ມາລາກີ 4:1-6

  • ເອລີຢາ​ຈະ​ມາ​ກ່ອນ​ວັນ​ຂອງ​ພະ​ເຢໂຫວາ (1-​6)

    • “ແສງ​ຕາເວັນ​ທີ່​ເອົາ​ຄວາມ​ຖືກຕ້ອງ​ມາ​ໃຫ້” (2)

4  ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເວົ້າ​ວ່າ: “ຖ້າ​ເບິ່ງ​ເດີ້ ມື້​ນັ້ນ​ຈະ​ມາ​ແນ່ນອນ. ໃນ​ມື້​ນັ້ນ ຄົນ​ຈອງຫອງ​ແລະ​ຄົນ​ຊົ່ວ​ທັງໝົດ​ຈະ​ຖືກ​ທຳລາຍ​ຄື​ກັບ​ຕໍ​ເຟືອງ​ທີ່​ຢູ່​ໃນ​ເຕົາ​ຫຼອມ.+ ເຂົາເຈົ້າ​ຈະ​ບໍ່​ເຫຼືອ​ເລີຍ​ຄື​ກັບ​ຮາກ​ແລະ​ງ່າ​ທີ່​ຖືກ​ຈູດ​ແລ້ວ.  ແຕ່​ພວກເຈົ້າ​ທີ່​ນັບຖື​ຊື່​ຂອງ​ເຮົາ​ຈະ​ໄດ້​ຮັບ​ແສງ​ຈາກ​ຕາເວັນ​ທີ່​ເອົາ​ຄວາມ​ຖືກຕ້ອງ​ມາ​ໃຫ້​ແລະ​ຊ່ວຍ​ໃນ​ການ​ປິ່ນປົວ. ແລ້ວ​ພວກ​ເຈົ້າ​ຈະ​ເຕັ້ນ​ໄປ​ເຕັ້ນ​ມາ​ຄື​ກັບ​ງົວ​ນ້ອຍ​ທີ່​ແຂງແຮງ.”  ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເວົ້າ​ວ່າ: “ໃນ​ມື້​ທີ່​ເຮົາ​ລົງໂທດ ພວກເຈົ້າ​ຈະ​ຢຽບ​ຄົນ​ຊົ່ວ ແລະ​ເຂົາເຈົ້າ​ຈະ​ເປັນ​ຄື​ກັບ​ຂີ້ຝຸ່ນ​ທີ່​ຢູ່​ພື້ນ​ຕີນ​ພວກ​ເຈົ້າ.”  “ໃຫ້​ຈື່​ກົດໝາຍ​ທີ່​ເຮົາ​ເອົາ​ໃຫ້​ໂມເຊ​ຜູ້​ຮັບໃຊ້​ຂອງ​ເຮົາ​ຢູ່​ພູ​ໂຮເຣັບ. ກົດໝາຍ​ນັ້ນ​ມີ​ຄຳສັ່ງ​ແລະ​ການ​ຕັດສິນ​ທີ່​ເຮົາ​ບອກ​ພວກ​ອິດສະຣາເອນ​ທຸກ​ຄົນ​ໃຫ້​ເຮັດ​ຕາມ.+  ຖ້າ​ເບິ່ງ​ເດີ້ ເຮົາ​ຈະ​ສົ່ງ​ຜູ້ພະຍາກອນ​ເອລີຢາ​ໄປ​ຫາ​ພວກ​ເຈົ້າ+ ກ່ອນ​ວັນ​ທີ່​ຍິ່ງໃຫຍ່​ແລະ​ເປັນ​ຕາ​ຢ້ານ​ຂອງ​ພະ​ເຢໂຫວາ​ຈະ​ມາ​ຮອດ.+  ລາວ​ຈະ​ເຮັດ​ໃຫ້​ໃຈ​ຂອງ​ພໍ່​ເປັນ​ຄື​ກັບໃຈ​ຂອງ​ລູກ+ ແລະ​ເຮັດ​ໃຫ້​ໃຈ​ຂອງ​ລູກ​ເປັນ​ຄື​ກັບໃຈ​ຂອງ​ພໍ່ ເພື່ອ​ເຮົາ​ຈະ​ບໍ່​ຕ້ອງ​ມາ​ແລະ​ທຳລາຍ​ໂລກ.”

ຂໍຄວາມໄຂເງື່ອນ