ຂ່າວດີທີ່ຂຽນໂດຍລູກາ 2:1-52

  • ພະ​ເຢຊູ​ເກີດ (1-7)

  • ທູດສະຫວັນ​ມາ​ຫາ​ຄົນ​ລ້ຽງ​ແກະ (8-20)

  • ການ​ຮັບ​ສິນຕັດ​ແລະ​ການ​ເຮັດ​ໃຫ້​ໂຕເອງ​ສະອາດ (21-24)

  • ຊີເມໂອນ​ເຫັນ​ພະ​ເຢຊູ (25-35)

  • ອານາ​ເວົ້າ​ເລື່ອງ​ແອນ້ອຍ​ເຢຊູ (36-38)

  • ກັບ​ເມືອ​ເມືອງ​ນາຊາເຣັດ (39, 40)

  • ພະ​ເຢຊູ​ຢູ່​ວິຫານ​ຕອນ​ອາຍຸ 12 ປີ (41-52)

2  ຕອນນັ້ນ ກາຍຊາ*​ໂອຄຸດໂຕ​ອອກ​ຄຳ​ສັ່ງ​ໃຫ້​ຄົນ​ໃນ​ທົ່ວ​ປະເທດ*​ໄປ​ຈົດ​ທະບຽນ​ສຳມະໂນຄົວ.  (ການ​ຈົດ​ທະບຽນ​ສຳມະໂນຄົວ​ເທື່ອ​ນັ້ນເປັນ​ເທື່ອ​ທຳອິດ​ທີ່​ເກີດ​ຂຶ້ນ​ໃນ​ສະໄໝ​ທີ່​ກີເຣນີໂອ​ເປັນ​ເຈົ້າແຂວງ​ຊີເຣຍ.)  ປະຊາຊົນ​ທຸກ​ຄົນ​ຈຶ່ງ​ເດີນ​ທາງ​ໄປ​ຈົດ​ທະບຽນ​ຢູ່​ບ້ານ​ເກີດ​ຂອງ​ໂຕເອງ.  ໂຢເຊັບ+​ທີ່​ເປັນ​ເຊື້ອສາຍ​ຂອງ​ດາວິດ​ກໍ​ເດີນ​ທາງ​ຈາກ​ເມືອງ​ນາຊາເຣັດ​ໃນ​ແຂວງ​ຄາລີເລ​ໄປ​ເມືອງ​ເບັດເລເຮັມ+​ໃນ​ແຂວງ​ຢູດາຍ​ທີ່​ເປັນ​ບ້ານ​ເກີດ​ຂອງ​ດາວິດ.  ໂຢເຊັບ​ພາ​ມາຣິອາ​ໄປ​ຈົດ​ທະບຽນ​ສຳມະໂນຄົວ​ນຳ​ຍ້ອນ​ເຂົາເຈົ້າ​ແຕ່ງດອງ​ກັນ​ແລ້ວ.+ ຕອນນັ້ນ ມາຣິອາ​ໃກ້​ຈະ​ເກີດ​ລູກ.+  ຕອນ​ທີ່​ເຂົາເຈົ້າ​ຢູ່​ເມືອງ​ເບັດເລເຮັມ​ກໍ​ຮອດ​ກຳນົດ​ທີ່​ມາຣິອາ​ຈະ​ເກີດ​ລູກ  ແລ້ວ​ລາວ​ກໍ​ເກີດ​ລູກ​ຊາຍ​ທີ່​ເປັນ​ລູກກົກ.+ ລາວ​ເອົາ​ຜ້າ​ຫໍ່​ລູກ​ໄວ້​ແລ້ວ​ໃຫ້​ນອນ​ໃນ​ຮາງ​ຫຍ້າ+ ຍ້ອນ​ຕອນນັ້ນ​ບໍ່​ມີ​ຫ້ອງ​ຫວ່າງ​ສຳລັບ​ເຂົາເຈົ້າ.  ຢູ່​ບໍ່​ໄກ​ຈາກ​ຫັ້ນ ມີ​ຄົນ​ລ້ຽງ​ແກະ​ຢູ່​ທົ່ງ​ຫຍ້າ​ກຳລັງ​ເຝົ້າ​ຝູງ​ແກະ​ຂອງ​ເຂົາເຈົ້າ​ໃນ​ຕອນ​ກາງຄືນ.  ທັນໃດ​ນັ້ນ ເຂົາເຈົ້າ​ກໍ​ເຫັນ​ທູດສະຫວັນ​ອົງ​ໜຶ່ງ​ຂອງ​ພະ​ເຢໂຫວາ*​ມາ​ຢືນ​ຢູ່​ຕໍ່​ໜ້າ​ເຂົາເຈົ້າ. ແລ້ວ​ແສງ​ລັດສະໝີ​ຂອງ​ພະ​ເຢໂຫວາ*​ກໍ​ສ່ອງ​ແສງ​ສະຫວ່າງ​ອ້ອມ​ຮອບ​ຄົນ​ລ້ຽງ​ແກະ​ເຊິ່ງ​ເຮັດ​ໃຫ້​ເຂົາເຈົ້າ​ຕົກໃຈ​ຢ້ານ​ຫຼາຍ. 10  ແຕ່​ທູດສະຫວັນ​ບອກ​ເຂົາເຈົ້າ​ວ່າ: “ບໍ່​ຕ້ອງ​ຢ້ານ ຂ້ອຍ​ມີ​ຂ່າວດີ​ມາ​ບອກ. ຂ່າວດີ​ນີ້​ຈະ​ເຮັດ​ໃຫ້​ທຸກ​ຄົນ​ມີ​ຄວາມ​ສຸກ​ຫຼາຍ. 11  ມື້​ນີ້ ຜູ້​ທີ່​ຈະ​ຊ່ວຍ​ໃຫ້​ລອດ+​ໄດ້​ເກີດ​ຢູ່​ເມືອງ​ຂອງ​ດາວິດ+​ແລ້ວ. ເພິ່ນ​ເປັນ​ພະຄລິດ ແລະ​ເປັນ​ຜູ້​ເປັນ​ນາ​ຍ.+ 12  ພວກ​ເຈົ້າ​ຈະ​ຮູ້​ຈັກ​ວ່າ​ແມ່ນ​ເພິ່ນ ເມື່ອ​ພວກ​ເຈົ້າ​ເຫັນ​ແອນ້ອຍ​ທີ່​ມີ​ຜ້າ​ຫໍ່​ໄວ້​ນອນ​ຢູ່​ໃນ​ຮາງ​ຫຍ້າ.” 13  ທັນໃດ​ນັ້ນ​ກໍ​ມີ​ທູດສະຫວັນ​ຫຼາຍ​ອົງ​ມາ​ຢູ່​ກັບ​ທູດສະຫວັນ​ອົງ​ທຳອິດ+ ແລະ​ສັນລະເສີນ​ພະເຈົ້າ​ນຳ​ກັນ​ວ່າ: 14  “ຂໍ​ໃຫ້​ພະເຈົ້າ​ໄດ້​ຮັບ​ການ​ສັນລະເສີນ​ໃນ​ສະຫວັນ ແລະ​ຂໍ​ໃຫ້​ປະຊາຊົນ​ທີ່​ເພິ່ນ​ຍອມຮັບ​ມີ​ຄວາມ​ສະຫງົບສຸກ​ໃນ​ໂລກ​ນີ້.” 15  ເມື່ອ​ທູດສະຫວັນ​ກັບ​ໄປ​ສະຫວັນ​ແລ້ວ ຄົນ​ລ້ຽງ​ແກະ​ກໍ​ພາກັນ​ເວົ້າ​ວ່າ: “ໃຫ້​ພວກ​ເຮົາ​ຟ້າວ​ໄປ​ເມືອງ​ເບັດເລເຮັມ ໄປ​ເບິ່ງ​ສິ່ງ​ທີ່​ພະ​ເຢໂຫວາ*​ບອກ​ພວກ​ເຮົາ.” 16  ເຂົາເຈົ້າ​ຈຶ່ງ​ຟ້າວ​ໄປ ແລ້ວ​ກໍ​ເຫັນ​ມາຣິອາ​ກັບ​ໂຢເຊັບ ແລະ​ແອນ້ອຍ​ກໍ​ນອນ​ຢູ່​ໃນ​ຮາງ​ຫຍ້າ. 17  ເມື່ອ​ເຫັນ​ແອນ້ອຍ ເຂົາເຈົ້າ​ກໍ​ເລົ່າ​ເລື່ອງ​ທີ່​ທູດສະຫວັນ​ບອກ​ກ່ຽວກັບ​ແອນ້ອຍ​ຜູ້​ນີ້​ໃຫ້​ຄົນ​ທີ່​ຢູ່​ຫັ້ນ​ຟັງ. 18  ເມື່ອ​ໄດ້​ຍິນ​ເລື່ອງ​ທີ່​ຄົນ​ລ້ຽງ​ແກະ​ເລົ່າ​ໃຫ້​ຟັງ ທຸກ​ຄົນ​ກໍ​ຮູ້ສຶກ​ແປກ​ໃຈ. 19  ແຕ່​ມາຣິອາ​ຈື່​ຈຳ​ຄຳເວົ້າ​ທັງໝົດ​ໄວ້​ແລະ​ຄິດ​ຕຶກຕອງ​ວ່າ​ເລື່ອງ​ນັ້ນ​ໝາຍເຖິງ​ຫຍັງ.+ 20  ຈາກນັ້ນ ຄົນ​ລ້ຽງ​ແກະ​ກໍ​ກັບ​ໄປ​ຫາ​ຝູງ​ແກະ ແລະ​ຍົກຍ້ອງ​ສັນລະເສີນ​ພະເຈົ້າ ຍ້ອນ​ເຂົາເຈົ້າ​ໄດ້​ຍິນ​ແລະ​ໄດ້​ເຫັນ​ທຸກ​ສິ່ງ​ຕາມ​ທີ່​ທູດສະຫວັນ​ບອກ​ໄວ້​ແທ້​ໆ​. 21  ເມື່ອ​ແອນ້ອຍ​ອາຍຸ​ໄດ້ 8 ມື້​ກໍ​ຮອດ​ເວລາ​ທີ່​ຕ້ອງ​ຮັບ​ສິນຕັດ.*+ ເຂົາເຈົ້າ​ຕັ້ງ​ຊື່​ໃຫ້​ລາວ​ວ່າ​ເຢຊູ​ຕາມ​ທີ່​ທູດສະຫວັນ​ບອກ​ມາຣິອາ​ກ່ອນ​ທີ່​ຈະ​ຖືພາ.+ 22  ເມື່ອ​ຮອດ​ເວລາ​ທີ່​ເຂົາເຈົ້າ​ຕ້ອງ​ເຮັດ​ໃຫ້​ໂຕເອງ​ສະອາດ​ຕາມ​ກົດໝາຍ​ຂອງ​ໂມເຊ+ ໂຢເຊັບ​ກັບ​ມາຣິອາ​ກໍ​ພາ​ລູກ​ໄປ​ເມືອງ​ເຢຣູຊາເລັມເພື່ອ​ໄຖ່​ລູກ​ຈາກ​ພະ​ເຢໂຫວາ* 23  ຍ້ອນ​ກົດໝາຍ​ຂອງ​ພະ​ເຢໂຫວາ*​ບອກ​ໄວ້​ວ່າ: “ລູກ​ຊາຍ​ຜູ້​ທຳອິດ​ທຸກ​ຄົນ​ຈະ​ຕ້ອງ​ຖືກ​ແຍກ​ໄວ້​ໃຫ້​ເປັນ​ຂອງ​ພະ​ເຢໂຫວາ.”*+ 24  ເຂົາເຈົ້າ​ຈຶ່ງ​ເອົາ “ນົກ​ເຂົາ 1 ຄູ່​ຫຼື​ລູກ​ນົກ​ກາງແກ 2 ໂຕ”+ ໄປ​ເປັນ​ເຄື່ອງ​ບູຊາ​ຕາມ​ທີ່​ກົດໝາຍ​ຂອງ​ພະ​ເຢໂຫວາ*​ບອກ​ໄວ້. 25  ໃນ​ເມືອງ​ເຢຣູຊາເລັມ ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ຊື່​ຊີເມໂອນ ລາວ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ຢ້ານຢຳ​ພະເຈົ້າ. ລາວ​ກຳລັງ​ລໍ​ຖ້າ​ເວລາ​ທີ່​ພະເຈົ້າ​ຈະ​ມາ​ຊ່ວຍ​ຄົນ​ອິດສະຣາເອນ.+ ລາວ​ໄດ້​ຮັບ​ການ​ຊີ້ນຳ​ຈາກ​ພະລັງ​ບໍລິສຸດ. 26  ນອກ​ຈາກນັ້ນ ພະເຈົ້າ​ຍັງ​ໃຊ້​ພະລັງ​ບໍລິສຸດ​ບອກ​ໃຫ້​ຊີເມໂອນ​ຮູ້​ວ່າ ລາວ​ຈະ​ບໍ່​ຕາຍ​ກ່ອນ​ຈະ​ໄດ້​ເຫັນ​ພະຄລິດ​ທີ່​ພະ​ເຢໂຫວາ*​ສົ່ງ​ມາ. 27  ພະລັງ​ຂອງ​ພະເຈົ້າ​ພາ​ຊີເມໂອນ​ມາ​ວິຫານ ເຊິ່ງ​ເປັນ​ມື້​ດຽວ​ກັບ​ທີ່​ໂຢເຊັບ​ແລະ​ມາຣິອາ​ພາ​ພະ​ເຢຊູ​ຕອນ​ເປັນ​ແອນ້ອຍ​ມາ​ຫັ້ນ​ເພື່ອ​ເຮັດ​ຕາມ​ທີ່​ກົດໝາຍ​ຂອງ​ໂມເຊ​ກຳນົດ​ໄວ້.*+ 28  ຊີເມໂອນ​ກໍ​ອູ້ມ​ແອນ້ອຍ​ໄວ້ ແລະ​ສັນລະເສີນ​ພະເຈົ້າ​ວ່າ: 29  “ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ ຕອນນີ້​ຂ້ອຍ​ໄດ້​ເຫັນ​ຜູ້​ທີ່​ພະອົງ​ບອກ​ໄວ້​ແລ້ວ. ຂ້ອຍ​ນອນ​ຕາຍ​ຕາ​ຫຼັບ​ແລ້ວ+ 30  ຍ້ອນ​ຂ້ອຍ​ໄດ້​ເຫັນ​ຜູ້​ທີ່​ພະອົງ​ຈະ​ໃຊ້​ເພື່ອ​ຊ່ວຍ​ຄົນ​ໃຫ້​ລອດ.+ 31  ພະອົງ​ໄດ້​ສົ່ງ​ຜູ້​ນີ້​ມາ​ເພື່ອ​ຄົນ​ທຸກ​ຊາດ​ຈະ​ໄດ້​ເຫັນ​ວ່າ+ 32  ເພິ່ນ​ເປັນ​ແສງ​ສະຫວ່າງ+​ໄລ່​ຄວາມ​ມືດ​ທີ່​ປົກ​ຄຸມ​ປະເທດ​ຕ່າງ​ໆ​+ ແລະ​ເປັນ​ແສງ​ສະຫວ່າງ​ເຈີດຈ້າ​ທີ່​ສ່ອງ​ໃສ່​ອິດສະຣາເອນ​ປະຊາຊົນ​ຂອງ​ເພິ່ນ.” 33  ເມື່ອ​ໄດ້​ຍິນ​ຊີເມໂອນ​ເວົ້າ​ແບບ​ນັ້ນ ພໍ່​ແມ່​ຂອງ​ແອນ້ອຍ​ກໍ​ຢາກ​ຮູ້​ວ່າ​ຄຳເວົ້າ​ຂອງ​ລາວ​ໝາຍ​ຄວາມ​ວ່າ​ແນວ​ໃດ. 34  ແລ້ວ​ຊີເມໂອນ​ກໍ​ອວຍພອນ​ໃຫ້​ທັງ​ສອງ​ຄົນ ແລະ​ເວົ້າ​ກັບ​ມາຣິອາ​ແມ່​ຂອງ​ແອນ້ອຍ​ວ່າ: “ພະເຈົ້າ​ສົ່ງ​ຜູ້​ນີ້​ມາ. ເພິ່ນ​ຈະ​ເປັນ​ຕົ້ນເຫດ​ພາ​ໃຫ້​ຄົນ​ອິດສະຣາເອນ​ບາງ​ຄົນ​ລົ້ມ​ລົງ+​ແລະ​ພາ​ໃຫ້​ບາງ​ຄົນ​ລຸກ​ຂຶ້ນ.+ ເພິ່ນ​ຈະ​ຕົກ​ເປັນ​ເປົ້າ​ໃຫ້​ຄົນ​ດູຖູກ.+ 35  ເພິ່ນ​ຈະ​ເຮັດ​ໃຫ້​ຮູ້​ວ່າ​ຄວາມ​ຄິດ​ໃນ​ໃຈ​ຂອງ​ຄົນ​ເປັນ​ແນວ​ໃດ​ແທ້​ໆ​ ແຕ່​ເຈົ້າ​ເອງ​ຈະ​ຕ້ອງ​ເຈັບ​ປວດ​ແລະ​ທຸກໃຈ​ຄື​ກັບ​ວ່າ​ມີ​ດາບ​ຍາວ​ໆ​ແທງ​ເຈົ້າ​ຈົນ​ຊອດ.”+ 36  ມີ​ຜູ້​ພະຍາກອນ​ຍິງ​ຄົນ​ໜຶ່ງ​ຊື່​ອານາ​ເປັນ​ລູກ​ສາວ​ຂອງ​ຟານູເອັນ​ໃນ​ຕະກູນ​ອາເຊ. ລາວ​ແຕ່ງດອງ​ແລະ​ຢູ່​ກັບ​ຜົວ​ໄດ້​ແຕ່ 7 ປີ. ຕອນນີ້ ລາວ​ເຖົ້າ​ຫຼາຍ​ແລ້ວ. 37  ອານາ​ເປັນ​ແມ່​ໝ້າຍ​ຈົນ​ມາ​ຮອດ​ຕອນນີ້. ລາວ​ອາຍຸ​ໄດ້ 84 ປີ. ລາວ​ມາ​ວິຫານ​ບໍ່​ເຄີຍ​ຂາດ ແລະ​ຮັບໃຊ້​ພະເຈົ້າ*​ທັງ​ເວັນ​ທັງ​ຄືນ ທັງ​ອົດ​ເຂົ້າ​ແລະ​ອະທິດຖານ​ອ້ອນວອນ. 38  ຕອນນັ້ນ ລາວ​ເຂົ້າ​ມາ​ຫາ​ໂຢເຊັບ​ກັບ​ມາຣິອາ ຂອບໃຈ​ພະເຈົ້າ ແລະ​ເລົ່າ​ເລື່ອງ​ແອນ້ອຍ​ຜູ້​ນີ້​ໃຫ້​ທຸກ​ຄົນ​ຟັງ. ຄົນ​ເຫຼົ່າ​ນີ້​ກຳລັງ​ລໍ​ຖ້າ​ເວລາ​ທີ່​ພະເຈົ້າ​ຈະ​ມາ​ປົດປ່ອຍ​ເມືອງ​ເຢຣູຊາເລັມ​ໃຫ້​ເປັນ​ອິດສະຫຼະ.+ 39  ເມື່ອ​ໂຢເຊັບ​ກັບ​ມາຣິອາ​ເຮັດ​ທຸກ​ຢ່າງ​ຕາມ​ທີ່​ກົດໝາຍ​ຂອງ​ພະ​ເຢໂຫວາ*​ກຳນົດ​ແລ້ວ+ ເຂົາເຈົ້າ​ກໍ​ກັບ​ເມືອ​ບ້ານ​ຢູ່​ເມືອງ​ນາຊາເຣັດ​ໃນ​ແຂວງ​ຄາລີເລ.+ 40  ເດັກນ້ອຍ​ຜູ້​ນີ້​ໃຫຍ່​ຂຶ້ນ​ແລະ​ແຂງແຮງ​ດີ. ລາວ​ສະຫຼາດ​ຂຶ້ນ​ເລື້ອຍ​ໆ​ແລະ​ໄດ້​ຮັບ​ຄວາມ​ພໍໃຈ​ຈາກ​ພະເຈົ້າ​ສະເໝີ.+ 41  ພໍ່​ແມ່​ຂອງ​ພະ​ເຢຊູ​ໄປ​ສະຫຼອງ​ເທດສະການ​ປັດສະຄາ​ຢູ່​ເມືອງ​ເຢຣູຊາເລັມ​ເປັນ​ປະຈຳ​ທຸກ​ປີ.+ 42  ຕອນ​ທີ່​ພະ​ເຢຊູ​ອາຍຸ​ໄດ້ 12 ປີ ເຂົາເຈົ້າ​ກໍ​ພາກັນ​ໄປ​ສະຫຼອງ​ເທດສະການ​ນັ້ນ​ຄື​ກັບ​ທີ່​ເຄີຍ​ເຮັດ​ຜ່ານ​ມາ.+ 43  ເມື່ອ​ເທດສະການ​ແລ້ວ​ໆ​ ເຂົາເຈົ້າ​ກໍ​ເດີນ​ທາງ​ກັບ​ບ້ານ ແຕ່​ພໍ່​ແມ່​ບໍ່​ຮູ້​ວ່າ​ພະ​ເຢຊູ​ຍັງ​ຢູ່​ໃນ​ເມືອງ​ເຢຣູຊາເລັມ. 44  ເຂົາເຈົ້າ​ຄິດ​ວ່າ​ເພິ່ນ​ຄື​ຊິ​ຢູ່​ໃນ​ກຸ່ມ​ຄົນ​ທີ່​ເດີນ​ທາງ​ມາ​ນຳ​ກັນ. ເມື່ອ​ເດີນ​ທາງ​ໄປ​ໄດ້​ມື້​ໜຶ່ງ ເຂົາເຈົ້າ​ກໍ​ເລີ່ມ​ຊອກ​ຫາ​ພະ​ເຢຊູ​ໃນ​ກຸ່ມ​ຍາດ​ຕິ​ພີ່ນ້ອງ​ແລະ​ໝູ່​ເພື່ອນ. 45  ແຕ່​ຊອກ​ເພິ່ນ​ບໍ່​ເຫັນ ເຂົາເຈົ້າ​ຈຶ່ງ​ກັບ​ໄປ​ເມືອງ​ເຢຣູຊາເລັມ​ແລະ​ຊອກ​ຫາ​ເພິ່ນ​ຢູ່​ທຸກ​ບ່ອນ. 46  ຫຼັງ​ຈາກ​ຊອກ​ໄດ້ 3 ມື້ ເຂົາເຈົ້າ​ກໍ​ເຫັນ​ພະ​ເຢຊູ​ຢູ່​ໃນ​ວິຫານ ເພິ່ນ​ກຳລັງ​ນັ່ງ​ຟັງ​ແລະ​ຖາມ​ພວກ​ອາຈານ​ຢູ່. 47  ທຸກ​ຄົນ​ທີ່​ໄດ້​ຍິນ​ພະ​ເຢຊູ​ເວົ້າ​ກໍ​ຮູ້ສຶກ​ງຶດ​ແທ້​ໆ​ທີ່​ເຫັນ​ວ່າ​ເພິ່ນ​ເຂົ້າ​ໃຈ​ແລະ​ຕອບ​ໄດ້​ດີ​ຫຼາຍ.+ 48  ເມື່ອ​ພໍ່​ແມ່​ເຫັນ​ພະ​ເຢຊູ​ກໍ​ແປກໃຈ​ຫຼາຍ ແມ່​ຈຶ່ງ​ເວົ້າ​ກັບ​ເພິ່ນ​ວ່າ: “ເປັນ​ຫຍັງ​ລູກ​ຈຶ່ງ​ເຮັດ​ແບບ​ນີ້? ພໍ່​ແມ່​ເປັນ​ຫ່ວງ​ລູກ​ຫຼາຍ. ພວກ​ເຮົາ​ເລາະ​ຊອກ​ຫາ​ລູກ​ຈົນ​ທົ່ວ​ທຸກ​ບ່ອນ.” 49  ພະ​ເຢຊູ​ຕອບ​ວ່າ: “ເປັນ​ຫຍັງ​ຕ້ອງ​ຊອກ​ຫາ​ລູກ? ພໍ່​ກັບ​ແມ່​ບໍ່​ຮູ້​ບໍ​ວ່າ​ລູກ​ຈະ​ຕ້ອງ​ຢູ່​ໃນ​ເຮືອນ​ພໍ່​ຂອງ​ລູກ?”+ 50  ແຕ່​ໂຢເຊັບ​ກັບ​ມາຣິອາ​ບໍ່​ເຂົ້າ​ໃຈ​ວ່າ​ເພິ່ນ​ເວົ້າ​ເລື່ອງ​ຫຍັງ. 51  ແລ້ວ​ພະ​ເຢຊູ​ກໍ​ກັບ​ໄປ​ເມືອງ​ນາຊາເຣັດ​ນຳ​ພໍ່​ແມ່ ແລະ​ເຊື່ອຟັງ​ເຂົາເຈົ້າ​ສະເໝີ.+ ສ່ວນ​ມາຣິອາ​ກໍ​ເກັບ​ຄຳເວົ້າ​ນັ້ນ​ໄວ້​ໃນ​ໃຈ.+ 52  ພະ​ເຢຊູ​ໃຫຍ່​ຂຶ້ນ​ແລະ​ສະຫຼາດ​ຂຶ້ນ​ເລື້ອຍ​ໆ​. ເພິ່ນ​ໄດ້​ຮັບ​ຄວາມ​ພໍໃຈ​ຈາກ​ພະເຈົ້າ​ແລະ​ຈາກ​ຄົນ​ທົ່ວໄປ​ຫຼາຍ​ຂຶ້ນ​ເລື້ອຍ​ໆ​.

ຂໍຄວາມໄຂເງື່ອນ

ຫຼື “ຈັກກະພັດ​ໂຣມ”
ຫຼື “ທົ່ວ​ໂລກ”
ຕັດ​ໜັງ​ຫຸ້ມ​ປາຍ​ອະໄວຍະວະ​ເພດ​ຊາຍ
ໝາຍເຖິງ​ກຳນົດ​ໄວ້​ສຳລັບ​ລູກ​ຊາຍ​ຜູ້​ທຳອິດ
ຫຼື “ເຮັດ​ວຽກ​ຮັບໃຊ້​ທີ່​ສັກສິດ​ໃຫ້​ພະເຈົ້າ”