ຂ່າວດີທີ່ຂຽນໂດຍມັດທາຍ 26:1-75

  • ພວກ​ປະໂລຫິດ​ວາງ​ແຜນ​ຂ້າ​ພະ​ເຢຊູ (1-5)

  • ເທ​ນ້ຳມັນ​ຫອມ​ໃສ່​ພະ​ເຢຊູ (6-13)

  • ປັດສະຄາ​ເທື່ອ​ສຸດທ້າຍ​ແລະ​ການ​ທໍລະຍົດ (14-25)

  • ກິນ​ອາຫານ​ແລງ​ຂອງ​ພະຄລິດ​ເທື່ອ​ທຳອິດ (26-30)

  • ພະ​ເຢຊູ​ບອກ​ວ່າ​ເປໂຕ​ຈະ​ປະຕິເສດ​ເພິ່ນ (31-35)

  • ພະ​ເຢຊູ​ອະທິດຖານ​ໃນ​ສວນ​ເຄັດເຊມາເນ (36-46)

  • ພະ​ເຢຊູ​ຖືກ​ຈັບ (47-56)

  • ພິຈາລະນາ​ຄະດີ​ໃນ​ສານ​ຊັນເຮດຣິນ (57-68)

  • ເປໂຕ​ປະຕິເສດ​ພະ​ເຢຊູ (69-75)

26  ຫຼັງ​ຈາກ​ເວົ້າ​ເລື່ອງ​ທັງໝົດ​ນີ້​ແລ້ວ ພະ​ເຢຊູ​ກໍ​ບອກ​ພວກ​ລູກສິດ​ວ່າ:  “ພວກ​ເຈົ້າ​ກະ​ຮູ້​ຢູ່​ວ່າ​ອີກ 2 ມື້​ຈະ​ແມ່ນ​ເທດສະການ​ປັດສະຄາ+ ແລະ​ລູກ​ມະນຸດ​ຈະ​ຖືກ​ມອບ​ໃຫ້​ສັດຕູ​ປະຫານ​ຢູ່​ເທິງ​ເສົາ.”+  ຕອນ​ນັ້ນ ພວກ​ຫົວໜ້າ​ປະໂລຫິດ​ກັບ​ພວກ​ຜູ້​ນຳ​ຄົນ​ຢິວ​ມາ​ປະຊຸມ​ກັນ​ຢູ່​ເດີ່ນ​ບ້ານ​ຂອງ​ປະໂລຫິດ​ໃຫຍ່​ຊື່​ກາຢະຟາ.+  ເຂົາເຈົ້າ​ວາງ​ແຜນ​ຊົ່ວ+​ເພື່ອ​ຈະ​ຈັບ​ພະ​ເຢຊູ​ໄປ​ຂ້າ.  ແຕ່​ເຂົາເຈົ້າ​ພາກັນ​ເວົ້າ​ວ່າ: “ຢ່າ​ຟ້າວ​ເຮັດ​ໃນ​ຍາມ​ເທດສະການ ຈັກ​ໜ້ອຍ​ຈະ​ເຮັດ​ໃຫ້​ປະຊາຊົນ​ວຸ່ນວາຍ.”  ຕອນ​ທີ່​ພະ​ເຢຊູ​ຢູ່​ບ້ານ​ເບັດທານີ ໃນ​ເຮືອນ​ຂອງ​ຊີໂມນ​ທີ່​ເຄີຍ​ເປັນ​ຂີ້ທູດ+  ມີ​ຜູ້​ຍິງ​ຄົນ​ໜຶ່ງ​ຖື​ຂວດ*​ນ້ຳມັນ​ຫອມ​ລາຄາ​ແພງ​ເຂົ້າ​ມາ​ຫາ​ພະ​ເຢຊູ ແລ້ວ​ລາວ​ກໍ​ເທ​ນ້ຳມັນ​ຫອມ​ໃສ່​ຫົວ​ເພິ່ນ​ຕອນ​ທີ່​ເພິ່ນ​ກຳລັງ​ກິນ​ເຂົ້າ.  ເມື່ອ​ພວກ​ລູກສິດ​ເຫັນ​ແບບ​ນັ້ນ​ກໍ​ບໍ່​ພໍໃຈ​ແລະ​ພາກັນ​ເວົ້າ​ວ່າ: “ເປັນ​ຫຍັງ​ຄື​ເຮັດ​ຖິ້ມ​ເຮັດ​ເສຍ​ຈັ່ງ​ຊີ້?  ຖ້າ​ເອົາ​ໄປ​ຂາຍ​ຄື​ຊິ​ໄດ້​ເງິນ​ຫຼາຍ ແລ້ວ​ເອົາ​ເງິນ​ໄປ​ຊ່ວຍ​ຄົນ​ທຸກ​ກະ​ດີ​ກວ່າ.” 10  ພະ​ເຢຊູ​ຮູ້​ວ່າ​ເຂົາເຈົ້າ​ເວົ້າ​ຫຍັງ ເພິ່ນ​ຈຶ່ງ​ບອກ​ວ່າ: “ເປັນ​ຫຍັງ​ຈຶ່ງ​ເວົ້າ​ໃຫ້​ລາວ​ຈັ່ງຊັ້ນ? ລາວ​ເຮັດ​ແນວ​ທີ່​ດີ​ຕໍ່​ຂ້ອຍ. 11  ຄົນ​ທຸກ​ຈະ​ຢູ່​ກັບ​ພວກ​ເຈົ້າ​ຕະຫຼອດ+ ແຕ່​ຂ້ອຍ​ຈະ​ບໍ່​ໄດ້​ຢູ່​ກັບ​ພວກ​ເຈົ້າ​ຕະຫຼອດ.+ 12  ລາວ​ເທ​ນ້ຳມັນ​ຫອມ​ໃສ່​ຂ້ອຍ​ກໍ​ເພື່ອ​ກຽມ​ຮ່າງກາຍ​ຂອງ​ຂ້ອຍ​ໄວ້​ສຳລັບ​ການ​ຝັງ​ສົບ.+ 13  ຂ້ອຍ​ຈະ​ບອກ​ໃຫ້​ຮູ້​ວ່າ ຂ່າວດີ​ປະກາດ​ໄປ​ຮອດ​ບ່ອນ​ໃດ​ໃນ​ໂລກ ສິ່ງ​ທີ່​ຜູ້​ຍິງ​ຄົນ​ນີ້​ເຮັດ​ກໍ​ຈະ​ຮູ້​ໄປ​ຮອດ​ບ່ອນ​ນັ້ນ ແລະ​ຄົນ​ຈະ​ບໍ່​ລືມ​ລາວ.”+ 14  ໃນ​ອັກຄະ​ສາວົກ* 12 ຄົນ ຜູ້​ທີ່​ຊື່​ຢູດາ​ອິສະກາຣີອົດ+​ໄດ້​ໄປ​ຫາ​ພວກ​ຫົວໜ້າ​ປະໂລຫິດ+ 15  ແລະ​ຖາມ​ວ່າ: “ຖ້າ​ຂ້ອຍ​ທໍລະຍົດ​ເຢຊູ​ເພື່ອ​ພວກ​ເຈົ້າ​ຈະ​ຈັບ​ລາວ​ໄດ້ ພວກ​ເຈົ້າ​ຊິ​ເອົາ​ຫຍັງ​ໃຫ້​ຂ້ອຍ?”+ ພວກ​ປະໂລຫິດ​ໃຫຍ່​ຕົກ​ລົງ​ວ່າ​ຈະ​ເອົາ​ຫຼຽນ​ເງິນ​ໃຫ້​ລາວ 30 ຫຼຽນ.+ 16  ຕັ້ງແຕ່​ນັ້ນ​ມາ ຢູດາ​ຈຶ່ງ​ຊອກ​ຫາ​ໂອກາດ​ທີ່​ເໝາະ​ເພື່ອ​ຈະ​ທໍລະຍົດ​ພະ​ເຢຊູ. 17  ໃນ​ມື້​ທຳອິດ*​ຂອງ​ເທດສະການ​ກິນ​ເຂົ້າຈີ່​ບໍ່​ມີ​ເຊື້ອ+ ພວກ​ລູກສິດ​ມາ​ຖາມ​ພະ​ເຢຊູ​ວ່າ: “ທ່ານ​ຢາກ​ໃຫ້​ພວກ​ເຮົາ​ກຽມ​ປັດສະຄາ​ສຳລັບ​ທ່ານ​ຢູ່​ໃສ?”+ 18  ພະ​ເຢຊູ​ຕອບ​ວ່າ: “ເຂົ້າ​ໄປ​ໃນ​ເມືອງ ແລ້ວ​ພວກ​ເຈົ້າ​ຈະ​ເຫັນ​ຜູ້​ຊາຍ​ຄົນ​ໜຶ່ງ. ໃຫ້​ບອກ​ລາວ​ວ່າ ‘ອາຈານ​ບອກ​ວ່າ “ເວລາ​ທີ່​ກຳນົດ​ໄວ້​ສຳລັບ​ຂ້ອຍ​ໃກ້​ຈະ​ຮອດ​ແລ້ວ ຂ້ອຍ​ຈະ​ສະຫຼອງ​ປັດສະຄາ​ກັບ​ພວກ​ລູກສິດ​ຢູ່​ເຮືອນ​ຂອງ​ເຈົ້າ.”’” 19  ພວກ​ລູກສິດ​ກໍ​ເຮັດ​ຕາມ​ທີ່​ພະ​ເຢຊູ​ສັ່ງ ແລ້ວ​ກຽມ​ການ​ສະຫຼອງ​ປັດສະຄາ​ໄວ້. 20  ເມື່ອ​ຮອດ​ຕອນ​ຄ່ຳ+ ພະ​ເຢຊູ​ກັບ​ລູກສິດ 12 ຄົນ​ກໍ​ນັ່ງ​ນຳ​ກັນ​ຢູ່​ໂຕະ.+ 21  ຕອນ​ທີ່​ກຳລັງ​ກິນ​ເຂົ້າ ພະ​ເຢຊູ​ເວົ້າ​ວ່າ: “ຂ້ອຍ​ຈະ​ບອກ​ໃຫ້​ຮູ້​ວ່າ ໃນ​ພວກ​ເຈົ້າ​ມີ​ຜູ້​ໜຶ່ງ​ຈະ​ທໍລະຍົດ​ຂ້ອຍ.”+ 22  ເມື່ອ​ພວກ​ລູກສິດ​ໄດ້​ຍິນ​ກໍ​ບໍ່​ສະບາຍ​ໃຈ​ຫຼາຍ ແຕ່​ລະ​ຄົນ​ຈຶ່ງ​ຖາມ​ພະ​ເຢຊູ​ວ່າ: “ອາຈານ ບໍ່​ແມ່ນ​ຂ້ອຍ​ຕີ້?” 23  ພະ​ເຢຊູ​ຕອບ​ວ່າ: “ຜູ້​ທີ່​ຈະທໍລະຍົດຂ້ອຍ​ແມ່ນ​ຜູ້​ທີ່​ເອົາ​ເຂົ້າຈີ່​ຈ້ຳ​ໃນ​ຖ້ວຍ​ໃບ​ດຽວ​ກັບ​ຂ້ອຍ.+ 24  ແມ່ນ​ຢູ່​ລູກ​ມະນຸດ​ຈະ​ຕ້ອງ​ຕາຍ​ຕາມ​ທີ່​ພະຄຳພີ​ບອກ​ໄວ້ ແຕ່​ຜູ້​ທີ່​ທໍລະຍົດ​ລູກ​ມະນຸດ​ຈະ​ຕ້ອງ​ຈິບຫາຍ!+ ຖ້າ​ຜູ້​ນັ້ນ​ບໍ່​ໄດ້​ເກີດ​ມາ​ກະ​ຄື​ຊິ​ດີ​ກວ່າ.”+ 25  ຢູດາ​ຜູ້​ທີ່​ຈະ​ທໍລະຍົດ​ພະ​ເຢຊູ​ຖາມ​ວ່າ: “ອາຈານ ບໍ່​ແມ່ນ​ຂ້ອຍ​ຕີ້?” ເພິ່ນ​ຕອບ​ລາວ​ວ່າ: “ເຈົ້າ​ກໍ​ຮູ້​ຄຳ​ຕອບ​ຢູ່​ແລ້ວ.” 26  ຕອນ​ທີ່​ຍັງ​ກິນ​ເຂົ້າ​ຢູ່ ພະ​ເຢຊູ​ຈັບ​ເອົາ​ເຂົ້າຈີ່​ແຜ່ນ​ໜຶ່ງ ແລ້ວ​ອະທິດຖານ​ຂອບໃຈ​ພະເຈົ້າ. ຈາກນັ້ນ ເພິ່ນ​ກໍ​ຫັກ​ເຂົ້າຈີ່+​ແລະ​ຍື່ນ​ໃຫ້​ພວກ​ລູກສິດ​ແລ້ວ​ເວົ້າ​ວ່າ: “ກິນ​ເຂົ້າຈີ່​ນີ້​ແມ້. ນີ້​ໝາຍເຖິງ​ຮ່າງກາຍ​ຂອງ​ຂ້ອຍ.”+ 27  ແລ້ວ​ພະ​ເຢຊູ​ກໍ​ຈັບ​ເອົາ​ຈອກ​ຂຶ້ນ​ມາ ອະທິດຖານ​ຂອບໃຈ​ພະເຈົ້າ ແລ້ວ​ຍື່ນ​ໃຫ້​ເຂົາເຈົ້າ. ເພິ່ນ​ເວົ້າ​ວ່າ: “ໃຫ້​ທຸກ​ຄົນ​ກິນ​ຈາກ​ຈອກ​ນີ້.+ 28  ນີ້​ໝາຍເຖິງ​ເລືອດ​ຂອງ​ຂ້ອຍ ເປັນ ‘ເລືອດ+​ທີ່​ເຮັດ​ໃຫ້​ສັນຍາ​ມີ​ຜົນ​ບັງຄັບ​ໃຊ້’+ ເຊິ່ງ​ຈະ​ຕ້ອງ​ໄຫຼ​ອອກ​ເພື່ອ​ເຮັດ​ໃຫ້​ຄວາມ​ຜິດ​ຂອງ​ຄົນ​ຈຳນວນ​ຫຼາຍ+​ໄດ້​ຮັບ​ການ​ຍົກໂທດ.+ 29  ແຕ່​ຂ້ອຍ​ຈະ​ບອກ​ໃຫ້​ຮູ້​ວ່າ ຂ້ອຍ​ຈະ​ບໍ່​ກິນ​ເຫຼົ້າແວງ​ອີກ​ເລີຍ ຈົນ​ກວ່າ​ຈະ​ຮອດ​ມື້​ນັ້ນ​ທີ່​ຂ້ອຍ​ຈະ​ກິນ​ເຫຼົ້າແວງ​ໃໝ່​ກັບ​ພວກ​ເຈົ້າ​ຕອນ​ທີ່​ພວກ​ເຈົ້າ​ມີ​ສ່ວນ​ໃນ​ການ​ປົກຄອງ​ຂອງ​ພະເຈົ້າ​ຜູ້​ເປັນ​ພໍ່​ຂອງ​ຂ້ອຍ.”+ 30  ຈາກນັ້ນ ພະ​ເຢຊູ​ກັບ​ພວກ​ລູກສິດ​ໄດ້​ຮ້ອງ​ເພງ​ສັນລະເສີນ​ພະເຈົ້າ ແລ້ວ​ເຂົາເຈົ້າກໍ​ພາກັນ​ອອກ​ໄປ​ພູ​ໝາກກອກ.+ 31  ພະ​ເຢຊູ​ບອກ​ເຂົາເຈົ້າ​ວ່າ: “ຄືນ​ນີ້ ພວກ​ເຈົ້າ​ທຸກ​ຄົນ​ຈະ​ຖິ້ມ​ຂ້ອຍ​ຍ້ອນ​ເລື່ອງ​ທີ່​ຈະ​ເກີດ​ຂຶ້ນ​ກັບ​ຂ້ອຍ ຄື​ກັບ​ທີ່​ພະຄຳພີ​ບອກ​ໄວ້​ວ່າ ‘ເຮົາ​ຈະ​ຂ້າ​ຜູ້​ລ້ຽງ​ແກະ ແລະ​ແກະ​ໃນ​ຝູງ​ຈະ​ກະຈັດ​ກະຈາຍ​ກັນ​ໄປ.’+ 32  ແຕ່​ເມື່ອ​ຂ້ອຍ​ຄືນ​ມາ​ຈາກ​ຕາຍ​ແລ້ວ ຂ້ອຍ​ຈະ​ໄປ​ຖ້າ​ພວກ​ເຈົ້າ​ຢູ່​ແຂວງ​ຄາລີເລ.”+ 33  ເປໂຕ​ບອກ​ພະ​ເຢຊູ​ວ່າ: “ເຖິງ​ວ່າ​ທຸກ​ຄົນ​ຈະ​ຖິ້ມ​ທ່ານ​ຍ້ອນ​ເລື່ອງ​ທີ່​ຈະ​ເກີດ​ຂຶ້ນ​ກັບ​ທ່ານ ແຕ່​ຂ້ອຍ​ຈະ​ບໍ່​ມີ​ວັນ​ຖິ້ມ​ທ່ານ​ເລີຍ!”+ 34  ພະ​ເຢຊູ​ບອກ​ລາວ​ວ່າ: “ຂ້ອຍ​ຈະ​ບອກ​ໃຫ້​ຮູ້​ວ່າ ໃນ​ຄືນ​ນີ້​ກ່ອນ​ໄກ່​ຂັນ ເຈົ້າ​ຈະ​ປະຕິເສດ​ຮອດ 3 ເທື່ອ​ວ່າບໍ່​ຮູ້​ຈັກ​ຂ້ອຍ.”+ 35  ເປໂຕ​ບອກ​ພະ​ເຢຊູ​ວ່າ: “ເຖິງ​ວ່າ​ຂ້ອຍ​ຈະ​ຕ້ອງ​ຕາຍ​ພ້ອມ​ກັບ​ທ່ານ ບໍ່​ມີ​ທາງ​ທີ່​ຂ້ອຍ​ຈະ​ປະຕິເສດ​ວ່າ​ບໍ່​ຮູ້​ຈັກ​ທ່ານ.”+ ລູກສິດ​ທຸກ​ຄົນ​ກໍ​ເວົ້າ​ແບບ​ດຽວ​ກັນ. 36  ພະ​ເຢຊູ​ກັບ​ພວກ​ລູກສິດ​ຍ່າງ​ມາ​ຮອດ​ສວນ​ທີ່​ຊື່​ວ່າ​ເຄັດເຊມາເນ+ ແລ້ວ​ເພິ່ນ​ບອກ​ເຂົາເຈົ້າ​ວ່າ: “ໃຫ້​ນັ່ງ​ຖ້າ​ຢູ່​ນີ້ ຂ້ອຍ​ຈະ​ໄປ​ອະທິດຖານ​ຢູ່​ພຸ້ນ.”+ 37  ພະ​ເຢຊູ​ພາ​ເປໂຕ​ກັບ​ລູກ​ຊາຍ 2 ຄົນ​ຂອງ​ເຊເບດາຍ​ໄປ​ນຳ. ຕອນ​ນັ້ນ ເພິ່ນ​ຮູ້ສຶກ​ໂສກເສົ້າ​ແລະ​ທຸກໃຈ​ຫຼາຍ.+ 38  ເພິ່ນ​ຈຶ່ງ​ບອກ​ເຂົາເຈົ້າ​ວ່າ: “ຂ້ອຍ​ທຸກ​ໃຈ​ຈົນ​ເກືອບ​ຊິ​ຕາຍ​ແລ້ວ. ໃຫ້​ພວກ​ເຈົ້າ​ຢູ່​ນີ້​ແລະ​ເຝົ້າ​ລະວັງ​ຢູ່​ສະເໝີ​ນຳ​ກັນ​ກັບ​ຂ້ອຍ.”+ 39  ພະ​ເຢຊູ​ໄດ້​ຍ່າງ​ໄປ​ອີກ​ໜ້ອຍ​ໜຶ່ງ ແລ້ວ​ເພິ່ນ​ກໍ​ໝູບ​ໜ້າ​ລົງ​ອະທິດຖານ​ວ່າ:+ “ພໍ່​ເອີ້ຍ ຖ້າ​ເປັນ​ໄປ​ໄດ້ ຂໍ​ໃຫ້​ຈອກ​ນີ້*+​ກາຍ​ລູກ​ໄປ. ແຕ່​ຢ່າ​ໃຫ້​ເປັນ​ໄປ​ຕາມ​ທີ່​ລູກ​ຕ້ອງການ ຂໍ​ໃຫ້​ເປັນ​ໄປ​ຕາມ​ທີ່​ພໍ່​ຕ້ອງການ.”+ 40  ພະ​ເຢຊູ​ກັບ​ມາ​ຫາ​ພວກ​ລູກສິດ​ແລະ​ເຫັນ​ວ່າ​ເຂົາເຈົ້າ​ກຳລັງ​ນອນ​ຫຼັບ ເພິ່ນ​ຈຶ່ງ​ບອກ​ເປໂຕ​ວ່າ: “ພວກ​ເຈົ້າ​ເຝົ້າ​ລະວັງ​ຄືກັບ​ຂ້ອຍຈັກ​ຊົ່ວໂມງ​ໜຶ່ງ​ບໍ່​ໄດ້​ບໍ?+ 41  ພວກ​ເຈົ້າ​ຕ້ອງ​ເຝົ້າ​ລະວັງ​ຢູ່​ສະເໝີ+​ແລະ​ອະທິດຖານ​ຢູ່​ເລື້ອຍ​ໆ​+​ເພື່ອ​ພວກ​ເຈົ້າ​ຈະບໍ່​ຍອມແພ້ເມື່ອ​ຖືກ​ທົດສອບ.+ ເຖິງ​ວ່າ​ໃຈ​ສູ້* ແຕ່​ຮ່າງກາຍ​ຂອງ​ພວກ​ເຈົ້າ​ກໍ​ຍັງ​ອ່ອນແອ.”+ 42  ພະ​ເຢຊູ​ອອກ​ໄປ​ອີກ​ເປັນ​ເທື່ອ​ທີ 2 ແລະ​ອະທິດຖານ​ວ່າ: “ພໍ່​ເອີ້ຍ ຖ້າ​ລູກ​ຫຼີກ​ຈາກ​ຈອກ​ນີ້​ບໍ່​ໄດ້​ແລະ​ຕ້ອງ​ໄດ້​ກິນ​ແທ້​ໆ​ ກໍ​ຂໍ​ໃຫ້​ເປັນ​ໄປ​ຕາມ​ທີ່​ພໍ່​ຕ້ອງການ.”+ 43  ເມື່ອ​ພະ​ເຢຊູ​ກັບ​ມາ​ກໍ​ເຫັນ​ພວກ​ລູກສິດ​ກຳລັງ​ນອນ​ຫຼັບ​ຍ້ອນ​ເຂົາເຈົ້າ​ຢາກ​ນອນ​ແຮ​ງ. 44  ເພິ່ນ​ຈຶ່ງ​ປະ​ເຂົາເຈົ້າ​ໄວ້ ແລະ​ໄປ​ອະທິດຖານ​ອີກ​ເປັນ​ເທື່ອ​ທີ 3. 45  ແລ້ວ​ພະ​ເຢຊູ​ກໍ​ກັບ​ມາ​ຫາ​ພວກ​ລູກສິດ​ແລະ​ບອກ​ເຂົາເຈົ້າ​ວ່າ: “ໃນ​ເວລາ​ແບບ​ນີ້​ພວກ​ເຈົ້າ​ຍັງ​ນອນ​ຫຼັບ​ພັກຜ່ອນ​ຢູ່​ບໍ! ຕອນນີ້​ໃກ້​ຈະ​ຮອດ​ເວລາ​ແລ້ວ​ທີ່​ລູກ​ມະນຸດ​ຈະ​ຖືກ​ທໍລະຍົດ​ແລະ​ຖືກ​ຈັບ. 46  ລຸກ​ຂຶ້ນ. ໄປ໋! ຄົນ​ທີ່​ທໍລະຍົດ​ຂ້ອຍ​ມາ​ແລ້ວ.” 47  ພະ​ເຢຊູ​ເວົ້າ​ຍັງ​ບໍ່​ທັນ​ສຸດ​ຄວາມ ຢູດາ​ທີ່​ເປັນ​ຜູ້​ໜຶ່ງ​ໃນ​ອັກຄະສາວົກ 12 ຄົນ​ກໍ​ມາ​ຮອດ​ພ້ອມ​ກັບ​ຄົນ​ກຸ່ມ​ໃຫຍ່​ທີ່​ຖື​ດາບ​ຖື​ໄມ້​ຄ້ອນ​ມາ​ນຳ. ພວກ​ນີ້​ເປັນ​ຄົນ​ຂອງ​ພວກ​ຫົວໜ້າ​ປະໂລຫິດ​ແລະ​ພວກ​ຜູ້​ນຳ​ຄົນ​ຢິວ.+ 48  ຜູ້​ທີ່​ທໍລະຍົດ​ພະ​ເຢຊູ​ບອກ​ພວກ​ນັ້ນ​ໄວ້​ແລ້ວ​ວ່າ: “ຖ້າ​ຂ້ອຍ​ຈູບ​ຜູ້​ໃດ ໃຫ້​ຈັບ​ຜູ້​ນັ້ນ.” 49  ຢູດາ​ຍ່າງ​ເຂົ້າ​ມາ​ຫາ​ພະ​ເຢຊູ​ແລະ​ເວົ້າ​ວ່າ: “ສະບາຍ​ດີ ອາຈານ!” ແລ້ວ​ກໍ​ຈູບ​ເພິ່ນ​ຄ່ອຍ​ໆ​. 50  ແຕ່​ພະ​ເຢຊູ​ເວົ້າ​ກັບ​ລາວ​ວ່າ: “ເຈົ້າ​ມາ​ນີ້​ເຮັດ​ຫຍັງ?”+ ແລ້ວ​ພວກ​ນັ້ນ​ກໍ​ເຂົ້າ​ມາ​ຈັບ​ເພິ່ນ. 51  ແຕ່​ຜູ້​ໜຶ່ງ​ທີ່​ຢູ່​ກັບ​ພະ​ເຢຊູ​ໄດ້​ຖອດ​ດາບ​ອອກ​ມາ​ຟັນ​ທາດ​ຂອງ​ປະໂລຫິດ​ໃຫຍ່ ແລະ​ຖືກ​ຫູ​ຂອງ​ລາວ​ຂາດ​ເບື້ອງ​ໜຶ່ງ.+ 52  ພະ​ເຢຊູ​ບອກ​ຜູ້​ນັ້ນ​ວ່າ: “ເອົາ​ດາບ​ມ້ຽນ​ໄວ້​ໃນ​ຝັກ​ສະ+ ເພາະ​ທຸກ​ຄົນ​ທີ່​ໃຊ້​ດາບ​ຈະ​ຕາຍ​ຍ້ອນ​ດາບ.+ 53  ພວກ​ເຈົ້າ​ຄິດ​ວ່າ​ຂ້ອຍ​ຈະ​ຂໍ​ພໍ່​ຂອງ​ຂ້ອຍ​ໃຫ້​ຊ່ວຍ​ບໍ່​ໄດ້​ບໍ? ເພິ່ນ​ຈະ​ສົ່ງ​ທູດສະຫວັນ​ຫຼາຍ​ກວ່າ 12 ກອງທັບ​ມາ​ຊ່ວຍ​ຂ້ອຍ​ຕອນນີ້​ເລີຍ​ກໍ​ໄດ້.+ 54  ແຕ່​ຖ້າ​ຂ້ອຍ​ເຮັດ​ແບບ​ນັ້ນ ສິ່ງ​ທີ່​ຂຽນ​ໄວ້​ໃນ​ພະຄຳພີ​ຈະ​ເກີດ​ຂຶ້ນ​ແທ້​ໄດ້​ແນວ​ໃດ?” 55  ແລ້ວ​ພະ​ເຢຊູ​ເວົ້າ​ກັບ​ຄົນ​ກຸ່ມ​ໃຫຍ່​ນັ້ນ​ວ່າ: “ເປັນ​ຫຍັງ​ຕ້ອງ​ຖື​ດາບ​ຖື​ໄມ້​ຄ້ອນ​ມາ​ຈັບ​ຂ້ອຍ​ຄື​ກັບ​ຈັບ​ໂຈນ? ຂ້ອຍ​ນັ່ງ​ສອນ​ຢູ່​ວິຫານ​ທຸກ​ມື້+ ພວກ​ເຈົ້າ​ຄື​ບໍ່​ມາ​ຈັບ?+ 56  ແຕ່​ມັນ​ເປັນ​ແນວ​ນີ້​ກໍ​ເພື່ອ​ໃຫ້​ສິ່ງ​ທີ່​ພວກ​ຜູ້​ພະຍາກອນ​ຂຽນ​ໄວ້​ເກີດ​ຂຶ້ນ​ແທ້.”+ ແລ້ວ​ລູກສິດ​ທຸກ​ຄົນ​ກໍ​ຖິ້ມ​ພະ​ເຢຊູ​ແລ້ວ​ໜີ​ໄປ.+ 57  ພວກ​ນັ້ນ​ຈັບ​ພະ​ເຢຊູ​ໄປ​ເຮືອນ​ປະໂລຫິດ​ໃຫຍ່​ກາຢະຟາ.+ ພວກ​ຄູ​ສອນ​ສາສະໜາ​ກັບ​ພວກ​ຜູ້​ນຳ​ຄົນ​ຢິວ​ກໍ​ມາ​ລວມ​ກັນຢູ່​ຫັ້ນແລ້ວ.+ 58  ສ່ວນ​ເປໂຕ​ໄດ້​ນຳ​ຫຼັງ​ພະ​ເຢຊູ​ໄປ​ຫ່າງ​ໆ​ຈົນ​ຮອດ​ເດີ່ນ​ບ້ານ​ຂອງ​ປະໂລຫິດ​ໃຫຍ່ ແລ້ວ​ລາວ​ກໍ​ເຂົ້າ​ໄປ​ນັ່ງ​ຢູ່​ກັບ​ພວກ​ຄົນ​ຮັບໃຊ້​ເພື່ອ​ຖ້າ​ເບິ່ງ​ວ່າ​ຈະ​ມີ​ຫຍັງ​ເກີດ​ຂຶ້ນ.+ 59  ພວກ​ຫົວໜ້າ​ປະໂລຫິດ​ກັບ​ສະມາຊິກ​ທຸກ​ຄົນ​ຂອງ​ສານ​ຊັນເຮດຣິນ​ກໍ​ຊອກ​ພະຍານ​ຕົວະ​ມາ​ໃສ່ຮ້າຍ​ພະ​ເຢຊູ​ເພື່ອ​ຈະ​ເຮັດໃຫ້​ເພິ່ນ​ຖືກ​ໂທດ​ປະຫານ.+ 60  ເຖິງ​ຈະ​ມີ​ພະຍານ​ຕົວະ​ຫຼາຍ​ຄົນ​ມາ​ໃຫ້​ການ ແຕ່​ເຂົາເຈົ້າ​ກໍ​ບໍ່​ສາມາດ​ຊອກ​ຫາ​ພະຍານ​ທີ່​ໜ້າ​ເຊື່ອຖື​ໄດ້.+ ໃນ​ທີ່​ສຸດ​ກໍ​ມີ 2 ຄົນ​ມາ​ໃຫ້​ການ​ວ່າ: 61  “ຜູ້​ນີ້​ເຄີຍ​ເວົ້າ​ວ່າ ‘ຂ້ອຍ​ສາມາດ​ທຳລາຍ​ວິຫານ​ຂອງ​ພະເຈົ້າ ແລ້ວ​ສ້າງ​ຂຶ້ນ​ໃໝ່​ພາຍ​ໃນ 3 ມື້.’”+ 62  ປະໂລຫິດ​ໃຫຍ່​ກໍ​ລຸກ​ຂຶ້ນ​ເວົ້າ​ກັບ​ພະ​ເຢຊູ​ວ່າ: “ເຈົ້າ​ຊິ​ບໍ່​ເວົ້າ​ຫຍັງ​ຫວະ? ເຈົ້າ​ບໍ່​ໄດ້​ຍິນ​ບໍ ພວກ​ນີ້​ກ່າວ​ຫາ​ເຈົ້າ​ແນວ​ໃດ?”+ 63  ແຕ່​ພະ​ເຢຊູ​ບໍ່​ຕອບ+ ປະໂລຫິດ​ໃຫຍ່​ຈຶ່ງ​ເວົ້າ​ກັບ​ເພິ່ນ​ວ່າ: “ຂ້ອຍ​ຂໍ​ສັ່ງ​ເຈົ້າ​ໃຫ້​ສາບານ​ໃນ​ນາມ​ຂອງ​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່​ຕະຫຼອດ​ໄປ. ບອກ​ມາ​ດຽວ​ນີ້ ເຈົ້າ​ແມ່ນ​ພະຄລິດ​ລູກ​ຂອງ​ພະເຈົ້າ​ແມ່ນ​ບໍ.”+ 64  ພະ​ເຢຊູ​ຕອບ​ລາວ​ວ່າ: “ແມ່ນ​ແລ້ວ.* ຂ້ອຍ​ຈະ​ບອກ​ເຈົ້າ​ວ່າ ຕັ້ງແຕ່​ນີ້​ໄປ ພວກ​ເຈົ້າ​ຈະ​ເຫັນ​ລູກ​ມະນຸດ+​ນັ່ງ​ຢູ່​ເບື້ອງ​ຂວາ​ມື​ຂອງ​ພະ​ເຈົ້າ​ຜູ້​ມີ​ລິດເດດ+ ແລະ​ຈະ​ເຫັນ​ເພິ່ນ​ມາ​ເທິງ​ຂີ້​ເຝື້ອ​ໃນ​ທ້ອງຟ້າ.”+ 65  ແລ້ວ​ປະໂລຫິດ​ໃຫຍ່​ກໍ​ຈີກ​ເສື້ອ​ຄຸມ​ຂອງ​ໂຕເອງ​ແລະ​ເວົ້າ​ວ່າ: “ລາວ​ໝິ່ນ​ປະໝາດ​ພະເຈົ້າ! ພວກ​ເຮົາ​ຍັງ​ຕ້ອງ​ມີ​ພະຍານ​ອີກ​ຫວະ? ພວກ​ເຈົ້າ​ກໍ​ໄດ້​ຍິນ​ແລ້ວ​ວ່າ​ລາວ​ໝິ່ນ​ປະໝາດ​ພະເຈົ້າ. 66  ພວກ​ເຈົ້າ​ຄິດ​ວ່າ​ຄວນ​ເຮັດ​ແນວ​ໃດ​ກັບ​ລາວ?” ຄົນ​ພວກ​ນັ້ນ​ຕອບ​ວ່າ: “ລາວ​ສົມຄວນ​ຕາ​ຍ.”+ 67  ແລ້ວ​ເຂົາເຈົ້າ​ກໍ​ຖົ່ມ​ນ້ຳ​ລາຍ​ໃສ່​ໜ້າ​ພະ​ເຢຊູ+​ແລະ​ຊົກ​ເພິ່ນ.+ ບາງ​ຄົນ​ກໍ​ຕົບ​ໜ້າ​ເພິ່ນ+ 68  ແລະ​ເວົ້າ​ວ່າ: “ພະຄລິດ​ເອີ້ຍ ທວາຍ​ເບິ່ງ​ດຸ​ວ່າ​ແມ່ນ​ໃຜ​ຕົບ​ເຈົ້າ?” 69  ຕອນ​ນັ້ນ ເປໂຕ​ນັ່ງ​ຢູ່​ເດີ່ນ​ບ້ານ ມີ​ສາວໃຊ້​ຄົນ​ໜຶ່ງ​ມາ​ທ້ວງ​ລາວ​ວ່າ: “ເຈົ້າ​ເປັນ​ໝູ່​ຂອງ​ເຢຊູ​ຄົນ​ຄາລີເລ​ຕົ໋ວ!”+ 70  ແຕ່​ເປໂຕ​ປະຕິເສດ​ຕໍ່​ໜ້າ​ທຸກ​ຄົນ​ທີ່ຢູ່​ຫັ້ນວ່າ: “ຂ້ອຍ​ບໍ່​ຮູ້​ຈັກ​ລາວ. ເຈົ້າ​ເວົ້າ​ເລື່ອງ​ຫຍັງ?” 71  ຈາກນັ້ນ ເປໂຕ​ກໍ​ຍ່າງ​ໄປ​ປະຕູ​ທາງເຂົ້າ. ມີ​ຜູ້​ຍິງ​ອີກ​ຄົນ​ໜຶ່ງ​ເຫັນ​ລາວ​ແລະ​ເວົ້າ​ກັບ​ຄົນ​ທີ່​ຢູ່​ແຖວ​ນັ້ນ​ວ່າ: “ຜູ້​ນີ້​ເປັນ​ໝູ່​ຂອງ​ເຢຊູ​ຄົນ​ນາຊາເຣັດ.”+ 72  ເປໂຕ​ປະຕິເສດ​ອີກ​ແລະ​ສາບານ​ວ່າ: “ຂ້ອຍ​ບໍ່​ຮູ້​ຈັກ​ຜູ້​ນັ້ນ​ແທ້​ໆ​!” 73  ຫຼັງ​ຈາກນັ້ນ​ໜ້ອຍ​ໜຶ່ງ ພວກ​ທີ່​ຢືນ​ຢູ່​ແຖວ​ນັ້ນ​ກໍ​ເຂົ້າ​ມາ​ເວົ້າ​ກັບ​ເປໂຕ​ວ່າ: “ແມ່ນ​ແລ້ວ ເຈົ້າ​ເປັນ​ຜູ້​ໜຶ່ງ​ໃນ​ພວກ​ນັ້ນ​ແທ້​ໆ​. ສຳນຽງ​ຂອງ​ເຈົ້າ​ຄື​ກັບ​ຄົນ​ຄາລີເລ.” 74  ເປໂຕ​ເລີ່ມ​ສາບານ​ວ່າ ຖ້າ​ລາວ​ເວົ້າ​ຕົວະ​ຂໍ​ໃຫ້​ລາວ​ຖືກ​ລົງໂທດ ແລະ​ຍັງ​ເວົ້າ​ອີກ​ວ່າ: “ຂ້ອຍ​ບໍ່​ຮູ້​ຈັກ​ຜູ້​ນັ້ນ​ແທ້​ໆ​!” ທັນໃດ​ນັ້ນ ໄກ່​ກໍ​ຂັນ. 75  ແລ້ວ​ເປໂຕ​ກໍ​ຄິດ​ພໍ້​ຄຳເວົ້າ​ຂອງ​ພະ​ເຢຊູ​ທີ່​ວ່າ: “ກ່ອນ​ໄກ່​ຂັນ ເຈົ້າ​ຈະ​ປະຕິເສດ​ຮອດ 3 ເທື່ອ​ວ່າ​ບໍ່​ຮູ້​ຈັກ​ຂ້ອຍ.”+ ຈາກນັ້ນ ລາວ​ກໍ​ອອກ​ໄປ​ທາງ​ນອກ​ແລະຮ້ອງໄຫ້​ດ້ວຍ​ຄວາມ​ເຈັບ​ປວດ​ໃຈ​ຫຼາຍ.

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ຂວດ​ອະລາບາສ໌ເຕີ”
ໃນ​ພາສາ​ກຣີກ​ຄຳ​ນີ້​ແປ​ວ່າ “ຜູ້​ທີ່​ຖືກ​ສົ່ງ​ອອກ​ໄປ”
ຫຼື “ໃນ​ມື້​ກ່ອນ​ມື້​ທຳອິດ.” ໃນ​ສະໄໝ​ຂອງ​ພະ​ເຢຊູ ວັນ​ປັດສະຄາ (14 ນີຊານ) ມັກ​ຈະ​ຖື​ວ່າ​ເປັນ​ສ່ວນ​ໜຶ່ງ​ຂອງ​ເທດສະການ​ກິນ​ເຂົ້າຈີ່​ບໍ່​ມີ​ເຊື້ອ (15-21 ນີຊານ).
ໝາຍເຖິງ​ການ​ທີ່​ພະເຈົ້າ​ຈະ​ຍອມ​ໃຫ້​ພະ​ເຢຊູ​ຖືກ​ຂ້າ​ໃນ​ຂໍ້​ກ່າວຫາ​ຕົວະ​ທີ່​ວ່າ​ເພິ່ນ​ໝິ່ນ​ປະໝາດ​ພະເຈົ້າ
ຫຼື “ໃຈ​ພ້ອມ”
ແປ​ຕາມ​ໂຕ​ວ່າ “ເຈົ້າ​ເອງ​ເປັນ​ຜູ້​ເວົ້າ.” ນີ້​ແມ່ນ​ສຳນວນ​ທີ່​ໝາຍເຖິງ​ການ​ເຫັນດີ​ກັບ​ສິ່ງ​ທີ່​ຫາກໍ​ເວົ້າ.