ມີກາ 4:1-13

  • ພູ​ຂອງ​ພະ​ເຢໂຫວາ​ຈະ​ສູງ​ກວ່າ​ພູ​ທຸກ​ໜ່ວຍ (1-​5)

    • ເອົາ​ດາບ​ມາ​ຕີ​ເປັນ​ໝາກສົບໄຖ (3)

    • “ພວກເຮົາ​ຈະ​ເຊື່ອຟັງ​ພະ​ເຢໂຫວາ” (5)

  • ຊີໂອນ​ຈະ​ກັບ​ຄືນ​ມາ​ເຂັ້ມແຂງ (6-​13)

4  ໃນ​ສະໄໝ​ສຸດທ້າຍພູ​ທີ່​ມີ​ວິຫານ​ຂອງ​ພະ​ເຢໂຫວາ​ຕັ້ງ​ຢູ່+ຈະ​ຕັ້ງ​ຢ່າງ​ໝັ້ນຄົງ​ແລະ​ສູງ​ກວ່າ​ພູ​ທຸກ​ໜ່ວຍ.ພູ​ໜ່ວຍ​ນີ້ຈະ​ສູງ​ກວ່າ​ໂນນພູ​ທຸກ​ໂນນແລະ​ຄົນ​ຈາກ​ທຸກຊາດ​ຈະ​ໄປ​ຫັ້ນ.+   ຄົນ​ຈາກ​ຊາດ​ຕ່າງ​ໆ​ຈະ​ພາກັນ​ເວົ້າ​ວ່າ: “ໄປ໋ ໃຫ້​ພວກ​ເຮົາ​ຂຶ້ນ​ໄປ​ເທິງ​ພູ​ຂອງ​ພະ​ເຢໂຫວາແລະ​ໄປ​ວິຫານ​ພະເຈົ້າ​ຂອງ​ຢາໂຄບ.+ ເພິ່ນ​ຈະ​ສອນ​ພວກເຮົາ​ໃຫ້​ຮູ້ຈັກ​ແນວທາງ​ຂອງ​ເພິ່ນແລະ​ພວກເຮົາ​ຈະ​ໃຊ້​ຊີວິດ​ຕາມ​ທີ່​ເພິ່ນ​ຕ້ອງການ.” ກົດໝາຍ*​ຂອງ​ເພິ່ນ​ຈະ​ມາ​ຈາກ​ເມືອງ​ຊີໂອນແລະ​ຄຳສອນ​ຂອງ​ພະ​ເຢໂຫວາ​ຈະ​ມາ​ຈາກ​ເມືອງ​ເຢຣູຊາເລັມ.   ເພິ່ນ​ຈະ​ເປັນ​ຜູ້ຕັດສິນ​ຊາດ​ຕ່າງ​ໆ​+ແລະ​ເພິ່ນ​ຈະ​ແກ້ໄຂ​ເລື່ອງ​ທີ່​ບໍ່​ຖືກຕ້ອງ​ຂອງ​ຫຼາຍ​ຊາດ​ທີ່​ຢູ່​ໄກ​ໆ​. ເຂົາເຈົ້າ​ຈະ​ເອົາ​ດາບ​ມາ​ຕີ​ເປັນ​ໝາກສົບໄຖ*​ເພື່ອ​ໃຊ້​ໄຖນາ+ແລະ​ເອົາ​ຫອກ​ມາ​ຕີ​ເປັນກ່ຽວ.* ຊາດ​ຕ່າງ​ໆ​ຈະ​ບໍ່​ຕໍ່ສູ້​ກັນແລະ​ຈະ​ບໍ່​ມີ​ໃຜ​ຝຶກ​ເຮັດ​ສົງຄາມອີກ​ເລີຍ.+   ທຸກຄົນ​ຈະ​ນັ່ງ*​ຢູ່​ກ້ອງ​ເຄືອ​ໝາກລະແຊັງ​ແລະ​ນັ່ງ​ຢູ່​ກ້ອງ​ຕົ້ນ​ໝາກເດື່ອ​ຂອງ​ໂຕເອງ+ແລະ​ຈະ​ບໍ່​ມີ​ໃຜ​ເຮັດ​ໃຫ້​ເຂົາເຈົ້າ​ຢ້ານ.+ພະ​ເຢໂຫວາ​ຜູ້ບັນຊາການກອງທັບ​ໄດ້​ບອກ​ໄວ້​ແນວ​ນີ້.   ຄົນ​ຊາດ​ອື່ນ​ໆ​ຈະ​ເຊື່ອຟັງ*​ພະເຈົ້າ​ຂອງ​ເຂົາເຈົ້າແຕ່​ພວກເຮົາ​ຈະ​ເຊື່ອຟັງພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກເຮົາ+​ຕະຫຼອດໄປ.   ພະ​ເຢໂຫວາ​ບອກ​ວ່າ:“ໃນ​ຕອນນັ້ນ ເຮົາ​ຈະ​ລວບລວມ​ຄົນຂາເຢັກຄົນ​ທີ່​ກະຈັດກະຈາຍ​ກັນ​ໄປ+ແລະ​ຄົນ​ທີ່​ເຮົາ​ເຄີຍ​ລົງໂທດ.   ເຮົາ​ຈະ​ຊ່ວຍ​ຄົນຂາເຢັກ​ທີ່ຍັງ​ເຫຼືອ​ຢູ່​ໃຫ້​ລອດ+ແລະ​ເຮັດ​ໃຫ້​ຄົນ​ທີ່​ກະຈັດກະຈາຍ​ກັນ​ໄປ​ກາຍ​ເປັນ​ຊາດ​ໃຫຍ່.+ເຮົາ​ເຢໂຫວາ​ຈະ​ປົກຄອງ​ເປັນ​ກະສັດ​ຂອງ​ເຂົາເຈົ້າ​ຢູ່​ພູ​ຊີໂອນຕັ້ງແຕ່​ຕອນນີ້​ຈົນ​ຕະຫຼອດໄປ.   ສຳລັບ​ເຈົ້າ ປ້ອມ​ສູງ​ໆ​ທີ່​ເບິ່ງແຍງ​ຝູງແກະ​ເອີ້ຍ!ໂນນພູ​ຂອງ​ຄົນ​ທີ່​ຢູ່​ເມືອງ​ຊີໂອນ+​ເອີ້ຍ!ແຜ່ນດິນ​ສະໄໝ​ແຕ່ກີ້*​ທີ່​ເຄີຍ​ເປັນ​ຂອງ​ຄົນ​ເຢຣູຊາເລັມ+ມັນ​ຈະ​ກັບຄືນມາ ມັນ​ຈະ​ກັບຄືນມາ​ເປັນ​ຂອງ​ພວກເຈົ້າ​ແນ່ນອນ.+   ເປັນຫຍັງ​ເຈົ້າ​ຄື​ຮ້ອງ​ດັງ​ແທ້? ເຈົ້າ​ບໍ່​ມີ​ກະສັດ​ບໍ?ທີ່​ປຶກສາ​ຂອງ​ເຈົ້າ​ຕາຍ​ໝົດ​ແລ້ວ​ບໍ?ຍ້ອນແນວນີ້​ບໍ​ເຈົ້າ​ຈຶ່ງ​ເຈັບປວດ​ຄື​ກັບ​ຜູ້ຍິງ​ທີ່​ໃກ້​ຈະ​ເກີດລູກ?+ 10  ຄົນ​ເມືອງ​ຊີໂອນ​ເອີ້ຍ ເຈົ້າ​ຈະ​ເຈິ​ຄວາມ​ເຈັບປວດ​ຫຼາຍຄື​ກັບ​ຜູ້ຍິງ​ທີ່​ເຈັບທ້ອງ​ແຮງ​ຕອນ​ໃກ້​ຈະ​ເກີດລູກ.ຕັ້ງແຕ່ນີ້ໄປ​ເຈົ້າ​ຈະ​ຕ້ອງ​ອອກ​ຈາກ​ເມືອງ​ນີ້​ແລະ​ໄປ​ຢູ່​ທົ່ງຫຍ້າ. ເຈົ້າ​ຈະ​ໄປ​ໄກ​ຈົນ​ຮອດ​ບາບີໂລນ+ແຕ່​ຢູ່ຫັ້ນ​ຈະ​ມີ​ຄົນ​ຊ່ວຍ​ເຈົ້າ.+ຢູ່​ບ່ອນນັ້ນ​ພະ​ເຢໂຫວາ​ຈະ​ໄຖ່​ເຈົ້າ​ຄືນ​ມາ​ຈາກ​ພວກ​ສັດຕູ​ຂອງ​ເຈົ້າ.+ 11  ຊາດ​ຕ່າງ​ໆ​ຈະ​ມາ​ລວມ​ກັນ​ຕໍ່ສູ້​ເຈົ້າເຂົາເຈົ້າ​ຈະ​ເວົ້າ​ວ່າ ‘ໄປ໋ ໄປ​ເຮັດ​ໃຫ້​ເມືອງ​ນີ້​ເສຍກຽດໄປ໋ ໄປ​ເບິ່ງ​ຄວາມ​ຈິບຫາຍ​ຂອງ​ຊີໂອນ.’ 12  ແຕ່​ເຂົາເຈົ້າ​ບໍ່​ຮູ້​ວ່າ​ພະ​ເຢໂຫວາ​ຄິດ​ຫຍັງແລະ​ບໍ່​ເຂົ້າໃຈ​ວ່າ​ເພິ່ນ​ຕັ້ງໃຈ​ຈະ​ເຮັດ​ຫຍັງ.ເພິ່ນ​ຈະ​ລວບລວມ​ເຂົາເຈົ້າ​ຄື​ກັບ​ລວບລວມ​ມັດເຂົ້າ​ທີ່​ຫາກໍ​ກ່ຽວ​ແລ້ວ​ໄປ​ໄວ້​ຢູ່​ລານຟາດເຂົ້າ. 13  ຄົນ​ເມືອງ​ຊີໂອນ​ເອີ້ຍ ລຸກຂຶ້ນ​ແລະ​ຟາດເຂົ້າ​ແມ້.+ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ເປັນ​ຄື​ກັບ​ງົວ​ທີ່​ມີ​ເຂົາ​ເປັນ​ເຫຼັກແລະ​ມີ​ກີບຕີນ​ເປັນ​ທອງແດງ.ເຈົ້າ​ຈະ​ເຮັດ​ໃຫ້​ຊາດ​ຕ່າງ​ໆ​ມຸ່ນອຸ້ຍປຸ້ຍ.+ ເຈົ້າ​ຈະ​ເອົາ​ສິ່ງ​ທີ່​ເຂົາເຈົ້າ​ປຸ້ນ​ມາ​ໄດ້​ມາ​ໃຫ້​ພະ​ເຢໂຫວາແລະ​ຈະ​ເອົາ​ຊັບສົມບັດ​ຂອງ​ເຂົາເຈົ້າ​ມາ​ໃຫ້​ຜູ້ເປັນນາຍສູງສຸດ​ຂອງ​ໂລກ​ນີ້.”+

ຂໍຄວາມໄຂເງື່ອນ

ຫຼື “ຄຳສອນ”
ເຫຼັກ​ທີ່​ໃຊ້​ປີ້ນ​ດິນ​ຕອນ​ໄຖ​ນາ
ຫຼື “ມີດ​ຂໍ​ທີ່​ໃຊ້​ຕັດ​ແຕ່ງ​ເຄືອ​ໝາກ​ລະແຊັງ”
ຫຼື “ອາໄສ”
ແປ​ຕາມ​ໂຕ​ວ່າ “ຍ່າງ​ໃນ​ຊື່​ຂອງ”
ແປ​ຕາມ​ໂຕ​ວ່າ “ແຜ່ນດິນ​ທຳອິດ”