ອາໂມດ 8:1-14

  • ນິມິດ​ກ່ຽວກັບ​ກະຕ່າ​ໃສ່​ໝາກ​ໄມ້​ລະດູ​ຮ້ອນ (1-3)

  • ພະເຈົ້າ​ຈະ​ລົງໂທດ​ພວກ​ທີ່​ກົດຂີ່ (4-14)

    • ຄວາມ​ອຶດຢາກ​ເລື່ອງ​ຄຳ​ສອນ​ຂອງ​ພະເຈົ້າ (11)

8  ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ໃຫ້​ຂ້ອຍ​ເຫັນ​ນິມິດ​ດັ່ງ​ນີ້. ມີ​ກະຕ່າ​ໜ່ວຍ​ໜຶ່ງ​ທີ່​ໃສ່​ໝາກ​ໄມ້​ລະດູ​ຮ້ອນ.  ເພິ່ນ​ຖາມ​ຂ້ອຍ​ວ່າ: “ອາໂມດ ເຈົ້າ​ເຫັນ​ອີ່ຫຍັງ?” ຂ້ອຍ​ຕອບ​ເພິ່ນ​ວ່າ: “ເຫັນ​ກະຕ່າ​ໜ່ວຍ​ໜຶ່ງ​ທີ່​ໃສ່​ໝາກ​ໄມ້​ລະດູ​ຮ້ອນ.” ແລ້ວ​ພະ​ເຢໂຫວາ​ກໍ​ເວົ້າ​ກັບ​ຂ້ອຍ​ອີກ​ວ່າ: “ມື້​ທີ່​ພວກ​ອິດສະຣາເອນ​ຄົນ​ຂອງ​ເຮົາ​ຈະ​ຖືກ​ລົງໂທດ​ມາ​ຮອດ​ແລ້ວ. ເຮົາ​ຈະ​ບໍ່​ຍົກ​ໂທດ​ໃຫ້​ເຂົາເຈົ້າ​ອີກ​ຕໍ່ໄປ.+  ‘ໃນ​ມື້​ນັ້ນ​ເພງ​ທີ່​ພວກເຈົ້າ​ຮ້ອງ​ຢູ່​ວິຫານ​ຈະ​ປ່ຽນ​ເປັນ​ເພງ​ໂສກ​ເສົ້າ.+ ຈະ​ມີ​ແຕ່​ຊາກ​ສົບ​ຢາຍ​ຢູ່​ທົ່ວ​ທຸກ​ບ່ອນ+​ແລະ​ມີ​ແຕ່​ຄວາມ​ງຽບ.’ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເວົ້າ​ໄວ້​ແນວ​ນີ້.   ຟັງ​ໃຫ້​ດີ​ໆ​ເດີ້ ພວກເຈົ້າ​ທີ່​ກົດຂີ່​ຄົນ​ທຸກແລະ​ຂັບ​ໄລ່​ຄົນ​ຖ່ອມ​ອອກ​ໄປ​ຈາກ​ແຜ່ນດິນ.+   ພວກເຈົ້າ​ເວົ້າ​ວ່າ ‘ປານ​ໃດ​ເທດສະການ​ເດືອນ​ອອກ​ໃໝ່​ຊິ​ແລ້ວ+ ພວກ​ເຮົາ​ຈຶ່ງ​ຊິ​ໄດ້​ຂາຍ​ເຂົ້າ?ປານ​ໃດ​ຊິ​ຫວິດ​ວັນ​ຊະບາໂຕ+ ພວກ​ເຮົາ​ຈຶ່ງ​ຊິ​ເອົາ​ເຂົ້າ​ອອກ​ມາ​ຂາຍ​ໄດ້? ພວກ​ເຮົາ​ຊິ​ເຮັດ​ແນວ​ຜອງ​ທີ່​ເປັນ​ເອຟາ*​ໃຫ້​ນ້ອຍ​ລົງແລະ​ເຮັດ​ເຊເກນ*​ໃຫ້​ໜັກ​ຂຶ້ນແລະ​ໂກງ​ຕາ​ຊິງ.+   ພວກ​ເຮົາ​ຊິ​ໄດ້​ໃຊ້​ເງິນ​ແຕ່​ໜ້ອຍ​ດຽວ​ເພື່ອ​ຊື້​ຄົນ​ທຸກແລະ​ເອົາ​ເກີບ​ຄູ່​ໜຶ່ງ​ໄປ​ແລກ​ເອົາ​ຄົນ​ທຸກຍາກ+ແລະ​ພວກ​ເຮົາ​ຊິ​ໄດ້​ເອົາ​ເຂົ້າ​ທີ່​ບໍ່​ດີ​ອອກ​ໄປ​ຂາຍ.’   ພະ​ເຢໂຫວາ​ຜູ້​ເປັນ​ສະຫງ່າ​ລາສີ​ຂອງ​ຢາໂຄບ​ໄດ້​ສາບານ​ດ້ວຍ​ໂຕ​ຂອງ​ເພິ່ນ​ວ່າ+‘ເຮົາ​ຈະ​ບໍ່​ລືມ​ວ່າ​ເຂົາເຈົ້າ​ໄດ້​ເຮັດ​ຫຍັງ​ໄວ້​ແດ່.+   ເມື່ອ​ເປັນ​ແນວ​ນັ້ນ ແຜ່ນດິນ​ກໍ​ຈະ​ສັ່ນ​ສະເທືອນ.ທຸກ​ໆ​ຄົນ​ທີ່​ຢູ່​ຫັ້ນ​ກໍ​ຈະ​ໂສກເສົ້າ.+ ແຜ່ນດິນ​ຈະ​ວຸ່ນ​ວາຍ​ຫຼາຍຄື​ກັບ​ນ້ຳ​ໃນ​ແມ່​ນ້ຳ​ນິນ​ຂອງ​ເອຢິບທີ່​ສູງ​ຂຶ້ນ ລົ້ນ​ຕາຝັ່ງ ແລະ​ບົກ​ລົງ.’+   ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເວົ້າ​ວ່າ‘ໃນ​ມື້​ນັ້ນ ເຮົາ​ຈະ​ໃຫ້​ຕາເວັນ​ຕົກ​ດິນ​ໃນ​ຕອນ​ທ່ຽງແລະ​ໃຫ້​ມີ​ຄວາມ​ມືດ​ຄຶ້ມ​ທົ່ວ​ແຜ່ນດິນ​ໃນ​ຕອນ​ກາງເວັນ.+ 10  ເຮົາ​ຈະ​ເຮັດ​ໃຫ້​ເທດສະການ​ຕ່າງ​ໆ​ຂອງ​ພວກເຈົ້າ​ມີ​ແຕ່​ຄວາມ​ໂສກເສົ້າ.+ເພງ​ທີ່​ພວກເຈົ້າ​ຮ້ອງ​ຈະ​ມີ​ແຕ່​ເພງ​ເສົ້າ​ໆ​. ເຮົາ​ຈະ​ໃຫ້​ພວກເຈົ້າ​ນຸ່ງ​ຜ້າເນື້ອຫຍາບ​ແລະ​ໃຫ້​ທຸກຄົນ​ແຖ​ຫົວ.ເຮົາ​ຈະ​ເຮັດ​ໃຫ້​ມື້​ນັ້ນ​ມີ​ແຕ່​ຄວາມ​ໂສກເສົ້າ ຄື​ກັບ​ມື້​ທີ່​ລູກ​ຊາຍ​ຄົນ​ດຽວ​ຂອງ​ພວກເຈົ້າ​ຕາຍແລະ​ຕອນ​ທ້າຍ​ຂອງ​ມື້​ນັ້ນ​ຈະ​ມີ​ແຕ່​ຄວາມ​ຂົມຂື່ນ.’ 11  ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເວົ້າ​ວ່າ ‘ມື້​ນັ້ນ​ໃກ້​ມາ​ຮອດ​ແລ້ວ.ເຮົາ​ຈະ​ເຮັດ​ໃຫ້​ທົ່ວ​ແຜ່ນດິນ​ມີ​ຄວາມ​ອຶດຢາກບໍ່​ແມ່ນ​ອຶດ​ເຂົ້າ​ອຶດ​ນ້ຳແຕ່​ອຶດ​ຍ້ອນ​ວ່າ​ບໍ່​ໄດ້​ຮັບ​ຄຳ​ສອນ​ຈາກ​ພະ​ເຢໂຫວາ.+ 12  ເຂົາເຈົ້າ​ຈະ​ຖືກ​ຊັດ​ຈາກ​ທະເລ​ໜຶ່ງ​ໄປ​ອີກ​ທະເລ​ໜຶ່ງແລະ​ຈາກ​ທິດເໜືອ​ໄປ​ທິດ​ຕາເວັນ​ອອກ. ເຂົາເຈົ້າ​ຈະ​ເລາະ​ຊອກ​ຫາ​ຄຳ​ສອນ​ຂອງ​ພະ​ເຢໂຫວາ ແຕ່​ກໍ​ຈະ​ຊອກ​ບໍ່ເຫັນ. 13  ໃນ​ມື້​ນັ້ນ ພວກຜູ້​ສາວ​ງາມ​ທີ່​ຍັງ​ບໍລິສຸດ*​ຈະ​ເປັນ​ລົມແລະ​ຊາຍ​ໜຸ່ມ​ຈະ​ສະຫຼົບ​ຍ້ອນ​ຫິວ​ນ້ຳ. 14  ຄົນ​ເຫຼົ່າ​ນັ້ນ​ທີ່​ສາບານ​ດ້ວຍ​ພະເຈົ້າ​ປອມ​ຂອງ​ຊາມາເຣຍ*+ ດານ+ ແລະ​ເບເອເຊບາ*+ຈະ​ລົ້ມ​ລົງ​ແລະ​ລຸກ​ຂຶ້ນ​ອີກ​ບໍ່​ໄດ້.’”+

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ຜູ້​ຍິງ​ທີ່​ບໍ່​ເຄີຍ​ແຕ່ງດອງ​ແລະ​ບໍ່​ເຄີຍ​ມີ​ເພດ​ສຳພັນ”
ພາສາ​ເຮັບເຣີ​ແປ​ວ່າ “ດ້ວຍ​ຄວາມ​ຜິດ​ຂອງ​ຊາມາເຣຍ.” ໝາຍເຖິງ​ຕົ້ນເຫດ​ທີ່​ເຮັດ​ໃຫ້​ເຂົາເຈົ້າ​ເຮັດ​ຜິດ ເຊິ່ງ​ແມ່ນ​ຮູບ​ບູຊາ​ຕ່າງ​ໆ​ຂອງ​ຊາມາເຣຍ.
ພາສາ​ເຮັບເຣີ​ແປ​ວ່າ “ທາງ​ໄປ​ເບເອເຊບາ.” ອາດ​ໝາຍເຖິງ​ເສັ້ນ​ທາງ​ທີ່​ພວກ​ສະແຫວງ​ບຸນ​ໃຊ້​ເດີນ​ທາງ​ເພື່ອ​ໄປ​ນະມັດສະການ​ພະເຈົ້າ​ປອມ.