ສຸພາສິດ 7:1-27

  • ໃຫ້​ເຮັດ​ຕາມ​ຄຳສັ່ງ​ຂອງ​ພະເຈົ້າ​ແລະ​ຈະ​ມີ​ຊີວິດ (1-5)

  • ຄົນ​ໜຸ່ມ​ຄົນ​ໜຶ່ງ​ທີ່​ຂາດ​ປະສົບການ​ຖືກ​ລໍ້ໃຈ (6-27)

    • “ຄື​ກັບ​ງົວ​ຍ່າງ​ໄປ​ໂຮງ​ຂ້າ​ສັດ” (22)

7  ລູກ​ເອີ້ຍ ໃຫ້​ເຮັດ​ຕາມ​ຄຳເວົ້າ​ຂອງ​ພໍ່.ໃຫ້​ຖືວ່າ​ຄຳສັ່ງ​ຂອງ​ພໍ່​ມີຄ່າ​ຫຼາຍ.+   ໃຫ້​ເຮັດ​ຕາມ​ຄຳສັ່ງ ແລ້ວ​ລູກ​ຈະ​ມີ​ຊີວິດ​ຍືນຍາວ​ແລະ​ມີ​ຄວາມສຸກ.+ໃຫ້​ປົກປ້ອງ​ຄຳແນະນຳ*​ຂອງ​ພໍ່​ຄື​ກັບ​ປົກປ້ອງ​ໜ່ວຍຕາ​ຂອງ​ລູກ.   ໃຫ້​ມັດ​ມັນ​ໄວ້​ຢູ່​ນິ້ວມື້​ຂອງ​ລູກແລະ​ໃຫ້​ຂຽນ​ມັນ​ໄວ້​ຢູ່​ຫົວໃຈ​ຂອງ​ລູກ.+   ໃຫ້​ເວົ້າ​ກັບ​ສະຕິ​ປັນຍາ​ວ່າ: “ເຈົ້າ​ເປັນ​ເອື້ອຍ​ຂອງ​ຂ້ອຍ” ແລະ​ໃຫ້​ເອີ້ນ​ຄວາມ​ເຂົ້າໃຈ​ວ່າ: “ຍາດຕິພີ່ນ້ອງ​ຂອງ​ຂ້ອຍ.”   ສະຕິປັນຍາ​ແລະ​ຄວາມ​ເຂົ້າໃຈ​ຈະ​ປົກປ້ອງ​ລູກ​ຈາກ​ຜູ້ຍິງ​ທີ່​ຜິດສິນລະທຳ*+ແລະ​ຈະ​ປົກປ້ອງ​ລູກ​ຈາກ​ຜູ້ຍິງ​ທີ່​ຜິດສິນລະທຳ​ທີ່​ມັກ​ເວົ້າ​ຄຳຫວານ​ໆ​.*+   ເມື່ອ​ພໍ່​ແນມ​ລົງ​ໄປຈາກ​ປ່ອງຢ້ຽມ*​ເຮືອນ​ຂອງ​ພໍ່   ພໍ່​ກໍ​ເຫັນ​ພວກ​ຄົນ​ທີ່​ຂາດ​ປະສົບການ.ພໍ່​ເຫັນ​ວ່າ​ໃນ​ພວກ​ຄົນ​ໜຸ່ມສາວ​ມີ​ຊາຍໜຸ່ມ​ຄົນ​ໜຶ່ງ​ເປັນ​ຄົນ​ບໍ່​ຮູ້ຈັກ​ຄິດ.+   ລາວ​ຍ່າງ​ໄປ​ທາງ​ແຍກ​ທີ່​ຢູ່​ໃກ້​ເຮືອນ​ຂອງ​ຜູ້ຍິງ​ຄົນ​ໜຶ່ງແລະ​ລາວ​ກໍ​ຍ່າງ​ກົງ​ໄປ​ເຮືອນ​ຂອງ​ຜູ້ຍິງ​ຄົນນັ້ນ.   ໃນ​ຕອນແລງ​ໃກ້​ຊິ​ຄ່ຳ+ຕອນທີ່​ຟ້າ​ໃກ້​ຊິ​ມືດ 10  ພໍ່​ກໍ​ເຫັນ​ຜູ້ຍິງ​ຄົນ​ໜຶ່ງ​ຍ່າງ​ມາ​ຫາ​ລາວ.ຜູ້ຍິງ​ຄົນນັ້ນ​ແຕ່ງໂຕ​ຄືກັບ​ຜູ້ຍິງ​ຂາຍໂຕ*+​ແລະ​ເປັນ​ຜູ້ຍິງ​ທີ່​ມີ​ເລ່ລ່ຽມ. 11  ລາວ​ເວົ້າ​ສຽງດັງ​ແລະ​ບໍ່​ເກງໃຈ​ໃຜ.+ ລາວ​ບໍ່​ເຄີຍ​ຢູ່​ເຮືອນ​ເລີຍ. 12  ບາງເທື່ອ​ລາວ​ກໍ​ຢູ່​ທາງ​ນອກ. ບາງເທື່ອ​ລາວ​ກໍ​ຢູ່​ຕາມ​ເດີ່ນ​ຂອງ​ເມືອງ.ລາວ​ມັກ​ໄປ​ຈອບ​ເບິ່ງ​ຢູ່​ຕາມ​ທາງແຍກ.+ 13  ຜູ້ຍິງ​ຄົນນັ້ນ​ຈັບ​ຊາຍໜຸ່ມ​ມາ​ຈູບແລະ​ເວົ້າ​ກັບ​ລາວ​ແບບ​ໜ້າບໍ່ອາຍ​ວ່າ: 14  “ເຈົ້າ​ຮູ້​ບໍ? ຂ້ອຍ​ເອົາ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບສຸກ+​ໄປ​ໃຫ້​ໄດ໋ຫັ້ນ. ມື້ນີ້​ຂ້ອຍ​ໄດ້​ເຮັດ​ຕາມ​ທີ່​ສາບານ​ໄວ້​ແລ້ວ. 15  ຂ້ອຍ​ຈຶ່ງ​ອອກ​ມາ​ຊອກຫາ​ເຈົ້າແລະ​ຂ້ອຍ​ກໍ​ເຈິ​ເຈົ້າ​ແລ້ວ! 16  ຂ້ອຍ​ໄດ້​ເອົາ​ຜ້າ​ດີ​ໆ​ປູ​ບ່ອນນອນ​ຂອງ​ຂ້ອຍ​ໄວ້.ມັນ​ເປັນ​ຜ້າ​ລີນິນ​ສີສັນ​ສົດໃສ​ຈາກ​ເອຢິບ​ພຸ້ນ​ໄດ໋.+ 17  ແລ້ວ​ຂ້ອຍ​ກໍ​ໄດ້​ເອົາ​ມົດຍອບ* ໄມ້​ເກດສະໜາ ແລະ​ອົບເຊີຍ*+​ໄປ​ໃສ່​ບ່ອນນອນ​ຂອງ​ຂ້ອຍ​ນຳ. 18  ມາແມ້! ໃຫ້​ພວກເຮົາ​ມາ​ດື່ມ​ຈາກ​ຈອກ​ຂອງ​ຄວາມຮັກ​ຈົນ​ຮອດ​ຕອນເຊົ້າ.ໃຫ້​ພວກເຮົາ​ມາ​ມີ​ຄວາມສຸກ​ອັນ​ຮ້ອນແຮງ​ນຳກັນ 19  ເພາະ​ຜົວ​ຂ້ອຍ​ບໍ່​ຢູ່.ລາວ​ໄປ​ຕ່າງ​ແຂວງ. 20  ລາວ​ເອົາ​ຖົງ​ເງິນ​ໄປ​ນຳແລະ​ລາວ​ຈະ​ບໍ່​ກັບມາ​ຈົນ​ຮອດ​ທ້າຍ​ເດືອນ​ພຸ້ນ.” 21  ຜູ້ຍິງ​ຄົນນັ້ນ​ເວົ້າ​ອ້ອນ​ຈົນ​ຊາຍ​ໜຸ່ມ​ຫຼົງໄຫຼ.+ ຜູ້ຍິງ​ຄົນນັ້ນ​ໃຊ້​ຄຳເວົ້າ​ຫວານ​ໆ​ຍົ້ວຍວນ​ລາວ. 22  ແລ້ວ​ຊາຍໜຸ່ມ​ກໍ​ຍ່າງ​ໄປ​ຫາ​ຜູ້ຍິງ​ຄົນນັ້ນ​ຄືກັບ​ງົວ​ຍ່າງ​ໄປ​ໂຮງ​ຂ້າ​ສັດຄື​ກັບ​ຄົນ​ໂງ່​ທີ່​ຖືກ​ລ່າມ​ໂສ້*​ເພື່ອ​ເອົາ​ໄປ​ລົງໂທດ.+ 23  ລາວ​ບໍ່​ຮູ້​ວ່າ​ໂຕເອງ​ກຳລັງ​ຈະ​ຕາຍ​ຈົນ​ລູກທະນູ​ໄດ້​ແທງ​ຕັບ​ຂອງ​ລາວ.ລາວ​ເປັນ​ຄື​ກັບ​ນົກ​ທີ່​ຟ້າວ​ບິນ​ເຂົ້າ​ໄປ​ໃນ​ແຮ້ວ.+ 24  ລູກ​ເອີ້ຍ ຟັງ​ພໍ່​ເດີ້.ຂໍ​ໃຫ້​ລູກ​ສົນໃຈ​ຟັງ​ສິ່ງ​ທີ່​ພໍ່​ເວົ້າ. 25  ຢ່າ​ຫຼົງ​ໄປ​ກັບ​ການ​ລໍ້ໃຈ​ຂອງ​ຜູ້ຍິງ​ແບບນັ້ນ. ຢ່າ​ນຳ​ລາວ​ໄປ​ຕາມ​ບ່ອນ​ຕ່າງ​ໆ​+ 26  ຍ້ອນ​ລາວ​ໄດ້​ເຮັດ​ໃຫ້​ຫຼາຍ​ຄົນ​ຕາຍ+ແລະ​ຄົນ​ທີ່​ລາວ​ຂ້າ​ກໍ​ມີ​ຈຳນວນ​ຫຼາຍ.+ 27  ການ​ໄປ​ເຮືອນ​ຂອງ​ລາວ​ກໍ​ເປັນ​ຄືກັບ​ການ​ໄປ​ຂຸມ​ຝັງ​ສົບ*ການ​ໄປ​ບ່ອນ​ນັ້ນ​ກໍ​ສ່ຳກັບ​ໄປ​ຕາຍ.

ຂໍຄວາມໄຂເງື່ອນ

ຫຼື “ກົດໝາຍ”
ແປ​ຕາມ​ໂຕ​ວ່າ “ຢູ່​ຫ່າງ​ຈາກ.” ໃນ​ພາສາ​ເຮັບເຣີ​ຄຳ​ວ່າ “ຜິດ​ສິນລະທຳ” ອາດ​ໃຊ້​ເພື່ອ​ໝາຍເຖິງ​ຄົນ​ທີ່​ຢູ່​ຫ່າງ​ຈາກ​ພະເຈົ້າ​ແລະ​ບໍ່​ເຮັດ​ຕາມ​ມາດຕະຖານ​ດ້ານ​ສິນລະທຳ​ຂອງ​ເພິ່ນ.
ຫຼື “ມັກ​ເວົ້າ​ຍົ້ວຍວນ”
ໝາຍເຖິງ​ປ່ອງ​ຢ້ຽມ​ທີ່​ບໍ່​ມີ​ແກ້ວ ແຕ່​ມີ​ໄມ້​ຫຼື​ເສັ້ນ​ເຫຼັກ​ສານ​ກັນ​ເປັນ​ຕານ່າງ
ຫຼື “ແຕ່ງ​ໂຕ​ດ້ວຍ​ເຄື່ອງນຸ່ງ​ຂອງ​ຜູ້ຍິງ​ຂາຍ​ໂຕ”
ຕົ້ນໄມ້​ຊະນິດໜຶ່ງ​ທີ່​ເປືອກ​ມີ​ກິ່ນ​ຫອມ​ແລະ​ໃຊ້​ແຕ່ງ​ກິນ​ໄດ້
ຫຼື “ຖືກ​ຈັບ​ໃສ່​ຂື່”