ຂ່າວດີທີ່ຂຽນໂດຍລູກາ 7:1-50

  • ນາຍ​ຮ້ອຍ​ມີ​ຄວາມ​ເຊື່ອ​ຫຼາຍ (1-10)

  • ພະ​ເຢຊູ​ປຸກ​ລູກ​ຊາຍ​ຂອງ​ແມ່​ໝ້າຍ​ຢູ່​ເມືອງ​ນາອິນ​ໃຫ້​ຄືນ​ມາ​ຈາກ​ຕາຍ (11-17)

  • ພະ​ເຢຊູ​ຍົກຍ້ອງ​ໂຢຮັນ​ຜູ້​ໃຫ້​ບັບເຕມາ (18-30)

  • ພະ​ເຢຊູ​ຕຳໜິ​ຄົນ​ທີ່​ບໍ່​ຟັງ (31-35)

  • ຜູ້​ຍິງ​ບໍ່​ດີ​ໄດ້​ຮັບ​ການ​ຍົກໂທດ (36-50)

    • ຕົວຢ່າງ​ປຽບທຽບ​ເລື່ອງ​ລູກໜີ້ (41-43)

7  ເມື່ອ​ພະ​ເຢຊູ​ສອນ​ປະຊາຊົນ​ແລ້ວ​ໆ​ ເພິ່ນ​ກໍ​ເຂົ້າ​ໄປ​ໃນ​ເມືອງ​ກາເປນາອູມ.  ນາຍ​ຮ້ອຍ​ຜູ້​ໜຶ່ງ​ທີ່​ຢູ່​ຫັ້ນ​ມີ​ທາດ​ທີ່​ບໍ່​ສະບາຍ​ແຮງ​ຈົນ​ໃກ້​ຊິ​ຕາຍ ແລະ​ລາວ​ຮັກ​ທາດ​ຜູ້​ນີ້​ຫຼາຍ.+  ເມື່ອ​ນາຍ​ຮ້ອຍ​ໄດ້​ຍິນ​ເລື່ອງ​ພະ​ເຢຊູ ລາວ​ກໍ​ສົ່ງ​ຜູ້​ນຳ​ຄົນ​ຢິວ​ບາງ​ຄົນ​ໄປ​ຂໍ​ໃຫ້​ພະ​ເຢຊູ​ມາ​ປົວ​ທາດ​ຂອງ​ລາວ.  ເຂົາເຈົ້າ​ມາ​ຫາ​ພະ​ເຢຊູ​ແລະ​ອ້ອນວອນ​ວ່າ: “ທ່ານ​ຄວນ​ຊ່ວຍ​ນາຍ​ຮ້ອຍ​ຜູ້​ນີ້​ແທ້​ໆ​  ຍ້ອນ​ລາວ​ຮັກ​ປະເທດ​ຂອງ​ພວກ​ເຮົາ​ແລະ​ໄດ້​ສ້າງ​ບ່ອນ​ປະຊຸມ​ໃຫ້​ພວກ​ເຮົາ​ນຳ.”  ພະ​ເຢຊູ​ຈຶ່ງ​ໄປ​ກັບ​ເຂົາເຈົ້າ ແຕ່​ເມື່ອ​ເດີນ​ທາງ​ເກືອບ​ຈະ​ຮອດ​ເຮືອນ​ຂອງ​ນາຍ​ຮ້ອຍ ລາວ​ກໍ​ໃຊ້​ພວກ​ໝູ່​ໃຫ້​ມາ​ບອກ​ພະ​ເຢຊູ​ວ່າ: “ທ່ານ​ເອີ້ຍ ບໍ່​ຕ້ອງ​ມາ​ເຮືອນ​ຂ້ອຍ​ກະ​ໄດ້. ຂ້ອຍ​ບໍ່​ດີ​ພໍ​ທີ່​ທ່ານ​ຈະ​ເຂົ້າ​ໄປ​ໃນ​ເຮືອນ​ຂ້ອຍ​ດອກ+  ແລະຂ້ອຍ​ກໍ​ຄິດ​ວ່າ​ໂຕເອງ​ບໍ່​ດີ​ພໍ​ທີ່​ຈະ​ໄປ​ຫາ​ທ່ານ​ຄື​ກັນ. ຂໍ​ພຽງ​ແຕ່​ທ່ານ​ສັ່ງ​ວ່າ ‘ໃຫ້​ເຊົາ’ ຄົນ​ຮັບໃຊ້​ຂອງ​ຂ້ອຍ​ກໍ​ຈະ​ເຊົາ​ໂລດ.  ຂ້ອຍ​ເອງ​ກໍ​ມີ​ເຈົ້າ​ນາຍ​ທີ່​ສັ່ງ​ຂ້ອຍ​ແລະ​ມີ​ລູກ​ນ້ອງ​ທີ່​ຂ້ອຍ​ສັ່ງ​ໄດ້​ຄື​ກັນ ຖ້າ​ຂ້ອຍ​ສັ່ງ​ຜູ້​ໜຶ່ງ​ວ່າ ‘ໄປ​ໂລດ!’ ລາວ​ກໍ​ໄປ ຫຼື​ສັ່ງ​ອີກ​ຜູ້​ໜຶ່ງ​ວ່າ ‘ມາ​ແມະ!’ ລາວ​ກໍ​ມາ. ຖ້າ​ຂ້ອຍ​ສັ່ງ​ທາດ​ໃຫ້​ໄປ​ເຮັດ​ນັ້ນ​ເຮັດ​ນີ້ ລາວ​ກໍ​ເຮັດ​ຕາມ.”  ເມື່ອ​ໄດ້​ຍິນ​ແບບ​ນັ້ນ ພະ​ເຢຊູ​ກໍ​ແປກໃຈ​ຫຼາຍ​ແລະ​ປິ່ນ​ໄປ​ເວົ້າ​ກັບ​ຄົນ​ທີ່​ນຳ​ເພິ່ນ​ມາ​ວ່າ: “ຂ້ອຍ​ຈະ​ບອກ​ໃຫ້​ຮູ້​ວ່າ ຂ້ອຍ​ບໍ່​ເຄີຍ​ເຫັນ​ຜູ້​ໃດ​ມີ​ຄວາມ​ເຊື່ອ​ຫຼາຍ​ສ່ຳ​ນີ້ ແມ່ນ​ແຕ່​ຄົນ​ອິດສະຣາເອນ.”+ 10  ເມື່ອ​ພວກ​ໝູ່​ທີ່​ຖືກ​ສົ່ງ​ມາ​ນັ້ນ​ກັບ​ເມືອ​ຮອດ​ເຮືອນ​ນາຍ​ຮ້ອຍ ເຂົາເຈົ້າ​ກໍ​ເຫັນ​ວ່າ​ທາດ​ຄົນ​ນັ້ນ​ດີ​ເປັນ​ປົກກະຕິ​ແລ້ວ.+ 11  ຫຼັງ​ຈາກນັ້ນ​ບໍ່​ດົນ ພະ​ເຢຊູ​ໄດ້​ໄປ​ເມືອງ​ນາອິນ ແລະ​ພວກ​ລູກສິດ​ກັບ​ຄົນ​ກຸ່ມ​ໃຫຍ່​ກໍ​ຕິດຕາມ​ເພິ່ນ​ໄປ​ຄື​ກັນ. 12  ເມື່ອ​ໃກ້​ຈະ​ຮອດ​ປະຕູ​ເມືອງ​ກໍ​ມີ​ຄົນ​ຫາມ​ສົບ​ຜູ້​ຊາຍ​ຄົນ​ໜຶ່ງ​ອອກ​ມາ. ຜູ້​ທີ່​ຕາຍ​ເປັນ​ລູກ​ຊາຍ​ຄົນ​ດຽວ​ຂອງ​ແມ່​ໝ້າຍ.+ ມີ​ຄົນ​ບັກ​ຫຼາຍ​ໆ​ຈາກ​ເມືອງ​ນັ້ນ​ມາ​ກັບ​ລາວ. 13  ເມື່ອ​ພະ​ເຢຊູ​ເຫັນ​ແມ່​ໝ້າຍ​ຜູ້​ນັ້ນ ເພິ່ນ​ກໍ​ຮູ້ສຶກ​ອີ່ຕົນ+​ຈຶ່ງ​ເວົ້າ​ກັບ​ລາວ​ວ່າ: “ບໍ່​ຕ້ອງ​ໄຫ້.”+ 14  ແລ້ວ​ເພິ່ນ​ກໍ​ເຂົ້າ​ໄປ​ໃກ້​ແລະ​ບາຍ​ເປ​ນັ້ນ. ຄົນ​ທີ່​ຫາມ​ເປ​ກໍ​ຢຸດ ແລະ​ເພິ່ນ​ເວົ້າ​ວ່າ: “ຊາຍ​ໜຸ່ມ​ເອີ້ຍ ຂ້ອຍ​ສັ່ງ​ເຈົ້າ​ໃຫ້​ລຸກ​ຂຶ້ນ!”+ 15  ຜູ້​ທີ່​ຕາຍ​ນັ້ນ​ກໍ​ລຸກ​ຂຶ້ນ​ນັ່ງ​ແລ້ວ​ເລີ່ມ​ເວົ້າ ພະ​ເຢຊູ​ຈຶ່ງ​ເອົາ​ລາວ​ສົ່ງ​ຄືນ​ໃຫ້​ແມ່.+ 16  ທຸກ​ຄົນ​ກໍ​ຢ້ານ ແລ້ວ​ພາກັນ​ສັນລະເສີນ​ພະເຈົ້າ​ວ່າ: “ມີ​ຜູ້​ພະຍາກອນ​ທີ່​ຍິ່ງໃຫຍ່​ຢູ່​ກັບ​ພວກ​ເຮົາ​ແລ້ວ”+ ແລະ​ເຂົາເຈົ້າ​ຍັງ​ເວົ້າ​ອີກ​ວ່າ: “ພະເຈົ້າ​ສົນໃຈ​ປະຊາຊົນ​ຂອງ​ເພິ່ນ​ແລ້ວ.”+ 17  ຊື່​ສຽງ​ຂອງ​ພະ​ເຢຊູ​ກໍ​ຊ່າ​ລື​ໄປ​ທົ່ວ​ແຂວງ​ຢູດາຍ​ແລະ​ທົ່ວ​ເຂດ​ນັ້ນ. 18  ພວກ​ລູກສິດ​ຂອງ​ໂຢຮັນ​ເລົ່າ​ເລື່ອງ​ທັງໝົດ​ກ່ຽວກັບ​ພະ​ເຢຊູ​ໃຫ້​ລາວ​ຟັງ.+ 19  ໂຢຮັນ​ຈຶ່ງ​ເອີ້ນ​ລູກສິດ 2 ຄົນ​ຂອງ​ລາວ​ມາ​ແລະ​ໃຊ້​ໃຫ້​ໄປ​ຖາມ​ພະ​ເຢຊູ​ວ່າ: “ທ່ານ​ແມ່ນ​ຜູ້​ທີ່​ພວກ​ເຮົາ​ລໍ​ຖ້າ​ຢູ່​ແມ່ນ​ບໍ+ ຫຼື​ພວກ​ເຮົາ​ຍັງ​ຕ້ອງ​ລໍ​ຖ້າ​ຄົນ​ອື່ນ?” 20  ເມື່ອ 2 ຄົນ​ນັ້ນ​ມາ​ຫາ​ພະ​ເຢຊູ ເຂົາເຈົ້າ​ກໍ​ຖາມ​ເພິ່ນ​ວ່າ: “ໂຢຮັນ​ຜູ້​ໃຫ້​ບັບເຕມາ​ໃຊ້​ພວກ​ເຮົາ​ໃຫ້​ມາ​ຖາມ​ທ່ານ​ວ່າ ‘ທ່ານ​ແມ່ນ​ຜູ້​ທີ່​ພວກ​ເຮົາ​ລໍ​ຖ້າ​ຢູ່​ແມ່ນ​ບໍ ຫຼື​ພວກ​ເຮົາ​ຍັງ​ຕ້ອງ​ລໍ​ຖ້າ​ຄົນ​ອື່ນ?’” 21  ຕອນ​ນັ້ນ ພະ​ເຢຊູ​ກຳລັງ​ປົວ​ຄົນ​ບັກ​ຫຼາຍ​ໆ​ໃຫ້​ເຊົາ​ເຈັບ​ປ່ວຍ+​ແລະ​ໃຫ້​ເຊົາ​ພະຍາດ​ຮ້າຍ​ແຮງ​ຕ່າງ​ໆ​. ເພິ່ນ​ໄລ່​ປີສາດ​ອອກ​ຈາກ​ເຂົາເຈົ້າ ແລະ​ປົວ​ຄົນ​ຕາບອດ​ຫຼາຍ​ຄົນ​ໃຫ້​ເຫັນ​ຮຸ່ງ. 22  ພະ​ເຢຊູ​ຕອບ​ວ່າ: “ກັບ​ໄປ​ບອກ​ໂຢຮັນ​ວ່າ​ພວກ​ເຈົ້າ​ໄດ້​ເຫັນ​ແລະ​ໄດ້​ຍິນ​ຫຍັງ​ແດ່. ໃຫ້​ບອກ​ລາວ​ວ່າ ຄົນ​ຕາບອດ​ກໍ​ເຫັນ​ຮຸ່ງ+ ຄົນ​ເປັນ​ລ່ອຍ​ກໍ​ຍ່າງ​ໄດ້ ຄົນ​ຂີ້ທູດ​ກໍ​ດີ​ເປັນ​ປົກກະຕິ ຄົນ​ຫູ​ໜວກ​ກໍ​ໄດ້​ຍິນ+ ຄົນ​ຕາຍ​ກໍ​ຟື້ນ​ຄືນ​ມາ ແລະ​ຄົນ​ທຸກຍາກ​ກໍ​ໄດ້​ຍິນ​ຂ່າວດີ.+ 23  ຄົນ​ທີ່​ບໍ່​ສົງໄສ​ໃນ​ໂຕ​ຂ້ອຍ*​ກໍ​ມີ​ຄວາມ​ສຸກ.”+ 24  ເມື່ອ​ຄົນ​ສົ່ງ​ຂ່າວ​ຂອງ​ໂຢຮັນ​ໄປ​ແລ້ວ ພະ​ເຢຊູ​ກໍປິ່ນ​ມາ​ເວົ້າເລື່ອງ​ຂອງ​ໂຢຮັນ​ກັບ​ຄົນ​ທີ່​ຢູ່​ຫັ້ນ​ວ່າ: “ຕອນ​ເຂົ້າ​ໄປ​ໃນ​ບ່ອນ​ກັນດານ ພວກ​ເຈົ້າ​ຢາກ​ເຫັນ​ຫຍັງ? ຢາກ​ເຫັນ​ຕົ້ນ​ອໍ້​ທີ່​ໂອນ​ເອນ​ໄປ​ມາ​ຕາມ​ລົມ​ບໍ?+ 25  ຖ້າ​ບໍ່​ແມ່ນ ພວກ​ເຈົ້າ​ຢາກ​ເຫັນ​ຫຍັງ? ຢາກ​ເຫັນ​ຄົນ​ນຸ່ງ​ເຄື່ອງ​ອະລັງການ​ບໍ?+ ບໍ່​ແມ່ນ​ຕີ້ ເພາະ​ຄົນ​ທີ່​ນຸ່ງ​ເຄື່ອງ​ງາມ​ໆ​ແລະ​ຢູ່​ແບບ​ຫຼູຫຼາ​ຕ້ອງ​ຢູ່​ໃນ​ວັງ​ຂອງ​ກະສັດ. 26  ຄັນຊັ້ນ ພວກ​ເຈົ້າ​ໄປ​ຫັ້ນ​ເຮັດ​ຫຍັງ? ພວກ​ເຈົ້າ​ຢາກ​ເຫັນ​ຜູ້​ພະຍາກອນ​ແມ່ນ​ບໍ? ແມ່ນ​ແລ້ວ ແລະ​ຂ້ອຍ​ຈະ​ບອກ​ພວກ​ເຈົ້າ​ວ່າ ລາວ​ເປັນ​ຫຼາຍ​ກວ່າ​ຜູ້​ພະຍາກອນ​ອີກ.+ 27  ຜູ້​ນີ້​ແຫຼະ​ແມ່ນ​ຄົນ​ທີ່​ພະຄຳພີ​ບອກ​ໄວ້​ວ່າ ‘ຖ້າ​ເບິ່ງ​ເດີ້! ເຮົາ​ຈະ​ໃຫ້​ຜູ້​ສົ່ງ​ຂ່າວ​ຂອງ​ເຮົາ​ໄປ​ກ່ອນ​ເຈົ້າ. ລາວ​ຈະ​ກຽມ​ທາງ​ໄວ້​ໃຫ້​ເຈົ້າ.’+ 28  ຂ້ອຍ​ຈະ​ບອກ​ໃຫ້​ຮູ້​ວ່າ ໂຢຮັນ​ຜູ້​ນີ້​ຍິ່ງໃຫຍ່​ກວ່າ​ທຸກ​ຄົນ​ທີ່​ເຄີຍ​ເກີດ​ມາ​ໃນ​ໂລກ ແຕ່​ຄົນ​ທີ່​ມີ​ຕຳແໜ່ງ​ຕ່ຳ​ສຸດ​ໃນ​ການ​ປົກຄອງ​ທີ່​ຢູ່​ໃນ​ສະຫວັນ​ກໍ​ຍັງ​ຍິ່ງໃຫຍ່​ກວ່າ​ໂຢຮັນ​ອີກ.”+ 29  (ເມື່ອ​ປະຊາຊົນ​ກັບ​ຄົນ​ເກັບ​ພາສີ​ໄດ້​ຍິນ​ແບບ​ນັ້ນ​ກໍ​ພາກັນ​ເວົ້າ​ວ່າ​ພະເຈົ້າ​ຍຸຕິທຳ​ແລ້ວ. ເຂົາເຈົ້າ​ເວົ້າ​ແບບ​ນັ້ນ​ຍ້ອນ​ໂຢຮັນ​ໄດ້​ບັບເຕມາ​ໃຫ້​ເຂົາເຈົ້າ.+ 30  ແຕ່​ພວກ​ຟາຣີຊາຍ​ແລະ​ພວກ​ທີ່​ຊ່ຽວຊານ​ກົດໝາຍ​ຂອງ​ໂມເຊ​ພັດ​ບໍ່​ສົນໃຈ​ຄຳ​ແນະນຳ​ທີ່​ພະເຈົ້າ​ໃຫ້​ເຂົາເຈົ້າ+ ຍ້ອນ​ເຂົາເຈົ້າ​ບໍ່​ໄດ້​ຂໍ​ໃຫ້​ໂຢຮັນ​ບັບເຕມາ​ໃຫ້​ເຂົາເຈົ້າ.) 31  “ຂ້ອຍ​ຈະ​ປຽບທຽບ​ຄົນ​ສະໄໝ​ນີ້​ກັບ​ຜູ້​ໃດ? ເຂົາເຈົ້າ​ເປັນ​ຄື​ກັບ​ໃຜ?+ 32  ເຂົາ​ເຈົ້າ​ເປັນ​ຄື​ກັບ​ພວກ​ເດັກນ້ອຍ​ທີ່​ນັ່ງ​ຢູ່​ຕະຫຼາດ​ແລະ​ຮ້ອງ​ບອກ​ໝູ່​ວ່າ ‘ພວກ​ຂ້ອຍ​ເປົ່າ​ຂຸ່ຍ ແຕ່​ພວກ​ເຈົ້າ​ກໍ​ບໍ່​ຍອມ​ເຕັ້ນ. ພວກ​ຂ້ອຍ​ຮ້ອງໄຫ້ ແຕ່​ພວກ​ເຈົ້າ​ກໍ​ບໍ່​ຮ້ອງໄຫ້​ນຳ.’ 33  ຄື​ກັບ​ຕອນ​ທີ່​ໂຢຮັນ​ມາ ລາວ​ບໍ່​ກິນ​ເຂົ້າຈີ່​ແລະ​ບໍ່​ກິນ​ເຫຼົ້າແວງ+ ພວກ​ເຈົ້າ​ກໍ​ເວົ້າ​ໃຫ້​ວ່າ ‘ລາວ​ຖືກ​ປີສາດ​ສິງ.’ 34  ສ່ວນ​ລູກ​ມະນຸດ​ທັງ​ກິນ​ທັງ​ດື່ມ ຄົນ​ກໍ​ເວົ້າ​ໃຫ້​ວ່າ ‘ເບິ່ງ​ແມ້ ຄົນ​ມັກ​ກິນ​ມັກ​ດື່ມ ແລະ​ຍັງ​ເປັນ​ໝູ່​ກັບ​ຄົນ​ເກັບ​ພາສີ​ແລະ​ຄົນ​ທີ່​ມັກ​ເຮັດ​ຜິດ​ນຳ​ອີກ.’+ 35  ເມື່ອ​ຜູ້​ໃດ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ສິ່ງ​ນັ້ນ​ກໍ​ພິສູດ​ວ່າ​ລາວ​ມີ​ສະຕິ​ປັນຍາ.”+ 36  ຟາຣີຊາຍ​ຜູ້​ໜຶ່ງ​ຊື່​ຊີໂມນ​ຊວນ​ພະ​ເຢຊູ​ໄປ​ກິນ​ເຂົ້າ​ນຳ. ເພິ່ນ​ຈຶ່ງ​ໄປ​ເຮືອນ​ຂອງ​ລາວ​ແລະ​ນັ່ງ​ກິນ​ເຂົ້າ​ໂຕະ​ດຽວ​ກັບ​ລາວ. 37  ມີ​ຜູ້​ຍິງ​ຄົນ​ໜຶ່ງ​ທີ່​ຄົນ​ໃນ​ເມືອງ​ນັ້ນຮູ້​ວ່າ​ເປັນ​ຜູ້​ຍິງ​ບໍ່​ດີ. ລາວ​ໄດ້​ຍິນ​ຂ່າວ​ວ່າ​ພະ​ເຢຊູ​ມາ​ກິນ​ເຂົ້າ​ຢູ່​ເຮືອນ​ຂອງ​ຟາຣີຊາຍ ລາວ​ຈຶ່ງຖື​ຂວດ*​ນ້ຳມັນ​ຫອມ​ມາ​ເຮືອນ​ນັ້ນ.+ 38  ຜູ້​ຍິງ​ຄົນ​ນີ້​ມາ​ຢູ່​ທາງ​ຫຼັງ​ພະ​ເຢຊູ​ແລະ​ຄູ້ເຂົ່າ​ລົງ​ຢູ່​ຕີນ​ເພິ່ນ. ລາວ​ຮ້ອງໄຫ້​ນ້ຳ​ຕາ​ໄຫຼ​ໃສ່​ຕີນ​ເພິ່ນ​ຈົນ​ປຽກ ແລ້ວ​ກໍ​ເອົາ​ຜົມ​ຂອງ​ໂຕເອງ​ເຊັດ. ລາວ​ຈູບ​ຕີນ​ເພິ່ນ​ຄ່ອຍ​ໆ​ແລະ​ເທ​ນ້ຳມັນ​ຫອມ​ໃສ່​ຕີນ​ເພິ່ນ​ນຳ. 39  ເມື່ອ​ຟາຣີຊາຍ​ຜູ້​ທີ່​ຊວນ​ພະ​ເຢຊູ​ເຫັນ​ແບບ​ນັ້ນ​ກໍ​ຄິດ​ໃນ​ໃຈ​ວ່າ: “ຖ້າ​ຄົນ​ນີ້​ເປັນ​ຜູ້​ພະຍາກອນ​ແທ້ ລາວ​ຄື​ຊິ​ຮູ້​ວ່າ​ຜູ້​ຍິງ​ທີ່​ບາຍ​ຕີນ​ລາວ​ຢູ່​ນີ້​ແມ່ນ​ໃຜ. ລາວ​ຄື​ຊິ​ຮູ້​ວ່າ​ຜູ້​ຍິງ​ຄົນ​ນີ້​ເປັນ​ຄົນ​ບໍ່​ດີ.”+ 40  ແຕ່​ພະ​ເຢຊູ​ຮູ້​ວ່າ​ຟາຣີຊາຍ​ຄົນ​ນັ້ນ​ຄິດ​ຫຍັງ​ຢູ່ ເພິ່ນ​ຈຶ່ງ​ເວົ້າ​ກັບ​ລາວ​ວ່າ: “ຊີໂມນ ຂ້ອຍ​ມີ​ເລື່ອງ​ຈະ​ບອກ​ເຈົ້າ.” ລາວ​ເວົ້າ​ວ່າ: “ອາຈານ ເວົ້າ​ໂລດ.” 41  “ເຈົ້າ​ໜີ້​ຄົນ​ໜຶ່ງ​ມີ​ລູກ​ໜີ້ 2 ຄົນ ຜູ້​ໜຶ່ງ​ຕິດ​ໜີ້ 500 ເດນາຣິອົນ* ສ່ວນ​ອີກ​ຜູ້​ໜຶ່ງ​ຕິດ​ໜີ້ 50 ເດນາຣິອົນ. 42  ເມື່ອ​ເຂົາເຈົ້າ​ບໍ່​ມີ​ເງິນ​ໄຊ້​ໜີ້ ເຈົ້າ​ໜີ້​ກໍ​ເຕັມໃຈ​ຍົກ​ໜີ້​ໃຫ້​ທັງ​ສອງ​ຄົນ. ເຈົ້າ​ຄິດ​ວ່າ​ລູກ​ໜີ້​ຄົນ​ໃດ​ຈະ​ຮັກ​ເຈົ້າ​ໜີ້​ຫຼາຍ​ກວ່າ​ກັນ?” 43  ຊີໂມນ​ຕອບ​ວ່າ: “ຂ້ອຍ​ຄິດ​ວ່າ​ຄື​ຊິ​ແມ່ນ​ຄົນ​ທີ່​ຕິດ​ໜີ້​ຫຼາຍ​ກວ່າ.” ເພິ່ນ​ຈຶ່ງ​ເວົ້າ​ກັບ​ລາວ​ວ່າ: “ເຈົ້າ​ຕອບ​ຖືກ​ແລ້ວ.” 44  ແລ້ວ​ພະ​ເຢຊູ​ກໍ​ປິ່ນ​ໄປ​ທາງ​ຜູ້​ຍິງ​ຄົນ​ນັ້ນ​ແລະ​ເວົ້າ​ກັບ​ຊີໂມນ​ວ່າ: “ເບິ່ງ​ຜູ້​ຍິງ​ຄົນ​ນີ້​ແມ້. ຕອນ​ທີ່​ຂ້ອຍ​ເຂົ້າ​ມາ​ໃນ​ເຮືອນ ເຈົ້າ​ບໍ່​ໄດ້​ເອົາ​ນ້ຳ​ມາ​ໃຫ້​ຂ້ອຍ​ລ້າງ​ຕີນ. ແຕ່​ຜູ້​ຍິງ​ຄົນ​ນີ້​ໃຊ້​ນ້ຳ​ຕາ​ລ້າງ​ຕີນ​ຂ້ອຍ​ແລະ​ຍັງ​ເອົາ​ຜົມ​ຂອງ​ລາວ​ເຊັດ​ນຳ​ອີກ. 45  ເຈົ້າ​ບໍ່​ໄດ້​ຈູບ​ຕ້ອນຮັບ​ຂ້ອຍ ແຕ່​ຜູ້​ຍິງ​ຄົນ​ນີ້​ຈູບ​ຕີນ​ຂ້ອຍ​ຄ່ອຍ​ໆ​ບໍ່​ໄດ້​ເຊົາ​ເລີຍ​ຕັ້ງແຕ່​ຂ້ອຍ​ເຂົ້າ​ມາ. 46  ເຈົ້າ​ບໍ່​ໄດ້​ເທ​ນ້ຳມັນ​ໝາກກອກ​ໃສ່​ຫົວ​ຂ້ອຍ ແຕ່​ຜູ້​ຍິງ​ຄົນ​ນີ້​ເທ​ນ້ຳມັນ​ຫອມ​ໃສ່​ຕີນ​ຂ້ອຍ. 47  ຍ້ອນ​ແນວ​ນີ້ ຂ້ອຍ​ຈະ​ບອກ​ເຈົ້າ​ວ່າ ເຖິງ​ວ່າ​ຜູ້​ຍິງ​ຄົນ​ນີ້​ເຮັດ​ຜິດ​ຫຼາຍ​ຢ່າງ ແຕ່​ຂ້ອຍ​ຍົກໂທດ​ຄວາມ​ຜິດ​ທັງໝົດ​ໃຫ້​ລາວ​ແລ້ວ+ ຍ້ອນ​ລາວ​ໄດ້​ສະແດງ​ຄວາມ​ຮັກ​ຫຼາຍ. ສ່ວນ​ຄົນ​ທີ່​ໄດ້​ຮັບ​ການ​ຍົກໂທດ​ໜ້ອຍ ກໍ​ສະແດງ​ຄວາມ​ຮັກ​ໜ້ອຍ.” 48  ແລ້ວ​ພະ​ເຢຊູ​ບອກ​ຜູ້​ຍິງ​ຄົນ​ນັ້ນ​ວ່າ: “ຂ້ອຍ​ຍົກໂທດ​ຄວາມ​ຜິດ​ໃຫ້​ເຈົ້າ​ແລ້ວ.”+ 49  ຄົນ​ທີ່​ນັ່ງ​ກິນ​ເຂົ້າ​ໂຕະ​ດຽວ​ກັບ​ເພິ່ນ​ຈຶ່ງ​ເວົ້າ​ວ່າ: “ຜູ້​ນີ້​ແມ່ນ​ໃຜ​ຈຶ່ງ​ຍົກໂທດ​ຄວາມ​ຜິດ​ໃຫ້​ຄົນ​ອື່ນ​ໄດ້?”+ 50  ແຕ່​ພະ​ເຢຊູ​ບອກ​ຜູ້​ຍິງ​ຄົນ​ນັ້ນ​ວ່າ: “ຍ້ອນ​ເຈົ້າ​ມີ​ຄວາມ​ເຊື່ອ ພະເຈົ້າ​ໄດ້​ຊ່ວຍ​ເຈົ້າ​ໃຫ້​ລອດ​ແລ້ວ.+ ຂໍ​ໃຫ້​ສະບາຍ​ໃຈ​ເດີ້.”

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ບໍ່​ສະດຸດ​ຍ້ອນ​ຂ້ອຍ”
ແປ​ຕາມ​ໂຕ​ວ່າ “ຂວດ​ອະລາບາສ໌ເຕີ”
1 ເດນາຣິອົນ​ເທົ່າ​ກັບ​ຄ່າ​ຈ້າງ​ມື້​ໜຶ່ງ​ຂອງ​ຄົນ​ທີ່​ໃຊ້​ແຮງງານ. ເບິ່ງ​ພາກ​ຜະໜວກ ຂ14.