ອົບພະຍົບ 11:1-10

  • ປະກາດ​ໄພ​ພິບັດ​ທີ 10 (1-10)

    • ພວກ​ອິດສະຣາເອນ​ຂໍ​ເຄື່ອງ​ເງິນ​ເຄື່ອງ​ຄຳ (2)

11  ພະ​ເຢໂຫວາ​ບອກ​ໂມເຊ​ວ່າ: “ເຮົາ​ຊິ​ເຮັດ​ໃຫ້​ໄພ​ພິບັດ​ອີກ​ຢ່າງ​ໜຶ່ງ​ເກີດ​ຂຶ້ນ​ກັບ​ຟາໂຣ*ແລະ​ຄົນ​ເອຢິບ. ຫຼັງ​ຈາກ​ນັ້ນ ລາວ​ຈະ​ປ່ອຍ​ພວກ​ເຈົ້າ​ໄປ​ຈາກບ່ອນນີ້.+ ຕອນ​ທີ່​ລາວ​ປ່ອຍ​ພວກ​ເຈົ້າ ລາວ​ຊິ​ໄລ່​ພວກ​ເຈົ້າ​ອອກ​ໄປ​ຊ້ຳ.+  ຕອນ​ນີ້​ໃຫ້​ເຈົ້າ​ໄປ​ບອກ​ພວກ​ອິດສະຣາເອນ​ທັງ​ຜູ້​ຍິງ​ທັງ​ຜູ້​ຊາຍ​ໃຫ້​ໄປ​ຂໍ​ເຄື່ອງ​ເງິນ​ເຄື່ອງ​ຄຳ​ຈາກ​ເພື່ອນ​ບ້ານ.”+  ແລ້ວ​ພະ​ເຢໂຫວາ​ກໍເຮັດ​ໃຫ້ຄົນ​ເອຢິບ​ໃຈ​ດີ​ຕໍ່​ພວກ​ອິດສະຣາເອນ. ນອກ​ຈາກ​ນັ້ນ ຄົນ​ຮັບ​ໃຊ້​ຂອງ​ຟາໂຣ​ແລະ​ຄົນ​ເອຢິບ​ຫຼາຍ​ຄົນ​ກໍ​ນັບ​ຖື​ໂມເຊ​ຫຼາຍ.  ແລ້ວ​ໂມເຊ​ກໍເວົ້າ​ກັບ​ຟາໂຣວ່າ: “ພະ​ເຢໂຫວາ​ເວົ້າ​ແນວ​ນີ້. ‘ຕອນ​ປະມານ​ທ່ຽງ​ຄືນ​ເຮົາ​ຊິ​ມາ​ແຜ່ນດິນ​ເອຢິບ+  ແລະ​ລູກ​ຊາຍ​ຜູ້​ທຳອິດ​ທົ່ວ​ແຜ່ນດິນ​ເອຢິບ​ກໍ​ຊິ​ຕາຍ.+ ບໍ່​ວ່າ​ຊິ​ເປັນ​ລູກ​ຊາຍ​ຂອງກະສັດ​ເອຢິບ* ລູກ​ຊາຍ​ຂອງ​ທາດ​ຍິງ​ທີ່​ກຳລັງ​ບົດ​ແປ້ງ ຫຼືລູກ​ສັດ​ໂຕ​ຜູ້​ໂຕ​ທຳອິດກໍ​ຊິ​ຕາຍ​ຄື​ກັນ​ໝົດ.+  ທົ່ວ​ແຜ່ນດິນ​ເອຢິບ​ຊິ​ມີ​ແຕ່​ຄົນ​ຮ້ອງ​ໄຫ້​ເສຍໃຈ​ແບບ​ທີ່​ບໍ່​ເຄີຍ​ເກີດ​ຂຶ້ນ​ມາ​ກ່ອນ ແລະ​ຫຼັງ​ຈາກ​ນີ້​ກໍ​ຊິ​ບໍ່​ເກີດ​ຂຶ້ນ​ອີກ​ເລີຍ.+  ແຕ່​ຄົນ​ອິດສະຣາເອນ​ກັບ​ຝູງ​ສັດ​ຂອງ​ເຂົາ​ເຈົ້າ​ຊິ​ປອດໄພ. ແມ່ນແຕ່​ສຽງ​ໝາ​ເຫົ່າທີ່​ເຮັດ​ໃຫ້​ເຂົາ​ເຈົ້າ​ຕົກ​ໃຈ​ຢ້ານ​ກໍ​ຊິ​ບໍ່​ມີ ແລະ​ພວກ​ເຈົ້າ​ຊິ​ຮູ້​ວ່າ​ວິທີ​ທີ່​ພະ​ເຢໂຫວາ​ເຮັດ​ກັບ​ຄົນ​ເອຢິບ​ບໍ່​ຄື​ກັບ​ວິທີ​ທີ່​ເພິ່ນ​ເຮັດ​ກັບ​ຄົນ​ອິດສະຣາເອນ.’+  ຫຼັງ​ຈາກ​ນັ້ນ ຄົນ​ຮັບ​ໃຊ້​ຂອງ​ທ່ານ​ທຸກ​ຄົນ​ຊິ​ມາ​ຫາ​ເຮົາ ແລ້ວ​ໝູບ​ໜ້າ​ລົງ​ຄຳນັບ​ເຮົາ ແລະ​ເວົ້າ​ວ່າ ‘ໃຫ້​ເຈົ້າ​ແລະ​ຄົນ​ທີ່​ຕິດ​ຕາມ​ເຈົ້າ​ອອກ​ຈາກ​ບ່ອນ​ນີ້​ສະ​’+ ແລະ​ເຮົາ​ກະ​ຊິ​ອອກ​ໄປ.” ເມື່ອ​ເວົ້າ​ຈົບ​ແລ້ວ​ໂມເຊ​ກໍ​ອອກ​ໄປ​ຈາກ​ວັງ​ຂອງ​ຟາໂຣ. ຕອນ​ນັ້ນ ໂມເຊ​ໃຈ​ຮ້າຍ​ຫຼາຍ.  ແລ້ວ​ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ວ່າ: “ຟາໂຣ​ຊິ​ບໍ່​ຟັງ​ເຈົ້າ​ດອກ+ ເພື່ອ​ເຮົາ​ຈະ​ໄດ້​ເຮັດ​ການອັດສະຈັນ​ອີກ​ຫຼາຍ​ຢ່າງ​ໃນ​ແຜ່ນດິນ​ເອຢິບ.”+ 10  ໂມເຊ​ກັບ​ອາໂຣນ​ໄດ້​ເຮັດ​ການອັດສະຈັນ​ອີກ​ຫຼາຍ​ຢ່າງ​ໃຫ້​ຟາໂຣ​ເຫັນ+ ແຕ່​ພະ​ເຢໂຫວາ​ປ່ອຍ​ໃຫ້​ຟາໂຣ​ເປັນ​ຄົນ​ຫົວ​ແຂງ​ຄື​ເກົ່າ ແລະ​ລາວ​ກໍ​ບໍ່​ຍອມ​ປ່ອຍ​ພວກ​ອິດສະຣາເອນ​ອອກ​ໄປ​ຈາກ​ແຜ່ນດິນ​ຂອງ​ລາວ.+

ຂໍຄວາມໄຂເງື່ອນ

ນີ້​ແມ່ນ​ຕຳແໜ່ງ​ກະສັດ​ຂອງ​ເອຢິບ
ແປ​ຕາມ​ໂຕ​ວ່າ “ຟາໂຣ”