ອາໂມດ 5:1-27

  • ພວກ​ອິດສະຣາເອນ​ທີ່​ເປັນ​ຄື​ກັບ​ຜູ້ຍິງ​ບໍລິສຸດ​ລົ້ມ​ລົງ​ແລ້ວ (1-3)

  • ໃຫ້​ກັບ​ມາ​ນະມັດສະການ​ພະເຈົ້າ​ເພື່ອ​ຈະ​ມີ​ຊີວິດ​ຢູ່​ຕໍ່ໄປ (4-17)

    • ໃຫ້​ຮັກ​ແນວ​ດີ​ໆ​ແລະ​ຊັງ​ແນວ​ຊົ່ວ​ໆ​ (15)

  • ວັນ​ຂອງ​ພະ​ເຢໂຫວາ​ຈະ​ມີ​ແຕ່​ຄວາມ​ມືດ (18-27)

    • ພະເຈົ້າ​ບໍ່​ຍອມ​ຮັບ​ເຄື່ອງ​ບູຊາ​ຂອງ​ພວກ​ອິດສະຣາເອນ (22)

5  “ຟັງ​ເດີ້ ພວກ​ອິດສະຣາເອນ​ເອີ້ຍ ຂ້ອຍ​ຈະ​ຮ້ອງ​ເພງ​ໄວ້​ອາໄລ​ໃຫ້​ພວກເຈົ້າ​ຟັງ.   ‘ພວກ​ອິດສະຣາເອນ​ທີ່​ເປັນ​ຜູ້ຍິງ​ບໍລິສຸດ​ລົ້ມ​ລົງ​ແລ້ວ.ລາວ​ລຸກ​ຂຶ້ນ​ອີກ​ບໍ່​ໄດ້. ລາວ​ຖືກ​ປະ​ໄວ້​ຢູ່​ຂີ້​ດິນ.ບໍ່​ມີ​ໃຜ​ໂຈມ​ລາວ​ຂຶ້ນ​ເລີຍ.’  ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ບອກ​ວ່າ ‘ເມືອງ​ທີ່​ສົ່ງ​ທະຫານ​ອອກ​ໄປ​ພັນ​ຄົນ​ຈະ​ມີ​ທະຫານ​ລອດ​ກັບ​ມາ​ແຕ່​ຮ້ອຍ​ຄົນ.ເມືອງ​ທີ່​ສົ່ງ​ທະຫານ​ອອກ​ໄປ​ຮ້ອຍ​ຄົນ​ຈະ​ມີ​ທະຫານ​ລອດ​ກັບ​ມາ​ແຕ່​ສິບ​ຄົນ. ພວກ​ອິດສະຣາເອນ​ກໍ​ຈະ​ເປັນ​ແນວ​ນັ້ນ​ແຫຼະ.’+  ພະ​ເຢໂຫວາ​ເວົ້າ​ກັບ​ພວກ​ອິດສະຣາເອນ​ວ່າ ‘ໃຫ້​ກັບ​ມາ​ນະມັດສະການ​ເຮົາ​ເພື່ອ​ຈະ​ມີ​ຊີວິດ​ຢູ່​ຕໍ່ໄປ.+   ຢ່າ​ໄປ​ເມືອງ​ເບເທນ​ເພື່ອ​ນະມັດສະການ.+ຢ່າ​ໄປ​ກິນການ+​ຫຼື​ຜ່ານ​ເບເອເຊບາ+ເພາະ​ກິນການ​ຈະ​ຕ້ອງ​ເປັນ​ຊະເລີຍ​ແນ່ນອນ+ແລະ​ເບເທນ​ຈະ​ບໍ່​ເຫຼືອ​ຫຍັງ​ເລີຍ.*   ໃຫ້​ກັບ​ມາ​ນະມັດສະການ​ພະ​ເຢໂຫວາ​ເພື່ອ​ຈະ​ມີ​ຊີວິດ​ຢູ່​ຕໍ່ໄປ+ເພື່ອ​ເພິ່ນ​ຈະ​ບໍ່​ທຳລາຍ​ພວກເຈົ້າ​ທີ່​ເປັນ​ລູກ​ຫຼານ​ຂອງ​ໂຢເຊັບ​ຄື​ກັບ​ສົ່ງ​ໄຟ​ລົງ​ມາ​ຈູດ.ໄຟ​ນັ້ນ​ຈະ​ເຜົາ​ເມືອງ​ເບເທນ​ແລະ​ບໍ່​ມີ​ໃຜ​ຈະ​ມອດ​ມັນ​ໄດ້.   ພວກເຈົ້າ​ປ່ຽນ​ຄວາມ​ຍຸຕິທຳ​ໃຫ້​ເປັນ​ຕົ້ນ​ໄມ້​ຂົມ*ແລະ​ປະຖິ້ມ​ຄວາມ​ຖືກຕ້ອງ.+   ຜູ້​ທີ່​ສ້າງ​ກຸ່ມ​ດາວ​ຄີມາ*​ແລະ​ກຸ່ມ​ດາວ​ເຄຊິນ*+ຜູ້​ທີ່​ປ່ຽນ​ຄວາມ​ມືດ​ໃຫ້​ເປັນ​ແສງ​ສະຫວ່າງ​ໃນ​ຍາມ​ເຊົ້າຜູ້​ທີ່​ເຮັດ​ໃຫ້​ກາງເວັນ​ມືດ​ຄື​ກັບ​ກາງຄືນ+ຜູ້​ທີ່​ເອີ້ນ​ນ້ຳ​ທະເລ​ຂຶ້ນ​ໄປແລ້ວ​ກໍ​ເທ​ນ້ຳ​ນັ້ນ​ລົງ​ມາ​ໃສ່​ໂລກ+ຊື່​ຂອງ​ເພິ່ນ​ແມ່ນ​ເຢໂຫວາ.   ເພິ່ນ​ຈະ​ທຳລາຍ​ຄົນ​ທີ່​ແຂງແຮງ​ໃຫ້​ໝົດ​ໄປ​ບາດ​ດຽວແລະ​ຈະ​ທຳລາຍ​ປ້ອມ​ສູງ​ຕ່າງ​ໆ​ໃຫ້​ພັງ​ລົງ. 10  ເຂົາເຈົ້າ​ກຽດຊັງ​ພວກ​ຜູ້​ຕັດສິນ​ທີ່​ຕັກ​ເຕືອນ​ຜູ້ຄົນ​ຢູ່​ປະຕູ​ເມືອງແລະ​ບໍ່​ມັກ​ຄົນ​ທີ່​ເວົ້າ​ຄວາມຈິງ.+ 11  ພວກເຈົ້າ​ຂູດ​ຮີດ​ຄ່າ​ເຊົ່າ​ດິນ​ໄຮ່​ດິນ​ນາ*​ຈາກ​ຄົນ​ທຸກແລະ​ຍຶດ​ເອົາ​ຜົນລະປູກ​ຂອງ​ເຂົາເຈົ້າ​ເປັນ​ຄ່າ​ພາສີ.+ພວກເຈົ້າ​ຈະ​ບໍ່​ໄດ້​ຢູ່​ເຮືອນ​ທີ່​ພວກເຈົ້າ​ສ້າງ​ດ້ວຍ​ຫີນ*​ອີກ​ຕໍ່ໄປ+ແລະ​ຈະ​ບໍ່​ໄດ້​ກິນ​ເຫຼົ້າແວງ​ທີ່​ເຮັດ​ຈາກ​ໝາກ​ລະແຊັງ​ຢູ່​ສວນ​ຂອງ​ພວກເຈົ້າ.+ 12  ພວກເຈົ້າ​ກະບົດ​ຕໍ່​ເຮົາ​ຫຼາຍ​ເທື່ອ​ແລ້ວແລະ​ຄວາມ​ຜິດ​ຂອງ​ພວກເຈົ້າ​ກໍ​ຫຼາຍແທ້​ຫຼາຍ​ວ່າ.ພວກເຈົ້າ​ກົດຂີ່​ຄົນ​ດີແລະ​ຮັບ​ເອົາ​ສິນບົນ.ພວກເຈົ້າ​ບໍ່​ໄດ້​ໃຫ້​ຄວາມ​ຍຸຕິທຳ​ກັບ​ຄົນ​ທຸກ​ຢູ່​ປະຕູ​ເມືອງ.+ 13  ດັ່ງນັ້ນ ເມື່ອ​ເວລາ​ຂອງ​ຄວາມ​ຈິບຫາຍ​ມາ​ຮອດ+ຄົນ​ທີ່​ມີ​ຄວາມ​ເຂົ້າໃຈ​ຈະ​ມິດ​ຢູ່. 14  ໃຫ້​ເຮັດ​ແຕ່​ແນວ​ດີ​ໆ​ແລະ​ເຊົາ​ເຮັດ​ຊົ່ວ​ສະ+ເພື່ອ​ພວກເຈົ້າ​ຈະ​ມີ​ຊີວິດ​ຢູ່​ຕໍ່ໄປ+ ແລ້ວ​ພະ​ເຢໂຫວາ​ຜູ້​ບັນຊາການກອງທັບ​ຈະ​ຢູ່​ກັບ​ພວກເຈົ້າຄື​ກັບ​ທີ່​ພວກເຈົ້າ​ບອກ​ວ່າ​ເພິ່ນ​ຢູ່​ກັບ​ພວກເຈົ້າ.+ 15  ໃຫ້​ຮັກ​ແນວ​ດີ​ໆ​ແລະ​ຊັງ​ແນວ​ຊົ່ວ​ໆ​.+ໃຫ້​ພວກ​ຜູ້​ຕັດສິນ​ທີ່​ຢູ່​ປະຕູ​ເມືອງ​ມີ​ຄວາມ​ຍຸຕິທຳ.+ ເມື່ອ​ເຮັດ​ແນວ​ນັ້ນ ພະ​ເຢໂຫວາ​ພະເຈົ້າ​ຜູ້​ບັນຊາການກອງທັບອາດຈະ​ພໍໃຈ​ລູກ​ຫຼານ​ຂອງ​ໂຢເຊັບ​ທີ່​ເຫຼືອ​ຢູ່.’+ 16  ນີ້​ແມ່ນ​ສິ່ງ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຜູ້​ບັນຊາການກອງທັບ​ເວົ້າ. ພະ​ເຢໂຫວາ​ບອກ​ວ່າ ‘ຈະ​ມີ​ສຽງ​ຄົນ​ຮ້ອງ​ຄາງ​ຢູ່​ຕາມ​ເດີ່ນ​ຂອງ​ເມືອງ​ທຸກ​ເມືອງແລະ​ເຂົາເຈົ້າ​ຈະ​ຮ້ອງ​ດ້ວຍ​ຄວາມທຸກ​ໂສກ​ຢູ່​ຕາມ​ຫົນ​ທາງ​ຕ່າງ​ໆ​. ເຂົາເຈົ້າ​ຈະ​ເອີ້ນ​ຊາວ​ໄຮ່​ຊາວນາ​ມາຮ້ອງ​ໄຫ້​ໄວ້​ທຸກແລະ​ຈ້າງ​ຄົນ​ມາ​ຮ້ອງໄຫ້​ເສຍໃຈ. 17  ຢູ່​ສວນ​ໝາກ​ລະແຊັງ​ທຸກ​ບ່ອນ​ຈະ​ມີ​ແຕ່​ສຽງ​ຄົນ​ຮ້ອງໄຫ້​ເສຍໃຈ+ຍ້ອນ​ເຮົາ​ຈະ​ຜ່ານ​ພວກເຈົ້າ​ໄປ​ເພື່ອ​ລົງໂທດ​ພວກເຈົ້າ.’ ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້. 18  ‘ຄົນ​ທີ່​ຢາກ​ເຫັນ​ວັນ​ຂອງ​ພະ​ເຢໂຫວາ​ຈະ​ຕ້ອງ​ຈິບຫາຍ!+ ວັນ​ຂອງ​ພະ​ເຢໂຫວາ​ຈະ​ເປັນ​ແນວໃດ​ສຳລັບ​ພວກເຈົ້າ?+ ວັນ​ນັ້ນ​ຈະ​ມີ​ແຕ່​ຄວາມ​ມືດ​ແລະ​ບໍ່​ມີ​ແສງ​ສະຫວ່າງ​ເລີຍ.+ 19  ໃນ​ມື້​ນັ້ນ ພວກເຈົ້າ​ຈະ​ເປັນ​ຄື​ກັບ​ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ໜີ​ໂຕ​ສິງ​ແຕ່​ໄປ​ເຈິ​ໂຕ​ໝີບາດ​ມາ​ຮອດ​ເຮືອນ​ແລະ​ເອົາ​ມື​ຄ້ຳ​ຝາ ພັດ​ຖືກ​ງູ​ຕອດ. 20  ວັນ​ຂອງ​ພະ​ເຢໂຫວາ​ຈະ​ມີ​ແຕ່​ຄວາມ​ມືດ​ແລະ​ບໍ່​ມີ​ແສງ​ສະຫວ່າງ​ເລີຍ.ມື້​ນັ້ນ​ຈະ​ມືດ​ຄຶ້ມ​ແລະ​ບໍ່​ມີ​ແສງ​ແດດ. 21  ເຮົາ​ຊັງ​ເທດສະການ​ຕ່າງ​ໆ​ຂອງ​ພວກເຈົ້າ+ແລະ​ເຮົາ​ບໍ່​ມັກ​ກິ່ນ​ຫອມ​ຂອງ​ເຄື່ອງ​ບູຊາ​ຕ່າງ​ໆ​ທີ່​ພວກເຈົ້າ​ເຜົາ​ຢູ່​ການ​ປະຊຸມ​ພິເສດ. 22  ເຖິງ​ວ່າ​ພວກເຈົ້າ​ຈະ​ເອົາ​ເຄື່ອງ​ບູຊາ​ເຜົາ​ແລະ​ຂອງຂວັນ​ຕ່າງ​ໆ​ມາ​ໃຫ້​ເຮົາເຮົາ​ກໍ​ຈະ​ບໍ່​ຍອມ​ຮັບ.+ເຮົາ​ຈະ​ບໍ່​ສົນໃຈ​ແມ່ນ​ແຕ່​ສັດ​ໂຕ​ຕຸ້ຍ​ພີ​ດີ​ງາມ​ທີ່​ເປັນ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບສຸກ​ຂອງ​ພວກເຈົ້າ.+ 23  ເຊົາ​ຮ້ອງ​ເພງ​ທີ່​ເປັນ​ຕາ​ໜ້າ​ລຳຄານ​ຂອງ​ພວກເຈົ້າ​ສະແລະ​ຢ່າ​ໃຫ້​ເຮົາ​ໄດ້​ຍິນ​ສຽງ​ເຄື່ອງ​ດົນຕີ​ທີ່​ມີ​ສາຍ​ຂອງ​ພວກເຈົ້າ​ອີກ.+ 24  ໃຫ້​ຄວາມ​ຍຸຕິທຳ​ໄຫຼ​ມາ​ຄື​ກັບ​ແມ່​ນ້ຳ+ແລະ​ໃຫ້​ຄວາມ​ຖືກຕ້ອງ​ເປັນ​ຄື​ກັບ​ນ້ຳ​ທີ່​ໄຫຼ​ບໍ່​ຂາດ​ສາຍ. 25  ພວກ​ອິດສະຣາເອນ​ເອີ້ຍ ຕະຫຼອດ 40 ປີ​ທີ່​ຢູ່​ບ່ອນ​ກັນດານພວກເຈົ້າ​ກໍ​ບໍ່​ໄດ້​ເອົາ​ເຄື່ອງ​ບູຊາ​ແລະ​ຂອງຂວັນ​ຕ່າງ​ໆ​ມາ​ໃຫ້​ເຮົາ​ຕົ໋ວ!+ 26  ຕອນ​ທີ່​ພວກເຈົ້າ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ ພວກເຈົ້າ​ຈະ​ຕ້ອງ​ແບກ​ພະ​ສັກ​ກຸດ​ກັບ​ພະ​ໄກ​ວັນ*​ໄປ​ນຳເຊິ່ງ​ເປັນ​ພະເຈົ້າ​ແຫ່ງ​ດວງ​ດາວ​ທີ່​ພວກເຈົ້າ​ເຮັດ​ຂຶ້ນ​ມາ. 27  ເຮົາ​ຈະ​ໃຫ້​ພວກເຈົ້າ​ໄປ​ເປັນ​ຊະເລີຍ​ຢູ່​ແຜ່ນດິນ​ທີ່​ໄກ​ຈາກ​ເມືອງ​ດາມາເຊ.’+ ພະເຈົ້າ​ທີ່​ຊື່​ເຢໂຫວາ​ຜູ້​ບັນຊາການກອງທັບ​ໄດ້​ເວົ້າ​ໄວ້​ແນວ​ນີ້.”+

ຂໍຄວາມໄຂເງື່ອນ

ຫຼື​ອາດ​ແປ​ວ່າ “ກາຍ​ເປັນ​ເມືອງ​ທີ່​ຊົ່ວ​ຮ້າຍ”
ຫຼື “ສິ່ງ​ທີ່​ຂົມ”
ອາດ​ໝາຍເຖິງ​ດາວ​ໄກ່​ນ້ອຍ​ໃນ​ກຸ່ມ​ດາວ​ງົວ
ອາດ​ໝາຍເຖິງ​ກຸ່ມ​ດາວ​ນາຍ​ພານ
ແປ​ຕາມ​ໂຕ​ວ່າ “ຫີນ​ທີ່​ຕັດ​ເປັນ​ກ້ອນ”
ຫຼື “ພາສີ​ທີ່​ດິນ”
ທັງ​ສອງ​ພະ​ນີ້​ອາດ​ໝາຍເຖິງ​ດາວ​ເສົາ​ທີ່​ເຂົາເຈົ້າ​ນັບຖື​ເປັນ​ພະເຈົ້າ