ມີກາ 3:1-12

  • ພວກ​ຜູ້ນຳ​ແລະ​ພວກ​ຜູ້ພະຍາກອນ​ຖືກ​ຕຳໜິ (1-​12)

    • ມີກາ​ໄດ້​ຮັບ​ພະລັງ​ຈາກ​ພະ​ເຢໂຫວາ (8)

    • ປະໂລຫິດ​ສອນ​ເພື່ອ​ຈະ​ໄດ້​ເງິນ (11)

    • ເຢຣູຊາເລັມ​ຈະ​ກາຍ​ເປັນ​ກອງ​ຊາກຫັກພັງ (12)

3  ຂ້ອຍ​ເວົ້າ​ວ່າ: “ຂໍ​ໃຫ້​ຟັງ​ເດີ້ ພວກ​ຫົວໜ້າ​ຂອງ​ລູກຫຼານ​ຢາໂຄບແລະ​ພວກ​ຜູ້ນຳ​ຂອງ​ອິດສະຣາເອນ.+ ພວກເຈົ້າ​ຄວນ​ຮູ້​ວ່າ​ຄວາມ​ຍຸຕິທຳ​ແມ່ນ​ຫຍັງ​ບໍ່​ແມ່ນ​ບໍ?   ແຕ່​ພວກເຈົ້າ​ພັດ​ຊັງ​ສິ່ງ​ທີ່​ດີ+​ແລະ​ຮັກ​ສິ່ງ​ທີ່​ຊົ່ວ.+ພວກເຈົ້າ​ລອກໜັງ​ຄົນ​ຊາດດຽວກັນ​ກັບ​ຂ້ອຍ​ແລະ​ລືບຊີ້ນ​ຂອງ​ເຂົາເຈົ້າ​ອອກ​ຈາກ​ກະດູກ.+   ພວກເຈົ້າ​ກິນ​ຊີ້ນ​ຂອງ​ຄົນ​ຊາດດຽວກັນ​ກັບ​ຂ້ອຍ.+ພວກເຈົ້າ​ລອກໜັງ​ຂອງ​ເຂົາເຈົ້າ​ອອກແລະ​ທຸບ​ກະດູກ​ຂອງ​ເຂົາເຈົ້າ​ແຕກ​ເປັນ​ປ່ຽງ+ຈົນ​ເຂົາເຈົ້າ​ເປັນ​ຄື​ກັບ​ກະດູກ​ແລະ​ຊີ້ນ​ທີ່​ຕົ້ມ​ຢູ່​ໃນ​ໝໍ້.   ເມື່ອ​ພວກເຈົ້າ​ຮ້ອງ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍເພິ່ນ​ຈະ​ບໍ່​ຊ່ວຍ. ເພິ່ນ​ຈະ​ປິ່ນໜ້າໜີ​ຈາກ​ພວກເຈົ້າ+ຍ້ອນ​ພວກເຈົ້າ​ເຮັດ​ຊົ່ວ.+   ພະ​ເຢໂຫວາ​ເວົ້າ​ໃຫ້​ພວກ​ຜູ້ພະຍາກອນ​ທີ່​ພາ​ຄົນ​ຊາດດຽວກັນ​ກັບ​ຂ້ອຍ​ໄປ​ຜິດ​ທາງ.+ຕອນ​ທີ່​ມີ​ແນວກິນ* ພວກນີ້​ກໍ​ປະກາດ​ວ່າ ‘ສະຫງົບສຸກ​ແລ້ວ’+ແຕ່​ຖ້າ​ໃຜ​ບໍ່​ເອົາ​ຫຍັງ​ໃຫ້​ເຂົາເຈົ້າ​ກິນ+ ເຂົາເຈົ້າ​ກໍ​ປະກາດ​ສົງຄາມ​ນຳ​ຜູ້​ນັ້ນ.   ເພິ່ນ​ເວົ້າ​ໃຫ້​ເຂົາເຈົ້າ​ວ່າ ‘ພວກເຈົ້າ​ຈະ​ຢູ່​ໃນ​ຄວາມ​ມືດ+​ແລະ​ຈະ​ບໍ່​ໄດ້​ເຫັນ​ນິມິດ.+ພວກເຈົ້າ​ຈະ​ເຈິ​ແຕ່​ຄວາມ​ມືດ​ເທົ່າ​ນັ້ນ​ແລະ​ຈະ​ບໍ່​ມີການ​ຊີ້ນຳ​ຈາກ​ພະເຈົ້າ​ເລີຍ. ສຳລັບ​ຜູ້ພະຍາກອນ​ພວກນີ້ ຕາເວັນ​ຈະ​ຕົກ​ດິນ​ທັງ​ໆ​ທີ່​ຍັງ​ບໍ່​ຮອດ​ເວລາແລະ​ກາງເວັນ​ກໍ​ຈະ​ມືດ​ຄື​ກັບ​ກາງຄືນ.+   ພວກ​ຜູ້​ເຫັນ​ນິມິດ​ຈະ​ອັບອາຍຂາຍໜ້າ+ແລະ​ພວກ​ໝໍ​ມໍ​ຈະ​ຜິດຫວັງ. ເຂົາເຈົ້າ​ທຸກຄົນ​ຈະ​ຕ້ອງ​ເອົາ​ມື​ອັດປາກ*​ໄວ້​ດ້ວຍ​ຄວາມ​ອັບອາຍຍ້ອນ​ພະເຈົ້າ​ຈະ​ບໍ່​ຕອບ​ເຂົາເຈົ້າ.’”   ແຕ່​ພະ​ເຢໂຫວາ​ໄດ້​ເອົາ​ພະລັງ​ຂອງ​ເພິ່ນ​ໃຫ້​ຂ້ອຍ.ພະລັງ​ນີ້​ຊ່ວຍ​ຂ້ອຍ​ໃຫ້​ເປັນ​ຄົນ​ຍຸຕິທຳ​ແລະ​ກ້າຫານຂ້ອຍ​ຈຶ່ງ​ກ້າ​ບອກ​ຢາໂຄບ​ເລື່ອງ​ທີ່​ລາວ​ກະບົດ ແລະ​ກ້າ​ບອກ​ອິດສະຣາເອນ​ເລື່ອງ​ທີ່​ລາວ​ເຮັດ​ຜິດ.   ຂໍ​ໃຫ້​ຟັງ​ເດີ້ ພວກ​ຫົວໜ້າ​ຂອງ​ລູກຫຼານ​ຢາໂຄບແລະ​ພວກ​ຜູ້ນຳ​ຂອງ​ອິດສະຣາເອນ.+ພວກເຈົ້າ​ຊັງ​ຄວາມ​ຍຸຕິທຳ​ແລະ​ປ່ຽນ​ສິ່ງ​ທີ່​ຖືກ​ໃຫ້​ເປັນ​ສິ່ງ​ທີ່​ຜິດ.+ 10  ພວກເຈົ້າ​ສ້າງ​ຊີໂອນ​ດ້ວຍ​ການນອງເລືອດ​ແລະ​ສ້າງ​ເຢຣູຊາເລັມ​ດ້ວຍ​ຄວາມ​ຊົ່ວ.+ 11  ພວກ​ຜູ້ນຳ​ຂອງ​ເມືອງ​ນີ້​ຈະຕັດສິນ+​ຄະດີ​ໃຫ້ເມື່ອ​ໄດ້​ສິນບົນ​ເທົ່າ​ນັ້ນພວກ​ປະໂລຫິດ​ຈະ​ສອນ​ເມື່ອ​ມີ​ຄົນ​ຈ້າງ​ເທົ່າ​ນັ້ນ+ແລະ​ພວກ​ຜູ້ພະຍາກອນ​ຈະ​ພະຍາກອນ​ເມື່ອ​ມີ​ຄົນ​ເອົາ​ເງິນ​ໃຫ້​ເທົ່າ​ນັ້ນ.+ ແຕ່​ເຂົາເຈົ້າ​ກໍ​ຍັງ​ເພິ່ງ​ໃຫ້​ພະ​ເຢໂຫວາ​ຊ່ວຍ*​ໂດຍ​ເວົ້າ​ວ່າ: “ພະ​ເຢໂຫວາ​ຢູ່​ກັບ​ພວກ​ເຮົາ+ ພວກ​ເຮົາ​ຈະ​ບໍ່​ເຈິ​ຄວາມ​ຈິບຫາຍ​ດອກ!”+ 12  ຍ້ອນ​ພວກເຈົ້າ​ນິ​ແຫຼະ!ຊີໂອນ​ຈະ​ຖືກ​ໄຖ​ຄື​ກັບ​ທົ່ງນາເຢຣູຊາເລັມ​ຈະ​ກາຍ​ເປັນ​ກອງ​ຊາກຫັກພັງ+ແລະ​ພູ​ທີ່​ວິຫານ​ຕັ້ງ​ຢູ່​ຈະ​ກາຍ​ເປັນ​ປ່າ​ທີ່​ຮົກ​ໆ​.+

ຂໍຄວາມໄຂເງື່ອນ

ຫຼື​ອາດ​ແປ​ວ່າ “ຕອນ​ທີ່​ມີ​ແນວ​ໃຫ້​ຫຍ້ຳ”
ຫຼື “ປົກ​ໜວດ”
ຫຼື “ເຂົາເຈົ້າ​ອ້າງ​ວ່າ​ເພິ່ງ​ພະ​ເຢໂຫວາ”