ຮັກກາຍ 2:1-23

  • ວິຫານ​ຫຼັງ​ທີ 2 ຈະ​ສະຫງ່າ​ງາມ (1-​9)

    • ທຸກ​ຊາດ​ຈະ​ຖືກ​ສັ່ນ (7)

    • ສິ່ງ​ທີ່​ມີຄ່າ​ຈະ​ເຂົ້າ​ມາ (7)

  • ການ​ສ້າງ​ວິຫານ​ຄືນ​ໃໝ່​ເຮັດ​ໃຫ້​ໄດ້​ຮັບ​ພອນ​ຕ່າງ​​ໆ​ (10-​19)

    • ຄວາມ​ບໍລິສຸດ​ສົ່ງ​ຕໍ່​ໃຫ້​ກັນ​ບໍ່​ໄດ້ (10-​14)

  • ຂ່າວສານ​ເຖິງ​ເຊຣູບາເບນ (20-​23)

    • “ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ເປັນ​ຄື​ກັບ​ແຫວນ​ຈ້ຳ​ກາ” (23)

2  ໃນ​ວັນທີ 21 ຂອງ​ເດືອນ​ທີ 7 ພະ​ເຢໂຫວາ​ເວົ້າ​ກັບ​ຜູ້ພະຍາກອນ​ຮັກກາຍ+​ວ່າ:  “ໃຫ້​ໄປ​ຖາມ​ເຊຣູບາເບນ+​ເຈົ້າແຂວງ​ຢູດາ+​ທີ່​ເປັນ​ລູກຊາຍ​ຂອງ​ເຊອານຕີເອນ ປະໂລຫິດ​ໃຫຍ່​ໂຢຊວຍ+​ລູກຊາຍ​ຂອງ​ເຢໂຮຊາດັກ+ ແລະ​ປະຊາຊົນ​ວ່າ  ‘ມີ​ໃຜ​ໃນ​ພວກເຈົ້າ​ເຄີຍ​ເຫັນ​ຄວາມ​ສະຫງ່າງາມ​ຂອງ​ວິຫານ​ຫຼັງ​ເກົ່າ​ບໍ?+ ຕອນນີ້ ພວກເຈົ້າ​ເບິ່ງ​ວິຫານ​ຫຼັງ​ນີ້​ແລ້ວ​ມັນ​ເປັນ​ແນວໃດ? ມັນ​ທຽບ​ກັບ​ຫຼັງ​ເກົ່າ​ບໍ່​ໄດ້​ເລີຍ​ແມ່ນ​ບໍ?’”+  ພະ​ເຢໂຫວາ​ເວົ້າ​ວ່າ: “ເຊຣູບາເບນ ຕອນນີ້​ຂໍ​ໃຫ້​ເຈົ້າ​ເຂັ້ມແຂງ​ເດີ້ ປະໂລຫິດ​ໃຫຍ່​ໂຢຊວຍ​ລູກຊາຍ​ຂອງ​ເຢໂຮຊາດັກ​ເອີ້ຍ ຂໍ​ໃຫ້​ເຈົ້າ​ເຂັ້ມແຂງ.” ພະ​ເຢໂຫວາ​ເວົ້າ​ວ່າ: “ຂໍ​ໃຫ້​ປະຊາຊົນ​ທຸກຄົນ​ໃນ​ແຜ່ນດິນ​ນີ້​ເຂັ້ມແຂງ​ຄືກັນ+ ແລະ​ໃຫ້​ພາກັນ​ລົງມື​ເຮັດ​ວຽກ​ໂລດ.” ພະ​ເຢໂຫວາ​ຜູ້ບັນຊາການກອງທັບ​ເວົ້າ​ວ່າ: “ເຮົາ​ຢູ່​ກັບ​ພວກເຈົ້າ.+  ຂໍ​ໃຫ້​ພວກເຈົ້າ​ຈື່​ສິ່ງ​ທີ່​ເຮົາ​ໄດ້​ສັນຍາ​ກັບ​ພວກເຈົ້າ​ຕອນ​ທີ່​ອອກ​ມາ​ຈາກ​ເອຢິບ+ ແລະ​ຂໍ​ໃຫ້​ຈື່​ໄວ້​ຄືກັນ​ວ່າ​ເຮົາ​ຍັງ​ໃຊ້​ພະລັງ​ຂອງ​ເຮົາ​ຊີ້ນຳ​ພວກເຈົ້າ​ຢູ່.*+ ພວກເຈົ້າ​ບໍ່​ຕ້ອງ​ຢ້ານ.”+  ພະ​ເຢໂຫວາ​ຜູ້ບັນຊາການກອງທັບ​ເວົ້າ​ວ່າ: “ອີກ​ຈັກໜ້ອຍ​ເຮົາ​ຈະ​ສັ່ນ​ທ້ອງຟ້າ ໂລກ ທະເລ ແລະ​ແຜ່ນດິນ​ອີກ​ເທື່ອ​ໜຶ່ງ.”+  ພະ​ເຢໂຫວາ​ຜູ້ບັນຊາການກອງທັບ​ເວົ້າ​ວ່າ: “ເຮົາ​ຈະ​ສັ່ນ​ທຸກຊາດ ແລ້ວ​ສິ່ງ​ທີ່​ມີຄ່າ​ຂອງ​ຊາດ​ເຫຼົ່ານີ້​ຈະ​ເຂົ້າ​ມາ​ໃນ​ວິຫານ​ຂອງ​ເຮົາ.+ ເຮົາ​ຈະ​ເຮັດ​ໃຫ້​ວິຫານ​ຫຼັງ​ນີ້​ມີ​ແຕ່​ແສງລັດສະໝີ​ຂອງ​ເຮົາ.”+  ພະ​ເຢໂຫວາ​ຜູ້ບັນຊາການກອງທັບ​ເວົ້າ​ວ່າ: “ເງິນ​ເປັນ​ຂອງ​ເຮົາ​ແລະ​ຄຳ​ກໍ​ເປັນ​ຂອງ​ເຮົາ​ຄືກັນ.”  ພະ​ເຢໂຫວາ​ຜູ້ບັນຊາການກອງທັບ​ເວົ້າ​ວ່າ: “ໃນ​ອະນາຄົດ ວິຫານ​ຫຼັງ​ນີ້​ຈະ​ສະຫງ່າງາມ​ກວ່າ​ວິຫານ​ຫຼັງ​ເກົ່າ.”+ ພະ​ເຢໂຫວາ​ຜູ້ບັນຊາການກອງທັບ​ເວົ້າ​ວ່າ: “ເຮົາ​ຈະ​ເຮັດ​ໃຫ້​ມີ​ຄວາມ​ສະຫງົບສຸກ​ຢູ່​ບ່ອນ​ນີ້.”+ 10  ໃນ​ວັນທີ 24 ເດືອນ​ທີ 9 ຂອງ​ປີ​ທີ 2 ທີ່​ກະສັດ​ດາຣິອຸດ​ປົກຄອງ ພະ​ເຢໂຫວາ​ໄດ້​ເວົ້າ​ກັບ​ຜູ້ພະຍາກອນ​ຮັກກາຍ.+ 11  ພະ​ເຢໂຫວາ​ຜູ້ບັນຊາການກອງທັບ​ເວົ້າ​ວ່າ: “ໃຫ້​ໄປ​ຖາມ​ພວກ​ປະໂລຫິດ​ກ່ຽວກັບ​ເລື່ອງ​ກົດໝາຍ​ວ່າ+ 12  ‘ຖ້າ​ມີ​ຄົນ​ເອົາ​ຊີ້ນ​ທີ່​ບໍລິສຸດ*​ໃສ່​ພົກເສື້ອ ແລ້ວ​ເຄື່ອງນຸ່ງ​ຂອງ​ລາວ​ໄປ​ຖືກ​ເຂົ້າຈີ່ ແກງ ເຫຼົ້າແວງ ນ້ຳມັນ​ໝາກກອກ ຫຼື​ຂອງກິນ​ແນວ​ອື່ນ ຈະ​ຖື​ວ່າ​ຂອງກິນ​ເຫຼົ່ານັ້ນ​ເປັນ​ສິ່ງ​ທີ່​ບໍລິສຸດ​ຄືກັນ​ບໍ?’” ພວກ​ປະໂລຫິດ​ຕອບ​ວ່າ: “ບໍ່ ມັນ​ບໍ່​ບໍລິສຸດ.” 13  ຮັກກາຍ​ຖາມ​ຕໍ່​ອີກ​ວ່າ: “ຖ້າ​ຜູ້ໜຶ່ງ​ທີ່​ບໍ່​ສະອາດ​ຍ້ອນ​ໄປ​ຈັບ​ສົບຄົນຕາຍ​ມາ​ຈັບ​ຂອງກິນ​ເຫຼົ່ານັ້ນ ຈະ​ຖື​ວ່າ​ຂອງກິນ​ເຫຼົ່ານັ້ນ​ບໍ່​ສະອາດ​ຄືກັນ​ບໍ?”+ ພວກ​ປະໂລຫິດ​ຕອບ​ວ່າ: “ແມ່ນ​ແລ້ວ ຈະ​ຕ້ອງ​ຖື​ວ່າ​ມັນ​ບໍ່​ສະອາດ.” 14  ຮັກກາຍ​ຈຶ່ງ​ເວົ້າ​ວ່າ: “ພະ​ເຢໂຫວາ​ບອກ​ວ່າ ‘ຍ້ອນ​ຄົນ​ໃນ​ຊາດ​ນີ້​ເປັນ​ຈັ່ງຊີ້ ເຮົາ​ຈຶ່ງ​ຖື​ວ່າ​ເຂົາເຈົ້າ​ບໍ່​ສະອາດ. ບໍ່​ວ່າ​ເຂົາເຈົ້າ​ຈະ​ເຮັດ​ຫຍັງ​ຫຼື​ເອົາ​ຫຍັງ​ມາ​ໃຫ້​ເຮົາ ສິ່ງ​ເຫຼົ່ານັ້ນ​ກໍ​ບໍ່​ສະອາດ​ຄືກັນ.’” 15  “ນັບ​ຕັ້ງແຕ່​ມື້​ນີ້​ເປັນ​ຕົ້ນ​ໄປ ກ່ອນ​ທີ່​ຈະ​ເລີ່ມ​ສ້າງ​ວິຫານ​ຂອງ​ພະ​ເຢໂຫວາ​ຄືນ​ໃໝ່+ ໃຫ້​ພວກເຈົ້າ​ຄິດ​ຄັກ​ໆ​ກ່ຽວກັບ​ເລື່ອງ​ນີ້. 16  ໃຫ້​ຄິດ​ເບິ່ງ​ວ່າ​ມັນ​ເປັນ​ແນວໃດ​ຕອນ​ທີ່​ຄົນ​ໄປ​ຮອດ​ກອງເຂົ້າ​ແລະ​ຫວັງ​ວ່າ​ຈະ​ໄດ້​ເຂົ້າ 20 ເປົາ ພັດ​ໄດ້​ແຕ່ 10 ເປົາ ແລະ​ຕອນ​ທີ່​ຄົນ​ໄປ​ຮອດ​ອ່າງ​ຢຽບ​ໝາກ​ລະແຊັງ​ແລະ​ຫວັງ​ວ່າ​ຈະ​ໄດ້​ເຫຼົ້າແວງ 50 ໄຫ ພັດ​ໄດ້​ແຕ່ 20 ໄຫ.+ 17  ເຮົາ​ໄດ້​ເຮັດ​ໃຫ້​ຜົນລະປູກ​ຂອງ​ພວກເຈົ້າ​ເສຍຫາຍ​ຍ້ອນ​ພະຍາດ ລົມ​ທີ່​ຮ້ອນ​ໆ​+ ແລະ​ພາຍຸ​ໝາກເຫັບ ແຕ່​ກໍ​ບໍ່​ມີ​ໃຜ​ຈັກ​ຄົນ​ກັບ​ມາ​ຫາ​ເຮົາ.” ພະ​ເຢໂຫວາ​ເວົ້າ​ຈັ່ງຊີ້. 18  ຂໍ​ໃຫ້ພວກເຈົ້າຈື່ໄວ້ວ່າ​ນັບ​ຕັ້ງແຕ່​ມື້​ນີ້​ເປັນ​ຕົ້ນ​ໄປ ເຊິ່ງ​ກໍ​ຄື​ວັນທີ 24 ຂອງ​ເດືອນ​ທີ 9 ເຊິ່ງ​ເປັນ​ມື້​ທີ່​ມີການ​ວາງ​ຮາກຖານ​ວິຫານ​ຂອງ​ພະ​ເຢໂຫວາ+ ຂໍໃຫ້ຄິດເບິ່ງວ່າ 19  ພວກເຈົ້າ​ຍັງ​ມີ​ເຂົ້າ​ເຫຼືອ​ຢູ່​ໃນ​ເລົ້າເຂົ້າ*​ບໍ?+ ເຄືອ​ໝາກ​ລະແຊັງ ຕົ້ນ​ໝາກເດື່ອ ຕົ້ນ​ໝາກ​ພິລາ ແລະ​ຕົ້ນ​ໝາກກອກ​ຍັງ​ບໍ່​ມີ​ໝາກ​ເທື່ອ​ແມ່ນ​ບໍ? ແຕ່​ນັບ​ຈາກ​ມື້​ນີ້​ເປັນ​ຕົ້ນ​ໄປ ເຮົາ​ຈະ​ອວຍພອນ​ພວກເຈົ້າ.”+ 20  ໃນ​ວັນທີ 24 ຂອງ​ເດືອນ​ທີ 9 ພະ​ເຢໂຫວາ​ບອກ​ຮັກກາຍ​ເປັນ​ເທື່ອ​ທີ 2+ ວ່າ: 21  “ໃຫ້​ໄປ​ບອກ​ເຊຣູບາເບນ​ເຈົ້າແຂວງ​ຢູດາ​ວ່າ ‘ເຮົາ​ຈະ​ສັ່ນ​ທ້ອງຟ້າ​ແລະ​ໂລກ.+ 22  ເຮົາ​ຈະ​ທຳລາຍ​ຊາດ​ຕ່າງ​ໆ​ແລະ​ຍຶດ​ເອົາ​ອຳນາດ​ຂອງ​ປະເທດ​ຕ່າງ​ໆ​.+ ເຮົາ​ຈະ​ທຳລາຍ​ລົດຮົບ​ກັບ​ຄົນ​ຂີ່​ລົດຮົບ​ຂອງ​ເຂົາເຈົ້າ. ມ້າ​ແລະ​ທະຫານມ້າ​ຂອງ​ເຂົາເຈົ້າ​ຈະ​ຕ້ອງ​ຕາຍ​ຍ້ອນ​ດາບ​ຂອງ​ພີ່ນ້ອງ​ໂຕເອງ.’”+ 23  ພະ​ເຢໂຫວາ​ຜູ້ບັນຊາການກອງທັບ​ເວົ້າ​ວ່າ: “ເຊຣູບາເບນ​ລູກຊາຍ​ຂອງ​ເຊອານຕີເອນ+​ຜູ້ຮັບໃຊ້​ຂອງ​ເຮົາ+ ໃນ​ມື້​ນັ້ນ ເຮົາ​ຈະ​ເອີ້ນ​ເຈົ້າ​ແລະ​ເຮັດ​ໃຫ້​ເຈົ້າ​ເປັນ​ຄື​ກັບ​ແຫວນ​ຈ້ຳກາ ຍ້ອນ​ເຈົ້າ​ເປັນ​ຄົນ​ທີ່​ເຮົາ​ໄດ້​ເລືອກ​ໄວ້​ແລ້ວ.” ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້. ທັງໝົດ​ນີ້​ແມ່ນ​ຄຳເວົ້າ​ຂອງ​ພະ​ເຢໂຫວາ​ຜູ້ບັນຊາການກອງທັບ.

ຂໍຄວາມໄຂເງື່ອນ

ຫຼື​ອາດ​ແປ​ວ່າ “ຕອນ​ນັ້ນ​ພະລັງ​ຂອງ​ເຮົາ​ຢືນ​ຢູ່​ທ່າມກາງ​ພວກ​ເຈົ້າ”
ໝາຍເຖິງ​ຊີ້ນ​ທີ່​ເອົາ​ໄປ​ເປັນ​ເຄື່ອງ​ບູຊາ​ໃຫ້​ພະເຈົ້າ
ຫຼື “ຂຸມ​ສຳລັບ​ມ້ຽນ​ເຂົ້າ”