ອາໂມດ 4:1-13

  • ຂ່າວ​ຮ້າຍ​ເຖິງ​ງົວ​ໂຕ​ແມ່​ຂອງ​ບາຊານ (1-3)

  • ພະ​ເຢໂຫວາ​ດູຖູກ​ການ​ນະມັດສະການ​ປອມ​ຂອງ​ອິດສະຣາເອນ (4, 5)

  • ອິດສະຣາເອນ​ບໍ່​ຍອມ​ຮັບ​ການ​ສັ່ງ​ສອນ (6-13)

    • “ໃຫ້​ກຽມ​ພ້ອມ​ມາ​ເຈິ​ເຮົາ​ທີ່​ເປັນ​ພະເຈົ້າ​ຂອງ​ພວກເຈົ້າ” (12)

    • ‘ພະເຈົ້າ​ບອກ​ໃຫ້​ມະນຸດ​ຮູ້​ວ່າ​ເພິ່ນ​ຄິດ​ແນວໃດ’ (13)

4  “ຟັງ​ດີ​ໆ​ເດີ້ ພວກ​ຜູ້ຍິງ​ທີ່​ເປັນ​ຄື​ກັບ​ງົວ​ໂຕ​ແມ່​ຂອງ​ບາຊານເຊິ່ງ​ຢູ່​ເທິງ​ພູ​ຂອງ​ຊາມາເຣຍ.+ພວກເຈົ້າ​ຫຼອກ​ລວງ​ຄົນ​ຕ່ຳຕ້ອຍ+ ແລະ​ກົດຂີ່​ຄົນ​ທຸກຍາກ.ພວກເຈົ້າ​ເວົ້າ​ກັບ​ຜົວ*​ວ່າ ‘ໄປ​ເອົາ​ເຫຼົ້າ​ມາ​ໃຫ້​ພວກ​ເຮົາ​ກິນ​ແມ້.’   ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເປັນ​ອົງ​ບໍລິສຸດ. ເພິ່ນ​ສາບານ​ວ່າ‘ມື້​ທີ່​ເຮົາ​ຈະ​ເອົາ​ຂໍ​ເກາະ​ດຶງ​ພວກເຈົ້າ​ຂຶ້ນ​ມາແລະ​ມື້​ທີ່​ເຮົາ​ຈະ​ເອົາ​ເບັດ​ຊິດ​ພວກເຈົ້າ​ຂຶ້ນ​ມາ​ໃກ້​ມາ​ຮອດ​ແລ້ວ.   ພວກເຈົ້າ​ແຕ່​ລະ​ຄົນ​ຈະ​ໝົ້ນ​ອອກ​ຕາມ​ປ່ອງ​ກຳແພງແລະ​ຈະ​ຖືກ​ຂັບ​ໄລ່​ໄປ​ຢູ່​ຮາໂມນ.’ ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້.   ‘ຕອນນີ້​ໃຫ້​ພວກເຈົ້າ​ມາ​ເບເທນ​ໂລດ ມາ​ເຮັດ​ຜິດ*​ຢູ່​ນີ້.+ມາ​ເຮັດ​ຊົ່ວ​ຢູ່​ກິນການ​ໃຫ້​ຫຼາຍ​ໆ​ເລີຍ.+ ຕອນ​ເຊົ້າ​ກໍ​ເອົາ​ເຄື່ອງ​ບູຊາ​ມາ​ເຜົາ+ແລະ​ເມື່ອ​ຮອດ​ມື້​ທີ​ສາມ​ກໍ​ເອົາ 1 ສ່ວນ 10 ມາ​ໃຫ້.+   ໃຫ້​ເຜົາ​ເຂົ້າຈີ່​ທີ່​ມີ​ເຊື້ອ​ເປັນ​ເຄື່ອງ​ບູຊາ​ສະແດງ​ຄວາມ​ຂອບໃຈ​ໂລດ.+ໃຫ້​ປະກາດ​ດັງ​ໆ​ໂລດ​ວ່າ​ພວກເຈົ້າ​ເອົາ​ເຄື່ອງ​ບູຊາ​ທີ່​ໃຫ້​ດ້ວຍ​ຄວາມ​ສະໝັກ​ໃຈ​ມາ​ໃຫ້. ພວກ​ອິດສະຣາເອນ​ເອີ້ຍ ພວກເຈົ້າ​ມັກ​ເຮັດ​ແນວ​ນັ້ນ​ຢູ່​ແລ້ວ​ຕົ໋ວ!’ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເວົ້າ​ໄວ້​ແນວ​ນີ້.   ‘ເຮົາ​ເຮັດ​ໃຫ້​ເມືອງ​ທຸກ​ເມືອງ​ຂອງ​ພວກເຈົ້າ​ມີ​ຄວາມອຶດຢາກແລະ​ເຮັດ​ໃຫ້​ເຮືອນ​ທຸກ​ຫຼັງ​ບໍ່​ມີ​ຫຍັງ​ກິນ+ແຕ່​ພວກເຈົ້າ​ກໍ​ຍັງ​ບໍ່​ກັບໃຈ​ແລະ​ບໍ່​ກັບ​ມາ​ຫາ​ເຮົາ.’+ ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້.   ‘ເຮົາ​ບໍ່​ໃຫ້​ຝົນ​ຕົກ 3 ເດືອນ​ກ່ອນ​ເກັບ​ກ່ຽວ​ຜົນລະປູກ.+ເຮົາ​ໃຫ້​ຝົນ​ຕົກ​ຢູ່​ເມືອງ​ໜຶ່ງ ແຕ່​ຢູ່​ເມືອງ​ອື່ນ​ເຮົາ​ບໍ່​ໃຫ້​ມັນ​ຕົກ ແລະ​ເຮົາ​ໃຫ້​ຝົນ​ຕົກ​ຢູ່​ດິນ​ຕອນ​ໜຶ່ງແຕ່​ຢູ່​ບ່ອນ​ອື່ນ​ໆ​ເຮົາ​ບໍ່​ໃຫ້​ມີ​ຝົນ​ຈົນ​ດິນ​ແຫ້ງ​ແລ້ງ.   ປະຊາຊົນ​ທີ່​ມາ​ຈາກ​ສອງ​ສາມ​ເມືອງ​ພາກັນ​ຍ່າງ​ໝົດ​ເຫື່ອ​ໝົດ​ແຮງ​ໄປ​ກິນ​ນ້ຳ​ຢູ່​ອີກ​ເມືອງ​ໜຶ່ງ+ແຕ່​ເຂົາເຈົ້າ​ກໍ​ຍັງ​ບໍ່​ເຊົາ​ຫິວ​ນ້ຳ.ເຖິງ​ປານ​ນັ້ນ ພວກເຈົ້າ​ກໍ​ຍັງ​ບໍ່​ກັບໃຈ​ແລະ​ບໍ່​ກັບ​ມາ​ຫາ​ເຮົາ.’+ ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້.   ‘ເຮົາ​ໄດ້​ໃຫ້​ລົມ​ຮ້ອນ​ແລະ​ພະຍາດ​ທຳລາຍ​ຜົນລະປູກ​ຂອງ​ພວກເຈົ້າ.+ ພວກເຈົ້າ​ໄດ້​ຂະຫຍາຍ​ສວນ​ໝາກ​ລະແຊັງ​ແລະ​ສວນ​ອື່ນ​ໆ​ອອກ​ໄປແຕ່​ກໍ​ມີ​ຕັກກະແຕນ​ມາ​ກິນ​ຕົ້ນ​ໝາກເດື່ອ​ແລະ​ຕົ້ນ​ໝາກກອກ​ຂອງ​ພວກເຈົ້າ.+ເຖິງ​ຈະ​ເປັນ​ແນວ​ນັ້ນ ພວກເຈົ້າ​ກໍ​ຍັງ​ບໍ່​ກັບໃຈ​ແລະ​ບໍ່​ກັບ​ມາ​ຫາ​ເຮົາ.’+ ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້. 10  ‘ເຮົາ​ເຮັດ​ໃຫ້​ພວກ​ເຈົ້າ​ເຈິ​ໂລກລະບາດ​ຄື​ກັບ​ທີ່​ເຄີຍ​ເກີດ​ຂຶ້ນ​ຢູ່​ເອຢິບ.+ ເຮົາ​ຂ້າ​ຄົນ​ໜຸ່ມ​ຂອງ​ພວກເຈົ້າ​ດ້ວຍ​ດາບ+​ແລະ​ມ້າ​ຂອງ​ພວກເຈົ້າ​ກໍ​ຖືກ​ປຸ້ນ​ໄປ.+ ເຮົາ​ເຮັດ​ໃຫ້​ຄ້າຍ​ຂອງ​ພວກເຈົ້າ​ເຕັມ​ແຕ່​ກິ່ນ​ເໝັນ​ຂອງ​ຊາກ​ສົບ.+ແຕ່​ພວກເຈົ້າ​ກໍ​ຍັງ​ບໍ່​ກັບໃຈ​ແລະ​ບໍ່​ກັບ​ມາ​ຫາ​ເຮົາ.’ ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້. 11  ‘ເຮົາ​ທຳລາຍ​ພວກເຈົ້າຄື​ກັບ​ທຳລາຍ​ເມືອງ​ໂຊໂດມ​ກັບ​ເມືອງ​ໂກໂມຣາ.+ ພວກເຈົ້າ​ບາງຄົນ​ທີ່​ລອດ​ກໍ​ເປັນ​ຄື​ກັບ​ດົ້ນ​ຟືນ​ທີ່​ຖືກ​ດຶງ​ອອກ​ຈາກ​ກອງ​ໄຟ.ແຕ່​ພວກເຈົ້າ​ກໍ​ຍັງ​ບໍ່​ກັບໃຈ​ແລະ​ບໍ່​ກັບ​ມາ​ຫາ​ເຮົາ.’+ ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້. 12  ‘ດັ່ງນັ້ນ ພວກ​ອິດສະຣາເອນ​ເອີ້ຍ ເຮົາ​ຊິ​ລົງໂທດ​ພວກເຈົ້າ​ອີກ. ໃຫ້​ກຽມ​ພ້ອມ​ມາ​ເຈິ​ເຮົາ​ທີ່​ເປັນ​ພະເຈົ້າ​ຂອງ​ພວກເຈົ້າເພາະ​ເຮົາ​ກຳລັງ​ລົງໂທດ​ພວກເຈົ້າ ພວກ​ອິດສະຣາເອນ​ເອີ້ຍ.’ 13  ເພິ່ນ​ເປັນ​ຜູ້​ສ້າງ​ພູ​ຕ່າງ​ໆ​+​ແລະ​ສ້າງ​ລົມ.+ເພິ່ນ​ບອກ​ໃຫ້​ມະນຸດ​ຮູ້​ວ່າ​ເພິ່ນ​ຄິດ​ແນວໃດ.ເພິ່ນ​ປ່ຽນ​ຟ້າ​ທີ່​ແຈ້ງ​ໆ​ໃຫ້​ເປັນ​ຟ້າ​ທີ່​ມືດ​ໆ​.+ເພິ່ນ​ທຳລາຍ​ບ່ອນ​ສູງ​ຕ່າງ​ໆ​ທີ່​ຢູ່​ໃນ​ໂລກ.+ຊື່​ຂອງ​ເພິ່ນ​ແມ່ນ​ເຢໂຫວາ. ເພິ່ນ​ເປັນ​ພະເຈົ້າ​ຜູ້​ບັນຊາການກອງທັບ.”

ຂໍຄວາມໄຂເງື່ອນ

ຫຼື “ນາຍ”
ຫຼື “ກະບົດ”