ອົບພະຍົບ 18:1-27
18 ເຢດໂຣພໍ່ເຖົ້າຂອງໂມເຊເປັນປະໂລຫິດຂອງຄົນມີດີອານ.+ ລາວໄດ້ຍິນເລື່ອງທັງໝົດທີ່ພະເຈົ້າເຮັດເພື່ອໂມເຊແລະພວກອິດສະຣາເອນຄົນຂອງເພິ່ນ. ລາວໄດ້ຍິນວ່າພະເຢໂຫວາຊ່ວຍພວກອິດສະຣາເອນອອກຈາກເອຢິບແນວໃດ.+
2 ກ່ອນໜ້ານີ້ໂມເຊບອກໃຫ້ຊິບໂປຣາກັບໄປຢູ່ນຳພໍ່
3 ແລະໃຫ້ພາລູກຊາຍ 2 ຄົນໄປນຳ.+ ໂມເຊຕັ້ງຊື່ລູກຄົນໜຶ່ງວ່າເກໂຊມ*+ ເພາະລາວບອກວ່າ: “ຂ້ອຍມາຢູ່ຕ່າງປະເທດເປັນຄົນຕ່າງຊາດ.”
4 ອີກຄົນໜຶ່ງຊື່ເອລີເອເຊ* ເພາະໂມເຊບອກວ່າ: “ພະເຈົ້າຂອງພໍ່ຂ້ອຍເປັນຜູ້ຊ່ວຍຂ້ອຍ. ຕອນທີ່ຟາໂຣ*ພະຍາຍາມຂ້າຂ້ອຍ+ ເພິ່ນໄດ້ຊ່ວຍຂ້ອຍໃຫ້ລອດ.”
5 ເຢດໂຣພໍ່ເຖົ້າຂອງໂມເຊພາລູກພາເມຍຂອງໂມເຊມາຮອດຄ້າຍທີ່ໂມເຊພັກຢູ່ ໃກ້ພູຂອງພະເຈົ້າທ່ຽງແທ້ໃນບ່ອນກັນດານ.+
6 ເມື່ອມາຮອດແລ້ວ ລາວເວົ້າກັບຜູ້ໜຶ່ງວ່າ: “ຂ້ອຍແມ່ນເຢດໂຣພໍ່ເຖົ້າຂອງໂມເຊ.+ ຝາກໄປບອກລາວແດ່ວ່າ ຂ້ອຍພາລູກພາເມຍຂອງລາວມາຮອດແລ້ວເດີ້.”
7 ໂມເຊຈຶ່ງອອກໄປຫາພໍ່ເຖົ້າທັນທີ. ລາວກົ້ມລົງແລະຈູບທັກທາຍພໍ່ເຖົ້າ. ເຂົາເຈົ້າຖາມຂ່າວຄາວກັນ ແລ້ວກໍເຂົ້າໄປໃນເຕັ້ນຂອງໂມເຊ.
8 ໂມເຊໄດ້ເລົ່າໃຫ້ພໍ່ເຖົ້າຟັງວ່າ ພະເຢໂຫວາໄດ້ເຮັດຫຍັງແດ່ໃຫ້ຟາໂຣກັບພວກເອຢິບ ເພື່ອຊ່ວຍພວກອິດສະຣາເອນ.+ ເຂົາເຈົ້າເຈິຄວາມທຸກລຳບາກຫຍັງແດ່ຕອນທີ່ເດີນທາງ+ ແລະພະເຢໂຫວາຊ່ວຍເຂົາເຈົ້າແນວໃດໃຫ້ລອດ.
9 ເຢດໂຣດີໃຈທີ່ໄດ້ຍິນເລື່ອງດີໆທີ່ພະເຢໂຫວາເຮັດ ເພື່ອຊ່ວຍຄົນອິດສະຣາເອນໃຫ້ອອກຈາກເອຢິບ.*
10 ເຢດໂຣເວົ້າວ່າ: “ຂໍໃຫ້ພະເຢໂຫວາໄດ້ຮັບຄຳຍ້ອງຍໍສັນລະເສີນ ຍ້ອນເພິ່ນໄດ້ຊ່ວຍລູກໃຫ້ລອດຈາກຟາໂຣກັບພວກເອຢິບ ແລະຊ່ວຍພວກອິດສະຣາເອນໃຫ້ລອດຈາກການກົດຂີ່ຂອງພວກເອຢິບ.
11 ຕອນນີ້ ພໍ່ຮູ້ແລ້ວວ່າພະເຢໂຫວາໃຫຍ່ກວ່າພະເຈົ້າອື່ນໆ+ ຍ້ອນເພິ່ນໄດ້ປົກປ້ອງປະຊາຊົນຂອງເພິ່ນຈາກພວກສັດຕູທີ່ຍິ່ງຈອງຫອງ.”
12 ເຢດໂຣພໍ່ເຖົ້າຂອງໂມເຊໄດ້ເອົາເຄື່ອງບູຊາຕ່າງໆມາເຜົາໃຫ້ພະເຈົ້າ ແລ້ວອາໂຣນກັບພວກຜູ້ນຳຂອງອິດສະຣາເອນທັງໝົດກໍພາກັນມາກິນເຂົ້າກັບພໍ່ເຖົ້າຂອງໂມເຊຕໍ່ໜ້າພະເຈົ້າທ່ຽງແທ້.
13 ມື້ຕໍ່ມາ ໂມເຊນັ່ງຕັດສິນຄະດີໃຫ້ປະຊາຊົນຕາມປົກກະຕິ ແລະເຂົາເຈົ້າກໍພາກັນມາຢືນຖ້າໂມເຊຕັ້ງແຕ່ເຊົ້າຮອດຄ່ຳ.
14 ເມື່ອພໍ່ເຖົ້າຂອງໂມເຊເຫັນທຸກສິ່ງທີ່ໂມເຊເຮັດຢູ່ນັ້ນ ລາວກໍເວົ້າວ່າ: “ເປັນຫຍັງລູກຄືເຮັດແບບນີ້? ລູກຄືເຮັດທຸກສິ່ງທຸກຢ່າງຄົນດຽວ ແລະໃຫ້ທຸກຄົນຢືນຖ້າຕັ້ງແຕ່ເຊົ້າຮອດຄ່ຳ?”
15 ໂມເຊຕອບພໍ່ເຖົ້າວ່າ: “ຍ້ອນປະຊາຊົນມາຫາລູກເພື່ອຢາກຂໍຄຳແນະນຳຈາກພະເຈົ້າ.
16 ເມື່ອມີບັນຫາກັນເຂົາເຈົ້າກໍມາຫາລູກ. ລູກຕ້ອງຕັດສິນວ່າຜູ້ໃດເປັນຝ່າຍຖືກ ແລະລູກຕ້ອງບອກໃຫ້ເຂົາເຈົ້າຮູ້ຂໍ້ຄຳສັ່ງແລະກົດໝາຍຂອງພະເຈົ້າທ່ຽງແທ້.”+
17 ພໍ່ເຖົ້າຂອງໂມເຊກໍບອກລາວວ່າ: “ລູກເຮັດແບບນີ້ບໍ່ດີປານໃດໄດ໋.
18 ລູກຊິເມື່ອຍຫຼາຍແລະປະຊາຊົນທີ່ມາຫາລູກກໍຊິເມື່ອຍຄືກັນ ເພາະວຽກນີ້ໜັກຫຼາຍ. ລູກເຮັດຄົນດຽວບໍ່ໄຫວດອກ.
19 ຟັງເດີ້ ພໍ່ຊິແນະນຳລູກ ແລະພະເຈົ້າຊິຢູ່ກັບລູກ.+ ລູກຊິເວົ້າກັບພະເຈົ້າທ່ຽງແທ້ແທນປະຊາຊົນ+ ແລະລູກຕ້ອງບອກຄະດີຄວາມໃຫ້ພະເຈົ້າທ່ຽງແທ້ຮູ້.+
20 ລູກຕ້ອງສອນເຂົາເຈົ້າໃຫ້ຮູ້ຂໍ້ກຳນົດແລະກົດໝາຍຂອງພະເຈົ້າ+ ໃຫ້ເຂົາເຈົ້າຮູ້ວ່າຄວນໃຊ້ຊີວິດແນວໃດ ແລະຄວນເຮັດຫຍັງ.
21 ລູກຕ້ອງເລືອກຜູ້ຊາຍທີ່ມີຄວາມສາມາດທີ່ຈະຕັດສິນໄດ້+ ນັບຖື*ພະເຈົ້າຫຼາຍ ໄວ້ໃຈໄດ້ ບໍ່ຊອກຫາຜົນປະໂຫຍດໃຫ້ໂຕເອງ+ ແລ້ວແຕ່ງຕັ້ງເຂົາເຈົ້າໃຫ້ເປັນຫົວໜ້າເບິ່ງແຍງພັນຄົນ ຫົວໜ້າເບິ່ງແຍງຮ້ອຍຄົນ ຫົວໜ້າເບິ່ງແຍງຫ້າສິບຄົນ ແລະຫົວໜ້າເບິ່ງແຍງສິບຄົນ.+
22 ໃຫ້ເຂົາເຈົ້າຕັດສິນຄະດີທີ່ບໍ່ຍາກ ສ່ວນຄະດີທີ່ຍາກໃຫ້ເຂົາເຈົ້າເອົາມາໃຫ້ລູກຕັດສິນ.+ ຖ້າລູກແບ່ງວຽກໃຫ້ເຂົາເຈົ້າເຮັດ ລູກກໍຈະບໍ່ເມື່ອຍຫຼາຍ.+
23 ຖ້າລູກເຮັດແບບນີ້ແລະເລື່ອງນີ້ເປັນໄປຕາມຄວາມຕ້ອງການຂອງພະເຈົ້າ ວຽກລູກກໍຈະບໍ່ໜັກຫຼາຍ ແລະທຸກຄົນຈະກັບເມືອເຮືອນຢ່າງສະບາຍໃຈ.”
24 ໂມເຊເຮັດຕາມຄຳແນະນຳທຸກຢ່າງຂອງພໍ່ເຖົ້າທັນທີ.
25 ລາວເລືອກພວກຜູ້ຊາຍທີ່ມີຄວາມສາມາດທີ່ຈະຕັດສິນໄດ້ຈາກພວກອິດສະຣາເອນ ແລ້ວແຕ່ງຕັ້ງເຂົາເຈົ້າໃຫ້ເປັນຫົວໜ້າເບິ່ງແຍງພັນຄົນ ຫົວໜ້າເບິ່ງແຍງຮ້ອຍຄົນ ຫົວໜ້າເບິ່ງແຍງຫ້າສິບຄົນ ແລະຫົວໜ້າເບິ່ງແຍງສິບຄົນ.
26 ແລ້ວເຂົາເຈົ້າຈະຕັດສິນຄະດີທີ່ບໍ່ຍາກ ສ່ວນຄະດີທີ່ຍາກເຂົາເຈົ້າກໍເອົາໄປໃຫ້ໂມເຊຕັດສິນ.+
27 ຫຼັງຈາກນັ້ນ ໂມເຊກັບພໍ່ເຖົ້າກໍລາຈາກກັນ+ ແລະພໍ່ເຖົ້າກໍກັບບ້ານ.
ຂໍ ຄວາມ ໄຂ ເງື່ອນ
^ ແປວ່າ “ຄົນຕ່າງຊາດເຊິ່ງຢູ່ທີ່ນັ້ນ”
^ ແປວ່າ “ພະເຈົ້າຂອງຂ້ອຍເປັນຜູ້ຊ່ວຍເຫຼືອຂ້ອຍ”
^ ນີ້ແມ່ນຕຳແໜ່ງກະສັດຂອງເອຢິບ
^ ແປຕາມໂຕວ່າ “ຈາກເງື້ອມມືຂອງເອຢິບ”
^ ແປຕາມໂຕວ່າ “ຢ້ານຢຳ”