ອົບພະຍົບ 5:1-23

  • ໂມເຊ​ກັບ​ອາໂຣນ​ໄປ​ຫາ​ຟາໂຣ (1-5)

  • ຖືກ​ກົດ​ຂີ່​ໜັກ​ກວ່າ​ເກົ່າ (6-18)

  • ພວກ​ອິດສະຣາເອນ​ໂທດ​ໂມເຊ​ກັບ​ອາໂຣນ (19-23)

5  ຈາກ​ນັ້ນ ໂມເຊ​ກັບ​ອາໂຣນ​ກໍ​ພາກັນ​ໄປ​ຫາ​ຟາໂຣ*ແລະ​ເວົ້າ​ວ່າ: “ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນບອກ​ແນວນີ້. ‘ປ່ອຍ​ຄົນ​ຂອງ​ເຮົາ​ໄປສະຫຼອງ​ເທດສະການເພື່ອ​ນະມັດສະການ​ເຮົາ​ໃນ​ບ່ອນ​ກັນດານ.’”  ແຕ່​ຟາໂຣ​ເວົ້າ​ວ່າ: “ພະ​ເຢໂຫວາ​ແມ່ນ​ໃຜ+​ທີ່​ຂ້ອຍ​ຕ້ອງ​ຟັງ​ຄວາມ​ລາວ​ແລະ​ປ່ອຍ​ພວກ​ອິດສະຣາເອນ​ໄປ?+ ຂ້ອຍ​ບໍ່​ຮູ້ຈັກ​ພະ​ເຢໂຫວາ​ແລະ​ຂ້ອຍ​ກໍ​ຊິ​ບໍ່​ປ່ອຍ​ພວກ​ອິດສະຣາເອນ​ໄປ​ເດັດຂາດ.”+  ແຕ່​ເຂົາ​ເຈົ້າ​ບອກ​ວ່າ: “ພະເຈົ້າ​ຂອງ​ພວກ​ເຮັບເຣີ​ໄດ້​ມາ​ຫາ​ພວກ​ເຮົາ. ດັ່ງນັ້ນ ຂໍ​ອະນຸຍາດ​ໃຫ້​ພວກ​ເຮົາ​ເດີນ​ທາງ 3 ມື້​ເພື່ອ​ໄປ​ບ່ອນ​ກັນດານ​ແລະ​ເອົາ​ເຄື່ອງ​ບູຊາ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ​ຢູ່​ຫັ້ນ.+ ຄັນ​ບໍ່​ຊັ້ນ ເພິ່ນ​ຊິ​ລົງໂທດ​ພວກ​ເຮົາ​ດ້ວຍ​ພະຍາດ​ຫຼື​ດ້ວຍ​ດາບ.”  ກະສັດ​ເອຢິບ​ຕອບ​ເຂົາ​ເຈົ້າ​ວ່າ: “ໂມເຊ​ກັບ​ອາໂຣນ ເປັນ​ຫຍັງ​ພວກ​ເຈົ້າ​ຊິ​ພາ​ປະຊາຊົນ​ໃຫ້​ຖິ້ມ​ວຽກ​ຖິ້ມ​ງານ? ກັບ​ໄປ​ເຮັດ​ວຽກ​ທະ​ແມ້!”+  ຟາໂຣ​ເວົ້າ​ຕື່ມ​ອີກ​ວ່າ: “ຄົນ​ຂອງ​ພວກ​ເຈົ້າ​ຢູ່​ນີ້​ມີ​ບັກ​ຫຼາຍ​ໆ​ ເປັນ​ຫຍັງ​ຂ້ອຍ​ຕ້ອງ​ປ່ອຍ​ໃຫ້​ພວກ​ເຈົ້າ​ພັກ​ວຽກ?”  ໃນ​ມື້​ນັ້ນ ຟາໂຣ​ສັ່ງ​ພວກ​ຫົວ​ໜ້າ​ແລະ​ຜູ້​ຊ່ວຍ​ວ່າ:  “ຢ່າ​ຊູ່​ເອົາ​ເຟືອງ​ໃຫ້​ພວກ​ນັ້ນ​ອີກ.+ ໃຫ້​ພວກ​ມັນ​ໄປ​ເກັບ​ເອົາ​ເຟືອງ​ເອງ​ເພື່ອ​ຊິ​ເຮັດ​ດິນ​ຈີ່.  ແຕ່​ໃຫ້​ພວກ​ມັນ​ເຮັດ​ດິນ​ຈີ່​ໃຫ້​ໄດ້​ຈຳນວນ​ສ່ຳ​ເກົ່າ. ບໍ່​ຕ້ອງ​ຫຼຸດ​ວຽກ​ພວກ​ມັນ​ລົງ ເພາະ​ພວກ​ມັນ​ຂີ້​ຄ້ານ. ຍ້ອນ​ແນວ​ນັ້ນ​ແຫຼະ ພວກ​ມັນ​ຈຶ່ງ​ມາ​ຂໍຮ້ອງ​ວ່າ ‘ພວກ​ເຮົາ​ຢາກ​ໄປ​ເອົາ​ເຄື່ອງ​ບູຊາ​ໃຫ້​ພະເຈົ້າ​ຂອງ​ພວກ​ເຮົາ!’  ໃຫ້​ພວກ​ມັນ​ເຮັດ​ວຽກ​ໜັກ​ກວ່າ​ເກົ່າ ບໍ່​ຕ້ອງ​ຢຸດ ບໍ່​ຕ້ອງ​ເຊົາ ເພື່ອ​ພວກ​ມັນ​ຈະ​ບໍ່​ມີ​ເວລາ​ໄປ​ສົນ​ໃຈ​ຄຳ​ຕົວະ​ພວກ​ນັ້ນ.” 10  ພວກ​ຫົວ​ໜ້າ+ກັບ​ພວກ​ຜູ້​ຊ່ວຍ​ກໍ​ໄປ​ບອກ​ພວກ​ອິດສະຣາເອນ​ວ່າ: “ຟາໂຣ​ບອກ​ພວກ​ເຈົ້າແບບ​ນີ້. ‘ຕໍ່​ໄປ​ນີ້​ຊິ​ບໍ່​ເອົາ​ເຟືອງ​ໃຫ້​ພວກ​ເຈົ້າ​ແລ້ວ. 11  ພວກ​ເຈົ້າ​ຕ້ອງ​ໄປ​ຊອກ​ຫາ​ເຟືອງ​ເອງ. ແຕ່​ວ່າ​ຕ້ອງ​ເຮັດ​ດິນ​ຈີ່​ໃຫ້​ໄດ້ຈຳນວນສ່ຳ​ເກົ່າ.’” 12  ແລ້ວ​ພວກ​ອິດສະຣາເອນ​ກໍ​ພາກັນ​ໄປ​ຊອກ​ຫຼົກຕໍ​ເຟືອງ​ທົ່ວ​ແຜ່ນດິນ​ເອຢິບ. 13  ພວກ​ຫົວ​ໜ້າ​ກໍ​ຄຸມ​ເຂົາ​ເຈົ້າ​ຕະຫຼອດ​ໂດຍ​ເວົ້າ​ວ່າ: “ແຕ່​ລະ​ມື້ ພວກ​ເຈົ້າ​ຕ້ອງ​ເຮັດ​ວຽກ​ໃຫ້​ມັນ​ໄດ້​ສ່ຳ​ກັບ​ຕອນ​ທີ່​ເອົາ​ເຟືອງ​ໃຫ້​ພວກ​ເຈົ້າ​ເດີ້.” 14  ພວກ​ຫົວ​ໜ້າ​ທີ່​ເປັນ​ຄົນ​ຂອງ​ຟາໂຣ​ກໍ​ໄດ້​ເອົາ​ແສ້​ຟາດ​ຜູ້​ຊ່ວຍ​ທີ່​ເປັນ​ຄົນ​ອິດສະຣາເອນ.+ ເຂົາ​ເຈົ້າ​ເວົ້າ​ກັບ​ພວກ​ຜູ້​ຊ່ວຍ​ວ່າ: “ເປັນ​ຫຍັງ​ພວກ​ເຈົ້າ​ບໍ່ເຮັດ​ດິນ​ຈີ່​ໃຫ້​ໄດ້ຕາມ​ຈຳນວນ​ທີ່​ສັ່ງ​ໄວ້? ມື້​ວານ​ກໍ​ບໍ່​ໄດ້ ມື້​ນີ້​ກໍ​ບໍ່​ໄດ້​ອີກ.” 15  ພວກ​ຜູ້​ຊ່ວຍ​ທີ່​ເປັນ​ຄົນ​ອິດສະຣາເອນ​ກໍ​ໄປ​ຈົ່ມ​ກັບ​ຟາໂຣ​ວ່າ: “ເປັນ​ຫຍັງ​ທ່ານ​ຄື​ເຮັດ​ກັບ​ພວກ​ເຮົາ​ແບບ​ນີ້? 16  ພວກ​ຫົວ​ໜ້າ​ສັ່ງ​ພວກ​ເຮົາ​ໃຫ້​ເຮັດ​ດິນ​ຈີ່​ໃຫ້​ໄດ້​ສ່ຳ​ເກົ່າ ແຕ່ພັດ​ບໍ່​ເອົາ​ເຟືອງ​ໃຫ້. ແທ້​ໆ​ແລ້ວ​ເປັນ​ຄວາມ​ຜິດ​ຂອງ​ພວກ​ຫົວ​ໜ້າ ແຕ່​ເຂົາ​ເຈົ້າ​ກໍ​ຍັງ​ມາ​ຕີ​ພວກ​ເຮົາ.” 17  ແຕ່​ຟາໂຣ​ເວົ້າ​ວ່າ: “ພວກ​ເຈົ້າ​ມັນ​ຕັ້ງຂີ້​ຄ້ານຫັ້ນ​ແຫຼະ! ພວກ​ເຈົ້າ​ມັນ​ຂີ້​ຄ້ານ​ແທ້​ໆ​+ກໍ​ເລີຍ​ບອກ​ວ່າ ‘ພວກ​ເຮົາ​ຢາກ​ໄປ​ເອົາ​ເຄື່ອງ​ບູຊາ​ໃຫ້​ພະ​ເຢໂຫວາ.’+ 18  ກັບ​ໄປ​ເຮັດ​ວຽກ​ດຽວ​ນີ້! ບໍ່​ມີ​ໃຜ​ເອົາ​ເຟືອງ​ໃຫ້​ພວກ​ເຈົ້າ​ດອກ. ແຕ່​ພວກ​ເຈົ້າ​ຕ້ອງ​ເຮັດ​ດິນ​ຈີ່​ໃຫ້​ໄດ້​ຕາມ​ຈຳນວນ​ທີ່​ກຳນົດ​ໄວ້.” 19  ພວກ​ຜູ້​ຊ່ວຍ​ທີ່​ເປັນ​ຄົນ​ອິດສະຣາເອນ​ຮູ້​ວ່າ​ໂຕ​ເອງ​ເຈິ​ບັນຫາ​ໜັກ​ແລ້ວ​ ເພາະ​ມີ​ຄຳ​ສັ່ງ​ວ່າ: “ແຕ່​ລະ​ມື້ ພວກ​ເຈົ້າ​ຕ້ອງ​ເຮັດ​ດິນ​ຈີ່​ໃຫ້​ໄດ້​ຕາມ​ຈຳນວນ​ທີ່​ສັ່ງ​ໄວ້ ບໍ່​ໃຫ້​ຫຼຸດ​ແມ່ນ​ແຕ່​ກ້ອນ​ດຽວ.” 20  ຫຼັງ​ຈາກ​ທີ່​ພົບ​ຟາໂຣ​ແລ້ວ​ ເຂົາ​ເຈົ້າ​ກໍ​ໄປ​ຫາ​ໂມເຊ​ກັບ​ອາໂຣນ​ທີ່​ຢືນ​ຖ້າ​ເຂົາ​ເຈົ້າ​ຢູ່. 21  ເຂົາ​ເຈົ້າ​ເວົ້າ​ກັບ​ໂມເຊ​ແລະ​ອາໂຣນ​ວ່າ: “ຂໍ​ພະ​ເຢໂຫວາເບິ່ງ​ສິ່ງ​ທີ່ພວກ​ເຈົ້າ​ເຮັດ ແລະ​ລົງໂທດ​ພວກ​ເຈົ້າ. ຍ້ອນ​ວ່າ​ພວກ​ເຈົ້າ​ເຮັດ​ໃຫ້​ຟາໂຣ​ແລະ​ພວກ​ຜູ້​ຮັບ​ໃຊ້​ຊັງ​ພວກ​ເຮົາ. ສ່ຳ​ກັບ​ວ່າ​ພວກ​ເຈົ້າ​ເອົາ​ດາບ​ໃຫ້​ພວກ​ເຂົາ​ມາ​ຂ້າ​ພວກ​ເຮົາ.”+ 22  ຈາກ​ນັ້ນ ໂມເຊ​ກໍອະທິດຖານເຖິງ​ພະ​ເຢໂຫວາ​ໂດຍ​ເວົ້າ​ວ່າ: “ພະ​ເຢໂຫວາ ເປັນ​ຫຍັງ​ພະອົງປ່ອຍ​ໃຫ້​ຄົນຂອງ​ພະອົງ​ເຈິ​ຄວາມທຸກ​ແບບ​ນີ້? ເປັນ​ຫຍັງ​ພະອົງ​ໃຊ້​ລູກ​ມາ​ນີ້? 23  ຕັ້ງ​ແຕ່​ລູກ​ໄປ​ຫາ​ຟາໂຣ​ແລະ​ເວົ້າ​ເຖິງ​ຊື່​ຂອງ​ພະອົງ+ ຟາໂຣ​ແຮ່ງ​ກົດ​ຂີ່​ຂົ່ມເຫງ​ຄົນ​ຂອງ​ພະອົງ​ໜັກ​ກວ່າ​ເກົ່າ+ ແລະ​ພະອົງ​ບໍ່​ໄດ້​ຊ່ວຍ​ຄົນ​ຂອງ​ພະອົງ​ເລີຍ.”+

ຂໍຄວາມໄຂເງື່ອນ

ນີ້​ແມ່ນ​ຕຳແໜ່ງ​ກະສັດ​ຂອງ​ເອຢິບ