ຮາບາກຸກ 2:1-20

  • ‘ຂ້ອຍ​ຈະ​ຖ້າ​ເບິ່ງ​ວ່າ​ເພິ່ນ​ຈະ​ເວົ້າ​ຫຍັງ’ (1)

  • ພະ​ເຢໂຫວາ​ຕອບ​ຜູ້ພະຍາກອນ (2-20)

    • ‘ໃຫ້​ຕັ້ງໃຈ​ລໍ​ຖ້າ​ນິມິດ’ (3)

    • ຄົນ​ດີ​ຈະ​ມີ​ຊີວິດ​ຢູ່​ຍ້ອນ​ຄວາມເຊື່ອ​ທີ່​ເຂັ້ມແຂງ (4)

    • ຄົນ​ການເດອາ​ຈະ​ຕ້ອງ​ເຈິ​ຄວາມ​ຈິບຫາຍ 5 ຢ່າງ (6-20)

      • ຄວາມ​ຮູ້​ກ່ຽວກັບ​ພະ​ເຢໂຫວາ​ຈະ​ເຕັມ​ໂລກ (14)

2  ຂ້ອຍ​ຈະ​ຢືນ​ເຝົ້າ​ຢູ່​ໃນ​ບ່ອນ​ທີ່​ໄດ້​ຮັບ​ມອບໝາຍ+ແລະ​ຂ້ອຍ​ຈະ​ຢືນ​ຍາມ​ຢູ່​ເທິງ​ກຳແພງ​ເມືອງ. ຂ້ອຍ​ຈະ​ຖ້າ​ເບິ່ງ​ວ່າ​ເພິ່ນ​ຈະ​ໃຫ້​ຂ້ອຍ​ເວົ້າ​ຫຍັງແລະ​ຖ້າ​ເພິ່ນ​ຕຳໜິ​ຂ້ອຍ ຂ້ອຍ​ກໍ​ຈະ​ຍອມ​ຮັບ​ເອົາ.   ແລ້ວ​ພະ​ເຢໂຫວາ​ກໍ​ຕອບ​ຂ້ອຍ​ວ່າ: “ໃຫ້​ຂຽນ​ຂ່າວ​ສານ​ທີ່​ເຈົ້າ​ໄດ້​ຮັບ​ໃນ​ນິມິດ ແລ້ວ​ສະຫຼັກ​ລົງ​ແຜ່ນ​ຫີນ​ໃຫ້​ຈະ​ແຈ້ງ+ເພື່ອ​ຄົນ​ທີ່​ອ່ານ​ອອກ​ສຽງ​ຈະ​ອ່ານ​ໄດ້ງ່າຍ​ໆ​.*+   ນິມິດ​ນີ້​ຈະ​ເກີດ​ຂຶ້ນ​ຕາມ​ເວລາ​ທີ່​ກຳນົດ​ໄວ້.ມັນ​ຈະ​ມາ​ໄວ​ໆ​*​ແລະ​ຈະ​ເກີດ​ຂຶ້ນ​ແນ່ນອນ.* ເຖິງ​ຈະ​ເບິ່ງ​ຄື​ວ່າ​ມາ​ຊ້າ ແຕ່​ກໍ​ໃຫ້​ຕັ້ງໃຈ​ລໍ​ຖ້າ+ ເພາະ​ມັນ​ຈະ​ມາ​ແນ່ນອນ! ມັນ​ຈະ​ບໍ່​ມາ​ຊ້າ​ເລີຍ!   ເບິ່ງ​ຄົນ​ທີ່​ຍິ່ງ​ຈອງຫອງ​ແມ້ແມ່ນ​ແຕ່​ໃຈ​ລາວ​ກໍ​ຍັງ​ບໍ່​ສັດຊື່ ແຕ່​ຄົນ​ດີ​ຈະ​ມີ​ຊີວິດ​ຢູ່​ຍ້ອນ​ຄວາມເຊື່ອ​ທີ່​ເຂັ້ມແຂງ​ຂອງ​ລາວ.+   ຍ້ອນ​ເຫຼົ້າແວງ​ເຮັດ​ໃຫ້​ຄົນ​ເຮັດ​ສິ່ງ​ທີ່​ໂງ່​ໆ​ຄົນ​ທີ່​ຍິ່ງ​ນັ້ນ​ກໍ​ຈະ​ບໍ່​ປະສົບ​ຜົນ​ສຳເລັດ. ລາວ​ໂລບ​ຄື​ກັບ​ຂຸມ​ຝັງ​ສົບ​ທີ່​ບໍ່​ຮູ້ຈັກ​ພໍ.ລາວ​ເປັນ​ຄື​ກັບ​ຄວາມ​ຕາຍ​ທີ່​ບໍ່​ເຄີຍ​ອີ່ມ. ລາວ​ກວາດ​ເອົາ​ຄົນ​ທຸກ​ຊາດ​ໄປ​ເລື້ອຍ​ໆ​ແລະ​ຈັບ​ທຸກ​ຄົນ​ໄປ​ເປັນ​ຂອງ​ລາວ​ເອງ.+   ຄົນ​ທີ່​ລາວ​ຈັບ​ໄປ​ຈະ​ເວົ້າ​ຄຳ​ສຸພາສິດ ຄຳ​ປຽບ​ທຽບ ແລະ​ຄຳ​ທວາຍ​ໃສ່​ລາວ.+ ເຂົາເຈົ້າ​ຈະ​ເວົ້າ​ວ່າ ‘ຄົນ​ທີ່​ລວຍ​ຂຶ້ນ​ຍ້ອນ​ເອົາ​ສິ່ງ​ຂອງ​ທີ່​ບໍ່​ແມ່ນ​ຂອງ​ໂຕເອງແລະ​ຄົນ​ທີ່​ສ້າງ​ໜີ້​ໃຫ້​ໂຕເອງ​ຫຼາຍ​ຂຶ້ນ​ໆ​ຈະ​ຕ້ອງ​ຈິບຫາຍ.ມັນ​ຈະ​ເປັນ​ແນວ​ນີ້​ອີກ​ດົນ​ປານ​ໃດ?   ພວກເຈົ້າ​ໜີ້​ຂອງ​ເຈົ້າ​ຈະ​ບໍ່​ມາ​ທວງ​ໜີ້​ເຈົ້າ​ທັນທີ​ບໍ? ເຂົາເຈົ້າ​ຈະ​ສັ່ນ​ເຈົ້າ​ແຮງ​ໆ​ຈົນ​ເຈົ້າ​ຕື່ນແລະ​ຈະ​ປຸ້ນ​ເອົາ​ເຄື່ອງ​ຂອງ​ຂອງ​ເຈົ້າ​ໄປ.+   ຍ້ອນ​ເຈົ້າ​ໄດ້​ຂ້າ​ຄົນ​ມາ​ຫຼາຍໄດ້​ທຳລາຍ​ແຜ່ນດິນໄດ້​ທຳລາຍ​ເມືອງ​ຕ່າງ​ໆ​ແລະ​ທຸກ​ຢ່າງ​ທີ່​ຢູ່​ໃນ​ເມືອງ​ເຫຼົ່າ​ນັ້ນ+ແລະ​ຍ້ອນ​ເຈົ້າ​ໄດ້​ປຸ້ນ​ຫຼາຍ​ໆ​ຊາດຄົນ​ທີ່​ເຫຼືອ​ໃນ​ຊາດ​ເຫຼົ່າ​ນັ້ນ​ຈະ​ປຸ້ນ​ເຈົ້າ​ຄືນ.+   ຄົນ​ທີ່​ຫາ​ຜົນ​ປະໂຫຍດ​ໃຫ້​ຄອບຄົວ*​ໃນ​ວິທີ​ທີ່​ຊົ່ວ​ໆ​ແລະ​ສ້າງ​ຮັງ​ຢູ່​ເທິງ​ບ່ອນ​ສູງ​ໆ​ເພື່ອ​ບໍ່​ໃຫ້​ໂຕເອງ​ຖືກ​ອັນຕະລາຍ​ຈະ​ຕ້ອງ​ຈິບຫາຍ. 10  ແຜນການ​ຂອງ​ເຈົ້າ​ເຮັດ​ໃຫ້​ຄອບຄົວ​ຕ້ອງ​ອັບອາຍ. ເຈົ້າ​ມີ​ຄວາມ​ຜິດ​ຍ້ອນ​ເຈົ້າ​ໄດ້​ຂ້າ​ຄົນ​ມາ​ຫຼາຍ.+ 11  ກ້ອນ​ຫີນ​ທີ່​ຢູ່​ກຳແພງ​ຈະ​ຮ້ອງ​ອອກ​ມາແລະ​ໄມ້​ຂອງ​ໂຄງ​ຫຼັງ​ຄາ​ກໍ​ຈະ​ຮ້ອງ​ຕອບ. 12  ຄົນ​ທີ່​ສ້າງ​ເມືອງ​ດ້ວຍ​ເລືອດແລະ​ຄົນ​ທີ່​ຕັ້ງ​ເມືອງ​ດ້ວຍ​ຄວາມ​ຊົ່ວ​ຈະ​ຕ້ອງ​ຈິບຫາຍ. 13  ພະ​ເຢໂຫວາ​ຜູ້​ບັນຊາການກອງທັບ​ຈະ​ເຮັດ​ໃຫ້​ຊາດ​ຕ່າງ​ໆ​ເຮັດ​ວຽກ​ໜັກ ແຕ່​ກໍ​ບໍ່​ໄດ້​ຫຍັງ.ເຂົາເຈົ້າ​ຈະ​ພະຍາຍາມ​ເອົາ​ແທ້​ເອົາ​ວ່າ ແຕ່​ສິ່ງ​ທີ່​ເຂົາເຈົ້າ​ເຮັດ​ກໍ​ຈະ​ຖືກ​ໄຟ​ໄໝ້​ໝົດ.+ 14  ຄວາມ​ຮູ້​ກ່ຽວກັບ​ຄວາມ​ຍິ່ງໃຫຍ່​ຂອງ​ພະ​ເຢໂຫວາ​ຈະ​ເຕັມ​ໂລກຄື​ກັບ​ນ້ຳ​ເຕັມ​ທະເລ.+ 15  ຄົນ​ທີ່​ເອົາ​ເຄື່ອງ​ດື່ມ​ທີ່​ເຮັດ​ໃຫ້​ມຶນ​ເມົາ​ໃຫ້​ໝູ່​ກິນແລະ​ເອົາ​ຄວາມ​ຮ້າຍ​ປະສົມ​ໃສ່​ເພື່ອ​ເຮັດ​ໃຫ້​ເຂົາເຈົ້າ​ເມົາເພື່ອ​ຈະ​ໄດ້​ເຫັນ​ເຂົາເຈົ້າ​ປະ​ເປືອຍ​ຈະ​ຕ້ອງ​ຈິບຫາຍ. 16  ເຈົ້າ​ຈະ​ຕ້ອງ​ໄດ້​ກິນ​ຄື​ກັນ​ແລະ​ຈະ​ເປືອຍ​ໂຕ​ໃຫ້​ຄົນອື່ນ​ຮູ້​ວ່າ​ເຈົ້າ​ບໍ່​ໄດ້​ຮັບ​ສິນຕັດ.* ເຈົ້າ​ຈະ​ເສຍ​ກຽດ​ແລະ​ຈະ​ກິນ​ຄວາມ​ອັບອາຍ​ຈົນ​ຈຸກ. ເຈົ້າ​ຈະ​ໄດ້​ກິນ​ຈາກ​ຈອກ​ທີ່​ຢູ່​ມື​ຂວາ​ຂອງ​ພະ​ເຢໂຫວາ​ນຳ+ແລະ​ເຈົ້າ​ຈະ​ອັບອາຍ​ແທນ​ທີ່​ຈະ​ໄດ້​ຮັບ​ການ​ຍົກຍ້ອງ. 17  ເຈົ້າ​ທຳລາຍ​ເລບານອນ​ແນວໃດ ເຈົ້າ​ກໍ​ຈະ​ຖືກ​ແນວ​ນັ້ນແລະ​ເຈົ້າ​ເຮັດ​ໃຫ້​ສັດ​ປ່າ​ຢ້ານ​ແນວໃດ ເຈົ້າ​ກໍ​ຈະ​ຖືກ​ແນວ​ນັ້ນ.ຍ້ອນ​ເຈົ້າ​ໄດ້​ຂ້າ​ຄົນ​ມາ​ຫຼາຍໄດ້​ທຳລາຍ​ແຜ່ນດິນໄດ້​ທຳລາຍ​ເມືອງ​ຕ່າງ​ໆ​ແລະ​ທຸກ​ຢ່າງ​ທີ່​ຢູ່​ໃນ​ເມືອງ​ເຫຼົ່າ​ນັ້ນ.+ 18  ຮູບ​ແກະ​ສະຫຼັກ​ຈະ​ມີ​ປະໂຫຍດ​ຫຍັງເພາະ​ມັນ​ເປັນ​ແຕ່​ສິ່ງ​ທີ່​ມະນຸດ​ສ້າງ​ຂຶ້ນ​ມາ? ເຖິງ​ວ່າ​ເຂົາ​ເຈົ້າ​ຈະ​ໄວ້ໃຈຮູບ​ຫຼໍ່​ທີ່​ເປັນ​ຜູ້​ສອນ​ປອມເຂົາເຈົ້າ​ກໍ​ຈະ​ບໍ່​ໄດ້​ປະໂຫຍດ​ຫຍັງ​ເລີຍ.ພວກ​ມັນ​ເປັນ​ພະເຈົ້າ​ທີ່​ບໍ່​ມີຄ່າ​ແລະ​ເວົ້າ​ບໍ່​ໄດ້.+ 19  ຄົນ​ທີ່​ເວົ້າ​ກັບ​ທ່ອນ​ໄມ້​ວ່າ “ລຸກ​ແມ້!” ແລະ​ຄົນ​ທີ່​ເວົ້າ​ກັບ​ຫີນ​ທີ່​ເວົ້າ​ບໍ່​ໄດ້​ວ່າ “ຕື່ນ​ແມ້! ຕື່ນ​ມາ​ສອນ​ພວກ​ເຮົາ!” ຈະ​ຕ້ອງ​ຈິບຫາຍ. ສິ່ງ​ເຫຼົ່າ​ນັ້ນ​ຖືກ​ເງິນ​ຖືກ​ຄຳ​ໂອບ​ໄວ້​ຊື່​ໆ​+ແລະ​ພວກ​ມັນ​ບໍ່​ມີ​ລົມ​ຫາຍ​ໃຈ.+ 20  ແຕ່​ພະ​ເຢໂຫວາ​ຢູ່​ໃນ​ວິຫານ​ທີ່​ບໍລິສຸດ​ຂອງ​ເພິ່ນ.+ ໃຫ້​ທຸກ​ຄົນ​ທີ່​ຢູ່​ໃນ​ໂລກ​ມິດ​ໆ​ຢູ່​ຕໍ່​ໜ້າ​ເພິ່ນ!’”+

ຂໍຄວາມໄຂເງື່ອນ

ຫຼື “ລ່ຽນ​ໄຫຼ”
ຫຼື “ມັນ​ຈະ​ເກີດຂຶ້ນ​ແທ້”
ແປ​ຕາມ​ໂຕ​ວ່າ “ຈະ​ບໍ່​ຕົວະ”
ຫຼື “ຊາດ”
ຫຼື​ອາດ​ແປ​ວ່າ “ແລະ​ເຊ​ໄປ​ເຊ​ມາ”