ພະບັນຍັດ 9:1-29

  • ເຫດຜົນ​ທີ່​ພວກ​ອິດສະຣາເອນ​ໄດ້​ແຜ່ນດິນ (1-6)

  • ພວກ​ອິດສະຣາເອນ​ເຮັດ​ໃຫ້​ພະ​ເຢໂຫວາ​ໃຈ​ຮ້າຍ 4 ເທື່ອ (7-29)

    • ຮູບ​ງົວ​ນ້ອຍ​ທີ່​ເປັນ​ຄຳ (7-14)

    • ໂມເຊ​ອ້ອນວອນ (15-21, 25-29)

    • ເຮັດ​ໃຫ້​ພະເຈົ້າ​ໃຈ​ຮ້າຍ​ອີກ 3 ເທື່ອ (22)

9  “ພວກ​ອິດສະຣາເອນ​ເອີ້ຍ ຂໍ​ໃຫ້​ຟັງ​ເດີ້. ມື້​ນີ້​ພວກ​ເຈົ້າ​ຈະ​ຂ້າມ​ແມ່​ນ້ຳ​ຈໍແດນ​ໄປ+ ເພື່ອ​ຈະ​ເຂົ້າໄປ​ຍຶດ​ເອົາແຜ່ນດິນ​ຂອງ​ຊາດ​ຕ່າງ​ໆ​ທີ່ມີ​ຄົນ​ຫຼາຍ​ກວ່າແລະ​ມີ​ກຳລັງ​ຫຼາຍ​ກວ່າ​ພວກ​ເຈົ້າ.+ ເມືອງ​ຕ່າງ​ໆ​ຂອງ​ພວກ​ເຂົາ​ທັງ​ໃຫຍ່​ແລະ​ມີ​ກຳແພງ*ອ້ອມເມືອງ​ທີ່ສູງ​ຈົນ​ຮອດ​ຟ້າ.+  ຄົນ​ຢູ່​ຫັ້ນ​ທັງ​ໃຫຍ່​ທັງ​ສູງ​ແລະ​ເປັນ​ລູກ​ຫຼານ​ຂອງ​ອານາກ.+ ພວກ​ເຈົ້າ​ກໍ​ຮູ້​ແລະ​ເຄີຍ​ໄດ້​ຍິນ​ຄົນ​ພາກັນ​ເວົ້າ​ວ່າ ‘ຜູ້​ໃດ​ຊິ​ໄປ​ຕໍ່ສູ້​ກັບ​ພວກ​ລູກ​ຫຼານ​ຂອງ​ອານາກ​ໄດ້?’  ແຕ່ຢ່າ​ລືມວ່າ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຈະ​ຂ້າມ​ໄປ​ກ່ອນ​ພວກ​ເຈົ້າ.+ ເພິ່ນ​ເປັນ​ຄື​ກັບ​ໄຟ​ທີ່​ເຜົາ​ຜານ+ແລະ​ເພິ່ນ​ຈະ​ທຳລາຍ​ຊາດ​ຕ່າງ​ໆ​ເຫຼົ່າ​ນັ້ນ. ພະ​ເຢໂຫວາ​ຈະ​ຂັບ​ໄລ່​ພວກ​ເຂົາ​ອອກ​ໄປ​ຕໍ່​ໜ້າ​ພວກ​ເຈົ້າ​ຢ່າງ​ໄວ ແລະ​ຈະ​ທຳລາຍ​ພວກ​ເຂົາ​ຄື​ກັບ​ທີ່​ເພິ່ນ​ໄດ້​ສັນຍາ​ໄວ້.+  ເມື່ອ​ພະ​ເຢໂຫວາ​ພະເຈົ້າ​ຂັບ​ໄລ່​ພວກ​ເຂົາ​ອອກ​ໄປ​ຕໍ່​ໜ້າ​ພວກ​ເຈົ້າ​ແລ້ວ ຢ່າ​ຄິດ​ເອົາ​ເອງ​ວ່າ ‘ພະ​ເຢໂຫວາ​ພາ​ຂ້ອຍ​ມາ​ຍຶດ​ແຜ່ນດິນ​ນີ້​ຍ້ອນ​ຄວາມ​ດີ​ຂອງ​ຂ້ອຍ.’+ ແທ້​ໆ​ແລ້ວ ພະ​ເຢໂຫວາ​ໄລ່​ຊາດ​ຕ່າງ​ໆ​+ອອກ​ໄປ​ຕໍ່​ໜ້າ​ພວກ​ເຈົ້າ​ກໍ​ຍ້ອນ​ຄວາມ​ຊົ່ວ​ຂອງ​ພວກ​ເຂົາ.  ພວກ​ເຈົ້າ​ຈະ​ຍຶດ​ເອົາ​ແຜ່ນດິນ​ຂອງ​ພວກ​ເຂົາ​ໄດ້ ບໍ່​ແມ່ນ​ຍ້ອນ​ພວກ​ເຈົ້າ​ເປັນ​ຄົນ​ດີ​ຫຼືມີ​ໃຈ​ສັດຊື່. ແຕ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຈະ​ຂັບ​ໄລ່​ຊາດ​ຕ່າງ​ໆ​ອອກ​ໄປ​ຕໍ່​ໜ້າ​ພວກ​ເຈົ້າ+ ກໍ​ຍ້ອນ​ພວກ​ເຂົາ​ເປັນ​ຄົນ​ຊົ່ວ ແລະ​ຍ້ອນ​ພະ​ເຢໂຫວາ​ເຮັດ​ຕາມ​ຄຳ​ສັນຍາ​ທີ່​ໃຫ້​ໄວ້​ກັບ​ອັບຣາຮາມ+ ອີຊາກ+ ແລະ​ຢາໂຄບ+​ທີ່​ເປັນ​ປູ່​ຍ່າ​ຕາ​ນາຍ​ຂອງ​ພວກ​ເຈົ້າ.  ຂໍ​ໃຫ້​ຮູ້​ໄວ້​ວ່າ​ພະ​ເຢໂຫວາ​ພະເຈົ້າ​ຊ່ວຍ​ພວກ​ເຈົ້າ​ໃຫ້​ຍຶດ​ເອົາ​ແຜ່ນດິນ​ດີ​ໆ​ນີ້​ໄດ້ ບໍ່​ແມ່ນ​ຍ້ອນ​ພວກ​ເຈົ້າ​ເປັນ​ຄົນ​ດີ ເພາະ​ແທ້​ໆ​ແລ້ວ​ພວກ​ເຈົ້າ​ເປັນ​ຄົນ​ຫົວ​ແຂງ.+  ຂໍ​ໃຫ້​ຈື່​ໄວ້​ແລະ​ຢ່າ​ລືມ​ເດັດຂາດ ພວກ​ເຈົ້າ​ໄດ້​ເຮັດ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ໃຈ​ຮ້າຍ​ຢູ່​ບ່ອນ​ກັນດານ.+ ພວກ​ເຈົ້າ​ໄດ້​ກະບົດ​ຕໍ່​ພະ​ເຢໂຫວາ+​ຕັ້ງ​ແຕ່​ມື້​ທີ່​ອອກ​ຈາກ​ເອຢິບ​ຈົນ​ຮອດ​ບ່ອນ​ນີ້.  ແມ່ນ​ແຕ່​ຕອນ​ທີ່​ຢູ່​ໂຮເຣັບ ພວກ​ເຈົ້າ​ກໍ​ເຮັດ​ໃຫ້​ພະ​ເຢໂຫວາ​ໃຈ​ຮ້າຍ ແລະ​ພະ​ເຢໂຫວາ​ກໍ​ໃຈ​ຮ້າຍ​ຫຼາຍ​ຈົນ​ຢາກ​ຈະ​ທຳລາຍ​ພວກ​ເຈົ້າ​ໃຫ້​ໝົດ​ໄປ​ເລີຍ.+  ຕອນ​ນັ້ນ ຂ້ອຍ​ຂຶ້ນ​ໄປ​ເທິງ​ພູ​ເພື່ອ​ຈະ​ໄປ​ເອົາ​ແຜ່ນ​ຫີນ 2 ແຜ່ນ+ ເຊິ່ງ​ມີ​ຄຳ​ສັນຍາ​ທີ່​ພະ​ເຢໂຫວາ​ເຮັດ​ກັບ​ພວກ​ເຈົ້າ.+ ຂ້ອຍ​ຢູ່ເທິງ​ພູ​ນັ້ນ 40 ມື້ 40 ຄືນ+​ແລະ​ບໍ່​ໄດ້​ກິນ​ເຂົ້າ​ບໍ່​ໄດ້​ກິນ​ນ້ຳ​ເລີຍ. 10  ແລ້ວ​ພະ​ເຢໂຫວາ​ໄດ້​ເອົາ​ແຜ່ນ​ຫີນ 2 ແຜ່ນ​ທີ່​ເພິ່ນ​ຂຽນ​ດ້ວຍ​ມື​ຂອງ​ເພິ່ນ​ເອງ​ໃຫ້​ຂ້ອຍ ແລະ​ໃນ​ແຜ່ນ​ຫີນ 2 ແຜ່ນ​ນັ້ນ​ກໍ​ມີ​ຄຳເວົ້າ​ຂອງ​ພະ​ເຢໂຫວາ​ທີ່​ເພິ່ນ​ເວົ້າ​ກັບ​ພວກ​ເຈົ້າ​ຈາກ​ໄຟ​ຢູ່​ເທິງ​ພູ​ໃນ​ມື້​ທີ່​ພວກ​ເຈົ້າ​ມາ​ປະຊຸມ​ກັນ.+ 11  ເມື່ອ​ຮອດ 40 ມື້ 40 ຄືນ​ແລ້ວ ພະ​ເຢໂຫວາ​ກໍ​ເອົາ​ແຜ່ນ​ຫີນ 2 ແຜ່ນ​ທີ່​ມີ​ຄຳ​ສັນຍາ​ຂອງ​ເພິ່ນ​ໃຫ້​ຂ້ອຍ. 12  ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ວ່າ ‘ໃຫ້​ຟ້າວ​ລົງ​ໄປ ເພາະ​ຄົນ​ທີ່​ເຈົ້າ​ພາ​ອອກ​ມາ​ຈາກ​ເອຢິບ​ນັ້ນ​ໄດ້​ເຮັດ​ຊົ່ວ​ແລ້ວ.+ ເຂົາ​ເຈົ້າ​ຖິ້ມ​ຄຳ​ສັ່ງ​ຂອງ​ເຮົາ​ໄວ​ຫຼາຍ. ເຂົາ​ເຈົ້າ​ຫຼໍ່​ຮູບ​ບູຊາ​ຂຶ້ນ​ມາ​ເພື່ອ​ຂາບ​ໄຫວ້.’+ 13  ພະ​ເຢໂຫວາ​ບອກ​ຂ້ອຍ​ວ່າ ‘ເຮົາ​ເຫັນ​ແລ້ວ​ວ່າ​ຄົນ​ພວກ​ນີ້​ເປັນ​ຄົນ​ຫົວ​ແຂງ​ແທ້​ໆ​.+ 14  ຢ່າ​ຫ້າມ​ເຮົາ​ເລີຍ. ເຮົາ​ຈະ​ທຳລາຍ​ເຂົາ​ເຈົ້າ​ແລະ​ເຮັດ​ໃຫ້​ບໍ່​ມີ​ຜູ້​ໃດ​ໃນ​ໂລກ​ນີ້​ຈື່​ຊື່​ຂອງ​ເຂົາ​ເຈົ້າ​ໄດ້. ເຮົາ​ຈະ​ເຮັດ​ໃຫ້​ລູກ​ຫຼານ​ຂອງ​ເຈົ້າ​ກາຍ​ເປັນ​ຊາດ​ທີ່​ມີ​ກຳລັງ​ຫຼາຍ​ກວ່າ​ແລະ​ມີ​ຄົນ​ຫຼາຍ​ກວ່າ​ເຂົາ​ເຈົ້າ.’+ 15  ຂ້ອຍ​ລົງ​ມາ​ຈາກ​ພູ​ຕອນ​ທີ່​ຍັງ​ມີ​ໄຟ​ລຸກ​ຢູ່+ ແລະ​ຖື​ແຜ່ນ​ຫີນ 2 ແຜ່ນ​ທີ່​ມີ​ຄຳ​ສັນຍາ​ລົງ​ມາ​ນຳ.+ 16  ແລ້ວ​ຂ້ອຍ​ກໍ​ເຫັນ​ພວກ​ເຈົ້າ​ເຮັດ​ຜິດ​ຕໍ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ. ພວກ​ເຈົ້າ​ໄດ້​ຫຼໍ່ຮູບ​ງົວ​ນ້ອຍຂຶ້ນ​ມາ​ເພື່ອ​ນະມັດສະການ. ພວກ​ເຈົ້າ​ຖິ້ມ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ​ໄວ​ຫຼາຍ.+ 17  ຂ້ອຍ​ກໍ​ເລີຍ​ຖິ້ມ​ແຜ່ນ​ຫີນ​ທັງ​ສອງ​ແຜ່ນ​ລົງ​ພື້ນ ແລ້ວ​ແຜ່ນ​ຫີນ​ກໍ​ແຕກ​ເປັນ​ປ່ຽງ​ໆ​ຕໍ່​ໜ້າ​ພວກ​ເຈົ້າ.+ 18  ແລ້ວ​ຂ້ອຍ​ກໍ​ໝູບ​ໜ້າ​ລົງ​ພື້ນ​ຕໍ່​ໜ້າ​ພະ​ເຢໂຫວາໃນ​ລະຫວ່າງ 40 ມື້ 40 ຄືນ. ຂ້ອຍ​ບໍ່​ໄດ້​ກິນ​ເຂົ້າ​ບໍ່​ໄດ້​ກິນ​ນ້ຳ​ເລີຍ+​ຍ້ອນ​ພວກ​ເຈົ້າ​ເຮັດ​ຜິດ ໂດຍ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເຫັນ​ວ່າ​ຊົ່ວ​ແລະ​ເຮັດ​ໃຫ້​ເພິ່ນ​ບໍ່​ພໍ​ໃຈ. 19  ຂ້ອຍ​ຢ້ານ​ຫຼາຍ ຍ້ອນ​ພະ​ເຢໂຫວາ​ໃຈ​ຮ້າຍ​ໃຫ້​ພວກ​ເຈົ້າ​ແຮງ.+ ເພິ່ນ​ເກືອບ​ຊິ​ທຳລາຍ​ພວກ​ເຈົ້າ​ໃຫ້​ໝົດ​ໄປ​ແລ້ວ ແຕ່​ຍັງ​ດີ​ທີ່​ເທື່ອ​ນັ້ນ​ພະ​ເຢໂຫວາ​ຍັງ​ຟັງ​ຂ້ອຍ​ຢູ່.+ 20  ພະ​ເຢໂຫວາ​ກໍ​ໃຈ​ຮ້າຍ​ໃຫ້​ອາໂຣນ​ແຮງແລະ​ຢາກ​ຈະ​ທຳລາຍ​ລາວ.+ ແຕ່​ຕອນ​ນັ້ນ ຂ້ອຍ​ໄດ້​ອ້ອນວອນ​ເພື່ອ​ລາວ​ຄື​ກັນ. 21  ແລ້ວ​ຂ້ອຍ​ກໍ​ເອົາຮູບ​ງົວ​ນ້ອຍ+ທີ່​ເປັນ​ສິ່ງ​ຊົ່ວ​ຮ້າຍ​ທີ່​ພວກ​ເຈົ້າ​ເຮັດ​ຂຶ້ນ​ມາ​ນັ້ນ​ໄປ​ເຜົາ​ໄຟ. ຂ້ອຍ​ບົດ​ມັນ​ຈົນ​ມຸ່ນ​ແລ້ວ​ເອົາ​ໄປ​ໂຮຍ​ໃສ່​ນ້ຳ​ຫ້ວຍ​ທີ່​ໄຫຼ​ມາ​ແຕ່​ພູ.+ 22  ຕໍ່ມາ ພວກ​ເຈົ້າ​ກໍ​ເຮັດ​ໃຫ້​ພະ​ເຢໂຫວາ​ໃຈ​ຮ້າຍ​ອີກ​ຕອນຢູ່ຕາ​ເບຣາ+ ຢູ່​ມາ​ສາ+ ແລະ​ຢູ່​ກິບໂຣດຮັດຕາວາ.+ 23  ຕອນ​ທີ່​ພະ​ເຢໂຫວາ​ໃຫ້​ພວກ​ເຈົ້າ​ອອກ​ຈາກ​ກາເດັດ​ບາ​ເນອາ+ ເພິ່ນ​ສັ່ງ​ພວກ​ເຈົ້າ​ວ່າ ‘ໃຫ້​ຂຶ້ນ​ໄປ​ແລະ​ຍຶດ​ເອົາ​ແຜ່ນດິນ​ທີ່​ເຮົາ​ຊິ​ເອົາ​ໃຫ້​ພວກ​ເຈົ້າ.’ ພວກ​ເຈົ້າ​ກໍ​ຂັດ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ອີກ.+ ພວກ​ເຈົ້າ​ບໍ່​ເຊື່ອ+​ເພິ່ນ​ແລະ​ບໍ່​ຟັງ​ຄວາມ​ເພິ່ນ. 24  ຕັ້ງ​ແຕ່​ຂ້ອຍ​ຮູ້ຈັກ​ພວກ​ເຈົ້າ​ມາ ພວກ​ເຈົ້າ​ກະບົດ​ຕໍ່​ພະ​ເຢໂຫວາ​ຕະຫຼອດ​ເລີຍ. 25  ຂ້ອຍ​ໄດ້​ໝູບ​ໜ້າ​ລົງ​ຕໍ່​ໜ້າ​ພະ​ເຢໂຫວາລະຫວ່າງ 40 ມື້ 40 ຄືນ.+ ຂ້ອຍ​ເຮັດ​ແນວ​ນີ້​ກໍ​ຍ້ອນ​ພະ​ເຢໂຫວາ​ບອກ​ວ່າ​ຊິ​ທຳລາຍ​ພວກ​ເຈົ້າ. 26  ຂ້ອຍອ້ອນວອນພະ​ເຢໂຫວາ​ວ່າ ‘ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ ຂໍ​ຢ່າ​ທຳລາຍ​ຄົນ​ຂອງ​ພະອົງ. ເຂົາ​ເຈົ້າ​ເປັນ​ຊັບ​ສົມບັດ​ສ່ວນ​ໂຕ​ຂອງ​ພະອົງ.+ ພະອົງ​ໄດ້​ໃຊ້​ລິດເດດ​ທີ່​ຍິ່ງ​ໃຫຍ່​ຂອງ​ພະອົງ*+ຊ່ວຍ​ເຂົາ​ເຈົ້າ​ໃຫ້​ລອດ ແລະ​ພາ​ເຂົາ​ເຈົ້າ​ອອກ​ມາ​ຈາກ​ເອຢິບ. 27  ຂໍ​ພະອົງ​ຄິດເຖິງ​ອັບຣາຮາມ ອີຊາກ ແລະ​ຢາໂຄບ+​ທີ່​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພະອົງ. ຂໍ​ພະອົງ​ຢ່າ​ສົນ​ໃຈ​ຄົນ​ພວກ​ນີ້​ທີ່​ເປັນ​ຄົນ​ຫົວ​ແຂງ ເປັນ​ຄົນ​ຊົ່ວ ແລະ​ເຮັດ​ຜິດ.+ 28  ຖ້າ​ພະອົງ​ທຳລາຍ​ເຂົາ​ເຈົ້າ ຄົນ​ໃນ​ແຜ່ນດິນ​ທີ່​ພະອົງ​ພາ​ເຂົາ​ເຈົ້າ​ອອກ​ມາ​ອາດ​ຈະ​ເວົ້າ​ວ່າ “ພະ​ເຢໂຫວາ​ພາ​ເຂົາ​ເຈົ້າ​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ເພິ່ນ​ສັນຍາ​ໄວ້​ບໍ່​ໄດ້. ຍ້ອນ​ເພິ່ນ​ຊັງ​ເຂົາ​ເຈົ້າ ເພິ່ນ​ຈຶ່ງ​ພາ​ເຂົາ​ເຈົ້າ​ອອກ​ມາ​ຂ້າ​ຢູ່​ບ່ອນ​ກັນດານ​ນີ້.”+ 29  ເຂົາ​ເຈົ້າ​ເປັນ​ຄົນ​ຂອງ​ພະອົງ​ແລະ​ເປັນ​ຊັບ​ສົມບັດ​ສ່ວນ​ໂຕ​ຂອງ​ພະອົງ.+ ພະອົງ​ໃຊ້​ລິດເດດ​ທີ່​ຍິ່ງ​ໃຫຍ່*+ຂອງ​ພະອົງຊ່ວຍ​ເຂົາ​ເຈົ້າ​ໃຫ້​ລອດ.’”

ຂໍຄວາມໄຂເງື່ອນ

ໝາຍເຖິງ​ປ້ອມ
ແປ​ຕາມ​ໂຕ​ວ່າ “ຄວາມ​ຍິ່ງໃຫຍ່​ຂອງ​ພະອົງ​ແລະ​ມື​ທີ່​ແຂງແຮງ”
ແປ​ຕາມ​ໂຕ​ວ່າ “ລິດເດດ​ທີ່​ຍິ່ງໃຫຍ່​ແລະ​ແຂນ​ທີ່​ຢຽດ​ອອກ”