ຂ່າວດີທີ່ຂຽນໂດຍມັດທາຍ 21:1-46
21 ເມື່ອພະເຢຊູກັບພວກລູກສິດເດີນທາງມາໃກ້ເມືອງເຢຣູຊາເລັມ ແລະເກືອບຈະຮອດບ້ານເບັດຟາເຄທີ່ຢູ່ເທິງພູໝາກກອກ ພະເຢຊູກໍໃຫ້ລູກສິດ 2 ຄົນເດີນທາງໄປກ່ອນ.+
2 ເພິ່ນສັ່ງເຂົາເຈົ້າວ່າ: “ເຂົ້າໄປໃນບ້ານທີ່ຢູ່ທາງໜ້ານີ້ ແລ້ວພວກເຈົ້າຈະເຫັນລາໂຕໜຶ່ງກັບລູກຂອງມັນຖືກລ່າມໄວ້. ໃຫ້ແກ້ເຊືອກພວກມັນແລ້ວຈູງມາໃຫ້ຂ້ອຍ.
3 ຖ້າມີຄົນຖາມກໍໃຫ້ຕອບວ່າ ‘ຜູ້ເປັນນາຍຕ້ອງການໃຊ້ມັນ’ ແລ້ວລາວຈະໃຫ້ພວກເຈົ້າທັນທີ.”
4 ສິ່ງນີ້ເກີດຂຶ້ນຕາມທີ່ພະເຈົ້າບອກໄວ້ຜ່ານທາງຜູ້ພະຍາກອນທີ່ວ່າ:
5 “ໄປບອກຄົນໃນເມືອງຊີໂອນວ່າ ‘ເບິ່ງແມ້! ກະສັດຂອງພວກເຈົ້າກຳລັງມາ+ ເພິ່ນເປັນຄົນອ່ອນໂຍນ+ແລະນັ່ງເທິງຫຼັງລາ. ເພິ່ນນັ່ງເທິງຫຼັງລານ້ອຍທີ່ເປັນສັດແກ່ເຄື່ອງ.’”+
6 ລູກສິດ 2 ຄົນນັ້ນກໍໄປເຮັດຕາມທີ່ພະເຢຊູສັ່ງ.+
7 ເຂົາເຈົ້າຈູງລາກັບລູກຂອງມັນມາ ແລະເອົາເສື້ອຄຸມຂອງເຂົາເຈົ້າປູເທິງຫຼັງລາ ແລ້ວໃຫ້ພະເຢຊູຂຶ້ນນັ່ງ.+
8 ມີຄົນບັກຫຼາຍໆເອົາເສື້ອຄຸມຂອງເຂົາເຈົ້າມາປູຕາມທາງ+ ແລະບາງຄົນກໍຕັດໃບປາມມາປູ.
9 ຜູ້ທີ່ຍ່າງອອກໜ້າແລະຜູ້ທີ່ຍ່າງນຳຫຼັງກໍຮ້ອງວ່າ: “ທ່ານທີ່ເປັນລູກຫຼານຂອງດາວິດ ຂໍໃຫ້ທ່ານໝັ້ນຍືນ!+ ຂໍໃຫ້ທ່ານທີ່ມາໃນນາມພະເຢໂຫວາ*ໄດ້ຮັບພອນ!+ ຂໍໃຫ້ພະເຈົ້າທີ່ຢູ່ໃນສະຫວັນເຮັດໃຫ້ທ່ານໝັ້ນຍືນ!”+
10 ເມື່ອພະເຢຊູເຂົ້າໄປໃນເມືອງເຢຣູຊາເລັມ ຄົນໝົດເມືອງກໍພາກັນຕື່ນແລະຖາມວ່າ: “ຜູ້ນີ້ແມ່ນໃຜ?”
11 ຄົນທີ່ຢູ່ນຳເພິ່ນເວົ້າວ່າ: “ຜູ້ນີ້ແມ່ນເຢຊູ. ລາວແມ່ນຜູ້ພະຍາກອນ+ຈາກເມືອງນາຊາເຣັດແຂວງຄາລີເລ.”
12 ແລ້ວພະເຢຊູກໍເຂົ້າໄປໃນວິຫານ ເພິ່ນໄລ່ຄົນທີ່ກຳລັງຊື້ຂາຍກັນຢູ່ຫັ້ນໃຫ້ອອກໄປ. ເພິ່ນຂວ້ຳໂຕະຂອງຄົນແລກປ່ຽນເງິນແລະຂວ້ຳຕັ່ງຂອງຄົນທີ່ຂາຍນົກເຂົາ.+
13 ພະເຢຊູບອກເຂົາເຈົ້າວ່າ: “ພະຄຳພີບອກໄວ້ວ່າ ‘ວິຫານຂອງເຮົາຈະຖືກເອີ້ນວ່າວິຫານສຳລັບການອະທິດຖານ’+ ແຕ່ພວກເຈົ້າພັດເຮັດໃຫ້ເປັນຖ້ຳໂຈນ.”+
14 ແລ້ວກໍມີຄົນຕາບອດກັບຄົນເປັນລ່ອຍເຂົ້າມາຫາພະເຢຊູໃນວິຫານ ແລະເພິ່ນໄດ້ປົວເຂົາເຈົ້າໃຫ້ດີເປັນປົກກະຕິ.
15 ເມື່ອພວກຫົວໜ້າປະໂລຫິດກັບພວກຄູສອນສາສະໜາເຫັນການອັດສະຈັນທີ່ພະເຢຊູເຮັດ ແລະເຫັນພວກເດັກນ້ອຍຮ້ອງໃນວິຫານວ່າ “ທ່ານທີ່ເປັນລູກຫຼານຂອງດາວິດ ຂໍໃຫ້ທ່ານໝັ້ນຍືນ!”+ ພວກນັ້ນກໍບໍ່ພໍໃຈຫຼາຍ.+
16 ເຂົາເຈົ້າເວົ້າກັບເພິ່ນວ່າ: “ເຈົ້າບໍ່ໄດ້ຍິນທີ່ພວກເດັກນ້ອຍເວົ້າບໍ?” ພະເຢຊູຕອບເຂົາເຈົ້າວ່າ: “ໄດ້ຍິນ ແຕ່ພວກເຈົ້າບໍ່ເຄີຍອ່ານຂໍ້ນີ້ບໍທີ່ວ່າ ‘ພະອົງເຮັດໃຫ້ມີຄຳສັນລະເສີນອອກຈາກປາກຂອງເດັກນ້ອຍແລະແອນ້ອຍ’?”+
17 ແລ້ວພະເຢຊູກໍໄປຈາກເຂົາເຈົ້າ. ຈາກນັ້ນ ເພິ່ນກໍອອກໄປນອກເມືອງແລະນອນຄ້າງຄືນຢູ່ບ້ານເບັດທານີ.+
18 ຕອນເຊົ້າໆ ຕອນທີ່ພະເຢຊູກັບເຂົ້າໄປໃນເມືອງ ເພິ່ນຮູ້ສຶກຫິວເຂົ້າ.+
19 ເພິ່ນເຫັນຕົ້ນໝາກເດື່ອຕົ້ນໜຶ່ງຢູ່ແຄມທາງຈຶ່ງຍ່າງເຂົ້າໄປເບິ່ງ ແຕ່ມັນບໍ່ມີໝາກ ມີແຕ່ໃບ.+ ເພິ່ນຈຶ່ງເວົ້າກັບຕົ້ນໝາກເດື່ອນັ້ນວ່າ: “ຢ່າເປັນໝາກອີກເດີ້.”+ ແລ້ວຕົ້ນໝາກເດື່ອນັ້ນກໍຫ່ຽວຕາຍທັນທີ.
20 ເມື່ອພວກລູກສິດເຫັນແບບນີ້ກໍງຶດຫຼາຍຈຶ່ງຖາມວ່າ: “ມັນຫ່ຽວຕາຍໄວປານນີ້ໄດ້ແນວໃດ?”+
21 ພະເຢຊູຕອບວ່າ: “ຂ້ອຍຈະບອກໃຫ້ຮູ້ວ່າ ຖ້າພວກເຈົ້າມີຄວາມເຊື່ອແລະບໍ່ສົງໄສ ພວກເຈົ້າກໍຈະເຮັດແບບນີ້ໄດ້ຄືກັນ ແລະຈະເຮັດໄດ້ຫຼາຍກວ່ານີ້ອີກ. ເຖິງຂັ້ນທີ່ວ່າຖ້າເຈົ້າສັ່ງພູໜ່ວຍນີ້ວ່າ ‘ລອຍຂຶ້ນແລະໄປຕົກໃນທະເລພຸ້ນ’ ມັນກໍຈະເປັນໄປຕາມນັ້ນ.+
22 ຖ້າພວກເຈົ້າມີຄວາມເຊື່ອ ບໍ່ວ່າພວກເຈົ້າອະທິດຖານຂໍຫຍັງກໍຈະໄດ້ຕາມນັ້ນ.”+
23 ຕອນທີ່ພະເຢຊູກຳລັງສອນຢູ່ວິຫານ ພວກຫົວໜ້າປະໂລຫິດກັບພວກຜູ້ນຳຄົນຢິວກໍເຂົ້າມາຫາເພິ່ນແລະຖາມວ່າ: “ເຈົ້າມີສິດຫຍັງມາເຮັດແບບນີ້? ໃຜໃຫ້ສິດເຈົ້າ?”+
24 ພະເຢຊູຕອບວ່າ: “ຂ້ອຍຈະຖາມພວກເຈົ້າເລື່ອງໜຶ່ງ. ຕອບຂ້ອຍກ່ອນ ແລ້ວຂ້ອຍຈຶ່ງຈະບອກພວກເຈົ້າວ່າ ຂ້ອຍມີສິດຫຍັງທີ່ເຮັດແບບນີ້.
25 ຕອບຂ້ອຍມາດຸວ່າ ໂຢຮັນໄດ້ສິດທີ່ຈະໃຫ້ບັບເຕມາຈາກຜູ້ໃດ ຈາກພະເຈົ້າ*ຫຼືຈາກມະນຸດ?” ເຂົາເຈົ້າຈຶ່ງລົມກັນວ່າ: “ຖ້າພວກເຮົາຕອບວ່າ ‘ຈາກພະເຈົ້າ’ ລາວກໍຈະຖາມວ່າ ‘ຄັນຊັ້ນ ເປັນຫຍັງຈຶ່ງບໍ່ເຊື່ອໂຢຮັນ?’+
26 ແຕ່ຖ້າຈະຕອບວ່າ ‘ຈາກມະນຸດ’ ກໍຢ້ານປະຊາຊົນຈະໃຈຮ້າຍ ຍ້ອນເຂົາເຈົ້າຖືວ່າໂຢຮັນເປັນຜູ້ພະຍາກອນ.”
27 ເຂົາເຈົ້າຈຶ່ງຕອບວ່າ: “ບໍ່ຮູ້ເດະ.” ພະເຢຊູຈຶ່ງຕອບກັບຄືນໄປວ່າ: “ຄັນຊັ້ນ ຂ້ອຍກໍຈະບໍ່ບອກພວກເຈົ້າຄືກັນວ່າຂ້ອຍມີສິດຫຍັງທີ່ເຮັດແບບນີ້.
28 ພວກເຈົ້າຄິດແນວໃດ? ສົມມຸດວ່າຜູ້ຊາຍຄົນໜຶ່ງມີລູກ 2 ຄົນ. ລາວບອກລູກກົກວ່າ ‘ລູກ ມື້ນີ້ໄປເຮັດວຽກຢູ່ສວນໝາກລະແຊັງເດີ້.’
29 ລູກຕອບວ່າ ‘ບໍ່ໄປ’ ແຕ່ຕໍ່ມາລູກກົກປ່ຽນໃຈແລ້ວກໍໄປ.
30 ຜູ້ຊາຍຄົນນັ້ນບອກລູກຜູ້ທີ 2 ໃຫ້ໄປເຮັດວຽກຢູ່ສວນຄືກັນ. ລູກຜູ້ນີ້ຕອບວ່າ ‘ເຈົ້າ ລູກຈະໄປ’ ແຕ່ພັດບໍ່ໄປ.
31 ລູກ 2 ຄົນນີ້ ຜູ້ໃດເຮັດຕາມທີ່ພໍ່ຕ້ອງການ?” ເຂົາເຈົ້າຕອບວ່າ: “ລູກກົກ.” ພະເຢຊູບອກເຂົາເຈົ້າວ່າ: “ຂ້ອຍຈະບອກໃຫ້ຮູ້ວ່າ ຄົນເກັບພາສີແລະໂສເພນີຈະມີສ່ວນໃນການປົກຄອງຂອງພະເຈົ້າກ່ອນພວກເຈົ້າອີກ.
32 ໂຢຮັນມາຊີ້ທາງທີ່ຖືກ ພວກເຈົ້າກໍຍັງບໍ່ເຊື່ອລາວ. ແຕ່ຄົນເກັບພາສີແລະໂສເພນີພັດເຊື່ອ+ ແລະເຖິງວ່າພວກເຈົ້າເຫັນແບບນີ້ແລ້ວ ພວກເຈົ້າກໍຍັງບໍ່ຍອມປ່ຽນໃຈມາເຊື່ອໂຢຮັນ.
33 ໃຫ້ຟັງຕົວຢ່າງປຽບທຽບອີກເລື່ອງໜຶ່ງໃຫ້ດີ. ມີຜູ້ຊາຍຄົນໜຶ່ງເປັນເຈົ້າຂອງດິນ ລາວປູກໝາກລະແຊັງ+ແລະເຮັດຮົ້ວອ້ອມສວນ. ລາວຂຸດອ່າງຢຽບໝາກລະແຊັງໃນສວນນັ້ນ ແລະຍັງສ້າງຫໍຄອຍໄວ້ນຳອີກ.+ ເມື່ອສ້າງແລ້ວໆ ລາວກໍໃຫ້ຄົນມາເຊົ່າສວນໝາກລະແຊັງ ຈາກນັ້ນລາວກໍໄປຕ່າງປະເທດ.+
34 ເມື່ອຮອດຍາມເກັບໝາກລະແຊັງ ເຈົ້າຂອງສວນໄດ້ສົ່ງພວກທາດໄປເອົາສ່ວນແບ່ງໝາກລະແຊັງຈາກຄົນເຊົ່າສວນ.
35 ແຕ່ຄົນເຊົ່າສວນຈັບທາດຂອງລາວໄວ້. ທາດຜູ້ໜຶ່ງຖືກເຂົາເຈົ້າຕີ ທາດຜູ້ໜຶ່ງຖືກເຂົາເຈົ້າຂ້າຕາຍ ແລະທາດອີກຜູ້ໜຶ່ງຖືກເຂົາເຈົ້າດຶກກ້ອນຫີນໃສ່.+
36 ເຈົ້າຂອງສວນຈຶ່ງສົ່ງທາດອີກກຸ່ມໜຶ່ງໄປເຊິ່ງມີຄົນຫຼາຍກວ່າເທື່ອທຳອິດ ແຕ່ເຂົາເຈົ້າກໍເຮັດກັບທາດກຸ່ມນີ້ແບບດຽວກັນ.+
37 ສຸດທ້າຍ ເຈົ້າຂອງສວນໄດ້ສົ່ງລູກຊາຍຂອງໂຕເອງໄປຍ້ອນຄິດວ່າ ‘ພວກນັ້ນຄືຊິນັບຖືລູກຂອງຂ້ອຍ.’
38 ເມື່ອຄົນເຊົ່າສວນເຫັນລູກຊາຍເຈົ້າຂອງສວນກໍພາກັນເວົ້າວ່າ ‘ນິເດະ ຜູ້ທີ່ຈະໄດ້ຮັບມໍລະດົກ!+ ຂ້າມັນໂລດ ແລ້ວສວນນີ້ຈະເປັນຂອງພວກເຮົາ.’
39 ພວກນັ້ນຈຶ່ງຈັບລູກຊາຍເຈົ້າຂອງສວນໂຍນອອກໄປນອກສວນໝາກລະແຊັງ ແລ້ວຂ້າລາວ.+
40 ພວກເຈົ້າຄິດວ່າເມື່ອເຈົ້າຂອງສວນມາ ລາວຈະເຮັດແນວໃດກັບຄົນເຊົ່າສວນ?”
41 ພວກຫົວໜ້າປະໂລຫິດແລະພວກຜູ້ນຳຄົນຢິວຕອບວ່າ: “ເຈົ້າຂອງສວນຈະກຳຈັດພວກຄົນຊົ່ວບໍ່ໃຫ້ເຫຼືອເລີຍ ແລ້ວລາວຈະໃຫ້ຄົນອື່ນມາເຊົ່າສວນໝາກລະແຊັງແທນ ແລະເມື່ອຮອດຍາມເກັບໝາກລະແຊັງ ຜູ້ນັ້ນກໍຈະເອົາສ່ວນແບ່ງໝາກລະແຊັງໃຫ້ລາວ.”
42 ພະເຢຊູບອກເຂົາເຈົ້າວ່າ: “ພວກເຈົ້າບໍ່ເຄີຍອ່ານບໍທີ່ພະຄຳພີບອກວ່າ ‘ຫີນທີ່ຊ່າງກໍ່ສ້າງຖິ້ມແລ້ວໄດ້ກາຍມາເປັນຫີນຫົວແຈຫຼັກ.*+ ຫີນນີ້ມາຈາກພະເຢໂຫວາ*ແລະພວກເຮົາເຫັນວ່າມັນດີຫຼາຍແທ້ໆ.’?+
43 ຍ້ອນແນວນີ້ ຂ້ອຍຈະບອກໃຫ້ຮູ້ວ່າ ພວກເຈົ້າຈະໝົດໂອກາດທີ່ຈະມີສ່ວນໃນການປົກຄອງຂອງພະເຈົ້າ. ແລ້ວອີກຊາດໜຶ່ງຈະໄດ້ຮັບໂອກາດນັ້ນແທນຍ້ອນເຂົາເຈົ້າເກີດຜົນສົມກັບການປົກຄອງນັ້ນ.
44 ຖ້າຜູ້ໃດລົ້ມໃສ່ຫີນກ້ອນນັ້ນ ລາວກໍຈະມຸ່ນ+ ແລະຖ້າຫີນກ້ອນນັ້ນຕົກໃສ່ຜູ້ໃດ ຜູ້ນັ້ນກໍຈະມຸ່ນຄືກັນ.”+
45 ເມື່ອພວກຫົວໜ້າປະໂລຫິດກັບພວກຟາຣີຊາຍໄດ້ຍິນຕົວຢ່າງປຽບທຽບທັງໝົດ ເຂົາເຈົ້າກໍຮູ້ວ່າພະເຢຊູກຳລັງໝາຍເຖິງເຂົາເຈົ້າ.+
46 ເຂົາເຈົ້າຈຶ່ງຫາທາງຈັບເພິ່ນ ແຕ່ກໍຢ້ານປະຊາຊົນ ຍ້ອນຄົນສ່ວນຫຼາຍເຊື່ອວ່າເພິ່ນເປັນຜູ້ພະຍາກອນ.+
ຂໍ ຄວາມ ໄຂ ເງື່ອນ
^ ເບິ່ງພາກຜະໜວກ ກ5
^ ແປຕາມໂຕວ່າ “ສະຫວັນ”
^ ເບິ່ງຄຳວ່າ “ຫີນຫົວແຈ” ໃນສ່ວນອະທິບາຍຄຳສັບ
^ ເບິ່ງພາກຜະໜວກ ກ5