ມີກາ 6:1-16

  • ພະເຈົ້າ​ມີ​ຄະດີ​ກັບ​ພວກ​ອິດສະຣາເອນ (1-​5)

  • ພະ​ເຢໂຫວາ​ຕ້ອງການ​ຫຍັງ? (6-​8)

    • ຍຸຕິທຳ ສັດຊື່ ແລະ​ຈຽມໂຕ (8)

  • ຄວາມຜິດ​ຂອງ​ອິດສະຣາເອນ​ແລະ​ການ​ລົງໂທດ (9-​16)

6  ຂໍ​ໃຫ້​ຟັງ​ສິ່ງ​ທີ່​ພະ​ເຢໂຫວາ​ເວົ້າ. ໃຫ້​ລຸກຂຶ້ນ​ແລະ​ມາ​ສະເໜີ​ຄະດີ​ຂອງ​ພວກເຈົ້າ​ຕໍ່ໜ້າ​ພູ​ຕ່າງ​ໆ​ແລະ​ໃຫ້​ໂນນ​ພູ​ຕ່າງ​ໆ​ໄດ້​ຍິນ​ນຳ.+   ພູ​ທັງ​ຫຼາຍ​ໃຫ້​ຟັງ​ຄະດີ​ຂອງ​ພະ​ເຢໂຫວາແລະ​ໃຫ້​ຮາກຖານ​ທີ່​ໝັ້ນຄົງ​ຂອງ​ໂລກ​ຟັງ​ນຳ.+ພະ​ເຢໂຫວາ​ມີ​ຄະດີ​ກັບ​ປະຊາຊົນ​ຂອງ​ເພິ່ນເພິ່ນ​ຮ້ອງຟ້ອງ​ພວກ​ອິດສະຣາເອນ​ວ່າ:+   “ປະຊາຊົນ​ຂອງ​ເຮົາ ເຮົາ​ໄດ້​ເຮັດ​ຫຍັງ​ໃຫ້​ພວກເຈົ້າ​ບໍ? ເຮົາ​ເຮັດ​ໃຫ້​ພວກເຈົ້າ​ເມື່ອຍ​ໂພດ​ບໍ?+ ໃຫ້​ພວກເຈົ້າ​ເວົ້າ​ມາ​ເບິ່ງ​ດຸ.   ເຮົາ​ນິຕົ໋ວ​ທີ່​ພາ​ພວກເຈົ້າ​ອອກ​ມາ​ຈາກ​ເອຢິບ+ແລະ​ໄຖ່​ພວກເຈົ້າ​ອອກ​ມາ​ຈາກ​ການ​ເປັນ​ທາດ.+ເຮົາ​ນິແຫຼະ​ທີ່​ສົ່ງ​ໂມເຊ ອາໂຣນ ແລະ​ມີຣີອາມ​ໄປ​ຊ່ວຍ​ພວກເຈົ້າ.+   ປະຊາຊົນ​ຂອງ​ເຮົາ ຂໍ​ຢ່າ​ລືມ​ແຜນ​ຮ້າຍ​ຂອງ​ບາລາກ​ກະສັດ​ຂອງ​ໂມອາບ+ຢ່າ​ລືມ​ຄຳເວົ້າ​ຂອງ​ບາລາອາມ​ລູກຊາຍ​ຂອງ​ເບໂອ+ແລະ​ຢ່າ​ລືມ​ສິ່ງ​ທີ່​ເກີດຂຶ້ນ​ຕັ້ງແຕ່​ຊິດຕີມ+​ຈົນ​ຮອດ​ກິນການ+ເພື່ອ​ພວກເຈົ້າ​ຈະ​ເຫັນ​ວ່າ ເຮົາ​ເຢໂຫວາ​ໄດ້​ເຮັດ​ສິ່ງ​ທີ່​ດີ​ເພື່ອ​ພວກເຈົ້າ​ມາ​ຕະຫຼອດ.”   ຂ້ອຍ​ຄວນ​ເອົາ​ຫຍັງ​ມາ​ໃຫ້​ພະ​ເຢໂຫວາ? ຂ້ອຍ​ຄວນ​ເອົາ​ຫຍັງ​ມາ​ໃຫ້​ພະເຈົ້າ​ທີ່​ຢູ່​ໃນ​ສະຫວັນ​ຕອນ​ທີ່​ຂ້ອຍ​ມາ​ກົ້ມກາບ​ເພິ່ນ? ຂ້ອຍ​ຄວນ​ເອົາ​ງົວນ້ອຍ​ອາຍຸ​ໜຶ່ງ​ປີມາ​ເປັນ​ເຄື່ອງບູຊາເຜົາ​ໃຫ້​ເພິ່ນ​ບໍ?+   ພະ​ເຢໂຫວາ​ຈະ​ພໍໃຈ​ບໍ​ຖ້າ​ຂ້ອຍ​ເອົາ​ແກະ​ໂຕຜູ້​ຫຼາຍ​ພັນ​ໂຕກັບ​ນ້ຳມັນ​ໝາກກອກ​ຫຼາຍ​ສິບພັນ​ລິດ​ໄປ​ໃຫ້​ເພິ່ນ?+ ຂ້ອຍ​ຄວນ​ເອົາ​ລູກຊາຍ​ຜູ້​ທຳອິດ​ຂອງ​ໂຕເອງ​ໄປ​ໃຫ້​ເພິ່ນ​ເພື່ອ​ໄຖ່​ຄວາມ​ຜິດ​ຂອງ​ຂ້ອຍ​ບໍ?ຫຼື​ຄວນ​ເອົາ​ລູກ​ຄີງ​ໆ​ໄປ​ໃຫ້​ເພິ່ນ​ເພື່ອ​ໄຖ່ບາບ​ຂອງ​ຂ້ອຍ​ບໍ?+   ພະ​ເຢໂຫວາ​ໄດ້​ບອກ​ພວກເຈົ້າ​ແລ້ວ​ວ່າ​ອັນ​ໃດ​ດີ ແລະ​ບອກ​ພວກເຈົ້າ​ແລ້ວ​ວ່າ​ເພິ່ນ​ຕ້ອງການ​ຫຍັງ​ຈາກ​ພວກເຈົ້າ.* ເພິ່ນ​ມີ​ແຕ່​ຂໍ​ໃຫ້​ພວກເຈົ້າ​ເປັນ​ຄົນ​ຍຸຕິທຳ+ ເປັນ​ຄົນ​ສັດຊື່*+ແລະ​ໃຊ້​ຊີວິດ​ແບບ​ຈຽມໂຕ+​ຕາມ​ແນວທາງ​ຂອງ​ພະເຈົ້າ.+   ພະ​ເຢໂຫວາ​ເວົ້າ​ດັງ​ໆ​ກັບ​ຄົນ​ທີ່​ຢູ່​ໃນ​ເມືອງ​ນັ້ນ.ຄົນ​ທີ່​ມີ​ສະຕິປັນຍາ​ຈະ​ຢ້ານ​ຊື່​ຂອງ​ເພິ່ນ.* ໃຫ້​ພວກເຈົ້າ​ໃສ່ໃຈ​ການ​ລົງໂທດ​ທີ່​ກຳລັງ​ຈະ​ເກີດຂຶ້ນ* ແລະ​ສົນໃຈ​ຜູ້​ທີ່​ຈະ​ລົງໂທດ​ນັ້ນ.+ 10  ໃນ​ເຮືອນ​ຂອງ​ຄົນ​ຊົ່ວ​ຍັງ​ມີ​ຊັບສົມບັດ​ທີ່​ໄດ້​ມາ​ຈາກ​ການ​ເຮັດ​ຊົ່ວ​ບໍ?ແລະ​ຍັງ​ໃຊ້​ແນວຜອງ​ເອຟາ*​ທີ່​ບໍ່​ຖືກຕ້ອງ​ທີ່​ພະເຈົ້າ​ກຽດຊັງ​ຢູ່​ບໍ? 11  ຂ້ອຍ​ຈະ​ເປັນ​ຄົນ​ສັດຊື່*​ໄດ້​ບໍຖ້າ​ຂ້ອຍ​ໂກງ​ຕາຊິງ​ແລະ​ໃຊ້​ຫີນ​ທີ່​ຊັ່ງ​ນ້ຳໜັກ​ບໍ່​ຖືກຕ້ອງ?+ 12  ຄົນ​ລວຍ​ໃນ​ເມືອງ​ນີ້​ໂຫດຮ້າຍ​ຫຼາຍ.ປະຊາຊົນ​ໃນ​ເມືອງ​ນີ້*​ມັກ​ເວົ້າ​ຕົວະ.+ທຸກ​ເທື່ອ​ທີ່​ເຂົາເຈົ້າ​ອ້າປາກ​ເວົ້າ​ກໍ​ມີ​ແຕ່​ຄຳຫຼອກລວງ.*+ 13  ຍ້ອນແນວນີ້ ເຮົາ​ຈະ​ລົງໂທດ​ເຈົ້າ​ໜັກ​ໆ​+ແລະ​ເຮັດ​ໃຫ້​ເຈົ້າ​ບໍ່​ເຫຼືອ​ຫຍັງ ຍ້ອນ​ເຈົ້າ​ເຮັດ​ຜິດ​ຫຼາຍ​ເທື່ອ. 14  ເຈົ້າ​ຈະ​ກິນ ແຕ່​ບໍ່​ອີ່ມ.ມັນ​ຈະ​ເປັນ​ຄື​ກັບ​ບໍ່​ມີ​ຫຍັງ​ຢູ່​ທ້ອງ.+ ເຈົ້າ​ຈະຂົນຊັບສົມບັດ​ໄປ ແຕ່​ຈະ​ເກັບໄວ້​ບໍ່​ໄດ້ແລະ​ເຖິງ​ວ່າ​ເຈົ້າ​ຂົນ​ໄປ​ໄດ້ ເຮົາ​ກໍ​ຈະ​ໃຫ້​ພວກ​ສັດຕູ​ມາ​ທຳລາຍ​ຊັບສົມບັດ​ເຫຼົ່າ​ນັ້ນ. 15  ພວກເຈົ້າ​ຈະ​ຫວ່ານ​ເມັດພືດ ແຕ່​ຈະ​ບໍ່​ໄດ້ເກັບກ່ຽວ. ພວກເຈົ້າ​ຈະ​ອິ້ວ​ເອົາ​ນ້ຳມັນ​ຈາກ​ໝາກກອກ ແຕ່​ຈະ​ບໍ່​ໄດ້​ໃຊ້.ພວກເຈົ້າ​ຈະ​ເຮັດ​ເຫຼົ້າແວງ​ໃໝ່ ແຕ່​ຈະ​ບໍ່​ໄດ້​ກິນ.+ 16  ພວກເຈົ້າ​ເຮັດ​ຕາມ​ກົດໝາຍ​ຂອງ​ອົມຣີ ແລະ​ເຮັດ​ຕາມ​ຕົວຢ່າງ​ຄົນ​ໃນ​ຄອບຄົວ​ຂອງ​ອາຮາບ+ພວກເຈົ້າ​ເຮັດ​ຕາມ​ທີ່​ເຂົາເຈົ້າ​ບອກ. ຍ້ອນແນວນີ້ ເຮົາ​ຈະ​ລົງໂທດ​ພວກເຈົ້າແລ້ວ​ຄົນອື່ນ​ຈະ​ຕົກໃຈ​ເມື່ອ​ເຫັນ​ສິ່ງ​ທີ່​ເຮົາ​ເຮັດ​ກັບ​ພວກເຈົ້າ.+ຄົນ​ໃນ​ເມືອງ​ນີ້​ຈະ​ຖືກ​ເຍາະເຍີ້ຍ*​ແລະ​ຊາດ​ຕ່າງ​ໆ​ຈະ​ດູຖູກ​ເຂົາເຈົ້າ.+

ຂໍຄວາມໄຂເງື່ອນ

ຫຼື “ເພິ່ນ​ຕ້ອງການ​ໃຫ້​ພວກ​ເຈົ້າ​ເຮັດ​ຫຍັງ​ເພື່ອ​ຕອບ​ແທນ”
ຫຼື “ເປັນ​ຄົນ​ເມດຕາ​ກະລຸນາ​ແລະ​ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ.” ແປ​ຕາມ​ໂຕ​ວ່າ “ເປັນ​ຄົນ​ທີ່​ຮັກ​ຄວາມ​ຮັກ​ທີ່​ໝັ້ນຄົງ.”
ແປ​ຕາມ​ໂຕ​ວ່າ “ຂອງ​ພະອົງ”
ແປ​ຕາມ​ໂຕ​ວ່າ “ໃຫ້​ພວກ​ເຈົ້າ​ໃສ່​ໃຈ​ໄມ້​ແສ້”
ຫຼື “ຄົນ​ບໍລິສຸດ”
ແປ​ຕາມ​ໂຕ​ວ່າ “ລີ້ນ​ຂອງ​ເຂົາເຈົ້າ​ກໍ​ຫຼອກລວງ”
ໝາຍເຖິງ​ຊີໂອນ​ຫຼື​ເຢຣູຊາເລັມ
ແປ​ຕາມ​ໂຕ​ວ່າ “ຜິວ​ປາກ​ໃສ່.” ການ​ເຮັດ​ແບບ​ນີ້​ໝາຍເຖິງ​ອາການ​ຕົກໃຈ​ຫຼື​ເປັນ​ການ​ດູຖູກ.