ມີກາ 7:1-20

  • ອິດສະຣາເອນ​ບໍ່​ມີ​ສິນລະທຳ (1-​6)

    • ຄົນ​ໃນ​ຄອບຄົວ​ດຽວ​ກັນ​ເປັນ​ສັດຕູ​ກັນ (6)

  • “ຂ້ອຍ​ຈະ​ອົດທົນ​ລໍຖ້າ” (7)

  • ປະຊາຊົນ​ຂອງ​ພະເຈົ້າ​ຈະ​ໄດ້​ຮັບ​ຄວາມ​ຍຸຕິທຳ (8-​13)

  • ຄຳ​ອະທິດຖານ​ຂອງ​ມີກາ​ແລະ​ການ​ສັນລະເສີນ​ພະເຈົ້າ (14-​20)

    • ພະ​ເຢໂຫວາ​ຕອບ​ຄຳ​ອະທິດຖານ (15-​17)

    • ‘ບໍ່​ມີ​ພະເຈົ້າ​ອົງ​ໃດ​ທຽບ​ກັບ​ພະ​ເຢໂຫວາ​ໄດ້’ (18)

7  ເປັນ​ຕາ​ເສົ້າໃຈ​ແທ້​ໆ​!ຂ້ອຍ​ເປັນ​ຄື​ກັບ​ຄົນ​ທີ່​ກຳລັງ​ຊອກຫາ​ໝາກໄມ້​ຍາມຮ້ອນແລະ​ຊອກຫາ​ໝາກລະແຊັງ​ທີ່​ຍັງ​ເຫຼືອ​ຢູ່​ຫຼັງ​ຈາກ​ເກັບກ່ຽວ​ແລ້ວແຕ່​ກໍ​ບໍ່​ເຫັນ​ໝາກລະແຊັງ​ຈັກ​ພວງ​ເລີຍແລະ​ໝາກເດື່ອ​ທີ່​ສຸກ​ແລ້ວ*​ທີ່​ຂ້ອຍ​ຢາກ​ກິນ​ກໍ​ບໍ່​ມີ.   ຄົນ​ທີ່​ສັດຊື່​ຕາຍ*​ໄປ​ຈາກ​ໂລກ​ນີ້​ໝົດ​ແລ້ວແລະ​ຄົນ​ທີ່​ເຫຼືອ​ກໍ​ບໍ່​ມີ​ຄົນ​ດີ​ຈັກ​ຄົນ.+ ເຂົາເຈົ້າ​ໄປ​ຖ້າ​ລັດຂ້າ​ຄົນອື່ນ+ ແລະ​ເປັນ​ຄື​ກັບ​ນັກລ່າ​ທີ່​ວາງ​ກັບດັກ​ເພື່ອ​ຈັບ​ອ້າຍນ້ອງ​ຂອງ​ໂຕເອງ.   ເຂົາເຈົ້າ​ເກັ່ງ​ໃນ​ການ​ເຮັດ​ຊົ່ວ.+ເຈົ້າ​ນາຍ​ຮຽກຮ້ອງ​ເອົາ​ສິນບົນຜູ້​ຕັດສິນ​ຖາມ​ເອົາ​ຄ່າຈ້າງ+ແລະ​ຄົນ​ທີ່​ສຳຄັນ​ຢາກ​ໄດ້​ຫຍັງ​ກໍ​ຂໍ​ເອົາ​ໂລດ.+ພວກ​ນີ້​ຮ່ວມມືກັນ.   ຄົນ​ທີ່​ດີ​ທີ່ສຸດ​ຂອງ​ເຂົາເຈົ້າ​ເປັນ​ຄື​ກັບ​ຕົ້ນໜາມ.ຄົນ​ທີ່​ສັດຊື່​ທີ່ສຸດ​ຂອງ​ເຂົາ​ເຈົ້າ​ກໍ​ແຮ່ງ​ຮ້າຍ​ກວ່າ​ຟຸ່ມໜາມ​ອີກ. ມື້​ທີ່​ຄົນຍາມ​ຂອງ​ເຂົາເຈົ້າ*​ເຄີຍ​ເວົ້າ​ໄວ້​ແລະ​ມື້​ທີ່​ປະຊາຊົນ​ຈະ​ຖືກ​ຕັດສິນ​ຈະ​ເກີດຂຶ້ນ​ແນ່ນອນ+ ແລະ​ເຂົາເຈົ້າ​ຈະ​ພາກັນ​ຢ້ານ​ຫຼາຍ.+   ຢ່າ​ໄວ້ໃຈ​ໝູ່.ຢ່າ​ເຊື່ອໃຈ​ໝູ່​ສະໜິດ.+ ຢ່າ​ບອກ​ຄວາມລັບ​ໃຫ້​ຜົວ​ຫຼື​ເມຍ​ຮູ້.   ລູກ​ຊາຍ​ດູຖູກ​ພໍ່ລູກສາວ​ຖຽງ​ແມ່+ແລະ​ລູກໃພ້​ຜິດ​ກັບ​ແມ່​ຍ່າ.+ຄົນ​ໃນ​ຄອບຄົວ​ດຽວ​ກັນ​ເປັນ​ສັດຕູ​ກັນ.+   ແຕ່​ສຳລັບ​ຂ້ອຍ ຂ້ອຍ​ຈະ​ລໍຖ້າ​ພະ​ເຢໂຫວາ​ດ້ວຍ​ໃຈຈົດໃຈຈໍ່​ຕໍ່​ໆ​ໄປ.+ ຂ້ອຍ​ຈະ​ອົດທົນ​ລໍຖ້າ​ໃຫ້​ພະເຈົ້າ​ຂອງ​ຂ້ອຍ​ມາ​ຊ່ວຍ​ຂ້ອຍ​ໃຫ້​ລອດ.+ ພະເຈົ້າ​ຂອງ​ຂ້ອຍ​ຈະ​ຟັງ​ຂ້ອຍ​ແນ່ນອນ.+   ສັດຕູ​ຂອງ​ຂ້ອຍ​ເອີ້ຍ ຢ່າ​ຟ້າວ​ດີໃຈ​ເດີ້. ເຖິງ​ວ່າ​ຂ້ອຍ​ລົ້ມລົງ ແຕ່​ຂ້ອຍ​ກໍ​ຈະ​ລຸກຂຶ້ນ​ໄດ້.ເຖິງ​ວ່າ​ຂ້ອຍ​ຢູ່​ໃນ​ບ່ອນ​ມືດ ແຕ່​ພະ​ເຢໂຫວາ​ກໍ​ຈະ​ເປັນ​ແສງສະຫວ່າງ​ໃຫ້​ຂ້ອຍ.   ພະ​ເຢໂຫວາ​ໃຈຮ້າຍ​ໃຫ້​ຂ້ອຍ ແຕ່​ຂ້ອຍ​ຈະ​ອົດທົນຍ້ອນ​ຂ້ອຍ​ໄດ້​ເຮັດ​ຜິດ​ຕໍ່​ເພິ່ນ.+ຂ້ອຍ​ຈະ​ອົດທົນ​ຈົນ​ກວ່າ​ເພິ່ນ​ຈະ​ແກ້​ຄະດີ​ຂອງ​ຂ້ອຍ ແລະ​ເຮັດ​ໃຫ້​ຂ້ອຍ​ໄດ້​ຮັບ​ຄວາມ​ຍຸຕິທຳ. ເພິ່ນ​ຈະ​ພາ​ຂ້ອຍ​ອອກ​ໄປ​ເຈິ​ແສງສະຫວ່າງແລະ​ຂ້ອຍ​ຈະ​ເຫັນ​ຄວາມ​ຍຸຕິທຳ​ຂອງ​ເພິ່ນ. 10  ສັດຕູ​ຂອງ​ຂ້ອຍ​ກໍ​ຈະ​ເຫັນ​ຄື​ກັນ.ສັດຕູ​ທີ່​ເວົ້າ​ໃຫ້​ຂ້ອຍ​ວ່າ: “ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ຢູ່​ໃສ?”+ ຈະ​ຕ້ອງ​ອັບອາຍ. ຂ້ອຍ​ຈະ​ແນມເບິ່ງ​ສະພາບ​ທີ່​ເປັນ​ຕາ​ອີ່ຕົນ​ຂອງ​ລາວ. ລາວ​ຈະ​ຖືກ​ຢຽບ​ຄື​ກັບ​ຂີ້ຕົມ​ຢູ່​ຫົນທາງ. 11  ໃນ​ມື້​ນັ້ນ​ເຈົ້າ*​ຈະ​ສ້າງ​ກຳແພງ​ຫີນແລະ​ເຂດແດນ​ຂອງ​ເຈົ້າ​ຈະ​ຂະຫຍາຍ​ອອກ​ໄປ. 12  ໃນ​ມື້​ນັ້ນ​ຄົນ​ຈະ​ມາ​ຫາ​ເຈົ້າ​ຈາກ​ບ່ອນ​ທີ່​ໄກ​ໆ​.ເຂົາເຈົ້າ​ຈະ​ມາ​ຈາກ​ອັດຊີເຣຍ​ແລະ​ຈາກ​ເມືອງ​ຕ່າງ​ໆ​ຂອງ​ເອຢິບຕັ້ງແຕ່​ເອຢິບ​ຈົນ​ຮອດ​ແມ່ນ້ຳ​ເອິຟາຣາດແລະ​ຈາກ​ທະເລ​ທຸກ​ບ່ອນ​ກັບ​ພູ​ທຸກ​ໜ່ວຍ.+ 13  ແຜ່ນດິນ​ຈະ​ຮ້າງເປົ່າ​ຍ້ອນ​ຄົນ​ໃນ​ເມືອງ​ນີ້ມັນ​ຮ້າງເປົ່າ​ກໍ​ຍ້ອນ​ສິ່ງ​ທີ່​ເຂົາເຈົ້າ​ໄດ້​ເຮັດ. 14  ພະເຈົ້າ​ເອີ້ຍ ຂໍ​ໃຫ້​ເບິ່ງແຍງ​ປະຊາຊົນ​ຂອງ​ພະອົງ​ດ້ວຍ​ໄມ້ຄ້ອນເທົ້າ​ຂອງ​ພະອົງ. ເຂົາເຈົ້າ​ເປັນ​ຝູງ​ແກະ​ທີ່​ເປັນ​ຊັບສົມບັດ​ຂອງ​ພະອົງ.+ເຂົາເຈົ້າ​ກຳລັງ​ຢູ່​ໂດດດ່ຽວ​ໃນ​ປ່າ​ແລະ​ໃນ​ສວນໝາກໄມ້. ຂໍ​ໃຫ້​ເຂົາເຈົ້າ​ໄດ້​ກິນ​ອີ່ມ​ຢູ່​ບາຊານ​ແລະ​ຢູ່​ເມືອງ​ກິລຽດ+​ຄື​ກັບ​ສະໄໝແຕ່ກີ້. 15  “ເຮົາ​ຈະ​ເຮັດ​ສິ່ງ​ອັດສະຈັນຄື​ກັບ​ຕອນ​ທີ່​ເຮົາ​ພາ​ພວກເຈົ້າ​ອອກ​ມາ​ຈາກ​ເອຢິບ.+ 16  ຊາດ​ຕ່າງ​ໆ​ຈະ​ເຫັນ​ແລະ​ອັບອາຍຂາຍໜ້າ ເຖິງ​ວ່າ​ເຂົາເຈົ້າ​ຈະ​ມີ​ອຳນາດ​ຫຼາຍ​ສ່ຳ​ໃດ​ກໍ​ຕາມ.+ ເຂົາເຈົ້າ​ຈະ​ເອົາ​ມື​ອັດປາກແລະ​ຫູ​ຂອງ​ເຂົາເຈົ້າ​ກໍ​ຈະ​ໜວກ. 17  ເຂົາເຈົ້າ​ຈະ​ເລຍ​ຂີ້ຝຸ່ນ​ຄື​ກັບ​ງູ+ແລະ​ຈະ​ເລືອ​ໂຕສັ່ນ​ອອກ​ມາ​ຈາກ​ບ່ອນລີ້​ຄື​ກັບ​ສັດເລືອຄານ. ເຂົາເຈົ້າ​ຈະ​ຢ້ານ​ເຮົາ​ເຢໂຫວາ.ເຂົາເຈົ້າ​ຈະ​ຢ້ານ​ເຮົາ​ຈົນ​ໂຕສັ່ນ.”+ 18  ບໍ່​ມີ​ພະເຈົ້າ​ອົງ​ໃດ​ທຽບ​ກັບ​ພະອົງ​ໄດ້.ພະອົງ​ຍົກໂທດ​ແລະ​ບໍ່​ຈື່​ຄວາມຜິດ+​ຂອງ​ປະຊາຊົນ*​ຂອງ​ພະອົງ​ທີ່​ຍັງ​ເຫຼືອ​ຢູ່.+ ພະອົງ​ຈະ​ບໍ່​ໃຈຮ້າຍ​ຕະຫຼອດໄປຍ້ອນ​ພະອົງ​ຢາກ​ສະແດງ​ຄວາມຮັກທີ່ໝັ້ນຄົງ.+ 19  ພະອົງ​ຈະ​ອີ່ຕົນ​ພວກເຮົາ​ອີກ​ເທື່ອ​ໜຶ່ງ+ ແລະ​ຈະ​ເອົາ​ຊະນະ*​ຄວາມຜິດ​ຂອງ​ພວກເຮົາ​ຄື​ກັບ​ເອົາ​ຊະນະ​ສັດຕູ. ພະອົງ​ຈະ​ໂຍນ​ຄວາມຜິດ​ທັງໝົດ​ຂອງ​ພວກເຮົາ​ຖິ້ມ​ລົງ​ທະເລ​ທີ່​ເລິກ​ໆ​.+ 20  ພະອົງ​ຈະ​ສັດຊື່​ຕໍ່​ຢາໂຄບແລະ​ຈະ​ສະແດງ​ຄວາມຮັກທີ່ໝັ້ນຄົງ​ຕໍ່​ອັບຣາຮາມຄື​ກັບ​ທີ່​ພະອົງ​ໄດ້​ສັນຍາ​ກັບ​ປູ່ຍ່າຕານາຍ​ຂອງ​ພວກເຮົາ​ໃນ​ສະໄໝແຕ່ກີ້.+

ຂໍຄວາມໄຂເງື່ອນ

ຫຼື “ໝາກເດື່ອ​ຊຸດ​ທຳອິດ”
ຫຼື “ຫາຍ​ສາບ​ສູນ”
ແປ​ຕາມ​ໂຕ​ວ່າ “ພວກ​ເຈົ້າ”
ໝາຍເຖິງ​ຊີໂອນ​ຫຼື​ເຢຣູຊາເລັມ
ແປ​ຕາມ​ໂຕ​ວ່າ “ມໍລະດົກ”
ຫຼື “ຢຽບ; ປາບ”