ອາໂມດ 1:1-15

  • ອາໂມດ​ໄດ້​ຮັບ​ຂ່າວ​ສານ​ຈາກ​ພະ​ເຢໂຫວາ (1, 2)

  • ຄຳ​ຕັດສິນ​ຕໍ່​ຊາດ​ທີ່​ກະບົດ​ເທື່ອ​ແລ້ວ​ເທື່ອ​ອີກ (3-15)

    • ຊີເຣຍ (3-5) ຟີລິດສະຕີນ (6-8) ຕີເຣ (9, 10) ເອໂດມ (11, 12) ອຳໂມນ (13-15)

1  ຕໍ່ໄປ​ນີ້​ແມ່ນ​ຄຳເວົ້າ​ຂອງ​ອາໂມດ*​ທີ່​ເປັນ​ຄົນ​ລ້ຽງ​ແກະ​ຈາກ​ເມືອງ​ເຕໂກອາ.+ ສອງ​ປີ​ກ່ອນ​ເກີດ​ແຜ່ນດິນ​ໄຫວ+ ຕອນ​ທີ່​ກະສັດ​ອຸດຊີຢາ+​ປົກຄອງ​ຢູດາ ແລະ​ກະສັດ​ເຢໂຣໂບອາມ+​ລູກ​ຊາຍ​ຂອງ​ໂຢອາດ​ປົກຄອງ​ອິດສະຣາເອນ+ ພະເຈົ້າ​ໄດ້​ໃຫ້​ອາໂມດ​ເຫັນ​ນິມິດ​ກ່ຽວກັບ​ອິດສະຣາເອນ.  ລາວ​ເວົ້າ​ວ່າ: “ພະ​ເຢໂຫວາ​ຈະ​ແຜດ​ສຽງ​ອອກ​ຈາກ​ຊີໂອນ​ຄື​ກັບ​ໂຕ​ສິງແລະ​ເພິ່ນ​ຈະ​ຮ້ອງ​ດັງ​ໆ​ຈາກ​ເມືອງ​ເຢຣູຊາເລັມ. ທົ່ງ​ຫຍ້າ​ຂອງ​ຜູ້​ລ້ຽງ​ແກະ​ຈະ​ແຫ້ງ​ແລ້ງແລະ​ພືດ​ຜັກ​ຢູ່​ຈອມພູ​ກາເມນ​ຈະ​ຫ່ຽວ​ແຫ້ງ​ໄປ.+   ພະ​ເຢໂຫວາ​ເວົ້າ​ວ່າ‘ເຮົາ​ຈະ​ເຮັດ​ຕາມ​ທີ່​ໄດ້​ຕັດສິນໃຈ​ໄວ້​ແລ້ວ ຍ້ອນ​ເມືອງ​ດາມາເຊ​ກະບົດ​ເທື່ອ​ແລ້ວ​ເທື່ອ​ອີກ.*ເຂົາເຈົ້າ​ທັບ​ກິລຽດ​ດ້ວຍ​ແຜ່ນ​ເຫຼັກ.*+   ດັ່ງນັ້ນ ເຮົາ​ຈະ​ທຳລາຍ​ເຮືອນ​ຂອງ​ຮາຊາເອນ​ຄື​ກັບ​ສົ່ງ​ໄຟ​ມາ​ຈູດ+ແລະ​ໄຟ​ນັ້ນ​ຈະ​ທຳລາຍ​ປ້ອມ​ສູງ​ຕ່າງ​ໆ​ຂອງ​ເບັນຮາດັດ.+   ເຮົາ​ຈະ​ຫັກ​ກອນ​ປະຕູ​ເມືອງ​ຂອງ​ດາມາເຊ.+ເຮົາ​ຈະ​ທຳລາຍ​ຄົນ​ທີ່​ຢູ່​ໃນ​ເມືອງ​ບີ​ເກັດ​ອາເວນກັບ​ຜູ້​ທີ່​ປົກຄອງ*​ເມືອງ​ເບັດ​ເອເດັນແລະ​ຄົນ​ທີ່​ຢູ່​ຊີເຣຍ​ຈະ​ຕ້ອງ​ໄປ​ເປັນ​ຊະເລີຍ​ຢູ່​ກີເຣ.’+ ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້.   ພະ​ເຢໂຫວາ​ເວົ້າ​ວ່າ‘ເຮົາ​ຈະ​ເຮັດ​ຕາມ​ທີ່​ໄດ້​ຕັດສິນໃຈ​ໄວ້​ແລ້ວ ຍ້ອນ​ເມືອງ​ຄາຊາ​ກະບົດ​ເທື່ອ​ແລ້ວ​ເທື່ອ​ອີກ.+ເຂົາເຈົ້າ​ຈັບ​ທຸກ​ຄົນ​ໄປ​ເປັນ​ຊະເລີຍ+​ແລະ​ສົ່ງ​ຄົນ​ເຫຼົ່າ​ນັ້ນ​ໃຫ້​ພວກ​ເອໂດມ.   ດັ່ງນັ້ນ ເຮົາ​ຈະ​ທຳລາຍ​ກຳແພງ​ເມືອງ​ຄາຊາ​ຄື​ກັບ​ສົ່ງ​ໄຟ​ມາ​ຈູດ+ແລະ​ໄຟ​ນັ້ນ​ຈະ​ທຳລາຍ​ປ້ອມ​ສູງ​ຕ່າງ​ໆ​ຂອງ​ເມືອງ​ນັ້ນ.   ເຮົາ​ຈະ​ທຳລາຍ​ຄົນ​ທີ່​ຢູ່​ໃນ​ເມືອງ​ອາຊະໂດດ+ກັບ​ຜູ້​ທີ່​ປົກຄອງ​ເມືອງ​ອາຊະກາໂລນ.+ເຮົາ​ຈະ​ລົງໂທດ​ເມືອງ​ເອັກໂຣນ+ແລະຄົນ​ຟີລິດສະຕີນທີ່​ຍັງ​ເຫຼືອ​ຢູ່​ຈະ​ຕາຍ​ໝົດ.’+ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເວົ້າ​ໄວ້​ແນວ​ນີ້.   ພະ​ເຢໂຫວາ​ເວົ້າ​ວ່າ‘ເຮົາ​ຈະ​ເຮັດ​ຕາມ​ທີ່​ໄດ້​ຕັດສິນໃຈ​ໄວ້​ແລ້ວ ຍ້ອນ​ເມືອງ​ຕີເຣ​ກະບົດ​ເທື່ອ​ແລ້ວ​ເທື່ອ​ອີກ.+ເຂົາເຈົ້າ​ສົ່ງ​ຊະເລີຍ​ທັງໝົດ​ໄປ​ໃຫ້​ພວກ​ເອໂດມແລະ​ລືມ​ສັນຍາ​ທີ່​ເຄີຍ​ເຮັດ​ກັບ​ພວກ​ອ້າຍນ້ອງ​ຂອງ​ເຂົາເຈົ້າ.+ 10  ດັ່ງນັ້ນ ເຮົາ​ຈະ​ທຳລາຍ​ກຳແພງ​ເມືອງ​ຕີເຣ​ຄື​ກັບ​ສົ່ງ​ໄຟ​ມາ​ຈູດແລະ​ໄຟ​ນັ້ນ​ຈະ​ທຳລາຍ​ປ້ອມ​ສູງ​ຕ່າງ​ໆ​ຂອງ​ເມືອງ​ນັ້ນ.’+ 11  ພະ​ເຢໂຫວາ​ເວົ້າ​ວ່າ‘ເຮົາ​ຈະ​ເຮັດ​ຕາມ​ທີ່​ໄດ້​ຕັດສິນໃຈ​ໄວ້​ແລ້ວ ຍ້ອນ​ເອໂດມ​ກະບົດ​ເທື່ອ​ແລ້ວ​ເທື່ອ​ອີກ.+ລາວ​ຈັບ​ດາບ​ໄລ່​ຟັນ​ອ້າຍນ້ອງ​ຂອງ​ໂຕເອງ+ແລະ​ລາວ​ບໍ່​ມີ​ຄວາມ​ເມດຕາ.ລາວ​ຈີກ​ເຂົາເຈົ້າ​ບໍ່​ຢຸດ​ບໍ່​ເຊົາ​ດ້ວຍ​ຄວາມ​ໃຈຮ້າຍແລະ​ລາວ​ໃຈຮ້າຍ​ໃຫ້​ເຂົາເຈົ້າ​ຕະຫຼອດ.+ 12  ດັ່ງນັ້ນ ເຮົາ​ຈະ​ທຳລາຍ​ເຕມານ​ຄື​ກັບ​ສົ່ງ​ໄຟ​ມາ​ຈູດ+ແລະ​ໄຟ​ນັ້ນ​ຈະ​ທຳລາຍ​ປ້ອມ​ສູງ​ຕ່າງ​ໆ​ຂອງ​ເມືອງ​ໂບຊະຣາ.’+ 13  ພະ​ເຢໂຫວາ​ເວົ້າ​ວ່າ‘ເຮົາ​ຈະ​ເຮັດ​ຕາມ​ທີ່​ໄດ້​ຕັດສິນໃຈ​ໄວ້​ແລ້ວ ຍ້ອນ​ຄົນ​ອຳໂມນ​ກະບົດ​ເທື່ອ​ແລ້ວ​ເທື່ອ​ອີກ.+ເຂົາເຈົ້າ​ປາດ​ທ້ອງ​ຂອງ​ພວກ​ຜູ້ຍິງ​ຖື​ພາ​ທີ່​ຢູ່​ກິລຽດ ເພື່ອ​ຂະຫຍາຍ​ເຂດ​ແດນ​ຂອງ​ເຂົາເຈົ້າ​ໃຫ້​ກວ້າງ​ອອກ.+ 14  ດັ່ງນັ້ນ ເຮົາ​ຈະ​ທຳລາຍ​ກຳແພງ​ເມືອງ​ຣັບບາ​ຄື​ກັບ​ສົ່ງ​ໄຟ​ມາ​ຈູດ+ແລະ​ໄຟ​ນັ້ນ​ຈະ​ທຳລາຍ​ປ້ອມ​ສູງ​ຕ່າງ​ໆ​ຂອງ​ເມືອງ​ນັ້ນ.ຕອນ​ທີ່​ສັດຕູ​ໂຈມຕີ​ເມືອງ​ຈະ​ມີ​ສຽງ​ຮ້ອງ​ດັງ​ໆ​ຂອງ​ພວກ​ທະຫານແລະ​ໃນ​ມື້​ນັ້ນ​ຈະ​ມີ​ລົມ​ພາຍຸ​ພັດ​ແຮງ​ຫຼາຍ. 15  ແລ້ວ​ກະສັດ​ຂອງ​ເຂົາເຈົ້າ​ກັບ​ພວກເຈົ້າ​ໜ້າທີ່​ລະດັບ​ສູງ*​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ.’+ ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້.”

ຂໍຄວາມໄຂເງື່ອນ

ແປ​ວ່າ “ເປັນ​ພາລະ; ແບກ​ພາລະ”
ແປ​ຕາມ​ໂຕ​ວ່າ “ສຳລັບ​ການ​ກະບົດ 3 ເທື່ອ​ແລະ 4 ເທື່ອ”
ແຜ່ນ​ເຫຼັກ​ທີ່​ໃຊ້​ງົວ​ລາກ​ເພື່ອ​ໃຫ້​ເມັດ​ເຂົ້າ​ຫຼົ່ນ​ອອກ​ຈາກ​ຮວງ ເຊິ່ງ​ປົກກະຕິ​ແລ້ວ​ເຮັດ​ຈາກ​ໄມ້
ແປ​ຕາມ​ໂຕ​ວ່າ “ຜູ້​ທີ່​ຖື​ຄ້ອນ​ຂອງ​ກະສັດ”
ຫຼື​ອາດ​ແປ​ວ່າ “ພວກ​ລູກ​ຊາຍ​ຂອງ​ກະສັດ”