ອົບພະຍົບ 23:1-33

  • ກົດ​ໝາຍ​ສຳລັບ​ພວກ​ອິດສະຣາເອນ (1-19)

    • ກ່ຽວ​ກັບ​ຄວາມ​ສັດຊື່​ແລະ​ຄວາມຍຸຕິທຳ (1-9)

    • ກ່ຽວ​ກັບ​ວັນ​ຊະບາໂຕ​ແລະ​ເທດສະການ​ຕ່າງໆ (10-19)

  • ທູດສະຫວັນ​ນຳ​ໜ້າ​ພວກ​ອິດສະຣາເອນ (20-26)

  • ເຂດ​ແດນ​ແລະ​ແຜ່ນດິນ​ທີ່​ພວກ​ອິດສະຣາເອນ​ຊິ​ໄດ້ (27-33)

23  “ຫ້າມ​ເວົ້າ​ເລື່ອງ​ທີ່ບໍ່​ແມ່ນ​ຄວາມ​ຈິງຕໍ່​ໆ​ກັນ​ໄປ.+ ຫ້າມ​ຊ່ວຍ​ຄົນ​ບໍ່​ດີ​ໂດຍ​ເປັນພະຍານ​ຕົວະ.+  ຫ້າມ​ເຮັດ​ຕາມ​ຄົນ​ສ່ວນ​ໃຫຍ່​ທີ່​ເຮັດ​ບໍ່​ດີ ແລະ​ຫ້າມ​ເຮັດ​ໃຫ້​ເກີດ​ຄວາມ​ບໍ່​ຍຸຕິທຳ​ໂດຍ​ໃຫ້​ຄຳ​ພະຍານ​ຕາມ​ຄົນ​ສ່ວນ​ໃຫຍ່.  ຫ້າມ​ເຂົ້າ​ຂ້າງ​ຄົນ​ທຸກ​ຍາກ​ເມື່ອ​ລາວ​ມີ​ຄະດີ.+  ຖ້າ​ເຈົ້າ​ເຫັນ​ງົວ​ຫຼື​ລາ​ຂອງ​ສັດຕູ​ຫຼົງ​ມາ ເຈົ້າ​ຕ້ອງ​ພາ​ມັນ​ໄປ​ສົ່ງ​ໃຫ້​ລາວ​ຄືນ.+  ຖ້າ​ເຈົ້າ​ເຫັນ​ລາ​ຂອງ​ຄົນ​ທີ່​ຊັງ​ເຈົ້າ​ລົ້ມ​ລົງ​ຍ້ອນ​ແບກ​ເຄື່ອງ​ໜັກ ຫ້າມ​ເຮັດ​ຄື​ເບິ່ງ​ບໍ່​ເຫັນ​ແລະ​ຍ່າງ​ກາຍ​ໄປ. ເຈົ້າ​ຕ້ອງ​ຊ່ວຍ​ລາວ​ຖອດ​ເຄື່ອງ​ອອກ​ຈາກ​ລາ​ນັ້ນ.+  ຫ້າມ​ຕັດສິນ​ຄະດີ​ຂອງ​ຄົນ​ທຸກ​ຍາກ​ແບບ​ບໍ່​ຍຸຕິທຳ.+  ຖ້າ​ມີ​ຄົນ​ໃສ່​ຮ້າຍ​ຄົນ​ອື່ນ ຫ້າມ​ເຂົ້າ​ໄປ​ມີ​ສ່ວນ​ຮ່ວມ. ຫ້າມ​ຂ້າ​ຄົນ​ທີ່​ບໍ່​ມີ​ຄວາມ​ຜິດ​ແລະ​ຄົນ​ສັດຊື່ ຍ້ອນ​ເຮົາ​ຈະ​ບໍ່​ປ່ອຍ​ໃຫ້​ຄົນ​ຊົ່ວ​ລອດ​ໄປ​ໄດ້.+  ຫ້າມ​ຮັບ​ສິນບົນ ເພາະ​ສິນບົນ​ຈະ​ເຮັດ​ໃຫ້​ຄົນ​ຕາ​ດີ​ກາຍ​ເປັນ​ຄົນ​ຕາ​ບອດ ແລະ​ເຮັດ​ໃຫ້​ຄຳເວົ້າ​ຂອງ​ຄົນ​ສັດຊື່​ເຊື່ອ​ຖື​ບໍ່​ໄດ້.+  ຫ້າມ​ກົດ​ຂີ່​ຂູດ​ຮີດ​ຄົນ​ຕ່າງ​ປະເທດ. ພວກ​ເຈົ້າ​ກໍ​ຮູ້​ແລ້ວ​ວ່າ​ການ​ເປັນ​ຄົນ​ຕ່າງ​ປະເທດ​ເປັນ​ແນວ​ໃດ ເພາະ​ພວກ​ເຈົ້າ​ເຄີຍ​ເປັນ​ຄົນ​ຕ່າງ​ປະເທດ​ໃນ​ແຜ່ນດິນ​ເອຢິບ.+ 10  ໃຫ້​ໃຊ້​ດິນ​ຂອງ​ເຈົ້າ 6 ປີ​ເພື່ອ​ປູກ​ແລະ​ເກັບ​ກ່ຽວ​ຜົນລະປູກ.+ 11  ແຕ່​ໃນ​ປີ​ທີ 7 ເຈົ້າ​ຕ້ອງ​ປະ​ດິນ​ຂອງ​ເຈົ້າ​ໄວ້​ແລະ​ບໍ່​ໃຫ້​ເກັບ​ກ່ຽວ. ຄົນ​ທີ່​ທຸກ​ຍາກ​ຈະ​ໄດ້​ເກັບ​ກ່ຽວ​ຜົນລະປູກ​ຈາກ​ດິນ​ນັ້ນ ແລະ​ຖ້າ​ມີ​ຫຍັງ​ເຫຼືອ​ສັດ​ປ່າ​ກໍ​ຈະ​ມາ​ກິນ​ໄດ້. ເຈົ້າ​ຕ້ອງ​ເຮັດ​ແບບ​ນີ້​ກັບ​ສວນ​ໝາກ​ລະ​ແຊັງ​ແລະ​ສວນ​ໝາກກອກ​ຂອງ​ເຈົ້າ​ຄື​ກັນ. 12  ໃຫ້​ເຈົ້າ​ເຮັດ​ວຽກ 6 ມື້ ແຕ່​ໃນ​ມື້​ທີ 7 ເຈົ້າ​ຕ້ອງ​ພັກ​ວຽກ ເພື່ອ​ງົວ​ກັບ​ລາ​ຈະ​ໄດ້​ພັກຜ່ອນ ແລະພວກ​ທາດກັບພວກ​ຕ່າງ​ຊາດທີ່​ເຮັດ​ວຽກ​ໃຫ້​ເຈົ້າ​ຈະ​ໄດ້ມີ​ແຮງ​ຄືນ​ມາອີກ.+ 13  ເຈົ້າ​ຕ້ອງ​ເອົາໃຈໃສ່​ທຸກ​ສິ່ງ​ທີ່​ເຮົາ​ເວົ້າ​ກັບ​ເຈົ້າ. ຫ້າມ​ເວົ້າ​ຊື່​ຂອງ​ພະ​ເຈົ້າ​ອື່ນ.+ ຢ່າ​ໃຫ້​ຊື່​ເຫຼົ່າ​ນັ້ນ​ອອກ​ຈາກ​ປາກ​ຂອງ​ເຈົ້າ​ເດັດຂາດ.+ 14  ພວກ​ເຈົ້າ​ຕ້ອງ​ສະຫຼອງ​ເທດສະການ​ໃຫ້​ເຮົາ​ປີ​ລະ 3 ເທື່ອ.+ 15  ພວກ​ເຈົ້າ​ຕ້ອງ​ສະຫຼອງ​ເທດສະການ​ເຂົ້າຈີ່​ບໍ່​ມີ​ເຊື້ອ.+ ພວກ​ເຈົ້າ​ຕ້ອງ​ກິນ​ເຂົ້າຈີ່​ບໍ່​ມີ​ເຊື້ອ 7 ມື້​ຕາມ​ທີ່​ເຮົາ​ໄດ້​ສັ່ງ​ພວກ​ເຈົ້າ. ໃຫ້​ສະຫຼອງ​ເທດສະການ​ນີ້​ຕາມ​ເວລາ​ທີ່​ເຮົາ​ກຳນົດ​ໄວ້​ໃນ​ເດືອນ​ອາບິບ*+ ຍ້ອນ​ພວກ​ເຈົ້າ​ອອກ​ມາ​ຈາກ​ເອຢິບ​ໃນ​ເດືອນ​ນັ້ນ ແລະ​ທຸກ​ຄົນ​ທີ່​ມາ​ຫາ​ເຮົາ​ຕ້ອງ​ເອົາ​ເຄື່ອງ​ບູຊາ​ມາ​ນຳ.+ 16  ພວກ​ເຈົ້າ​ຕ້ອງ​ສະຫຼອງ​ເທດສະການ​ເກັບ​ກ່ຽວ* ເມື່ອ​ພວກ​ເຈົ້າ​ເກັບ​ຜົນລະປູກ​ຊຸດ​ທຳອິດ​ໃນ​ສວນ​ຂອງ​ພວກ​ເຈົ້າ+ ແລະ​ພວກ​ເຈົ້າ​ຕ້ອງ​ສະຫຼອງ​ເທດສະການ​ເກັບ​ກ່ຽວ​ຜົນລະປູກ*ໃນ​ທ້າຍ​ປີ ເມື່ອ​ພວກ​ເຈົ້າ​ເກັບ​ຜົນລະປູກ​ຊຸດ​ສຸດທ້າຍ​ໃນ​ສວນ​ຂອງ​ພວກ​ເຈົ້າ.+ 17  ໃຫ້​ຜູ້​ຊາຍ​ທຸກ​ຄົນ​ມາ​ຢູ່​ຕໍ່​ໜ້າ​ພະ​ເຢໂຫວາ​ພະເຈົ້າ​ທ່ຽງແທ້​ປີ​ລະ 3 ເທື່ອ.+ 18  ເມື່ອ​ເອົາ​ເຄື່ອງ​ບູຊາ​ມາ​ໃຫ້​ເຮົາ ຫ້າມ​ເອົາ​ເລືອດ​ມາ​ພ້ອມກັບ​ເຂົ້າຈີ່​ທີ່​ມີ​ເຊື້ອ. ຫ້າມ​ປະ​ນ້ຳ​ມັນ​ຂອງ​ສັດ​ທີ່​ເປັນ​ເຄື່ອງ​ບູຊາ​ໃຫ້​ເຮົາ​ຕອນ​ເທດສະການ​ໄວ້​ຈົນ​ຮອດ​ເຊົ້າ​ມື້​ຕໍ່​ໄປ. 19  ໃຫ້​ເອົາ​ຜົນລະປູກ​ຊຸດ​ທຳອິດ​ທີ່​ດີ​ທີ່​ສຸດ​ຂອງ​ເຈົ້າ​ມາ​ໃຫ້​ຢູ່​ເຮືອນ​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ.+ ຫ້າມ​ຕົ້ມ​ແບ້​ນ້ອຍ​ໃນ​ນ້ຳ​ນົມ​ແມ່​ຂອງ​ມັນ.+ 20  ເຮົາ​ຈະ​ໃຫ້​ທູດສະຫວັນ​ອອກ​ໜ້າ​ໄປ​ກ່ອນ​ພວກ​ເຈົ້າ+ເພື່ອ​ຈະ​ໄດ້​ປົກ​ປ້ອງ​ພວກ​ເຈົ້າ ແລະ​ພາ​ພວກ​ເຈົ້າ​ໄປ​ບ່ອນ​ທີ່​ເຮົາ​ກຽມ​ໄວ້.+ 21  ໃຫ້​ຕັ້ງ​ໃຈ​ຟັງ​ແລະ​ເຮັດ​ຕາມ​ທີ່​ລາວ​ບອກ. ຖ້າ​ບໍ່​ຟັງ​ລາວ ລາວ​ກໍ​ຈະ​ບໍ່​ໃຫ້​ອະໄພ​ພວກ​ເຈົ້າ+ ເພາະ​ລາວ​ມາ​ໃນ​ນາມ​ຂອງ​ເຮົາ. 22  ແຕ່​ຖ້າ​ພວກ​ເຈົ້າ​ເຊື່ອ​ຟັງ​ລາວ​ແລະ​ເຮັດ​ທຸກ​ສິ່ງ​ທີ່​ເຮົາ​ບອກ ສັດຕູ​ຂອງ​ພວກ​ເຈົ້າ​ຈະ​ເປັນ​ສັດຕູ​ຂອງ​ເຮົາ ແລະ​ເຮົາ​ຈະ​ຕໍ່ຕ້ານ​ຜູ້​ທີ່​ຕໍ່ຕ້ານ​ພວກ​ເຈົ້າ. 23  ທູດສະຫວັນ​ຂອງ​ເຮົາ​ຈະ​ອອກ​ໜ້າ​ໄປ​ກ່ອນ​ພວກ​ເຈົ້າ ແລະ​ຈະພາ​ພວກ​ເຈົ້າເຂົ້າ​ໄປ​ໃນ​ແຜ່ນດິນ​ຂອງ​ພວກ​ອາໂມ ພວກ​ເຮດ ພວກ​ເປຣິຊີ ພວກ​ການາອານ ພວກ​ຮີວີ ແລະ​ພວກ​ເຢບຸດ. ເຮົາ​ຈະ​ທຳລາຍ​ພວກ​ເຂົາ.+ 24  ຫ້າມ​ຂາບ​ໄຫວ້​ຫຼືນະມັດສະການ*ພະ​ເຈົ້າ​ຂອງ​ພວກ​ເຂົາ ແລະ​ຫ້າມ​ຮຽນແບບ​ພວກ​ເຂົາ.+ ແຕ່​ໃຫ້​ທຳລາຍ​ຮູບ​ພະ​ແລະ​ເສົາ​ຫີນ​ສັກສິດ​ຕ່າງ​ໆ​ທີ່​ພວກ​ເຂົາ​ໃຊ້​ເພື່ອ​ນະມັດສະການ.+ 25  ພວກ​ເຈົ້າ​ຕ້ອງ​ນະມັດສະການ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ+ ແລ້ວ​ເຮົາ​ຈະ​ອວຍພອນ​ໃຫ້​ພວກ​ເຈົ້າ​ມີ​ອາຫານ​ແລະ​ນ້ຳ​ກິນ.+ ເຮົາ​ຈະ​ປິ່ນປົວ​ພວກ​ເຈົ້າ​ໃຫ້​ເຊົາ​ເຈັບ​ປ່ວຍ.*+ 26  ພວກ​ຜູ້​ຍິງ​ໃນ​ແຜ່ນດິນ​ຂອງ​ພວກ​ເຈົ້າ​ຈະ​ບໍ່​ມີ​ໃຜ​ຫຼຸ​ລູກ​ຫຼື​ເປັນ​ໝັນ+ ແລະ​ເຮົາ​ຈະ​ໃຫ້​ພວກ​ເຈົ້າ​ມີ​ອາຍຸ​ຍືນ. 27  ກ່ອນ​ທີ່​ພວກ​ເຈົ້າ​ຈະ​ໄປ​ຮອດ​ສັດຕູ+ ເຮົາ​ຈະ​ເຮັດ​ໃຫ້​ພວກ​ເຂົາ​ຢ້ານ​ເຮົາ​ກ່ອນ. ເຮົາ​ຈະ​ເຮັດ​ໃຫ້​ພວກ​ເຂົາ​ສັບສົນ​ວຸ່ນວາຍ ແລະ​ໜີ​ໄປ​ຈາກ​ພວກ​ເຈົ້າ.+ 28  ກ່ອນ​ທີ່​ພວກ​ເຈົ້າ​ຈະ​ໄປ​ຮອດ​ພວກ​ສັດຕູ ເຮົາ​ຈະ​ເຮັດ​ໃຫ້​ພວກ​ເຂົາ​ຢ້ານຫຼາຍ*+ ແລະ​ຈະ​ເຮັດ​ໃຫ້​ພວກ​ຮີວີ ພວກ​ການາອານ ແລະ​ພວກ​ເຮດ​ໜີ​ໄປ​ຈາກ​ພວກ​ເຈົ້າ.+ 29  ເຮົາ​ຈະ​ບໍ່​ໄດ້​ໄລ່​ພວກ​ເຂົາ​ອອກ​ໄປ​ພາຍ​ໃນ​ປີ​ດຽວ ຖ້າ​ເຮັດ​ແນວ​ນັ້ນ​ແຜ່ນດິນ​ຈະ​ຮ້າງ​ເປົ່າ ມີ​ສັດ​ປ່າ​ເພີ່ມ​ຂຶ້ນ ແລະ​ເປັນ​ອັນຕະລາຍ​ຕໍ່​ພວກ​ເຈົ້າ.+ 30  ເຮົາ​ຈະ​ໄລ່​ພວກ​ເຂົາ​ອອກ​ໄປ​ເທື່ອ​ລະ​ເລັກ​ເທື່ອ​ລະ​ໜ້ອຍ ຈົນ​ກວ່າ​ລູກ​ຫຼານ​ຂອງ​ພວກ​ເຈົ້າ​ຈະ​ເພີ່ມ​ຂຶ້ນ ແລະ​ປົກຄອງ​ແຜ່ນດິນ​ນັ້ນ​ໄດ້.+ 31  ເຮົາ​ຈະ​ກຳນົດ​ເຂດ​ແດນ​ໃຫ້​ພວກ​ເຈົ້າ ຕັ້ງ​ແຕ່​ທະເລ​ແດງ​ໄປ​ຈົນ​ຮອດ​ແຜ່ນດິນ​ຂອງ​ພວກ​ຟີລິດສະຕີນ ແລະ​ຕັ້ງ​ແຕ່​ປ່າ​ກັນດານ​ຈົນ​ຮອດ​ແມ່​ນ້ຳ​ເອິຟາຣາດ.+ ເຮົາ​ຈະ​ຊ່ວຍ​ພວກ​ເຈົ້າ​ເອົາ​ຊະນະຄົນ​ໃນ​ແຜ່ນດິນ​ນັ້ນ​ແລະ​ຂັບ​ໄລ່​ພວກ​ເຂົາ​ອອກ​ໄປ.+ 32  ຫ້າມ​ເຮັດ​ສັນຍາ​ກັບ​ພວກ​ເຂົາ ຫຼື​ເຮັດ​ສັນຍາ​ວ່າ​ຈະນະມັດສະການ​ພະ​ເຈົ້າ​ຂອງ​ພວກ​ເຂົາ.+ 33  ຢ່າ​ໃຫ້​ພວກ​ເຂົາ​ມາ​ຢູ່​ໃນ​ແຜ່ນດິນ​ຂອງ​ພວກ​ເຈົ້າ ເພື່ອ​ພວກ​ເຂົາ​ຈະ​ບໍ່​ພາ​ພວກ​ເຈົ້າ​ເຮັດ​ຜິດ​ຕໍ່​ເຮົາ. ຖ້າ​ພວກ​ເຈົ້າ​ໄປ​ນະມັດສະການ​ພະ​ເຈົ້າ​ຂອງ​ພວກ​ເຂົາ ພວກ​ເຈົ້າ​ກໍ​ຈະ​ຕິດ​ກັບດັກ​ຂອງ​ພວກ​ເຂົາ​ໄດ້.”+

ຂໍຄວາມໄຂເງື່ອນ

ເອີ້ນ​ອີກ​ຊື່​ໜຶ່ງ​ວ່າ​ເທດສະການ​ສະຫຼອງ​ຫຼັງ​ຄົບ 7 ອາທິດ ຫຼື​ເທດສະການ​ເພັນເຕກອດ
ເອີ້ນ​ອີກ​ຊື່​ໜຶ່ງ​ວ່າ​ເທດສະການ​ປຸກ​ຕູບ
ແປ​ຕາມ​ໂຕ​ວ່າ “ຊວນ​ໃຫ້​ນະມັດສະການ”
ຫຼື “ເຮົາ​ຊິ​ຊ່ວຍ​ພວກເຈົ້າ​ບໍ່​ໃຫ້​ເຈັບ​ປ່ວຍ”
ຫຼື​ອາດ​ແປ​ວ່າ “ແຕກ​ຕື່ນ”