ລະບຽບພວກເລວີ 18:1-30

  • ການ​ມີ​ເພດ​ສຳພັນ​ທີ່​ບໍ່​ຖືກຕ້ອງ (1-30)

    • ຫ້າມ​ເຮັດ​ຕາມ​ສິ່ງ​ທີ່​ຄົນ​ການາອານ​ເຮັດ (3)

    • ຫ້າມ​ມີ​ເພດ​ສຳພັນ​ກັບ​ພີ່ນ້ອງ​ໃກ້ຊິດ (6-18)

    • ໄລຍະ​ທີ່​ເປັນ​ປະຈຳ​ເດືອນ (19)

    • ເພດ​ສຳພັນ​ລະຫວ່າງ​ຜູ້​ຊາຍ​ກັບ​ຜູ້​ຊາຍ (22)

    • ເພດ​ສຳພັນ​ກັບ​ສັດ (23)

    • ‘ຕ້ອງ​ເຮັດ​ໂຕ​ໃຫ້​ສະອາດ ເພື່ອ​ຈະ​ບໍ່​ຖືກ​ຂັບ​ໄລ່​ອອກ​ຈາກ​ແຜ່ນດິນ’ (24-30)

18  ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ອີກ​ວ່າ:  “ໃຫ້​ບອກ​ພວກ​ອິດສະຣາເອນ​ວ່າ ‘ເຮົາ​ແມ່ນ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ.+  ຫ້າມ​ພວກ​ເຈົ້າເຮັດ​ຕາມ​ສິ່ງ​ທີ່​ຄົນ​ເອຢິບ​ເຮັດ​ໃນ​ແຜ່ນດິນທີ່​ພວກ​ເຈົ້າ​ເຄີຍ​ຢູ່ ແລະ​ຫ້າມ​ພວກ​ເຈົ້າເຮັດ​ຕາມ​ສິ່ງ​ທີ່ຄົນ​ການາອານ​ເຮັດ​ໃນ​ແຜ່ນດິນທີ່​ເຮົາ​ຈະ​ໃຫ້​ພວກ​ເຈົ້າ​ໄປ​ຢູ່.+ ຫ້າມ​ພວກ​ເຈົ້າ​ເຮັດ​ຕາມທຳນຽມຂອງ​ຄົນ​ເຫຼົ່າ​ນັ້ນ.  ພວກ​ເຈົ້າ​ຕ້ອງ​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ເຮົາ ແລະໃຊ້​ຊີວິດຕາມ​ກົດ​ໝາຍ​ຂອງ​ເຮົາ.+ ເຮົາ​ແມ່ນ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ.  ພວກ​ເຈົ້າ​ຕ້ອງ​ເຮັດ​ຕາມ​ກົດ​ໝາຍ​ແລະ​ຄຳ​ສັ່ງ​ຂອງ​ເຮົາ. ທຸກ​ຄົນ​ທີ່​ເຮັດ​ແນວ​ນີ້​ຈະ​ມີ​ຊີວິດ​ຢູ່​ຕໍ່​ໄປ.+ ເຮົາ​ແມ່ນ​ເຢໂຫວາ.  ຫ້າມ​ຜູ້​ໃດ​ມີ​ເພດ​ສຳພັນ*+ກັບ​ພີ່ນ້ອງ​ໃກ້ຊິດ. ເຮົາ​ແມ່ນ​ເຢໂຫວາ.  ຫ້າມ​ມີ​ເພດ​ສຳພັນ​ກັບ​ພໍ່​ຂອງ​ເຈົ້າ ແລະ​ຫ້າມ​ມີ​ເພດ​ສຳພັນ​ກັບ​ແມ່​ຂອງ​ເຈົ້າ. ລາວ​ເປັນ​ແມ່​ຂອງ​ເຈົ້າ. ຫ້າມ​ເຈົ້າ​ມີ​ເພດ​ສຳພັນ​ກັບ​ລາວ.  ຫ້າມ​ມີ​ເພດ​ສຳພັນ​ກັບ​ເມຍ​ຂອງ​ພໍ່​ເຈົ້າ.+ ການ​ເຮັດ​ແນວ​ນີ້​ຈະ​ເຮັດ​ໃຫ້​ພໍ່​ຂອງ​ເຈົ້າ​ອັບອາຍ.*  ຫ້າມ​ມີ​ເພດ​ສຳພັນ​ກັບ​ເອື້ອຍ​ນ້ອງ​ຂອງ​ເຈົ້າ ບໍ່​ວ່າ​ຈະ​ເປັນ​ລູກສາວ​ຂອງ​ພໍ່​ເຈົ້າ ຫຼື​ລູກສາວ​ຂອງ​ແມ່​ເຈົ້າ. ບໍ່​ວ່າ​ລາວ​ຈະ​ເກີດ​ໃນ​ຄອບຄົວ​ດຽວ​ກັນ​ກັບ​ເຈົ້າ ຫຼື​ເກີດ​ຈາກ​ຄອບຄົວ​ອື່ນ​ກໍ​ຕາມ.+ 10  ຫ້າມ​ມີ​ເພດ​ສຳພັນ​ກັບ​ລູກສາວ​ຂອງ​ລູກ​ຊາຍ​ເຈົ້າ ຫຼື​ລູກສາວ​ຂອງ​ລູກສາວ​ເຈົ້າ ເພາະ​ເຈົ້າຈະເສຍກຽດ.* 11  ຫ້າມ​ມີ​ເພດ​ສຳພັນ​ກັບ​ລູກສາວ​ຂອງ​ເມຍ​ພໍ່​ເຈົ້າ ຫຼື​ລູກສາວ​ຂອງ​ພໍ່​ເຈົ້າ ເພາະ​ລາວ​ເປັນ​ເອື້ອຍ​ນ້ອງ​ຂອງ​ເຈົ້າ. 12  ຫ້າມ​ມີ​ເພດ​ສຳພັນ​ກັບ​ເອື້ອຍ​ນ້ອງ​ຂອງ​ພໍ່​ເຈົ້າ ເພາະ​ລາວ​ເປັນ​ສາຍ​ເລືອດ​ດຽວ​ກັນ​ກັບ​ພໍ່​ເຈົ້າ.+ 13  ຫ້າມ​ມີ​ເພດ​ສຳພັນ​ກັບ​ເອື້ອຍ​ນ້ອງ​ຂອງ​ແມ່​ເຈົ້າ ເພາະ​ລາວ​ເປັນ​ສາຍ​ເລືອດ​ດຽວ​ກັນ​ກັບ​ແມ່​ເຈົ້າ. 14  ຫ້າມ​ເຮັດ​ໃຫ້​ອ້າຍນ້ອງ​ຂອງ​ພໍ່​ເຈົ້າ​ອັບອາຍ* ໂດຍ​ການ​ມີ​ເພດ​ສຳພັນ​ກັບ​ເມຍ​ຂອງ​ລາວ ເພາະ​ເມຍ​ຂອງ​ລາວ​ເປັນ​ປ້າ​ຫຼື​ອາ​ຂອງ​ເຈົ້າ.+ 15  ຫ້າມ​ມີ​ເພດ​ສຳພັນ​ກັບ​ລູກໃພ້​ຂອງ​ເຈົ້າ+ ເພາະ​ລາວ​ເປັນ​ເມຍ​ຂອງ​ລູກ​ຊາຍ​ເຈົ້າ. ຫ້າມ​ເຈົ້າ​ມີ​ເພດ​ສຳພັນ​ກັບ​ລາວ. 16  ຫ້າມ​ມີ​ເພດ​ສຳພັນ​ກັບ​ເມຍ​ຂອງ​ອ້າຍນ້ອງ​ເຈົ້າ+ ເພາະ​ການ​ເຮັດ​ແນວ​ນີ້​ຈະ​ເຮັດ​ໃຫ້​ອ້າຍນ້ອງ​ຂອງ​ເຈົ້າ​ອັບອາຍ.* 17  ຖ້າ​ເຈົ້າ​ມີ​ເພດ​ສຳພັນ​ກັບ​ຜູ້​ຍິງ​ຄົນ​ໃດ​ຄົນ​ໜຶ່ງ ຫ້າມ​ເຈົ້າ​ມີ​ເພດ​ສຳພັນ​ກັບ​ລູກສາວ​ຂອງ​ລາວ+ ແລະ​ຫ້າມ​ເຈົ້າ​ມີ​ເພດ​ສຳພັນ​ກັບ​ລູກສາວ​ຂອງ​ລູກ​ຊາຍ ຫຼື​ລູກສາວ​ຂອງ​ລູກສາວ​ຂອງ​ຜູ້​ຍິງ​ຄົນ​ນັ້ນ. ເຂົາ​ເຈົ້າ​ເປັນ​ພີ່ນ້ອງ​ໃກ້ຊິດ​ຂອງ​ຜູ້​ຍິງ​ຄົນ​ນັ້ນ. ການ​ເຮັດ​ແນວ​ນີ້​ເປັນ​ຕາ​ໜ້າ​ລັງກຽດ.* 18  ຫ້າມ​ເອົາ​ເອື້ອຍ​ນ້ອງ​ຂອງ​ເມຍ​ເຈົ້າ​ມາ​ເປັນເມຍຜູ້​ທີ 2+ ແລະ​ຕອນ​ທີ່​ເມຍ​ຂອງ​ເຈົ້າ​ຍັງ​ມີ​ຊີວິດ​ຢູ່ ຫ້າມ​ເຈົ້າ​ມີ​ເພດ​ສຳພັນ​ກັບ​ເອື້ອຍ​ນ້ອງ​ຂອງ​ລາວ. 19  ຫ້າມ​ມີ​ເພດ​ສຳພັນ​ກັບ​ຜູ້​ຍິງ​ໃນ​ໄລຍະ​ທີ່​ຖື​ວ່າ​ລາວ​ບໍ່​ສະອາດ​ຍ້ອນ​ເປັນ​ປະຈຳ​ເດືອນ.+ 20  ຫ້າມ​ມີ​ເພດ​ສຳພັນ​ກັບ​ເມຍ​ຂອງ​ເພື່ອນ​ບ້ານ​ເຈົ້າ ເພາະ​ການ​ເຮັດ​ແນວ​ນີ້​ຈະ​ເຮັດ​ໃຫ້​ເຈົ້າ​ບໍ່​ສະອາດ.+ 21  ຫ້າມ​ເຜົາ​ລູກ​ຫຼານ​ຂອງ​ເຈົ້າ​ເພື່ອ​ບູຊາ​ພະ​ໂມເລັກ+ ເພາະ​ການ​ເຮັດ​ແນວ​ນີ້​ຈະ​ເຮັດ​ໃຫ້​ຊື່​ພະເຈົ້າ​ຂອງ​ເຈົ້າ​ຖືກ​ດູ​ໝິ່ນ.+ ເຮົາ​ແມ່ນ​ເຢໂຫວາ. 22  ຫ້າມ​ຜູ້​ຊາຍ​ກັບ​ຜູ້​ຊາຍ​ມີເພດ​ສຳພັນກັນ.+ ການ​ເຮັດ​ແນວ​ນີ້​ເປັນ​ຕາ​ໜ້າ​ລັງກຽດ. 23  ຫ້າມ​ຜູ້​ຊາຍ​ມີ​ເພດ​ສຳພັນ​ກັບ​ສັດ ເພາະ​ການ​ເຮັດ​ແນວ​ນີ້​ຈະ​ເຮັດ​ໃຫ້​ລາວ​ບໍ່​ສະອາດ ແລະຜູ້​ຍິງກໍ​ຫ້າມ​ມີ​ເພດ​ສຳພັນ​ກັບ​ສັດ​ຄື​ກັນ.+ ການ​ເຮັດ​ແນວ​ນີ້​ເປັນ​ເລື່ອງຜິດ​ທຳມະຊາດ. 24  ຢ່າ​ເຮັດ​ໃຫ້​ໂຕ​ພວກ​ເຈົ້າ​ບໍ່​ສະອາດ​ຍ້ອນ​ສິ່ງ​ເຫຼົ່ານີ້. ຄົນ​ຊາດ​ອື່ນ​ໆ​ທີ່​ເຮົາ​ຈະ​ຂັບ​ໄລ່​ໄປ​ຈາກ​ແຜ່ນດິນ​ຂອງ​ພວກ​ເຈົ້າ​ໄດ້​ເຮັດ​ສິ່ງ​ເຫຼົ່ານີ້ ແລະ​ເຮັດ​ໃຫ້​ໂຕ​ຂອງ​ເຂົາ​ເຈົ້າ​ບໍ່​ສະອາດ.+ 25  ຍ້ອນ​ແນວ​ນີ້ ແຜ່ນດິນ​ຈຶ່ງ​ບໍ່​ສະອາດ. ເຮົາ​ຈະ​ລົງໂທດ​ແຜ່ນດິນ​ຍ້ອນ​ຄວາມ​ຜິດ​ນີ້ ແລະ​ຄົນ​ທີ່​ຢູ່​ຫັ້ນ​ຈະ​ຖືກຂັບ​ໄລ່ອອກ​ຈາກ​ແຜ່ນດິນ.+ 26  ແຕ່​ພວກ​ເຈົ້າ​ຕ້ອງ​ເຮັດ​ຕາມ​ກົດ​ໝາຍ​ແລະ​ຄຳ​ສັ່ງ​ຂອງ​ເຮົາ+ ບໍ່​ວ່າ​ຈະ​ເປັນ​ຄົນ​ອິດສະຣາເອນ ຫຼື​ຄົນ​ຕ່າງ​ຊາດ​ທີ່​ຢູ່​ນຳ​ພວກ​ເຈົ້າ+ກໍ​ຫ້າມ​ເຮັດ​ສິ່ງ​ທີ່​ເປັນ​ຕາ​ໜ້າ​ລັງກຽດ​ເຫຼົ່ານີ້. 27  ຄົນ​ທີ່​ຢູ່​ໃນ​ແຜ່ນດິນ​ນັ້ນ​ກ່ອນ​ພວກ​ເຈົ້າ+ໄດ້​ເຮັດ​ສິ່ງ​ທີ່​ເປັນ​ຕາ​ໜ້າ​ລັງກຽດ​ເຫຼົ່ານີ້ ແລະ​ຕອນ​ນີ້​ແຜ່ນດິນ​ກໍ​ບໍ່​ສະອາດ. 28  ຖ້າ​ພວກ​ເຈົ້າ​ບໍ່​ໄດ້​ເຮັດ​ໃຫ້​ແຜ່ນດິນ​ບໍ່​ສະອາດ ແຜ່ນດິນ​ກໍ​ຈະ​ບໍ່​ຂັບ​ໄລ່ພວກ​ເຈົ້າ​ອອກ​ໄປ​ຄື​ກັບ​ທີ່​ຂັບ​ໄລ່​ຄົນ​ຊາດ​ຕ່າງ​ໆ​ທີ່​ຢູ່​ກ່ອນ​ພວກ​ເຈົ້າ. 29  ທຸກ​ຄົນ​ທີ່​ເຮັດ​ສິ່ງ​ທີ່​ເປັນ​ຕາ​ໜ້າ​ລັງກຽດ​ເຫຼົ່ານີ້​ຈະ​ຕ້ອງ​ຕາຍ. 30  ພວກ​ເຈົ້າ​ຈະ​ຕ້ອງ​ເຊື່ອ​ຟັງ​ເຮົາ ແລະ​ບໍ່​ເຮັດ​ຕາມ​ທຳນຽມ​ທີ່​ເປັນ​ຕາ​ໜ້າ​ລັງກຽດ​ເຫຼົ່ານີ້ ເຊິ່ງ​ຄົນ​ຊາດ​ຕ່າງ​ໆ​ທີ່​ຢູ່​ກ່ອນ​ພວກ​ເຈົ້າ​ໄດ້​ເຮັດ.+ ຢ່າ​ເຮັດ​ໃຫ້​ໂຕ​ພວກ​ເຈົ້າ​ບໍ່​ສະອາດ​ຍ້ອນ​ສິ່ງ​ເຫຼົ່ານີ້. ເຮົາ​ແມ່ນ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ.’”

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ເຮັດ​ໂຕ​ປະ​ເປືອຍ”
ແປ​ຕາມ​ໂຕ​ວ່າ “ນີ້​ແມ່ນ​ຄວາມ​ປະ​ເປືອຍ​ຂອງ​ພໍ່​ເຈົ້າ”
ແປ​ຕາມ​ໂຕ​ວ່າ “ເພາະ​ເຂົາເຈົ້າ​ແມ່ນ​ຄວາມ​ປະ​ເປືອຍ​ຂອງ​ເຈົ້າ​ເອງ”
ແປ​ຕາມ​ໂຕ​ວ່າ “ເຮັດ​ໃຫ້​ອ້າຍນ້ອງ​ຂອງ​ພໍ່​ເຈົ້າ​ປະ​ເປືອຍ”
ແປ​ຕາມ​ໂຕ​ວ່າ “ນີ້​ແມ່ນ​ຄວາມ​ປະ​ເປືອຍ​ຂອງ​ອ້າຍນ້ອງ​ເຈົ້າ”
ຫຼື “ເປັນ​ຕາ​ໜ້າ​ອາຍ”