ມີກາ 1:1-16

  • ຄຳຕັດສິນ​ຕໍ່​ຊາມາເຣຍ​ແລະ​ຢູດາ (1-​16)

    • ຄວາມຜິດ​ແລະ​ການ​ກະບົດ​ເຮັດ​ໃຫ້​ເກີດ​ບັນຫາ (5)

1  ໃນ​ສະໄໝ​ທີ່​ໂຢທາມ+ ອາຮາດ+ ແລະ​ເຮເຊກີຢາ+​ເປັນ​ກະສັດ​ປົກຄອງ​ຢູດາ+ ພະ​ເຢໂຫວາ​ໄດ້​ສົ່ງ​ຂ່າວ​ມາ​ຫາ​ຂ້ອຍ​ມີກາ*+​ຄົນ​ໂມເຣເຊັດກັດ. ເພິ່ນ​ໃຫ້​ຂ້ອຍ​ເຫັນ​ນິມິດ​ກ່ຽວກັບ​ເມືອງ​ຊາມາເຣຍ​ແລະ​ເມືອງ​ເຢຣູຊາເລັມ. ນິມິດ​ເປັນ​ແບບ​ນີ້:   “ທຸກຄົນ​ໃຫ້​ຟັງ​ເດີ້! ໂລກ​ແລະ​ສິ່ງ​ທີ່​ມີ​ຊີວິດ​ຢູ່​ໃນ​ໂລກ​ໃຫ້​ຕັ້ງໃຈຟັງ​ເດີ້!ເຮົາ​ເຢໂຫວາ​ຜູ້​ຍິ່ງໃຫຍ່​ສູງສຸດ​ຈະ​ຕັດສິນ​ພວກເຈົ້າ.+ເຮົາ​ເຢໂຫວາ​ຈະ​ຕັດສິນ​ຈາກ​ວິຫານ​ທີ່​ບໍລິສຸດ​ຂອງ​ເຮົາ.   ເຮົາ​ເຢໂຫວາ​ຈະ​ອອກ​ມາ​ຈາກ​ບ່ອນ​ຢູ່​ຂອງ​ເຮົາ.ເຮົາ​ຈະ​ລົງ​ມາ​ແລະ​ຍ່າງ​ຢູ່​ເທິງ​ພູ​ຕ່າງ​ໆ​ໃນ​ໂລກ​ນີ້.   ພູ​ຕ່າງ​ໆ​ຈະ​ເປື່ອຍ​ຢູ່​ພື້ນ​ຕີນ​ເຮົາ+ແລະ​ຮ່ອມພູ​ຕ່າງ​ໆ​ກໍ​ຈະ​ເປື່ອຍ.ມັນ​ຈະ​ເປື່ອຍ​ຄື​ກັບ​ຂີ້ເຜີ້ງ​ທີ່​ຖືກ​ໄຟ​ລົນແລະ​ຄື​ກັບ​ນ້ຳ​ທີ່​ຖືກ​ຖອກ​ລົງ​ມາ​ຈາກ​ບ່ອນ​ທີ່​ສູງ​ໆ​.   ເລື່ອງ​ທັງໝົດ​ນີ້​ຈະ​ເກີດ​ຂຶ້ນ​ກໍ​ຍ້ອນ​ຢາໂຄບ​ກະບົດແລະ​ຍ້ອນ​ຄວາມ​ຜິດ​ທີ່​ລູກຫຼານ​ອິດສະຣາເອນ​ໄດ້​ເຮັດ.+ ໃຜ​ຈະ​ຮັບຜິດຊອບ​ຕໍ່​ການ​ກະບົດ​ຂອງ​ຢາໂຄບ? ກໍ​ແມ່ນ​ຊາມາເຣຍ​ຫັ້ນແຫຼະ!+ ຈະ​ໂທດ​ໃຜ​ສຳລັບ​ບ່ອນ​ນະມັດສະການ​ຕ່າງ​ໆ​ໃນ​ຢູດາ?+ ກໍ​ໂທດ​ເຢຣູຊາເລັມ​ຫັ້ນແຫຼະ!   ເຮົາ​ຈະ​ເຮັດ​ໃຫ້​ຊາມາເຣຍ​ເປັນ​ກອງ​ຊາກຫັກພັງແລະ​ເປັນ​ບ່ອນ​ປູກ​ໝາກ​ລະແຊັງ.ເຮົາ​ຈະ​ໂຍນ*​ຫີນ​ທີ່​ສ້າງ​ເມືອງ​ນີ້​ລົງ​ຮ່ອມພູແລະ​ເຮົາ​ຈະ​ເຮັດ​ໃຫ້​ເມືອງ​ນີ້​ເຫຼືອ​ແຕ່​ຮາກຖານ.   ຮູບບູຊາ​ທັງໝົດ​ຂອງ​ເມືອງ​ນີ້​ຈະ​ຖືກ​ທຸບ​ຈົນ​ມຸ່ນ+ແລະ​ເງິນ​ທັງໝົດ​ທີ່​ເມືອງ​ນີ້​ໄດ້​ຈາກ​ການ​ຂາຍໂຕ​ຈະ​ຖືກ​ຈູດ​ຖິ້ມ.+ ເຮົາ​ຈະ​ທຳລາຍ​ຮູບບູຊາ​ທັງໝົດ​ຂອງ​ເມືອງ​ນີ້. ເມືອງ​ນີ້​ເອົາ​ເງິນ​ທີ່​ໄດ້​ຈາກ​ການ​ຂາຍໂຕ​ໄປ​ຊື້​ຮູບບູຊາແລ້ວ​ຮູບບູຊາ​ເຫຼົ່ານີ້​ກໍ​ຈະ​ຖືກ​ເອົາ​ໄປ​ຈ່າຍ​ເປັນ​ຄ່າຈ້າງ​ໃຫ້​ພວກ​ໂສເພນີ​ຢູ່​ບ່ອນ​ອື່ນ.”   ຍ້ອນ​ແນວ​ນີ້ ຂ້ອຍ​ຈະ​ຮ້ອງໄຫ້​ເສຍໃຈ.+ຂ້ອຍ​ຈະ​ຍ່າງ​ປະຕີນເປົ່າ​ແລະ​ນຸ່ງ​ແຕ່​ເສື້ອໂຕທາງໃນ.+ ສຽງ​ຮ້ອງໄຫ້​ຂອງ​ຂ້ອຍ​ຈະ​ເປັນ​ຄື​ກັບ​ສຽງ​ໝາໄນ​ຫອນແລະ​ສຽງ​ຮ້ອງ​ໂສກເສົ້າ​ຂອງ​ຂ້ອຍ​ຈະ​ເປັນ​ຄື​ກັບ​ສຽງ​ຂອງ​ນົກກະຈອກເທດ.   ບາດແຜ​ຂອງ​ຊາມາເຣຍ​ຈະ​ປົວ​ບໍ່​ໄດ້.+ບາດ​ນັ້ນ​ລາມ​ມາ​ຮອດ​ຢູດາ​ແລ້ວ.+ ມັນ​ລາມ​ມາ​ຮອດ​ປະຕູ​ເມືອງ​ເຢຣູຊາເລັມ+​ທີ່​ເປັນ​ເມືອງ​ຂອງ​ຄົນ​ຊາດດຽວກັນ​ກັບ​ຂ້ອຍ. 10  “ເຈົ້າ​ຢ່າ​ປະກາດ​ເລື່ອງ​ນີ້​ໃນ​ເມືອງ​ກັດ.ຢ່າ​ຮ້ອງໄຫ້​ເດັດຂາດ. ໃຫ້​ເຈົ້າ​ນອນ​ເກືອກ​ຂີ້​ດິນ​ຢູ່​ເມືອງ​ເບັດອາຟະຣາ.* 11  ຄົນ​ທີ່​ຢູ່​ຊາຟີ​ເອີ້ຍ ໃຫ້​ພວກເຈົ້າ​ປະເປືອຍ​ອອກ​ຈາກ​ແຜ່ນດິນ​ຂອງ​ພວກເຈົ້າ​ໄປ​ເປັນ​ຊະເລີຍ​ດ້ວຍ​ຄວາມ​ອັບອາຍ. ຄົນ​ໃນ​ເມືອງ​ຊາອານານ​ບໍ່​ຍອມ​ອອກ​ມາ. ເມືອງ​ເບັດເອດເຊັນ​ທີ່​ເຄີຍ​ເປັນ​ບ່ອນ​ລີ້ໄພ​ຂອງ​ພວກເຈົ້າ ຕອນນີ້​ມີ​ແຕ່​ສຽງ​ຮ້ອງໄຫ້​ເສຍໃຈ. 12  ຄົນ​ເມືອງ​ມາໂຣດ​ຖ້າ​ໃຫ້​ສິ່ງ​ທີ່​ດີ​ໆ​ເກີດ​ຂຶ້ນແຕ່​ເຮົາ​ເຢໂຫວາ​ພັດ​ເຮັດ​ໃຫ້​ສິ່ງ​ທີ່​ບໍ່​ດີ​ເກີດ​ຂຶ້ນ​ຢູ່​ປະຕູ​ເມືອງ​ເຢຣູຊາເລັມ. 13  ຄົນ​ເມືອງ​ລາກິດ+​ເອີ້ຍ ໃຫ້​ເອົາ​ມ້າ​ໄປ​ແກ່​ລົດຮົບ. ເຈົ້າ​ເປັນ​ຕົ້ນເຫດ​ພາ​ໃຫ້​ຄົນ​ໃນ​ເມືອງ​ຊີໂອນ​ເຮັດ​ຜິດ.ເຈົ້າ​ກະບົດ​ຕໍ່​ເຮົາ​ຄື​ກັບ​ທີ່​ພວກ​ອິດສະຣາເອນ​ເຮັດ.+ 14  ຍ້ອນ​ແນວ​ນີ້ ເຈົ້າ​ຈຶ່ງ​ເອົາ​ຂອງຂວັນ​ອຳລາ​ໃຫ້​ເມືອງ​ໂມເຣເຊັດກັດ. ຄົນ​ໃນ​ເມືອງ​ອັກຊິບ*+​ໄດ້​ເຮັດ​ໃຫ້​ພວກ​ກະສັດ​ອິດສະຣາເອນ​ຜິດຫວັງ. 15  ຄົນ​ໃນ​ເມືອງ​ມາເຣຊາ+​ເອີ້ຍ ເຮົາ​ຈະ​ໃຫ້​ສັດຕູ​ທີ່​ຍຶດ​ເອົາ​ທຸກສິ່ງ​ມາ​ຕໍ່ສູ້​ເຈົ້າ.+ ຜູ້​ທີ່​ມີ​ສະຫງ່າລາສີ*​ຂອງ​ອິດສະຣາເອນ​ຈະ​ໄປ​ໄກ​ຈົນ​ຮອດ​ອະດຸລາມ.+ 16  ໃຫ້​ຕັດຜົມ​ແລະ​ແຖຫົວ​ເພື່ອ​ລູກ​ທີ່​ຮັກ​ຂອງ​ພວກເຈົ້າ. ໃຫ້​ຫົວ​ຂອງ​ພວກເຈົ້າໂລ້ນຄື​ກັບ​ຫົວ​ໂຕ​ແຮ້ງ*ຍ້ອນ​ລູກ​ຂອງ​ພວກເຈົ້າ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ແລ້ວ.”+

ຂໍຄວາມໄຂເງື່ອນ

ຫຍໍ້​ມາ​ຈາກ​ມີກາເອນ​ທີ່​ແປ​ວ່າ “ໃຜ​ຈະ​ຄື​ກັບ​ພະເຈົ້າ?” ຫຼື​ຫຍໍ້​ມາ​ຈາກ​ມີກາຢາ​ທີ່​ແປ​ວ່າ “ໃຜ​ຈະ​ຄື​ກັບ​ພະ​ເຢໂຫວາ?”
ແປ​ຕາມ​ໂຕ​ວ່າ “ຖອກ”
ຫຼື “ໃນ​ເຮືອນ​ອາຟະຣາ”
ແປ​ຕາມ​ໂຕ​ວ່າ “ຄອບຄົວ​ຕ່າງ​ໆ​ໃນ​ອັກຊິບ”
ແປ​ຕາມ​ໂຕ​ວ່າ “ສະຫງ່າ​ລາສີ”
ພາສາ​ເຮັບເຣີ​ອາດ​ໝາຍເຖິງ​ນົກ​ອິນຊີ​ນຳ