ຂ່າວດີທີ່ຂຽນໂດຍມາຣະໂກ 6:1-56

  • ພະ​ເຢຊູ​ຖືກ​ປະຕິເສດ​ໃນ​ເມືອງ​ທີ່​ເພິ່ນ​ຢູ່ (1-6)

  • ສອນ​ອັກຄະສາວົກ 12 ຄົນ​ເລື່ອງ​ວຽກ​ປະກາດ (7-13)

  • ໂຢຮັນ​ຜູ້​ໃຫ້​ບັບເຕມາ​ຕາຍ (14-29)

  • ພະ​ເຢຊູ​ລ້ຽງ​ເຂົ້າ​ຜູ້​ຊາຍ 5.000 ຄົນ (30-44)

  • ພະ​ເຢຊູ​ຍ່າງ​ຢູ່​ເທິງ​ໜ້າ​ນ້ຳ (45-52)

  • ປົວ​ຄົນ​ເຈັບ​ປ່ວຍ​ຢູ່​ເຄັນນາຊາເຣັດ (53-56)

6  ພະ​ເຢຊູ​ເດີນທາງ​ຈາກ​ບ່ອນ​ນັ້ນ​ແລະ​ກັບ​ເມືອ​ເມືອງ​ທີ່​ເພິ່ນ​ຢູ່+ ພວກ​ລູກສິດ​ກໍ​ໄປ​ນຳ​ເພິ່ນ.  ເມື່ອ​ຮອດ​ວັນ​ຊະບາໂຕ ພະ​ເຢຊູ​ເຂົ້າ​ໄປ​ສອນ​ໃນ​ບ່ອນ​ປະຊຸມ​ຂອງ​ຄົນ​ຢິວ ຜູ້​ຟັງ​ສ່ວນ​ຫຼາຍ​ພາກັນ​ງຶດ​ແລະ​ເວົ້າ​ວ່າ: “ຜູ້​ນີ້​ໄດ້​ສະຕິ​ປັນຍາ​ແບບ​ນີ້​ມາ​ແຕ່​ໃສ?+ ລາວ​ມີ​ສະຕິ​ປັນຍາ​ແບບ​ນີ້​ໄດ້​ແນວ​ໃດ? ແລະ​ໃຜ​ໃຫ້​ອຳນາດ​ລາວ​ເຮັດ​ການ​ອັດສະຈັນ​ແບບ​ນີ້​ໄດ້?+  ລາວ​ເປັນ​ຊ່າງ​ໄມ້​ຕົ໋ວ?+ ແມ່​ຂອງ​ລາວ​ຊື່​ມາຣິອາ+ ແລະ​ນ້ອງ​ຊາຍ​ຂອງ​ລາວ​ຊື່​ຢາໂກໂບ+ ໂຢເຊັບ ຢູດາ ແລະ​ຊີໂມນ+​ບໍ່​ແມ່ນ​ບໍ? ພວກ​ນ້ອງ​ສາວ​ຂອງ​ລາວ​ກໍ​ເປັນ​ຄົນ​ບ້ານ​ດຽວ​ກັບ​ພວກ​ເຮົາ​ຕົ໋ວ?” ຍ້ອນ​ແນວ​ນີ້ ເຂົາເຈົ້າ​ຈຶ່ງ​ບໍ່​ຍອມຮັບ​ພະ​ເຢຊູ.  ເພິ່ນ​ຈຶ່ງ​ບອກ​ເຂົາເຈົ້າ​ວ່າ: “ຜູ້​ພະຍາກອນ​ໄດ້​ຮັບ​ການ​ຍອມຮັບ​ແລະ​ໄດ້​ຮັບ​ຄວາມ​ນັບຖື​ໃນ​ທຸກ​ບ່ອນ ຍົກເວັ້ນ​ໃນ​ເມືອງ​ທີ່​ລາວ​ຢູ່ ໃນ​ພວກ​ຍາດ​ຕິ​ພີ່ນ້ອງ ແລະ​ໃນ​ຄອບຄົວ.”+  ດັ່ງນັ້ນ ພະ​ເຢຊູ​ຈຶ່ງ​ບໍ່​ໄດ້​ເຮັດ​ການ​ອັດສະຈັນ​ໃນ​ເມືອງ​ນັ້ນ ນອກ​ຈາກ​ວາງ​ມື​ເທິງ​ຄົນ​ເຈັບ​ປ່ວຍ​ພຽງ​ບໍ່​ເທົ່າ​ໃດ​ຄົນ​ເພື່ອ​ປົວ​ເຂົາເຈົ້າ.  ທີ່ຈິງ ເພິ່ນແປກໃຈ​ຫຼາຍທີ່​ເຂົາເຈົ້າ​ບໍ່​ມີ​ຄວາມ​ເຊື່ອ. ຈາກນັ້ນ ພະ​ເຢຊູ​ໄດ້​ໄປ​ສອນ​ຕາມ​ບ້ານ​ຕ່າງ​ໆ​ທີ່​ຢູ່​ໃກ້​ໆ​ຫັ້ນ.+  ພະ​ເຢຊູ​ເອີ້ນ​ອັກຄະ​ສາວົກ* 12 ຄົນ​ມາ ແລ້ວ​ເລີ່ມ​ສົ່ງ​ເຂົາເຈົ້າ​ອອກ​ໄປ​ເປັນ​ຄູ່​ໆ​+ ແລະ​ໃຫ້​ເຂົາເຈົ້າ​ມີ​ອຳນາດ​ເໜືອ​ພວກ​ປີສາດ.+  ເພິ່ນ​ສັ່ງ​ເຂົາເຈົ້າ​ວ່າ​ນອກ​ຈາກ​ໄມ້​ຄ້ອນເທົ້າ​ແລ້ວ ບໍ່​ໃຫ້​ເອົາ​ຫຍັງ​ໄປ ບໍ່​ວ່າ​ຈະເປັນ​ເຂົ້າຈີ່ ຖົງ​ໃສ່​ຂອງກິນ ຫຼື​ເງິນ.*+  ເພິ່ນ​ໃຫ້​ເອົາ​ແຕ່​ເກີບ​ທີ່​ໃສ່​ຢູ່​ກັບ​ເຄື່ອງນຸ່ງ​ຄາ​ຄີງ​ເທົ່າ​ນັ້ນ​ໄປ. 10  ເພິ່ນ​ບອກ​ເຂົາເຈົ້າ​ອີກ​ວ່າ: “ເມື່ອ​ເຂົ້າ​ໄປ​ໃນ​ເຮືອນ​ຫຼັງ​ໃດ ກໍ​ໃຫ້​ພັກ​ຢູ່​ຫັ້ນ​ຈົນ​ກວ່າ​ຈະ​ອອກ​ຈາກ​ເມືອງ​ນັ້ນ.+ 11  ຖ້າ​ບ່ອນ​ໃດ​ບໍ່​ຕ້ອນຮັບ​ພວກ​ເຈົ້າ​ຫຼື​ບໍ່​ຟັງ​ພວກ​ເຈົ້າ ໃຫ້​ສັ່ນ​ຂີ້​ຝຸ່ນ​ອອກ​ຈາກ​ຕີນ​ຕອນ​ທີ່​ອອກ​ຈາກ​ບ່ອນ​ນັ້ນ ເພື່ອ​ໃຫ້​ເຂົາເຈົ້າ​ຮູ້​ວ່າ​ພວກ​ເຈົ້າ​ເຕືອນ​ເຂົາເຈົ້າ​ແລ້ວ.”+ 12  ເຂົາເຈົ້າ​ຈຶ່ງ​ອອກ​ໄປ​ປະກາດ​ໃຫ້​ຄົນ​ກັບໃຈ+ 13  ໄລ່​ປີສາດ​ອອກ​ຫຼາຍ​ໂຕ+ ເອົາ​ນ້ຳມັນ​ທາ​ຄົນ​ເຈັບ​ປ່ວຍ ແລະ​ປົວ​ເຂົາເຈົ້າ​ໃຫ້​ດີ​ເປັນ​ປົກກະຕິ. 14  ແລ້ວ​ກະສັດ​ເຮໂຣດ​ກໍ​ໄດ້​ຍິນ​ເລື່ອງ​ຂອງ​ພະ​ເຢຊູ​ຍ້ອນ​ຄົນ​ພາກັນ​ເວົ້າ​ເຖິງ​ເພິ່ນ. ເຂົາເຈົ້າ​ເວົ້າ​ວ່າ: “ຜູ້​ນີ້​ຕ້ອງ​ແມ່ນ​ໂຢຮັນ​ຜູ້​ໃຫ້​ບັບເຕມາ​ທີ່​ຄືນ​ມາ​ຈາກ​ຕາຍ​ແລ້ວ ຍ້ອນ​ແນວ​ນີ້​ລາວ​ຈຶ່ງ​ເຮັດ​ການ​ອັດສະຈັນ​ໄດ້.”+ 15  ສ່ວນ​ບາງ​ຄົນ​ບອກ​ວ່າ: “ລາວ​ແມ່ນ​ເອລີຢາ.” ແຕ່​ບາງ​ຄົນ​ບອກ​ວ່າ: “ລາວ​ເປັນ​ຜູ້​ພະຍາກອນ​ຄົນ​ໜຶ່ງ​ຄື​ກັບ​ຜູ້​ພະຍາກອນ​ຄົນ​ອື່ນ​ໆ​ໃນ​ສະໄໝ​ແຕ່​ກີ້.”+ 16  ເມື່ອ​ເຮໂຣດ​ໄດ້​ຍິນ​ເລື່ອງ​ນັ້ນ​ກໍ​ເວົ້າ​ວ່າ: “ໂຢຮັນ​ຜູ້​ທີ່​ຂ້ອຍ​ສັ່ງ​ໃຫ້​ຕັດ​ຫົວ​ໄດ້​ຄືນ​ມາ​ແລ້ວ.” 17  ກ່ອນ​ໜ້າ​ນີ້ ເຮໂຣດ​ສົ່ງ​ຄົນ​ໄປ​ຈັບ​ໂຢຮັນ​ລ່າມ​ໂສ້​ແລະ​ຂັງ​ໄວ້​ໃນ​ຄຸກ ຍ້ອນ​ເລື່ອງ​ທີ່​ເຮໂຣດ​ໄປ​ແຕ່ງດອງ​ກັບ​ເຮໂຣເດຍ​ທີ່​ເຄີຍ​ເປັນ​ເມຍ​ຂອງ​ຟີລິບ​ທີ່​ເປັນ​ອ້າຍ​ຂອງ​ລາວ.+ 18  ໂຢຮັນ​ເຄີຍ​ເວົ້າ​ກັບ​ເຮໂຣດ​ຫຼາຍ​ເທື່ອ​ວ່າ: “ມັນ​ຜິດ​ເດີ້​ທີ່​ທ່ານ​ເອົາ​ເຮໂຣເດຍ​ມາ​ເປັນ​ເມຍ.”+ 19  ເຮໂຣເດຍ​ຈຶ່ງ​ຄຽດແຄ້ນ​ແລະ​ຢາກ​ຈະ​ຂ້າ​ໂຢຮັນ ແຕ່​ຂ້າ​ບໍ່​ໄດ້. 20  ເຮໂຣດ​ຢ້ານ​ໂຢຮັນ ຍ້ອນ​ລາວ​ຮູ້​ວ່າ​ໂຢຮັນ​ເປັນ​ຄົນ​ດີ​ແລະ​ນະມັດສະການ​ພະເຈົ້າ+ ລາວ​ຈຶ່ງ​ປົກປ້ອງ​ໂຢຮັນ​ໄວ້. ທຸກ​ເທື່ອ​ທີ່​ຟັງ​ສິ່ງ​ທີ່​ໂຢຮັນ​ສອນ ເມື່ອ​ຟັງ​ແລ້ວ​ລາວ​ກໍ​ບໍ່​ຮູ້​ວ່າ​ຈະ​ເຮັດ​ແນວ​ໃດ​ກັບ​ໂຢຮັນ ແຕ່ລາວກໍຍັງມັກຟັງ. 21  ແລ້ວ​ໂອກາດ​ກໍ​ມາ​ຮອດ ໃນ​ວັນ​ເກີດ​ຂອງ​ເຮໂຣດ ລາວ​ໄດ້​ຈັດ​ງານ​ລ້ຽງ​ໃຫຍ່+​ສຳລັບ​ຄົນ​ທີ່​ມີ​ຕຳແໜ່ງ​ສູງ ນາຍ​ພັນ ແລະ​ຄົນ​ສຳຄັນ​ໃນ​ແຂວງ​ຄາລີເລ.+ 22  ລູກ​ສາວ​ຂອງ​ເຮໂຣເດຍ​ໄດ້​ອອກ​ມາ​ເຕັ້ນ ແລະ​ເຮັດ​ໃຫ້​ເຮໂຣດ​ກັບ​ແຂກ​ທີ່​ກິນ​ເຂົ້າ​ນຳ​ກັນ​ພໍໃຈ​ຫຼາຍ. ກະສັດ​ຈຶ່ງ​ຖາມ​ລູກ​ສາວ​ຂອງ​ເຮໂຣເດຍ​ວ່າ: “ເຈົ້າ​ຢາກ​ໄດ້​ຫຍັງ ຂໍ​ມາ​ໂລດ ຂ້ອຍ​ຊິ​ເອົາ​ໃຫ້.” 23  ກະສັດ​ເຖິງຂັ້ນ​ສັນຍາ​ກັບ​ລາວ​ວ່າ: “ເຈົ້າ​ຂໍ​ຫຍັງ ຂ້ອຍ​ກໍ​ຈະ​ໃຫ້​ທຸກ​ຢ່າງ ແມ່ນ​ແຕ່​ເຄິ່ງ​ໜຶ່ງ​ຂອງ​ປະເທດ​ຂ້ອຍ​ກໍ​ຈະ​ເອົາ​ໃຫ້.” 24  ລາວ​ອອກ​ໄປ​ຖາມ​ແມ່​ວ່າ: “ແມ່ ລູກ​ຄວນ​ຂໍ​ຫຍັງ?” ແມ່​ຕອບ​ວ່າ: “ຂໍ​ຫົວ​ຂອງ​ໂຢຮັນ​ຜູ້​ໃຫ້​ບັບເຕມາ​ໂລດ.” 25  ລູກ​ສາວ​ຂອງ​ເຮໂຣເດຍ​ກໍ​ຟ້າວ​ກັບ​ໄປ​ຫາ​ກະສັດ​ແລະ​ເວົ້າ​ວ່າ: “ຂ້ອຍ​ຢາກ​ໄດ້​ຫົວ​ຂອງ​ໂຢຮັນ​ຜູ້​ໃຫ້​ບັບເຕມາ ເອົາ​ໃສ່​ຖາດ​ມາ​ໃຫ້​ຂ້ອຍ​ດຽວ​ນີ້.”+ 26  ຄຳ​ຂໍ​ນີ້​ເຮັດ​ໃຫ້​ເຮໂຣດ​ລຳບາກ​ໃຈ​ຫຼາຍ ແຕ່​ກໍ​ປະຕິເສດ​ບໍ່​ໄດ້​ຍ້ອນ​ໄດ້​ສັນຍາ​ໄວ້​ແລ້ວ​ຕໍ່​ໜ້າ​ແຂກ​ໃນ​ງານ. 27  ກະສັດ​ຈຶ່ງ​ສັ່ງ​ທະຫານ​ໃຫ້​ໄປ​ເອົາ​ຫົວ​ຂອງ​ໂຢຮັນ​ມາ​ທັນທີ ແລ້ວ​ທະຫານ​ຄົນ​ນັ້ນ​ກໍ​ໄປ​ຕັດ​ຫົວ​ຂອງ​ໂຢຮັນ​ໃນ​ຄຸກ 28  ແລະ​ໃສ່​ຖາດ​ເອົາ​ມາ​ໃຫ້​ລູກ​ສາວ​ຂອງເຮໂຣເດຍ ແລ້ວ​ລາວ​ກໍ​ເອົາ​ໄປ​ໃຫ້​ແມ່. 29  ເມື່ອ​ພວກ​ລູກສິດ​ຂອງ​ໂຢຮັນ​ຮູ້​ເລື່ອງ​ນີ້ ເຂົາເຈົ້າ​ກໍ​ມາ​ເອົາ​ສົບ​ລາວ​ໄປ​ໄວ້​ໃນ​ບ່ອນ​ຝັງ​ສົບ. 30  ພວກ​ອັກຄະ​ສາວົກ​ກັບ​ມາ​ຫາ​ພະ​ເຢຊູ ແລະ​ເວົ້າ​ໃຫ້​ເພິ່ນ​ຟັງ​ທຸກ​ເລື່ອງ​ທີ່​ເຂົາເຈົ້າ​ໄດ້​ເຮັດ​ແລະ​ໄດ້​ສອນ.+ 31  ພະ​ເຢຊູ​ຈຶ່ງ​ບອກ​ເຂົາເຈົ້າ​ວ່າ: “ໄປ໋ ພວກ​ເຮົາ​ໄປ​ບ່ອນ​ທີ່​ຫ່າງ​ໄກ​ຈາກ​ຄົນ​ເພື່ອ​ຈະ​ໄດ້​ພັກຜ່ອນ​ໜ້ອຍ​ໜຶ່ງ.”+ ເພິ່ນ​ເວົ້າ​ແບບ​ນັ້ນ​ຍ້ອນ​ມີ​ຄົນ​ມາ​ຫາ​ຫຼາຍ​ຈົນ​ເພິ່ນ​ກັບ​ພວກ​ລູກສິດ​ຮອດ​ບໍ່​ມີ​ເວລາ​ຈະ​ກິນ​ເຂົ້າ. 32  ພະ​ເຢຊູ​ກັບ​ພວກ​ລູກສິດ​ຈຶ່ງ​ຂຶ້ນ​ເຮືອ​ໄປ​ບ່ອນ​ທີ່​ງຽບ​ໆ​ເພື່ອ​ຈະ​ມີ​ເວລາ​ເປັນ​ສ່ວນ​ໂຕ.+ 33  ແຕ່​ເມື່ອ​ຄົນ​ເຫັນ​ເພິ່ນ​ກັບ​ພວກ​ລູກສິດ​ຂີ່​ເຮືອ​ອອກ​ໄປ ແລະ​ຫຼາຍ​ຄົນ​ຮູ້​ວ່າ​ເພິ່ນ​ຈະ​ໄປ​ໃສ ຄົນ​ຈາກ​ເມືອງ​ຕ່າງ​ໆ​ກໍ​ແລ່ນ​ໄປ​ຖ້າ​ຢູ່​ບ່ອນ​ນັ້ນ​ກ່ອນ. 34  ເມື່ອ​ພະ​ເຢຊູ​ອອກ​ຈາກ​ເຮືອ ເພິ່ນ​ເຫັນ​ຄົນ​ບັກ​ຫຼາຍ​ໆ​ມາ​ຖ້າ​ຢູ່​ກໍ​ຮູ້ສຶກ​ອີ່ຕົນ+ ຍ້ອນ​ເຂົາເຈົ້າ​ເປັນ​ຄື​ແກະ​ທີ່​ບໍ່​ມີ​ຄົນ​ລ້ຽງ+ ພະ​ເຢຊູ​ຈຶ່ງ​ສອນ​ເຂົາເຈົ້າ​ຫຼາຍ​ເລື່ອງ.+ 35  ເມື່ອ​ຮອດ​ຕອນ​ແລງ ພວກ​ລູກສິດ​ມາ​ຫາ​ພະ​ເຢຊູ​ແລ້ວ​ເວົ້າ​ວ່າ: “ແຖວ​ນີ້​ບໍ່​ມີ​ຫຍັງ​ຂາຍ ແລະ​ຕອນນີ້​ກໍ​ຄ່ຳ​ແລ້ວ.+ 36  ບອກ​ເຂົາເຈົ້າ​ໃຫ້​ໄປ​ຊອກ​ຊື້​ຂອງກິນ​ຕາມ​ໄຮ່​ນາ​ແລະ​ຕາມ​ບ້ານ​ທີ່​ຢູ່​ໃກ້​ໆ​ນີ້​ດີ​ບໍ່?”+ 37  ແຕ່​ພະ​ເຢຊູ​ບອກ​ລູກສິດ​ວ່າ: “ໃຫ້​ພວກ​ເຈົ້າ​ຫັ້ນ​ແຫຼະ​ເອົາ​ຂອງກິນ​ໃຫ້​ເຂົາເຈົ້າ​ກິນ.” ພວກ​ລູກສິດ​ຕອບ​ວ່າ: “ຈະ​ໃຫ້​ພວກ​ເຮົາ​ໄປ​ຊື້​ເຂົ້າຈີ່ 200 ເດນາຣິອົນ*​ໃຫ້​ເຂົາເຈົ້າ​ກິນ​ບໍ?”+ 38  ເພິ່ນ​ບອກ​ເຂົາເຈົ້າ​ວ່າ: “ເບິ່ງ​ດຸ​ວ່າ​ພວກ​ເຈົ້າ​ມີ​ເຂົ້າຈີ່​ຈັກ​ອັນ?” ພວກ​ລູກສິດ​ໄປ​ເບິ່ງ​ແລ້ວ​ກໍ​ຕອບ​ພະ​ເຢຊູ​ວ່າ: “ມີ 5 ອັນ​ກັບ​ປາ 2 ໂຕ.”+ 39  ພະ​ເຢຊູ​ສັ່ງ​ໃຫ້​ທຸກ​ຄົນ​ນັ່ງ​ລົງ​ເປັນ​ກຸ່ມ​ຢູ່​ພື້ນ​ທີ່​ມີ​ຫຍ້າ​ຂຽວ​ໆ​.+ 40  ເຂົາເຈົ້າ​ກໍ​ນັ່ງ​ລົງ​ເປັນ​ກຸ່ມ​ໆ​ ບາງ​ກຸ່ມ​ກໍ 100 ຄົນ ບາງ​ກຸ່ມ​ກໍ 50 ຄົນ. 41  ແລ້ວ​ພະ​ເຢຊູ​ກໍ​ຈັບ​ເອົາ​ເຂົ້າຈີ່ 5 ອັນ​ກັບ​ປາ 2 ໂຕ ແລ້ວ​ເງີຍ​ໜ້າ​ຂຶ້ນ​ຟ້າ ແລະ​ອະທິດຖານ.+ ຈາກນັ້ນ ເພິ່ນ​ກໍ​ຫັກ​ເຂົ້າຈີ່​ຍື່ນ​ໃຫ້​ພວກ​ລູກສິດ​ເພື່ອ​ຢາຍ​ໃຫ້​ປະຊາຊົນ. ແລ້ວ​ເພິ່ນ​ກໍ​ແບ່ງ​ປາ 2 ໂຕ​ນັ້ນ​ໃຫ້​ທຸກ​ຄົນ. 42  ທຸກ​ຄົນ​ໄດ້​ກິນ​ຈົນ​ອີ່ມ 43  ແລະ​ພວກ​ລູກສິດ​ກໍ​ທ້ອນ​ເຂົ້າຈີ່​ທີ່​ເຫຼືອ​ໄດ້​ເຕັມ 12 ກະຕ່າ ເຊິ່ງ​ຍັງ​ບໍ່​ລວມ​ປາ​ທີ່​ເຫຼືອ.+ 44  ຄົນ​ທີ່​ກິນ​ເຂົ້າຈີ່​ນັ້ນ​ນັບ​ສະເພາະ​ຜູ້​ຊາຍ​ມີ 5.000 ຄົນ. 45  ທັນທີ​ຫຼັງ​ຈາກນັ້ນ ພະ​ເຢຊູ​ໃຫ້​ພວກ​ລູກສິດ​ຂີ່​ເຮືອ​ຂ້າມ​ຟາກ​ໄປ​ເມືອງ​ເບັດຊາອີດາ​ກ່ອນ ສ່ວນ​ເພິ່ນ​ກໍ​ຖ້າ​ສົ່ງ​ປະຊາຊົນ​ຢູ່​ບ່ອນ​ນັ້ນ.+ 46  ຫຼັງ​ຈາກ​ລາ​ເຂົາເຈົ້າ​ແລ້ວ ພະ​ເຢຊູ​ກໍ​ຂຶ້ນ​ໄປ​ເທິງ​ພູ​ເພື່ອ​ອະທິດຖານ.+ 47  ໃນ​ຕອນ​ຄ່ຳ ເຮືອ​ຂອງ​ພວກ​ລູກສິດ​ກໍ​ຢູ່​ກາງ​ທະເລ ແຕ່​ພະ​ເຢຊູ​ຢູ່​ແຄມ​ຝັ່ງ​ຄົນ​ດຽວ.+ 48  ຕອນ​ເຊົ້າ​ໆ​* ເມື່ອ​ເພິ່ນ​ເຫັນ​ເຂົາເຈົ້າ​ກຳລັງ​ພາຍ​ເຮືອ​ດ້ວຍ​ຄວາມ​ຍາກ​ລຳບາກ​ຍ້ອນ​ເຮືອ​ແລ່ນ​ຕ້ານ​ກະແສ​ລົມ ເພິ່ນ​ກໍ​ຍ່າງ​ຢູ່​ເທິງ​ໜ້າ​ນ້ຳ​ມາ​ຫາ​ເຂົາເຈົ້າ ແຕ່​ເຮັດ​ຄື​ກັບ​ວ່າ​ຈະ​ຍ່າງ​ກາຍ​ເຮືອ​ເຂົາເຈົ້າ​ໄປ. 49  ເມື່ອ​ພວກ​ລູກສິດ​ເຫັນ​ຄົນ​ຍ່າງ​ຢູ່​ເທິງ​ໜ້າ​ນ້ຳ​ຈຶ່ງ​ພາກັນ​ເວົ້າ​ວ່າ: “ແມ່ນ​ຫຍັງ​ຫັ້ນ!” ແລ້ວ​ເຂົາເຈົ້າ​ກໍ​ຮ້ອງ​ສຽງ​ເຫຼີ. 50  ຍ້ອນ​ເຂົາເຈົ້າ​ເຫັນ​ພະ​ເຢຊູ​ແລະ​ຕົກໃຈ​ຢ້ານ ເພິ່ນ​ຈຶ່ງ​ຟ້າວ​ບອກ​ເຂົາເຈົ້າ​ວ່າ: “ບໍ່​ຕ້ອງ​ຕົກໃຈ. ຂ້ອຍ​ເອງ ບໍ່​ຕ້ອງ​ຢ້ານ.”+ 51  ແລ້ວ​ພະ​ເຢຊູ​ກໍ​ຂຶ້ນ​ໄປ​ຫາ​ເຂົາເຈົ້າ​ຢູ່​ເທິງ​ເຮືອ ແລະ​ລົມ​ກໍ​ສະຫງົບ. ເມື່ອ​ເຫັນ​ແບບ​ນັ້ນ​ເຂົາເຈົ້າ​ກໍ​ຮູ້ສຶກ​ງຶດ​ຫຼາຍ 52  ຍ້ອນ​ເຂົາເຈົ້າ​ຍັງ​ບໍ່​ເຂົ້າ​ໃຈ​ຄວາມ​ໝາຍ​ຂອງ​ການ​ອັດສະຈັນ​ເລື່ອງ​ເຂົ້າຈີ່​ນັ້ນ. 53  ເມື່ອ​ພະ​ເຢຊູ​ກັບ​ລູກສິດ​ຂ້າມ​ມາ​ຮອດ​ຟາກ​ເຄັນເນຊາເຣັດ​ແລ້ວ ເຂົາເຈົ້າ​ກໍ​ຈອດ​ເຮືອ​ໄວ້​ຢູ່​ແຄມ​ຝັ່ງ.+ 54  ແຕ່​ທັນທີ​ທີ່​ອອກ​ຈາກ​ເຮືອ ຄົນ​ທີ່​ຢູ່​ຫັ້ນ​ກໍ​ຈື່​ພະ​ເຢຊູ​ໄດ້. 55  ເຂົາເຈົ້າ​ຈຶ່ງ​ຟ້າວ​ໄປ​ບອກ​ຄົນ​ອື່ນ​ໆ​ທີ່​ຢູ່​ທົ່ວ​ເຂດ​ນັ້ນ. ເມື່ອ​ໄດ້​ຍິນ​ວ່າ​ພະ​ເຢຊູ​ຢູ່​ໃສ ເຂົາເຈົ້າ​ກໍ​ຫາມ​ຄົນ​ເຈັບ​ປ່ວຍ​ໃສ່​ເປ​ມາ​ຫາ​ເພິ່ນ. 56  ບໍ່​ວ່າ​ພະ​ເຢຊູ​ຈະ​ໄປ​ນອກ​ເມືອງ ຫຼື​ເຂົ້າ​ໄປ​ບ້ານ​ໃດ ຫຼື​ເມືອງ​ໃດ ປະຊາຊົນ​ກໍ​ຈະ​ພາ​ຄົນ​ເຈັບ​ປ່ວຍມາ​ທີ່​ຕະຫຼາດ.* ຄົນ​ເຈັບ​ປ່ວຍ​ໄດ້​ອ້ອນວອນ​ວ່າ ຂໍ​ໃຫ້​ໄດ້​ບາຍ​ແຕ່​ຍອຍເສື້ອ​ຄຸມຂອງ​ເພິ່ນ​ກໍ​ພໍ​ແລ້ວ.+ ທຸກ​ຄົນ​ທີ່​ໄດ້​ບາຍ​ຍອຍ​ເສື້ອ​ນັ້ນ​ກໍ​ເຊົາ​ເຈັບ​ປ່ວຍ.

ຂໍຄວາມໄຂເງື່ອນ

ໃນ​ພາສາ​ກຣີກ​ຄຳ​ນີ້​ແປ​ວ່າ “ຜູ້​ທີ່​ຖືກ​ສົ່ງ​ອອກ​ໄປ”
ຫຼື “ເງິນ​ໃນ​ຖົງ​ໃສ່​ເງິນ​ທີ່​ມັດ​ຢູ່​ແອວ”
1 ເດນາຣິອົນ​ເທົ່າ​ກັບ​ຄ່າ​ຈ້າງ​ມື້​ໜຶ່ງ​ຂອງ​ຄົນ​ທີ່​ໃຊ້​ແຮງງານ. ເບິ່ງ​ພາກ​ຜະໜວກ ຂ14.
ໝາຍເຖິງ​ປະມານ 3 ໂມງ​ເຊົ້າ​ຈົນ​ຮອດ​ຕອນ​ຕາເວັນ​ຂຶ້ນ​ປະມານ 6 ໂມງ​ເຊົ້າ
ເດີ່ນ​ສຳລັບ​ຄ້າ​ຂາຍ​ແລະ​ຊຸມນຸມ​ກັນ