ມີກາ 2:1-13

  • ຜູ້​ທີ່​ກົດຂີ່​ຄົນອື່ນ​ຈະ​ຈິບຫາຍ (1-​11)

  • ພວກ​ອິດສະຣາເອນ​ຈະ​ຖືກ​ລວບລວມ​ໃຫ້​ມາ​ຢູ່​ນຳ​ກັນ​ຢ່າງ​ສະຫງົບສຸກ (12, 13)

    • ແຜ່ນດິນ​ຈະ​ມີ​ສຽງ​ດັງ​ຍ້ອນ​ມີ​ຄົນ​ຫຼາຍ (12)

2  “ຄວາມ​ຈິບຫາຍ​ຈະ​ເກີດຂຶ້ນ​ກັບ​ຄົນ​ທີ່​ວາງ​ແຜນຮ້າຍແລະ​ຄົນ​ທີ່​ນອນ​ຄິດ​ແຜນຊົ່ວ. ຕອນເຊົ້າ​ເຂົາເຈົ້າ​ກໍ​ໄປ​ເຮັດ​ຕາມ​ແຜນ​ນັ້ນຍ້ອນ​ເຂົາເຈົ້າ​ມີ​ອຳນາດ​ທີ່​ຈະ​ເຮັດ​ໄດ້.+   ເຂົາເຈົ້າ​ຢາກ​ໄດ້​ນາ​ຂອງ​ຜູ້​ໃດ​ກໍ​ໄປ​ຍຶດ​ເອົາ+ແລະ​ຢາກ​ໄດ້​ເຮືອນ​ຂອງ​ໃຜ​ກໍ​ໄປ​ເອົາ​ໂລດ.ເຂົາເຈົ້າ​ສໍ້ໂກງ​ເອົາ​ເຮືອນ+ແລະ​ເອົາ​ມູນມໍລະດົກ​ຂອງ​ຄົນອື່ນ.   ຍ້ອນແນວນີ້ ພະ​ເຢໂຫວາ​ຈຶ່ງ​ເວົ້າ​ວ່າ ‘ເຮົາ​ກຳລັງ​ຈະ​ໃຫ້​ພວກເຈົ້າ*​ເຈິ​ຄວາມ​ຈິບຫາຍ+​ທີ່​ພວກເຈົ້າ​ຈະ​ໜີ​ບໍ່​ລອດ.*+ ພວກເຈົ້າ​ຈະ​ບໍ່​ໄດ້​ຍິ່ງ​ຈອງຫອງ​ອີກ​ຕໍ່ໄປ+ ຍ້ອນ​ຄວາມ​ຈິບຫາຍ​ມາ​ຮອດ​ພວກເຈົ້າ​ແລ້ວ.+   ໃນ​ຕອນນັ້ນ ຄົນ​ຈະ​ເວົ້າ​ຄຳກອນ​ກ່ຽວກັບ​ພວກເຈົ້າ+ແລະ​ເຂົາເຈົ້າ​ຈະ​ຮ້ອງ​ຫາ​ພວກເຈົ້າ​ຢ່າງ​ຂົມຂື່ນ. ເຂົາເຈົ້າ​ຈະ​ເວົ້າ​ວ່າ “ພວກ​ເຮົາ​ຖືກ​ທຳລາຍ​ຈົນ​ບໍ່​ເຫຼືອ​ຫຍັງ​ແລ້ວ.+ ພະເຈົ້າ​ເອົາ​ດິນ​ຂອງ​ພວກ​ເຮົາ​ໄປ​ໃຫ້​ຄົນອື່ນ.+ ເພິ່ນ​ເອົາ​ດິນ​ຂອງ​ພວກ​ເຮົາ​ໄປ​ໃຫ້​ຊາດ​ໜຶ່ງ​ທີ່​ບໍ່​ໄດ້​ຮັບໃຊ້​ເພິ່ນ.”   ຍ້ອນແນວນີ້​ຈະ​ບໍ່​ມີ​ໃຜ​ໃນ​ປະຊາຊົນ*​ຂອງ​ພະ​ເຢໂຫວາທີ່​ຈະ​ໃຊ້ສາຍແທກເພື່ອ​ແທກ​ດິນ​ທີ່​ແບ່ງ​ຕາມ​ການ​ຈົກສະຫຼາກ.   ແຕ່​ເຂົາເຈົ້າ​ພັດ​ເວົ້າ​ວ່າ: “ເຊົາ​ພະຍາກອນ​ແມະ!ເຈົ້າ​ບໍ່​ຄວນ​ເວົ້າ​ກ່ຽວກັບ​ເລື່ອງ​ເຫຼົ່ານີ້​ອີກ.ພວກ​ເຮົາ​ຈະ​ບໍ່​ເຈິ​ຄວາມ​ອັບອາຍຂາຍໜ້າ​ດອກ!”   ລູກຫຼານ​ຂອງ​ຢາໂຄບ​ເອີ້ຍ ພວກເຈົ້າ​ຖາມ​ວ່າ: “ພະ​ເຢໂຫວາ​ໝົດ​ຄວາມ​ອົດທົນ​ແລ້ວ​ບໍ? ເພິ່ນ​ຈະ​ເຮັດ​ສິ່ງ​ເຫຼົ່ານີ້​ແທ້​ໆ​ແມ່ນ​ບໍ?” ເຮົາ​ເຄີຍ​ສັນຍາ​ໄວ້​ແລ້ວ​ແມ່ນ​ບໍ​ວ່າ​ຈະ​ໃຫ້​ສິ່ງ​ດີ​ໆ​ເກີດຂຶ້ນ​ກັບ​ຄົນ​ທີ່​ສັດຊື່?   ແຕ່​ບໍ່​ດົນ​ມາ​ນີ້ ປະຊາຊົນ​ຂອງ​ເຮົາ​ເຮັດ​ຄື​ກັບ​ເປັນ​ສັດຕູ​ຂອງ​ເຮົາ. ພວກເຈົ້າ​ບໍ່​ຮູ້ສຶກ​ອາຍ​ທີ່​ດຶງ​ເອົາ​ເຄື່ອງ​ປະດັບ​ທີ່​ແພງ​ໆ​ຢູ່​ເຄື່ອງນຸ່ງຂອງ​ຄົນ​ທີ່​ຍ່າງ​ກາຍ​ມາ​ເຊິ່ງ​ເປັນ​ຄົນ​ທີ່​ກັບ​ມາ​ຈາກ​ສົງຄາມ.   ພວກເຈົ້າ​ໄລ່​ພວກ​ຜູ້ຍິງ​ທີ່​ເປັນ​ປະຊາຊົນ​ຂອງ​ເຮົາ​ອອກ​ຈາກ​ເຮືອນ​ທີ່​ເຮັດ​ໃຫ້​ເຂົາເຈົ້າ​ມີ​ຄວາມສຸກແລະ​ເຮັດ​ໃຫ້​ລູກ​ຂອງ​ເຂົາເຈົ້າ​ບໍ່​ໄດ້​ຮັບ​ພອນ​ຈາກ​ເຮົາ​ຕະຫຼອດໄປ. 10  ໃຫ້​ລຸກຂຶ້ນ​ແລະ​ໜີ​ໄປ. ແຜ່ນດິນ​ນີ້​ບໍ່​ແມ່ນ​ບ້ານ​ຂອງ​ພວກເຈົ້າ​ອີກ​ແລ້ວ. ຍ້ອນ​ເມືອງ​ນີ້​ບໍ່​ສະອາດ+ ມັນ​ຈະ​ຖືກ​ທຳລາຍ. ມັນ​ຈະ​ຖືກ​ທຳລາຍ​ຈົນ​ບໍ່​ເຫຼືອ​ຫຍັງ.+ 11  ຖ້າ​ມີ​ຄົນ​ເຮັດ​ໂຕ​ບໍ່​ເປັນ​ປະໂຫຍດ ຫຼອກລວງ ແລະ​ເວົ້າ​ຕົວະ​ວ່າ: “ຂ້ອຍ​ຈະ​ພະຍາກອນ​ໃຫ້​ເຈົ້າ​ຟັງ​ເລື່ອງ​ເຫຼົ້າ​ແລະ​ເຫຼົ້າແວງ” ລາວ​ກໍ​ເປັນ​ແຕ່​ຜູ້ພະຍາກອນ​ທີ່​ເວົ້າ​ໃຫ້​ຄົນ​ເຫຼົ່ານີ້​ພໍໃຈ​ເທົ່າ​ນັ້ນ.+ 12  ຢາໂຄບ​ເອີ້ຍ ເຮົາ​ຈະ​ລວບລວມ​ພວກເຈົ້າ​ທັງໝົດ​ໃຫ້​ເຂົ້າມາ.ເຮົາ​ຈະ​ລວບລວມ​ພວກ​ອິດສະຣາເອນ​ທີ່​ເຫຼືອ​ໃຫ້​ມາ​ຢູ່​ນຳ​ກັນ.+ ເຮົາ​ຈະ​ໃຫ້​ເຂົາເຈົ້າ​ຢູ່​ນຳ​ກັນ​ຢ່າງ​ສະຫງົບສຸກ​ຄື​ກັບ​ແກະ​ທີ່​ຢູ່​ໃນ​ຄອກ+ຄື​ກັບ​ຝູງ​ແກະ​ທີ່​ຢູ່​ທົ່ງຫຍ້າ.ບ່ອນ​ນັ້ນ​ຈະ​ມີ​ສຽງ​ດັງ​ຍ້ອນ​ມີ​ຄົນ​ຫຼາຍ.+ 13  ຈະ​ມີ​ຜູ້​ໜຶ່ງ​ເຈາະ​ກຳແພງ​ໃຫ້​ເປັນ​ປ່ອງ​ແລະ​ຍ່າງ​ອອກ​ໜ້າ​ເຂົາເຈົ້າ.ເຂົາເຈົ້າ​ຈະ​ເຮັດ​ໃຫ້​ປ່ອງ​ນັ້ນ​ກວ້າງ​ອອກ​ເພື່ອ​ຈະ​ຍ່າງ​ອອກ​ໄປ​ໄດ້.+ ກະສັດ​ຂອງ​ເຂົາເຈົ້າ​ຈະ​ຍ່າງ​ອອກ​ໜ້າ​ເຂົາເຈົ້າແລະ​ພະ​ເຢໂຫວາ​ຈະ​ຢູ່​ທາງໜ້າ​ສຸດ​ຂອງ​ທຸກ​ຄົນ.”+

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ຄອບຄົວ​ນີ້”
ແປ​ຕາມ​ໂຕ​ວ່າ “ພວກ​ເຈົ້າ​ຈະ​ເອົາ​ຄໍ​ຂອງ​ພວກ​ເຈົ້າ​ຫຼົບ​ໄປ​ບໍ່​ໄດ້”
ແປ​ຕາມ​ໂຕ​ວ່າ “ປະຊາຄົມ”