ລະບຽບພວກເລວີ 21:1-24

  • ປະໂລຫິດ​ຕ້ອງ​ເປັນ​ຄົນ​ບໍລິສຸດ​ແລະ​ສະອາດ (1-9)

  • ປະໂລຫິດ​ໃຫຍ່​ຕ້ອງ​ບໍ່​ເຮັດ​ໃຫ້​ໂຕເອງ​ບໍ່​ສະອາດ (10-15)

  • ຄົນ​ທີ່​ຈະ​ເປັນ​ປະໂລຫິດ​ຕ້ອງ​ບໍ່​ພິການ (16-24)

21  ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ອີກ​ວ່າ: “ໃຫ້​ບອກ​ພວກ​ລູກ​ຊາຍ​ຂອງ​ອາໂຣນ​ທີ່​ເປັນ​ປະໂລຫິດ​ວ່າ ‘ຢ່າ​ເຮັດ​ໃຫ້​ໂຕ​ເອງບໍ່​ສະອາດ*ຍ້ອນຄົນ​ຂອງ​ລາວທີ່​ຕາຍ​ໄປ.+  ແຕ່​ລາວ​ຈະ​ເຮັດ​ແນວ​ນັ້ນ​ໄດ້​ສຳລັບ​ພີ່ນ້ອງ​ໃກ້ຊິດ​ທີ່​ເປັນ​ສາຍ​ເລືອດ​ດຽວ​ກັນ​ຄື: ພໍ່ ແມ່ ລູກ​ຊາຍ ລູກສາວ ອ້າຍ ແລະ​ນ້ອງ.  ລາວ​ຈະ​ເຮັດ​ໃຫ້​ໂຕເອງ​ບໍ່​ສະອາດ​ຍ້ອນ​ເອື້ອຍ​ຫຼື​ນ້ອງ​ຂອງ​ລາວ​ໄດ້ ຖ້າ​ເອື້ອຍ​ຫຼື​ນ້ອງ​ຍັງ​ເປັນ​ສາວ​ບໍ​ລິ​ສຸດ​ທີ່​ອາໄສ​ຢູ່​ນຳ​ລາວ​ແລະ​ຍັງ​ບໍ່​ໄດ້​ແຕ່ງດອງ​ເທື່ອ.  ແຕ່​ຢ່າ​ໃຫ້​ລາວ​ເຮັດ​ໃຫ້​ໂຕເອງ​ບໍ່​ສະອາດ​ແລະ​ບໍ່​ບໍລິສຸດ ຍ້ອນ​ສົບ​ຂອງ​ເອື້ອຍ​ຫຼື​ນ້ອງ​ທີ່​ມີ​ຜົວ​ແລ້ວ​ໃນ​ພວກ​ຄົນ​ຂອງ​ລາວ.  ຢ່າ​ໃຫ້​ເຂົາ​ເຈົ້າ​ແຖ​ຫົວ+ ແຖ​ໜວດ​ເຄົາ ຫຼື​ປາດ​ໂຕເອງ.+  ເຂົາ​ເຈົ້າ​ຕ້ອງ​ເປັນ​ຄົນ​ບໍລິສຸດ​ສຳລັບ​ພະເຈົ້າ+ ແລະ​ເຂົາ​ເຈົ້າ​ຕ້ອງ​ບໍ່​ເຮັດ​ໃຫ້​ຊື່​ຂອງ​ພະເຈົ້າ​ຖືກ​ດູ​ໝິ່ນ+ ເພາະ​ເຂົາ​ເຈົ້າ​ເປັນ​ຄົນ​ເອົາ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ໃຫ້​ພະ​ເຢໂຫວາ ແລະ​ເອົາ​ເຄື່ອງ​ບູຊາ​ທີ່ເປັນ​ຄື​ກັບ​ອາຫານ​ໃຫ້​ພະເຈົ້າ ເຂົາ​ເຈົ້າ​ຈຶ່ງ​ຕ້ອງ​ເປັນ​ຄົນ​ບໍລິສຸດ.+  ຫ້າມ​ເຂົາ​ເຈົ້າ​ແຕ່ງດອງ​ກັບ​ຜູ້​ຍິງ​ທີ່​ເປັນ​ໂສເພນີ+ ຜູ້​ຍິງ​ທີ່​ບໍ່​ບໍລິສຸດ ຫຼື​ຜູ້​ຍິງ​ທີ່​ເປັນ​ແມ່​ຮ້າງ+ ເພາະ​ປະໂລຫິດ​ຕ້ອງ​ເປັນ​ຄົນ​ບໍລິສຸດ​ສຳລັບ​ພະເຈົ້າ.  ພວກອິດສະຣາເອນຕ້ອງ​ຖື​ວ່າ​ປະໂລຫິດ​ເປັນ​ຄົນ​ບໍລິສຸດ+ ເພາະ​ເຂົາ​ເຈົ້າ​ເອົາ​ເຄື່ອງ​ບູຊາ​ທີ່​ເປັນ​ຄື​ກັບ​ອາຫານ​ໃຫ້​ພະເຈົ້າ. ປະໂລຫິດ​ຕ້ອງ​ເປັນ​ຄົນ​ບໍລິສຸດ​ສຳລັບ​ພວກ​ເຈົ້າ ເພາະ​ເຮົາ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ບໍລິສຸດ​ທີ່​ແຍກ​ພວກ​ເຈົ້າ​ໄວ້​ຕ່າງ​ຫາກ​ໃຫ້​ເປັນ​ຄົນ​ບໍລິສຸດ.+  ຖ້າ​ລູກສາວ​ຂອງ​ປະໂລຫິດ​ເຮັດ​ໃຫ້​ໂຕເອງ​ເສຍ​ກຽດ​ໂດຍ​ເປັນ​ໂສເພນີ ລາວ​ກໍ​ເຮັດ​ໃຫ້​ພໍ່​ຂອງ​ໂຕເອງ​ຖືກ​ດູ​ໝິ່ນ. ລາວ​ຈະ​ຕ້ອງ​ຖືກ​ຂ້າ​ແລະ​ເອົາ​ໄປ​ເຜົາ.+ 10  ຄົນ​ທີ່​ເປັນປະໂລຫິດ​ໃຫຍ່​ໃນ​ພວກປະໂລຫິດ​ເຊິ່ງ​ເປັນ​ຜູ້​ທີ່​ຖືກ​ເທ​ນ້ຳມັນ​ໃສ່​ຫົວ+ ແລະ​ຖືກ​ເລືອກ*ໃຫ້​ໃສ່​ເຄື່ອງນຸ່ງ​ຂອງ​ປະໂລຫິດ+ ຕ້ອງ​ບໍ່​ປ່ອຍ​ໃຫ້​ຜົມ​ຫຍຸ້ງ ຫຼື​ຈີກ​ເຄື່ອງນຸ່ງ​ຂອງ​ໂຕເອງ.+ 11  ລາວ​ຕ້ອງ​ບໍ່​ເຮັດ​ໃຫ້​ໂຕເອງ​ບໍ່​ສະອາດ​ໂດຍ​ໄປ​ໃກ້​ສົບ+ ເຖິງ​ວ່າ​ຈະ​ເປັນ​ສົບ​ຂອງ​ພໍ່​ຫຼື​ແມ່​ກໍ​ຕາມ. 12  ລາວ​ບໍ່​ຄວນ​ອອກ​ຈາກບ່ອນ​ບໍລິສຸດ ແລະ​ບໍ່​ຄວນ​ເຮັດ​ໃຫ້​ບ່ອນ​ບໍລິສຸດ​ຂອງ​ພະ​ເຈົ້າ​ຖືກ​ດູ​ໝິ່ນ+ ເພາະ​ນ້ຳມັນ​ທີ່​ພະເຈົ້າ​ໃຊ້​ແຕ່ງຕັ້ງ+​ລາວ​ເຊິ່ງ​ເປັນ​ເຄື່ອງ​ໝາຍ​ຂອງ​ການ​ອຸທິດ​ໂຕ​ຖືກ​ເທ​ໃສ່​ຫົວ​ຂອງ​ລາວ​ແລ້ວ. ເຮົາ​ແມ່ນ​ເຢໂຫວາ. 13  ລາວ​ຕ້ອງ​ເອົາ​ຜູ້​ຍິງ​ບໍລິສຸດ​ມາ​ເປັນ​ເມຍ.+ 14  ຫ້າມ​ລາວ​ແຕ່ງດອງ​ກັບ​ແມ່​ໝ້າຍ ແມ່​ຮ້າງ ຜູ້​ຍິງ​ທີ່​ບໍ່​ບໍລິສຸດ ຫຼື​ໂສເພນີ ແຕ່​ລາວ​ຕ້ອງ​ເອົາ​ຜູ້​ຍິງ​ບໍລິສຸດ​ໃນ​ພວກ​ຄົນ​ຂອງ​ລາວ​ມາ​ເປັນ​ເມຍ. 15  ລາວ​ບໍ່​ຄວນ​ເຮັດ​ໃຫ້​ລູກ​ຫຼານ​ໃນ​ພວກ​ຄົນ​ຂອງ​ລາວ​ຖືກ​ດູ​ໝິ່ນ+ ເພາະ​ເຮົາ​ແມ່ນ​ເຢໂຫວາ​ຜູ້​ທີ່​ແຍກ​ລາວ​ໄວ້​ຕ່າງ​ຫາກ.’” 16  ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ອີກ​ວ່າ: 17  “ໃຫ້​ບອກ​ອາໂຣນ​ວ່າ ‘ຖ້າລູກ​ຫຼານ​ຂອງ​ເຈົ້າຄົນ​ໃດ​ເປັນ​ຄົນ​ພິການ ຫ້າມ​ຜູ້​ນັ້ນ​ເອົາ​ເຄື່ອງ​ບູຊາ​ທີ່​ເປັນ​ຄື​ກັບ​ອາຫານ​ໃຫ້​ພະເຈົ້າ. 18  ຄົນ​ພິການ​ທີ່​ບໍ່​ສາມາດ​ເຮັດ​ວຽກ​ນັ້ນ​ໄດ້ ມີ​ດັ່ງ​ຕໍ່​ໄປ​ນີ້: ຄົນ​ຕາ​ບອດ ຄົນ​ຂາລີບ* ຄົນ​ດັງ​ແວ່ງ ຄົນ​ແຂນ​ຂາ​ຍາວ​ບໍ່​ເທົ່າ​ກັນ 19  ຄົນ​ທີ່​ກະດູກ​ຕີນ​ຫຼື​ກະດູກ​ມື​ຫັກ 20  ຄົນ​ຫຼັງ​ກ່ອມ ຄົນ​ຄອດ* ຄົນ​ຕາ​ບໍ່​ດີ ຄົນ​ທີ່​ເປັນ​ໂລກ​ຜິວ​ໜັງ ຄົນ​ທີ່​ເປັນ​ຂີ້ກາກ ແລະ​ຄົນ​ທີ່​ມີ​ໝາກ​ອັນທະ​ບໍ່​ສົມບູນ.+ 21  ຖ້າ​ລູກ​ຫຼານ​ຂອງ​ປະໂລຫິດ​ອາໂຣນ​ຄົນ​ໃດ​ເປັນ​ຄົນ​ພິການ ຜູ້​ນັ້ນ​ຈະ​ເອົາ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ໃຫ້​ພະ​ເຢໂຫວາ​ບໍ່​ໄດ້. ຍ້ອນ​ລາວ​ພິການ ລາວ​ຈະ​ເອົາ​ເຄື່ອງ​ບູຊາ​ທີ່​ເປັນ​ຄື​ກັບ​ອາຫານ​ໃຫ້​ພະເຈົ້າ​ບໍ່​ໄດ້. 22  ລາວ​ຈະ​ກິນ​ເຄື່ອງ​ບູຊາ​ທີ່​ເປັນ​ຄື​ກັບ​ອາຫານ​ຂອງ​ພະເຈົ້າ​ຈາກ​ສິ່ງ​ທີ່​ບໍລິສຸດ​ແທ້​ໆ​+ແລະ​ສິ່ງ​ບໍລິສຸດ​ໄດ້.+ 23  ແຕ່​ຍ້ອນ​ລາວ​ພິການ ລາວ​ຈະ​ເຂົ້າ​ໄປ​ໃກ້​ຜ້າກັ້ງ+ແລະ​ແທ່ນ​ບູຊາ​ບໍ່​ໄດ້.+ ລາວ​ຕ້ອງ​ບໍ່​ເຮັດ​ໃຫ້​ບ່ອນ​ບໍລິສຸດ​ຂອງ​ເຮົາ​ຖືກ​ດູ​ໝິ່ນ+ ເພາະ​ເຮົາ​ແມ່ນ​ເຢໂຫວາ​ຜູ້​ທີ່​ແຍກ​ເຂົາ​ເຈົ້າ​ໄວ້​ຕ່າງ​ຫາກ.’”+ 24  ແລ້ວ​ໂມເຊ​ກໍ​ໄປ​ບອກ​ອາໂຣນ​ກັບ​ພວກ​ລູກ​ຊາຍ​ຂອງ​ລາວ ແລະ​ພວກ​ອິດສະຣາເອນ​ທັງ​ໝົດ.

ຂໍຄວາມໄຂເງື່ອນ

ປະໂລຫິດ​ຈະ​ເຮັດ​ໃຫ້​ໂຕເອງ​ບໍ່​ສະອາດ​ຖ້າ​ລາວ​ໄປ​ຖືກ​ຫຼື​ໄປ​ບາຍ​ສົບ​ຫຼື​ໄວ້ທຸກ​ໃຫ້​ຄົນ​ຕາຍ
ແປ​ຕາມ​ໂຕ​ວ່າ “ຜູ້​ທີ່​ຖືກ​ເທ​ໃສ່​ມື”
ຫຼື​ອາດ​ແປ​ວ່າ “ຄົນ​ທີ່​ຍ່າງ​ບໍ່​ໄດ້”
ຫຼື​ອາດ​ແປ​ວ່າ “ຄົນ​ຂາດ​ສານ​ອາຫານ”