ຂ່າວດີທີ່ຂຽນໂດຍລູກາ 13:1-35

  • ຖ້າ​ບໍ່​ກັບໃຈ​ກໍ​ຈະ​ຈິບຫາຍ (1-5)

  • ຕົວຢ່າງ​ປຽບທຽບ​ເລື່ອງ​ຕົ້ນ​ໝາກເດື່ອ​ທີ່​ບໍ່​ເປັນ​ໝາກ (6-9)

  • ປົວ​ຜູ້​ຍິງ​ພິການ​ໃນ​ວັນ​ຊະບາໂຕ (10-17)

  • ຕົວຢ່າງ​ປຽບທຽບ​ເລື່ອງ​ເມັດ​ມັດສະຕາດ​ກັບ​ເຊື້ອ​ເຂົ້າຈີ່ (18-21)

  • ພະຍາຍາມ​ເພື່ອ​ຈະ​ຜ່ານ​ປະຕູ​ແຄບ (22-30)

  • ເຮໂຣດ “ໝາ​ໄນ” (31-33)

  • ພະ​ເຢຊູ​ເສົ້າໃຈ​ເລື່ອງ​ເມືອງ​ເຢຣູຊາເລັມ (34, 35)

13  ຕອນ​ນັ້ນ​ມີ​ບາງ​ຄົນ​ມາ​ເລົ່າ​ໃຫ້​ພະ​ເຢຊູ​ຟັງ​ວ່າ ປີລາດ​ຂ້າ​ຄົນ​ຄາລີເລ​ກຸ່ມ​ໜຶ່ງ​ຕອນ​ທີ່​ເຂົາເຈົ້າ​ກຳລັງ​ເຜົາ​ເຄື່ອງ​ບູຊາ.  ເພິ່ນ​ຈຶ່ງ​ຖາມ​ວ່າ: “ພວກ​ເຈົ້າ​ຄິດ​ວ່າ​ເຂົາເຈົ້າ​ຖືກ​ຂ້າ​ຍ້ອນ​ເຮັດ​ຜິດ​ຫຼາຍ​ກວ່າ​ຄົນ​ຄາລີເລ​ຄົນ​ອື່ນ​ບໍ?  ບໍ່​ແມ່ນ ຂ້ອຍ​ຈະ​ບອກ​ພວກ​ເຈົ້າ​ວ່າ ຖ້າ​ພວກ​ເຈົ້າ​ບໍ່​ກັບໃຈ ພວກ​ເຈົ້າ​ທຸກ​ຄົນ​ກໍ​ຈະ​ຕ້ອງ​ຈິບຫາຍ​ຄື​ກັນ.+  ຫຼື 18 ຄົນ​ທີ່​ຖືກ​ຫໍ​ຄອຍ​ຢູ່​ຊີໂລອາມ​ພັງ​ລົງ​ມາ​ທັບ​ຕາຍ ພວກ​ເຈົ້າ​ຄິດ​ວ່າ​ເຂົາເຈົ້າ​ເຮັດ​ຜິດ​ຫຼາຍ​ກວ່າ​ຄົນ​ອື່ນ​ໆ​ທີ່​ຢູ່​ໃນ​ເມືອງ​ເຢຣູຊາເລັມ​ບໍ?  ບໍ່​ແມ່ນ ຂ້ອຍ​ຈະ​ບອກ​ພວກ​ເຈົ້າ​ວ່າ ຖ້າ​ພວກ​ເຈົ້າ​ບໍ່​ກັບໃຈ ພວກ​ເຈົ້າ​ທຸກ​ຄົນ​ກໍ​ຈະ​ຕ້ອງ​ຈິບຫາຍ​ຄື​ກັບ​ເຂົາເຈົ້າ.”  ແລ້ວ​ພະ​ເຢຊູ​ກໍ​ຍົກ​ຕົວຢ່າງ​ປຽບທຽບ​ໃຫ້​ຟັງ​ວ່າ: “ຜູ້​ຊາຍ​ຄົນ​ໜຶ່ງ​ປູກ​ຕົ້ນ​ໝາກເດື່ອ​ຕົ້ນ​ໜຶ່ງ​ໃນ​ສວນ​ໝາກ​ລະແຊັງ​ຂອງ​ລາວ. ລາວ​ທຽວ​ມາ​ເບິ່ງ​ວ່າ​ມັນ​ເປັນ​ໝາກ​ບໍ່ ແຕ່​ກໍ​ບໍ່​ເຫັນ​ຈັກ​ໜ່ວຍ+  ລາວ​ຈຶ່ງ​ບອກ​ຄົນ​ທີ່​ເບິ່ງແຍງ​ສວນ​ໝາກ​ລະແຊັງ​ວ່າ ‘3 ປີ​ແລ້ວ​ທີ່​ຂ້ອຍ​ທຽວ​ມາ​ເບິ່ງ​ວ່າ​ຕົ້ນ​ໝາກເດື່ອ​ຕົ້ນ​ນີ້​ເປັນ​ໝາກ​ບໍ່ ແຕ່​ກໍ​ບໍ່​ເຄີຍ​ເຫັນ​ຈັກ​ໜ່ວຍ. ຟັນ​ມັນ​ຖິ້ມ​ສະ! ປູກ​ໄວ້​ກໍ​ຮົກ​ດິນ​ລ້າ​ໆ​.’  ຄົນ​ເບິ່ງແຍງ​ສວນ​ບອກ​ວ່າ ‘ນາຍ​ເອີ້ຍ ລອງ​ປະ​ມັນ​ໄວ້​ອີກ​ປີ​ໜຶ່ງ​ດີ​ບໍ? ໃຫ້​ຂ້ອຍ​ລອງ​ພວນ​ດິນ​ແລະ​ໃສ່​ຝຸ່ນ​ເບິ່ງ​ກ່ອນ.  ຖ້າ​ປີ​ໜ້າ​ມັນ​ເປັນ​ໝາກ​ກະ​ດີ ແຕ່​ຖ້າ​ບໍ່​ເປັນ​ໝາກ ແລ້ວ​ຈຶ່ງ​ຟັນ​ມັນ​ຖິ້ມ.’”+ 10  ມື້​ໜຶ່ງ​ໃນ​ວັນ​ຊະບາໂຕ ພະ​ເຢຊູ​ກຳລັງ​ສອນ​ຢູ່​ບ່ອນ​ປະຊຸມ​ຂອງ​ຄົນ​ຢິວ 11  ມີ​ຜູ້​ຍິງ​ຄົນ​ໜຶ່ງ​ທີ່​ຖືກ​ປີສາດ​ສິງ​ເຊິ່ງ​ເຮັດ​ໃຫ້​ເຈັບ​ປ່ວຍ​ແລະ​ຫຼັງ​ກົ່ງ​ໄດ້ 18 ປີ​ແລ້ວ. ລາວ​ຢຽດ​ໂຕ​ຊື່​ບໍ່​ໄດ້​ເລີຍ. 12  ເມື່ອ​ພະ​ເຢຊູ​ເຫັນ ເພິ່ນ​ກໍ​ເວົ້າ​ກັບ​ລາວ​ວ່າ: “ຂ້ອຍ​ຈະ​ປົວ​ເຈົ້າ​ໃຫ້​ເຊົາ​ເຈັບ​ປ່ວຍ.”+ 13  ເພິ່ນ​ວາງ​ມື​ເທິງ​ຜູ້​ຍິງ​ຄົນ​ນັ້ນ ລາວ​ກໍ​ຢຽດ​ໂຕ​ຊື່​ໄດ້​ທັນທີ​ແລ້ວ​ສັນລະເສີນ​ພະເຈົ້າ. 14  ແຕ່​ຫົວໜ້າ​ຂອງ​ບ່ອນ​ປະຊຸມ​ບໍ່​ພໍໃຈ ຍ້ອນ​ພະ​ເຢຊູ​ປົວ​ພະຍາດ​ໃນ​ວັນ​ຊະບາໂຕ. ລາວ​ຈຶ່ງ​ບອກ​ປະຊາຊົນ​ທີ່​ຢູ່​ຫັ້ນ​ວ່າ: “ມີ​ຕັ້ງ 6 ມື້​ທີ່​ຈະ​ເຮັດ​ວຽກ​ໄດ້.+ ມາ​ປົວ​ໃນ 6 ມື້​ນັ້ນ​ສະ ຢ່າ​ມາ​ປົວ​ໃນ​ວັນ​ຊະບາໂຕ.”+ 15  ພະ​ເຢຊູ​ບອກ​ເຂົາເຈົ້າ​ວ່າ: “ພວກ 2 ມາດຕະຖານ+ ພວກ​ເຈົ້າ​ແຕ່​ລະ​ຄົນ​ແກ້​ເຊືອກ​ໃຫ້​ງົວ​ຫຼື​ລາ​ຂອງ​ໂຕ​ເອງ ແລ້ວ​ຈູງ​ມັນ​ໄປ​ກິນ​ນ້ຳ​ໃນ​ວັນ​ຊະບາໂຕ​ບໍ່​ແມ່ນ​ບໍ?+ 16  ແລ້ວ​ຜູ້​ຍິງ​ຄົນ​ນີ້​ທີ່​ເປັນ​ລູກ​ຫຼານ​ຂອງ​ອັບຣາຮາມ​ທີ່​ຊາຕານ​ເຮັດ​ໃຫ້​ເຈັບ​ປ່ວຍ​ໄດ້ 18 ປີ​ແລ້ວ ບໍ່​ສົມຄວນ​ບໍ​ທີ່​ຈະ​ປົວ​ລາວ​ໃນ​ວັນ​ຊະບາໂຕ?” 17  ຄຳເວົ້າ​ຂອງ​ພະ​ເຢຊູ​ເຮັດ​ໃຫ້​ຄົນ​ທີ່​ຕໍ່ຕ້ານ​ເສຍ​ໜ້າ ແຕ່​ປະຊາຊົນ​ພັດ​ດີໃຈ​ທີ່​ເຫັນ​ເພິ່ນ​ເຮັດ​ສິ່ງ​ດີ​ໆ​.+ 18  ພະ​ເຢຊູ​ຈຶ່ງ​ເວົ້າ​ຕໍ່​ໄປ​ວ່າ: “ການ​ປົກຄອງ​ຂອງ​ພະເຈົ້າ​ເປັນ​ຄື​ກັບ​ຫຍັງ​ແລະ​ຈະ​ປຽບທຽບ​ກັບ​ຫຍັງ? 19  ກໍ​ຄື​ກັບ​ເມັດ​ມັດສະຕາດ*​ທີ່​ຜູ້​ຊາຍ​ຄົນ​ໜຶ່ງ​ເອົາ​ມາ​ປູກ​ໄວ້​ໃນ​ສວນ​ຂອງ​ລາວ. ມັນ​ໃຫຍ່​ຂຶ້ນ​ແລະ​ເປັນ​ຕົ້ນໄມ້​ທີ່​ນົກ​ມາ​ເຮັດ​ຮັງ​ຢູ່​ຕາມ​ງ່າ​ຂອງ​ມັນ​ໄດ້.”+ 20  ພະ​ເຢຊູ​ເວົ້າ​ອີກ​ວ່າ: “ຈະ​ປຽບທຽບ​ການ​ປົກຄອງ​ຂອງ​ພະເຈົ້າ​ກັບ​ຫຍັງ? 21  ກໍ​ຄື​ກັບ​ເຊື້ອ​ເຂົ້າຈີ່​ທີ່​ຜູ້​ຍິງ​ເອົາ​ມາ​ປະສົມ​ໃນ​ແປ້ງ 1 ຖັງ* ແລ້ວ​ເຊື້ອ​ນັ້ນ​ກໍ​ເຮັດ​ໃຫ້​ແປ້ງ​ທັງໝົດ​ຟູ​ຂຶ້ນ.”+ 22  ຕອນ​ທີ່​ພະ​ເຢຊູ​ໄປ​ເມືອງ​ເຢຣູຊາເລັມ ເພິ່ນ​ໄດ້​ສອນ​ຄົນ​ຕາມ​ເມືອງ​ແລະ​ຕາມ​ບ້ານ​ຕ່າງ​ໆ​. 23  ມີ​ຜູ້​ໜຶ່ງ​ຖາມ​ພະ​ເຢຊູ​ວ່າ: “ອາຈານ ຄົນ​ທີ່​ຈະ​ລອດ​ມີ​ໜ້ອຍ​ແມ່ນ​ບໍ?” ເພິ່ນ​ຕອບ​ວ່າ: 24  “ພວກ​ເຈົ້າ​ຕ້ອງ​ພະຍາຍາມ​ສຸດ​ຄວາມ​ສາມາດ​ເພື່ອ​ຈະ​ຜ່ານ​ປະຕູ​ແຄບ​ເຂົ້າ​ໄປ​ໃຫ້​ໄດ້.+ ຂ້ອຍ​ຈະ​ບອກ​ພວກ​ເຈົ້າ​ວ່າ ຫຼາຍ​ຄົນ​ຈະ​ພະຍາຍາມ​ເຂົ້າ​ໄປ ແຕ່​ຈະ​ເຂົ້າ​ໄປ​ບໍ່​ໄດ້. 25  ເມື່ອ​ເຈົ້າ​ຂອງ​ເຮືອນ​ລຸກ​ຂຶ້ນ​ອັດ​ປະຕູ​ໃສ່​ລ໋ອກ​ແລ້ວ ແລະ​ພວກ​ເຈົ້າ​ຢືນ​ເຄາະ​ປະຕູ​ເອີ້ນ​ຢູ່​ທາງ​ນອກ​ວ່າ ‘ນາຍ​ເອີ້ຍ ເປີດ​ປະຕູ​ໃຫ້​ພວກ​ເຮົາ​ແດ່.’+ ເຈົ້າ​ຂອງ​ເຮືອນ​ຈະ​ບອກ​ວ່າ ‘ຂ້ອຍ​ບໍ່​ຮູ້​ວ່າ​ພວກ​ເຈົ້າ​ແມ່ນ​ໃຜ ມາ​ແຕ່​ໃສ.’ 26  ແລ້ວ​ພວກ​ເຈົ້າ​ຈະ​ຕອບ​ວ່າ ‘ພວກ​ເຮົາ​ເຄີຍ​ກິນ​ເຄີຍ​ດື່ມ​ກັບ​ທ່ານ​ຫັ້ນ​ເດ້ ແລະ​ທ່ານ​ກໍ​ເຄີຍ​ສອນ​ພວກ​ເຮົາ​ຕາມ​ທາງໃຫຍ່ໃນ​ເມືອງ​ນຳ.’+ 27  ແຕ່​ເຈົ້າ​ຂອງ​ເຮືອນ​ຈະ​ບອກ​ພວກ​ເຈົ້າ​ວ່າ ‘ຂ້ອຍ​ບໍ່​ຮູ້​ວ່າ​ພວກ​ເຈົ້າ​ແມ່ນ​ໃຜ ມາ​ແຕ່​ໃສ. ໜີ​ໄປ​ໄກ​ໆ​ ພວກ​ຄົນ​ຊົ່ວ!’ 28  ພວກ​ເຈົ້າ​ຈະ​ຮ້ອງໄຫ້​ດ້ວຍ​ຄວາມ​ທຸກໃຈ​ເມື່ອ​ເຫັນ​ອັບຣາຮາມ ອີຊາກ ຢາໂຄບ ແລະ​ຜູ້​ພະຍາກອນ​ທຸກ​ຄົນ​ຢູ່​ໃນ​ການ​ປົກຄອງ​ຂອງ​ພະເຈົ້າ ແຕ່​ພວກ​ເຈົ້າ​ຈະ​ຖືກ​ໂຍນ​ອອກ​ໄປ​ທາງ​ນອກ.+ 29  ນອກ​ຈາກນັ້ນ​ຈະ​ມີ​ຄົນ​ມາ​ຈາກ​ທິດ​ຕາເວັນ​ອອກ​ແລະ​ທິດ​ຕາເວັນ​ຕົກ ຈາກ​ທິດ​ເໜືອ​ແລະ​ທິດ​ໃຕ້ ແລະ​ຈະ​ນັ່ງ​ຮ່ວມ​ໂຕະ​ໃນ​ການ​ປົກຄອງ​ຂອງ​ພະເຈົ້າ. 30  ດັ່ງນັ້ນ ບາງ​ຄົນ​ທີ່​ຢູ່​ໃນ​ພວກ​ສຸດທ້າຍ​ຈະ​ກາຍ​ເປັນ​ພວກ​ທຳອິດ ແລະ​ບາງ​ຄົນ​ທີ່​ຢູ່​ໃນ​ພວກ​ທຳອິດ​ຈະ​ກາຍ​ເປັນ​ພວກ​ສຸດທ້າຍ.”+ 31  ຕອນ​ນັ້ນ ມີ​ຟາຣີຊາຍ​ບາງ​ຄົນ​ມາ​ບອກ​ພະ​ເຢຊູ​ວ່າ: “ອອກ​ໄປ​ຈາກ​ບ່ອນ​ນີ້​ໄວ​ໆ​ ເຮໂຣດ​ຢາກ​ຂ້າ​ທ່ານ.” 32  ພະ​ເຢຊູ​ເວົ້າ​ກັບ​ເຂົາເຈົ້າ​ວ່າ: “ໄປ​ບອກ​ໝາ​ໄນ​ໂຕ​ນັ້ນ​ວ່າ ‘ຂ້ອຍ​ກຳລັງ​ໄລ່​ປີສາດ​ແລະ​ປົວ​ພະຍາດ​ໃນ​ມື້​ນີ້​ກັບ​ມື້​ອື່ນ ແລ້ວ​ໃນ​ມື້​ທີ 3 ວຽກ​ຂອງ​ຂ້ອຍ​ຈະ​ສຳເລັດ.’ 33  ບໍ່​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ ຂ້ອຍ​ຈະ​ເຮັດ​ວຽກ​ຕໍ່​ໄປ​ໃນ​ມື້​ນີ້ ມື້​ອື່ນ ແລະ​ມື້​ຮື ຍ້ອນ​ຜູ້​ພະຍາກອນ​ຈະ​ຕ້ອງ​ບໍ່​ຖືກ​ຂ້າ​ຢູ່​ບ່ອນ​ອື່ນ​ນອກ​ຈາກ​ຢູ່​ເມືອງ​ເຢຣູຊາເລັມ.+ 34  ຄົນ​ໃນ​ເມືອງ​ເຢຣູຊາເລັມ ຄົນ​ໃນ​ເມືອງ​ເຢຣູຊາເລັມ​ເອີ້ຍ ພວກ​ເຈົ້າ​ຂ້າ​ພວກ​ຜູ້​ພະຍາກອນ​ແລະ​ດຶກ​ກ້ອນ​ຫີນ​ໃສ່​ຄົນ​ທີ່​ພະເຈົ້າ​ສົ່ງ​ມາ.+ ຫຼາຍ​ເທື່ອ​ແລ້ວ​ທີ່​ຂ້ອຍ​ຢາກ​ລວບລວມ​ພວກ​ເຈົ້າ​ໃຫ້​ມາ​ຢູ່​ນຳ​ກັນ ຄື​ກັບ​ໄກ່​ແມ່​ລູກ​ອ່ອນ​ທີ່​ລວບລວມ​ລູກ​ຂອງ​ມັນ​ໃຫ້​ມາ​ຢູ່​ກ້ອງ​ປີກ ແຕ່​ພວກ​ເຈົ້າ​ພັດ​ບໍ່​ມາ.+ 35  ຍ້ອນ​ແນວ​ນີ້ ວິຫານ​ຫຼັງ​ນີ້*​ຈະ​ຖືກ​ປະຖິ້ມ​ໃຫ້​ຮ້າງ​ເປົ່າ​ໄວ້​ນຳ​ພວກ​ເຈົ້າ.+ ພວກ​ເຈົ້າ​ຈະ​ບໍ່​ໄດ້​ເຫັນ​ຂ້ອຍ​ອີກ​ເລີຍ​ຈົນ​ກວ່າ​ພວກ​ເຈົ້າ​ຈະ​ເວົ້າ​ວ່າ ‘ຂໍ​ໃຫ້​ທ່ານ​ທີ່​ມາ​ໃນ​ນາມ​ພະ​ເຢໂຫວາ*​ໄດ້​ຮັບ​ພອນ!’”+

ຂໍຄວາມໄຂເງື່ອນ

ເມັດ​ພືດ​ນ້ອຍ​ໆ​ຊະນິດ​ໜຶ່ງ​ທີ່​ມີ​ຢູ່​ແຖວ​ອິດສະຣາເອນ. ເມື່ອ​ໃຫຍ່​ເຕັມທີ​ຕົ້ນ​ຂອງ​ມັນ​ສູງ​ຮອດ 4 ແມັດ​ແລະ​ມີ​ງ່າ​ແຜ່​ອອກ​ໄປ.
ແປ​ຕາມ​ໂຕ​ວ່າ “3 ຊີ” ເທົ່າ​ກັບ 22 ລິດ. ເບິ່ງ​ພາກ​ຜະໜວກ ຂ14.
ແປ​ຕາມ​ໂຕ​ວ່າ “ເຮືອນ​ຂອງ​ພວກ​ເຈົ້າ”