ລະບຽບພວກເລວີ 22:1-33

  • ຄວາມ​ສະອາດ​ຂອງ​ປະໂລຫິດ​ແລະ​ການ​ກິນ​ສິ່ງ​ທີ່​ບໍລິສຸດ (1-16)

  • ພະເຈົ້າ​ພໍ​ໃຈ​ເຄື່ອງ​ບູຊາ​ທີ່​ເປັນ​ສັດ​ທີ່​ຕຸ້ຍ​ພີ​ດີ​ງາມ (17-33)

22  ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ອີກ​ວ່າ:  “ໃຫ້​ບອກ​ອາໂຣນ​ກັບ​ພວກ​ລູກ​ຊາຍ​ຂອງ​ລາວ​ວ່າ ເຂົາ​ເຈົ້າ​ຕ້ອງນັບ​ຖື​ສິ່ງ​ບໍລິສຸດທີ່​ພວກ​ອິດສະຣາເອນ​ແຍກ​ໄວ້​ຕ່າງ​ຫາກ​ສຳລັບ​ເຮົາ+ ແລະ​ຕ້ອງ​ບໍ່​ເຮັດ​ໃຫ້​ຊື່​ທີ່​ບໍລິສຸດ​ຂອງ​ເຮົາ​ຖືກ​ດູ​ໝິ່ນ.+ ເຮົາ​ແມ່ນ​ເຢໂຫວາ.  ໃຫ້​ບອກ​ເຂົາ​ເຈົ້າ​ວ່າ ‘ຖ້າ​ລູກ​ຫຼານ​ຂອງ​ເຈົ້າ​ຄົນ​ໃດ​ເຊິ່ງ​ຢູ່​ໃນ​ໄລຍະ​ທີ່​ຖື​ວ່າ​ບໍ່​ສະອາດ ເຂົ້າ​ມາ​ໃກ້​ສິ່ງ​ບໍລິສຸດ​ທີ່​ພວກ​ອິດສະຣາເອນ​ແຍກ​ໄວ້​ຕ່າງ​ຫາກ​ສຳລັບ​ພະ​ເຢໂຫວາ ຜູ້​ນັ້ນ​ຈະ​ຕ້ອງ​ຕາຍ.+ ເຮົາ​ແມ່ນ​ເຢໂຫວາ.  ຖ້າ​ລູກ​ຫຼານ​ຂອງ​ອາໂຣນ​ຄົນ​ໃດ​ເປັນ​ຂີ້ທູດ+ ຫຼື​ເປັນ​ພະຍາດ​ທີ່​ເຮັດ​ໃຫ້​ມີນ້ຳ​ເມືອກໄຫຼ​ອອກ​ມາ​ຈາກ​ອະໄວຍະວະ​ເພດ+ ໃນ​ໄລຍະ​ທີ່​ຖື​ວ່າ​ລາວ​ບໍ່​ສະອາດ+ ລາວ​ຈະ​ກິນ​ສ່ວນ​ແບ່ງ​ຈາກ​ສິ່ງ​ບໍລິສຸດ​ບໍ່​ໄດ້. ຄົນ​ທີ່​ບໍ່​ສະອາດ​ຍ້ອນ​ໄປ​ຖືກ​ຫຼື​ໄປ​ບາຍ​ສົບ+ ຄົນ​ທີ່​ເປັນ​ພະຍາດ​ທີ່​ເຮັດ​ໃຫ້​ມີ​ນ້ຳ​ອະສຸຈິ​ໄຫຼ​ອອກ​ມາ​ເອງ+  ຄົນ​ທີ່​ໄປ​ຖືກ​ຫຼື​ໄປ​ບາຍ​ສັດ​ໂຕ​ນ້ອຍ​ໆ​ທີ່​ຢູ່​ນຳ​ກັນ​ເປັນ​ຝູງ​ທີ່​ຖື​ວ່າ​ບໍ່​ສະອາດ+ ຫຼື​ຄົນ​ທີ່​ໄປ​ຖືກ​ຫຼື​ໄປ​ບາຍ​ຄົນ​ທີ່​ບໍ່​ສະອາດ ກໍ​ກິນ​ບໍ່​ໄດ້​ຄື​ກັນ.+  ຄົນ​ທີ່​ໄປ​ຖືກ​ຫຼື​ໄປ​ບາຍ​ສິ່ງ​ທີ່​ບໍ່​ສະອາດ​ຈະ​ຖື​ວ່າ​ລາວ​ບໍ່​ສະອາດ​ຈົນ​ຮອດ​ຄ່ຳ ແລະ​ລາວ​ຈະ​ກິນ​ສ່ວນ​ແບ່ງ​ຈາກ​ສິ່ງ​ບໍລິສຸດ​ບໍ່​ໄດ້ຖ້າ​ລາວ​ບໍ່​ອາບ​ນ້ຳ​ກ່ອນ.+  ຫຼັງ​ຈາກ​ຕາເວັນ​ຕົກ​ດິນ ຈະ​ຖື​ວ່າ​ລາວ​ສະອາດ ແລະ​ລາວ​ຈະ​ກິນ​ສ່ວນ​ແບ່ງ​ຈາກ​ສິ່ງ​ບໍລິສຸດ​ໄດ້​ເພາະ​ມັນ​ເປັນ​ອາຫານ​ຂອງ​ລາວ.+  ນອກ​ຈາກ​ນັ້ນ ລາວ​ບໍ່​ຄວນ​ເຮັດ​ໃຫ້​ໂຕເອງ​ບໍ່​ສະອາດ​ໂດຍ​ກິນ​ຊີ້ນ​ສັດ​ທີ່​ຕາຍ​ເອງ ຫຼື​ຊີ້ນ​ສັດ​ທີ່​ຖືກ​ສັດ​ປ່າກັດ​ຕາຍ.+ ເຮົາ​ແມ່ນ​ເຢໂຫວາ.  ເຂົາ​ເຈົ້າ​ຕ້ອງເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ເຮົາ ເພື່ອ​ເຂົາ​ເຈົ້າ​ຈະ​ບໍ່​ໄດ້​ເຮັດ​ບາບ​ແລະ​ບໍ່​ຕ້ອງ​ຕາຍ ຍ້ອນ​ເຮັດ​ໃຫ້ສິ່ງ​ບໍລິສຸດຖືກ​ດູ​ໝິ່ນ. ເຮົາ​ແມ່ນ​ເຢໂຫວາ​ຜູ້​ທີ່​ແຍກ​ເຂົາ​ເຈົ້າ​ໄວ້​ຕ່າງ​ຫາກ. 10  ຄົນ​ທີ່​ບໍ່​ມີ​ສິດ*ຈະ​ກິນ​ສ່ວນ​ແບ່ງ​ຈາກ​ສິ່ງ​ບໍລິສຸດ​ບໍ່​ໄດ້.+ ຄົນ​ຕ່າງ​ຊາດ​ທີ່​ມາ​ຢູ່​ກັບ​ປະໂລຫິດ​ຫຼື​ຄົນ​ທີ່​ຖືກ​ຈ້າງ​ມາ​ເຮັດ​ວຽກ​ກໍ​ກິນ​ບໍ່​ໄດ້​ຄື​ກັນ. 11  ຖ້າ​ປະໂລຫິດ​ຊື້​ທາດ​ຄົນ​ໜຶ່ງ​ດ້ວຍ​ເງິນ​ຂອງ​ໂຕ​ເອງ ທາດ​ນັ້ນ​ຈະ​ກິນ​ສ່ວນ​ແບ່ງ​ຈາກ​ສິ່ງ​ບໍລິສຸດ​ໄດ້.+ 12  ຖ້າ​ລູກສາວ​ຂອງ​ປະໂລຫິດ​ແຕ່ງດອງ​ກັບ​ຄົນ​ທີ່​ບໍ່​ໄດ້​ເປັນ​ປະໂລຫິດ ລາວ​ຈະ​ກິນ​ສ່ວນ​ແບ່ງ​ຈາກ​ສິ່ງ​ບໍລິສຸດ​ບໍ່​ໄດ້. 13  ແຕ່​ຖ້າ​ລູກສາວ​ຂອງ​ປະໂລຫິດ​ເປັນ​ແມ່​ໝ້າຍ ຫຼື​ແມ່​ຮ້າງ ແລະ​ບໍ່​ມີ​ລູກ ແລ້ວ​ກັບ​ໄປ​ຢູ່​ເຮືອນ​ຂອງ​ພໍ່​ຄື​ແຕ່​ກ່ອນ ລາວ​ກໍ​ຈະ​ກິນ​ອາຫານ​ຂອງ​ພໍ່​ໄດ້+ ແຕ່​ຄົນ​ທີ່​ບໍ່​ມີ​ສິດຈະ​ກິນ​ບໍ່​ໄດ້. 14  ຖ້າ​ຜູ້​ໃດ​ກິນ​ສ່ວນ​ແບ່ງ​ຈາກ​ສິ່ງ​ບໍລິສຸດ​ໂດຍ​ບໍ່​ໄດ້​ຕັ້ງ​ໃຈ ລາວ​ຕ້ອງ​ເອົາເຄື່ອງ​ບູຊາ​ມາ​ໃຫ້ແທນ ແລະ​ຕ້ອງ​ເອົາ 1 ສ່ວນ 5 ຂອງ​ມູນຄ່າ​ເຄື່ອງ​ບູຊາ​ນັ້ນ​ມາ​ຕື່ມ​ໃຫ້​ປະໂລຫິດ​ນຳ​ອີກ.+ 15  ພວກ​ປະໂລຫິດ​ບໍ່​ຄວນ​ເຮັດ​ໃຫ້​ສິ່ງ​ບໍລິສຸດ​ທີ່​ພວກ​ອິດສະຣາເອນ​ເອົາ​ມາ​ໃຫ້​ພະ​ເຢໂຫວາ​ຖືກ​ດູ​ໝິ່ນ+ 16  ແລະ​ເຮັດ​ໃຫ້​ພວກ​ອິດສະຣາເອນ​ຖືກ​ລົງໂທດ​ຍ້ອນ​ການ​ກິນ​ສ່ວນ​ແບ່ງ​ຈາກ​ສິ່ງ​ບໍລິສຸດ​ເຫຼົ່າ​ນັ້ນ ເພາະ​ເຮົາ​ແມ່ນ​ເຢໂຫວາ​ຜູ້​ທີ່​ແຍກ​ເຂົາ​ເຈົ້າ​ໄວ້​ຕ່າງ​ຫາກ.’” 17  ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ອີກ​ວ່າ: 18  “ໃຫ້​ບອກ​ອາໂຣນ​ກັບ​ພວກ​ລູກ​ຊາຍ​ຂອງ​ລາວ ແລະ​ພວກ​ອິດສະຣາເອນ​ທັງ​ໝົດ​ວ່າ ‘ຖ້າ​ຄົນ​ອິດສະຣາເອນ ຫຼື​ຄົນ​ຕ່າງ​ຊາດ​ທີ່​ຢູ່​ໃນ​ແຜ່ນດິນ​ຄົນ​ໃດ​ເອົາ​ເຄື່ອງ​ບູຊາ​ເຜົາ+​ມາ​ໃຫ້​ພະ​ເຢໂຫວາ ຕາມ​ທີ່​ລາວ​ໄດ້​ສາບານ​ໄວ້ ຫຼື​ເອົາ​ມາ​ໃຫ້​ດ້ວຍ​ຄວາມ​ສະໝັກ​ໃຈ+ 19  ລາວ​ຈະ​ຕ້ອງ​ເອົາ​ສັດ​ທີ່​ຕຸ້ຍ​ພີ​ດີ​ງາມ​ມາ+ ຈະ​ເປັນ​ງົວ​ໂຕ​ຜູ້ ເປັນ​ແກະ​ໂຕ​ຜູ້ ຫຼື​ເປັນ​ແບ້​ກໍ​ໄດ້ ເພື່ອ​ພະເຈົ້າ​ຈະ​ພໍ​ໃຈ​ລາວ. 20  ຫ້າມ​ເຈົ້າ​ເອົາ​ສັດ​ທີ່​ພິການ​ມາ​ເປັນ​ເຄື່ອງ​ບູຊາ.+ ຖ້າ​ເຮັດ​ແນວ​ນັ້ນ ພະເຈົ້າ​ຈະ​ບໍ່​ພໍ​ໃຈ​ເຈົ້າ. 21  ຖ້າ​ຜູ້​ໃດ​ເອົາ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ+ມາ​ໃຫ້​ພະ​ເຢໂຫວາ ຕາມ​ທີ່​ລາວ​ໄດ້​ສາບານ​ໄວ້ ຫຼື​ເອົາ​ມາ​ໃຫ້​ດ້ວຍ​ຄວາມ​ສະໝັກ​ໃຈ ລາວ​ຕ້ອງ​ເອົາ​ງົວ​ຫຼື​ແກະ​ໂຕ​ທີ່​ຕຸ້ຍ​ພີ​ດີ​ງາມ​ມາ​ໃຫ້ ເພື່ອ​ພະເຈົ້າ​ຈະ​ພໍ​ໃຈ​ລາວ. ຫ້າມ​ເອົາ​ສັດ​ທີ່​ພິການ​ມາ​ໃຫ້​ເດັດຂາດ. 22  ຫ້າມ​ເອົາ​ສັດ​ທີ່​ຕາ​ບອດ ກະດູກ​ຫັກ ເປັນ​ບາດ ເປັນ​ປູດ ຕົກ​ເກັດ ຫຼື​ເປັນ​ຂີ້ກາກ​ມາ​ໃຫ້​ພະ​ເຢໂຫວາ. ຫ້າມ​ເອົາ​ສັດ​ແບບ​ນັ້ນ​ມາ​ເປັນ​ເຄື່ອງ​ບູຊາ​ເທິງ​ແທ່ນ​ໃຫ້​ພະ​ເຢໂຫວາ. 23  ເຈົ້າ​ເອົາ​ງົວ​ໂຕ​ຜູ້​ຫຼື​ແກະ​ທີ່​ມີ​ຂາ​ຍາວ​ບໍ່​ເທົ່າ​ກັນ​ມາ​ເປັນ​ເຄື່ອງ​ບູຊາ​ທີ່​ໃຫ້​ດ້ວຍ​ຄວາມ​ສະໝັກ​ໃຈ​ໄດ້ ແຕ່​ຈະ​ເອົາ​ມາ​ໃຫ້​ເປັນ​ເຄື່ອງ​ບູຊາ​ຕາມ​ທີ່​ສາບານ​ໄວ້​ບໍ່​ໄດ້ ເພາະ​ພະເຈົ້າ​ຈະ​ບໍ່​ພໍ​ໃຈ. 24  ຫ້າມ​ເຈົ້າ​ເອົາ​ສັດ​ໂຕ​ທີ່​ມີ​ໝາກ​ອັນທະ​ບໍ່​ສົມບູນ ຫຼື​ໂຕ​ທີ່​ຖືກ​ຕອນມາ​ໃຫ້​ພະ​ເຢໂຫວາ. ຫ້າມ​ເອົາ​ສັດ​ແບບ​ນັ້ນ​ມາ​ເປັນ​ເຄື່ອງ​ບູຊາ​ໃນ​ແຜ່ນດິນ​ຂອງ​ເຈົ້າ. 25  ຫ້າມ​ຄົນ​ຕ່າງ​ຊາດເອົາ​ສັດ​ແບບ​ນັ້ນ​ມາ​ໃຫ້​ເປັນ​ຄື​ກັບ​ອາຫານ​ຂອງ​ພະເຈົ້າ ຍ້ອນ​ມັນບໍ່​ສົມບູນ​ແລະ​ພິການ. ຖ້າ​ເອົາ​ສັດ​ແບບ​ນັ້ນ​ມາ​ໃຫ້ ພະເຈົ້າ​ຈະ​ບໍ່​ພໍ​ໃຈ.’” 26  ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ຕໍ່​ໄປ​ອີກ​ວ່າ: 27  “ຕອນ​ທີ່​ງົວ​ນ້ອຍ​ໂຕ​ຜູ້ ແກະ​ນ້ອຍ​ໂຕ​ຜູ້ ຫຼື​ແບ້​ນ້ອຍ​ເກີດ​ມາ ເຈົ້າ​ຕ້ອງ​ໃຫ້​ມັນ​ຢູ່​ນຳ​ແມ່ 7 ມື້.+ ຫຼັງ​ຈາກ​ນັ້ນ ເຈົ້າ​ຈະ​ເອົາ​ພວກ​ມັນ​ໄປເປັນ​ເຄື່ອງ​ບູຊາໄດ້ ເພື່ອ​ເປັນ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ໃຫ້​ພະ​ເຢໂຫວາ. 28  ຫ້າມ​ຂ້າ​ງົວ​ໂຕ​ຜູ້ ແກະ ຫຼື​ແບ້​ໃນ​ມື້​ດຽວ​ກັນ​ກັບ​ທີ່​ຂ້າ​ແມ່​ຂອງ​ມັນ.+ 29  ຖ້າ​ເຈົ້າ​ເອົາ​ເຄື່ອງ​ບູຊາ​ເພື່ອ​ສະແດງ​ຄວາມ​ຂອບໃຈ​ມາ​ໃຫ້​ພະ​ເຢໂຫວາ+ ເຈົ້າ​ຕ້ອງ​ເຮັດ​ໃນ​ແບບ​ທີ່​ເພິ່ນ​ພໍ​ໃຈ. 30  ເຈົ້າ​ຕ້ອງ​ກິນ​ຊີ້ນ​ສັດ​ຈາກ​ເຄື່ອງ​ບູຊາ​ໃນ​ມື້​ນັ້ນ​ເລີຍ. ຫ້າມ​ຈົ່ງ​ສ່ວນ​ທີ່​ເຫຼືອ​ໄວ້​ຈົນ​ຮອດ​ເຊົ້າ​ມື້​ຕໍ່​ໄປ.+ ເຮົາ​ແມ່ນ​ເຢໂຫວາ. 31  ເຈົ້າ​ຕ້ອງ​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ເຮົາ.+ ເຮົາ​ແມ່ນ​ເຢໂຫວາ. 32  ຫ້າມ​ເຮັດ​ໃຫ້​ຊື່​ທີ່​ບໍລິສຸດ​ຂອງ​ເຮົາ​ຖືກ​ດູ​ໝິ່ນ.+ ພວກ​ອິດສະຣາເອນ​ຕ້ອງ​ແຍກ​ເຮົາ​ໄວ້​ຕ່າງ​ຫາກ.+ ເຮົາ​ແມ່ນ​ເຢໂຫວາ​ຜູ້​ທີ່​ແຍກ​ພວກ​ເຈົ້າ​ໄວ້​ຕ່າງ​ຫາກ+ 33  ຜູ້​ທີ່​ພາ​ພວກ​ເຈົ້າ​ອອກ​ຈາກ​ປະເທດ​ເອຢິບ ເພື່ອ​ສະແດງ​ວ່າ​ເຮົາ​ແມ່ນ​ພະເຈົ້າ​ຂອງ​ພວກ​ເຈົ້າ.+ ເຮົາ​ແມ່ນ​ເຢໂຫວາ.”

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ຄົນ​ແປກ​ໜ້າ.” ໝາຍເຖິງ​ຄົນ​ທີ່​ບໍ່​ໄດ້​ເປັນ​ລູກ​ຫຼານ​ຂອງ​ອາໂຣນ.