ອົບພະຍົບ 30:1-38

  • ແທ່ນ​ເຜົາ​ເຄື່ອງຫອມ (1-10)

  • ການ​ນັບ​ຈຳນວນ​ຄົນ​ແລະ​ເງິນ​ຄ່າໄຖ່​ຊີວິດ (11-16)

  • ອ່າງ​ທອງແດງ​ໃສ່​ນ້ຳ​ໄວ້​ລ້າງ (17-21)

  • ສ່ວນ​ປະສົມ​ຂອງ​ນ້ຳມັນ​ທີ່​ໃຊ້​ເພື່ອ​ແຕ່ງຕັ້ງ (22-33)

  • ສູດ​ເຮັດ​ເຄື່ອງຫອມ​ບໍລິສຸດ (34-38)

30  “ໃຫ້​ເຈົ້າ​ສ້າງ​ແທ່ນ​ບູຊາ​ທີ່​ໃຊ້​ເຜົາ​ເຄື່ອງຫອມ.+ ໃຫ້​ເຮັດ​ແທ່ນ​ນີ້​ດ້ວຍ​ໄມ້​ອະຄາເຊຍ.+  ແທ່ນ​ນີ້​ຕ້ອງ​ເປັນ​ຮູບ​ຊົງ​ສີ່​ລ່ຽມ ຍາວ 1 ສອກ* ກວ້າງ 1 ສອກ ແລະ​ສູງ 2 ສອກ.* ໃຫ້​ເຮັດ​ເຂົາ​ຢູ່​ໄມ້​ດຽວ​ກັນ​ກັບ​ແທ່ນ.+  ໃຫ້​ເຈົ້າ​ເອົາ​ຄຳ​ແທ້​ມາ​ໂອບ​ໜ້າ​ແທ່ນ ໂອບ​ຂ້າງ​ຂອງ​ແທ່ນ​ແລະ​ໂອບ​ເຂົາ​ເຫຼົ່າ​ນັ້ນ ແລ້ວ​ໃຫ້​ເຮັດ​ຂອບ​ຄຳ​ໃສ່​ອ້ອມ​ແທ່ນ​ນຳ.  ຢູ່​ທາງ​ລຸ່ມ​ຂອງ​ຂອບ​ໃຫ້​ເຮັດ​ບ້ວງ​ຄຳ 2 ບ້ວງ​ໃສ່ 2 ຂ້າງ​ຂອງ​ແທ່ນ. ບ້ວງ​ເຫຼົ່າ​ນີ້​ຈະ​ໃຊ້​ເພື່ອ​ສອດ​ໄມ້​ຫາມ​ແທ່ນ.  ໄມ້​ຫາມ​ເຫຼົ່ານີ້​ຕ້ອງ​ເຮັດ​ຈາກ​ໄມ້​ອະຄາເຊຍ​ແລະ​ໃຫ້​ເອົາ​ຄຳ​ມາ​ໂອບ.  ໃຫ້​ຕັ້ງ​ແທ່ນ​ນີ້​ຢູ່​ທາງ​ໜ້າຂອງ​ຜ້າກັ້ງ​ທີ່​ຂັ້ນ​ຫ້ອງບໍລິສຸດ​ທີ່​ສຸດ ເພື່ອ​ໃຫ້​ມັນ​ຢູ່​ໃກ້​ຫີບ​ສັນຍາ.*+ ເຮົາ​ຈະ​ມາ​ຫາ​ເຈົ້າ​ຢູ່​ເທິງ​ຝາ​ຂອງ​ຫີບ​ນັ້ນ.+  ທຸກ​ໆ​ເຊົ້າ​ເມື່ອ​ອາໂຣນ+ມາ​ກວດ​ເບິ່ງ​ຕະກຽງ+ ລາວ​ຕ້ອງ​ເຜົາ​ເຄື່ອງຫອມ+ຢູ່​ເທິງ​ແທ່ນ​ນັ້ນ+ແລະ​ໃຫ້​ມີ​ຄວັນ​ຂຶ້ນ​ຈາກ​ແທ່ນ​ນັ້ນ.  ເມື່ອ​ອາໂຣນ​ມາ​ໄຕ້​ຕະກຽງ​ຕອນ​ໃກ້​ຊິ​ຄ່ຳ* ລາວ​ຈະ​ຕ້ອງ​ເຜົາ​ເຄື່ອງຫອມ​ຄື​ກັນ. ລູກ​ຫຼານ​ຂອງ​ພວກ​ເຈົ້າ​ຈະ​ຕ້ອງ​ເຜົາ​ເຄື່ອງຫອມ​ແນວ​ນີ້​ຕໍ່​ໜ້າ​ພະ​ເຢໂຫວາ​ຕໍ່​ໆ​ໄປ.  ຫ້າມ​ເອົາ​ເຄື່ອງ​ຫອມ​ອື່ນ​ໆ​ທີ່​ເຮົາ​ບໍ່​ໄດ້​ອະນຸຍາດ+ ຫຼື​ເຄື່ອງ​ບູຊາ​ເຜົາ ຫຼື​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ​ມາ​ເຜົາ​ຢູ່​ແທ່ນ​ນີ້ ແລະ​ຫ້າມ​ເທ​ເຄື່ອງ​ບູຊາ​ດື່ມ​ໃສ່​ແທ່ນ​ນີ້​ຄື​ກັນ. 10  ອາໂຣນ​ຕ້ອງ​ເອົາ​ເລືອດ​ຈາກ​ເຄື່ອງ​ບູຊາ​ໄຖ່​ບາບ​ມາ​ຕ້ວຍ​ໃສ່​ເຂົາ​ຂອງ​ແທ່ນ​ເຜົາ​ເຄື່ອງຫອມ ເພື່ອ​ເຮັດ​ໃຫ້ແທ່ນ​ນີ້​ບໍລິສຸດ.+ ອາໂຣນ​ແລະ​ລູກ​ຫຼານ​ຂອງ​ລາວ​ຕ້ອງ​ເຮັດ​ແນວ​ນີ້​ປີ​ລະ​ເທື່ອ​ທຸກ​ໆ​ປີ.+ ແທ່ນ​ນີ້​ແມ່ນ​ສິ່ງ​ທີ່​ບໍລິສຸດ​ແທ້​ໆ​ສຳລັບ​ພະ​ເຢໂຫວາ.” 11  ຈາກ​ນັ້ນ ພະ​ເຢໂຫວາ​ກໍ​ເວົ້າ​ກັບ​ໂມເຊ​ວ່າ: 12  “ຕອນ​ທີ່​ເຈົ້າ​ນັບ​ຈຳນວນ​ຄົນ​ອິດສະຣາເອນ​ແລະ​ລູກ​ຫຼານ​ຂອງ​ເຂົາ​ເຈົ້າ+ ແຕ່​ລະ​ຄົນ​ຕ້ອງ​ເອົາ​ເງິນ​ຄ່າໄຖ່​ຊີວິດ​ໂຕ​ເອງ​ໃຫ້​ພະ​ເຢໂຫວາ​ໃນ​ຕອນ​ນັ້ນ​ເລີຍ. ເຂົາ​ເຈົ້າ​ຕ້ອງ​ເຮັດ​ແບບ​ນີ້​ເພື່ອ​ຈະ​ບໍ່​ຖືກ​ໄພ​ພິບັດ​ຕອນ​ລົງ​ທະບຽນ. 13  ຄົນ​ທີ່​ມາ​ລົງ​ທະບຽນ​ຕ້ອງ​ໃຫ້​ເງິນ​ໜັກ​ເຄິ່ງ​ເຊເກນ* ຕາມ​ມາດຕະຖານ​ຂອງ​ເຊເກນ​ທີ່​ໃຊ້​ໃນ​ບ່ອນ​ບໍລິສຸດ.*+ 1 ເຊເກນ​ເທົ່າ​ກັບ 20 ເກຣາ.* ເຄິ່ງ​ເຊເກນ​ນີ້​ຈະ​ເປັນ​ຂອງ​ພະ​ເຢໂຫວາ.+ 14  ທຸກ​ໆ​ຄົນ​ທີ່​ມາ​ລົງ​ທະບຽນ​ທີ່​ມີ​ອາຍຸ​ຕັ້ງ​ແຕ່ 20 ປີ​ຂຶ້ນ​ໄປ ຕ້ອງ​ເອົາ​ເງິນ​ໃຫ້​ພະ​ເຢໂຫວາ.+ 15  ຕອນ​ທີ່​ເອົາ​ເງິນ​ມາ​ໃຫ້​ພະ​ເຢໂຫວາ​ເພື່ອ​ໄຖ່​ຊີວິດ​ໂຕ​ເອງ​ນັ້ນ ຄົນ​ລວຍ​ບໍ່​ຄວນ​ໃຫ້​ເກີນ​ເຄິ່ງ​ເຊເກນ ຄົນ​ທຸກ​ກໍ​ບໍ່​ຄວນ​ໃຫ້​ຫຼຸດ​ເຄິ່ງ​ເຊເກນ. 16  ໃຫ້​ເຈົ້າ​ເອົາ​ເງິນ​ທີ່​ພວກ​ອິດສະຣາເອນ​ໃຫ້​ເປັນ​ຄ່າໄຖ່​ຊີວິດ​ໂຕ​ເອງ​ນັ້ນ ມາ​ໃຊ້​ສຳລັບ​ວຽກ​ໃນ​ເຕັ້ນ​ສັກສິດ* ເພື່ອ​ພະ​ເຢໂຫວາ​ຈະ​ຈື່ພວກ​ອິດສະຣາເອນ​ໄດ້.” 17  ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ອີກ​ວ່າ: 18  “ໃຫ້​ເຮັດ​ອ່າງ​ໜ່ວຍ​ໜຶ່ງ​ກັບ​ຂາ​ຕັ້ງ​ຂອງ​ມັນ+ ແລ້ວ​ເອົາ​ອ່າງ​ນັ້ນ​ໄປ​ວາງ​ໄວ້​ຢູ່​ລະຫວ່າງ​ເຕັ້ນ​ສັກສິດ​ກັບ​ແທ່ນ​ບູຊາ ແລ້ວເອົາ​ນ້ຳ​ມາ​ໃສ່​ໃນ​ອ່າງ​ເພື່ອ​ເອົາ​ໄວ້​ລ້າງ.+ 19  ອາໂຣນ​ກັບ​ພວກ​ລູກ​ຊາຍ​ຂອງ​ລາວ​ຈະ​ໃຊ້​ນ້ຳ​ຢູ່​ອ່າງ​ນັ້ນ​ເພື່ອ​ລ້າງ​ຕີນ​ລ້າງ​ມື.+ 20  ຕອນ​ທີ່​ເຂົາ​ເຈົ້າ​ຈະ​ເຂົ້າ​ໄປ​ໃນ​ເຕັ້ນ​ສັກສິດ​ຫຼື​ແທ່ນ​ບູຊາ​ເພື່ອ​ເຮັດ​ວຽກ ແລະ​ເຜົາເຄື່ອງ​ບູຊາ​ດ້ວຍ​ໄຟໃຫ້​ພະ​ເຢໂຫວາ ເຂົາ​ເຈົ້າ​ຕ້ອງ​ໃຊ້​ນ້ຳ​ຢູ່​ຫັ້ນ​ຈຶ່ງ​ຈະ​ບໍ່​ຕາຍ. 21  ເຂົາ​ເຈົ້າ​ຕ້ອງ​ລ້າງ​ຕີນ​ລ້າງ​ມື​ເພື່ອ​ຈະ​ບໍ່​ຕາຍ. ອາໂຣນ​ກັບ​ລູກ​ຫຼານ​ຂອງ​ລາວ​ຕ້ອງ​ເຮັດ​ຕາມ​ກົດ​ໝາຍ​ນີ້​ຕະຫຼອດໄປ.”+ 22  ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ອີກ​ວ່າ: 23  “ໃຫ້​ກຽມ​ເຄື່ອງ​ເທດ​ທີ່​ດີ​ທີ່​ສຸດ​ຕໍ່​ໄປ​ນີ້: ມົດຍອບ*​ທີ່​ແຂງແລ້ວ​ໜັກ 500 ເຊເກນ* ອົບເຊີຍ​ຫອມ*​ໜັກ 250 ເຊເກນ* ໄມ້​ອໍ້​ຫອມ​ໜັກ 250 ເຊເກນ 24  ກັບ​ແຄັດເຊຍ*ໜັກ 250 ເຊເກນ ຕາມ​ມາດຕະຖານ​ເຊເກນ​ທີ່​ໃຊ້​ໃນ​ບ່ອນ​ບໍລິສຸດ+ ແລະນ້ຳມັນ​ໝາກ​ກອກ 1 ຮິນ*ມາ​ນຳ. 25  ແລ້ວ​ເອົາ​ທຸກ​ຢ່າງ​ມາ​ປະສົມ​ກັນ​ເພື່ອ​ເຮັດ​ເປັນ​ນ້ຳມັນ​ບໍລິສຸດ​ທີ່​ໃຊ້​ເພື່ອ​ແຕ່ງຕັ້ງ.+ ໃຫ້​ປະສົມ​ສ່ວນ​ປະກອບ​ເຫຼົ່າ​ນີ້​ຄືກັບ​ວິທີ​ເຮັດ​ນ້ຳຫອມ. ນີ້​ແມ່ນ​ນ້ຳມັນ​ບໍລິສຸດ​ທີ່​ໃຊ້​ເພື່ອ​ແຕ່ງຕັ້ງ. 26  ໃຫ້​ເອົາ​ນ້ຳມັນ​ນີ້ທາ​ໃສ່​ເຕັ້ນ​ສັກສິດ+​ແລະ​ຫີບ​ສັນຍາ 27  ທາ​ໃສ່​ໂຕະ​ກັບ​ສິ່ງ​ຂອງ​ສຳລັບ​ໂຕະ ທາ​ໃສ່​ຕະກຽງ​ກັບ​ຂາ​ຕະກຽງ ທາ​ໃສ່​ແທ່ນ​ເຜົາ​ເຄື່ອງຫອມ 28  ທາ​ໃສ່​ແທ່ນ​ເຜົາ​ເຄື່ອງ​ບູຊາ​ກັບ​ທຸກ​ຢ່າງ​ທີ່​ໃຊ້​ສຳລັບ​ແທ່ນ​ນັ້ນ ແລະ​ທາ​ໃສ່​ອ່າງ​ກັບ​ຂາ​ຕັ້ງ​ຂອງ​ອ່າງ. 29  ໃຫ້ແຍກ​ສິ່ງ​ເຫຼົ່ານີ້ໄວ້​ຕ່າງ​ຫາກ​ເພື່ອ​ສິ່ງ​ເຫຼົ່າ​ນີ້​ຈະ​ບໍລິສຸດ​ແທ້​ໆ​.+ ຄົນ​ທີ່​ຈະ​ຈັບ​ບາຍ​ສິ່ງ​ເຫຼົ່ານີ້​ຕ້ອງ​ເປັນ​ຄົນ​ບໍລິສຸດ.+ 30  ໃຫ້​ເຈົ້າ​ແຕ່ງຕັ້ງ​ອາໂຣນ+​ກັບ​ພວກ​ລູກ​ຊາຍ​ຂອງ​ລາວ+​ແລະ​ແຍກ​ເຂົາ​ເຈົ້າ​ໄວ້​ຕ່າງ​ຫາກ ເພື່ອ​ເຂົາ​ເຈົ້າ​ຈະ​ເຮັດ​ວຽກ​ຮັບ​ໃຊ້​ເປັນ​ປະໂລຫິດ​ຂອງ​ເຮົາ.+ 31  ໃຫ້​ເຈົ້າ​ບອກ​ພວກ​ອິດສະຣາເອນ​ວ່າ ‘ນີ້​ແມ່ນ​ນ້ຳມັນ​ບໍລິສຸດ​ຂອງ​ເຮົາ​ທີ່​ໃຊ້​ເພື່ອ​ແຕ່ງຕັ້ງ​ໄປ​ຕະຫຼອດ​ລຸ້ນ​ລູກ​ລຸ້ນ​ຫຼານ​ຂອງ​ພວກ​ເຈົ້າ.+ 32  ຫ້າມ​ເອົາ​ນ້ຳມັນ​ນີ້​ໄປ​ທາ​ໃສ່​ໂຕ​ຄົນ​ທີ່​ບໍ່​ມີ​ສິດ*ແລະ​ຫ້າມ​ເຮັດ​ນ້ຳມັນ​ສູດ​ນີ້​ໄປ​ໃຊ້​ເອງ. ນ້ຳມັນ​ນີ້​ບໍລິສຸດ​ແລະ​ພວກ​ເຈົ້າ​ຕ້ອງ​ຖື​ວ່າ​ມັນ​ບໍລິສຸດ​ສະເໝີ. 33  ຖ້າ​ຜູ້​ໃດ​ເຮັດ​ນ້ຳມັນ​ສູດ​ນີ້​ແລະ​ເອົາ​ໄປ​ໃຊ້​ກັບ​ຄົນ​ທີ່​ບໍ່​ມີ​ສິດ ຜູ້ນັ້ນ​ຈະ​ຕ້ອງ​ຕາຍ.’”+ 34  ພະ​ເຢໂຫວາ​ບອກ​ໂມເຊ​ວ່າ: “ໃຫ້​ເອົາ​ເຄື່ອງ​ເທດ​ແຕ່​ລະ​ຢ່າງ​ມາ​ເທົ່າ​ໆ​ກັນ​ດັ່ງ​ນີ້:+ ນາຕາບ* ເປືອກ​ຫອຍ​ຫອມ ກາບາ​ນຳ* ແລະ​ກຳຍານ*ບໍລິສຸດ. 35  ໃຫ້​ເອົາ​ເຄື່ອງ​ທັງ​ໝົດ​ນີ້​ມາ​ປະສົມ​ໃຫ້​ຖືກ​ວິທີ​ເພື່ອ​ເຮັດ​ເຄື່ອງຫອມ+ ໃຫ້​ໃສ່​ເກືອ+ນຳ ແລະ​ຫ້າມ​ບໍ່​ໃຫ້​ມີ​ແນວ​ອື່ນ​ມາ​ປະ​ປົນ. ນີ້​ແມ່ນ​ເຄື່ອງຫອມ​ທີ່​ສັກສິດ. 36  ໃຫ້​ເອົາ​ສ່ວນ​ໜຶ່ງ​ມາ​ຕຳ​ຈົນ​ລະອຽດ ແລ້ວ​ເອົາ​ໄປ​ວາງ​ໄວ້​ຢູ່​ຕໍ່​ໜ້າ​ຫີບ​ສັນຍາ​ໃນ​ເຕັ້ນ​ສັກສິດ ບ່ອນ​ທີ່​ເຮົາ​ຈະ​ມາ​ຫາ​ເຈົ້າ. ເຄື່ອງຫອມ​ນີ້​ແມ່ນ​ສິ່ງ​ທີ່​ບໍລິສຸດ​ແທ້​ໆ​ສຳລັບ​ພວກ​ເຈົ້າ. 37  ຫ້າມ​ເຮັດ​ເຄື່ອງຫອມ​ສູດ​ນີ້​ເອົາ​ໄວ້​ໃຊ້​ເອງ.+ ເຈົ້າ​ຕ້ອງ​ຖື​ວ່າ​ເຄື່ອງຫອມ​ນີ້​ເປັນ​ສິ່ງ​ບໍລິສຸດ​ສຳລັບ​ພະ​ເຢໂຫວາ. 38  ຖ້າ​ຜູ້​ໃດ​ເຮັດ​ເຄື່ອງຫອມ​ສູດ​ນີ້​ເອົາ​ໄວ້​ດົມ​ເອງ ຜູ້​ນັ້ນ​ຈະ​ຕ້ອງ​ຕາຍ.”

ຂໍຄວາມໄຂເງື່ອນ

44,5 ຊັງຕີແມັດ. ເບິ່ງ​ພາກ​ຜະໜວກ ຂ14.
89 ຊັງຕີແມັດ
ຫີບ​ທີ່​ໃສ່​ແຜ່ນ​ຫີນ​ທີ່​ມີ​ກົດໝາຍ 10 ຂໍ້
ແປ​ຕາມ​ໂຕ​ວ່າ “ລະຫວ່າງ 2 ເວລາ​ຄ່ຳ.” ອາດ​ໝາຍເຖິງ​ໄລຍະ​ເວລາ​ຫຼັງ​ຈາກ​ຕາເວັນ​ຕົກ​ດິນ​ຈົນ​ຮອດ​ຕອນ​ທີ່​ເລີ່ມ​ມືດ.
5,7 ກຣາມ. ເບິ່ງ​ພາກ​ຜະໜວກ ຂ14.
ຫຼື “ຕາມ​ເຊເກນ​ບໍລິສຸດ”
11,4 ກຣາມ
ຫຼື “ເຕັ້ນ​ຂໍ​ການ​ຊີ້ນຳ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.
5,7 ກິໂລ​ກຣາມ
ຕົ້ນໄມ້​ຊະນິດໜຶ່ງ​ທີ່​ເປືອກ​ມີ​ກິ່ນ​ຫອມ​ແລະ​ໃຊ້​ແຕ່ງ​ກິນ​ໄດ້
2,9 ກິໂລ​ກຣາມ
ອົບເຊີຍ​ອີກ​ຊະນິດໜຶ່ງ
3,7 ລິດ. ເບິ່ງ​ພາກ​ຜະໜວກ ຂ14.
ແປ​ຕາມ​ໂຕ​ວ່າ “ຄົນ​ແປກ​ໜ້າ.” ໝາຍເຖິງ​ຄົນ​ທີ່​ບໍ່​ໄດ້​ເປັນ​ລູກ​ຫຼານ​ຂອງ​ອາໂຣນ.
ຄຳ​ນີ້​ແມ່ນ​ພາສາ​ເຮັບເຣີ. ເປັນ​ຢາງ​ໄມ້​ຂອງ​ຕົ້ນໄມ້​ຊະນິດໜຶ່ງ​ທີ່​ບໍ່​ສາມາດ​ລະບຸ​ໄດ້.
ເປັນ​ຢາງ​ໄມ້​ຊະນິດໜຶ່ງ​ເມື່ອ​ປະສົມ​ກັບ​ສິ່ງ​ທີ່​ມີ​ກິ່ນ​ຫອມ​ຈະ​ເຮັດ​ໃຫ້​ຫອມ​ຫຼາຍ​ຂຶ້ນ​ແລະ​ຫອມ​ດົນ​ຂຶ້ນ