ຂ່າວດີທີ່ຂຽນໂດຍລູກາ 4:1-44

  • ມານຮ້າຍ​ລໍ້ໃຈ​ພະ​ເຢຊູ (1-13)

  • ພະ​ເຢຊູ​ເລີ່ມ​ປະກາດ​ໃນ​ແຂວງ​ຄາລີເລ (14, 15)

  • ພະ​ເຢຊູ​ຖືກ​ປະຕິເສດ​ໃນ​ເມືອງ​ນາຊາເຣັດ (16-30)

  • ເຫດການ​ໃນ​ບ່ອນ​ປະຊຸມ​ຢູ່​ເມືອງ​ກາເປນາອູມ (31-37)

  • ປົວ​ແມ່​ເຖົ້າ​ຂອງ​ເປໂຕ​ແລະ​ຄົນ​ອື່ນ​ໆ​ (38-41)

  • ຄົນ​ບັກ​ຫຼາຍ⁠​ໆ​ຊອກ​ຫາ​ພະ​ເຢຊູ​ໃນ​ບ່ອນ​ທີ່​ຫ່າງ​ໄກ​ຈາກ​ຄົນ (42-44)

4  ຕອນນັ້ນ ພະ​ເຢຊູ​ອອກ​ຈາກ​ແຖວ​ແມ່​ນ້ຳ​ຈໍແດນ. ພະເຈົ້າ​ເອົາ​ພະລັງ​ບໍລິສຸດ​ໃຫ້​ພະ​ເຢຊູ ແລະ​ພະລັງ​ນັ້ນ​ກໍ​ພາ​ພະ​ເຢຊູ​ເຂົ້າ​ໄປ​ໃນ​ບ່ອນ​ກັນດານ.+  ພະ​ເຢຊູ​ຢູ່​ຫັ້ນ 40 ມື້. ຫຼັງ​ຈາກນັ້ນ ມານ​ຮ້າຍ​ກໍ​ມາ​ລໍ້ໃຈ​ເພິ່ນ.+ ຕະຫຼອດ 40 ມື້ ເພິ່ນ​ບໍ່​ໄດ້​ກິນ​ຫຍັງ​ເລີຍ ເພິ່ນ​ຈຶ່ງ​ຫິວ​ເຂົ້າ​ແຮງ.  ມານ​ຮ້າຍ​ບອກ​ພະ​ເຢຊູ​ວ່າ: “ຖ້າ​ເຈົ້າ​ເປັນ​ລູກ​ຂອງ​ພະເຈົ້າ* ເສກ​ກ້ອນ​ຫີນ​ນີ້​ໃຫ້​ເປັນ​ຂອງກິນ​ແມ້.”  ແຕ່​ພະ​ເຢຊູ​ຕອບ​ວ່າ: “ພະຄຳພີ​ບອກ​ໄວ້​ວ່າ ‘ຄົນ​ເຮົາ​ຈະ​ມີ​ຊີວິດ​ຢູ່​ໄດ້ ບໍ່​ແມ່ນ​ດ້ວຍ​ອາຫານ​ເທົ່າ​ນັ້ນ.’”+  ຈາກນັ້ນ ມານ​ຮ້າຍ​ກໍ​ພາ​ພະ​ເຢຊູ​ຂຶ້ນ​ໄປ​ບ່ອນ​ທີ່​ສູງ​ໆ​ ແລະ​ມັນ​ໃຫ້​ເພິ່ນ​ເຫັນ​ທຸກ​ປະເທດ​ໃນ​ໂລກ​ພາຍ​ໃນ​ແວັບ​ດຽວ.+  ແລ້ວ​ມານ​ຮ້າຍ​ກໍ​ເວົ້າ​ວ່າ: “ຂ້ອຍ​ຈະ​ຍົກ​ອຳນາດ​ແລະ​ຄວາມ​ຍິ່ງໃຫຍ່​ທັງໝົດ​ນີ້​ໃຫ້​ເຈົ້າ. ມັນ​ເປັນ​ຂອງ​ຂ້ອຍ+​ແລະ​ຂ້ອຍ​ຢາກ​ຈະ​ເອົາ​ໃຫ້​ຜູ້​ໃດ​ກໍ​ໄດ້.  ຖ້າ​ເຈົ້າ​ໝູບ​ລົງ​ກົ້ມ​ກາບ​ຂ້ອຍ​ແຕ່​ເທື່ອ​ດຽວ ທັງໝົດ​ນີ້​ຈະ​ເປັນ​ຂອງ​ເຈົ້າ.”  ພະ​ເຢຊູ​ຈຶ່ງ​ບອກ​ມານ​ຮ້າຍ​ວ່າ: “ພະຄຳພີ​ບອກ​ໄວ້​ວ່າ ‘ເຈົ້າ​ຕ້ອງ​ນະມັດສະການ​ພະ​ເຢໂຫວາ*​ພະເຈົ້າ​ຂອງ​ເຈົ້າ ແລະ​ຮັບໃຊ້​ເພິ່ນ​ຜູ້​ດຽວ​ເທົ່າ​ນັ້ນ.’”*+  ຈາກນັ້ນ ມານ​ຮ້າຍ​ກໍ​ພາ​ພະ​ເຢຊູ​ເຂົ້າ​ໄປ​ໃນ​ເມືອງ​ເຢຣູຊາເລັມ​ແລະ​ໃຫ້​ເພິ່ນ​ຢືນ​ຢູ່​ຈຸດ​ທີ່​ສູງ​ທີ່​ສຸດ​ຂອງ​ວິຫານ ແລ້ວ​ທ້າ​ເພິ່ນ​ວ່າ: “ຖ້າ​ເຈົ້າ​ເປັນ​ລູກ​ຂອງ​ພະເຈົ້າ​ກໍ​ໂດດ​ລົງ​ໄປ​ໂລດ+ 10  ຍ້ອນ​ພະຄຳພີ​ຂຽນ​ໄວ້​ວ່າ ‘ເພິ່ນ​ຈະ​ສັ່ງ​ພວກ​ທູດສະຫວັນ​ໃຫ້​ຊ່ວຍ​ເຈົ້າ​ແລະ​ປົກປ້ອງ​ເຈົ້າ’ 11  ແລະ ‘ທູດສະຫວັນ​ຈະ​ເອົາ​ມື​ຮັບ​ເຈົ້າ​ໄວ້ ເພື່ອ​ບໍ່​ໃຫ້​ຕີນ​ເຈົ້າ​ຖືກ​ຫີນ.’”+ 12  ພະ​ເຢຊູ​ບອກ​ມານ​ຮ້າຍ​ວ່າ: “ພະຄຳພີ​ບອກ​ໄວ້​ວ່າ ‘ຢ່າ​ທ້າທາຍ​ພະ​ເຢໂຫວາ*​ພະເຈົ້າ​ຂອງ​ເຈົ້າ.’”+ 13  ເມື່ອ​ມານ​ຮ້າຍ​ລໍ້ໃຈ​ພະ​ເຢຊູ​ແລ້ວ​ໆ​ ມັນ​ກໍ​ໜີ​ໄປ ແລະ​ລໍ​ຖ້າ​ຈົນ​ກວ່າ​ຈະ​ມີ​ໂອກາດ​ອີກ.+ 14  ພະ​ເຢຊູ​ກັບ​ມາ​ແຂວງ​ຄາລີເລ​ແລະ​ພະລັງ​ຂອງ​ພະເຈົ້າ​ກໍ​ຢູ່​ກັບ​ເພິ່ນ.+ ຊື່​ສຽງ​ຂອງ​ເພິ່ນ​ໄດ້​ຊ່າ​ລື​ໄປ​ທົ່ວ​ເຂດ​ນັ້ນ. 15  ພະ​ເຢຊູ​ເລີ່ມ​ສອນ​ໃນ​ບ່ອນ​ປະຊຸມ​ຂອງ​ຄົນ​ຢິວ ແລະ​ທຸກ​ຄົນ​ກໍ​ຍົກຍ້ອງ​ເພິ່ນ. 16  ພະ​ເຢຊູ​ໄປ​ເມືອງ​ນາຊາເຣັດ+​ເຊິ່ງ​ເປັນ​ເມືອງ​ທີ່​ເພິ່ນ​ໃຫຍ່​ຂຶ້ນ​ມາ. ເພິ່ນ​ເຂົ້າ​ໄປ​ບ່ອນ​ປະຊຸມ​ຂອງ​ຄົນ​ຢິວ+​ໃນ​ວັນ​ຊະບາໂຕ​ຄື​ກັບ​ທີ່​ເຄີຍ​ເຮັດ​ຜ່ານ​ມາ ແລະ​ຢືນ​ຂຶ້ນ​ເພື່ອ​ຈະ​ອ່ານ​ພະຄຳພີ. 17  ມີ​ຄົນ​ຍື່ນ​ມ້ວນ​ໜັງສື​ຂອງ​ຜູ້​ພະຍາກອນ​ເອຊາຢາ​ໃຫ້​ເພິ່ນ ແລ້ວ​ເພິ່ນ​ກໍ​ມາຍ​ມ້ວນ​ໜັງສື​ນັ້ນ​ໄປ​ບ່ອນ​ທີ່​ຂຽນ​ວ່າ: 18  “ພະ​ເຢໂຫວາ*​ເອົາ​ພະລັງ​ຂອງ​ເພິ່ນ​ໃຫ້​ຂ້ອຍ. ເພິ່ນ​ແຕ່ງຕັ້ງ​ຂ້ອຍ​ໃຫ້​ປະກາດ​ຂ່າວດີ​ກັບ​ຄົນ​ທຸກຍາກ ໃຫ້​ປະກາດ​ເລື່ອງ​ການ​ປົດ​ປ່ອຍ​ກັບ​ພວກ​ຊະເລີຍ ໃຫ້​ບອກ​ຄົນ​ຕາບອດ​ວ່າ​ລາວ​ຈະ​ເຫັນ​ຮຸ່ງ ໃຫ້​ປົດ​ປ່ອຍ​ຄົນ​ທີ່​ຖືກ​ກົດຂີ່+ 19  ແລະ​ໃຫ້​ປະກາດ​ວ່າ​ຮອດ​ເວລາ​ໄດ້​ຮັບ​ພອນ​ຈາກ​ພະ​ເຢໂຫວາ*​ແລ້ວ.”+ 20  ເມື່ອ​ອ່ານ​ຈົບ ພະ​ເຢຊູ​ໄດ້​ກໍ້​ມ້ວນ​ໜັງສື​ນັ້ນ​ສົ່ງ​ຄືນ​ໃຫ້​ເຈົ້າ​ໜ້າທີ່​ຢູ່​ບ່ອນ​ປະຊຸມ​ແລ້ວ​ເພິ່ນ​ກໍ​ນັ່ງ​ລົງ ແລະ​ທຸກ​ຄົນ​ໃນ​ບ່ອນ​ປະຊຸມ​ກໍ​ແນມ​ເບິ່ງ​ເພິ່ນ. 21  ເພິ່ນ​ຈຶ່ງ​ເວົ້າ​ກັບ​ເຂົາເຈົ້າ​ວ່າ: “ມື້​ນີ້ ເລື່ອງ​ທີ່​ຂ້ອຍ​ອ່ານ​ຈາກ​ພະຄຳພີ​ຂໍ້​ນີ້​ກໍ​ເກີດ​ຂຶ້ນ​ແລ້ວ.”+ 22  ທຸກ​ຄົນ​ກໍ​ເວົ້າ​ຊົມເຊີຍ​ພະ​ເຢຊູ​ແລະງຶດ​ໃນ​ການ​ສອນທີ່​ເປັນ​ຕາ​ຟັງ​ຂອງ​ເພິ່ນ.+ ເຂົາເຈົ້າ​ພາກັນ​ເວົ້າ​ວ່າ: “ຜູ້​ນີ້​ແມ່ນ​ລູກ​ຊາຍ​ຂອງ​ໂຢເຊັບ​ຕົ໋ວ?”+ 23  ເພິ່ນ​ຈຶ່ງ​ບອກ​ເຂົາເຈົ້າ​ວ່າ: “ພວກ​ເຈົ້າ​ຄື​ຊິ​ຢາກ​ຍົກ​ສຸພາສິດ​ຂໍ້​ທີ່​ບອກ​ວ່າ ‘ເປັນ​ໝໍ​ກໍ​ຕ້ອງ​ປົວ​ໂຕເອງ’ ແລະ​ເວົ້າ​ກັບ​ຂ້ອຍ​ວ່າ ‘ພວກ​ເຮົາ​ໄດ້​ຍິນ​ວ່າ​ເຈົ້າ​ເຮັດ​ຫຼາຍ​ສິ່ງ​ຫຼາຍ​ຢ່າງ​ໃນ​ເມືອງ​ກາເປນາອູມ ໃຫ້​ເຮັດ​ແບບ​ນັ້ນ​ໃນ​ເມືອງ​ທີ່​ເຈົ້າ​ຢູ່​ນຳ​ແມ້.’”+ 24  ພະ​ເຢຊູ​ເວົ້າ​ຕໍ່​ໄປ​ວ່າ: “ຂ້ອຍ​ຈະ​ບອກ​ໃຫ້​ຮູ້​ວ່າ ບໍ່​ມີ​ຜູ້​ພະຍາກອນ​ຄົນ​ໃດ​ດອກ​ທີ່​ຖືກ​ຍອມຮັບ​ໃນ​ເມືອງ​ທີ່​ໂຕເອງ​ຢູ່.+ 25  ໃຫ້​ເບິ່ງ​ໃນ​ສະໄໝ​ຂອງ​ເອລີຢາ​ແມ້ ຕອນ​ທີ່​ຝົນ​ບໍ່​ຕົກ 3 ປີ​ເຄິ່ງ​ແລະ​ມີ​ຄວາມ​ອຶດຢາກ​ຄັ້ງ​ໃຫຍ່+ ຕອນນັ້ນ​ໃນ​ອິດສະຣາເອນ​ມີ​ແມ່​ໝ້າຍ​ຫຼາຍ​ຄົນ 26  ແຕ່​ພະເຈົ້າ​ບໍ່​ໄດ້​ໃຊ້​ເອລີຢາ​ໄປ​ຫາ​ແມ່​ໝ້າຍ​ເຫຼົ່າ​ນັ້ນ​ເລີຍ ແຕ່​ພັດ​ໃຫ້​ລາວ​ໄປ​ຫາ​ແມ່​ໝ້າຍ​ຄົນ​ໜຶ່ງ​ຢູ່​ເມືອງ​ຊາເຣຟັດ​ໃນ​ເຂດ​ຊີໂດນ.+ 27  ໃນ​ສະໄໝ​ຂອງ​ຜູ້​ພະຍາກອນ​ເອລີຊາ​ກໍ​ຄື​ກັນ ໃນ​ອິດສະຣາເອນ​ມີ​ຫຼາຍ​ຄົນ​ເປັນ​ຂີ້ທູດ ແຕ່​ບໍ່​ມີ​ຜູ້​ໃດ​ໄດ້​ຮັບ​ການ​ປິ່ນປົວ​ນອກ​ຈາກ​ນາອາມານ​ຄົນ​ຊີເຣຍ​ເທົ່າ​ນັ້ນ.”+ 28  ເມື່ອ​ຄົນ​ໃນ​ບ່ອນ​ປະຊຸມ​ໄດ້​ຍິນ​ແບບ​ນັ້ນ​ກໍ​ໃຈຮ້າຍ​ຫຼາຍ.+ 29  ເຂົາເຈົ້າ​ຈຶ່ງ​ລຸກ​ຂຶ້ນ​ແລະ​ຍູ້​ພະ​ເຢຊູ​ອອກ​ໄປ​ນອກ​ເມືອງ ຈົນ​ຮອດ​ໜ້າ​ຜາ​ຢູ່​ເທິງ​ພູ​ບ່ອນ​ທີ່​ເມືອງ​ນັ້ນ​ຕັ້ງ​ຢູ່ ເພື່ອ​ຈະ​ຊຸກ​ເພິ່ນ​ໃຫ້ຕົກ​ລົງ​ຈາກ​ຜາ. 30  ແຕ່​ເພິ່ນຍ່າງ​ຜ່າ​ເຂົາເຈົ້າ​ອອກ​ມາ​ໄດ້​ແລ້ວ​ເດີນ​ທາງ​ໄປ​ຕໍ່.+ 31  ພະ​ເຢຊູ​ໄປ​ເມືອງ​ກາເປນາອູມ​ໃນ​ແຂວງ​ຄາລີເລ​ແລະ​ສອນ​ປະຊາຊົນ​ໃນ​ວັນ​ຊະບາໂຕ.+ 32  ຄົນ​ທີ່​ໄດ້​ຟັງ​ກໍຮູ້ສຶກ​ງຶດ​ໃນ​ວິທີ​ສອນ​ຂອງ​ພະ​ເຢຊູ+ ຍ້ອນ​ເພິ່ນ​ສອນ​ແບບ​ຄົນ​ທີ່​ໄດ້​ຮັບ​ອຳນາດ​ຈາກ​ພະເຈົ້າ. 33  ໃນ​ບ່ອນ​ປະຊຸມ​ນັ້ນ ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ຖືກ​ປີສາດ​ຮ້າຍ​ສິງ​ຢູ່. ລາວ​ຮ້ອງ​ສຽງ​ດັງ​ວ່າ:+ 34  “ເຢຊູ​ຄົນ​ນາຊາເຣັດ​ເອີ້ຍ+ ເຈົ້າ​ຊິ​ມາ​ວຸ່ນວາຍ​ກັບ​ຂ້ອຍ​ເຮັດ​ຫຍັງ? ຈະ​ມາ​ທຳລາຍ​ຂ້ອຍ​ຫວະ? ຂ້ອຍ​ຮູ້​ໄດ໋​ວ່າ​ເຈົ້າ​ແມ່ນ​ໃຜ. ເຈົ້າ​ເປັນ​ຜູ້​ບໍລິສຸດ​ຂອງ​ພະເຈົ້າ!”+ 35  ແຕ່​ພະ​ເຢຊູ​ສັ່ງ​ມັນ​ວ່າ: “ມິດ​ແມະ! ອອກ​ໄປ​ຈາກ​ລາວ​ດຽວ​ນີ້.” ປີສາດ​ໄດ້​ເຮັດ​ໃຫ້​ຜູ້​ຊາຍ​ຄົນ​ນັ້ນ​ລົ້ມ​ລົງ​ຕໍ່​ໜ້າ​ຫຼາຍ​ຄົນ ແລ້ວ​ກໍ​ອອກ​ໄປ​ຈາກ​ລາວໂດຍ​ບໍ່​ໄດ້​ທຳຮ້າຍ​ລາວ​ເລີຍ. 36  ທຸກ​ຄົນ​ແປກໃຈ​ແລະ​ພາກັນ​ເວົ້າ​ວ່າ: “ແມ່ນ​ຫຍັງ​ນິ? ຄຳເວົ້າ​ຂອງ​ລາວ​ມີ​ພະລັງ​ອຳນາດ​ເຖິງຂັ້ນ​ສັ່ງ​ປີສາດ​ຮ້າຍ​ໃຫ້​ອອກ​ມາ​ໄດ້​ເລີຍ​ຫວະ!” 37  ເລື່ອງ​ຂອງ​ພະ​ເຢຊູ​ກໍ​ຊ່າ​ລື​ໄປ​ທົ່ວ​ເຂດ​ນັ້ນ. 38  ເມື່ອ​ພະ​ເຢຊູ​ອອກ​ຈາກ​ບ່ອນ​ປະຊຸມ​ຂອງ​ຄົນ​ຢິວ​ແລ້ວ ເພິ່ນ​ກໍ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ເປໂຕ. ຕອນນັ້ນ ແມ່​ເຖົ້າ​ຂອງ​ເປໂຕ​ເປັນ​ໄຂ້​ແຮງ ເຂົາເຈົ້າ​ຈຶ່ງ​ຂໍ​ໃຫ້​ເພິ່ນ​ຊ່ວຍ​ລາວ.+ 39  ເພິ່ນ​ມາ​ຢືນ​ຢູ່​ທາງ​ຂ້າງ​ລາວ​ແລ້ວ​ປົວ​ລາວ​ໃຫ້​ເຊົາ​ໄຂ້. ທັນໃດ​ນັ້ນ ລາວ​ກໍ​ລຸກ​ຂຶ້ນ​ມາ​ແຕ່ງ​ກິນ​ໃຫ້​ເຂົາເຈົ້າ. 40  ເມື່ອ​ຕາເວັນ​ໃກ້​ຈະ​ຕົກ ມີ​ຫຼາຍ​ຄົນ​ພາ​ຄົນ​ທີ່​ເຈັບ​ປ່ວຍ​ເປັນ​ພະຍາດ​ຕ່າງ​ໆ​ມາ​ຫາ​ພະ​ເຢຊູ ແລະ​ເພິ່ນ​ກໍ​ວາງ​ມື​ເທິງ​ແຕ່​ລະ​ຄົນ ແລະ​ປົວ​ເຂົາເຈົ້າ​ໃຫ້​ດີ​ເປັນ​ປົກກະຕິ.+ 41  ເພິ່ນ​ໄດ້​ໄລ່​ປີສາດ​ອອກ​ຈາກ​ຫຼາຍ​ຄົນ​ນຳ​ອີກ. ພວກ​ມັນ​ຮ້ອງ​ວ່າ: “ທ່ານ​ເປັນ​ລູກ​ຂອງ​ພະເຈົ້າ!”+ ແຕ່​ພະ​ເຢຊູ​ຫ້າມ​ບໍ່​ໃຫ້​ປີສາດ​ເວົ້າ+ ຍ້ອນ​ພວກ​ມັນ​ຮູ້​ວ່າ​ເພິ່ນ​ເປັນ​ພະຄລິດ.+ 42  ເມື່ອ​ແຈ້ງ​ແລ້ວ ພະ​ເຢຊູ​ກໍ​ອອກ​ໄປ​ໃນ​ບ່ອນ​ທີ່​ຫ່າງ​ໄກ​ຈາກ​ຄົນ+ ແຕ່​ຄົນ​ບັກ​ຫຼາຍ​ໆ​ກໍ​ຊອກ​ຫາ​ເພິ່ນ​ຈົນ​ເຫັນ. ເຂົາເຈົ້າ​ພະຍາຍາມ​ຖ່ວງ​ເພິ່ນ​ໄວ້​ບໍ່​ໃຫ້​ໄປ​ຈາກ​ເຂົາເຈົ້າ. 43  ແຕ່​ເພິ່ນ​ບອກ​ເຂົາເຈົ້າ​ວ່າ: “ຂ້ອຍ​ຕ້ອງ​ປະກາດ​ຂ່າວດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ໃນ​ເມືອງ​ອື່ນ​ໆ​ນຳ ຍ້ອນ​ພະເຈົ້າ​ສົ່ງ​ຂ້ອຍ​ມາ​ເພື່ອ​ເຮັດ​ວຽກ​ນີ້.”+ 44  ແລ້ວ​ເພິ່ນ​ກໍ​ໄປ​ປະກາດ​ຕາມ​ບ່ອນ​ປະຊຸມ​ຂອງ​ຄົນ​ຢິວ​ໃນ​ແຂວງ​ຢູດາ​ຍ.

ຂໍຄວາມໄຂເງື່ອນ

ຫຼື “ລູກ​ຄົນ​ໜຶ່ງ​ຂອງ​ພະເຈົ້າ”
ຫຼື “ເຮັດ​ວຽກ​ຮັບໃຊ້​ທີ່​ສັກສິດ​ໃຫ້​ເພິ່ນ​ຜູ້​ດຽວ​ເທົ່າ​ນັ້ນ”