ຮາບາກຸກ 3:1-19

  • ຜູ້ພະຍາກອນ​ອະທິດຖານ​ຂໍ​ໃຫ້​ພະ​ເຢໂຫວາ​ເຮັດ​ຫຍັງ​ບາງ​ຢ່າງ (1-19)

    • ພະເຈົ້າ​ຈະ​ຊ່ວຍ​ຄົນ​ທີ່​ເພິ່ນ​ແຕ່ງຕັ້ງ (13)

    • ຍົກຍ້ອງ​ພະ​ເຢໂຫວາ​ເຖິງ​ວ່າ​ຈະ​ມີ​ຄວາມທຸກ​ລຳບາກ (17, 18)

3  ຕໍ່ໄປ​ນີ້​ແມ່ນ​ຄຳ​ອະທິດຖານ​ຂອງ​ຜູ້ພະຍາກອນ​ຮາບາກຸກ​ທີ່​ເປັນ​ເພງ​ໂສກ​ເສົ້າ.   ພະ​ເຢໂຫວາ​ເອີ້ຍ ລູກ​ໄດ້​ຍິນ​ເລື່ອງ​ຂອງ​ພະອົງ​ແລ້ວ. ພະ​ເຢໂຫວາ​ເອີ້ຍ ລູກ​ຮູ້ສຶກ​ງຶດ​ໃນ​ສິ່ງ​ທີ່​ພະອົງ​ເຮັດ. ຂໍ​ໃຫ້​ພະອົງ​ເຮັດ​ສິ່ງ​ເຫຼົ່າ​ນັ້ນ​ອີກ​ຕາມ​ເວລາ​ທີ່​ພະອົງ​ກຳນົດ​ໄວ້.* ຂໍ​ໃຫ້​ທຸກ​ຄົນ​ຮູ້​ກ່ຽວກັບ​ສິ່ງ​ທີ່​ພະອົງ​ເຮັດ​ຕາມ​ເວລາ​ທີ່​ກຳນົດ​ໄວ້. ຂໍ​ໃຫ້​ພະອົງ​ອີ່ຕົນ​ພວກ​ເຮົາ​ໃນ​ຍາມ​ທີ່​ພວກ​ເຮົາ​ຍາກ​ລຳບາກ.+   ພະເຈົ້າ​ມາ​ຈາກ​ເຕມານ.ພະເຈົ້າ​ຜູ້​ບໍລິສຸດ​ມາ​ຈາກ​ພູ​ປາຣານ.+ (ເຊລາ)* ລິດເດດ​ຂອງ​ພະອົງ​ແຜ່​ອອກ​ໄປ​ທົ່ວ​ສະຫວັນ.+ທົ່ວ​ໂລກ​ຈະ​ສັນລະເສີນ​ພະອົງ.   ແສງ​ລັດ​ສະໝີ​ຂອງ​ພະອົງ​ເປັນ​ຄື​ກັບ​ແສງ​ສະຫວ່າງ​ຂອງ​ກາງເວັນ.+ ມີ​ເລົາ​ແສງ​ສອງ​ອັນ​ອອກ​ມາ​ຈາກ​ມື​ຂອງ​ພະອົງເຊິ່ງ​ເປັນ​ບ່ອນ​ທີ່​ເຊື່ອງ​ພະລັງ​ໄວ້.   ຢູ່​ທາງ​ໜ້າ​ບ່ອນ​ທີ່​ພະອົງ​ໄປ​ມີ​ໂລກລະບາດ+ແລະ​ຢູ່​ທາງ​ຫຼັງ​ຂອງ​ພະອົງ​ກໍ​ມີໄຂ້​ແຮງ.   ພະອົງ​ຢືນ​ຢູ່​ແລະ​ກໍ​ສັ່ນ​ໂລກ.+ ຂະໜາດ​ພະອົງ​ແນມ​ເບິ່ງ​ຊື່​ໆ​ ຊາດ​ຕ່າງ​ໆ​ກໍ​ພາກັນ​ຢ້ານ​ຈົນ​ຫົວ​ຫົດ.+ ພະອົງ​ທຳລາຍ​ພູ​ທີ່​ມີ​ມາ​ດົນ​ແລ້ວແລະ​ເນີນ​ພູ​ເກົ່າ​ແກ່​ກໍ​ພັງ​ທະລາຍ​ລົງ.+ ພະອົງ​ເຮັດ​ແບບ​ນີ້​ມາ​ແຕ່​ດົນ​ແລ້ວ.   ລູກ​ເຫັນ​ເຕັ້ນ​ຂອງ​ຄົນ​ກູ​ຊານ*​ມີ​ບັນຫາ​ໜັກ. ຜ້າ​ເຕັ້ນ​ໃນ​ແຜ່ນດິນ​ມີດີອານ​ກໍ​ສັ່ນ​ສະເທືອນ.+   ພະ​ເຢໂຫວາ​ເອີ້ຍ ພະອົງ​ໃຈຮ້າຍ​ໃຫ້​ແມ່​ນ້ຳ​ບໍ?ພະອົງ​ໃຈຮ້າຍ​ແຮງ​ໃຫ້​ນ້ຳ​ຫ້ວຍ​ບໍ? ພະອົງສູນ​ແຮງໃຫ້​ທະເລ​ບໍ?+ ພະອົງ​ຂີ່​ມ້າ​ອອກ​ໄປ+ແລະ​ລົດ​ຮົບ​ຂອງ​ພະອົງ​ກໍ​ໄດ້​ໄຊ​ຊະນະ.*+   ພະອົງ​ເອົາ​ຄັນ​ທະນູ​ອອກ​ມາ​ກຽມ​ໄວ້​ແລ້ວ. ອາວຸດ*​ຂອງ​ພະອົງ​ກໍ​ພ້ອມ​ທີ່​ຈະ​ເຮັດ​ຕາມ​ຄຳ​ສາບານ. (ເຊລາ) ພະອົງ​ໃຊ້​ແມ່​ນ້ຳ​ແຍກ​ແຜ່ນດິນ. 10  ພູ​ດີ້ນ​ດ້ວຍ​ຄວາມ​ເຈັບ​ປວດ​ຢູ່​ຕໍ່​ໜ້າ​ພະອົງ.+ ຝົນ​ກໍ​ເທ​ລົງ​ມາ​ໃສ່​ແຜ່ນດິນ​ບັກ​ແຮງ​ໆ​. ນ້ຳ​ເລິກ​ກໍ​ສົ່ງ​ສຽງ​ຮ້ອງ​ອອກ​ມາ​ບັກ​ດັງ​ໆ​+ ແລະ​ຟົ້ງ​ຂຶ້ນ​ບັກ​ສູງ​ໆ​. 11  ຕາເວັນ​ກັບ​ເດືອນ​ຢຸດ​ຈຶ້ງ​ຢູ່​ກາງ​ຟ້າ.+ ພະອົງ​ຍິງ​ລູກທະນູ​ເຫຼື້ອມ​ໆ​ອອກ​ໄປ+ ແລະ​ຫອກ​ຂອງ​ພະອົງ​ກໍ​ເຫຼື້ອມ​ຄື​ກັບ​ສາຍ​ຟ້າ. 12  ພະອົງ​ຍ່າງ​ໄປ​ທົ່ວ​ໂລກ​ດ້ວຍ​ຄວາມ​ຄຽດແຄ້ນ. ພະອົງ​ຢຽບ​ຊາດ​ຕ່າງ​ໆ​ດ້ວຍ​ຄວາມ​ໃຈຮ້າຍ. 13  ພະອົງ​ອອກ​ໄປ​ເພື່ອ​ຊ່ວຍ​ຄົນ​ຂອງ​ພະອົງ​ໃຫ້​ລອດ​ແລະ​ຊ່ວຍ​ຜູ້​ທີ່​ພະອົງ​ແຕ່ງຕັ້ງ. ພະອົງ​ທຳລາຍ​ຫົວໜ້າ​ຂອງ​ພວກ​ຄົນ​ຊົ່ວ. ພະອົງ​ມ້າງ​ເຮືອນ​ຂອງ​ພວກ​ຄົນ​ຊົ່ວ​ຕັ້ງແຕ່​ຖານ​ຈົນ​ຮອດ​ຫຼັງ​ຄາ. (ເຊລາ) 14  ພະອົງ​ແທງ​ຫົວ​ຂອງ​ພວກ​ທະຫານ​ດ້ວຍ​ອາວຸດ​ຂອງ​ເຂົາ​ເຈົ້າ​ເອງຕອນ​ທີ່​ເຂົາ​ເຈົ້າ​ມາ​ລຸ​ມ​ຕໍ່ສູ້​ລູກ. ເຂົາ​ເຈົ້າ​ດີໃຈ​ຫຼາຍ​ທີ່​ໄດ້ຊຸ້ມທຳ​ຮ້າຍ​ຄົນ​ທຸກ. 15  ແຕ່​ພະອົງ​ຜ່ານ​ທະເລ​ດ້ວຍ​ກອງ​ທັບ​ມ້າ​ຂອງ​ພະອົງແລະ​ຜ່ານ​ຄື້ນ​ໃຫຍ່​ໃນ​ມະຫາ​ສະໝຸດ. 16  ເມື່ອ​ໄດ້​ຍິນ​ແນວ​ນັ້ນ​ໃຈ​ຂອງ​ລູກ​ກໍ​ເຕັ້ນ​ແຮງ.ຂ່າວ​ສານ​ນັ້ນ​ເຮັດ​ໃຫ້​ປາກ​ຂອງ​ລູກ​ສັ່ນ. ກະດູກ​ຂອງ​ລູກ​ກໍ​ຜ່ອຍ+ແລະ​ຂາ​ຂອງ​ລູກ​ກໍ​ສັ່ນ​ທົດ​ໆ​. ແຕ່​ລູກ​ຈະ​ລໍ​ຖ້າ​ຢູ່​ມິດ​ໆ​ຈົນ​ຮອດ​ມື້​ຂອງ​ພະອົງ.+ມື້​ນັ້ນ​ຈະ​ມາ​ຖືກ​ຄົນ​ທີ່​ມາ​ຕໍ່ສູ້​ພວກ​ເຮົາ. 17  ເຖິງ​ວ່າ​ຕົ້ນ​ໝາກເດື່ອ​ຈະ​ບໍ່​ມີ​ດອກແລະ​ເຄືອ​ໝາກ​ລະແຊັງ​ຈະ​ບໍ່​ມີ​ໝາກເຖິງ​ວ່າ​ຕົ້ນ​ໝາກກອກ​ຈະ​ບໍ່​ມີ​ໜ່ວຍແລະ​ໄຮ່​ນາ​ຈະ​ບໍ່​ມີ​ຜົນລະປູກເຖິງ​ວ່າ​ຈະ​ບໍ່​ເຫຼືອ​ແກະ​ຈັກ​ໂຕ​ຢູ່​ໃນ​ຄອກແລະ​ບໍ່​ເຫຼືອ​ງົວ​ຈັກ​ໂຕ​ຢູ່​ໃນ​ຄັງ 18  ແຕ່​ສຳລັບ​ລູກ​ແລ້ວ ລູກ​ຈະ​ມີ​ຄວາມສຸກ​ຍ້ອນ​ພະ​ເຢໂຫວາແລະ​ລູກ​ຈະ​ຍິນດີ​ທີ່​ມີ​ພະເຈົ້າ​ເປັນ​ຜູ້​ຊ່ວຍ​ໃຫ້​ລອດ.+ 19  ພະ​ເຢໂຫວາ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເປັນ​ເຫື່ອ​ແຮງ​ຂອງ​ຂ້ອຍ.+ເພິ່ນ​ຈະ​ເຮັດ​ໃຫ້​ຕີນ​ຂອງ​ຂ້ອຍ​ໄວ​ຄື​ກັບ​ຕີນ​ຂອງ​ກວາງແລະ​ເຮັດ​ໃຫ້​ຂ້ອຍ​ຍ່າງ​ຢູ່​ບ່ອນ​ສູງ​ໆ​ໄດ້.+

ຂໍຄວາມໄຂເງື່ອນ

ຫຼື​ອາດ​ແປ​ວ່າ “ໃນ​ສະໄໝ​ຂອງ​ເຮົາ”
ຄົນ​ກູຊານ​ອາດ​ໝາຍເຖິງ​ລູກ​ຫຼານ​ຂອງ​ກູເຊ
ຫຼື “ຄວາມ​ລອດ”
ຫຼື​ອາດ​ແປ​ວ່າ “ລູກ​ທະນູ”