ອົບພະຍົບ 22:1-31

  • ກົດ​ໝາຍ​ສຳລັບ​ພວກ​ອິດສະຣາເອນ (1-31)

    • ກ່ຽວ​ກັບ​ຂີ້​ລັກ (1-4)

    • ກ່ຽວ​ກັບ​ຜົນລະປູກ​ທີ່​ເສຍຫາຍ (5, 6)

    • ກ່ຽວ​ກັບ​ການ​ຊົດ​ໄຊ້​ແລະ​ຄວາມ​ເປັນ​ເຈົ້າ​ຂອງ (7-15)

    • ກ່ຽວ​ກັບ​ການ​ຕົວະ​ຜູ້​ຍິງ (16, 17)

    • ກ່ຽວ​ກັບ​ການ​ນະມັດສະການ​ແລະ​ເຫັນ​ອົກ​ເຫັນ​ໃຈ​ກັນ (18-31)

22  “ຖ້າ​ຜູ້​ໃດ​ລັກ​ງົວ​ໂຕ​ໜຶ່ງ​ໄປ​ຂ້າ​ຫຼື​ໄປ​ຂາຍ ລາວ​ຕ້ອງ​ໄດ້​ຊົດ​ໄຊ້​ງົວ​ຄືນ 5 ໂຕ ແລະ​ຖ້າ​ລັກ​ແກະ​ໂຕ​ໜຶ່ງ ລາວ​ຕ້ອງ​ຊົດ​ໄຊ້​ແກະ​ຄືນ 4 ໂຕ.+  (ຖ້າ​ຜູ້​ໃດ​ເຫັນ​ຂີ້​ລັກ+​ມາ​ລັກ​ເຄື່ອງ​ໃນ​ຕອນ​ກາງຄືນແລະ​ຂ້າ​ລາວ ຜູ້​ນັ້ນ​ຈະ​ບໍ່​ມີ​ຄວາມ​ຜິດຂໍ້​ຫາ​ຂ້າ​ຄົນ.  ແຕ່​ຖ້າຂີ້​ລັກມາ​ຕອນ​ກາງເວັນ ຜູ້​ທີ່​ຂ້າ​ລາວ​ຈະ​ມີ​ຄວາມ​ຜິດ.) ຂີ້​ລັກ​ຕ້ອງ​ຊົດ​ໄຊ້​ຄືນ. ແຕ່​ຖ້າ​ລາວ​ບໍ່​ມີ​ຫຍັງ​ທີ່​ຈະ​ຊົດ​ໄຊ້​ ລາວ​ຕ້ອງ​ຂາຍ​ໂຕ​ເອງ​ເພື່ອ​ຊົດ​ໄຊ້​ສິ່ງ​ທີ່​ລາວ​ລັກ​ມາ.  ຖ້າ​ງົວ ລາ ຫຼື​ແກະ​ທີ່​ລາວ​ລັກ​ມາ​ຍັງ​ຢູ່​ນຳ​ລາວ​ແລະ​ມີ​ຊີວິດ​ຢູ່ ລາວ​ຕ້ອງ​ສົ່ງ​ຄືນ​ໂຕ​ທີ່​ລັກ​ມາ​ແລະ​ຊົດ​ໄຊ້​ຄືນ​ອີກ 1 ເທົ່າ.  ຖ້າ​ຜູ້​ໃດ​ປ່ອຍ​ສັດ​ລ້ຽງ​ໃຫ້​ໄປ​ກິນ​ຫຍ້າ ແຕ່​ພວກ​ມັນ​ໄປ​ກິນ​ຜົນລະປູກຫຼື​ໝາກ​ລະ​ແຊັງ​ຢູ່​ສວນ​ຂອງ​ຄົນ​ອື່ນ ເຈົ້າ​ຂອງ​ສັດ​ຕ້ອງ​ຊົດ​ໄຊ້​ຄືນ​ດ້ວຍ​ຜົນລະປູກ​ຫຼື​ໝາກ​ລະ​ແຊັງ​ທີ່​ດີ​ທີ່​ສຸດ​ຂອງ​ລາວ.  ຖ້າ​ຜູ້​ໃດ​ຈູດ​ໄຟ ແລ້ວ​ໄຟ​ນັ້ນ​ລາມ​ໄປ​ໃສ່​ຟຸ່ມ​ໄມ້​ແລະ​ໄປ​ໄໝ້​ແນວ​ປູກ​ຂອງ​ຄົນ​ອື່ນ ຜູ້​ນັ້ນ​ກໍ​ຕ້ອງ​ຊົດ​ໄຊ້​ຄືນ​ໃນ​ສ່ວນ​ທີ່​ຖືກ​ໄຟ​ໄໝ້.  ຖ້າ​ຜູ້​ໃດ​ຝາກ​ເງິນ​ຫຼື​ເຄື່ອງ​ຂອງ​ໄວ້​ກັບ​ຄົນ​ອື່ນ ແລະ​ມີ​ຄົນ​ມາ​ລັກ​ໄປ ແລ້ວ​ຫຼັງ​ຈາກ​ນັ້ນ​ຈັບ​ຂີ້​ລັກ​ໄດ້ ຂີ້​ລັກ​ຄົນ​ນັ້ນ​ຕ້ອງ​ເອົາ​ເຄື່ອງ​ຂອງ​ມາ​ສົ່ງ​ຄືນ ແລະ​ຊົດ​ໄຊ້​ຄືນ​ອີກ 1 ເທົ່າ.+  ຖ້າ​ຈັບ​ຂີ້​ລັກ​ບໍ່​ໄດ້​ໃຫ້​ພາ​ຜູ້​ຮັບ​ຝາກ​ໄປ​ຫາ​ພວກຜູ້ຕັດສິນ ເພື່ອ​ພະເຈົ້າ​ຈະ​ຊ່ວຍ​ໃຫ້​ຮູ້​ວ່າ​ຜູ້​ຮັບ​ຝາກ​ເປັນຄົນ​ທີ່​ລັກຫຼື​ບໍ່.+  ຖ້າ​ຜູ້​ໃດ​ເຫັນ​ຄົນ​ອື່ນມີ​ເຄື່ອງ​ຂອງ​ທີ່​ຄິດ​ວ່າ​ເປັນ​ຂອງ​ໂຕ​ເອງ​ແລະ​ທ້ວງ​ວ່າ ‘ອັນ​ນີ້​ແມ່ນ​ຂອງ​ຂ້ອຍ​ໄດ໋​ນິ!’ ບໍ່​ວ່າ​ຈະ​ເປັນ​ງົວ ລາ ແກະ ເຄື່ອງນຸ່ງ ຫຼື​ສິ່ງ​ອື່ນ​ໆ​ ເຂົາ​ເຈົ້າ​ຕ້ອງ​ໄປ​ຫາ​ພວກ​ຜູ້ຕັດສິນ ເພື່ອ​ພະເຈົ້າ​ຈະ​ຊ່ວຍ​ໃຫ້​ຮູ້​ວ່າ​ຜູ້​ໃດ​ເປັນ​ເຈົ້າ​ຂອງ​ແທ້​ໆ​.+ ເມື່ອ​ພະເຈົ້າ​ຕັດສິນ​ແລ້ວ ຄົນ​ທີ່​ເປັນ​ຝ່າຍ​ຜິດ​ຕ້ອງ​ສົ່ງ​ເຄື່ອງ​ຂອງ​ນັ້ນ​ຄືນ​ແລະ​ຊົດ​ໄຊ້​ຄືນ​ອີກ 1 ເທົ່າ.+ 10  ຖ້າ​ຜູ້​ໃດ​ຝາກ​ລາ ງົວ ແກະ ຫຼື​ສັດ​ລ້ຽງ​ອື່ນ​ໆ​ໃຫ້​ຄົນ​ອື່ນ​ເບິ່ງ​ແຍງ ແລ້ວ​ສັດ​ນັ້ນ​ຕາຍ ຫຼື​ບາດເຈັບ​ໜັກ ຫຼື​ຖືກ​ລັກ​ເອົາ​ໄປ​ໂດຍ​ທີ່​ບໍ່​ມີ​ຄົນ​ເຫັນ 11  ຜູ້​ຮັບ​ຝາກ​ຕ້ອງ​ສາບານ​ຕໍ່​ໜ້າ​ພະ​ເຢໂຫວາ​ວ່າ​ລາວ​ບໍ່​ໄດ້​ເຮັດ​ຫຍັງ​ກັບ​ສັດ​ທີ່​ເອົາ​ມາ​ຝາກ​ໄວ້​ກັບ​ລາວ ເຈົ້າ​ຂອງ​ສັດ​ຕ້ອງ​ຍອມ​ຮັບ​ສິ່ງ​ທີ່​ລາວ​ເວົ້າ ແລະ​ຜູ້​ຮັບ​ຝາກ​ກໍ​ບໍ່​ຕ້ອງ​ຊົດ​ໄຊ້​ຄືນ.+ 12  ແຕ່​ຖ້າ​ສັດ​ນັ້ນຖືກ​ລັກ​ໄປ* ຜູ້​ຮັບ​ຝາກ​ຕ້ອງ​ຊົດ​ໄຊ້​ຄືນ​ໃຫ້​ເຈົ້າ​ຂອງ​ສັດ. 13  ຖ້າ​ມີ​ສັດ​ປ່າ​ມາ​ກັດ​ສັດ​ທີ່​ຝາກ​ໄວ້​ຈົນ​ຕາຍ ຜູ້​ຮັບ​ຝາກ​ຕ້ອງ​ເອົາ​ຊາກ​ສັດ​ໄປ​ໃຫ້​ເບິ່ງ​ເປັນ​ຫຼັກ​ຖານ ແລະ​ລາວ​ກໍ​ບໍ່​ຕ້ອງ​ຊົດ​ໄຊ້​ຄືນ. 14  ຖ້າ​ຜູ້​ໃດ​ຢືມ​ສັດ​ຂອງ​ຄົນ​ອື່ນ​ມາ​ໃຊ້​ວຽກ​ແລະ​ສັດ​ໂຕ​ນັ້ນ​ບາດເຈັບ​ໜັກ​ຫຼື​ຕາຍ​ຕອນ​ທີ່​ເຈົ້າ​ຂອງ​ບໍ່​ໄດ້​ຢູ່​ນຳ ຜູ້​ທີ່​ຢືມ​ຕ້ອງ​ຊົດ​ໄຊ້​ຄືນ. 15  ແຕ່​ຖ້າ​ເຈົ້າ​ຂອງ​ສັດ​ຢູ່​ນຳ ຜູ້​ທີ່​ຢືມ​ກໍ​ບໍ່​ຕ້ອງ​ຊົດ​ໄຊ້​ຄືນ. ຖ້າ​ລາວ​ຈ່າຍ​ເງິນ​ແລະ​ເຊົ່າ​ສັດ​ໂຕ​ນັ້ນ​ແລ້ວ​ກໍ​ບໍ່​ຕ້ອງ​ຊົດ​ໄຊ້​ຄືນ​ຄື​ກັນ. 16  ຖ້າ​ຜູ້​ຊາຍ​ຄົນ​ໜຶ່ງຕົວະ​ຜູ້​ສາວ*ທີ່​ຍັງ​ບໍ່​ມີ​ຄູ່​ໝັ້ນ​ໃຫ້​ນອນ​ນຳ. ລາວ​ຕ້ອງ​ຈ່າຍ​ເງິນ​ຄ່າ​ດອງ​ແລະ​ຮັບ​ເອົາ​ຜູ້​ສາວ​ນັ້ນ​ມາ​ເປັນ​ເມຍ.+ 17  ຖ້າ​ພໍ່​ຂອງ​ຜູ້​ສາວ​ບໍ່​ຍອມ​ຍົກ​ລູກສາວ​ໃຫ້​ລາວ ລາວ​ກໍ​ຍັງ​ຕ້ອງ​ຈ່າຍ​ຄ່າ​ດອງ​ຄື​ເກົ່າ. 18  ພວກ​ເຈົ້າ​ຕ້ອງ​ຂ້າໝໍ​ຜີ*ໃຫ້​ໝົດ.+ 19  ຖ້າ​ຜູ້​ໃດ​ມີ​ເພດ​ສຳພັນ​ກັບ​ສັດ ຜູ້​ນັ້ນ​ຕ້ອງ​ຖືກ​ຂ້າ.+ 20  ຖ້າ​ຜູ້​ໃດ​ຂ້າ​ສັດ​ບູຊາ​ໃຫ້​ພະເຈົ້າ​ອື່ນ​ນອກ​ຈາກ​ພະ​ເຢໂຫວາ ຜູ້​ນັ້ນ​ຕ້ອງ​ຖືກ​ຂ້າ.+ 21  ຫ້າມ​ເຮັດ​ບໍ່​ດີ​ໃຫ້​ຄົນ​ຕ່າງ​ຊາດ+ ຍ້ອນ​ພວກ​ເຈົ້າ​ກໍ​ເຄີຍ​ເປັນ​ຄົນ​ຕ່າງ​ຊາດ​ໃນ​ແຜ່ນດິນ​ເອຢິບ.+ 22  ຫ້າມ​ເຮັດ​ບໍ່​ດີ​ຕໍ່​ແມ່​ໝ້າຍ​ຫຼື​ລູກ​ກຳພ້າ.+ 23  ຖ້າ​ເຮັດ​ບໍ່​ດີ​ໃຫ້​ເຂົາ​ເຈົ້າ ແລະ​ເຂົາ​ເຈົ້າ​ຮ້ອງ​ຂໍ​ກັບ​ເຮົາ ເຮົາ​ຈະ​ຟັງ​ເຂົາ​ເຈົ້າ.+ 24  ເຮົາ​ຈະ​ໃຈ​ຮ້າຍ​ຫຼາຍ​ແລະ​ຈະ​ເອົາ​ດາບ​ຂ້າເຈົ້າ. ເມຍ​ຂອງ​ເຈົ້າ​ກໍ​ຈະ​ເປັນ​ແມ່​ໝ້າຍ​ແລະ​ລູກ​ຂອງ​ເຈົ້າ​ກໍ​ຈະ​ບໍ່​ມີ​ພໍ່. 25  ຖ້າ​ເຈົ້າ​ເອົາ​ເງິນ​ໃຫ້​ຄົນ​ຂອງ​ເຮົາ​ທີ່​ທຸກ​ຍາກ​ຢືມ ຢ່າ​ເຮັດ​ຄື​ເຈົ້າ​ໜີ້​ທີ່​ຂູດ​ຮີດ. ເຈົ້າ​ຕ້ອງ​ບໍ່​ເອົາ​ດອກ​ເບ້ຍ​ນຳ​ລາວ.+ 26  ຖ້າ​ມີ​ຜູ້​ໃດ​ເອົາ​ເຄື່ອງນຸ່ງ​ມາ​ຈຳ​ເຈົ້າ​ໄວ້+ ເຈົ້າ​ຕ້ອງ​ສົ່ງ​ເຄື່ອງນຸ່ງ​ຄືນ​ໃຫ້​ລາວ​ກ່ອນ​ຕາເວັນ​ຕົກ​ດິນ 27  ເພາະ​ມັນ​ເປັນ​ເສື້ອ​ໂຕ​ດຽວ​ທີ່​ລາວ​ເອົາ​ໄວ້​ນຸ່ງ​ເພື່ອບໍ່​ໃຫ້​ໂຕເອງ​ໜາວ. ຖ້າ​ເຈົ້າ​ບໍ່​ສົ່ງ​ຄືນ ຕອນ​ນອນ​ລາວ​ຈະເອົາ​ຫຍັງ​ມາ​ຫົ່ມ?+ ຖ້າ​ລາວ​ຮ້ອງ​ຫາ​ເຮົາ ເຮົາ​ຈະ​ຟັງ​ລາວ​ຍ້ອນ​ເຮົາ​ມີ​ຄວາມ​ເມດຕາ.+ 28  ຫ້າມ​ສາບແຊ່ງ​ພະເຈົ້າ+ ແລະ​ຫ້າມ​ສາບແຊ່ງ​ພວກ​ຫົວ​ໜ້າ​ຂອງ​ພວກ​ເຈົ້າ.+ 29  ຢ່າ​ລັງເລ​ທີ່​ຈະ​ເອົາ​ຜົນລະປູກ ນ້ຳມັນ ຫຼື​ເຫຼົ້າແວງ​ທີ່​ເຈົ້າ​ໄດ້​ຫຼາຍ​ໆ​ມາ​ໃຫ້​ເຮົາ+ ແລະ​ເອົາ​ລູກ​ຊາຍ​ຜູ້​ທຳອິດ​ຂອງ​ເຈົ້າ​ໃຫ້​ເຮົາ.+ 30  ສ່ວນ​ງົວ​ນ້ອຍ​ຫຼື​ແກະ​ນ້ອຍ​ໂຕ​ທຳອິດ+ ເມື່ອ​ມັນ​ເກີດ​ມາ​ແລ້ວ ໃຫ້​ມັນ​ຢູ່​ກັບ​ແມ່ 7 ມື້​ກ່ອນ ແລ້ວ​ເອົາ​ມາ​ໃຫ້​ເຮົາ​ໃນ​ມື້​ທີ 8.+ 31  ພວກ​ເຈົ້າ​ຕ້ອງ​ເຮັດ​ໃຫ້​ເຫັນ​ວ່າ​ພວກ​ເຈົ້າ​ເປັນ​ຄົນ​ບໍລິສຸດ.+ ຫ້າມ​ພວກ​ເຈົ້າ​ກິນຊີ້ນ​ຂອງ​ສັດທີ່​ຖືກ​ສັດ​ປ່າ​ຂ້າ​ຕາຍ+ ແຕ່​ຄວນ​ໂຍນ​ຊີ້ນ​ນັ້ນ​ໃຫ້​ໝາ​ກິນ.”

ຂໍຄວາມໄຂເງື່ອນ

ອາດ​ຖືກ​ລັກ​ຍ້ອນ​ລາວ​ບໍ່​ສົນໃຈ​ເບິ່ງແຍງ ຫຼື​ແທ້​ໆ​ແລ້ວ​ເປັນ​ສະຖານະການ​ທີ່​ປ້ອງກັນ​ໄດ້​ເພື່ອ​ບໍ່​ໃຫ້​ເກີດ​ຂຶ້ນ
ໃນ​ພາສາ​ເຮັບເຣີ​ໝາຍເຖິງ​ຜູ້ຍິງ​ທີ່​ຍັງ​ບໍ່​ເຄີຍ​ນອນ​ນຳ​ຜູ້​ຊາຍ​ຈັກ​ເທື່ອ
ພາສາ​ເຮັບເຣີ​ເນັ້ນ​ໝໍ​ຜີ​ທີ່​ເປັນ​ຜູ້ຍິງ