ລະບຽບພວກເລວີ 26:1-46

  • ຫ້າມ​ນະມັດສະການ​ພະເຈົ້າ​ອື່ນ​ໆ​ (1, 2)

  • ພອນ​ສຳລັບ​ການ​ເຊື່ອ​ຟັງ (3-13)

  • ໂທດ​ສຳລັບ​ການ​ບໍ່​ເຊື່ອ​ຟັງ (14-46)

26  “‘ຫ້າມ​ໄປ​ນະມັດສະການ​ພະເຈົ້າ​ອື່ນ​ໆ​ທີ່​ບໍ່​ມີ​ຄ່າ.+ ຫ້າມ​ຕັ້ງ​ຮູບ​ພະ+ຫຼື​ເສົາ​ຫີນ​ສັກສິດ. ຫ້າມ​ເອົາຮູບ​ພະ​ທີ່​ເປັນ​ຫີນ+ຕັ້ງ​ໄວ້​ໃນ​ແຜ່ນດິນ​ເພື່ອ​ຂາບ​ໄຫວ້.+ ເຮົາ​ແມ່ນ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ.  ໃຫ້​ຖື​ວັນ​ຊະບາໂຕ*ຂອງ​ເຮົາ​ແລະ​ນັບ​ຖື​ບ່ອນ​ບໍລິສຸດ​ຂອງ​ເຮົາ. ເຮົາ​ແມ່ນ​ເຢໂຫວາ.  ຖ້າ​ເຈົ້າ​ເຮັດ​ຕາມ​ກົດ​ໝາຍ​ແລະ​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ເຮົາ​ຕໍ່​ໆ​ໄປ+  ເຮົາ​ຈະ​ໃຫ້​ຝົນ​ຕົກ​ຕາມ​ລະດູ+ ໃຫ້​ແຜ່ນດິນ​ເກີດ​ຜົນລະປູກ+ ແລະ​ໃຫ້​ຕົ້ນ​ໄມ້​ຕ່າງ​ໆ​ເກີດ​ໝາກ.  ເຈົ້າ​ຈະ​ໄດ້ເຂົ້າ​ຫຼາຍ​ໆ​ ແລະ​ຈະ​ຟາດ​ເຂົ້າ​ໄປ​ຈົນ​ຮອດ​ຍາມ​ເກັບ​ໝາກ​ລະແຊັງ. ເຈົ້າ​ຈະ​ໄດ້​ໝາກ​ລະແຊັງ​ຫຼາຍ​ໆ​ ແລະ​ຈະ​ເກັບ​ໝາກ​ລະແຊັງ​ໄປ​ຈົນ​ຮອດ​ຍາມ​ຫວ່ານ​ແນວ​ປູກ. ເຈົ້າ​ຈະ​ມີ​ກິນ​ຈົນ​ໜຳ​ໃຈ ແລະ​ຈະ​ຢູ່​ໃນ​ແຜ່ນດິນ​ຂອງ​ເຈົ້າ​ໂດຍ​ບໍ່​ຕ້ອງ​ກັງວົນ​ຫຍັງ.+  ເຮົາ​ຈະ​ເຮັດ​ໃຫ້​ແຜ່ນດິນ​ຂອງ​ເຈົ້າ​ມີ​ຄວາມ​ສະຫງົບ.+ ຕອນ​ທີ່​ເຈົ້າ​ນອນກໍ​ຈະ​ບໍ່​ມີ​ໃຜ​ເຮັດ​ໃຫ້​ເຈົ້າ​ຢ້ານ.+ ເຮົາ​ຈະ​ບໍ່​ປ່ອຍ​ໃຫ້​ມີ​ສັດ​ປ່າ​ທີ່​ເປັນ​ອັນຕະລາຍ​ຢູ່​ໃນ​ແຜ່ນດິນ​ຂອງ​ເຈົ້າ ແລະ​ຈະ​ບໍ່​ໃຫ້​ມີ​ຜູ້​ໃດ​ຈັບ​ດາບມາ​ຕໍ່ສູ້​ພວກ​ເຈົ້າ.  ພວກ​ເຈົ້າ​ຈະ​ໄລ່​ພວກ​ສັດຕູ​ໜີ ແລະ​ຈະ​ໃຊ້​ດາບ​ຂ້າ​ພວກ​ເຂົາ.  ພວກ​ເຈົ້າ 5 ຄົນ​ຈະ​ໄລ່​ສັດຕູ 100 ຄົນ ແລະ​ພວກ​ເຈົ້າ 100 ຄົນ​ຈະ​ໄລ່​ສັດຕູ 10.000 ຄົນ. ພວກ​ເຈົ້າ​ຈະ​ໃຊ້​ດາບຂ້າ​ສັດຕູ​ໄດ້​ແນ່ນອນ.+  ເຮົາ​ຊິ​ອວຍພອນ​ເຈົ້າ*ແລະ​ໃຫ້​ເຈົ້າ​ມີ​ລູກ​ມີ​ຫຼານ​ຫຼາຍ​ໆ​.+ ເຮົາ​ຈະ​ເຮັດ​ຕາມ​ສັນຍາ​ທີ່​ເຮັດ​ນຳ​ເຈົ້າ.+ 10  ຕອນ​ທີ່​ເຈົ້າ​ຍັງ​ກິນ​ຜົນລະປູກ​ຂອງ​ປີ​ທີ່​ຜ່ານ​ມາ​ຢູ່ ເຈົ້າ​ຈະ​ຕ້ອງຖິ້ມ​ຜົນລະປູກ​ເກົ່າເພື່ອ​ຈະ​ມີ​ບ່ອນ​ໃສ່​ຜົນລະປູກ​ໃໝ່. 11  ເຮົາ​ຈະ​ໃຫ້​ເຕັ້ນ​ສັກສິດ​ຂອງ​ເຮົາ​ຢູ່​ນຳ​ເຈົ້າ+ ແລະ​ເຮົາ​ຈະ​ບໍ່​ປະຖິ້ມ​ເຈົ້າ. 12  ເຮົາ​ຈະຢູ່​ນຳ​ເຈົ້າແລະ​ເປັນ​ພະເຈົ້າ​ຂອງ​ເຈົ້າ+ ແລະ​ພວກ​ເຈົ້າ​ຈະ​ເປັນ​ປະຊາຊົນ​ຂອງ​ເຮົາ.+ 13  ເຮົາ​ແມ່ນ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ. ເຮົາ​ພາ​ເຈົ້າ​ອອກ​ມາ​ຈາກ​ເອຢິບ​ແລະ​ປົດ​ປ່ອຍ​ເຈົ້າ​ອອກ​ຈາກ​ການ​ເປັນ​ທາດ. ເຮົາ​ໄດ້​ຫັກແອກທີ່​ເຈົ້າ​ແບກ​ຢູ່​ແລະ​ເຮັດ​ໃຫ້​ເຈົ້າ​ຍ່າງ​ໄປ​ຄື​ກັບ​ຄົນ​ທີ່​ໄດ້​ຮັບ​ອິດ​ສະຫຼະ. 14  ແຕ່​ຖ້າ​ເຈົ້າ​ບໍ່​ເຊື່ອ​ຟັງ​ເຮົາ ບໍ່​ເຮັດ​ຕາມ​ຄຳ​ສັ່ງ​ທັງ​ໝົດ​ຂອງ​ເຮົາ+ 15  ບໍ່​ຍອມ​ຮັບ​ກົດ​ໝາຍ​ຂອງ​ເຮົາ+ ກຽດ​ຊັງ​ແລະ​ບໍ່​ເຮັດ​ຕາມ​ສິ່ງ​ທີ່​ເຮົາ​ບອກ ແລະ​ບໍ່​ເຮັດ​ຕາມ​ຄຳ​ສັນຍາ​ທີ່​ເຮັດ​ກັບ​ເຮົາ+ 16  ເຮົາ​ຈະ​ເຮັດ​ແນວ​ນີ້​ໃຫ້​ເຈົ້າ. ເຮົາ​ຈະ​ລົງໂທດ​ໃຫ້​ເຈົ້າ​ທຸກ​ລຳບາກ ໃຫ້​ເຈົ້າ​ເປັນ​ວັນ​ນະ​ໂລກ​ແລະ​ເປັນ​ໄຂ້​ແຮງ ແລ້ວ​ຕາ​ຂອງ​ເຈົ້າ​ກໍ​ຈະ​ມົວ​ແລະ​ເຈົ້າ​ກໍ​ຈະ​ບໍ່​ມີ​ເຫື່ອ​ບໍ່​ມີ​ແຮງ. ເຈົ້າ​ຈະ​ຫວ່ານ​ແນວ​ປູກແຕ່​ບໍ່​ໄດ້​ກິນ ເພາະ​ສັດຕູ​ຂອງ​ເຈົ້າ​ຈະ​ກິນ​ແທນ.+ 17  ເຮົາ​ຈະ​ບໍ່​ຍອມ​ຮັບ​ເຈົ້າ​ແລະ​ຈະ​ໃຫ້​ພວກ​ສັດຕູ​ຊະນະ​ເຈົ້າ.+ ຄົນ​ທີ່​ກຽດ​ຊັງ​ເຈົ້າ​ຈະ​ກົດ​ຂີ່​ເຈົ້າ.+ ເຖິງ​ວ່າ​ຈະ​ບໍ່​ມີ​ຄົນ​ມາ​ໄລ່​ເຈົ້າ ແຕ່​ເຈົ້າ​ກໍ​ຍັງ​ຕ້ອງ​ໜີ.+ 18  ຫຼັງ​ຈາກ​ນັ້ນ ຖ້າ​ເຈົ້າ​ຍັງ​ບໍ່​ຍອມ​ຟັງ​ເຮົາ ເຮົາ​ຈະ​ລົງໂທດ​ເຈົ້າ​ຕື່ມ​ອີກ 7 ເທົ່າ​ຍ້ອນ​ຄວາມ​ຜິດ​ທີ່​ເຈົ້າ​ໄດ້​ເຮັດ. 19  ເຮົາ​ຈະ​ບໍ່​ປ່ອຍ​ໃຫ້​ເຈົ້າ​ເປັນ​ຄົນຫົວ​ແຂງ​ຫຼື​ຈອງຫອງອີກ​ຕໍ່​ໄປ. ເຮົາ​ຈະ​ໃຫ້​ຟ້າ​ເປັນ​ຄື​ກັບເຫຼັກ*+ ແລະ​ໃຫ້​ແຜ່ນດິນ​ເປັນ​ຄື​ກັບ​ທອງແດງ*ສຳລັບ​ເຈົ້າ. 20  ເຈົ້າ​ຈະ​ເຮັດ​ວຽກ​ໜັກ ແຕ່​ຈະ​ເສຍ​ແຮງ​ໄປ​ລ້າ​ໆ​. ດິນ​ຈະ​ບໍ່​ເກີດ​ຜົນລະປູກ+ ແລະ​ຕົ້ນ​ໄມ້​ຈະ​ບໍ່​ເກີດ​ໝາກ. 21  ແຕ່​ຖ້າ​ເຈົ້າ​ຍັງ​ຕໍ່ຕ້ານ​ແລະ​ບໍ່​ຟັງ​ຄວາມ​ເຮົາ ເຮົາ​ຈະ​ລົງໂທດ​ເຈົ້າ​ຕື່ມ​ອີກ 7 ເທົ່າ​ຍ້ອນ​ຄວາມ​ຜິດ​ທີ່​ເຈົ້າ​ໄດ້​ເຮັດ. 22  ເຮົາ​ຈະປ່ອຍ​ສັດ​ປ່າ​ທີ່​ເປັນ​ອັນຕະລາຍໄປ​ຫາ​ພວກ​ເຈົ້າ.+ ມັນ​ຈະ​ກັດ​ສັດ​ລ້ຽງ​ແລະ​ລູກ​ຂອງ​ພວກ​ເຈົ້າ​ໃຫ້​ຕາຍ.+ ພວກ​ເຈົ້າ​ຈະ​ເຫຼືອ​ຄົນ​ໜ້ອຍ​ລົງ ແລະ​ທາງ​ຂອງ​ພວກ​ເຈົ້າ​ກໍ​ຈະ​ບໍ່​ມີ​ຄົນ​ທຽວ.+ 23  ຖ້າ​ພວກ​ເຈົ້າ​ບໍ່​ຍອມ​ຮັບ​ການ​ຕັກ​ເຕືອນ​ຂອງ​ເຮົາ+ ແລະ​ຍັງ​ຕໍ່ຕ້ານ​ເຮົາ​ຢູ່ 24  ເຮົາ​ກໍ​ຈະ​ຕໍ່ຕ້ານ​ພວກ​ເຈົ້າ​ຄື​ກັນ. ເຮົາ​ຈະ​ລົງໂທດ​ພວກ​ເຈົ້າ​ຕື່ມ​ອີກ 7 ເທົ່າ​ຍ້ອນ​ຄວາມ​ຜິດ​ທີ່​ພວກ​ເຈົ້າ​ໄດ້​ເຮັດ. 25  ເຮົາ​ຈະ​ໃຫ້​ສັດຕູ​ມາ​ໂຈມຕີ​ເພື່ອ​ລົງໂທດ​ພວກ​ເຈົ້າ ຍ້ອນ​ພວກ​ເຈົ້າ​ບໍ່​ໄດ້​ເຮັດ​ຕາມ​ສັນຍາ​ທີ່​ໄດ້​ເຮັດ​ກັບ​ເຮົາ.+ ຖ້າ​ພວກ​ເຈົ້າ​ໜີ​ເຂົ້າ​ໄປ​ໃນ​ເມືອງ+ ເຮົາ​ຈະ​ລົງໂທດ​ພວກ​ພວກ​ເຈົ້າ​ດ້ວຍ​ພະຍາດ ແລະ​ຈະ​ໃຫ້ສັດຕູ​ຊະນະພວກ​ເຈົ້າ​ໄດ້.+ 26  ເມື່ອ​ເຮົາ​ທຳລາຍ​ສາງ​ມ້ຽນ​ອາຫານ*ຂອງ​ພວກ​ເຈົ້າ+ ເຖິງ​ວ່າ​ຈະ​ມີ​ຜູ້​ຍິງ 10 ຄົນ​ເຮັດ​ເຂົ້າຈີ່ ແຕ່​ຈະ​ມີ​ແປ້ງ​ໜ້ອຍ​ດຽວ​ທີ່​ເຮັດ​ພໍ​ສຳລັບ​ອົບ​ເຕົາ​ດຽວ​ເທົ່າ​ນັ້ນ.+ ພວກ​ເຈົ້າ​ຈະ​ເອົາ​ເຂົ້າຈີ່​ນັ້ນມາ​ແບ່ງ​ກັນ ແຕ່​ຈະ​ກິນ​ບໍ່​ອີ່ມ.+ 27  ແຕ່​ຖ້າ​ພວກ​ເຈົ້າ​ຍັງ​ບໍ່​ຟັງ​ຄວາມ​ແລະ​ຕໍ່ຕ້ານ​ເຮົາ 28  ເຮົາ​ຈະ​ຕໍ່ຕ້ານ​ພວກ​ເຈົ້າ​ແຮງ​ຂຶ້ນ+ ແລະ​ເຮົາ​ຈະ​ລົງໂທດ​ພວກ​ເຈົ້າ​ຕື່ມ​ອີກ 7 ເທົ່າ​ຍ້ອນ​ຄວາມ​ຜິດ​ທີ່​ພວກ​ເຈົ້າ​ໄດ້​ເຮັດ. 29  ພວກ​ເຈົ້າ​ຈະ​ຕ້ອງ​ກິນ​ຊີ້ນ​ລູກ​ຊາຍ​ແລະ​ລູກສາວ​ຂອງ​ໂຕເອງ.+ 30  ເຮົາ​ຈະ​ທຳລາຍບ່ອນ​ນະ​ມັດ​ສະການ+ ແລະ​ບ່ອນ​ເຜົາ​ເຄື່ອງຫອມ​ສຳລັບ​ພະເຈົ້າ​ປອມ​ທີ່​ພວກ​ເຈົ້າ​ເຮັດ​ຂຶ້ນ​ມາ. ເຮົາ​ຈະ​ກອງ​ສົບ​ຂອງ​ພວກ​ເຈົ້າ​ໄວ້​ເທິງ​ຮູບ​ບູຊາ​ທີ່​ເປັນຕາ​ຂີ້ດຽດ*ທີ່ເຮົາ​ໄດ້​ທຳລາຍ.+ ເຮົາ​ຈະ​ປິ່ນ​ໜ້າ​ໜີ​ຍ້ອນ​ເຮົາ​ຂີ້ດຽດ​ພວກ​ເຈົ້າ.+ 31  ເຮົາ​ຈະ​ປ່ອຍ​ໃຫ້​ເມືອງ​ຂອງ​ພວກ​ເຈົ້າຖືກ​ທຳລາຍ+ ແລະບ່ອນ​ນະມັດສະການທີ່​ພວກ​ເຈົ້າ​ເຮັດ​ຂຶ້ນ​ມາ​ເຮົາ​ຈະ​ເຮັດ​ໃຫ້​ມັນ​ຮ້າງ. ເຮົາ​ຈະ​ບໍ່​ພໍ​ໃຈ*ກິ່ນ​ຫອມ​ທີ່​ພວກ​ເຈົ້າ​ເຜົາ. 32  ເຮົາ​ຈະ​ເຮັດ​ໃຫ້​ແຜ່ນດິນ​ຂອງ​ພວກ​ເຈົ້າ​ຮ້າງ+ ແລະ​ສັດຕູ​ຂອງ​ພວກ​ເຈົ້າ​ທີ່​ຈະ​ມາ​ຢູ່​ຫັ້ນ​ຈະ​ຕົກສະເງີ້.+ 33  ເຮົາ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ກະຈັດກະຈາຍ​ໄປ​ຢູ່​ນຳ​ຊາດ​ຕ່າງ​ໆ​+ ແລະ​ເຮົາ​ຈະ​ເຮັດໃຫ້​ສັດຕູໃຊ້​ດາບ​ຕໍ່ສູ້​ພວກ​ເຈົ້າ.+ ແຜ່ນດິນ​ຂອງ​ພວກ​ເຈົ້າ​ຈະ​ຮ້າງ​ເປົ່າ+ ແລະ​ເມືອງ​ຕ່າງ​ໆ​ຂອງ​ພວກ​ເຈົ້າ​ກໍ​ຈະ​ຖືກ​ທຳລາຍ. 34  ໃນ​ໄລຍະ​ທີ່​ພວກ​ເຈົ້າ​ຕ້ອງ​ໄປ​ຢູ່​ນຳ​ສັດຕູ​ແລະ​ແຜ່ນດິນ​ຂອງ​ພວກ​ເຈົ້າ​ຮ້າງ​ເປົ່າ​ຢູ່​ນັ້ນ ແຜ່ນດິນ​ກໍ​ຈະ​ໄດ້ພັກ. ແຜ່ນດິນ​ຈະ​ໄດ້​ຊົດເຊີຍ​ຊະບາໂຕ​ທີ່​ພວກ​ເຈົ້າ​ບໍ່​ໄດ້​ຖື​ກ່ອນ​ໜ້າ​ນັ້ນ.+ 35  ຍ້ອນ​ພວກ​ເຈົ້າ​ບໍ່​ໄດ້​ເຮັດ​ຕາມ​ກົດ​ໝາຍຊະບາໂຕໂຕ​ຕອນ​ທີ່​ພວກ​ເຈົ້າ​ຢູ່​ໃນ​ແຜ່ນດິນ​ນັ້ນ ເຮົາ​ຈະ​ເຮັດ​ໃຫ້​ແຜ່ນດິນ​ຮ້າງ​ເປົ່າ​ເພື່ອ​ດິນ​ຈະ​ໄດ້​ພັກ. 36  ເຮົາ​ຈະ​ເຮັດ​ໃຫ້ຄົນ​ທີ່​ຖືກ​ພາ​ໄປ+​ຢູ່​ແຜ່ນດິນ​ຂອງ​ສັດຕູຢ້ານ​ຫຼາຍ ແມ່ນ​ແຕ່​ໃບ​ໄມ້​ຫຼົ່ນ​ເຂົາ​ເຈົ້າ​ກໍ​ຈະ​ແລ່ນ​ໜີ. ເຂົາ​ເຈົ້າ​ຈະ​ແລ່ນ​ໜີ​ຄື​ກັບ​ມີ​ຄົນ​ຈັບ​ດາບ​ໄລ່​ຂ້າ​ເຂົາ​ເຈົ້າ ເຖິງ​ວ່າ​ຈະ​ບໍ່​ມີ​ໃຜ​ໄລ່​ກໍ​ຕາມ.+ 37  ເຂົາ​ເຈົ້າ​ຈະ​ແລ່ນ​ໜີ​ແລະ​ຕຳ​ກັນ​ລົ້ມ ຄື​ກັບ​ແລ່ນ​ໜີ​ຄົນ​ທີ່​ຈັບ​ດາບ​ໄລ່​ຂ້າ​ເຂົາ​ເຈົ້າ ທັງ​ໆ​ທີ່​ບໍ່​ມີ​ໃຜ​ໄລ່. ພວກ​ເຈົ້າ​ຈະ​ສູ້​ສັດຕູ​ບໍ່​ໄດ້​ເລີຍ.+ 38  ພວກ​ເຈົ້າຫຼາຍ​ຄົນ​ຈະ​ຕາຍໃນ​ແຜ່ນດິນ​ຂອງ​ຄົນ​ຕ່າງ​ຊາດ+ ແລະຈະ​ຕາຍໃນ​ແຜ່ນດິນ​ຂອງ​ສັດຕູ​ພວກ​ເຈົ້າ. 39  ສ່ວນ​ຄົນ​ທີ່​ຍັງ​ມີ​ຊີວິດ​ຢູ່​ກໍ​ຈະ​ຢູ່​ຢ່າງທໍລະມານໃນ​ແຜ່ນດິນ​ຂອງ​ສັດຕູ+ ຍ້ອນຄວາມ​ຜິດ​ທີ່​ເຂົາ​ເຈົ້າ​ໄດ້​ເຮັດ ແລະ​ຍ້ອນ​ຄວາມ​ຜິດ​ທີ່ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າ​ໄດ້​ເຮັດ.+ 40  ຈາກ​ນັ້ນ ເຂົາ​ເຈົ້າ​ຈະ​ສາລະພາບ​ຄວາມ​ຜິດ​ຂອງ​ເຂົາ​ເຈົ້າ+ ແລະ​ສາລະພາບ​ຄວາມ​ຜິດ​ກັບ​ຄວາມ​ບໍ່​ສັດຊື່​ຂອງ​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ຈະ​ຍອມ​ຮັບ​ວ່າ​ໂຕເອງບໍ່​ສັດຊື່ ແລະ​ໄດ້​ຕໍ່ຕ້ານເຮົາ.+ 41  ຍ້ອນ​ແນວ​ນັ້ນ ເຮົາ​ຈຶ່ງ​ຕໍ່ຕ້ານ​ເຂົາ​ເຈົ້າ​ຄືນ+ ແລະ​ພາ​ເຂົາ​ເຈົ້າ​ໄປ​ຢູ່​ໃນ​ແຜ່ນດິນ​ຂອງ​ສັດຕູ.+ ເມື່ອ​ຮອດ​ຕອນ​ນັ້ນ ໃຈ​ທີ່​ດື້​ດ້ານ​ຂອງ​ເຂົາ​ເຈົ້າ​ອາດ​ຈະ​ຖ່ອມ​ລົງ+ ແລະ​ເຂົາ​ເຈົ້າ​ຈະຍອມ​ຮັບ​ໂທດສຳລັບ​ຄວາມ​ຜິດ​ທີ່​ໄດ້​ເຮັດ. 42  ແລ້ວ​ເຮົາ​ຈະ​ຄິດເຖິງ​ຄຳ​ສັນຍາ​ທີ່​ເຮົາ​ໄດ້​ເຮັດ​ກັບ​ຢາໂຄບ+ ຄຳ​ສັນຍາ​ທີ່​ເຮົາ​ໄດ້​ເຮັດ​ກັບ​ອີຊາກ+ ຄຳ​ສັນຍາ​ທີ່​ເຮົາ​ໄດ້​ເຮັດ​ກັບ​ອັບຣາຮາມ+ ແລະ​ເຮົາ​ຈະ​ຄິດເຖິງແຜ່ນດິນ​ທີ່​ເຮົາ​ສັນຍາວ່າ​ຈະ​ເອົາ​ໃຫ້​ເຂົາ​ເຈົ້າ. 43  ໃນ​ໄລຍະ​ທີ່​ເຂົາ​ເຈົ້າ​ບໍ່​ໄດ້​ຢູ່​ໃນ​ແຜ່ນດິນ​ນັ້ນ ແຜ່ນດິນ​ຈະ​ຮ້າງ​ເປົ່າ​ແລະ​ໄດ້​ຊົດເຊີຍ​ຊະບາໂຕ.+ ເຂົາ​ເຈົ້າ​ຈະ​ຮັບ​ໂທດ​ໃນ​ຄວາມ​ຜິດ​ທີ່​ໄດ້​ເຮັດ ຍ້ອນ​ເຂົາ​ເຈົ້າ​ບໍ່​ຍອມ​ຮັບ​ຄຳ​ສັ່ງ​ແລະ​ກຽດ​ຊັງ​ກົດ​ໝາຍ​ຂອງ​ເຮົາ.+ 44  ແຕ່​ເຖິງ​ວ່າ​ເຮົາ​ຈະ​ເຮັດ​ແນວ​ນີ້​ທັງ​ໝົດ ຕອນ​ທີ່​ເຂົາ​ເຈົ້າ​ຢູ່​ໃນ​ແຜ່ນດິນ​ຂອງ​ສັດຕູ ເຮົາ​ກໍ​ຈະ​ບໍ່​ປະຖິ້ມ​ເຂົາ​ເຈົ້າ​ແທ້​ໆ​+ ແລະ​ເຮົາ​ຈະ​ບໍ່​ປ່ອຍ​ໃຫ້​ເຂົາ​ເຈົ້າ​ຕາຍ​ຈົນ​ໝົດ. ຖ້າ​ເຮັດ​ແນວ​ນັ້ນ ເຮົາ​ກໍ​ເຮັດ​ຜິດ​ສັນຍາ​ທີ່​ໄດ້​ເຮັດ​ກັບ​ເຂົາ​ເຈົ້າ.+ ເຮົາ​ແມ່ນ​ເຢໂຫວາ​ພະເຈົ້າ​ຂອງ​ເຂົາ​ເຈົ້າ. 45  ເພື່ອ​ປະໂຫຍດ​ຂອງ​ເຂົາ​ເຈົ້າ ເຮົາ​ຈະ​ຄິດເຖິງ​ຄຳ​ສັນຍາ​ທີ່​ເຮົາ​ໄດ້​ເຮັດ​ກັບ​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າ+​ທີ່​ເຮົາ​ພາ​ອອກ​ມາ​ຈາກ​ແຜ່ນດິນ​ເອຢິບ​ຕອນ​ທີ່ຊາດ​ອື່ນ​ໆ​ແນມ​ເບິ່ງຢູ່+ ເພື່ອ​ສະແດງ​ວ່າ​ເຮົາ​ເປັນ​ພະເຈົ້າ​ຂອງ​ເຂົາ​ເຈົ້າ. ເຮົາ​ແມ່ນ​ເຢໂຫວາ.’” 46  ນີ້​ແມ່ນ​ຂໍ້​ກຳນົດ ຄຳ​ສັ່ງ ແລະ​ກົດ​ໝາຍ​ທີ່​ພະ​ເຢໂຫວາໃຫ້​ພວກ​ອິດສະຣາເອນຜ່ານ​ທາງ​ໂມເຊ​ຢູ່​ພູ​ຊີນາຍ.+

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ປິ່ນ​ໜ້າ​ໄປ​ຫາ​ເຈົ້າ”
ໝາຍເຖິງ​ຈະ​ບໍ່​ໃຫ້​ຝົນ​ຕົກ​ຈາກ​ຟ້າ
ໝາຍເຖິງ​ແຜ່ນດິນ​ຈະ​ແຫ້ງ​ແລ້ງ​ຍ້ອນ​ບໍ່​ມີ​ຝົນ​ຕົກ
ແປ​ຕາມ​ໂຕ​ວ່າ “ຫັກ​ທ່ອນ​ໄມ້.” ອາດ​ໝາຍເຖິງ​ທ່ອນ​ໄມ້​ທີ່​ເອົາ​ໄວ້​ສອດ​ເຂົ້າຈີ່​ເພື່ອ​ຫ້ອຍ​ມ້ຽນ​ໄວ້.
ຄຳ​ນີ້​ໃນ​ພາສາ​ເຮັບເຣີ​ອາດ​ກ່ຽວຂ້ອງ​ກັບ​ຄຳ​ວ່າ “ຂີ້​ສັດ” ແລະ​ໃຊ້​ໃນ​ລັກສະນະ​ດູຖູກ
ແປ​ຕາມ​ໂຕ​ວ່າ “ຜ່ອນຄາຍ”