ລະບຽບພວກເລວີ 9:1-24

  • ອາໂຣນ​ເອົາ​ເຄື່ອງ​ບູຊາ​ຕ່າງ​ໆ​ໃຫ້ (1-24)

9  ໃນ​ມື້​ທີ 8+ ໂມເຊ​ໄດ້​ເອີ້ນ​ອາໂຣນ​ກັບ​ພວກ​ລູກ​ຊາຍ ແລະ​ພວກ​ຜູ້​ນຳ​ຂອງ​ອິດສະຣາເອນ​ມາ.  ລາວ​ບອກ​ອາໂຣນ​ວ່າ: “ໃຫ້​ເອົາ​ງົວ​ນ້ອຍ​ໂຕ​ໜຶ່ງ​ມາ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ+ ແລະ​ເອົາ​ແກະ​ໂຕຜູ້​ໂຕ​ໜຶ່ງ​ມາ​ເປັນ​ເຄື່ອງ​ບູຊາ​ເຜົາ. ທັງ 2 ໂຕ​ຕ້ອງ​ຕຸ້ຍ​ພີ​ດີ​ງາມ ແລະ​ໃຫ້​ເອົາ​ມາ​ຢູ່​ຕໍ່​ໜ້າ​ພະ​ເຢໂຫວາ.  ແລ້ວ​ໃຫ້​ເຈົ້າ​ບອກ​ພວກ​ອິດສະຣາເອນ​ວ່າ ‘ໃຫ້​ເອົາ​ແບ້​ໂຕຜູ້​ໂຕ​ໜຶ່ງ​ມາ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ ແລະ​ໃຫ້​ເອົາ​ງົວ​ນ້ອຍ​ອາຍຸ 1 ປີ​ໂຕ​ໜຶ່ງ ກັບ​ແກະ​ໂຕ​ຜູ້​ອາຍຸ 1 ປີ​ໂຕ​ໜຶ່ງ​ມາ​ເປັນ​ເຄື່ອງ​ບູຊາ​ເຜົາ. ແຕ່​ລະ​ໂຕ​ຕ້ອງ​ຕຸ້ຍ​ພີ​ດີ​ງາມ.  ໃຫ້​ພວກ​ເຈົ້າ​ເອົາ​ງົວ​ໂຕ​ຜູ້​ໂຕ​ໜຶ່ງ ກັບ​ແກະ​ໂຕ​ຜູ້​ໂຕ​ໜຶ່ງ​ມາ​ເປັນ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ+ ແລະ​ໃຫ້​ເອົາ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ+ທີ່​ປະສົມ​ນ້ຳມັນ​ມາ​ນຳ. ພວກ​ເຈົ້າ​ຕ້ອງ​ເອົາ​ສິ່ງ​ເຫຼົ່ານີ້​ມາ​ເປັນ​ເຄື່ອງ​ບູຊາ​ໃຫ້​ພະ​ເຢໂຫວາ ເພາະ​ພະ​ເຢໂຫວາ​ຈະ​ມາ​ຫາ​ພວກ​ເຈົ້າ​ມື້​ນີ້.’”+  ເຂົາ​ເຈົ້າ​ເອົາ​ທຸກ​ຢ່າງ​ມາ​ໄວ້​ຢູ່​ຕໍ່​ໜ້າ​ເຕັ້ນ​ສັກສິດ*ຕາມ​ທີ່​ໂມເຊ​ສັ່ງ. ຈາກ​ນັ້ນ ເຂົາ​ເຈົ້າ​ກໍ​ຫຍັບ​ອອກ​ມາ​ທາງ​ໜ້າ ແລະ​ຢືນ​ຢູ່​ຕໍ່​ໜ້າ​ພະ​ເຢໂຫວາ.  ແລ້ວ​ໂມເຊ​ກໍ​ເວົ້າ​ວ່າ: “ພະ​ເຢໂຫວາ​ສັ່ງ​ໃຫ້​ພວກ​ເຈົ້າ​ເຮັດ​ແນວ​ນີ້ ເພື່ອ​ພວກ​ເຈົ້າ​ຊິ​ໄດ້ເຫັນ​ລິດ​ເດດຂອງ​ພະ​ເຢໂຫວາ.”+  ໂມເຊ​ເວົ້າ​ກັບ​ອາໂຣນ​ວ່າ: “ໃຫ້​ເຈົ້າ​ເອົາ​ເຄື່ອງ​ບູຊາ​ໄຖ່​ບາບ​ຂອງ​ເຈົ້າ+ ກັບ​ເຄື່ອງ​ບູຊາ​ເຜົາ​ຂອງ​ເຈົ້າ​ໄປ​ທີ່​ແທ່ນ​ບູຊາ ແລະ​ໄຖ່​ຄວາມ​ຜິດ​ໃຫ້​ໂຕ​ເຈົ້າ​ເອງ+ກັບ​ຄອບຄົວ*ຂອງ​ເຈົ້າ. ຫຼັງ​ຈາກ​ນັ້ນ ໃຫ້​ເຜົາ​ເຄື່ອງ​ບູຊາ​ຂອງ​ປະຊາຊົນ+ ແລະ​ໄຖ່​ຄວາມ​ຜິດ​ໃຫ້​ເຂົາ​ເຈົ້າ+​ຕາມ​ທີ່​ພະ​ເຢໂຫວາ​ສັ່ງ​ໄວ້.”  ອາໂຣນ​ຈຶ່ງ​ໄປ​ທີ່​ແທ່ນ​ບູຊາ​ທັນທີ ແລະ​ຂ້າ​ງົວ​ນ້ອຍ​ທີ່​ຈະ​ໃຊ້​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ​ຂອງ​ລາວ.+  ແລ້ວ​ພວກ​ລູກ​ຊາຍ​ຂອງ​ອາໂຣນ​ກໍ​ເອົາ​ເລືອດ+​ຂອງ​ງົວ​ໂຕ​ນັ້ນ​ມາ​ໃຫ້​ລາວ. ລາວ​ເອົາ​ນິ້ວ​ມື​ຈຸ່ມ​ເລືອດ ແລ້ວ​ກໍ​ເອົາ​ໄປ​ຕ້ວຍ​ໃສ່​ເຂົາ​ທີ່​ຢູ່​ແທ່ນ​ບູຊາ ແລະ​ເອົາ​ເລືອດ​ສ່ວນ​ທີ່​ເຫຼືອ​ໄປ​ເທ​ໃສ່​ທາງ​ລຸ່ມ​ຂອງ​ແທ່ນ.+ 10  ລາວ​ເອົາ​ນ້ຳມັນ​ກັບ​ໝາກ​ໄຂ່​ຫຼັງ 2 ໜ່ວຍ ແລະ​ນ້ຳມັນ​ທີ່​ຕິດ​ຢູ່​ຕັບ​ຂອງ​ສັດ​ທີ່​ໃຊ້​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ​ໄປ​ເຜົາ​ຢູ່​ເທິງ​ແທ່ນ ຕາມ​ທີ່​ພະ​ເຢໂຫວາ​ໄດ້​ສັ່ງ​ໂມເຊ.+ 11  ແລ້ວ​ລາວ​ເອົາ​ຊີ້ນ​ກັບ​ໜັງ​ຂອງ​ມັນ​ໄປ​ຈູດ​ຢູ່​ນອກ​ຄ້າຍ​ພັກ.+ 12  ຈາກ​ນັ້ນ ລາວ​ກໍ​ຂ້າ​ສັດ​ທີ່​ໃຊ້​ເປັນ​ເຄື່ອງ​ບູຊາ​ເຜົາ. ພວກ​ລູກ​ຊາຍ​ຂອງ​ລາວ​ໄດ້​ເອົາ​ເລືອດ​ມາ​ໃຫ້ ແລ້ວ​ລາວ​ກໍ​ເອົາ​ເລືອດ​ນັ້ນ​ຊິດ​ໃສ່​ແຕ່​ລະ​ຂ້າງ​ຂອງ​ແທ່ນ​ບູຊາ.+ 13  ພວກ​ລູກ​ຊາຍ​ຂອງ​ອາໂຣນ​ເອົາ​ຊີ້ນ​ທີ່​ຕັດ​ເປັນ​ຕ່ອນ​ໆ​ ກັບ​ຫົວ​ຂອງ​ສັດ​ທີ່​ໃຊ້​ເປັນ​ເຄື່ອງ​ບູຊາ​ເຜົາ​ນັ້ນ​ມາ​ໃຫ້​ລາວ ແລ້ວ​ລາວ​ກໍ​ເອົາ​ສ່ວນ​ຕ່າງ​ໆ​ນັ້ນ​ເຜົາ​ເທິງ​ແທ່ນ. 14  ອາໂຣນ​ລ້າງ​ໄສ້​ກັບ​ຂາ*ຂອງ​ມັນ ແລະ​ເອົາ​ໄປ​ເຜົາ​ຢູ່​ເທິງ​ເຄື່ອງ​ບູຊາ​ເຜົາ​ທີ່​ຢູ່​ເທິງ​ແທ່ນ​ຄື​ກັນ. 15  ຫຼັງ​ຈາກ​ນັ້ນ ລາວ​ເຜົາ​ເຄື່ອງ​ບູຊາ​ທີ່​ປະຊາຊົນ​ເອົາ​ມາ. ທຳອິດ ລາວ​ຂ້າ​ແບ້​ໂຕ​ໜຶ່ງ ແລະ​ເຮັດ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ​ຂອງ​ປະຊາຊົນ. ລາວເຮັດ​ຂັ້ນ​ຕອນ​ຕ່າງ​ໆ​ກັບ​ແບ້​ຄື​ກັບ​ທີ່​ໄດ້​ເຮັດ​ກັບ​ງົວ​ນ້ອຍ. 16  ອາໂຣນ​ເຜົາ​ເຄື່ອງ​ບູຊາ​ເຜົາ​ນັ້ນ ແລະ​ເຮັດ​ຕາມ​ຂັ້ນ​ຕອນ​ຕ່າງ​ໆ​ທີ່​ຄວນ​ເຮັດ.+ 17  ນອກ​ຈາກ​ເຄື່ອງ​ບູຊາ​ເຜົາ​ທີ່​ໄດ້​ເຜົາ​ຕອນ​ເຊົ້າ+​ແລ້ວ ລາວ​ກໍ​ເອົາ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ+​ມາ ແລະ​ເອົາ​ເຄື່ອງ​ບູຊາ​ນັ້ນ 1 ກຳ​ມື​ໄປ​ເຜົາ​ຢູ່​ເທິງ​ແທ່ນ​ບູຊາ. 18  ຈາກ​ນັ້ນ ອາໂຣນ​ໄດ້​ຂ້າ​ງົວ​ໂຕ​ຜູ້​ກັບ​ແກະ​ໂຕ​ຜູ້ ເຊິ່ງ​ເປັນ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ​ທີ່​ໃຊ້​ສຳລັບ​ປະຊາຊົນ. ພວກ​ລູກ​ຊາຍ​ຂອງ​ລາວ​ເອົາ​ເລືອດ​ມາ​ໃຫ້ ແລ້ວ​ລາວ​ກໍ​ເອົາ​ເລືອດ​ນັ້ນ​ຊິດ​ໃສ່​ແຕ່​ລະ​ຂ້າງ​ຂອງ​ແທ່ນ.+ 19  ສ່ວນ​ນ້ຳມັນ​ທັງ​ໝົດ​ຂອງ​ງົວ​ໂຕ​ຜູ້+ ຫາງ​ທີ່​ມີ​ນ້ຳມັນ*ຂອງ​ແກະ​ໂຕ​ຜູ້ ນ້ຳມັນ​ທີ່​ປົກ​ເຄື່ອງ​ໃນ ໝາກ​ໄຂ່​ຫຼັງ 2 ໜ່ວຍ ແລະ​ນ້ຳມັນ​ທີ່​ຕິດ​ຢູ່​ຕັບ+ 20  ພວກ​ລູກ​ຊາຍ​ຂອງ​ອາໂຣນກໍ​ເອົາ​ໄປ​ວາງ​ຢູ່​ເທິງ​ຊີ້ນ​ສ່ວນ​ເອິກ. ຫຼັງ​ຈາກ​ນັ້ນ ອາໂຣນ​ກໍ​ເອົາ​ນ້ຳມັນ​ທັງ​ໝົດ​ນີ້​ໄປ​ເຜົາ​ເທິງ​ແທ່ນ​ບູຊາ.+ 21  ແຕ່​ຊີ້ນ​ສ່ວນ​ເອິກ​ກັບ​ຂາ​ຫຼັງ​ເບື້ອງ​ຂວາ ອາໂຣນ​ເອົາ​ຊູ​ໄປ​ຊູມາ​ເປັນ​ເຄື່ອງ​ບູຊາ​ຊູ​ໄປ​ມາ​ຕໍ່​ໜ້າ​ພະ​ເຢໂຫວາ​ຕາມ​ທີ່​ໂມເຊ​ໄດ້​ສັ່ງ.+ 22  ແລ້ວ​ອາໂຣນ​ກໍ​ເດ່​ມື​ໄປ​ທາງ​ປະຊາຊົນ ແລະ​ອວຍພອນ​ໃຫ້​ເຂົາ​ເຈົ້າ.+ ຫຼັງ​ຈາກ​ເຜົາ​ເຄື່ອງ​ບູຊາ​ໄຖ່​ບາບ ເຄື່ອງ​ບູຊາ​ເຜົາ ແລະ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ​ແລ້ວ​ໆ​ ລາວ​ກໍ​ຍ່າງ​ອອກ*ຈາກ​ແທ່ນ. 23  ສຸດທ້າຍ ໂມເຊ​ກັບ​ອາໂຣນ​ເຂົ້າ​ໄປ​ໃນ​ເຕັ້ນ​ສັກສິດ ແລະ​ຫຼັງ​ຈາກ​ອອກ​ມາ ເຂົາ​ເຈົ້າ​ກໍ​ອວຍພອນ​ປະຊາຊົນ.+ ແລ້ວ​ປະຊາຊົນ​ກໍ​ໄດ້​ເຫັນ​ລິດ​ເດດ​ຂອງ​ພະ​ເຢໂຫວາ.+ 24  ຈາກ​ນັ້ນ ພະ​ເຢໂຫວາ​ໄດ້ສົ່ງ​ໄຟ​ລົງ​ມາ+ເຜົາ​ເຄື່ອງ​ບູຊາ​ເຜົາ​ກັບ​ນ້ຳມັນ​ສ່ວນ​ຕ່າງ​ໆ​ທີ່​ຢູ່​ເທິງ​ແທ່ນ​ບູຊາ. ປະຊາຊົນ​ກໍ​ພາກັນ​ໂຫ່​ຮ້ອງ​ດ້ວຍ​ຄວາມ​ງຶດງໍ້ ແລະ​ໝູບ​ໜ້າ​ລົງ​ພື້ນ.+

ຂໍຄວາມໄຂເງື່ອນ

ຫຼື “ເຕັ້ນ​ຂໍ​ການ​ຊີ້ນຳ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.
ຫຼື “ຕະກູນ”
ໝາຍເຖິງ​ຕັ້ງແຕ່​ຫົວ​ເຂົ່າ​ໄປ​ຈົນ​ຮອດ​ຂໍ້​ຕີນ
ແກະ​ໃນ​ສະໄໝ​ນັ້ນ​ມີ​ຫາງ​ທີ່​ມີ​ນ້ຳມັນ​ຫຼາຍ ປົກກະຕິ​ແລ້ວ​ຈະ​ໜັກ​ບໍ່​ຕ່ຳ​ກວ່າ 5 ກິໂລ​ກຣາມ
ແປ​ຕາມ​ໂຕ​ວ່າ “ລາວ​ກໍ​ລົງ​ມາ”