ອາໂມດ 7:1-17

  • ນິມິດ​ທີ່​ສະແດງ​ວ່າ​ອິດສະຣາເອນ​ໃກ້​ຈະ​ເຖິງ​ຈຸດຈົບ (1-9)

    • ຝູງ​ຕັກກະແຕນ (1-3) ໄຟ (4-6) ລູກ​ດິ່ງ (7-9)

  • ອາໂມດ​ຖືກ​ຫ້າມ​ບໍ່​ໃຫ້​ພະຍາກອນ (10-17)

7  ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ໃຫ້​ຂ້ອຍ​ເຫັນ​ນິມິດ​ດັ່ງ​ນີ້. ເພິ່ນ​ໃຫ້​ຝູງ​ຕັກກະແຕນ​ມາ​ກິນ​ຜົນລະປູກ​ທີ່​ຫາກໍ​ປົ່ງ​ຂຶ້ນ​ໃໝ່​ໃນ​ລະດູ​ໜາວ.* ເຫດການ​ນີ້​ເກີດ​ຂຶ້ນ​ຫຼັງ​ຈາກ​ທົ່ງ​ຫຍ້າ​ຂອງ​ກະສັດ​ອິດສະຣາເອນ​ຖືກ​ກ່ຽວ​ແລ້ວ​ໆ​.  ເມື່ອ​ຝູງ​ຕັກກະແຕນ​ກິນ​ຜົນລະປູກ​ໃນ​ແຜ່ນດິນ​ໝົດ​ແລ້ວ ຂ້ອຍ​ເລີຍ​ເວົ້າ​ກັບ​ເພິ່ນ​ວ່າ: “ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເອີ້ຍ ຂໍ​ພະອົງ​ຍົກ​ໂທດ​ໃຫ້​ຄົນ​ຂອງ​ພະອົງ​ແດ່.+ ລູກ​ຫຼານ​ຂອງ​ຢາໂຄບ​ຈະ​ລອດ*​ໄດ້​ແນວໃດ? ເຂົາເຈົ້າ​ບໍ່​ມີ​ເຫື່ອ​ບໍ່​ມີ​ແຮງ​ເລີຍ!”+  ດັ່ງນັ້ນ ພະ​ເຢໂຫວາ​ຈຶ່ງ​ປ່ຽນ​ໃຈ.*+ ພະ​ເຢໂຫວາ​ເວົ້າ​ວ່າ: “ສິ່ງ​ທີ່​ເຈົ້າ​ໄດ້​ເຫັນ​ນີ້​ຈະ​ບໍ່​ເກີດ​ຂຶ້ນ.”  ແລ້ວ​ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ກໍ​ໃຫ້​ຂ້ອຍ​ເຫັນ​ນິມິດ​ດັ່ງ​ນີ້. ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ໄດ້​ໃຊ້​ໄຟ​ລົງ​ມາ​ເພື່ອ​ລົງໂທດ. ໄຟ​ນັ້ນ​ເຮັດ​ໃຫ້​ນ້ຳ​ໃນ​ທະເລ​ແຫ້ງ​ໝົດ​ແລະ​ໄໝ້​ແຜ່ນດິນ​ໄປ​ບາງ​ສ່ວນ.  ຂ້ອຍ​ຈຶ່ງ​ເວົ້າ​ກັບ​ເພິ່ນ​ວ່າ: “ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເອີ້ຍ ຂໍ​ພະອົງ​ຢ່າ​ເຮັດ​ແນວ​ນັ້ນ​ເລີຍ.+ ລູກ​ຫຼານ​ຂອງ​ຢາໂຄບ​ຈະ​ລອດ​ໄດ້​ແນວໃດ? ເຂົາເຈົ້າ​ບໍ່​ມີ​ເຫື່ອ​ບໍ່​ມີ​ແຮງ​ເລີຍ!”+  ດັ່ງນັ້ນ ພະ​ເຢໂຫວາ​ຈຶ່ງ​ປ່ຽນ​ໃຈ.+ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເວົ້າ​ວ່າ: “ສິ່ງ​ທີ່​ເຈົ້າ​ໄດ້​ເຫັນ​ນີ້​ຈະ​ບໍ່​ເກີດ​ຂຶ້ນ​ຄື​ກັນ.”  ແລ້ວ​ເພິ່ນ​ກໍ​ໃຫ້​ຂ້ອຍ​ເຫັນ​ນິມິດ​ດັ່ງ​ນີ້. ພະ​ເຢໂຫວາ​ຢືນ​ຢູ່​ເທິງ​ກຳແພງ​ທີ່​ມີ​ລູກ​ດິ່ງ​ເນັ່ງ​ຢູ່ ແລະ​ລູກ​ດິ່ງ​ກໍ​ຢູ່​ມື​ເພິ່ນ.  ພະ​ເຢໂຫວາ​ຖາມ​ຂ້ອຍ​ວ່າ: “ອາໂມດ​ເຈົ້າ​ເຫັນ​ອີ່ຫຍັງ?” ຂ້ອຍ​ຕອບ​ວ່າ: “ເຫັນ​ລູກ​ດິ່ງ.” ພະ​ເຢໂຫວາ​ເວົ້າ​ຕໍ່ໄປ​ວ່າ: “ເຮົາ​ກຳລັງ​ຈະ​ເອົາ​ລູກ​ດິ່ງ​ແທກ​ພວກ​ອິດສະຣາເອນ​ຄົນ​ຂອງ​ເຮົາ. ເຮົາ​ຈະ​ບໍ່​ຍົກ​ໂທດ​ໃຫ້​ເຂົາເຈົ້າ​ອີກ​ຕໍ່ໄປ.+  ບ່ອນ​ນະມັດສະການ​ຂອງ​ອີຊາກ+​ຈະ​ຖືກ​ເຮັດ​ໃຫ້​ຮ້າງ​ເປົ່າ ແລະ​ບ່ອນ​ບໍລິສຸດ​ຂອງ​ອິດສະຣາເອນ​ຈະ​ຖືກ​ທຳລາຍ.+ ເຮົາ​ຈະ​ໃຊ້​ດາບ​ຂ້າ​ຄອບຄົວ​ຂອງ​ເຢໂຣໂບອາມ.”+ 10  ປະໂລຫິດ​ອາມາຊີຢາ​ທີ່​ຢູ່​ເມືອງ​ເບເທນ+​ໄດ້​ສົ່ງ​ຂ່າວ​ໄປ​ໃຫ້​ເຢໂຣໂບອາມ+​ກະສັດ​ຂອງ​ອິດສະຣາເອນ​ວ່າ: “ອາໂມດ​ກຳລັງ​ຍົວະ​ຄົນອື່ນ​ໃຫ້​ຕໍ່ຕ້ານ​ທ່ານ​ໃຫ້​ລູກ​ຫຼານ​ອິດສະຣາເອນ​ໄດ້​ຍິນ.+ ປະຊາຊົນ​ໃນ​ແຜ່ນດິນ​ກໍ​ຮັບ​ບໍ່​ໄດ້​ກັບ​ຄຳເວົ້າ​ຂອງ​ລາວ+ 11  ເພາະ​ອາໂມດ​ເວົ້າ​ວ່າ ‘ເຢໂຣໂບອາມ​ຈະ​ຖືກ​ຂ້າ​ດ້ວຍ​ດາບ ແລະ​ພວກ​ອິດສະຣາເອນ​ຈະ​ຕ້ອງ​ໄປ​ເປັນ​ຊະເລີຍ​ຢູ່​ປະເທດ​ອື່ນ​ແນ່ນອນ.’”+ 12  ອາມາຊີຢາ​ເວົ້າ​ໃຫ້​ອາໂມດ​ວ່າ: “ນັກ​ນິມິດ​ໃຫຍ່​ເອີ້ຍ ໜີ​ຈາກ​ນີ້​ໄປ​ຢູ່​ຢູດາ​ສະ. ໄປ​ທຳ​ມາ​ຫາ​ກິນ*​ແລະ​ພະຍາກອນ​ຢູ່​ພຸ້ນ.+ 13  ເຈົ້າ​ຢ່າ​ມາ​ພະຍາກອນ​ຢູ່​ເບເທນ​ອີກ​ຕໍ່ໄປ+ ເພາະ​ຢູ່​ນີ້​ກໍ​ມີ​ບ່ອນ​ໃຫ້​ກະສັດ​ນະມັດສະການ+​ແລະ​ມີ​ວິຫານ​ຂອງ​ຊາດ​ຢູ່​ແລ້ວ.” 14  ອາໂມດ​ຕອບ​ອາມາຊີຢາ​ວ່າ: “ຂ້ອຍ​ບໍ່​ແມ່ນ​ຜູ້​ພະຍາກອນ ທັງ​ບໍ່​ແມ່ນ​ລູກ​ຊາຍ​ຂອງ​ຜູ້​ພະຍາກອນ. ແຕ່​ກີ້​ຂ້ອຍ​ເປັນ​ແຕ່​ຄົນ​ລ້ຽງ​ແກະ+​ແລະ​ເປັນ​ຄົນ​ເບິ່ງແຍງ​ຕົ້ນ​ໝາກເດື່ອ.* 15  ແຕ່​ພະ​ເຢໂຫວາ​ໃຫ້​ຂ້ອຍ​ປະ​ວຽກ​ລ້ຽງ​ແກະ ແລະ​ພະ​ເຢໂຫວາ​ບອກ​ຂ້ອຍ​ວ່າ ‘ໄປ​ພະຍາກອນ​ໃຫ້​ພວກ​ອິດສະຣາເອນ​ຄົນ​ຂອງ​ເຮົາ​ຟັງ.’+ 16  ຟັງ​ດີ​ໆ​ເດີ້ ພະ​ເຢໂຫວາ​ເວົ້າ​ແນວ​ນີ້ ‘ເຈົ້າ​ໄດ້​ເວົ້າ​ວ່າ “ຢ່າ​ພະຍາກອນ​ຕໍ່ສູ້​ອິດສະຣາເອນ+ ແລະ​ຢ່າ​ປະກາດ+​ຄຳ​ຕັດສິນ​ຕໍ່​ລູກ​ຫຼານ​ຂອງ​ອີຊາກ.” 17  ດັ່ງນັ້ນ ພະ​ເຢໂຫວາ​ເວົ້າ​ວ່າ “ເມຍ​ຂອງ​ເຈົ້າ​ຈະ​ເປັນ​ໂສເພນີ​ຢູ່​ໃນ​ເມືອງ. ລູກ​ຊາຍ​ແລະ​ລູກສາວ​ຂອງ​ເຈົ້າ​ຈະ​ຖືກ​ຂ້າ​ດ້ວຍ​ດາບ. ດິນ​ຂອງ​ເຈົ້າ​ຈະ​ຖືກ​ແທກ​ແລະ​ແບ່ງ​ໃຫ້​ຄົນອື່ນ. ສ່ວນ​ເຈົ້າ​ເອງ​ຈະ​ຕາຍ​ຢູ່​ແຜ່ນດິນ​ຂອງ​ຄົນ​ຕ່າງ​ຊາດ ແລະ​ພວກ​ອິດສະຣາເອນ​ຈະ​ຕ້ອງ​ໄປ​ເປັນ​ຊະເລີຍ​ຢູ່​ປະເທດ​ອື່ນ​ແນ່ນອນ.”’”+

ຂໍຄວາມໄຂເງື່ອນ

ໝາຍເຖິງ​ລະຫວ່າງ​ເດືອນ​ມັງກອນ​ແລະ​ເດືອນ​ກຸມພາ
ແປ​ຕາມ​ໂຕ​ວ່າ “ລຸກ​ຂຶ້ນ”
ຫຼື “ຮູ້ສຶກ​ເສຍໃຈ”
ແປ​ຕາມ​ໂຕ​ວ່າ “ກິນ​ເຂົ້າຈີ່”
ຫຼື “ຄົນ​ກີດ​ໝາກເດື່ອ.” ໝາຍເຖິງ​ໝາກເດື່ອ​ຊະນິດ​ໜຶ່ງ​ໃນ​ອິດສະຣາເອນ​ທີ່​ຊື່​ຊີກາມົນ.