ຂ່າວດີທີ່ຂຽນໂດຍລູກາ 16:1-31

  • ຕົວຢ່າງ​ປຽບທຽບ​ເລື່ອງ​ຜູ້​ຈັດການ​ທີ່​ສໍ້ໂກງ (1-13)

    • “ຄົນ​ທີ່​ສັດຊື່​ໃນ​ເລື່ອງ​ນ້ອຍ​ໆ​ກໍ​ສັດຊື່​ໃນ​ເລື່ອງ​ໃຫຍ່​ຄື​ກັນ” (10)

  • ກົດໝາຍ​ຂອງ​ໂມເຊ​ແລະ​ການ​ປົກຄອງ​ຂອງ​ພະເຈົ້າ (14-18)

  • ຕົວຢ່າງ​ປຽບທຽບ​ເລື່ອງ​ເສດຖີ​ກັບ​ລາຊະໂຣ (19-31)

16  ຈາກນັ້ນ ພະ​ເຢຊູ​ເວົ້າ​ກັບ​ພວກ​ລູກສິດ​ຕໍ່​ໄປ​ວ່າ: “ເສດຖີ​ຄົນ​ໜຶ່ງ​ຈ້າງຜູ້​ຈັດການ*​ມາ​ເບິ່ງແຍງ​ກິດຈະການ​ຂອງ​ລາວ. ຕໍ່ມາ ມີ​ຄົນ​ມາ​ຟ້ອງ​ວ່າ​ຜູ້​ຈັດການ​ຄົນ​ນີ້​ເຮັດ​ໃຫ້​ກິດຈະການ​ຂອງ​ເສດຖີ​ເສຍຫາຍ.  ເສດຖີ​ຈຶ່ງ​ເອີ້ນ​ຜູ້​ຈັດການ​ມາ​ແລະ​ເວົ້າ​ວ່າ ‘ຂ້ອຍ​ໄດ້​ຍິນ​ວ່າ​ເຈົ້າ​ເຮັດ​ວຽກ​ບໍ່​ຫຼ້ອນ​ໜ້າທີ່. ເອົາ​ບັນຊີ​ທີ່​ເຈົ້າ​ເບິ່ງແຍງ​ຢູ່​ມາ​ສົ່ງ​ຄືນ​ຂ້ອຍ. ຂ້ອຍ​ໄລ່​ເຈົ້າ​ອອກ.’  ຜູ້​ຈັດການ​ກໍ​ຄິດ​ໃນ​ໃຈ​ວ່າ ‘ຂ້ອຍ​ຈະ​ເຮັດ​ແນວ​ໃດ​ດີ? ຂ້ອຍ​ຖືກ​ປົດ​ອອກ​ຈາກ​ວຽກ​ຜູ້​ຈັດການ​ແລ້ວ ຖ້າ​ຊິ​ໄປ​ຂຸດ​ດິນ​ກໍ​ບໍ່​ມີ​ແຮງ. ຄັນ​ຊິ​ໄປ​ຂໍທານ​ກໍ​ອາຍ​ຄົນ.  ເອີ້! ຄິດ​ອອກ​ແລ້ວ​ວ່າ​ຊິ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ຄົນ​ເອົາ​ຂ້ອຍ​ໄປ​ຢູ່​ນຳ​ເຂົາເຈົ້າ​ຕອນ​ທີ່​ຂ້ອຍ​ຖືກ​ປົດ​ອອກ​ຈາກ​ວຽກ.’  ລາວ​ຈຶ່ງ​ເອີ້ນ​ລູກ​ໜີ້​ຂອງ​ນາຍ​ມາ​ເທື່ອ​ລະ​ຄົນ ແລ້ວ​ຖາມ​ຄົນ​ທຳອິດ​ວ່າ ‘ເຈົ້າ​ຕິດ​ໜີ້​ນາຍ​ຂອງ​ຂ້ອຍ​ເທົ່າ​ໃດ?’  ລາວ​ບອກ​ວ່າ ‘ຂ້ອຍ​ຕິດ​ໜີ້​ນ້ຳມັນ​ໝາກກອກ 100 ຖັງ.’* ຜູ້​ຈັດການ​ບອກ​ວ່າ ‘ເອົາ​ໜັງສື​ສັນຍາ​ໄປ ແລະ​ຟ້າວ​ປ່ຽນ​ເປັນ 50 ຖັງ.’  ຈາກນັ້ນ ຜູ້​ຈັດການ​ຖາມ​ອີກ​ຄົນ​ໜຶ່ງ​ວ່າ ‘ເຈົ້າ​ເດ​ຕິດ​ໜີ້​ເທົ່າ​ໃດ?’ ລາວ​ຕອບ​ວ່າ ‘ຂ້ອຍ​ຕິດ​ໜີ້​ເຂົ້າ 100 ເປົາ.’* ຜູ້​ຈັດການ​ບອກ​ລາວ​ວ່າ ‘ເອົາ​ໜັງສື​ສັນຍາ​ໄປ ແລ້ວ​ປ່ຽນ​ເປັນ 80 ເປົາ.’  ນາຍ​ຍ້ອງ​ຜູ້​ຈັດການ​ຄົນ​ນີ້​ທີ່​ເຮັດ​ຢ່າງ​ສະຫຼາດ​ເຖິງ​ວ່າ​ຈະ​ເປັນ​ຄົນ​ສໍ້​ໂກງ. ຂ້ອຍ​ເລົ່າ​ເລື່ອງ​ນີ້​ເພື່ອ​ໃຫ້​ເຫັນ​ວ່າ ຄົນ​ທົ່ວໄປ​ໃນ​ໂລກ​ນີ້*​ຮູ້​ວິທີ​ປະຕິບັດ​ກັບ​ຄົນ​ອື່ນ​ໄດ້​ສະຫຼາດ​ກວ່າ​ຄົນ​ທີ່​ຢູ່​ໃນ​ຄວາມ​ສະຫວ່າງ.*+  ຂ້ອຍ​ຈະ​ບອກ​ພວກ​ເຈົ້າ​ວ່າ ໃຫ້​ໃຊ້​ຊັບ​ສົມບັດ​ທີ່​ພວກ​ເຈົ້າ​ມີ​ໃນ​ໂລກ​ນີ້*​ເພື່ອ​ຜູກ​ມິດ​ກັບ​ຄົນ​ອື່ນ​ໄວ້+ ເພາະ​ເມື່ອ​ຊັບ​ສົມບັດ​ນັ້ນ​ໝົດ​ອາດ​ຈະ​ມີ​ຄົນ​ເອົາ​ພວກ​ເຈົ້າ​ໄປ​ຢູ່​ໃນ​ບ່ອນ​ຢູ່​ທີ່​ຖາວອນ.+ 10  ຄົນ​ທີ່​ສັດຊື່​ໃນ​ເລື່ອງ​ນ້ອຍ​ໆ​ກໍ​ສັດຊື່​ໃນ​ເລື່ອງ​ໃຫຍ່​ຄື​ກັນ ແລະ​ຄົນ​ທີ່​ບໍ່​ສັດຊື່​ໃນ​ເລື່ອງ​ນ້ອຍ​ໆ​ກໍ​ບໍ່​ສັດຊື່​ໃນ​ເລື່ອງ​ໃຫຍ່​ຄື​ກັນ. 11  ຖ້າ​ພວກ​ເຈົ້າ​ບໍ່​ສັດຊື່​ໃນ​ການ​ເບິ່ງແຍງ​ຊັບ​ສົມບັດ​ໃນ​ໂລກ​ນີ້ ແລ້ວ​ຜູ້​ໃດ​ຈະ​ຝາກ​ຊັບ​ສົມບັດ​ແທ້​ໄວ້​ກັບ​ພວກ​ເຈົ້າ? 12  ຖ້າ​ພວກ​ເຈົ້າ​ບໍ່​ສັດຊື່​ໃນ​ການ​ເບິ່ງແຍງ​ຊັບ​ສົມບັດ​ຂອງ​ຄົນ​ອື່ນ ແລ້ວ​ຜູ້​ໃດ​ຈະ​ໃຫ້​ພວກ​ເຈົ້າ​ເປັນ​ເຈົ້າ​ຂອງ​ຊັບ​ສົມບັດ​ທີ່​ກຽມ​ໄວ້​ສຳລັບ​ພວກ​ເຈົ້າ?+ 13  ບໍ່​ມີ​ຜູ້​ໃດ​ເປັນ​ທາດ​ຂອງ​ນາຍ 2 ຄົນ​ໄດ້ ຍ້ອນ​ລາວ​ຈະ​ຮັກ​ຜູ້​ໜຶ່ງ​ແລະ​ຊັງ​ອີກ​ຜູ້​ໜຶ່ງ ແລະ​ຈະ​ນັບຖື​ຜູ້​ໜຶ່ງ​ແລະ​ດູຖູກ​ອີກ​ຜູ້​ໜຶ່ງ. ພວກ​ເຈົ້າ​ຈະ​ເປັນ​ທັງ​ທາດ​ຂອງ​ພະເຈົ້າ​ແລະ​ທາດ​ຂອງ​ຊັບ​ສົມບັດ​ກໍ​ບໍ່​ໄດ້.”+ 14  ເມື່ອ​ພວກ​ຟາຣີຊາຍ​ໄດ້​ຍິນ​ພະ​ເຢຊູ​ເວົ້າ​ເລື່ອງ​ທັງໝົດ​ນີ້ ເຂົາເຈົ້າ​ກໍ​ເຮັດ​ທ່າທາງ​ເຍາະເຍີ້ຍ​ເພິ່ນ+​ຍ້ອນ​ເຂົາເຈົ້າ​ເປັນ​ຄົນ​ຮັກ​ເງິນ. 15  ພະ​ເຢຊູ​ຈຶ່ງ​ເວົ້າ​ກັບ​ເຂົາເຈົ້າ​ວ່າ: “ພວກ​ເຈົ້າ​ມັກ​ເຮັດ​ໃຫ້​ຄົນ​ອື່ນ​ເຫັນ​ວ່າ​ເປັນ​ຄົນ​ເຊື່ອຟັງ​ພະເຈົ້າ*+ ແຕ່​ພະເຈົ້າ​ຮູ້​ວ່າ​ໃຈ​ຂອງ​ພວກ​ເຈົ້າ​ເປັນ​ແນວ​ໃດ.+ ສິ່ງ​ທີ່​ມະນຸດ​ຖື​ວ່າ​ສຳຄັນ​ນັ້ນ ພະເຈົ້າ​ຖື​ວ່າ​ເປັນ​ຕາ​ຂີ້ດຽດ.+ 16  ຜ່ານ​ມາ ມີ​ການ​ປະກາດ​ເລື່ອງ​ກົດໝາຍ​ຂອງ​ໂມເຊ​ແລະ​ຄຳສອນ​ຂອງ​ພວກ​ຜູ້​ພະຍາກອນ*​ຈົນ​ຮອດ​ສະໄໝ​ຂອງ​ໂຢຮັນ. ແຕ່​ເມື່ອ​ໂຢຮັນ​ມາ ກໍ​ເລີ່ມ​ມີ​ການ​ປະກາດ​ຂ່າວດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ ແລະ​ຄົນ​ທຸກ​ປະເພດ​ພະຍາຍາມ​ຫຼາຍ​ເພື່ອ​ຈະ​ມີ​ສ່ວນ​ໃນ​ການ​ປົກຄອງ​ນັ້ນ.+ 17  ຟ້າ​ກັບ​ດິນ​ຈະ​ສູນຫາຍ​ໄປ​ກໍ​ຍັງ​ງ່າຍ​ກວ່າ​ທີ່​ສ່ວນ​ໃດ​ສ່ວນ​ໜຶ່ງ​ຂອງ​ໂຕ​ໜັງສື​ໂຕ​ໜຶ່ງ​ໃນ​ກົດໝາຍ​ນັ້ນ​ຈະ​ບໍ່​ເກີດ​ຂຶ້ນ​ແທ້.+ 18  ທຸກ​ຄົນ​ທີ່​ຢ່າຮ້າງ​ກັບ​ເມຍ​ແລ້ວ​ໄປ​ແຕ່ງດອງ​ໃໝ່​ກໍ​ເປັນ​ຄົນ​ຫຼິ້ນຊູ້ ແລະ​ຄົນ​ທີ່​ແຕ່ງດອງ​ກັບ​ຜູ້​ຍິງ​ທີ່​ຢ່າຮ້າງ​ກັບ​ຜົວ​ກໍ​ເປັນ​ຊູ້​ກັບ​ລາວ​ຄື​ກັນ.+ 19  ມີ​ເສດຖີ​ຄົນ​ໜຶ່ງ​ແຕ່ງ​ໂຕ​ດ້ວຍ​ຜ້າສີ​ມ່ວງແລະ​ຜ້າ​ລີນິນ. ລາວ​ໃຊ້​ຊີວິດ​ແບບ​ຫຼູຫຼາ​ທຸກ​ມື້. 20  ມີ​ຂໍທານ​ຜູ້​ໜຶ່ງ​ຊື່​ລາຊະໂຣ​ນອນ​ຢູ່​ໜ້າ​ປະຕູ​ເຮືອນ​ຂອງ​ເສດຖີ. ລາວ​ມີ​ບາດ​ເປື່ອຍ​ເຕັມ​ໂຕ. 21  ລາວ​ຢາກ​ກິນ​ເສດ​ຂອງກິນ​ທີ່​ຕົກ​ຈາກ​ໂຕະ​ຂອງ​ເສດຖີ. ແມ່ນ​ແຕ່​ໝາ​ກໍ​ມາ​ເລຍ​ບາດ​ຂອງ​ລາວ. 22  ຕໍ່ມາ ຂໍທານ​ກໍ​ຕາຍ​ແລະ​ທູດສະຫວັນ​ໄດ້​ພາ​ລາວ​ໄປ​ຢູ່​ກັບ​ອັບຣາຮາມ. ແລ້ວ​ເສດຖີ​ກໍ​ຕາຍ​ຄື​ກັນ​ແລະ​ຖືກ​ຝັງ. 23  ຕອນ​ຢູ່​ໃນ​ບ່ອນ​ຝັງ​ສົບ*​ລາວ​ທໍລະມານ​ຫຼາຍ ເມື່ອ​ເງີຍ​ໜ້າ​ຂຶ້ນ​ລາວ​ກໍ​ເຫັນ​ອັບຣາຮາມ​ຢູ່​ໄກ​ໆ​ແລະ​ເຫັນ​ລາຊະໂຣ​ຢູ່​ທາງ​ຂ້າງ​ອັບຣາຮາມ. 24  ລາວ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ ‘ອັບຣາຮາມ ພໍ່​ເອີ້ຍ ອີ່ຕົນ​ຂ້ອຍ​ແດ່. ຂໍ​ສົ່ງ​ລາຊະໂຣ​ມາ ແລະ​ໃຫ້​ລາວ​ເອົາ​ປາຍ​ນິ້ວ​ມື​ຈຸ່ມ​ນ້ຳ​ແລ້ວ​ມາ​ແຕະ​ລີ້ນ​ຂອງ​ຂ້ອຍ​ໃຫ້​ເຢັນ​ລົງ​ແດ່ ເພາະ​ຂ້ອຍ​ເຈັບ​ປວດ​ທໍລະມານ​ຫຼາຍ​ໃນ​ໄຟ​ທີ່​ຮ້ອນ​ໆ​ນີ້.’ 25  ແຕ່​ອັບຣາຮາມ​ເວົ້າ​ວ່າ ‘ຈື່​ໄດ້​ບໍ​ຕອນ​ທີ່​ຍັງ​ມີ​ຊີວິດ​ຢູ່ ເຈົ້າ​ໄດ້​ຮັບ​ແຕ່​ສິ່ງ​ດີ​ໆ​ ສ່ວນ​ລາຊະໂຣ​ໄດ້​ຮັບ​ແຕ່​ສິ່ງ​ທີ່​ບໍ່​ດີ? ຕອນນີ້ ລາວ​ມີ​ຄວາມ​ສຸກ​ຢູ່​ນີ້ ສ່ວນ​ເຈົ້າ​ກໍ​ທຸກ​ທໍລະມານ. 26  ອີກ​ຢ່າງ​ໜຶ່ງ ມີ​ຊ່ອງ​ຫວ່າງ​ທີ່​ກວ້າງ​ໆ​ຂັ້ນ​ຢູ່​ລະຫວ່າງ​ພວກ​ເຮົາ​ກັບ​ເຈົ້າ ເພື່ອ​ຄົນ​ທີ່​ຢາກ​ຂ້າມ​ຈາກ​ບ່ອນ​ນີ້​ໄປ​ຫາ​ເຈົ້າ​ຈະ​ຂ້າມ​ໄປ​ບໍ່​ໄດ້ ຫຼື​ຄົນ​ຈາກ​ບ່ອນ​ນັ້ນ​ຈະ​ຂ້າມ​ມາ​ຫາ​ພວກ​ເຮົາ​ກໍ​ບໍ່​ໄດ້​ຄື​ກັນ.’ 27  ເສດຖີ​ຈຶ່ງ​ເວົ້າ​ວ່າ ‘ຄັນຊັ້ນ ຂໍ​ໃຫ້​ທ່ານ​ໃຊ້​ລາຊະໂຣ​ໄປ​ເຮືອນ​ຂອງ​ພໍ່​ຂ້ອຍ​ແດ່ 28  ຍ້ອນ​ຂ້ອຍ​ມີ​ອ້າຍ​ນ້ອງ 5 ຄົນ. ລາຊະໂຣ​ຈະ​ໄດ້​ໄປ​ເຕືອນ​ເຂົາເຈົ້າ ແລ້ວ​ເຂົາເຈົ້າ​ຈະ​ບໍ່​ຕ້ອງ​ມາ​ທຸກ​ທໍລະມານ​ຢູ່​ນີ້​ຄື​ກັບ​ຂ້ອຍ.’ 29  ອັບຣາຮາມ​ບອກ​ວ່າ ‘ແຕ່​ເຂົາເຈົ້າ​ມີ​ໂມເຊ​ແລະ​ພວກ​ຜູ້​ພະຍາກອນ​ເຕືອນ​ຢູ່​ແລ້ວ. ໃຫ້​ເຂົາເຈົ້າ​ຟັງ​ໂມເຊ​ແລະ​ຜູ້​ພະຍາກອນ​ສະ.’+ 30  ເສດຖີ​ຈຶ່ງ​ເວົ້າ​ວ່າ ‘ອັບຣາຮາມ ພໍ່​ເອີ້ຍ ສ່ຳ​ນັ້ນ​ບໍ່​ພໍ​ດອກ. ຖ້າ​ມີ​ຄົນ​ຄືນ​ມາ​ຈາກ​ຕາຍ​ໄປ​ຫາ​ເຂົາເຈົ້າ ເຂົາເຈົ້າ​ຈະ​ກັບໃຈ.’ 31  ແຕ່​ອັບຣາຮາມ​ບອກ​ລາວ​ວ່າ ‘ຖ້າ​ເຂົາເຈົ້າ​ບໍ່​ຟັງ​ໂມເຊ+​ແລະ​ພວກ​ຜູ້​ພະຍາກອນ ເຖິງ​ວ່າ​ຈະ​ມີ​ຄົນ​ຄືນ​ມາ​ຈາກ​ຕາຍ​ໄປ​ຫາ​ເຂົາເຈົ້າ ເຂົາເຈົ້າ​ກໍ​ຈະ​ບໍ່​ຍອມ​ຟັງ​ດອກ.’”

ຂໍຄວາມໄຂເງື່ອນ

ຫຼື “ພໍ່​ບ້ານ”
ແປ​ຕາມ​ໂຕ​ວ່າ “100 ບັດ” ເທົ່າ​ກັບ 2.200 ລິດ. ເບິ່ງ​ພາກ​ຜະໜວກ ຂ14.
ແປ​ຕາມ​ໂຕ​ວ່າ “100 ໂຄເຣ” ເທົ່າ​ກັບ 22.000 ລິດ. ເບິ່ງ​ພາກ​ຜະໜວກ ຂ14.
ຫຼື “ຍຸກ​ນີ້.” ເບິ່ງ​ຄຳ​ວ່າ “ຍຸກ” ໃນ​ສ່ວນ​ອະທິບາຍ​ຄຳສັບ.
ແປ​ຕາມ​ໂຕ​ວ່າ “ສະຫຼາດ​ກວ່າ​ລູກ​ຂອງ​ຄວາມ​ສະຫວ່າງ”
ແປ​ຕາມ​ໂຕ​ວ່າ “ຊັບ​ສົມບັດ​ທີ່​ບໍ່​ຖືກຕ້ອງ”
ຫຼື “ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ”
“ກົດໝາຍ​ຂອງ​ໂມເຊ​ແລະ​ຄຳສອນ​ຂອງ​ພວກ​ຜູ້​ພະຍາກອນ” ໃນ​ນີ້​ໝາຍເຖິງ​ພະຄຳພີ​ພາກ​ພາສາ​ເຮັບເຣີ​ທັງໝົດ