ເຄີຍ​ສັ່ງ​ໂມເຊ​ໄວ້.+ 10  ຫຼັງ​ຈາກ​ທີ່​ໂມເຊ​ຕາຍ​ແລ້ວ ໃນ​ອິດສະຣາເອນ​ກໍ​ບໍ່​ມີ​ຜູ້ພະຍາກອນ​ຄົນ​ໃດ​ຄື​ກັບ​ລາວ​ອີກ​ເລີຍ.+ ລາວ​ເປັນ​ຜູ້​ທີ່​ພະ​ເຢໂຫວາ​ໄດ້​ເວົ້າ​ນຳ​ແບບ 2 ຄົນ​ລົມ​ກັນ​ເຊິ່ງ​ໜ້າ.+ 11  ພະ​ເຢໂຫວາ​ໄດ້​ໃຊ້​ລາວ​ໃຫ້​ເຮັດ​ການອັດສະຈັນ ແລະ​ສະແດງ​ລິດເດດ​ທີ່​ຍິ່ງ​ໃຫຍ່​ຂອງ​ເພິ່ນ​ຢູ່​ແຜ່ນດິນ​ເອຢິບ​ເພື່ອ​ຈັດ​ການ​ຟາໂຣ* ພວກ​ຜູ້​ຮັບ​ໃຊ້​ຂອງ​ລາວ ແລະ​ແຜ່ນດິນ​ຂອງ​ລາວ.+ 12  ໂມເຊ​ຍັງ​ໄດ້​ເຮັດ​ໃຫ້​ພວກ​ອິດສະຣາເອນ​ທຸກ​ຄົນ​ເຫັນ​ລິດເດດ​ແລະ​ຄວາມ​ຍິ່ງ​ໃຫຍ່​ຂອງ​ເພິ່ນ.+

ຂໍຄວາມໄຂເງື່ອນ

ໝາຍເຖິງ​ທະເລ​ໃຫຍ່ ຫຼື​ທະເລ​ເມດີແຕຣາເນ
ຫຼື “ທາງ​ທິດໃຕ້.” ໝາຍເຖິງ​ທາງ​ໃຕ້​ຂອງ​ແຜ່ນດິນ​ທີ່​ພະເຈົ້າ​ສັນຍາ.
ຫຼື “ສະຕິປັນຍາ​ໂດຍ​ທາງ​ພະລັງ​ຂອງ​ພະເຈົ້າ”
ນີ້​ແມ່ນ​ຕຳແໜ່ງ​ກະສັດ​ຂອງ​ເອຢິບ