ອົບພະຍົບ 35:1-35

  • ຄຳ​ສັ່ງ​ເລື່ອງ​ວັນ​ຊະບາໂຕ (1-3)

  • ການ​ບໍລິຈາກ​ເພື່ອ​ສ້າງ​ເຕັ້ນ​ສັກສິດ (4-29)

  • ເບຊາເລນ​ກັບ​ໂອ​ໂຮ​ລຽບ​ໄດ້​ຮັບ​ພະລັງ​ຂອງ​ພະເຈົ້າ (30-35)

35  ຫຼັງ​ຈາກ​ນັ້ນ ໂມເຊ​ກໍ​ເອີ້ນ​ພວກ​ອິດສະຣາເອນ​ທັງ​ໝົດ​ໃຫ້​ມາ​ປະຊຸມ​ກັນ ແລະ​ບອກ​ເຂົາ​ເຈົ້າ​ວ່າ: “ພະ​ເຢໂຫວາ​ສັ່ງ​ໃຫ້​ເຮັດ​ແບບ​ນີ້.+  ໃຫ້​ເຮັດ​ວຽກ​ພາຍ​ໃນ 6 ມື້ ແລະ​ມື້​ທີ 7 ຈະ​ເປັນ​ວັນບໍລິສຸດ​ສຳລັບ​ພວກ​ເຈົ້າ. ມື້​ນັ້ນ​ເປັນ​ມື້​ພັກຜ່ອນ ເປັນ​ວັນ​ຊະບາໂຕ*ສຳລັບ​ພະ​ເຢໂຫວາ.+ ຜູ້​ໃດ​ທີ່​ເຮັດ​ວຽກ​ໃນ​ມື້​ນັ້ນ ຜູ້​ນັ້ນ​ຈະ​ຕ້ອງ​ຕາຍ.+  ຫ້າມ​ດັງ​ໄຟ​ຢູ່​ບ່ອນ​ພັກ​ຂອງ​ພວກ​ເຈົ້າ​ໃນ​ວັນ​ຊະບາໂຕ.”  ໂມເຊ​ບອກ​ພວກ​ອິດສະຣາເອນ​ຕື່ມ​ອີກ​ວ່າ: “ພະ​ເຢໂຫວາ​ສັ່ງ​ພວກ​ເຮົາ​ຕື່ມ​ອີກ​ວ່າ  ‘ໃຫ້​ພວກ​ເຈົ້າເອົາ​ເຄື່ອງ​ຂອງ​ມາ​ໃຫ້​ພະ​ເຢໂຫວາ.+ ຜູ້​ໃດ​ທີ່​ເຕັມໃຈ​ຢາກ​ໃຫ້+ ໃຫ້​ເອົາ​ເຄື່ອງ​ຂອງ​ເຫຼົ່ານີ້​ມາ​ໃຫ້​ພະ​ເຢໂຫວາ​ຄື: ຄຳ ເງິນ ທອງແດງ  ດ້າຍ​ສີ​ຟ້າ ດ້າຍຂົນ​ແກະ​ທີ່​ຍ້ອມ​ສີ​ມ່ວງ ດ້າຍ*ສີ​ແດງ​ສົດ ຜ້າ​ລີນິນ​ຢ່າງ​ດີ ຂົນ​ແບ້+  ໜັງ​ແກະ​ໂຕ​ຜູ້​ທີ່​ຍ້ອມ​ສີ​ແດງ ໜັງ​ແມວ​ນ້ຳ ໄມ້​ອະຄາເຊຍ  ນ້ຳມັນ​ໃສ່​ຕະກຽງ ນ້ຳມັນ​ຫອມ​ທີ່​ສະກັດ​ຈາກ​ພືດ​ທີ່​ເປັນ​ສ່ວນ​ປະສົມ​ຂອງ​ນ້ຳມັນ​ທີ່​ໃຊ້​ເພື່ອ​ແຕ່ງຕັ້ງ ແລະ​ທີ່​ໃຊ້​ປະສົມ​ເພື່ອ​ເຮັດ​ເຄື່ອງຫອມ+  ຫີນໂອນິກ​ກັບ​ຫີນ​ແກ້ວ​ຕ່າງ​ໆ​ທີ່​ໃຊ້​ສຳລັບ​ໃສ່​ເອໂຟດ*+​ແລະ​ໃສ່​ແຜ່ນ​ປົກ​ເອິກ.+ 10  ໃຫ້​ທຸກ​ຄົນ​ທີ່​ມີ​ສີ​ມື+​ເຮັດ​ສິ່ງ​ຕໍ່​ໄປ​ນີ້​ຕາມ​ທີ່​ພະ​ເຢໂຫວາ​ສັ່ງ 11  ​ຄື: ເຕັ້ນ​ສັກສິດ ສ່ວນ​ປະກອບ​ທຸກ​ຢ່າງ​ຂອງ​ເຕັ້ນ ຜ້າ​ປົກ​ເຕັ້ນ ຂໍ​ເກາະ ໂຄງ​ຝາ ໄມ້​ຮາວ ແລະ​ເສົາ​ກັບ​ຖານ​ຂອງ​ເຕັ້ນ 12  ຫີບ​ສັນຍາ+ ໄມ້​ຫາມ​ຫີບ+ ຝາ​ອັດ​ຫີບ+ ແລະ​ຜ້າກັ້ງ+ 13  ໂຕະ+ ໄມ້​ຫາມ​ໂຕະ ເຄື່ອງໃຊ້​ທຸກ​ຢ່າງ​ທີ່​ໃຊ້​ກັບໂຕະ ແລະເຂົ້າຈີ່​ທີ່​ຕັ້ງ​ໄວ້*+ 14  ຂາ​ຕະກຽງ+ ເຄື່ອງໃຊ້​ທຸກ​ຢ່າງ​ທີ່​ໃຊ້​ກັບ​ຂາ​ຕະກຽງ ຕະກຽງ ແລະ​ນ້ຳມັນ​ຕະກຽງ+ 15  ແທ່ນ​ເຜົາ​ເຄື່ອງຫອມ+ ໄມ້​ຫາມ​ແທ່ນ ນ້ຳມັນ​ທີ່​ໃຊ້​ເພື່ອ​ແຕ່ງຕັ້ງ ນ້ຳມັນ​ເພື່ອ​ເຮັດ​ເຄື່ອງຫອມ+ ແລະ​ຜ້າກັ້ງ​ສຳລັບ​ທາງເຂົ້າ​ເຕັ້ນ​ສັກສິດ 16  ແທ່ນ​ເຜົາ​ເຄື່ອງ​ບູຊາ+ ຕານ່າງ​ທອງແດງ ໄມ້​ຫາມ​ແທ່ນ ເຄື່ອງໃຊ້​ທຸກ​ຢ່າງ​ທີ່​ໃຊ້​ສຳລັບ​ແທ່ນ​ນັ້ນ ແລະ​ອ່າງ​ກັບ​ຂາ​ຕັ້ງ​ອ່າງ+ 17  ຜ້າ​ທີ່​ໃຊ້​ກັ້ນ​ເດີ່ນ​ຂອງ​ເຕັ້ນ​ສັກສິດ+ ເສົາ​ກັບ​ຖານ​ຮອງ​ຕີນ​ເສົາ ແລະຜ້າກັ້ງ​ສຳລັບ​ທາງ​ເຂົ້າ​ເດີ່ນ 18  ຫຼິ້ມ*ທີ່​ໃຊ້​ຍຶດ​ເຕັ້ນ ຫຼິ້ມ​ທີ່​ໃຊ້​ຍຶດ​ຜ້າ​ກັ້ນ​ເດີ່ນ ແລະ​ເຊືອກ​ສຳລັບ​ຄຶງ​ເສົາ+ 19  ເຄື່ອງນຸ່ງ​ທີ່​ຕ່ຳ​ຢ່າງ​ດີ+​ສຳລັບ​ວຽກ​ຮັບ​ໃຊ້​ຢູ່ເຕັ້ນ​ສັກສິດ ເຄື່ອງນຸ່ງ​ທີ່​ບໍລິສຸດ​ສຳລັບ​ປະໂລຫິດ​ອາໂຣນ+ ແລະ​ເຄື່ອງນຸ່ງ​ສຳລັບ​ພວກ​ລູກ​ຊາຍ​ຂອງ​ອາໂຣນ​ທີ່​ໃຊ້​ຕອນ​ເຮັດ​ວຽກ​ປະໂລຫິດ.’” 20  ເມື່ອ​ໂມເຊ​ເວົ້າ​ຈົບແລ້ວ ພວກ​ອິດສະຣາເອນ​ກໍ​ພາກັນ​ກັບ​ໄປ​ບ່ອນ​ພັກ​ຂອງ​ໂຕ​ເອງ. 21  ຄົນ​ທີ່​ເຕັມໃຈ+ແລະ​ມີໃຈ​ເອື້ອເຟື້ອກໍ​ມາ ແລະ​ເອົາ​ເຄື່ອງ​ຕ່າງ​ໆ​ມາ​ໃຫ້​ພະ​ເຢໂຫວາ​ເພື່ອ​ໃຊ້​ສຳລັບ​ເຕັ້ນ​ສັກສິດ* ເພື່ອ​ວຽກ​ຮັບ​ໃຊ້​ທຸກ​ຢ່າງ​ທີ່​ຢູ່​ຫັ້ນ ແລະ​ເພື່ອ​ເຮັດ​ເຄື່ອງນຸ່ງ​ທີ່​ບໍລິສຸດ. 22  ເຂົາ​ເຈົ້າ​ພາກັນ​ມາ​ເລື້ອຍ​ໆ​ທັງ​ຜູ້​ຊາຍ​ກັບ​ຜູ້​ຍິງ. ທຸກ​ຄົນ​ທີ່​ມີ​ໃຈ​ເອື້ອເຟື້ອ​ກໍ​ເອົາເຂັມ​ຄັດ ຕຸ້ມ​ຫູ ແຫວນ ແລະ​ເຄື່ອງ​ປະດັບ​ອື່ນ​ໆ​ ລວມ​ທັງ​ເຄື່ອງ​ຂອງ​ຕ່າງ​ໆ​ທີ່​ເປັນ​ຄຳ​ມາ​ໃຫ້. ເຂົາ​ເຈົ້າ​ເອົາ​ເຄື່ອງ​ບູຊາ*ທີ່​ເປັນ​ຄຳ​ເຫຼົ່ານີ້​ມາ​ໃຫ້​ພະ​ເຢໂຫວາ.+ 23  ທຸກ​ຄົນ​ທີ່​ມີ​ດ້າຍ​ສີ​ຟ້າ ດ້າຍຂົນ​ແກະ​ທີ່​ຍ້ອມ​ສີ​ມ່ວງ ດ້າຍ​ສີ​ແດງ​ສົດ ຜ້າ​ລີນິນ​ຢ່າງ​ດີ ຂົນ​ແບ້ ໜັງ​ແກະ​ໂຕ​ຜູ້​ທີ່​ຍ້ອມ​ສີ​ແດງ ແລະ​ໜັງ​ແມວ​ນ້ຳ ເຂົາ​ເຈົ້າ​ກໍ​ໄດ້​ເອົາ​ເຄື່ອງ​ເຫຼົ່ານີ້​ມາ​ໃຫ້. 24  ຄົນ​ທີ່ມີ​ໃຈ​ເອື້ອເຟື້ອໄດ້​ເອົາ​ເງິນ​ແລະ​ທອງແດງ​ມາ​ໃຫ້​ພະ​ເຢໂຫວາ. ທຸກ​ຄົນ​ທີ່​ມີ​ໄມ້​ອະຄາເຊຍ​ກໍ​ເອົາ​ມາ​ໃຫ້​ເພື່ອ​ໃຊ້​ສຳລັບວຽກ​ທີ່​ກ່ຽວ​ກັບ​ເຕັ້ນ​ສັກສິດ. 25  ພວກ​ຜູ້​ຍິງ​ທຸກ​ຄົນ​ທີ່​ມີ​ສີ​ມື+​ພາກັນ​ເຂັນເສັ້ນ​ດ້າຍ ແລ້ວ​ເຂົາ​ເຈົ້າ​ກໍ​ໄດ້​ເອົາ​ສິ່ງ​ທີ່​ເຂົາ​ເຈົ້າ​ເຂັນ​ແລ້ວ​ມາ​ໃຫ້​ຄື: ດ້າຍ​ສີ​ຟ້າ ດ້າຍ​ຂົນ​ແກະ​ທີ່​ຍ້ອມ​ສີ​ມ່ວງ ດ້າຍ​ສີ​ແດງ​ສົດ ແລະ​ເສັ້ນ​ປ່ານ​ຢ່າງ​ດີ. 26  ຜູ້​ຍິງ​ທຸກ​ຄົນ​ທີ່​ມີ​ສີ​ມືແລະ​ເຕັມໃຈ​ກໍ​ຊ່ວຍ​ກັນ​ເຂັນ​ດ້າຍ​ຈາກ​ຂົນ​ແບ້. 27  ພວກ​ຫົວ​ໜ້າ​ກໍ​ເອົາ​ຫີນໂອນິກ​ກັບ​ຫີນ​ແກ້ວ​ຕ່າງ​ໆ​ສຳລັບ​ໃສ່​ເອໂຟດ​ແລະ​ໃສ່​ແຜ່ນ​ປົກ​ເອິກ+​ມາ​ໃຫ້. 28  ເຂົາ​ເຈົ້າ​ເອົາ​ນ້ຳມັນ​ຫອມ​ທີ່​ສະກັດ​ຈາກ​ພືດ​ແລະ​ນ້ຳ​ມັນ​ໝາກກອກ​ມາ​ໃຫ້ ເພື່ອ​ໃຊ້​ສຳລັບ​ຕະກຽງ ໃຊ້​ສຳລັບ​ນ້ຳມັນ​ທີ່​ໃຊ້​ເພື່ອ​ແຕ່ງຕັ້ງ+ ແລະ​ໃຊ້​ສຳລັບ​ເຄື່ອງຫອມ.+ 29  ທຸກ​ຄົນ​ທີ່​ມີ​ໃຈ​ເອື້ອເຟື້ອ​ທັງ​ຜູ້​ຊາຍ​ກັບ​ຜູ້​ຍິງ​ໄດ້​ເອົາ​ເຄື່ອງ​ຂອງ​ມາ​ໃຫ້ ເພື່ອ​ຈະ​ເອົາ​ມາ​ໃຊ້​ໃນ​ວຽກ​ທີ່​ພະ​ເຢໂຫວາ​ສັ່ງ​ໄວ້​ຜ່ານ​ທາງ​ໂມເຊ. ພວກ​ອິດສະຣາເອນ​ໄດ້​ເອົາ​ທຸກ​ສິ່ງ​ທຸກ​ຢ່າງ​ມາ​ໃຫ້​ພະ​ເຢໂຫວາ​ດ້ວຍ​ຄວາມ​ສະໝັກ​ໃຈ.+ 30  ແລ້ວ​ໂມເຊ​ກໍ​ເວົ້າ​ກັບ​ພວກ​ອິດສະຣາເອນ​ວ່າ: “ພະ​ເຢໂຫວາ​ໄດ້​ເລືອກ​ເບຊາເລນ​ທີ່​ເປັນ​ຄົນ​ຕະກູນ​ຢູດາ ເປັນ​ລູກ​ຊາຍ​ຂອງ​ອູຣີ ແລະ​ເປັນ​ຫຼານ​ຊາຍ​ຂອງ​ຮູເຣ.+ 31  ເພິ່ນ​ໄດ້​ໃຫ້​ພະລັງ​ຂອງ​ເພິ່ນ​ກັບ​ລາວ​ເພື່ອ​ໃຫ້​ລາວ​ມີ​ສະຕິປັນຍາ ມີ​ຄວາມ​ເຂົ້າໃຈ ມີ​ຄວາມ​ຮູ້ ແລະ​ໃຫ້​ລາວ​ເຮັດ​ວຽກ​ດ້ານ​ສີ​ໄມ້​ລາຍ​ມື​ເກັ່ງ​ທຸກ​ຢ່າງ. 32  ບໍ່​ວ່າ​ຈະ​ເປັນ​ການ​ອອກແບບ​ລວດລາຍ​ຕ່າງ​ໆ​ ວຽກ​ກ່ຽວ​ກັບ​ຄຳ ເງິນ ແລະ​ທອງແດງ 33  ວຽກ​ເຈຍລະໄນ​ແລະ​ຈັດ​ວາງ​ເພັດ​ພອຍ ແລະ​ວຽກ​ແກະ​ສະຫຼັກ​ໄມ້​ທຸກ​ຢ່າງ. 34  ພະເຈົ້າ​ເຮັດ​ໃຫ້​ທັງ​ເບຊາເລນ​ແລະ​ໂອ​ໂຮ​ລຽບ+​ສອນ​ຄົນ​ອື່ນ​ເຮັດ​ວຽກ​ໄດ້. ໂອໂຮລຽບ​ເປັນ​ຄົນ​ທີ່​ມາ​ຈາກ​ຕະກູນ​ດານ​ທີ່​ເປັນ​ລູກ​ຂອງ​ອາຮີ​ສະມັກ. 35  ເພິ່ນ​ເຮັດ​ໃຫ້ 2 ຄົນ​ນີ້ເຮັດ​ວຽກ​ເກັ່ງ​ທຸກ​ຢ່າງ+ ທັງ​ການ​ຖັກ​ແສ່ວ​ແລະ​ການ​ຕ່ຳ​ຜ້າ​ໂດຍ​ໃຊ້​ດ້າຍ​ສີ​ຟ້າ ດ້າຍ​ຂົນ​ແກະ​ທີ່​ຍ້ອມ​ສີ​ມ່ວງ ດ້າຍ​ສີ​ແດງ​ສົດ ແລະ​ເສັ້ນ​ປ່ານ​ຢ່າງ​ດີ. ສອງ​ຄົນ​ນີ້​ຈະ​ອອກແບບ​ແລະ​ເຮັດ​ວຽກ​ທຸກ​ຢ່າງ.”

ຂໍຄວາມໄຂເງື່ອນ

ຫຼື “ຜ້າ”
ເປັນ​ແນວ​ຕອກ​ໃສ່​ພື້ນ​ຄ້າຍຄື​ກັບ​ເຫຼັກ​ປັກ​ເຕັ້ນ
ຫຼື “ເຕັ້ນ​ຂໍ​ການ​ຊີ້ນຳ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.
ຫຼື “ເຄື່ອງ​ບູຊາ​ຊູ​ໄປ​ມາ”