ລະບຽບພວກເລວີ 6:1-30

  • ກໍລະນີ​ອື່ນ​ໆ​ທີ່​ຕ້ອງ​ເອົາ​ເຄື່ອງ​ບູຊາ​ໄຖ່​ຄວາມ​ຜິດ​ມາ​ໃຫ້ (1-7)

  • ຄຳ​ສັ່ງ​ກ່ຽວ​ກັບ​ເຄື່ອງ​ບູຊາ​ຕ່າງ​ໆ​ (8-30)

    • ເຄື່ອງ​ບູຊາ​ເຜົາ (8-13)

    • ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ (14-23)

    • ເຄື່ອງ​ບູຊາ​ໄຖ່​ບາບ (24-30)

6  ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ອີກ​ວ່າ:  “ຖ້າ​ຜູ້​ໃດ​ເຮັດ​ຜິດ​ແລະ​ບໍ່​ສັດຊື່​ຕໍ່​ພະ​ເຢໂຫວາ+ ໂດຍ​ຕົວະ​ເພື່ອນ​ບ້ານ​ກ່ຽວ​ກັບ​ສິ່ງ​ທີ່​ເພື່ອນ​ບ້ານຝາກ​ໃຫ້​ເບິ່ງ​ແຍງ+ ຫຼື​ໄປ​ລັກ ຫຼື​ສໍ້​ໂກງ​ເອົາ​ບາງ​ສິ່ງ​ຂອງ​ເພື່ອນ​ບ້ານ​ມາ  ຫຼື​ເຫັນ​ເຄື່ອງ​ທີ່​ຄົນ​ອື່ນ​ເຮັດ​ເສຍແລ້ວ​ຕົວະວ່າ​ເປັນ​ຂອງ​ໂຕເອງ ແຕ່​ພັດ​ສາບານ​ວ່າ​ບໍ່​ໄດ້​ເຮັດ​ຜິດ​ອັນ​ໃດ​ອັນ​ໜຶ່ງ​ທີ່​ເວົ້າ​ມາ​ນັ້ນ+ ລາວ​ຕ້ອງ​ເຮັດ​ແນວ​ນີ້.  ຖ້າ​ລາວ​ໄດ້​ເຮັດ​ແທ້​ແລະ​ມີ​ຄວາມ​ຜິດ ລາວ​ຕ້ອງ​ເອົາ​ສິ່ງ​ນັ້ນ​ສົ່ງ​ຄືນ​ໃຫ້​ເຈົ້າ​ຂອງ ບໍ່​ວ່າ​ຈະ​ເປັນ​ສິ່ງ​ທີ່​ລາວ​ລັກ​ມາ ຍາດ​ມາ ສໍ້​ໂກງ​ມາ ສິ່ງ​ທີ່​ຄົນ​ອື່ນ​ຝາກ​ໃຫ້​ລາວ​ເບິ່ງ​ແຍງ ສິ່ງ​ທີ່​ຄົນ​ອື່ນ​ເຮັດ​ເສຍ​ເຊິ່ງ​ລາວ​ເອົາ​ໄວ້  ຫຼືສິ່ງ​ໃດ​ກໍ​ຕາມທີ່​ລາວ​ໄດ້​ສາບານ​ຕົວະ​ໄວ້. ລາວ​ຕ້ອງ​ຈ່າຍ​ຄ່າຊົດ​ໄຊ້​ໃນ​ລາຄາ​ເຕັມ+ ແລະ​ເອົາ 1 ສ່ວນ 5 ຂອງ​ມູນຄ່າ​ສິ່ງ​ເຫຼົ່າ​ນັ້ນ​ຕື່ມ​ໃຫ້​ອີກ. ລາວ​ຕ້ອງ​ເອົາ​ທັງ​ໝົດ​ນີ້​ໃຫ້​ເຈົ້າ​ຂອງ​ໃນ​ມື້​ທີ່​ລາວ​ຖືກ​ຕັດສິນ​ວ່າ​ມີ​ຄວາມ​ຜິດ.  ລາວ​ຕ້ອງ​ເອົາ​ເຄື່ອງ​ບູຊາ​ໄຖ່​ຄວາມ​ຜິດ​ມາ​ໃຫ້​ພະ​ເຢໂຫວາ​ນຳ. ລາວ​ຕ້ອງ​ເອົາ​ແກະ​ໂຕ​ຜູ້​ທີ່​ຕຸ້ຍ​ພີ​ດີ​ງາມ ເຊິ່ງ​ມີ​ລາຄາ​ຕາມ​ມາດຕະຖານ​ມາ​ໃຫ້​ປະໂລຫິດ ເພື່ອ​ເປັນ​ເຄື່ອງ​ບູຊາ​ໄຖ່​ຄວາມ​ຜິດ.+  ປະໂລຫິດ​ຈະ​ໄຖ່​ຄວາມ​ຜິດ​ໃຫ້​ລາວ​ຕໍ່​ໜ້າ​ພະ​ເຢໂຫວາ ແລະ​ບໍ່​ວ່າ​ລາວ​ຈະ​ເຮັດ​ຜິດ​ອັນ​ໃດ​ອັນ​ໜຶ່ງ​ໃນ​ເລື່ອງ​ທີ່​ເວົ້າ​ມາ​ນັ້ນ ລາວ​ຈະ​ໄດ້​ຮັບ​ການ​ຍົກ​ໂທດ.”+  ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ອີກ​ວ່າ:  “ໃຫ້​ບອກ​ອາໂຣນ​ກັບ​ພວກ​ລູກ​ຊາຍ​ຂອງ​ລາວ​ວ່າ ‘ກົດ​ໝາຍ​ເລື່ອງ​ເຄື່ອງ​ບູຊາ​ເຜົາ​ເປັນ​ແນວ​ນີ້.+ ເຄື່ອງ​ບູຊາ​ເຜົາ​ຈະ​ຕ້ອງ​ຢູ່​ເທິງ​ແທ່ນ​ໝົດ​ຄືນ​ຈົນ​ຮອດ​ເຊົ້າ ແລະ​ໄຟ​ຢູ່​ເທິງ​ແທ່ນ​ຕ້ອງ​ລຸກ​ຢູ່​ຕະຫຼອດ. 10  ປະໂລຫິດ​ຈະ​ໃສ່​ຊຸດ​ເຮັດ​ວຽກ​ຂອງ​ລາວ​ທີ່​ເຮັດ​ດ້ວຍ​ຜ້າ​ລີນິນ+ ແລະ​ນຸ່ງ​ໂສ້ງ​ຊ້ອນ+ທີ່​ເຮັດ​ດ້ວຍ​ຜ້າ​ລີນິນ. ລາວ​ຈະ​ເອົາຂີ້ເທົ່າ*+ຂອງ​ເຄື່ອງ​ບູຊາ​ເຜົາ​ທີ່​ຢູ່​ເທິງ​ແທ່ນ​ບູຊາ​ໄປ​ໄວ້​ຢູ່​ທາງ​ຂ້າງ​ຂອງ​ແທ່ນ. 11  ຫຼັງ​ຈາກ​ນັ້ນ ລາວ​ຈະ​ປ່ຽນ​ເຄື່ອງນຸ່ງ+ ແລະ​ເອົາ​ຂີ້ເທົ່າ​ໄປ​ຖິ້ມ​ຢູ່​ນອກ​ຄ້າຍ​ບ່ອນ​ທີ່​ຈັດ​ໄວ້​ຕ່າງ​ຫາກ.+ 12  ໄຟ​ຢູ່​ເທິງ​ແທ່ນ​ບູຊາ​ຕ້ອງ​ລຸກ​ຢູ່​ຕະຫຼອດ. ຫ້າມ​ບໍ່​ໃຫ້​ມັນ​ມອດ. ທຸກ​ໆ​ເຊົ້າ ປະໂລຫິດ​ຈະເອົາ​ຟືນ​ມາ​ໃສ່​ໄຟ+ ແລະ​ລຽນ​ເຄື່ອງ​ບູຊາ​ເຜົາ​ເທິງ​ໄຟ​ນັ້ນ. ລາວ​ຈະ​ເອົາ​ນ້ຳ​ມັນ​ຂອງ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ​ໄປ​ເຜົາ​ໃນ​ໄຟ​ນັ້ນ.+ 13  ໄຟ​ຢູ່​ເທິງ​ແທ່ນ​ບູຊາ​ຕ້ອງ​ລຸກ​ຢູ່​ຕະຫຼອດ. ຫ້າມ​ບໍ່​ໃຫ້​ມັນ​ມອດ. 14  ກົດ​ໝາຍ​ເລື່ອງ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ​ເປັນ​ແນວ​ນີ້.+ ພວກ​ລູກ​ຊາຍ​ຂອງ​ອາໂຣນ​ຕ້ອງ​ເອົາເຄື່ອງ​ບູຊາ​ນີ້​ໄປທີ່​ແທ່ນ​ບູຊາ​ຕໍ່​ໜ້າ​ພະ​ເຢໂຫວາ. 15  ປະໂລຫິດ​ຄົນ​ໜຶ່ງ​ຈະ​ເອົາ​ແປ້ງ​ລະອຽດ 1 ກຳ​ມື ແລະ​ນ້ຳມັນ​ກັບ​ກຳຍານ* ເຊິ່ງ​ເປັນ​ສ່ວນ​ໜຶ່ງ​ຂອງ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າໄປ​ເຜົາ​ເທິງ​ແທ່ນ ເປັນ​ເຄື່ອງ​ບູຊາ​ເພື່ອ​ລະນຶກ​ເຖິງ* ເຊິ່ງ​ມີ​ກິ່ນ​ຫອມ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ.*+ 16  ອາໂຣນ​ກັບ​ພວກ​ລູກ​ຊາຍ​ຈະ​ກິນ​ສ່ວນ​ທີ່​ເຫຼືອ​ຂອງ​ເຄື່ອງ​ບູຊາ​ທີ່ເຮັດ​ຈາກ​ເມັດ​ເຂົ້າ.+ ເຂົາ​ເຈົ້າ​ຈະ​ເອົາ​ໄປ​ເຮັດ​ເປັນ​ເຂົ້າຈີ່​ບໍ່​ມີ​ເຊື້ອ ແລ້ວ​ກິນ​ຢູ່​ບ່ອນ​ບໍລິສຸດ. ເຂົາ​ເຈົ້າ​ຈະ​ກິນ​ເຂົ້າຈີ່​ນັ້ນ​ຢູ່​ເດີ່ນ​ຂອງ​ເຕັ້ນ​ສັກສິດ.*+ 17  ເຂົ້າຈີ່​ທີ່​ເຂົາ​ເຈົ້າເຮັດ​ນັ້ນບໍ່​ຄວນ​ໃສ່​ເຊື້ອ.+ ເຮົາ​ແບ່ງ​ສ່ວນ​ນີ້​ໃຫ້​ເຂົາ​ເຈົ້າ​ຈາກ​ເຄື່ອງ​ບູຊາ​ດ້ວຍ​ໄຟ+​ໃຫ້​ເຮົາ. ນີ້​ແມ່ນ​ສິ່ງ​ທີ່​ບໍລິສຸດ​ແທ້​ໆ​+ ຄື​ກັບ​ເຄື່ອງ​ບູຊາ​ໄຖ່​ບາບ​ແລະ​ເຄື່ອງ​ບູຊາ​ໄຖ່​ຄວາມ​ຜິດ. 18  ຜູ້​ຊາຍ​ທຸກ​ຄົນ​ທີ່​ເປັນ​ລູກ​ຫຼານ​ຂອງ​ອາໂຣນ​ຈະ​ກິນ​ເຂົ້າຈີ່​ນັ້ນ.+ ສ່ວນ​ແບ່ງ​ນີ້​ຈາກ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ໃຫ້​ພະ​ເຢໂຫວາ+​ຈະ​ເປັນ​ຂອງ​ເຂົາ​ເຈົ້າ​ຈົນ​ຮອດ​ລຸ້ນ​ລູກ​ລຸ້ນ​ຫຼານ​ຕໍ່​ໆ​ໄປ. ທຸກ​ຢ່າງ​ທີ່​ໃຊ້ກັບ​ເຄື່ອງ​ບູຊາ​ນີ້​ຈະ​ຖື​ວ່າ​ເປັນ​ສິ່ງ​ບໍລິສຸດ.’” 19  ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ອີກ​ວ່າ: 20  “ຕໍ່​ໄປ​ນີ້​ແມ່ນ​ເຄື່ອງ​ບູຊາ​ທີ່​ອາໂຣນ​ກັບ​ພວກ​ລູກ​ຊາຍ​ຂອງ​ລາວ​ຕ້ອງ​ເອົາ​ມາ​ໃຫ້ພະ​ເຢໂຫວາ​ສະເໝີ ໃນ​ມື້​ທີ່​ເຂົາ​ເຈົ້າ​ຖືກ​ແຕ່ງຕັ້ງ.+ ເຂົາ​ເຈົ້າ​ຕ້ອງ​ເອົາ​ແປ້ງ​ລະອຽດ 1 ສ່ວນ 10 ເອຟາ*+ມາ​ເປັນ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ.+ ເຄິ່ງ​ໜຶ່ງ​ຕ້ອງ​ໃຫ້​ຕອນ​ເຊົ້າ ແລະ​ອີກ​ເຄິ່ງ​ໜຶ່ງ​ຕ້ອງ​ໃຫ້​ຕອນ​ແລງ. 21  ເຂົາ​ເຈົ້າ​ຈະ​ເອົາ​ເຄື່ອງ​ບູຊາ​ນີ້​ປະສົມ​ກັບ​ນ້ຳມັນ ແລ້ວ​ເອົາໄປ​ຂາງ​ຢູ່​ໝໍ້.+ ເຂົາ​ເຈົ້າ​ຕ້ອງ​ເອົາ​ນ້ຳມັນ​ມາ​ປະສົມ​ກັບ​ເຄື່ອງ​ບູຊາ​ນີ້​ໃຫ້​ເຂົ້າ​ກັນ​ດີ ແລ້ວ​ເອົາ​ໄປ​ເຮັດ​ເປັນ​ເຂົ້າຈີ່ ແລະຫັກ​ເປັນ​ປ່ຽງ​ໆ​. ນີ້​ແມ່ນ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ​ທີ່​ມີ​ກິ່ນ​ຫອມ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ. 22  ລູກ​ຫຼານ​ຂອງ​ອາໂຣນ​ຄົນ​ໜຶ່ງ​ທີ່​ຈະ​ຖືກ​ແຕ່ງຕັ້ງ​ໃຫ້​ເປັນປະໂລຫິດ​ໃຫຍ່ແທນ​ລາວ+​ຈະ​ເປັນ​ຄົນ​ເຮັດ​ເຄື່ອງ​ບູຊາ​ນີ້. ເຄື່ອງ​ບູຊາ​ນີ້​ທັງ​ໝົດ​ຈະ​ຖືກ​ເຜົາ​ໃຫ້​ພະ​ເຢໂຫວາ. ນີ້​ແມ່ນ​ກົດ​ໝາຍ​ທີ່​ພວກ​ເຈົ້າ​ຕ້ອງ​ເຮັດ​ຕາມ​ຕະຫຼອດໄປ. 23  ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ​ທີ່​ໃຊ້​ສຳລັບ​ປະໂລຫິດ ບໍ່​ວ່າ​ຈະ​ເປັນ​ຊະນິດໃດ​ກໍ​ຕາມ​ຕ້ອງ​ເຜົາ​ໃຫ້​ໝົດ. ຫ້າມ​ບໍ່​ໃຫ້​ຜູ້​ໃດ​ກິນ.” 24  ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ອີກ​ວ່າ: 25  “ໃຫ້​ບອກ​ອາໂຣນ​ກັບ​ພວກ​ລູກ​ຊາຍ​ຂອງ​ລາວ​ວ່າ ‘ກົດ​ໝາຍ​ເລື່ອງ​ເຄື່ອງ​ບູຊາ​ໄຖ່​ບາບ​ເປັນ​ແນວ​ນີ້.+ ເຂົາ​ເຈົ້າ​ຕ້ອງ​ຂ້າ+ສັດ​ທີ່​ໃຊ້​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ ຢູ່​ບ່ອນ​ດຽວ​ກັນ​ກັບ​ບ່ອນ​ທີ່​ຂ້າ​ສັດ​ທີ່​ໃຊ້​ເປັນ​ເຄື່ອງ​ບູຊາ​ເຜົາ ເຊິ່ງ​ຢູ່​ຕໍ່​ໜ້າ​ພະ​ເຢໂຫວາ. ນີ້​ແມ່ນ​ສິ່ງ​ທີ່​ບໍລິສຸດ​ແທ້​ໆ​. 26  ປະໂລຫິດ​ທີ່​ເປັນຄົນ​ເຮັດ​ໜ້າ​ທີ່ໃຫ້​ເຄື່ອງ​ບູຊາ​ໄຖ່​ບາບ​ນີ້​ຈະ​ກິນ​ສ່ວນ​ຂອງ​ລາວ​ໄດ້.+ ລາວ​ຈະ​ກິນ​ເຄື່ອງ​ບູຊາ​ນີ້​ຢູ່​ບ່ອນ​ບໍລິສຸດ ເຊິ່ງ​ກໍ​ຄື​ເດີ່ນ​ຂອງ​ເຕັ້ນ​ສັກສິດ.+ 27  ທຸກ​ຢ່າງ​ທີ່​ໃຊ້​ກັບ​ສັດ​ນີ້​ຈະ​ຖື​ວ່າ​ເປັນ​ສິ່ງ​ບໍລິສຸດ. ຖ້າ​ເລືອດ​ສັດ​ນັ້ນ​ຟົ້ງ​ຖືກ​ເຄື່ອງນຸ່ງ​ຂອງ​ຜູ້​ໃດ ຜູ້​ນັ້ນ​ຕ້ອງ​ເອົາ​ເຄື່ອງນຸ່ງ​ໄປ​ຊັກ​ຢູ່​ບ່ອນ​ບໍລິສຸດ. 28  ຖ້າ​ເຄື່ອງໃຊ້​ທີ່​ເຂົາ​ເຈົ້າ​ເອົາ​ມາ​ຕົ້ມ​ຊີ້ນ​ສັດ​ນັ້ນ​ເຮັດ​ຈາກ​ດິນ ກໍ​ຕ້ອງ​ທຸບ​ໃຫ້​ແຕກ. ແຕ່​ຖ້າ​ເຄື່ອງໃຊ້​ທີ່​ເຂົາ​ເຈົ້າ​ເອົາ​ມາ​ຕົ້ມ​ຊີ້ນ​ສັດ​ນັ້ນ​ເຮັດ​ຈາກ​ທອງແດງ ກໍ​ຕ້ອງ​ຂັດ​ແລະ​ລ້າງ​ນ້ຳ​ໃຫ້​ສະອາດ. 29  ຜູ້​ຊາຍ​ທຸກ​ຄົນ​ທີ່​ເປັນ​ປະໂລຫິດ​ຈະ​ກິນ​ສ່ວນ​ຂອງ​ເຂົາ​ເຈົ້າ​ໄດ້.+ ນີ້​ແມ່ນ​ສິ່ງ​ທີ່​ບໍລິສຸດ​ແທ້​ໆ​.+ 30  ແຕ່​ຖ້າ​ປະໂລຫິດ​ເອົາ​ເລືອດ​ສ່ວນ​ໜຶ່ງ​ເຂົ້າ​ໄປ​ໃນ​ເຕັ້ນ​ສັກສິດ​ແລະ​ໄຖ່​ຄວາມ​ຜິດ​ຢູ່​ບ່ອນ​ບໍລິສຸດ+ ຫ້າມ​ບໍ່​ໃຫ້​ຜູ້​ໃດ​ກິນ​ຊີ້ນ​ທີ່​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ​ນັ້ນ ໃຫ້​ເອົາ​ໄປ​ເຜົາ​ໄຟ​ໃຫ້​ໝົດ.’”

ຂໍຄວາມໄຂເງື່ອນ

ໝາຍເຖິງ​ຂີ້ເທົ່າ​ທີ່​ປົນ​ກັບ​ນ້ຳມັນ​ສັດ​ທີ່​ເຜົາ​ເປັນ​ເຄື່ອງ​ບູຊາ
ຫຼື “ເປັນ​ສ່ວນ​ທີ່​ເຮັດ​ໃຫ້​ຈື່​ເຄື່ອງ​ບູຊາ​ນັ້ນ”
ແປ​ຕາມ​ໂຕ​ວ່າ “ຜ່ອນຄາຍ”
ຫຼື “ເຕັ້ນ​ຂໍ​ການ​ຊີ້ນຳ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.
2,2 ລິດ. ເບິ່ງ​ພາກ​ຜະໜວກ ຂ14.