ອາໂມດ 6:1-14

  • ຄົນ​ທີ່​ໝັ້ນໃຈ​ໃນ​ໂຕເອງ​ຈະ​ຖືກ​ທຳລາຍ (1-14)

    • ຕຽງ​ງາ​ຊ້າງ; ຈອກ​ເຫຼົ້າແວງ (4, 6)

6  “ຄົນ​ທີ່​ຢູ່​ຊີໂອນ​ທີ່​ໝັ້ນໃຈ​ໃນ​ໂຕເອງ*​ຈະ​ຖືກ​ທຳລາຍ.ຄົນ​ທີ່​ຄິດ​ວ່າ​ໂຕເອງ​ປອດໄພ​ຢູ່​ພູ​ຂອງ​ຊາມາເຣຍ​ຈະ​ຈິບຫາຍ.+ຄົນ​ທີ່​ສຳຄັນ​ຂອງ​ຊາດເຊິ່ງ​ເປັນ​ຄົນ​ທີ່​ພວກ​ອິດສະຣາເອນ​ວາງໃຈ​ຈະ​ຖືກ​ທຳລາຍ​ຄື​ກັນ!   ຂ້າມ​ໄປ​ເບິ່ງ​ເມືອງ​ການເນ​ແມ້! ແລ້ວ​ໄປ​ເມືອງ​ຮາມັດ​ທີ່​ເປັນ​ເມືອງ​ໃຫຍ່.+ຈາກ​ນັ້ນ ໃຫ້​ລົງ​ໄປ​ເມືອງ​ກັດ​ຂອງ​ພວກ​ຟີລິດສະຕີນ. ເມືອງ​ເຫຼົ່ານີ້​ດີ​ກວ່າ​ປະເທດ*​ຂອງ​ພວກເຈົ້າ​ບໍ?ແຜ່ນດິນ​ຂອງ​ເຂົາເຈົ້າ​ກວ້າງ​ກວ່າ​ແຜ່ນດິນ​ຂອງ​ພວກເຈົ້າ​ບໍ?   ພວກເຈົ້າ​ບໍ່​ສົນໃຈ​ມື້​ທີ່​ມີ​ຄວາມທຸກ​ລຳບາກ+ແລະ​ເຮັດ​ໃຫ້​ແຜ່ນດິນ​ຂອງ​ພວກເຈົ້າ​ມີ​ແຕ່​ຄວາມ​ຮຸນແຮງ​ແມ່ນ​ບໍ?+   ພວກເຈົ້າ​ນອນ​ຢູ່​ເທິງ​ຕຽງ​ງາຊ້າງ+​ແລະ​ນອນ​ເທີ້ງ​ຢູ່​ເທິງ​ຕັ່ງ​ຍາວ.+ພວກເຈົ້າ​ກິນ​ຊີ້ນ​ແກະ​ທີ່​ດີ​ໆ​ແລະ​ຊີ້ນ​ງົວ​ນ້ອຍ​ໂຕ​ຕຸ້ຍ​ໆ​.+   ພວກເຈົ້າ​ແຕ່ງ​ເພງ​ໃຫ້​ເຂົ້າ​ກັບ​ສຽງ​ພິນ*+ແລະ​ເຮັດ​ເຄື່ອງ​ດົນຕີ​ແນວ​ໃໝ່​ໆ​ຂຶ້ນ​ມາ​ຄື​ກັບ​ດາວິດ.+   ພວກເຈົ້າ​ກິນ​ເຫຼົ້າແວງ​ຈອກ​ບັກ​ໃຫຍ່+ແລະ​ເອົາ​ນ້ຳມັນ​ທີ່​ດີ​ທີ່ສຸດ​ທາ​ໂຕ​ພວກເຈົ້າ​ເອງ. ແຕ່​ພວກເຈົ້າ​ບໍ່​ສົນໃຈ​ເລີຍ​ວ່າ​ຄົນ​ຂອງ​ໂຢເຊັບ​ຈະ​ຈິບຫາຍ.+   ພວກເຈົ້າ​ຈະ​ໄປ​ເປັນ​ຊະເລີຍ​ກຸ່ມ​ທຳອິດ+ແລະ​ຈະ​ບໍ່​ມີ​ສຽງ​ຟົດ​ແຊວ​ຂອງ​ງານ​ລ້ຽງ​ອີກ​ຕໍ່ໄປ.   ພະ​ເຢໂຫວາ​ພະເຈົ້າ​ຜູ້​ບັນຊາການກອງທັບ​ເວົ້າ​ວ່າ ‘ເຮົາ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ສາບານ*​ວ່າ+“ເຮົາ​ຂີ້ດຽດ​ຄວາມ​ຍິ່ງ​ຂອງ​ຢາໂຄບ.+ເຮົາ​ຊັງ​ປ້ອມ​ສູງ​ຕ່າງ​ໆ​ຂອງ​ລາວ+ແລະ​ເຮົາ​ຈະ​ເອົາ​ເມືອງ​ຂອງ​ລາວ​ກັບ​ທຸກ​ສິ່ງ​ທີ່​ຢູ່​ໃນ​ເມືອງ​ໃຫ້​ພວກ​ສັດຕູ.+  ຖ້າ​ມີ 10 ຄົນ​ເຫຼືອ​ຢູ່​ໃນ​ເຮືອນ​ຫຼັງ​ໜຶ່ງ ເຂົາເຈົ້າ​ຈະ​ຕ້ອງ​ຕາຍ​ແນ່ນອນ. 10  ພີ່ນ້ອງ​ທາງ​ພໍ່​ຄົນ​ໜຶ່ງ*​ກໍ​ຈະ​ເອົາ​ສົບ​ໄປ​ຈູດ​ເທື່ອ​ລະ​ສົບ. ລາວ​ຈະ​ເອົາ​ສົບ*​ຂອງ​ເຂົາເຈົ້າ​ອອກ​ໄປ​ຈາກ​ເຮືອນ ແລ້ວ​ລາວ​ກໍ​ຈະ​ຖາມ​ຄົນ​ຢູ່​ໃນ​ເຮືອນ​ວ່າ ‘ຍັງ​ມີ​ຜູ້​ໃດ​ຢູ່​ນຳ​ເຈົ້າ​ອີກ​ບໍ?’ ຜູ້​ນັ້ນ​ກໍ​ຈະ​ຕອບ​ວ່າ ‘ບໍ່​ມີ!’ ແລ້ວ​ລາວ​ກໍ​ຈະ​ເວົ້າ​ກັບ​ຜູ້​ນັ້ນ​ວ່າ ‘ໃຫ້​ມິດ​ໆ​ຢູ່​ເດີ້ ເພາະ​ມັນ​ຊ້າ​ໂພດ​ແລ້ວ​ທີ່​ຈະ​ຮ້ອງ​ອອກ​ຊື່​ພະ​ເຢໂຫວາ.’” 11  ເມື່ອ​ພະ​ເຢໂຫວາ​ສັ່ງ+ເຮືອນ​ໃຫຍ່​ຈະ​ຕ້ອງ​ຖືກ​ທຳລາຍແລະ​ເຮືອນ​ນ້ອຍ​ກໍ​ຈະ​ເຫຼືອ​ແຕ່​ຊາກຫັກພັງ.+ 12  ມ້າ​ຈະ​ແລ່ນ​ຢູ່​ຕາມ​ໂກນ​ຫີນ​ໄດ້​ບໍຫຼື​ຈະ​ມີ​ຄົນ​ເອົາ​ງົວ​ໄປ​ໄຖ​ນາ​ຢູ່​ຫັ້ນ​ບໍ? ພວກເຈົ້າ​ປ່ຽນ​ຄວາມ​ຍຸຕິທຳ​ໃຫ້​ເປັນ​ຕົ້ນ​ໄມ້​ທີ່​ມີ​ພິດແລະ​ເຮັດ​ໃຫ້​ໝາກ​ຂອງ​ຄວາມ​ຖືກຕ້ອງ​ກາຍ​ເປັນ​ໝາກ​ຂອງ​ຕົ້ນ​ໄມ້​ຂົມ.+ 13  ພວກເຈົ້າ​ດີໃຈ​ໃນ​ສິ່ງ​ທີ່​ບໍ່​ມີຄ່າແລະ​ເວົ້າ​ວ່າ “ພວກ​ເຮົາ​ໄດ້​ໄຊ​ຊະນະ*​ຍ້ອນ​ເຫື່ອ​ແຮງ​ຂອງ​ພວກ​ເຮົາ​ເອງ​ຕົ໋ວ?”+ 14  ດັ່ງນັ້ນ ພວກ​ອິດສະຣາເອນ​ເອີ້ຍ ເຮົາ​ຈະ​ໃຫ້​ຊາດ​ໜຶ່ງ​ມາ​ຕໍ່ສູ້​ພວກເຈົ້າ+ແລ້ວ​ເຂົາເຈົ້າ​ຈະ​ກົດຂີ່​ພວກເຈົ້າ​ຕັ້ງແຕ່​ເລໂບຮາມັດ*+​ໄປ​ຈົນ​ຮອດ​ລຳ​ນ້ຳ*​ຂອງ​ອາຣາບາ.’ ພະ​ເຢໂຫວາ​ພະເຈົ້າ​ຜູ້​ບັນຊາການກອງທັບ​ເວົ້າ​ໄວ້​ແນວ​ນີ້.”

ຂໍຄວາມໄຂເງື່ອນ

ຫຼື “ສະໜຸກ​ສຸກ​ສະບາຍ”
ອາດ​ໝາຍ​ປະເທດ​ຢູດາ​ແລະ​ອິດສະຣາເອນ
ຫຼື “ເຄື່ອງ​ດົນຕີ​ທີ່​ມີ​ສາຍ”
ຫຼື “ສາບານ​ດ້ວຍ​ໂຕ​ເຮົາ​ເອງ”
ແປ​ຕາມ​ໂຕ​ວ່າ “ອ້າຍ​ຫຼື​ນ້ອງ​ຊາຍ​ຂອງ​ພໍ່”
ແປ​ຕາມ​ໂຕ​ວ່າ “ກະດູກ”
ແປ​ຕາມ​ໂຕ​ວ່າ “ພວກ​ເຮົາ​ເອົາ​ເຂົາ​ສັດ​ມາ​ໃຫ້​ໂຕເອງ”
ຫຼື “ເຂດ​ແດນ​ຮາມັດ”
ຫຼື “ວາດີ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.