ຂ່າວດີທີ່ຂຽນໂດຍມາຣະໂກ 9:1-50

  • ລັກສະນະ​ຂອງ​ພະ​ເຢຊູ​ປ່ຽນ​ໄປ (1-13)

  • ປົວ​ເດັກນ້ອຍ​ທີ່​ຖືກ​ປີສາດ​ເຂົ້າ​ສິງ (14-29)

    • ທຸກ​ສິ່ງ​ເປັນ​ໄປ​ໄດ້​ສຳລັບ​ຄົນ​ທີ່​ເຊື່ອ (23)

  • ພະ​ເຢຊູ​ບອກ​ອີກ​ເທື່ອ​ໜຶ່ງ​ວ່າ​ຈະ​ຕ້ອງ​ຕາຍ (30-32)

  • ພວກ​ລູກສິດ​ຖຽງ​ກັນ​ວ່າ​ໃຜ​ຊິ​ເປັນ​ໃຫຍ່​ທີ່​ສຸດ (33-37)

  • ຜູ້​ທີ່​ບໍ່​ຕໍ່ຕ້ານ​ພວກ​ເຮົາ​ກໍ​ເປັນ​ພວກ​ດຽວ​ກັບ​ເຮົາ (38-41)

  • ຜູ້​ທີ່​ເຮັດ​ໃຫ້​ຄົນ​ອື່ນ​ຫຼົງ​ເຮັດ​ຜິດ (42-48)

  • ‘ໃຫ້​ມີ​ເກືອ​ຢູ່​ໃນ​ໂຕ’ (49, 50)

9  ພະ​ເຢຊູ​ເວົ້າ​ກັບ​ເຂົາເຈົ້າ​ຕໍ່​ໄປ​ວ່າ: “ຂ້ອຍ​ຈະ​ບອກ​ໃຫ້​ຮູ້​ວ່າ ບາງ​ຄົນ​ທີ່​ຢືນ​ຢູ່​ນີ້​ຈະ​ບໍ່​ຕາຍ​ກ່ອນ​ທີ່​ຈະ​ໄດ້​ເຫັນ​ການ​ປົກຄອງ​ຂອງ​ພະເຈົ້າ​ມາ​ພ້ອມ​ກັບ​ອຳນາດ​ທີ່ຍິ່ງໃຫຍ່.”+  ຫົກ​ມື້​ຕໍ່​ມາ ພະ​ເຢຊູ​ພາ​ເປໂຕ ຢາໂກໂບ ແລະ​ໂຢຮັນ​ຂຶ້ນ​ໄປ​ເທິງ​ພູ​ສູງ​ໆ​ ແລ້ວ​ລັກສະນະ​ຂອງ​ພະ​ເຢຊູ​ກໍ​ປ່ຽນ​ໄປ​ຕໍ່​ໜ້າ​ເຂົາເຈົ້າ.+  ເຄື່ອງນຸ່ງ​ຂອງ​ເພິ່ນ​ຂາວ​ເຈີດຈ້າ ຂາວ​ກວ່າ​ຄົນ​ຟອກ​ຜ້າ​ໃນ​ໂລກ​ນີ້​ຈະ​ເຮັດ​ໄດ້.  ລູກສິດ 3 ຄົນ​ນັ້ນ​ເຫັນ​ເອລີຢາ​ກັບ​ໂມເຊ​ກຳລັງ​ລົມ​ກັບ​ພະ​ເຢຊູ.  ເປໂຕ​ເວົ້າ​ກັບ​ພະ​ເຢຊູ​ວ່າ: “ອາຈານ* ດີ​ແທ້​ໆ​ທີ່​ພວກ​ເຮົາ​ໄດ້​ມາ​ຢູ່​ນີ້. ຂໍ​ໃຫ້​ພວກ​ເຮົາ​ປຸກ​ເຕັ້ນ​ໄວ້​ຢູ່​ນີ້ 3 ຫຼັງ ໃຫ້​ທ່ານ​ຫຼັງ​ໜຶ່ງ ໂມເຊ​ຫຼັງ​ໜຶ່ງ ແລະ​ເອລີຢາ​ຫຼັງ​ໜຶ່ງ.”  ເປໂຕ​ເວົ້າ​ແບບ​ນັ້ນ​ຍ້ອນ​ລາວ​ບໍ່​ຮູ້​ວ່າ​ຈະ​ເຮັດ​ແນວ​ໃດ ແລະ​ເຂົາເຈົ້າ​ທັງ​ສາມ​ຄົນ​ກໍ​ຢ້ານ​ຫຼາຍ.  ແລ້ວ​ມີ​ຂີ້ເຝື້ອ​ມາ​ປົກ​ຄຸມ​ເຂົາເຈົ້າ ແລະ​ມີ​ສຽງ+​ເວົ້າ​ອອກ​ມາ​ຈາກ​ຂີ້ເຝື້ອ​ວ່າ: “ຜູ້​ນີ້​ແມ່ນ​ລູກ​ທີ່​ເຮົາ​ຮັກ.+ ພວກ​ເຈົ້າ​ຕ້ອງ​ເຊື່ອຟັງ​ລາວ.”+  ເມື່ອ​ເຂົາເຈົ້າ​ແນມ​ເບິ່ງ​ອ້ອມແອ້ມ​ກໍ​ບໍ່​ເຫັນ​ຜູ້​ໃດ​ຢູ່​ນຳ​ເຂົາເຈົ້າ​ນອກ​ຈາກ​ພະ​ເຢຊູ.  ຕອນ​ທີ່​ລົງ​ມາ​ຈາກ​ພູ ພະ​ເຢຊູ​ສັ່ງ​ເຂົາເຈົ້າ​ຢ່າງ​ໜັກແໜ້ນ​ວ່າ​ຢ່າ​ບອກ​ຜູ້​ໃດ​ເລື່ອງ​ທີ່​ເຂົາເຈົ້າ​ເຫັນ+ ຈົນ​ກວ່າ​ລູກ​ມະນຸດ​ຈະ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ.+ 10  ເຂົາເຈົ້າ​ເຮັດ​ຕາມ​ທີ່​ພະ​ເຢຊູ​ສັ່ງ* ແຕ່​ກໍ​ລົມ​ກັນ​ວ່າ​ການ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ໝາຍ​ຄວາມ​ວ່າ​ແນວ​ໃດ. 11  ແລ້ວ​ເຂົາເຈົ້າ​ຖາມ​ພະ​ເຢຊູ​ວ່າ: “ຄັນຊັ້ນ ເປັນ​ຫຍັງ​ພວກ​ຄູ​ສອນ​ສາສະໜາ​ບອກ​ວ່າ​ເອລີຢາ+​ຕ້ອງ​ມາ​ກ່ອນ​ພະຄລິດ?”+ 12  ເພິ່ນ​ຕອບ​ວ່າ: “ເອລີຢາ​ຕ້ອງ​ມາ​ກ່ອນ​ແລະ​ຈະ​ເຮັດ​ໃຫ້​ທຸກ​ຢ່າງ​ກັບ​ມາ​ດີ​ຄື​ເກົ່າ.+ ແຕ່​ເລື່ອງ​ນີ້​ກ່ຽວ​ຂ້ອງ​ແນວ​ໃດ​ກັບ​ທີ່​ພະຄຳພີ​ບອກ​ໄວ້​ວ່າ ລູກ​ມະນຸດ​ຕ້ອງ​ທົນທຸກ​ທໍລະມານ​ຫຼາຍ​ຢ່າງ+​ແລະ​ຈະ​ຖືກ​ໝິ່ນ​ປະໝາດ?+ 13  ຂ້ອຍ​ຈະ​ບອກ​ໃຫ້​ຮູ້​ວ່າ ທີ່ຈິງ ເອລີຢາ+​ມາ​ແລ້ວ ແຕ່​ຄົນ​ບໍ່​ຮູ້​ວ່າ​ແມ່ນ​ລາວ. ເຂົາເຈົ້າ​ຈຶ່ງ​ທຳຮ້າຍ​ລາວ​ຕາມ​ທີ່​ເຂົາເຈົ້າ​ຕ້ອງການ. ເລື່ອງ​ທັງໝົດ​ນີ້​ກົງ​ກັບ​ທີ່​ພະຄຳພີ​ບອກ​ໄວ້​ກ່ຽວກັບ​ລາວ.”+ 14  ເມື່ອ​ພະ​ເຢຊູ​ກັບ​ລູກສິດ 3 ຄົນ​ນັ້ນ​ກັບ​ມາ​ຫາ​ລູກສິດ​ຄົນ​ອື່ນ​ໆ​ ກໍ​ເຫັນ​ວ່າ​ມີ​ຄົນ​ບັກ​ຫຼາຍ​ໆ​ຢູ່​ນຳ​ເຂົາເຈົ້າ ແລະ​ພວກ​ຄູ​ສອນ​ສາສະໜາ​ກຳລັງ​ຖຽງ​ກັບ​ເຂົາເຈົ້າ​ຢູ່.+ 15  ເມື່ອ​ປະຊາຊົນ​ເຫັນ​ພະ​ເຢຊູ ເຂົາເຈົ້າ​ກໍ​ແປກໃຈ ແລ້ວ​ແຫ່​ກັນ​ເຂົ້າ​ໄປ​ຕ້ອນຮັບ​ເພິ່ນ. 16  ພະ​ເຢຊູ​ຖາມ​ເຂົາເຈົ້າ​ວ່າ: “ກຳລັງ​ຖຽງ​ກັນ​ເລື່ອງ​ຫຍັງ?” 17  ຜູ້​ຊາຍ​ຄົນ​ໜຶ່ງ​ຕອບ​ວ່າ: “ອາຈານ ຂ້ອຍ​ພາ​ລູກ​ຊາຍ​ມາ​ຫາ​ທ່ານ​ຍ້ອນ​ລາວ​ຖືກ​ປີສາດ​ເຂົ້າ​ສິງ​ຈົນ​ເຮັດ​ໃຫ້​ລາວ​ປາກ​ກືກ.+ 18  ເວລາ​ມັນ​ເຂົ້າ​ສິງ ມັນ​ຈະ​ເຮັດ​ໃຫ້​ລາວ​ລົ້ມ​ລົງ​ພື້ນ ມີ​ນ້ຳລາຍ​ຟູມ​ປາກ ກັດ​ແຂ້ວ ແລະ​ໝົດແຮງ. ຂ້ອຍ​ມາ​ຂໍ​ໃຫ້​ລູກສິດ​ຂອງ​ທ່ານ​ໄລ່​ມັນ​ອອກ​ໄປ ແຕ່​ເຂົາເຈົ້າ​ເຮັດ​ບໍ່​ໄດ້.” 19  ພະ​ເຢຊູ​ຈຶ່ງ​ເວົ້າ​ກັບ​ເຂົາເຈົ້າ​ວ່າ: “ຄົນ​ສະໄໝ​ນີ້​ທີ່​ຂາດ​ຄວາມ​ເຊື່ອ+ ຂ້ອຍ​ຈະ​ຕ້ອງ​ຢູ່​ກັບ​ພວກ​ເຈົ້າ​ອີກ​ດົນ​ສ່ຳ​ໃດ? ຂ້ອຍ​ຈະ​ຕ້ອງ​ອົດທົນ​ກັບ​ພວກ​ເຈົ້າ​ໄປ​ອີກ​ດົນ​ປານ​ໃດ? ໃສ໋ ເອົາ​ເດັກນ້ອຍ​ມາ​ໃຫ້​ຂ້ອຍ​ເບິ່ງ​ດຸ.”+ 20  ເຂົາເຈົ້າ​ກໍ​ພາ​ເດັກນ້ອຍ​ຄົນ​ນັ້ນ​ມາ​ຫາ​ເພິ່ນ. ແຕ່​ເມື່ອ​ປີສາດ​ໂຕ​ນັ້ນ​ເຫັນ​ພະ​ເຢຊູ ມັນ​ກໍ​ເຮັດ​ໃຫ້​ເດັກນ້ອຍ​ຊັກ​ດີ້ນ​ຊັກ​ງໍ​ຢູ່​ພື້ນ ແລ້ວ​ລາວ​ກໍ​ກິ້ງ​ໄປ​ກິ້ງ​ມາ ແລະ​ມີ​ນ້ຳລາຍ​ຟູມ​ປາກ. 21  ພະ​ເຢຊູ​ຖາມ​ພໍ່​ຂອງ​ເດັກນ້ອຍ​ວ່າ: “ລູກ​ຊາຍ​ເຈົ້າ​ເປັນ​ແບບ​ນີ້​ດົນ​ປານ​ໃດ​ແລ້ວ?” ລາວ​ຕອບ​ວ່າ: “ຕັ້ງແຕ່​ຍັງ​ນ້ອຍ. 22  ຫຼາຍ​ເທື່ອ​ມັນ​ເຮັດ​ໃຫ້​ລາວ​ຊັກ​ຈົນ​ຕົກ​ໃສ່​ກອງ​ໄຟ​ແລະ​ຕົກ​ລົງ​ນ້ຳ​ເພື່ອ​ຈະ​ຂ້າ​ລາວ. ຖ້າ​ທ່ານ​ຊ່ວຍ​ໄດ້ ຂໍ​ໃຫ້​ອີ່ຕົນ​ແລະ​ຊ່ວຍ​ພວກ​ເຮົາ​ແດ່.” 23  ພະ​ເຢຊູ​ບອກ​ລາວ​ວ່າ: “ເປັນ​ຫຍັງ​ຈຶ່ງ​ເວົ້າ​ວ່າ ‘ຖ້າ​ທ່ານ​ຊ່ວຍ​ໄດ້’? ທຸກ​ສິ່ງ​ເປັນ​ໄປ​ໄດ້​ສຳລັບ​ຄົນ​ທີ່​ເຊື່ອ.”+ 24  ພໍ່​ຂອງ​ເດັກນ້ອຍ​ກໍ​ຟ້າວ​ຮ້ອງ​ອອກ​ມາ​ວ່າ: “ຂ້ອຍ​ເຊື່ອ! ແຕ່​ຖ້າ​ຄວາມ​ເຊື່ອ​ຂອງ​ຂ້ອຍ​ຍັງ​ບໍ່​ຫຼາຍ​ພໍ ຂໍ​ຊ່ວຍ​ຂ້ອຍ​ໃຫ້​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ​ແດ່!”+ 25  ຕອນ​ນັ້ນ​ເລີ່ມ​ມີ​ຄົນ​ມາ​ຫຸ້ມ​ເບິ່ງ​ຫຼາຍ​ຂຶ້ນ ແລ້ວ​ພະ​ເຢຊູ​ສັ່ງ​ປີສາດ​ຊົ່ວ​ໂຕ​ນັ້ນ​ວ່າ: “ປີສາດ​ທີ່​ເຮັດ​ໃຫ້​ຄົນ​ປາກ​ກືກ​ແລະ​ຫູ​ໜວກ ອອກ​ມາ​ຈາກ​ລາວ​ດຽວ​ນີ້ ແລະ​ຫ້າມ​ເຂົ້າ​ສິງ​ລາວ​ອີກ​ເດັດຂາດ!”+ 26  ມັນ​ຮ້ອງ​ແຜດ​ສຽງ​ແລະ​ເຮັດ​ໃຫ້​ເດັກນ້ອຍ​ຊັກ​ດີ້ນ​ຊັກ​ງໍ ແລ້ວ​ມັນ​ກໍ​ອອກ​ໄປ​ຈາກ​ລາວ. ເດັກນ້ອຍ​ຄົນ​ນັ້ນ​ນອນ​ຄື​ກັບ​ຕາຍ​ແລ້ວ ຄົນ​ສ່ວນ​ຫຼາຍ​ຈຶ່ງ​ພາກັນ​ເວົ້າ​ວ່າ: “ລາວ​ຕາຍ​ແລ້ວ!” 27  ແຕ່​ພະ​ເຢຊູ​ຈັບ​ມື​ລາວ​ແລະ​ໂຈມ​ຂຶ້ນ ແລ້ວ​ລາວ​ກໍ​ລຸກ​ຢືນ​ຂຶ້ນ. 28  ຫຼັງ​ຈາກນັ້ນ ພະ​ເຢຊູ​ເຂົ້າ​ໄປ​ໃນ​ເຮືອນ​ຫຼັງ​ໜຶ່ງ ພວກ​ລູກສິດ​ໄດ້​ເຂົ້າ​ມາ​ຖາມ​ເພິ່ນ​ເປັນ​ສ່ວນ​ໂຕ​ວ່າ: “ເປັນ​ຫຍັງ​ພວກ​ເຮົາ​ຄື​ໄລ່​ປີສາດ​ໂຕ​ນັ້ນ​ອອກ​ບໍ່​ໄດ້?”+ 29  ເພິ່ນ​ຕອບ​ເຂົາເຈົ້າ​ວ່າ: “ຄັນ​ຊິ​ໄລ່​ປີສາດ​ແບບ​ນີ້​ອອກ​ກະ​ມີ​ແຕ່​ຕ້ອງ​ອະທິດຖານ​ເທົ່າ​ນັ້ນ.” 30  ພະ​ເຢຊູ​ກັບ​ພວກ​ລູກສິດ​ອອກ​ຈາກ​ບ່ອນ​ນັ້ນ ແລ້ວ​ກໍ​ໄປ​ແຂວງ​ຄາລີເລ ແຕ່​ເພິ່ນ​ບໍ່​ຢາກ​ໃຫ້​ຜູ້​ໃດ​ຮູ້​ວ່າ​ເພິ່ນ​ຢູ່​ໃສ. 31  ເພິ່ນ​ສອນ​ພວກ​ລູກສິດ​ແລະ​ບອກ​ເຂົາເຈົ້າ​ວ່າ: “ລູກ​ມະນຸດ​ຈະ​ຕ້ອງ​ຖືກ​ທໍລະຍົດ​ແລະ​ຖືກ​ພວກ​ສັດຕູ​ຈັບ ແລ້ວ​ພວກ​ນັ້ນ​ຈະ​ຂ້າ​ເພິ່ນ.+ ເຖິງ​ວ່າ​ຖືກ​ຂ້າ ແຕ່​ຫຼັງ​ຈາກ​ນັ້ນ 3 ມື້​ເພິ່ນ​ຈະ​ຄືນ​ມາ​ຈາກ​ຕາຍ.”+ 32  ພວກ​ລູກສິດ​ບໍ່​ເຂົ້າ​ໃຈ​ຄວາມ​ໝາຍ​ໃນ​ສິ່ງ​ທີ່​ເພິ່ນ​ເວົ້າ ແຕ່​ກໍ​ບໍ່​ມີ​ໃຜ​ກ້າ​ຖາມ​ເພິ່ນ. 33  ແລ້ວ​ພະ​ເຢຊູ​ກັບ​ພວກ​ລູກສິດ​ກໍ​ມາ​ຮອດ​ເມືອງ​ກາເປນາອູມ. ເມື່ອ​ຢູ່​ໃນ​ເຮືອນ ເພິ່ນ​ຖາມ​ລູກສິດ​ວ່າ: “ຕອນ​ທີ່​ເດີນທາງ ພວກ​ເຈົ້າ​ຖຽງ​ກັນ​ເລື່ອງ​ຫຍັງ?”+ 34  ເຂົາເຈົ້າ​ກໍ​ມິດ​ຢູ່ ຍ້ອນ​ເຂົາເຈົ້າ​ຖຽງ​ກັນ​ມາ​ສຸດ​ທາງ​ວ່າ ໃນ​ເຂົາເຈົ້າ​ໃຜ​ຊິ​ເປັນ​ໃຫຍ່​ທີ່​ສຸດ. 35  ພະ​ເຢຊູ​ຈຶ່ງ​ນັ່ງ​ລົງ ເອີ້ນ​ອັກຄະສາວົກ* 12 ຄົນ​ມາ ແລ້ວ​ບອກ​ເຂົາເຈົ້າ​ວ່າ: “ຖ້າ​ຜູ້​ໃດ​ຢາກ​ເປັນ​ໃຫຍ່​ທີ່​ສຸດ ຜູ້​ນັ້ນ​ກໍ​ຕ້ອງ​ເຮັດ​ໂຕ​ຕ່ຳຕ້ອຍ​ທີ່​ສຸດ​ແລະ​ຕ້ອງ​ຮັບໃຊ້​ຄົນ​ອື່ນ.”+ 36  ແລ້ວ​ພະ​ເຢຊູ​ໄດ້​ໃຫ້​ເດັກນ້ອຍ​ຄົນ​ໜຶ່ງ​ມາ​ຢືນ​ຢູ່​ຕໍ່​ໜ້າ​ເຂົາເຈົ້າ. ເພິ່ນ​ເອົາ​ມື​ຈັບ​ບ່າ​ເດັກນ້ອຍ​ຄົນ​ນັ້ນ​ແລະ​ເວົ້າ​ກັບ​ພວກ​ລູກສິດ​ວ່າ: 37  “ຜູ້​ທີ່​ຕ້ອນຮັບ​ເດັກນ້ອຍ​ສ່ຳ​ນີ້+​ໃນ​ນາມ​ຂອງ​ຂ້ອຍ​ກໍ​ຄື​ກັບ​ຕ້ອນຮັບ​ຂ້ອຍ ແລະ​ຜູ້​ທີ່​ຕ້ອນຮັບ​ຂ້ອຍ ກໍ​ບໍ່​ໄດ້​ຕ້ອນຮັບ​ແຕ່​ຂ້ອຍ​ເທົ່າ​ນັ້ນ ແຕ່​ຕ້ອນຮັບ​ຜູ້​ທີ່​ໃຊ້​ຂ້ອຍ​ມາ​ຄື​ກັນ.”+ 38  ໂຢຮັນ​ບອກ​ພະ​ເຢຊູ​ວ່າ: “ອາຈານ ພວກ​ເຮົາ​ເຫັນ​ຜູ້​ໜຶ່ງ​ໄລ່​ປີສາດ​ໂດຍ​ໃຊ້​ຊື່​ຂອງ​ທ່ານ ພວກ​ເຮົາ​ພະຍາຍາມ​ຫ້າມ​ລາວ​ຍ້ອນ​ລາວ​ບໍ່​ແມ່ນ​ພວກ​ດຽວ​ກັບ​ເຮົາ.”+ 39  ແຕ່​ພະ​ເຢຊູ​ເວົ້າ​ວ່າ: “ຢ່າ​ຫ້າມ​ລາວ. ບໍ່​ມີ​ຜູ້​ໃດ​ດອກ​ທີ່​ເຮັດ​ການ​ອັດສະຈັນ​ໃນ​ນາມ​ຂອງ​ຂ້ອຍ ແລ້ວ​ຈະ​ເວົ້າ​ບໍ່​ດີ​ໃຫ້​ຂ້ອຍ. 40  ຜູ້​ທີ່​ບໍ່​ຕໍ່ຕ້ານ​ພວກ​ເຮົາ​ກໍ​ເປັນ​ພວກ​ດຽວ​ກັບ​ເຮົາ.+ 41  ຂ້ອຍ​ຈະ​ບອກ​ໃຫ້​ຮູ້​ວ່າ ຖ້າ​ຜູ້​ໃດ​ເອົາ​ນ້ຳ​ພຽງ​ຈອກ​ດຽວ​ໃຫ້​ພວກ​ເຈົ້າ​ກິນ​ຍ້ອນ​ພວກ​ເຈົ້າ​ເປັນ​ຄົນ​ຂອງ​ພະຄລິດ+ ລາວ​ກໍ​ຈະ​ໄດ້​ຮັບ​ລາງວັນ​ແນ່ນອນ.+ 42  ແຕ່​ຜູ້​ທີ່​ເຮັດ​ໃຫ້​ຄົນ​ທີ່​ເຊື່ອ​ໃນ​ຂ້ອຍ​ທີ່​ເປັນ​ຄື​ກັບ​ເດັກນ້ອຍ​ຕ້ອງ​ຖິ້ມ​ຄວາມ​ເຊື່ອ ໃຫ້​ເອົາ​ຫີນ​ໂມ້​ໜ່ວຍ​ໃຫຍ່​ໆ​*​ມາ​ຜູກ​ຄໍ​ຜູ້​ທີ່​ເຮັດ​ແນວ​ນັ້ນ ແລ້ວ​ເອົາ​ລາວ​ໄປ​ຖິ້ມ​ລົງ​ທະເລ​ເລິກ​ໆ​ກະ​ຄື​ຊິ​ດີ​ກວ່າ.+ 43  ຖ້າ​ມື​ເບື້ອງ​ໜຶ່ງ​ຂອງ​ເຈົ້າ​ເຮັດ​ໃຫ້​ເຈົ້າ​ຫຼົງ​ເຮັດ​ຜິດ ໃຫ້​ຕັດ​ມັນ​ຖິ້ມ​ໂລດ. ຖ້າ​ເຈົ້າ​ມື​ກຸດ​ເບື້ອງ​ໜຶ່ງ​ແຕ່​ໄດ້​ຊີວິດ ກໍ​ດີ​ກວ່າ​ມີ​ມື​ຄົບ​ທັງ​ສອງ​ເບື້ອງ​ແຕ່​ຕ້ອງ​ຖືກ​ໂຍນ​ເຂົ້າ​ໄປ​ໃນ​ເກເຮັນນາ*​ເຊິ່ງ​ເປັນ​ບ່ອນ​ທີ່​ໄຟ​ບໍ່​ມີ​ມື້​ມອດ.+ 44 *​—— 45  ຖ້າ​ຕີນ​ເບື້ອງ​ໜຶ່ງ​ຂອງ​ເຈົ້າ​ເຮັດ​ໃຫ້​ເຈົ້າ​ຫຼົງ​ເຮັດ​ຜິດ ໃຫ້​ຕັດ​ມັນ​ຖິ້ມ​ໂລດ. ຖ້າ​ເຈົ້າ​ຕີນ​ກຸດ​ເບື້ອງ​ໜຶ່ງ​ແຕ່​ໄດ້​ຊີວິດ ກໍ​ດີ​ກວ່າ​ມີ​ຕີນ​ຄົບ​ທັງ​ສອງ​ເບື້ອງ​ແຕ່​ຕ້ອງ​ຖືກ​ໂຍນ​ເຂົ້າ​ໄປ​ໃນ​ເກເຮັນນາ.+ 46 *​—— 47  ຖ້າ​ຕາ​ເບື້ອງ​ໜຶ່ງ​ຂອງ​ເຈົ້າ​ເຮັດ​ໃຫ້​ເຈົ້າ​ຫຼົງ​ເຮັດ​ຜິດ ໃຫ້​ຄວັດ​ມັນ​ຖິ້ມ​ໂລດ.+ ຖ້າ​ເຈົ້າ​ມີ​ຕາ​ເບື້ອງ​ດຽວ​ແຕ່​ມີ​ສ່ວນ​ໃນ​ການ​ປົກຄອງ​ຂອງ​ພະເຈົ້າ ກໍ​ດີ​ກວ່າ​ມີ​ຕາ​ຄົບ​ທັງ​ສອງ​ເບື້ອງ​ແຕ່​ຕ້ອງ​ຖືກ​ໂຍນ​ເຂົ້າ​ໄປ​ໃນ​ເກເຮັນນາ.+ 48  ຢູ່​ຫັ້ນ​ມີ​ແຕ່​ໂຕ​ໜອນ​ທີ່​ບໍ່​ມີ​ມື້​ຕາຍ​ແລະ​ໄຟ​ທີ່​ບໍ່​ມີ​ມື້​ມອດ.+ 49  ພະເຈົ້າ​ຈະ​ຖອກ​ໄຟ​ໃສ່​ເຂົາເຈົ້າ​ຄື​ກັບ​ທີ່​ຄົນ​ເຮົາ​ເທ​ເກືອ​ໃສ່​ອາຫານ.+ 50  ເກືອ​ເປັນ​ຂອງ​ດີ ແຕ່​ຖ້າ​ເກືອ​ບໍ່​ເຄັມ​ແລ້ວ ພວກ​ເຈົ້າ​ຈະ​ເອົາ​ຫຍັງ​ໃສ່​ເກືອ​ເພື່ອ​ໃຫ້​ມັນ​ກັບ​ມາ​ເຄັມ​ອີກ?+ ຂໍ​ໃຫ້​ພວກ​ເຈົ້າ​ມີ​ເກືອ​ຢູ່​ໃນ​ໂຕ+​ແລະ​ຢູ່​ນຳ​ກັນ​ຢ່າງ​ສະຫງົບສຸກ.”+

ຂໍຄວາມໄຂເງື່ອນ

ຄຳ​ພາສາ​ເຮັບເຣີ​ແມ່ນ​ຣັບບີ ເຊິ່ງ​ເປັນ​ຕຳແໜ່ງ​ທີ່​ມີ​ກຽດ​ຂອງ​ຄູ​ສອນ​ສາສະໜາ​ຢິວ
ຫຼື​ອາດ​ແປ​ວ່າ “ເຂົາເຈົ້າ​ບໍ່​ໄດ້​ເວົ້າ​ເລື່ອງ​ນີ້​ນຳ​ຄົນ​ອື່ນ”
ໃນ​ພາສາ​ກຣີກ​ຄຳ​ນີ້​ແປ​ວ່າ “ຜູ້​ທີ່​ຖືກ​ສົ່ງ​ອອກ​ໄປ”
ຫຼື “ຫີນ​ໂມ້​ແບບ​ທີ່​ໃຊ້​ໂຕ​ລາ​ໝູນ”