ຮັກກາຍ 1:1-15

  • ຖືກ​ຕຳໜິ​ທີ່​ບໍ່​ໄດ້​ສ້າງ​ວິຫານ​ຄືນ​ໃໝ່ (1-​11)

    • ‘ຕອນນີ້​ແມ່ນ​ເວລາ​ທີ່​ຈະ​ຢູ່​ເຮືອນ​ທີ່​ຕົກແຕ່ງ​ດ້ວຍ​ໄມ້​ທີ່​ງາມ​​ໆ​ບໍ?’ (4)

    • ‘ຄິດ​ເບິ່ງ​ຄັກ​​ໆ​ເດີ້​ວ່າ​ພວກເຈົ້າ​ກຳລັງ​ເຮັດ​ຫຍັງ​ຢູ່’ (5)

    • ຫວ່ານ​ເມັດ​ພືດ​ຫຼາຍ​ແຕ່​ເກັບກ່ຽວ​ໄດ້​ໜ້ອຍ​ດຽວ (6)

  • ປະຊາຊົນ​ທຸກ​ຄົນ​ຟັງ​ພະ​ເຢໂຫວາ (12-​15)

1  ໃນ​ວັນທີ 1 ເດືອນ​ທີ 6 ຂອງ​ປີ​ທີ 2 ທີ່​ກະສັດ​ດາຣິອຸດ*​ປົກຄອງ ພະ​ເຢໂຫວາ​ໄດ້​ສົ່ງ​ຂ່າວ​ຜ່ານ​ທາງ​ຜູ້ພະຍາກອນ​ຮັກກາຍ*+​ມາ​ຫາ​ເຊຣູບາເບນ+​ເຈົ້າແຂວງ​ຢູດາ​ທີ່​ເປັນ​ລູກຊາຍ​ຂອງ​ເຊອານຕີເອນ ແລະ​ມາ​ຫາ​ປະໂລຫິດ​ໃຫຍ່​ໂຢຊວຍ​ລູກຊາຍ​ຂອງ​ເຢໂຮຊາດັກ.  ພະ​ເຢໂຫວາ​ຜູ້ບັນຊາການກອງທັບ​ເວົ້າ​ວ່າ: “ປະຊາຊົນ​ເຫຼົ່ານີ້​ເວົ້າ​ຈັ່ງ​ຊີ້ ‘ຍັງ​ບໍ່​ທັນ​ຮອດ​ເວລາ​ທີ່​ຈະ​ສ້າງ​ວິຫານ​ຂອງ​ພະ​ເຢໂຫວາ​ເທື່ອ.’”*+  ພະ​ເຢໂຫວາ​ເວົ້າ​ຜ່ານ​ທາງ​ຜູ້ພະຍາກອນ​ຮັກກາຍ​ອີກ​ເທື່ອ​ໜຶ່ງ+​ວ່າ:  “ພວກເຈົ້າ​ຢູ່​ເຮືອນ​ທີ່​ຕົກ​ແຕ່ງ​ດ້ວຍ​ໄມ້​ທີ່​ງາມ​ໆ​ ແຕ່​ວິຫານ​ຂອງ​ເຮົາ​ພັດ​ເປັນ​ຊາກຫັກພັງ.+ ຕອນນີ້​ແມ່ນ​ເວລາ​ທີ່​ພວກເຈົ້າ​ຈະ​ເຮັດ​ແບບ​ນີ້​ບໍ?  ພະ​ເຢໂຫວາ​ຜູ້ບັນຊາການກອງທັບ​ຈຶ່ງ​ເວົ້າ​ວ່າ ‘ໃຫ້​ຄິດ​ເບິ່ງ​ຄັກ​ໆ​ເດີ້​ວ່າ​ພວກເຈົ້າ​ກຳລັງ​ເຮັດ​ຫຍັງ​ຢູ່.  ພວກເຈົ້າ​ຫວ່ານ​ເມັດພືດ​ຫຼາຍ ແຕ່​ກໍ​ເກັບກ່ຽວ​ໄດ້​ໜ້ອຍ​ດຽວ.+ ພວກເຈົ້າ​ໄດ້​ກິນ ແຕ່​ກໍ​ບໍ່​ອີ່ມ. ພວກເຈົ້າ​ໄດ້​ດື່ມ​ເຫຼົ້າແວງ ແຕ່​ກໍ​ບໍ່​ພໍ. ພວກເຈົ້າ​ໃສ່​ເຄື່ອງນຸ່ງ ແຕ່​ກໍ​ບໍ່​ອຸ່ນ. ຜູ້​ທີ່​ຮັບຈ້າງ​ເຮັດ​ວຽກ​ກໍ​ເອົາ​ເງິນ​ຄ່າ​ຈ້າງ​ໃສ່​ຖົງ​ທີ່​ຮົ່ວ.’”  ພະ​ເຢໂຫວາ​ຜູ້ບັນຊາການກອງທັບ​ເວົ້າ​ວ່າ: “ໃຫ້​ຄິດ​ເບິ່ງ​ຄັກ​ໆ​ເດີ້​ວ່າ​ພວກເຈົ້າ​ກຳລັງ​ເຮັດ​ຫຍັງ​ຢູ່.”  ພະ​ເຢໂຫວາ​ບອກ​ວ່າ: “ໃຫ້​ພວກເຈົ້າ​ຂຶ້ນ​ໄປ​ເທິງ​ພູ​ແລະ​ເອົາ​ໄມ້+​ມາ​ສ້າງ​ວິຫານ​ຂອງ​ເຮົາ+​ເພື່ອ​ເຮົາ​ຈະ​ພໍໃຈ​ແລະ​ໄດ້​ຮັບ​ກຽດ.”+  ພະ​ເຢໂຫວາ​ຜູ້ບັນຊາການກອງທັບ​ເວົ້າ​ວ່າ: “ພວກເຈົ້າ​ຄາດ​ຫວັງ​ວ່າ​ຈະ​ເກັບກ່ຽວ​ໄດ້​ຫຼາຍ ແຕ່​ພັດ​ໄດ້​ໜ້ອຍ​ດຽວ. ເມື່ອ​ພວກເຈົ້າ​ເອົາ​ສິ່ງ​ທີ່​ເກັບກ່ຽວ​ນັ້ນ​ມາ​ເຮືອນ ເຮົາ​ຈະ​ເປົ່າ​ມັນ​ໃຫ້​ປິວ​ໄປ​ໄກ​ໆ​.+ ຍ້ອນຫຍັງ​ເຮົາ​ຈຶ່ງ​ເຮັດ​ແນວ​ນີ້? ກໍ​ຍ້ອນ​ວ່າ​ວິຫານ​ຂອງ​ເຮົາ​ຍັງ​ເປັນ​ຊາກຫັກພັງ​ຢູ່ ແຕ່​ພວກເຈົ້າ​ພັດ​ຫຍຸ້ງ​ຢູ່​ກັບ​ການ​ເບິ່ງແຍງ​ເຮືອນ​ຊານ​ຂອງ​ໂຕເອງ.+ 10  ດັ່ງນັ້ນ ເຮົາ​ຈຶ່ງ​ບໍ່​ໃຫ້​ນ້ຳຄ້າງ​ຕົກ​ລົງ​ມາ​ແລະ​ບໍ່​ໃຫ້​ດິນ​ເກີດດອກອອກໝາກ. 11  ເຮົາ​ໄດ້​ເຮັດ​ໃຫ້​ດິນ​ແລະ​ພູ​ຕ່າງ​ໆ​ແຫ້ງແລ້ງ​ບໍ່​ເຊົາ ເຊິ່ງ​ເຮັດ​ໃຫ້​ເຂົ້າ ເຫຼົ້າແວງ ນ້ຳມັນ​ໝາກກອກ ແລະ​ຜົນລະປູກ​ບໍ່​ພໍ​ກິນ ທັງ​ເຈົ້າ​ກັບ​ຝູງສັດ​ຂອງ​ເຈົ້າ​ເຈິ​ຄວາມ​ລຳບາກ ແລະ​ວຽກ​ໜັກ​ທຸກຢ່າງ​ທີ່​ພວກເຈົ້າ​ເຮັດ​ກໍ​ບໍ່​ມີ​ປະໂຫຍດ​ຫຍັງ​ເລີຍ.” 12  ເຊຣູບາເບນ+​ລູກຊາຍ​ຂອງ​ເຊອານຕີເອນ+ ປະໂລຫິດ​ໃຫຍ່​ໂຢຊວຍ​ລູກຊາຍ​ຂອງ​ເຢໂຮຊາດັກ+ ແລະ​ປະຊາຊົນ​ທຸກຄົນ​ກໍ​ຟັງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຂົາເຈົ້າ​ແລະ​ຟັງ​ສິ່ງ​ທີ່​ຜູ້ພະຍາກອນ​ຮັກກາຍ​ເວົ້າ ຍ້ອນ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຂົາເຈົ້າ​ໄດ້​ໃຊ້​ລາວ​ມາ​ບອກ. ປະຊາຊົນ​ທຸກຄົນ​ໄດ້​ຢ້ານຢຳ​ພະ​ເຢໂຫວາ. 13  ຈາກນັ້ນ ຮັກກາຍ​ຜູ້ສົ່ງຂ່າວ​ຂອງ​ພະ​ເຢໂຫວາ​ກໍ​ບອກ​ປະຊາຊົນ​ແບບ​ນີ້: “ພະ​ເຢໂຫວາ​ເວົ້າ​ວ່າ ‘ເຮົາ​ຢູ່​ກັບ​ພວກເຈົ້າ.’”+ ຮັກກາຍ​ເວົ້າ​ຕາມ​ທີ່​ພະ​ເຢໂຫວາ​ສັ່ງ​ລາວ. 14  ພະ​ເຢໂຫວາ​ໄດ້​ກະຕຸ້ນ​ໃຈ+​ເຊຣູບາເບນ​ເຈົ້າແຂວງ​ຢູດາ+​ທີ່​ເປັນ​ລູກຊາຍ​ຂອງ​ເຊອານຕີເອນ​ໃຫ້​ກະຕຸ້ນ​ໃຈ​ປະໂລຫິດ​ໃຫຍ່​ໂຢຊວຍ+​ລູກຊາຍ​ຂອງ​ເຢໂຮຊາດັກ ແລະ​ກະຕຸ້ນ​ໃຈ​ປະຊາຊົນ​ທຸກຄົນ. ແລ້ວ​ເຂົາເຈົ້າ​ກໍ​ເລີ່ມ​ວຽກ​ສ້າງ​ວິຫານ​ຂອງ​ພະ​ເຢໂຫວາ​ຜູ້ບັນຊາການກອງທັບ​ພະເຈົ້າ​ຂອງ​ເຂົາເຈົ້າ.+ 15  ວຽກ​ນີ້​ເລີ່ມ​ວັນທີ 24 ເດືອນ​ທີ 6 ຂອງ​ປີ​ທີ 2 ທີ່​ກະສັດ​ດາຣິອຸດ​ປົກຄອງ.+

ຂໍຄວາມໄຂເງື່ອນ

ດາຣິອຸດ​ທີ 1 ຫຼື​ດາຣິອຸດ​ຜູ້​ຍິ່ງໃຫຍ່
ແປ​ວ່າ “ເກີດ​ໃນ​ມື້​ເທດສະການ”
ຫຼື “ສ້າງ​ວິຫານ​ຂອງ​ພະ​ເຢໂຫວາ​ຄືນ​ໃໝ່”