ເຊຄາຣີຢາ 1:1-21

  • ເອີ້ນ​ໃຫ້​ກັບ​ມາ​ຫາ​ພະ​ເຢໂຫວາ (1-​6)

    • “ໃຫ້​ກັບ​ມາ​ຫາ​ເຮົາ ແລ້ວ​ເຮົາ​ຈະ​ກັບ​ໄປ​ຫາ​ພວກ​ເຈົ້າ” (3)

  • ນິມິດ​ທີ 1: ຄົນ​ທີ່​ຂີ່​ມ້າ​ຢູ່​ກາງ​ປ່າ​ຕົ້ນໄມ້​ຫອມ (7-​17)

    • “ພະ​ເຢໂຫວາ​ຈະ​ປອບ​ໃຈ​ຊີໂອນ” (17)

  • ນິມິດ​ທີ 2: ເຂົາ​ສັດ 4 ເຂົາ​ແລະ​ຊ່າງ​ທີ່​ມີ​ສີ​ໄມ້​ລາຍ​ມື 4 ຄົນ (18-​21)

1  ໃນ​ເດືອນ​ທີ 8 ຂອງ​ປີ​ທີ 2 ທີ່​ກະສັດ​ດາຣິອຸດ*​ປົກຄອງ+ ພະ​ເຢໂຫວາ​ໄດ້​ເວົ້າ​ກັບ​ຜູ້ພະຍາກອນ​ເຊຄາຣີຢາ*+​ລູກ​ຊາຍ​ຂອງ​ເບເຣກີຢາ​ຫຼານ​ຊາຍ​ຂອງ​ອິດໂດ​ວ່າ:  “ພະ​ເຢໂຫວາ​ໃຈຮ້າຍ​ໃຫ້​ປູ່ຍ່າຕານາຍ​ຂອງ​ເຈົ້າ​ຫຼາຍ.+  ໃຫ້​ເຈົ້າ​ບອກ​ປະຊາຊົນ​ວ່າ​ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເວົ້າ​ວ່າ ‘ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເວົ້າ​ແນວ​ນີ້ “ໃຫ້​ກັບມາ​ຫາ​ເຮົາ ແລ້ວ​ເຮົາ​ຈະ​ກັບ​ໄປ​ຫາ​ພວກເຈົ້າ.”+ ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເວົ້າ​ໄວ້​ແນວ​ນີ້.  ພະ​ເຢໂຫວາ​ເວົ້າ​ວ່າ “ພວກເຈົ້າ​ຢ່າ​ເປັນ​ຄື​ກັບ​ປູ່ຍ່າຕານາຍ​ຂອງ​ພວກເຈົ້າ​ເດີ້. ເຮົາ​ເຄີຍ​ໃຫ້​ຜູ້ພະຍາກອນ​ຄົນ​ກ່ອນ​ໆ​ໄປ​ບອກ​ເຂົາ​ເຈົ້າ​ວ່າ ‘ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເວົ້າ​ວ່າ “ຂໍ​ໃຫ້​ພວກເຈົ້າ​ຖິ້ມ​ແນວ​ທາງ​ທີ່​ບໍ່​ດີ​ແລະ​ເຊົາ​ເຮັດ​ຊົ່ວ ແລ້ວ​ກັບມາ​ຫາ​ເຮົາ.+ ແຕ່​ເຂົາ​ເຈົ້າ​ບໍ່​ຟັງ​ເຮົາ​ແລະ​ບໍ່​ສົນໃຈ​ເຮົາ​ເລີຍ.”’”+  ກະແມ່ນ​ຢູ່​ວ່າ​ປູ່ຍ່າຕານາຍ​ຂອງ​ພວກເຈົ້າ​ແລະ​ພວກ​ຜູ້ພະຍາກອນ​ຕາຍ​ໄປ​ໝົດ​ແລ້ວ  ແຕ່​ເຮົາ​ກໍ​ເຄີຍ​ໃຫ້​ກົດໝາຍ​ກັບ​ປູ່ຍ່າຕານາຍ​ຂອງ​ພວກເຈົ້າ ແລະ​ເຮົາ​ໄດ້​ສົ່ງ​ພວກ​ຜູ້ພະຍາກອນ​ທີ່​ເປັນ​ຜູ້​ຮັບໃຊ້​ຂອງ​ເຮົາ​ໄປ​ເຕືອນ​ເຂົາ​ເຈົ້າ​ວ່າ​ຖ້າ​ເຂົາ​ເຈົ້າ​ບໍ່​ເຮັດ​ຕາມ​ກົດໝາຍ​ເຫຼົ່າ​ນັ້ນ​ຈະ​ເກີດ​ຫຍັງ​ຂຶ້ນ. ແລ້ວ​ທຸກ​ສິ່ງ​ທີ່​ເຮົາ​ເວົ້າ​ໄວ້​ກໍ​ເກີດ​ຂຶ້ນ​ແທ້​ບໍ່​ແມ່ນ​ບໍ?’+ ເຂົາ​ເຈົ້າ​ຈຶ່ງ​ກັບມາ​ຫາ​ເຮົາ​ແລະ​ເວົ້າ​ວ່າ ‘ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ລົງໂທດ​ພວກເຮົາ​ສົມ​ກັບ​ຄວາມ​ຜິດ​ທີ່​ພວກເຮົາ​ໄດ້​ເຮັດ​ແລ້ວ ຄື​ກັບ​ທີ່​ເພິ່ນ​ໄດ້​ບອກ​ໄວ້.’”+  ໃນ​ວັນ​ທີ 24 ຂອງ​ເດືອນ​ທີ 11 ເຊິ່ງ​ແມ່ນ​ເດືອນ​ເຊ​ບັດ*​ຂອງ​ປີ​ທີ 2 ທີ່​ດາຣິອຸດ​ປົກຄອງ+ ພະ​ເຢໂຫວາ​ໄດ້​ເວົ້າ​ກັບ​ຜູ້ພະຍາກອນ​ເຊຄາຣີຢາ​ລູກ​ຊາຍ​ຂອງ​ເບເຣກີຢາ​ຫຼານ​ຊາຍ​ຂອງ​ອິດໂດ.  ເຊຄາຣີຢາ​ເວົ້າ​ວ່າ: “ຂ້ອຍ​ໄດ້​ເຫັນ​ນິມິດ​ໜຶ່ງ​ໃນ​ຕອນ​ກາງຄືນ. ໃນ​ນິມິດ​ນັ້ນ​ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ຂີ່​ມ້າ​ສີ​ແດງ​ມາ ແລະ​ມາ​ຢືນ​ຢູ່​ກາງ​ປ່າ​ຕົ້ນໄມ້​ຫອມ​ໃນ​ຮ່ອມພູ. ຢູ່​ທາງ​ຫຼັງ​ຂອງ​ລາວ​ມີ​ມ້າ​ສີ​ແດງ ມ້າ​ສີ​ນ້ຳ​ຕານ​ແດງ ແລະ​ມ້າ​ສີ​ຂາວ.”  ຂ້ອຍ​ຈຶ່ງ​ຖາມ​ທູດສະຫວັນ​ທີ່​ເວົ້າ​ນຳ​ຂ້ອຍ​ວ່າ: “ທ່ານ​ເອີ້ຍ ຄົນ​ຂີ່​ມ້າ​ເຫຼົ່ານີ້​ແມ່ນ​ໃຜ?” ທູດສະຫວັນ​ກໍ​ຕອບ​ຂ້ອຍ​ວ່າ: “ຂ້ອຍ​ຈະ​ຊ່ວຍ​ໃຫ້​ເຈົ້າ​ຮູ້​ວ່າ​ເຂົາ​ເຈົ້າ​ແມ່ນ​ໃຜ.” 10  ແລ້ວ​ຄົນ​ທີ່​ຢືນ​ຢູ່​ກາງ​ປ່າ​ຕົ້ນໄມ້​ຫອມ​ກໍ​ເວົ້າ​ວ່າ: “ຄົນ​ເຫຼົ່ານີ້​ແມ່ນ​ຄົນ​ທີ່​ພະ​ເຢໂຫວາ​ສົ່ງ​ມາ​ກວດ​ເບິ່ງ​ແຜ່ນດິນ​ໂລກ.” 11  ແລ້ວ​ເຂົາ​ເຈົ້າ​ກໍ​ເວົ້າ​ກັບ​ທູດສະຫວັນ​ຂອງ​ພະ​ເຢໂຫວາ​ທີ່​ຢືນ​ຢູ່​ກາງ​ປ່າ​ຕົ້ນໄມ້​ຫອມ​ວ່າ: “ພວກເຮົາ​ໄປ​ກວດ​ເບິ່ງ​ທົ່ວ​ໂລກ​ແລ້ວ. ພວກເຮົາ​ເຫັນ​ວ່າ​ມີ​ຄວາມ​ສະຫງົບ​ດີ​ແລະ​ບໍ່​ມີ​ຄວາມ​ວຸ່ນວາຍ​ຫຍັງ.”+ 12  ແລ້ວ​ທູດສະຫວັນ​ຂອງ​ພະ​ເຢໂຫວາ​ກໍ​ເວົ້າ​ວ່າ: “ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເອີ້ຍ ເມື່ອ​ໃດ​ພະອົງ​ຈະ​ເມດຕາ​ເຢຣູຊາເລັມ​ແລະ​ເມືອງ​ຕ່າງ​ໆ​ຂອງ​ຢູດາ?+ ພະອົງ​ໃຈຮ້າຍ​ໃຫ້​ເຂົາ​ເຈົ້າ​ມາ​ໄດ້ 70 ປີ​ແລ້ວ.”+ 13  ພະ​ເຢໂຫວາ​ໄດ້​ຕອບ​ທູດສະຫວັນ​ທີ່​ເວົ້າ​ນຳ​ຂ້ອຍ. ເພິ່ນ​ເວົ້າ​ແບບ​ນຸ້ມ​ນວນ​ແລະ​ໃຫ້​ກຳລັງໃຈ​ລາວ. 14  ແລ້ວ​ທູດສະຫວັນ​ທີ່​ເວົ້າ​ນຳ​ຂ້ອຍ​ກໍ​ບອກ​ຂ້ອຍ​ວ່າ: “ໃຫ້​ເຈົ້າ​ປະກາດ​ອອກ​ໄປ​ແນວ​ນີ້ ‘ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເວົ້າ​ວ່າ “ເຮົາ​ຈະ​ປົກປ້ອງ​ເຢຣູຊາເລັມ​ແລະ​ຊີໂອນ. ເຮົາ​ຈະ​ປົກປ້ອງ​ເຂົາ​ເຈົ້າ​ສຸດ​ຫົວໃຈ.+ 15  ເຮົາ​ໃຈຮ້າຍ​ແຮງໃຫ້​ຊາດ​ຕ່າງ​ໆ​ທີ່​ຍິ່ງ​ຈອງຫອງ+​ຍ້ອນ​ເຮົາ​ຄິດ​ວ່າ​ຈະ​ລົງໂທດ​ປະຊາຊົນ​ຂອງ​ເຮົາ​ແຕ່​ໜ້ອຍ​ດຽວ+ ແຕ່​ເຂົາ​ເຈົ້າ​ພັດ​ທຳຮ້າຍ​ປະຊາຊົນ​ຂອງ​ເຮົາ​ຫຼາຍ​ກວ່າ​ທີ່​ເຮົາ​ໄດ້​ຕັ້ງໃຈ​ໄວ້.”’+ 16  ຍ້ອນ​ແນວ​ນີ້ ພະ​ເຢໂຫວາ​ຈຶ່ງ​ເວົ້າ​ວ່າ ‘ເຮົາ​ຈະ​ກັບມາ​ເມດຕາ​ເຢຣູຊາເລັມ​ອີກ​ເທື່ອ​ໜຶ່ງ+​ແລະ​ສ້າງ​ວິຫານ​ຂອງ​ເຮົາ​ຂຶ້ນ​ໃໝ່​ຢູ່​ຫັ້ນ.+ ຊ່າງ​ກໍ່ສ້າງ​ຈະ​ເນັ່ງ​ສາຍ​ແທກ​ໄປ​ທົ່ວ​ເມືອງ​ເຢຣູຊາເລັມ.’+ ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເວົ້າ​ໄວ້​ແນວ​ນີ້. 17  ໃຫ້​ປະກາດ​ອີກ​ວ່າ ‘ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເວົ້າ​ແນວ​ນີ້ “ເມືອງ​ຕ່າງ​ໆ​ຂອງ​ເຮົາ​ຈະ​ເຕັມ​ແຕ່​ສິ່ງ​ດີ​ໆ​ ແລະ​ພະ​ເຢໂຫວາ​ຈະ​ປອບ​ໃຈ​ຊີໂອນ+​ແລະ​ເລືອກ​ເຢຣູຊາເລັມ​ອີກ​ເທື່ອ​ໜຶ່ງ.”’”+ 18  ຈາກ​ນັ້ນ ຂ້ອຍ​ເງີຍ​ໜ້າ​ຂຶ້ນ ແລ້ວ​ກໍ​ເຫັນ​ເຂົາ​ສັດ 4 ເຂົາ.+ 19  ຂ້ອຍ​ເລີຍ​ຖາມ​ທູດສະຫວັນ​ຜູ້​ທີ່​ເວົ້າ​ນຳ​ຂ້ອຍ​ວ່າ: “ເຂົາ​ສັດ​ເຫຼົ່ານີ້​ໝາຍເຖິງ​ຫຍັງ?” ທູດສະຫວັນ​ຕອບ​ຂ້ອຍ​ວ່າ: “ເຂົາ​ສັດ​ເຫຼົ່ານີ້​ໝາຍເຖິງ​ຕົວແທນ​ຂອງ​ອຳນາດ​ທີ່​ເຮັດ​ໃຫ້​ປະຊາຊົນ​ຂອງ​ຢູດາ+ ອິດສະຣາ​ເອນ+ ແລະ​ເຢຣູຊາເລັມ​ກະຈັດ​ກະຈາຍ​ກັນ​ໄປ.”+ 20  ແລ້ວ​ພະ​ເຢໂຫວາ​ກໍ​ໃຫ້​ຂ້ອຍ​ເຫັນ​ຊ່າງ​ທີ່​ມີ​ສີໄມ້​ລາຍມື 4 ຄົນ. 21  ຂ້ອຍ​ຖາມ​ເພິ່ນ​ວ່າ: “ຄົນ​ເຫຼົ່ານີ້​ພາກັນ​ມາ​ເຮັດ​ຫຍັງ?” ເພິ່ນ​ຕອບ​ຂ້ອຍ​ວ່າ: “ເຂົາ​ສັດ​ເຫຼົ່ານີ້​ໝາຍເຖິງ​ຕົວແທນ​ຂອງ​ອຳນາດ​ທີ່​ເຮັດ​ໃຫ້​ປະຊາຊົນ​ຂອງ​ຢູດາ​ກະຈັດ​ກະຈາຍ​ກັນ​ໄປ​ຈົນ​ບໍ່​ມີ​ຜູ້​ໃດ​ເງີຍ​ໜ້າ​ຂຶ້ນ​ມາ​ໄດ້. ແຕ່​ຊ່າງ​ທີ່​ມີ​ສີໄມ້​ລາຍ​ມື​ຈະ​ເຮັດ​ໃຫ້​ເຂົາ​ສັດ​ເຫຼົ່ານີ້​ຢ້ານ ແລະ​ທຳລາຍ​ເຂົາ​ສັດ​ຂອງ​ຊາດ​ຕ່າງ​ໆ​ທີ່​ມາ​ຕໍ່ສູ້​ຢູດາ ເພື່ອ​ຈະ​ເຮັດ​ໃຫ້​ພວກ​ຢູດາ​ກະຈັດ​ກະຈາຍ​ກັນ​ໄປ.”

ຂໍຄວາມໄຂເງື່ອນ

ດາຣິອຸດ​ທີ 1 ຫຼື ດາຣິອຸດ​ຜູ້​ຍິ່ງໃຫຍ່
ແປ​ວ່າ “ພະ​ເຢໂຫວາ​ລະນຶກ​ເຖິງ”