ເຊຄາຣີຢາ 10:1-12

  • ຂໍ​ຝົນ​ຈາກ​ພະ​ເຢໂຫວາ ບໍ່​ແມ່ນ​ຂໍ​ຈາກ​ພະເຈົ້າ​ປອມ (1, 2)

  • ພະ​ເຢໂຫວາ​ລວບລວມ​ປະຊາຊົນ​ຂອງ​ເພິ່ນ (3-​12)

    • ຜູ້​ນຳ​ຄົນ​ໜຶ່ງ​ມາ​ຈາກ​ພວກ​ຢູດາ (3, 4)

10  “ໃຫ້​ຂໍ​ຝົນ​ຈາກ​ພະ​ເຢໂຫວາ​ໃນ​ລະດູ​ໃບ​ໄມ້​ປົ່ງ. ພະ​ເຢໂຫວາ​ເປັນ​ຜູ້​ເຮັດ​ໃຫ້​ມີ​ຂີ້ເຝື້ອ​ມືດຄຶ້ມເຮັດ​ໃຫ້​ຝົນ​ຕົກ+ແລະ​ເຮັດ​ໃຫ້​ແຕ່ລະຄົນ​ໄດ້​ຮັບ​ຜົນລະປູກ​ຈາກ​ໄຮ່​ຈາກ​ສວນ​ຂອງ​ໂຕເອງ.   ຮູບ​ພະ​ເທຣາຟີມ*​ເວົ້າ​ຫຼອກລວງ*ແລະ​ພວກ​ໝໍມໍ​ກໍ​ເຫັນ​ນິມິດ​ປອມ. ເຂົາເຈົ້າ​ມັກ​ເລົ່າ​ຄວາມ​ຝັນ​ທີ່​ບໍ່​ມີ​ປະໂຫຍດແລະ​ເຂົາເຈົ້າ​ພະຍາຍາມ​ປອບໃຈ​ຄົນອື່ນ ແຕ່​ກໍ​ບໍ່​ມີ​ໃຜ​ໄດ້​ກຳລັງໃຈ​ເລີຍ. ຍ້ອນ​ແນວ​ນີ້ ຜູ້ຄົນ​ຈະ​ຫຼົງທາງ​ຄື​ກັບ​ແກະ​ທີ່​ຫຼົງທາງ. ເຂົາເຈົ້າ​ຈະ​ຕົກ​ທຸກ​ໄດ້​ຍາກ​ຍ້ອນ​ບໍ່​ມີ​ຜູ້​ລ້ຽງ.   ‘ເຮົາ​ໃຈຮ້າຍ​ໃຫ້​ພວກ​ຜູ້​ລ້ຽງແກະ​ຫຼາຍແລະ​ເຮົາ​ຈະ​ລົງໂທດ​ພວກ​ຜູ້ນຳ​ທີ່​ກົດຂີ່.’*ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ຈະ​ກັບມາ​ສົນໃຈ​ພວກ​ຢູດາ​ເຊິ່ງ​ເປັນ​ແກະ​ຂອງ​ເພິ່ນ+ແລະ​ເພິ່ນ​ຈະ​ເຮັດ​ໃຫ້​ເຂົາເຈົ້າ​ເປັນ​ຄື​ກັບ​ມ້າ​ທີ່​ສະຫງ່າ​ງາມ​ໃນ​ສະໜາມຮົບ.   ຈະ​ມີ​ຜູ້ນຳ*​ຄົນ​ໜຶ່ງ​ມາ​ຈາກ​ເຂົາເຈົ້າຜູ້​ປົກຄອງ​ທີ່​ສະໜັບສະໜູນ*​ຈະ​ມາ​ຈາກ​ເຂົາເຈົ້າທະນູ​ຂອງ​ທະຫານ​ຈະ​ມາ​ຈາກ​ເຂົາ​ເຈົ້າແລະ​ພວກ​ຜູ້​ເບິ່ງແຍງ*​ຈະ​ມາ​ຈາກ​ເຂົາເຈົ້າ​ຄືກັນ. ທັງໝົດ​ນີ້​ຈະ​ອອກ​ມາ​ຈາກ​ເຂົາເຈົ້າ.   ເຂົາເຈົ້າ​ຈະ​ເປັນ​ຄື​ກັບ​ທະຫານທີ່​ແລ່ນ​ຜ່ານ​ຂີ້ຕົມ​ໃນ​ສະໜາມຮົບ. ເຂົາເຈົ້າ​ຈະ​ໄປ​ສູ້ຮົບ​ຍ້ອນ​ພະ​ເຢໂຫວາ​ຢູ່​ນຳ​ເຂົາເຈົ້າ+ແລະ​ທະຫານ​ມ້າ​ຂອງ​ສັດຕູ​ຈະ​ຕ້ອງ​ອັບອາຍ.+   ‘ເຮົາ​ຈະ​ເຮັດ​ໃຫ້​ພວກ​ຢູດາ​ຍິ່ງໃຫຍ່ແລະ​ເຮົາ​ຈະ​ຊ່ວຍ​ລູກ​ຫຼານ​ຂອງ​ໂຢເຊັບ​ໃຫ້​ລອດ.+ ເຮົາ​ຈະ​ໃຫ້​ເຂົາເຈົ້າ​ກັບມາ​ຢູ່​ແຜ່ນດິນ​ຂອງ​ເຂົາເຈົ້າ.ເຮົາ​ຈະ​ເມດຕາ​ເຂົາເຈົ້າ.+ມັນ​ຈະ​ເປັນ​ຄື​ກັບ​ວ່າ​ເຮົາ​ບໍ່​ເຄີຍ​ຖິ້ມ​ເຂົາເຈົ້າ​ເລີຍ+ຍ້ອນ​ເຮົາ​ເຢໂຫວາ​ເປັນ​ພະເຈົ້າ​ຂອງ​ເຂົາເຈົ້າ ແລະ​ເຮົາ​ຈະ​ຕອບ​ຄຳ​ອະທິດຖານ​ຂອງ​ເຂົາເຈົ້າ.’   ຄົນ​ເອຟຣາຢິມ​ຈະ​ເປັນ​ຄື​ກັບ​ທະຫານ​ທີ່​ເກັ່ງ​ໆ​ແລະ​ເຂົາເຈົ້າ​ຈະ​ມີ​ຄວາມສຸກ​ຄື​ກັບ​ຄົນ​ທີ່​ໄດ້​ກິນ​ເຫຼົ້າແວງ.+ ລູກ​ຂອງ​ເຂົາເຈົ້າ​ຈະ​ເຫັນ​ເຫດການ​ນີ້​ແລະ​ຈະ​ດີໃຈ​ຄື​ກັນ.ເຂົາ​ເຈົ້າ​ຈະ​ມີ​ຄວາມ​ຍິນດີ​ຍ້ອນ​ພະ​ເຢໂຫວາ.+   ‘ເຮົາ​ຈະ​ຫວີດປາກ​ເອີ້ນ​ເຂົາເຈົ້າ​ມາ​ແລະ​ໃຫ້​ເຂົາເຈົ້າ​ມາ​ລວມ​ໂຕ​ກັນຍ້ອນ​ເຮົາ​ຈະ​ໄຖ່​ເຂົາເຈົ້າ.+ ເຂົາ​ເຈົ້າ​ຈະ​ມີ​ຫຼາຍ​ຂຶ້ນແລະ​ຫຼາຍ​ຂຶ້ນ​ເລື້ອຍ​ໆ​.   ເຖິງວ່າ​ເຮົາ​ຈະ​ເຮັດ​ໃຫ້​ເຂົາເຈົ້າ​ກະຈັດ​ກະຈາຍ​ກັນ​ຢູ່​ຕາມ​ຊາດ​ຕ່າງ​ໆ​ຄື​ກັບ​ຫວ່ານ​ແນວປູກແຕ່​ເຂົາເຈົ້າ​ຈະ​ຄິດເຖິງ​ເຮົາ​ຕອນ​ທີ່​ເຂົາເຈົ້າ​ຢູ່​ໃນ​ບ່ອນ​ຫ່າງ​ໄກ​ເຫຼົ່າ​ນັ້ນ.ເຂົາ​ເຈົ້າ​ກັບ​ລູກ​ຫຼານ​ຂອງ​ເຂົາເຈົ້າ​ຈະ​ມີ​ເຫື່ອແຮງ​ອີກ​ເທື່ອ​ໜຶ່ງ​ແລະ​ຈະ​ກັບມາ​ຫາ​ເຮົາ. 10  ເຮົາ​ຈະ​ພາ​ເຂົາເຈົ້າ​ກັບມາ​ຈາກ​ແຜ່ນດິນ​ເອຢິບແລະ​ເຮົາ​ຈະ​ລວບລວມ​ເຂົາເຈົ້າ​ມາ​ຈາກ​ອັດຊີເຣຍ.+ເຮົາ​ຈະ​ພາ​ເຂົາເຈົ້າ​ໄປ​ຢູ່​ແຜ່ນດິນ​ກິລຽດ+​ແລະ​ເລບານອນຈົນ​ບໍ່​ມີ​ບ່ອນ​ພໍ​ທີ່​ຈະ​ໃຫ້​ເຂົາເຈົ້າ​ຢູ່.+ 11  ຕອນທີ່​ທະເລ​ຂວາງ​ທາງ​ເຂົາເຈົ້າເຮົາ​ກໍ​ຈະ​ຜ່ານ​ມັນ​ໄປ​ແລະ​ຟາດ​ຄື້ນ​ຂອງ​ມັນ.+ຕອນທີ່​ແມ່ນ້ຳນິນ​ຂວາງ​ທາງ​ເຂົາ​ເຈົ້າ ເຮົາ​ກໍ​ຈະ​ເຮັດ​ໃຫ້​ນ້ຳນັ້ນ​ແຫ້ງ​ໄປ. ເຮົາ​ຈະ​ເຮັດ​ໃຫ້​ອັດຊີເຣຍ​ທີ່​ຍິ່ງ​ຈອງຫອງ​ອັບອາຍ​ຂາຍ​ໜ້າແລະ​ຈະ​ເຮັດ​ໃຫ້​ການ​ປົກຄອງ​ຂອງ​ເອຢິບ​ເຖິງ​ຈຸດຈົບ.+ 12  ເຮົາ​ເຢໂຫວາ​ຈະ​ເຮັດ​ໃຫ້​ເຂົາເຈົ້າ​ຍິ່ງໃຫຍ່+ແລະ​ເຂົາເຈົ້າ​ຈະ​ໃຊ້​ຊີວິດ​ໃນ​ແບບ​ທີ່​ນັບຖື​ຊື່​ຂອງ​ເຮົາ.’+ ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້.”

ຂໍຄວາມໄຂເງື່ອນ

ຫຼື “ຮູບ​ພະ​ປະຈຳ​ເຮືອນ; ຮູບ​ປັ້ນ”
ຫຼື “ເວົ້າ​ເລື່ອງ​ເລິກລັບ”
ແປ​ຕາມ​ໂຕ​ວ່າ “ແບ້​ໂຕ​ຜູ້”
ແປ​ຕາມ​ໂຕ​ວ່າ “ປ້ອມ​ທີ່​ຢູ່​ແຈ” ເຊິ່ງ​ເຮັດ​ໃຫ້​ຄິດ​ເຖິງ​ຜູ້​ຊາຍ​ທີ່​ເປັນ​ຄົນ​ສຳຄັນ​ຫຼື​ຫົວໜ້າ
ແປ​ຕາມ​ໂຕ​ວ່າ “ຕະປູ” ເຊິ່ງ​ເຮັດ​ໃຫ້​ຄິດ​ເຖິງ​ຄົນ​ທີ່​ສະໜັບສະໜູນ​ຫຼື​ຜູ້​ປົກຄອງ
ຫຼື “ພວກ​ຫົວໜ້າ”