ຂ່າວດີທີ່ຂຽນໂດຍມາຣະໂກ 2:1-28

  • ພະ​ເຢຊູ​ປົວ​ຄົນ​ເປັນ​ອຳມະພາດ (1-12)

  • ພະ​ເຢຊູ​ເອີ້ນ​ເອົາ​ເລວີ (13-17)

  • ບັນຫາ​ເລື່ອງ​ການ​ອົດ​ເຂົ້າ (18-22)

  • ພະ​ເຢຊູ​ເປັນ “ນາຍ​ເໜືອ​ວັນ​ຊະບາໂຕ” (23-28)

2  ບໍ່​ເທົ່າ​ໃດ​ມື້​ຕໍ່ມາ ພະ​ເຢຊູ​ເຂົ້າ​ໄປ​ໃນ​ເມືອງ​ກາເປນາອູມ​ແລະ​ມີ​ຄົນ​ໄດ້​ຍິນ​ວ່າ​ເພິ່ນ​ກັບ​ມາ​ຢູ່​ເຮືອນ​ແລ້ວ+  ຄົນ​ບັກ​ຫຼາຍ​ໆ​ຈຶ່ງ​ພາກັນ​ມາ​ເຕັມ​ເຮືອນ​ຈົນ​ລົ້ນ​ອອກ​ໄປ​ອັ່ງ​ຢູ່​ປະຕູ ແລ້ວ​ພະ​ເຢຊູ​ກໍ​ສອນ​ເລື່ອງ​ພະເຈົ້າ​ໃຫ້​ເຂົາເຈົ້າ​ຮູ້.+  ມີ​ຜູ້​ຊາຍ 4 ຄົນ​ຫາມ​ຄົນ​ເປັນ​ອຳມະພາດ​ມາ.+  ແຕ່​ເຂົາເຈົ້າ​ເຂົ້າ​ໄປ​ຫາ​ພະ​ເຢຊູ​ບໍ່​ໄດ້​ຍ້ອນ​ມີ​ຄົນ​ຫຼາຍ​ໂພດ ເຂົາເຈົ້າ​ຈຶ່ງ​ຮື້​ຫຼັງຄາ​ທີ່​ຢູ່​ຊື່​ກັບ​ບ່ອນ​ທີ່​ເພິ່ນ​ຢູ່​ອອກ ແລະ​ເມື່ອ​ຮື້​ເປັນ​ປ່ອງ​ແລ້ວ ເຂົາເຈົ້າ​ກໍ​ຢ່ອນ​ເປ​ທີ່​ຄົນ​ເປັນ​ອຳມະພາດ​ນອນ​ຢູ່​ນັ້ນ​ລົງ​ມາ.  ເມື່ອ​ພະ​ເຢຊູ​ເຫັນ​ຄວາມ​ເຊື່ອ​ຂອງ​ເຂົາເຈົ້າ+ ເພິ່ນ​ບອກ​ຄົນ​ທີ່​ເປັນ​ອຳມະພາດ​ວ່າ: “ລູກ​ເອີ້ຍ ຂ້ອຍ​ຍົກໂທດ​ບາບ​ໃຫ້​ເຈົ້າ​ແລ້ວ.”+  ມີ​ຄູ​ສອນ​ສາສະໜາ​ບາງ​ຄົນ​ນັ່ງ​ຢູ່​ຫັ້ນ ແລະເຂົາເຈົ້າ​ຄິດ​ໃນ​ໃຈ​ວ່າ:+  “ລາວ​ເວົ້າ​ແບບ​ນີ້​ໄດ້​ຈັ່ງ​ໃດ? ລາວ​ໝິ່ນ​ປະໝາດ​ພະເຈົ້າ​ແທ້​ໆ​. ມີ​ແຕ່​ພະເຈົ້າ​ເທົ່າ​ນັ້ນ​ທີ່​ຍົກໂທດ​ບາບ​ໄດ້.”+  ແຕ່​ພະ​ເຢຊູ​ຮູ້​ທັນທີ​ວ່າ​ເຂົາເຈົ້າ​ຄິດ​ຫຍັງ​ຢູ່ ເພິ່ນ​ຈຶ່ງ​ຖາມ​ເຂົາເຈົ້າ​ວ່າ: “ເປັນ​ຫຍັງ​ພວກ​ເຈົ້າ​ຄື​ຄິດ​ແບບ​ນັ້ນ?+  ມັນ​ງ່າຍ​ທີ່​ຈະ​ເວົ້າ​ວ່າ ‘ບາບ​ຂອງ​ເຈົ້າ​ໄດ້​ຮັບ​ການ​ຍົກໂທດ​ແລ້ວ.’ ແຕ່​ຈະ​ມີ​ໃຜ​ບອກ​ຜູ້​ຊາຍ​ຄົນ​ນີ້​ໄດ້​ບໍ​ວ່າ ‘ລຸກ​ຂຶ້ນ​ແລະ​ແບກ​ເປ​ຂອງ​ເຈົ້າ​ຍ່າງ​ໄປ​ໂລດ’? 10  ແຕ່​ຂ້ອຍ​ຢາກ​ໃຫ້​ພວກ​ເຈົ້າ​ຮູ້​ວ່າ​ລູກ​ມະນຸດ+​ມີ​ອຳນາດ​ຈະ​ຍົກໂທດ​ບາບ​ໃນ​ໂລກ​ນີ້​ໄດ້​ແທ້.”+ ແລ້ວ​ພະ​ເຢຊູ​ກໍ​ເວົ້າ​ກັບ​ຄົນ​ທີ່​ເປັນ​ອຳມະພາດ​ວ່າ: 11  “ລຸກ​ຂຶ້ນ ແລ້ວ​ແບກ​ເປ​ເມືອ​ເຮືອນ.” 12  ລາວ​ກໍ​ລຸກ​ຂຶ້ນ ແລ້ວ​ແບກ​ເປ​ຍ່າງ​ອອກ​ໄປ​ຕໍ່​ໜ້າ​ທຸກ​ຄົນ​ທັນທີ ເຂົາເຈົ້າ​ຈຶ່ງ​ແປກໃຈ​ຫຼາຍ​ແລະ​ພາກັນ​ສັນລະເສີນ​ພະເຈົ້າ. ເຂົາເຈົ້າ​ເວົ້າ​ວ່າ: “ພວກ​ເຮົາ​ບໍ່​ເຄີຍ​ເຫັນ​ແບບ​ນີ້​ຈັກ​ເທື່ອ.”+ 13  ພະ​ເຢຊູ​ໄປ​ແຄມ​ທະເລ​ອີກ. ມີ​ຄົນ​ຫຼາຍ​ແທ້​ຫຼາຍ​ວ່າ​ມາ​ຫາ​ເພິ່ນ ແລ້ວ​ເພິ່ນ​ກໍ​ສອນ​ເຂົາເຈົ້າ. 14  ຕອນ​ທີ່​ພະ​ເຢຊູ​ຍ່າງ​ມາ​ຕາມ​ທາງ ເພິ່ນ​ເຫັນ​ເລວີ​ລູກ​ຊາຍ​ຂອງ​ອາລະຟາຍ​ນັ່ງ​ຢູ່​ດ່ານ​ເກັບ​ພາສີ ເພິ່ນ​ຈຶ່ງ​ເວົ້າ​ກັບ​ລາວ​ວ່າ: “ມາ​ເປັນ​ລູກສິດ​ຂ້ອຍ​ແມ້.” ເລວີ​ກໍ​ລຸກ​ຂຶ້ນ​ແລະ​ໄປ​ນຳ​ເພິ່ນ.+ 15  ຕໍ່ມາ ພະ​ເຢຊູ​ໄປ​ກິນ​ເຂົ້າ​ຢູ່​ເຮືອນ​ຂອງ​ເລວີ. ມີ​ຄົນ​ເກັບ​ພາສີ​ແລະ​ຄົນ​ທີ່​ມັກ​ເຮັດ​ຜິດ​ກິນ​ເຂົ້າ​ຢູ່​ໂຕະ​ດຽວ​ກັບ​ພະ​ເຢຊູ​ແລະ​ພວກ​ລູກສິດ​ຂອງ​ເພິ່ນ. ຫຼາຍ​ຄົນ​ໃນ​ກຸ່ມ​ນັ້ນ​ໄດ້​ເປັນ​ຜູ້​ຕິດຕາມ​ພະ​ເຢຊູ​ແລ້ວ.+ 16  ເມື່ອ​ພວກ​ຄູ​ສອນ​ສາສະໜາ​ທີ່​ເປັນ​ຟາຣີຊາຍ​ເຫັນ​ພະ​ເຢຊູ​ກິນ​ເຂົ້າ​ນຳ​ຄົນ​ທີ່​ມັກ​ເຮັດ​ຜິດ​ແລະ​ຄົນ​ເກັບ​ພາສີ ເຂົາເຈົ້າ​ຈຶ່ງ​ເວົ້າ​ກັບ​ພວກ​ລູກສິດ​ຂອງ​ເພິ່ນ​ວ່າ: “ເປັນ​ຫຍັງ​ລາວ​ຈຶ່ງ​ກິນ​ເຂົ້າ​ນຳ​ຄົນ​ເກັບ​ພາສີ​ແລະ​ຄົນ​ບາບ?” 17  ເມື່ອ​ພະ​ເຢຊູ​ໄດ້​ຍິນ​ແບບ​ນັ້ນ​ກໍ​ເວົ້າ​ວ່າ: “ຄົນ​ທີ່​ແຂງແຮງ​ບໍ່​ຕ້ອງການ​ໝໍ ແຕ່​ຄົນ​ທີ່​ບໍ່​ສະບາຍ​ຕ້ອງ​ໃຫ້​ໝໍ​ປົວ. ຂ້ອຍ​ບໍ່​ໄດ້​ມາ​ເພື່ອ​ຊ່ວຍ​ຄົນ​ດີ* ແຕ່​ມາ​ເພື່ອ​ຊ່ວຍ​ຄົນ​ທີ່​ເຮັດ​ຜິດ.”+ 18  ລູກສິດ​ຂອງ​ໂຢຮັນ​ແລະ​ພວກ​ຟາຣີຊາຍ​ອົດເຂົ້າ​ເປັນ​ປະຈຳ ເຂົາເຈົ້າ​ບາງ​ຄົນ​ຈຶ່ງ​ເຂົ້າ​ມາ​ຖາມ​ພະ​ເຢຊູ​ວ່າ: “ລູກສິດ​ຂອງ​ໂຢຮັນ​ແລະ​ລູກສິດ​ຂອງ​ພວກ​ຟາຣີຊາຍ​ອົດເຂົ້າ ແຕ່​ເປັນ​ຫຍັງ​ພວກ​ລູກສິດ​ຂອງ​ທ່ານ​ຈຶ່ງ​ບໍ່​ອົດເຂົ້າ?”+ 19  ພະ​ເຢຊູ​ຕອບ​ເຂົາເຈົ້າ​ວ່າ: “ຕອນ​ທີ່​ເຈົ້າ​ບ່າວ​ຍັງ​ຢູ່+ ໝູ່​ເຈົ້າ​ບ່າວ​ກໍ​ບໍ່​ຕ້ອງ​ອົດເຂົ້າ​ແມ່ນ​ບໍ? ໝູ່​ເຈົ້າ​ບ່າວ​ຈະ​ບໍ່​ອົດເຂົ້າ ຖ້າ​ເຈົ້າ​ບ່າວ​ຍັງ​ຢູ່​ນຳ. 20  ແຕ່​ມີ​ມື້​ໜຶ່ງ​ຊິ​ມີ​ຄົນ​ເອົາ​ເຈົ້າ​ບ່າວ​ໄປ​ຈາກ​ເຂົາເຈົ້າ ຕອນ​ນັ້ນ​ແຫຼະ​ທີ່​ເຂົາເຈົ້າ​ຈະ​ໂສກເສົ້າ+​ແລະ​ອົດເຂົ້າ. 21  ບໍ່​ມີ​ໃຜ​ເອົາ​ຜ້າ​ໃໝ່​ມາ​ຕາບ​ເສື້ອ​ເກົ່າ. ຖ້າ​ເຮັດ​ແບບ​ນັ້ນ ເມື່ອ​ຜ້າ​ໃໝ່​ຫົດ ມັນ​ຈະ​ດຶງ​ຜ້າ​ເກົ່າ​ໃຫ້​ຂາດ ແລ້ວ​ຮອຍ​ຂາດ​ຈະ​ໃຫຍ່​ກວ່າ​ເກົ່າ.+ 22  ບໍ່​ມີ​ຜູ້​ໃດ​ເອົາ​ເຫຼົ້າແວງ​ໃໝ່​ໃສ່​ຖົງ​ໜັງ​ເກົ່າ. ຖ້າ​ເຮັດ​ແບບ​ນັ້ນ ເຫຼົ້າແວງ​ຈະ​ເຮັດ​ໃຫ້​ຖົງ​ໜັງ​ແຕກ ແລ້ວ​ທັງ​ສອງ​ຢ່າງ​ຈະ​ເສຍ​ຖິ້ມ​ໄປ​ລ້າ​ໆ​. ເຫຼົ້າແວງ​ໃໝ່​ກໍ​ຕ້ອງ​ໃສ່​ຖົງ​ໜັງ​ໃໝ່.” 23  ຕອນ​ທີ່​ພະ​ເຢຊູ​ກັບ​ພວກ​ລູກສິດ​ຍ່າງ​ຜ່ານ​ທົ່ງ​ນາ​ໃນ​ວັນ​ຊະບາໂຕ ລູກສິດ​ຂອງ​ເພິ່ນ​ເດັດ​ຮວງ​ເຂົ້າ​ມາ​ກິນ​ຕອນ​ທີ່​ຍ່າງ​ໄປ.+ 24  ພວກ​ຟາຣີຊາຍ​ຈຶ່ງ​ເວົ້າ​ກັບ​ເພິ່ນ​ວ່າ: “ເບິ່ງ​ແມະ! ເປັນ​ຫຍັງ​ເຂົາເຈົ້າ​ເຮັດ​ຜິດ​ກົດ​ວັນ​ຊະບາໂຕ?” 25  ພະ​ເຢຊູ​ຈຶ່ງ​ຕອບ​ເຂົາເຈົ້າ​ວ່າ: “ພວກ​ເຈົ້າ​ບໍ່​ໄດ້​ອ່ານ​ບໍ​ວ່າ​ດາວິດ​ເຮັດ​ຫຍັງ​ຕອນ​ທີ່​ລາວ​ກັບ​ຄົນ​ຂອງ​ລາວ​ຫິວ​ເຂົ້າ​ແລະ​ບໍ່​ມີ​ຫຍັງ​ກິນ?+ 26  ຕອນ​ທີ່​ລາວ​ຢູ່​ກັບ​ຫົວໜ້າ​ປະໂລຫິດ​ອາບີອາທາ+ ລາວ​ເຂົ້າ​ໄປ​ເອົາ​ເຂົ້າຈີ່​ທີ່​ຕັ້ງ​ໄວ້*​ໃນ​ວິຫານ​ຂອງ​ພະເຈົ້າ*​ອອກ​ມາ​ກິນ​ກັບ​ຄົນ​ຂອງ​ລາວ. ທີ່ຈິງ ເຂົາເຈົ້າ​ບໍ່​ມີ​ສິດ​ກິນ​ເຂົ້າຈີ່​ນັ້ນ ຍ້ອນ​ມີ​ແຕ່​ປະໂລຫິດ​ເທົ່າ​ນັ້ນ​ທີ່​ມີ​ສິດ​ກິນ​ໄດ້.”+ 27  ແລ້ວ​ພະ​ເຢຊູ​ກໍ​ເວົ້າ​ກັບ​ເຂົາເຈົ້າ​ວ່າ: “ພະເຈົ້າ​ຕັ້ງ​ວັນ​ຊະບາໂຕ​ເພື່ອ​ປະໂຫຍດ​ຂອງ​ມະນຸດ+ ບໍ່​ແມ່ນ​ສ້າງ​ມະນຸດ​ເພື່ອ​ໃຫ້​ຖື​ວັນ​ຊະບາໂຕ. 28  ດັ່ງນັ້ນ ລູກ​ມະນຸດ​ເປັນ​ນາຍ​ເໜືອ​ວັນ​ຊະບາໂຕ.”+

ຂໍຄວາມໄຂເງື່ອນ

ໝາຍເຖິງ​ຄົນ​ທີ່​ຄິດ​ວ່າ​ໂຕເອງ​ດີ​ກວ່າ​ຄົນ​ອື່ນ
ໝາຍເຖິງ​ເຕັ້ນ​ສັກສິດ