ອາໂມດ 2:1-16

  • ຄຳ​ຕັດສິນ​ຕໍ່​ຊາດ​ທີ່​ກະບົດ​ເທື່ອ​ແລ້ວ​ເທື່ອ​ອີກ (1-16)

    • ໂມອາບ (1-3) ຢູດາ (4, 5) ອິດສະຣາເອນ (6-16)

2  “ພະ​ເຢໂຫວາ​ເວົ້າ​ວ່າ‘ເຮົາ​ຈະ​ເຮັດ​ຕາມ​ທີ່​ໄດ້​ຕັດສິນໃຈ​ໄວ້​ແລ້ວ ຍ້ອນ​ໂມອາບ​ກະບົດ​ເທື່ອ​ແລ້ວ​ເທື່ອ​ອີກ.*+ລາວ​ໄດ້​ຈູດ​ກະດູກ​ຂອງ​ກະສັດ​ເອໂດມ​ຈົນ​ເຫຼືອ​ແຕ່​ຂີ້ເທົ່າ.*   ດັ່ງນັ້ນ ເຮົາ​ຈະ​ທຳລາຍ​ໂມອາບ​ຄື​ກັບ​ສົ່ງ​ໄຟ​ມາ​ຈູດແລະ​ໄຟ​ນັ້ນ​ຈະ​ທຳລາຍ​ປ້ອມ​ສູງ​ຕ່າງ​ໆ​ຂອງ​ເມືອງ​ເກຣີໂຢດ.+ໂມອາບ​ຈະ​ຕາຍ​ຕອນ​ທີ່​ມີ​ຄວາມ​ວຸ່ນວາຍມີ​ສຽງ​ຮ້ອງ​ດັງ​ໆ​ຂອງ​ພວກ​ທະຫານ​ແລະ​ມີ​ສຽງ​ແກ.+   ເຮົາ​ຈະ​ປົດຜູ້​ປົກຄອງ*​ຂອງ​ໂມອາບ​ອອກ​ຈາກ​ຕຳແໜ່ງແລະ​ຈະ​ຂ້າ​ພວກເຈົ້າ​ໜ້າທີ່​ລະດັບ​ສູງ*​ຂອງ​ລາວ.’+ ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້.   ພະ​ເຢໂຫວາ​ເວົ້າ​ວ່າ‘ເຮົາ​ຈະ​ເຮັດ​ຕາມ​ທີ່​ໄດ້​ຕັດສິນໃຈ​ໄວ້​ແລ້ວ ຍ້ອນ​ຢູດາ​ກະບົດ​ເທື່ອ​ແລ້ວ​ເທື່ອ​ອີກ.+ເຂົາເຈົ້າ​ປະຕິເສດ​ກົດໝາຍ*​ຂອງ​ພະ​ເຢໂຫວາແລະ​ບໍ່​ໄດ້​ເຮັດ​ຕາມ​ຂໍ້​ກຳນົດ​ຕ່າງ​ໆ​ຂອງ​ເຮົາ.+ເຂົາເຈົ້າ​ຖືກ​ລໍ້​ລວງ​ຄື​ກັບ​ປູ່ຍ່າຕານາຍ​ຂອງ​ເຂົາເຈົ້າ.+   ດັ່ງນັ້ນ ເຮົາ​ຈະ​ທຳລາຍ​ຢູດາ​ຄື​ກັບ​ສົ່ງ​ໄຟ​ມາ​ຈູດແລະ​ໄຟ​ນັ້ນ​ຈະ​ທຳລາຍ​ປ້ອມ​ສູງ​ຕ່າງ​ໆ​ຂອງ​ເມືອງ​ເຢຣູຊາເລັມ.’+   ພະ​ເຢໂຫວາ​ເວົ້າ​ວ່າ‘ເຮົາ​ຈະ​ເຮັດ​ຕາມ​ທີ່​ໄດ້​ຕັດສິນໃຈ​ໄວ້​ແລ້ວ ຍ້ອນ​ອິດສະຣາເອນ​ກະບົດ​ເທື່ອ​ແລ້ວ​ເທື່ອ​ອີກ.+ເຂົາເຈົ້າ​ຂາຍ​ຄົນ​ດີ​ແລກ​ກັບ​ເງິນແລະ​ຂາຍ​ຄົນ​ທຸກ​ແລກ​ກັບ​ເກີບ​ຄູ່​ດຽວ.+   ເຂົາເຈົ້າ​ຢຽບ​ຫົວ​ຂອງ​ຄົນ​ຕ່ຳຕ້ອຍ​ຈົນ​ຫຼິບ​ດິນ+ແລະ​ບໍ່​ໄດ້​ໃຫ້​ຄວາມ​ຍຸຕິທຳ​ກັບ​ຄົນ​ຖ່ອມ.+ ພໍ່​ກັບ​ລູກ​ຊາຍ​ນອນ​ນຳ​ຜູ້ຍິງ​ຄົນ​ດຽວ​ກັນເຊິ່ງ​ເຮັດ​ໃຫ້​ຊື່​ທີ່​ບໍລິສຸດ​ຂອງ​ເຮົາ​ຖືກ​ດູ​ໝິ່ນ.   ເຂົາເຈົ້າ​ເອົາ​ເຄື່ອງນຸ່ງ​ທີ່​ຄົນ​ເອົາ​ມາ​ຈຳ+​ໄປ​ປູ​ນັ່ງ​ຢູ່​ຂ້າງ​ແທ່ນ​ບູຊາ​ທຸກ​ແທ່ນ+ແລະ​ເອົາ​ເງິນ​ທີ່​ໄດ້​ຈາກ​ການ​ປັບ​ໄໝ​ໄປ​ຊື້​ເຫຼົ້າແວງ​ມາ​ກິນ​ຢູ່​ວິຫານ​ພະເຈົ້າ​ຂອງ​ເຂົາເຈົ້າ.   ເຮົາ​ນິ​ຕົ໋ວທີ່​ທຳລາຍ​ພວກ​ອາໂມ​ຕໍ່​ໜ້າ​ເຂົາເຈົ້າ.+ພວກ​ນັ້ນ​ສູງ​ຄື​ກັບ​ຕົ້ນ​ຊີດ້າ*​ແລະ​ແຂງແຮງ​ຄື​ກັບ​ຕົ້ນ​ໂອກ.ເຮົາ​ທຳລາຍ​ເຂົາເຈົ້າ​ຄື​ກັບ​ທຳລາຍ​ໝາກ​ແລະ​ຮາກ​ຂອງ​ຕົ້ນ​ໄມ້.+ 10  ເຮົາ​ໄດ້​ພາ​ພວກເຈົ້າ​ອອກ​ມາ​ຈາກ​ແຜ່ນດິນ​ເອຢິບ.+ເຮົາ​ນຳ​ທາງ​ພວກເຈົ້າ​ຢູ່​ບ່ອນ​ກັນດານ 40 ປີ+ແລະ​ເຮົາ​ຊ່ວຍ​ໃຫ້​ພວກເຈົ້າ​ຍຶດ​ເອົາ​ແຜ່ນດິນ​ຂອງ​ພວກ​ອາໂມ. 11  ເຮົາ​ໄດ້​ແຕ່ງຕັ້ງ​ລູກ​ຫຼານ​ບາງຄົນ​ຂອງ​ພວກເຈົ້າ​ໃຫ້​ເປັນ​ຜູ້ພະຍາກອນ+ແລະ​ເລືອກ​ຄົນ​ໜຸ່ມ​ບາງຄົນ​ໃຫ້​ເປັນ​ນາຊີຣີ.+ ເຮົາ​ໄດ້​ເຮັດ​ຈັ່ງ​ຊັ້ນ​ບໍ່​ແມ່ນ​ບໍ ພວກ​ອິດສະຣາເອນ​ເອີ້ຍ?’ ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້. 12  ‘ແຕ່​ພວກເຈົ້າ​ພັດ​ເອົາ​ເຫຼົ້າແວງ​ໃຫ້​ພວກ​ນາຊີຣີ​ກິນ+ແລະ​ສັ່ງ​ພວກ​ຜູ້ພະຍາກອນ​ວ່າ “ຫ້າມ​ພວກເຈົ້າ​ພະຍາກອນ.”+ 13  ດັ່ງນັ້ນ ເຮົາ​ຈະ​ຢຽບ​ພວກເຈົ້າ​ຈົນ​ມຸ່ນ​ຢູ່​ບ່ອນ​ທີ່​ພວກເຈົ້າ​ຢູ່ຄື​ກັບ​ກົງ​ລໍ້​ຂອງ​ກວຽນ​ຢຽບ​ເມັດ​ພືດ​ຈົນ​ມຸ່ນ​ຢູ່​ພື້ນ. 14  ຄົນ​ທີ່​ແລ່ນ​ໄວ​ໆ​ກໍ​ບໍ່​ມີ​ບ່ອນ​ທີ່​ຈະ​ໃຫ້​ໜີ​ໄປ​ລີ້.+ຄົນ​ທີ່​ແຂງແຮງ​ກໍ​ຈະ​ໝົດ​ເຫື່ອ​ໝົດ​ແຮງແລະ​ທະຫານ​ທີ່​ເກັ່ງ​ໆ​ກໍ​ຈະ​ໜີ​ເອົາ​ຊີວິດ​ບໍ່​ລອດ. 15  ທະຫານ​ທະນູ​ຈະ​ທົນ​ຢູ່​ສະໜາມ​ຮົບ​ຕໍ່ໄປ​ອີກ​ບໍ່​ໄດ້.ຄົນ​ທີ່​ແລ່ນ​ໄວ​ກໍ​ຈະ​ໜີ​ບໍ່​ພົ້ນແລະ​ທະຫານ​ມ້າ​ຈະ​ໜີ​ເອົາ​ຊີວິດ​ບໍ່​ລອດ. 16  ໃນ​ມື້​ນັ້ນ ແມ່ນ​ແຕ່​ທະຫານ​ທີ່​ກ້າຫານ*​ທີ່ສຸດກໍ​ຈະ​ແລ່ນ​ໜີ​ໄປ​ແຕ່​ໂຕ.’+ ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້.”

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ຈູດ​ເພື່ອ​ເຮັດ​ປູນ.” ປູນ​ແມ່ນ​ຝຸ່ນ​ຂາວ​ໆ​ທີ່​ເຫຼືອ​ຈາກ​ການ​ຈູດ​ບາງ​ຢ່າງ ເຊັ່ນ: ຫີນ​ທີ່​ບໍ່​ແຂງ ປະ​ກາ​ລັງ ກະດູກ ຫຼື​ເປືອກ​ຫອຍ. ໃນ​ພາສາ​ອັງກິດ​ແມ່ນ​ລ້າມ.
ແປ​ຕາມ​ໂຕ​ວ່າ “ສຳລັບ​ການ​ກະບົດ 3 ເທື່ອ​ແລະ 4 ເທື່ອ”
ແປ​ຕາມ​ໂຕ​ວ່າ “ຜູ້​ຕັດສິນ”
ຫຼື​ອາດ​ແປ​ວ່າ “ພວກ​ລູກ​ຊາຍ​ຂອງ​ກະສັດ”
ຫຼື “ຄຳ​ສອນ”
ຕົ້ນ​ແປກ​ຊະນິດ​ໜຶ່ງ
ຫຼື “ຄົນ​ທີ່​ມີ​ຫົວໃຈ​ເຂັ້ມແຂງ”