ລະບຽບພວກເລວີ 19:1-37

  • ກົດ​ໝາຍ​ຕ່າງ​ໆ​ກ່ຽວ​ກັບ​ຄວາມ​ບໍລິສຸດ (1-37)

    • ຄຳ​ສັ່ງ​ເລື່ອງ​ການ​ເກັບ​ກ່ຽວ (9, 10)

    • ການ​ປະຕິບັດ​ຕໍ່​ຄົນ​ຫູ​ໜວກ​ແລະ​ຕາ​ບອດ (14)

    • ແພ່​ຄຳ​ໃສ່​ຮ້າຍ (16)

    • ຢ່າ​ຄຽດ​ແຄ້ນ (18)

    • ຢ່າ​ໃຊ້​ຄາຖາ​ອາຄົມ​ແລະ​ໄປ​ຫາ​ໝໍ​ຜີ (26, 31)

    • ຫ້າມ​ສັກ​ລາຍ (28)

    • ໃຫ້​ກຽດ​ຜູ້​ເຖົ້າ (32)

    • ການ​ປະຕິບັດ​ຕໍ່​ຄົນ​ຕ່າງ​ຊາດ (33, 34)

19  ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ຕື່ມ​ອີກ​ວ່າ:  “ໃຫ້​ບອກ​ພວກ​ອິດສະຣາເອນ​ທັງ​ໝົດ​ວ່າ ‘ເຈົ້າ​ຕ້ອງ​ເປັນ​ຄົນ​ບໍລິສຸດ ເພາະ​ເຮົາ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ເປັນ​ພະເຈົ້າ​ທີ່​ບໍລິສຸດ.+  ໃຫ້​ນັບ​ຖື*ພໍ່​ແມ່​ຂອງ​ເຈົ້າ+ ແລະ​ໃຫ້​ຖື​ວັນ​ຊະບາໂຕ*ຂອງ​ເຮົາ.+ ເຮົາ​ແມ່ນ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ.  ຢ່າ​ໄປ​ນະມັດສະການ​ພະເຈົ້າ​ອື່ນ​ໆ​ທີ່​ບໍ່​ມີ​ຄ່າ+ ຫຼື​ຢ່າ​ຫຼໍ່​ຮູບ​ພະຕ່າງ​ໆ​ເພື່ອ​ຂາບ​ໄຫວ້.+ ເຮົາ​ແມ່ນ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ.  ຖ້າ​ເຈົ້າ​ເອົາ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ​ມາ​ໃຫ້​ພະ​ເຢໂຫວາ+ ເຈົ້າ​ຕ້ອງ​ເຮັດ​ໃນ​ແບບ​ທີ່​ເພິ່ນ​ຈະຍອມ​ຮັບ.+  ເຈົ້າ​ກິນ​ຊີ້ນ​ຈາກ​ເຄື່ອງ​ບູຊາ​ໃນ​ມື້​ນັ້ນ​ແລະ​ມື້​ຕໍ່​ໄປ​ໄດ້ ແຕ່​ຊີ້ນທີ່​ເຫຼືອຈົນ​ຮອດ​ມື້​ທີ 3 ໃຫ້​ເອົາ​ໄປ​ເຜົາ​ຖິ້ມ.+  ຖ້າ​ມີ​ຄົນ​ກິນ​ຊີ້ນ​ທີ່​ເຫຼືອ​ຈົນ​ຮອດ​ມື້​ທີ 3 ເຄື່ອງ​ບູຊາ​ນັ້ນກໍ​ຈະ​ໃຊ້​ບໍ່​ໄດ້ ເພາະ​ພະເຈົ້າ​ຈະ​ບໍ່​ຍອມ​ຮັບ​ຊີ້ນ​ນັ້ນ.  ຄົນ​ທີ່​ກິນ​ຊີ້ນ​ນັ້ນ​ຈະ​ຖືກ​ລົງໂທດ​ຍ້ອນ​ລາວ​ບໍ່​ໄດ້​ນັບ​ຖືສິ່ງ​ບໍລິສຸດຂອງ​ພະ​ເຢໂຫວາ ແລະ​ລາວ​ຈະ​ຕ້ອງ​ຕາຍ.  ເມື່ອ​ກ່ຽວ​ເຂົ້າ​ໃນ​ນາ​ຂອງ​ເຈົ້າ ຢ່າ​ກ່ຽວ​ເຂົ້າ​ຢູ່​ແຄມ​ຄັນ​ນາ​ຈົນ​ໝົດ ແລະ​ຮວງ​ເຂົ້າ​ທີ່​ເຮ່ຍ​ຢູ່​ໃນ​ນາ​ກໍ​ໃຫ້​ປະ​ໄວ້.+ 10  ຢ່າ​ຕັດ​ເອົາ​ໝາກ​ລະແຊັງ​ຢູ່​ສວນ​ຂອງ​ເຈົ້າ​ຈົນ​ໝົດ ຫຼື​ຢ່າ​ເກັບ​ເອົາ​ໝາກ​ລະແຊັງ​ທີ່​ເຮ່ຍ​ໃນ​ສວນ​ຂອງ​ເຈົ້າ. ເຈົ້າ​ຕ້ອງ​ຈົ່ງ​ໄວ້​ໃຫ້​ຄົນ​ທຸກ​ຍາກ+ແລະ​ຄົນ​ຕ່າງ​ຊາດ​ທີ່​ຢູ່​ນຳ​ເຈົ້າ. ເຮົາ​ແມ່ນ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ. 11  ຫ້າມ​ລັກ+ ຫ້າມ​ລໍ້​ລວງ+ ແລະ​ຫ້າມ​ຕົວະ​ຄົນ​ອື່ນ. 12  ຫ້າມ​ສາບານ​ຕົວະ​ໂດຍ​ໃຊ້​ຊື່​ຂອງ​ເຮົາ+ ເພາະ​ການ​ເຮັດ​ແນວ​ນີ້​ຈະ​ເຮັດ​ໃຫ້​ຊື່​ພະເຈົ້າ​ຂອງ​ເຈົ້າ​ຖືກ​ດູ​ໝິ່ນ. ເຮົາ​ແມ່ນ​ເຢໂຫວາ. 13  ຫ້າມ​ສໍ້​ໂກງ+ ແລະ​ຫ້າມ​ປຸ້ນ​ເອົາ​ເຄື່ອງ​ຂອງ​ຂອງ​ເພື່ອນ​ບ້ານ.+ ຖ້າ​ເຈົ້າ​ຈ້າງ​ຄົນ​ມາ​ເຮັດ​ວຽກ ເຈົ້າ​ຕ້ອງ​ຈ່າຍ​ຄ່າ​ຈ້າງ​ໃຫ້​ລາວ​ໃນ​ມື້​ນັ້ນ​ເລີຍ ຫ້າມ​ເລື່ອນ​ໄປ​ຈົນ​ຮອດ​ເຊົ້າ​ມື້​ຕໍ່​ໄປ.+ 14  ຫ້າມ​ປ້ອຍ​ດ່າ​ຄົນ​ຫູ​ໜວກ ຫຼື​ເອົາ​ເຄື່ອງ​ຂອງ​ໄປ​ຂວາງ​ທາງ​ຄົນ​ຕາ​ບອດ.+ ເຈົ້າ​ຕ້ອງ​ຢ້ານຢຳ​ພະເຈົ້າ​ຂອງ​ເຈົ້າ.+ ເຮົາ​ແມ່ນ​ເຢໂຫວາ. 15  ຕອນ​ທີ່​ຕັດສິນ​ຄະດີ ຢ່າ​ຕັດສິນ​ແບບ​ບໍ່​ຍຸຕິທຳ. ຢ່າ​ອີ່ຕົນຄົນ​ທຸກ​ແລະ​ເຂົ້າ​ຂ້າງ​ລາວ ຫຼື​ຢ່າ​ມັກ​ຄົນ​ລວຍ​ແລະ​ເຂົ້າ​ຂ້າງ​ລາວ.+ ເຈົ້າ​ຕ້ອງ​ຕັດສິນ​ເລື່ອງ​ຂອງ​ເພື່ອນ​ບ້ານ​ຢ່າງ​ຍຸຕິທຳ. 16  ຫ້າມ​ທຽວ​ໄປ​ບ່ອນ​ນັ້ນ​ບ່ອນ​ນີ້ເພື່ອ​ແພ່​ຄຳ​ໃສ່​ຮ້າຍ.+ ຫ້າມ​ເຮັດ​ສິ່ງ​ທີ່​ຈະ​ເຮັດ​ໃຫ້ຊີວິດ*ຂອງ​ຄົນ​ອື່ນເປັນ​ອັນຕະລາຍ.*+ ເຮົາ​ແມ່ນ​ເຢໂຫວາ. 17  ຢ່າ​ກຽດ​ຊັງ​ອ້າຍ​ເອື້ອຍ​ນ້ອງ​ໃນ​ໃຈ​ຂອງ​ເຈົ້າ.+ ຢ່າ​ລັງເລທີ່​ຈະ​ຕັກ​ເຕືອນ​ເພື່ອນ​ບ້ານ​ຂອງ​ເຈົ້າ+ ເພື່ອ​ເຈົ້າ​ຈະ​ບໍ່​ມີ​ຄວາມ​ຜິດ​ນຳ​ກັນ​ກັບ​ລາວ. 18  ຢ່າ​ແກ້ແຄ້ນ+​ຫຼື​ຄຽດ​ແຄ້ນ​ເພື່ອນ​ບ້ານ​ຂອງ​ເຈົ້າ. ເຈົ້າ​ຕ້ອງ​ຮັກ​ເພື່ອນ​ບ້ານ​ຄື​ກັບ​ຮັກ​ໂຕເອງ.+ ເຮົາ​ແມ່ນ​ເຢໂຫວາ. 19  ເຈົ້າ​ຕ້ອງ​ເຮັດ​ຕາມ​ກົດ​ໝາຍ​ຕໍ່​ໄປ​ນີ້​ຂອງ​ເຮົາ. ຫ້າມ​ເອົາ​ສັດ 2 ຊະນິດ​ມາ​ປະສົມ​ພັນ​ກັນ. ຫ້າມ​ຫວ່ານ​ແນວ​ປູກ 2 ຊະນິດ​ປົນ​ກັນ​ໃນ​ນາ​ຂອງ​ເຈົ້າ.+ ຫ້າມ​ນຸ່ງ​ເຄື່ອງ​ທີ່​ເຮັດ​ຈາກ​ດ້າຍ 2 ຊະນິດ​ທີ່​ຝັ້ນ​ເຂົ້າ​ກັນ.+ 20  ຖ້າ​ຜູ້​ຊາຍ​ຄົນ​ໃດ​ມີ​ເພດ​ສຳພັນ​ກັບ​ຜູ້​ຍິງ​ຄົນ​ໜຶ່ງ ແຕ່​ຜູ້​ຍິງ​ຄົນ​ນັ້ນ​ເປັນ​ຄົນ​ຮັບ​ໃຊ້ ແລະເຈົ້າ​ນາຍ​ຂອງ​ລາວສັນຍາ​ກັບ​ລາວ​ໄວ້​ແລ້ວ​ວ່າ​ຈະ​ໃຫ້​ແຕ່ງດອງ​ກັບ​ຜູ້​ຊາຍ​ອີກ​ຄົນ​ໜຶ່ງ ຖ້າ​ຜູ້​ຍິງ​ຄົນ​ນັ້ນ​ຍັງ​ບໍ່​ມີ​ໃຜ​ມາ​ໄຖ່​ຫຼື​ຍັງ​ບໍ່​ມີ​ອິດ​ສະຫຼະ​ເທື່ອ ເຂົາ​ເຈົ້າ​ຈະ​ຖືກ​ລົງໂທດ ແຕ່​ບໍ່​ເຖິງ​ຕາຍ​ຍ້ອນ​ຜູ້​ຍິງ​ຄົນ​ນັ້ນ​ຍັງ​ບໍ່​ມີ​ອິດ​ສະຫຼະ​ເທື່ອ. 21  ຜູ້​ຊາຍ​ຄົນ​ນັ້ນ​ຕ້ອງ​ເອົາ​ແກະ​ໂຕ​ຜູ້​ໂຕ​ໜຶ່ງ​ມາ​ໃຫ້​ພະ​ເຢໂຫວາ​ຢູ່​ທາງເຂົ້າ​ເຕັ້ນ​ສັກສິດ* ເພື່ອ​ເປັນ​ເຄື່ອງ​ບູຊາ​ໄຖ່​ຄວາມ​ຜິດ​ຂອງ​ໂຕເອງ.+ 22  ປະໂລຫິດ​ຈະ​ເອົາ​ແກະ​ໂຕ​ຜູ້​ທີ່​ເປັນ​ເຄື່ອງ​ບູຊາ​ໄຖ່​ຄວາມ​ຜິດ​ມາ​ຕໍ່​ໜ້າ​ພະ​ເຢໂຫວາ ເພື່ອ​ໄຖ່​ຄວາມ​ຜິດ​ໃຫ້​ຜູ້​ຊາຍ​ຄົນ​ນັ້ນ ແລະ​ລາວ​ຈະ​ໄດ້​ຮັບ​ການ​ຍົກ​ໂທດ​ຈາກ​ຄວາມ​ຜິດ​ທີ່​ລາວ​ໄດ້​ເຮັດ. 23  ເມື່ອ​ເຈົ້າ​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ເຮົາ​ຈະ​ໃຫ້​ເຈົ້າ​ໄປ​ຢູ່ ຖ້າ​ເຈົ້າ​ປູກ​ຕົ້ນ​ໝາກ​ໄມ້​ຊະນິດໃດ​ກໍ​ຕາມ ເຈົ້າ​ຕ້ອງ​ຖື​ວ່າໝາກ​ຂອງ​ມັນບໍ່​ສະອາດ ແລະ​ຍັງ​ບໍ່​ໄດ້​ຮັບ​ອະນຸຍາດ​ໃຫ້​ກິນ​ເທື່ອ. ມັນ​ຈະ​ເປັນ​ແບບ​ນັ້ນ​ໄປ 3 ປີ. ຫ້າມ​ເຈົ້າ​ກິນ​ໝາກ​ໄມ້​ເຫຼົ່າ​ນັ້ນ. 24  ແຕ່​ໃນ​ປີ​ທີ 4 ຈະ​ຖື​ວ່າ​ໝາກ​ໄມ້​ທັງ​ໝົດ​ບໍລິສຸດ. ເຈົ້າ​ເອົາ​ໃຫ້ພະ​ເຢໂຫວາ​ດ້ວຍ​ຄວາມ​ຍິນດີໄດ້.+ 25  ຫຼັງ​ຈາກ​ນັ້ນ ໃນ​ປີ​ທີ 5 ເຈົ້າ​ຈະ​ກິນ​ໝາກ​ໄມ້​ເຫຼົ່າ​ນັ້ນ​ໄດ້. ໝາກ​ໄມ້​ເຫຼົ່າ​ນັ້ນ​ຈະ​ເຮັດ​ໃຫ້​ເຈົ້າ​ໄດ້​ຮັບ​ຜົນລະປູກ​ຫຼາຍ​ຂຶ້ນ​ອີກ. ເຮົາ​ແມ່ນ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ. 26  ຫ້າມ​ກິນຊີ້ນ​ທຸກ​ຊະນິດ​ທີ່ຍັງ​ມີ​ເລືອດ​ຢູ່.+ ຫ້າມ​ທຳ​ນາຍ​ອະນາຄົດ​ຫຼື​ໃຊ້​ຄາຖາ​ອາຄົມ.+ 27  ຫ້າມ​ແຖ​ເຄົາ​ຫຼື​ຫ້າມ​ຕັດ​ໜວດ​ເຄົາ​ເປັນຮູບ​ຊົງ​ແປກ​ໆ​.*+ 28  ຫ້າມ​ປາດ​ໂຕເອງ​ເພື່ອ​ໄວ້​ທຸກ​ໃຫ້​ຄົນ​ຕາຍ+ ແລະ​ຫ້າມ​ສັກ​ລາຍ. ເຮົາ​ແມ່ນ​ເຢໂຫວາ. 29  ຢ່າ​ເຮັດ​ໃຫ້​ລູກສາວ​ຂອງ​ເຈົ້າ​ເສຍ​ກຽດ​ໂດຍ​ໃຫ້​ລາວ​ເປັນ​ໂສເພນີ.+ ຖ້າ​ເຮັດ​ແນວ​ນັ້ນ ແຜ່ນດິນ​ຂອງ​ພວກ​ເຈົ້າ​ຈະ​ບໍ່​ສະອາດ​ຍ້ອນ​ມີ​ໂສເພນີ​ແລະ​ຈະເຕັມ​ແຕ່​ແນວ​ຊົ່ວ​ໆ​.+ 30  ໃຫ້​ຖື​ວັນ​ຊະບາໂຕ​ຂອງ​ເຮົາ+ ແລະ​ໃຫ້​ນັບ​ຖືບ່ອນ​ບໍລິສຸດຂອງ​ເຮົາ. ເຮົາ​ແມ່ນ​ເຢໂຫວາ. 31  ຢ່າ​ໄປ​ຫາ​ໝໍ​ຜີ+ ແລະ​ຢ່າ​ໄປ​ປຶກສາ​ໝໍ​ດູ.+ ການ​ເຮັດ​ແນວ​ນີ້​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ບໍ່​ສະອາດ. ເຮົາ​ແມ່ນ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ. 32  ເຈົ້າ​ຕ້ອງສະແດງຄວາມ​ນັບ​ຖື​ຄົນ​ຫົວ​ຫງອກ+ ແລະ​ໃຫ້​ກຽດ​ຜູ້​ເຖົ້າ.+ ເຈົ້າ​ຕ້ອງ​ຢ້ານຢຳ​ພະເຈົ້າ​ຂອງ​ເຈົ້າ.+ ເຮົາ​ແມ່ນ​ເຢໂຫວາ. 33  ຖ້າ​ຄົນ​ຕ່າງ​ຊາດ​ມາ​ຢູ່​ໃນ​ແຜ່ນດິນ​ນຳ​ເຈົ້າ ເຈົ້າ​ຕ້ອງ​ເຮັດ​ດີ​ຕໍ່​ລາວ.+ 34  ໃຫ້​ຖື​ວ່າ​ຄົນ​ຕ່າງ​ຊາດ​ທີ່​ຢູ່​ນຳ​ເຈົ້າ​ເປັນ​ຄື​ກັບ​ຄົນ​ອິດສະຣາເອນ​ຄົນ​ໜຶ່ງ.+ ເຈົ້າ​ຕ້ອງ​ຮັກ​ລາວ​ຄື​ກັບ​ຮັກ​ໂຕເອງ ເພາະ​ເຈົ້າ​ກໍ​ເຄີຍ​ເປັນ​ຄົນ​ຕ່າງ​ຊາດ​ທີ່​ອາໄສ​ຢູ່​ແຜ່ນດິນ​ເອຢິບ.+ ເຮົາ​ແມ່ນ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ. 35  ເມື່ອ​ແທກ​ລວງ​ກວ້າງ​ລວງ​ຍາວ ຊັ່ງ​ນ້ຳ​ໜັກ ຫຼື​ຜອງ​ປະລິມານ ເຈົ້າ​ຕ້ອງ​ໃຊ້​ແນວ​ແທກ ແນວ​ຊັ່ງ ແລະ​ແນວ​ຜອງ​ທີ່​ຖືກຕ້ອງ​ຕາມ​ມາດຕະຖານ.+ 36  ເຈົ້າ​ຕ້ອງ​ໃຊ້​ຊິງ​ຫຼື​ແນວ​ຜອງ​ທີ່​ຖືກຕ້ອງ​ຕາມ​ມາດຕະຖານ​ສຳລັບ​ເຄື່ອງ​ທີ່​ເປັນ​ແນວ​ແຫ້ງ*ແລະ​ແນວ​ທີ່​ເປັນ​ນ້ຳ.*+ ເຮົາ​ແມ່ນ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ຜູ້​ພາ​ເຈົ້າ​ອອກ​ມາ​ຈາ​ກ​ແຜ່ນດິນ​ເອຢິບ. 37  ​ເຈົ້າ​ຕ້ອງ​ເຊື່ອ​ຟັງ ແລະ​ເຮັດ​ຕາມ​ກົດ​ໝາຍ​ກັບ​ຄຳ​ສັ່ງ​ທັງ​ໝົດ​ຂອງ​ເຮົາ.+ ເຮົາ​ແມ່ນ​ເຢໂຫວາ.’”

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ຢ້ານຢຳ”
ແປ​ຕາມ​ໂຕ​ວ່າ “ເລືອດ”
ຫຼື​ອາດ​ແປ​ວ່າ “ຖ້າ​ຊີວິດ​ຂອງ​ຄົນອື່ນ​ຕົກ​ຢູ່​ໃນ​ອັນຕະລາຍ ຢ່າ​ຢູ່​ຊື່​ໆ​”
ຫຼື “ເຕັ້ນ​ຂໍ​ການ​ຊີ້ນຳ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.
ໝາຍເຖິງ​ການ​ຕັດ​ໜວດ​ເຄົາ​ຕາມ​ພິທີ​ກຳ​ທາງ​ສາສະໜາ​ອື່ນ ແຕ່​ບໍ່​ໄດ້​ໝາຍເຖິງ​ການ​ແຕ່ງ​ຫຼື​ແຖ​ໜວດ​ເຄົາ​ຕາມ​ທຳມະດາ
ແປ​ຕາມ​ໂຕ​ວ່າ “ເອຟາ​ທີ່​ຖືກຕ້ອງ.” ເບິ່ງ​ພາກ​ຜະໜວກ ຂ14.
ແປ​ຕາມ​ໂຕ​ວ່າ “ຮິນ​ທີ່​ຖືກຕ້ອງ.” ເບິ່ງ​ພາກ​ຜະໜວກ ຂ14.